7330

29/07/2026 xtgmf]k; 6 glf4tdy f{la '7q y a ,q glu ,0tspkp,tsklk,a d7u mj q ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ມາລີດດາີ g7nj v'fnj ,-toy f.f dy oc]h ;cdh vkdkog,q k7h k' ຂປລ. ອາການເມົາຄ້າງ ເກີດຂຶ້ນ ຫລັງຈາກດື່ມເຄື່ອງດ່ືມແອນກໍຮໍ ໃນປະລິມານຫລາຍ, ເປັນອາການ ທີ່ຄ້າຍກັບອາການທີ່ຫາກໍ່ຟື້ນຈາກ ການເປັນໄຂ້ ເນື່ອງຈາກຮ່າງກາຍ ຂາດນໍ້າ ແລະ ສູນເສຍແຮ່ທາດ ທີ່ຈຳເປັນ. ທາດແອວກໍຮໍທີ່ເຮົາ ດື່ມເຂົ້າໄປ ເຮັດໃຫ້ຮ່າງກາຍຂັບ ສິ່ງເສດເຫລືອອອກມາທາງນໍ້າ ປັດສະວະ ພ້ອມກັບຂັບສານອາຫານ ທີ່ສຳຄັນຂອງຮ່າງກາຍອອກມາ ພ້ອມ, ການດື່ມເຄື່ອງດື່ມທີ່ເໝາະສົມ ຈະຊ່ວຍຟື້ນຟູຮ່າງກາຍ ແລະ ບັນ ເທົາອາການໄດ້. ດັ່ງນັ້ນມື້ນີ້ ຄໍລຳ “ສຶກສາຫາຄວາມຮູ້” ຈະນຳສະເໜີ ເຄື່ອງດື່ມທີ່ຊ່ວຍແກ້ອາການເມົາ ຄ້າງ ເພື່ອເປັນການແລກປ່ຽນກັບ ທ່ານຜູ້ອ່ານ ມີດັ່ງນີ້. ນໍ້າສະອາດ: ເປັນສິ່ງທີ່ດີທີ່ສຸດ ເພາະຊ່ວຍທົດແທນນ້ຳທີ່ສູນເສຍ ແລະ ຫລຸດອາຫານປາກແຫ້ງ ແລະ ເຈັບຫົວ. ສາເຫດທີ່ເຮັດໃຫ້ເມົາ ເກີດຈາກສະພາວະຂາດນໍ້າໃນຮ່າງ ກາຍເພາະຮ່າງກາຍຕ້ອງຂັບແອວ ກໍຮໍອອກໄປ ຈຶ່ງເຮັດໃຫ້ມີນໍ້າອອກ ໄປພ້ອມໆກັນ ທາງແກ້ຄືດື່ມນໍ້າ ຫລາຍໆ ເພື່ອຊົດເຊີຍການເສຍນໍ້າ. ດື່ມນ້ຳອຸ່ນ: ເຄື່ອງດື່ມອຸ່ນໆ ຊ່ວຍ ໃຫ້ຮ່າງກາຍຜ່ອຍຄາຍ ແລະ ຫລຸດ ອາຫານປວດຮາກໄດ້ ເປັນຕົ້ນ ຂປລ. ແຂວງສະຫວັນນະເຂດ ສືບຕໍ່ຍົກລະດັບຄຸນນະພາບຂະແໜງ ການທ່ອງທ່ຽວ ຫລັງຈາກຫລາຍ ຫົວໜ່ວຍທຸລະກິດ ແລະ ສະຖານທີ່ ທ່ອງທ່ຽວໃນແຂວງໄດ້ຮັບການ ຮັບຮອງຜ່ານມາດຕະຖານການ ທ່ອງທ່ຽວອາຊຽນ ປະຈຳປີ 2026 ຊຶ່ງສະແດງໃຫ້ເຫັນເຖິງຄວາມພ້ອມ ໃນການຍົກລະດັບການບໍລິການ ແລະ ການກ້າວສູ່ມາດຕະຖານສາ ກົນ. ພິທີມອບ-ຮັບ ລາງວັນມາດ ຕະຖານການທ່ອງທ່ຽວອາຊຽນ ປະຈຳປີ 2026 ຈັດຂຶ້ນໃນທ້າຍ ອາທິດຜ່ານມາ ທີ່ແຂວງສະຫວັນນະ ເຂດ ເພື່ອຄັດເລືອກບັນດາຫົວໜ່ວຍ ທຸລະກິດທ່ອງທ່ຽວ ທີ່ໂດດເດັ່ນ ແລະ ຜ່ານເກນມາດຕະຖານອາ ຊຽນ ເພື່ອຍົກລະດັບຄຸນນະພາບ ການບໍລິການ ແລະ ກຽມຄວາມ ພ້ອມເຂົ້າຮ່ວມງານມະຫະກຳ ການທ່ອງທ່ຽວອາຊຽນ (ATF) 2026 ທີ່ປະເທດຟີລິບປິນ ໂດຍມີ ທ່ານ ທອງໃສ ໄຊຍະວົງຄຳດີ ຮອງ ນໍ້າຊາ, ຊາໝາກນາວ ແລະ ອື່ນໆ. ເຄື່ອງດື່ມເກືອແຮ່: ຊ່ວຍທົດ ແທນນ້ຳ ແລະ ແຮ່ທາດທີ່ສູນເສຍ ໄປກັບປັດສະວະ ເຮັດໃຫ້ຮ່າງກາຍ ຟື້ນຕົວໄວຂຶ້ນ. ນໍ້າສົ້ມສົດ: ການດື່ມນໍ້າສົ້ມ ຈະ ຊ່ວຍຫລຸດອາການເຈັບຫົວ ແລະ ວິນຫົວ ເພາະນ້ຳສົ້ມສົດມີວິຕາມິນ C ແລະ ນ້ຳຕານຈາກທຳມະຊາດ ຊ່ວຍເພີ່ມພະລັງງານ ແລະ ບັນເທົາ ອາການອ່ອນເພຍ. ນໍ້າເຜິ້ງປະສົມນໍ້າໝາກນາວ: ຊ່ວຍເພີ່ມພະລັງງານຢ່າງວ່ອງໄວ ແລະ ອາດຊ່ວຍຫລຸດອາຫານປວດ ຮາກໄດ້. ນໍ້າຂີງອຸ່ນໆ: ເປັນເຄື່ອງດື່ມທີ່ ຊ່ວຍຫລຸດອາການປວດຮາກ ແລະ ອາດຊ່ວຍຫລຸດອາການວິນຫົວ ທີ່ ເກີດຈາກອາການເມົາຄ້າງ ເຮັດໃຫ້ ຮ່າງກາຍຮູ້ສຶກສົດຊື່ນ ແລະ ຟື້ນໂຕ ໄດ້ດີຂຶ້ນ. ນໍ້າອ້ອຍສົດ: ມີນ້ຳຕານຈາກ ທຳມະຊາດຊ່ວຍເພີ່ມພະລັງງານ, ການດື່ມນໍ້າອ້ອຍສົດໆບໍ່ໃສ່ນໍ້າກ້ອນ 1 ແກ້ວ ຈະຊ່ວຍແກ້ອາການເມົາ ຄ້າງ, ອາການເຈັບຫົວ ແລະ ຫລຸດ ອາການອ່ອນເພຍໄດ້. ຂປລ. ການຂັບຂີ່ຢ່າງປອດໄພ ເປັນປັດໄຈສຳຄັນທີ່ຊ່ວຍຫລຸດຜ່ອນ ອຸບັດເຫດ ແລະ ປົກປ້ອງຊີວິດ ພ້ອມ ທັງຊັບສິນຂອງຕົນເອງ ແລະ ຜູ້ອື່ນ. ຜູ້ໃຊ້ລົດໃຊ້ຖະໜົນທຸກຄົນ ຄວນ ຍຶດໝັ້ນຫລັກການສຳຄັນດັ່ງຕໍ່ໄປນີ້: ກຽມຄວາມພ້ອມກ່ອນອອກ ເດີນທາງ: ກ່ອນຂັບຂີ່ທຸກຄັ້ງ ຄວນ ກວດເບິ່ງສະພາບລົດ ເຊັ່ນ: ລົມ ຢາງ, ລະບົບເບກ, ໄຟຕາ, ໄຟ ລ້ຽວ ແລະ ນ້ຳມັນເຄື່ອງ ໃຫ້ຢູ່ໃນ ສະພາບພ້ອມໃຊ້ງານ. ຜູ້ຂັບຂີ່ຄວນ ພັກຜ່ອນໃຫ້ພຽງພໍ ແລະ ບໍ່ຄວນ ຂັບຂີ່ໃນເວລາຮູ້ສຶກຢາກນອນ ຫລື ອ່ອນເພຍ. ພ້ອມກັນນັ້ນ, ຄວນໃສ່ ໝວກກັນກະທົບເມື່ອຂັບຂີ່ລົດຈັກ ແລະ ຂັດສາຍນິລະໄພເມື່ອຂັບລົດ ໃຫຍ່ທຸກຄັ້ງ. ປະຕິບັດຕາມກົດຈະລາຈອນ ຢ່າງເຄັ່ງຄັດ: ບໍ່ດື່ມເຄື່ອງດື່ມ ມືນເມົາ ຫລື ສານເສບຕິດແລ້ວຂັບ ຂີ່. ຂັບລົດດ້ວຍຄວາມໄວຕາມທີ່ ກົດໝາຍກຳນົດ ແລະ ໃຫ້ເໝາະສົມ ກັບສະພາບເສັ້ນທາງ ແລະ ສະພາບ ອາກາດ, ບໍ່ຄວນໃຊ້ໂທລະສັບໃນ lts;a ootg0f pq d]tfa [,kf8t4komj v'mj P; Ia [Iv's]kpsq ;|j ;pzj kogdo,kf8t4kovk-Po ພາບປະກອບ 0a [0u j .sh xvfwr 8h v'xt8y [a fco;.fL ຂະນະຂັບຂີ່ ແລະ ຄວນປະຕິບັດ ຕາມສັນຍານໄຟ ແລະ ປ້າຍຈະລາ ຈອນຢ່າງເຄັ່ງຄັດ. ມີທັກສະ ແລະ ມາລະຍາດໃນ ການໃຊ້ຖະໜົນ: ຄວນຮັກສາໄລຍະ ຫ່າງຈາກລົດຄັນໜ້າໃນໄລຍະທີ່ ເໝາະສົມ ເພື່ອສາມາດເບກໄດ້ທັນ ເວລາໃນກໍລະນີສຸກເສີນ. ເປີດໄຟ ລ້ຽວທຸກຄັ້ງກ່ອນປ່ຽນເລນ ຫລື ລ້ຽວ, ເບິ່ງແວ່ນຫລັງ ແລະ ແວ່ນ ຂ້າງຢ່າງສະໝ່ຳສະເໝີ. ນອກຈາກ ນັ້ນ, ຄວນມີນ້ຳໃຈຕໍ່ຜູ້ໃຊ້ທາງ ຮ່ວມກັນ, ເຄົາລົບສິດຂອງຄົນຍ່າງ ແລະ ຫລີກລ່ຽງການຂັບຂີ່ດ້ວຍ ອາລົມ. ແນວໃດກໍຕາມ, ການຂັບຂີ່ ຢ່າງປອດໄພບໍ່ໄດ້ຂຶ້ນກັບພຽງແຕ່ ທັກສະໃນການຂັບລົດເທົ່ານັ້ນ, ແຕ່ ຍັງຂຶ້ນກັບ “ສະຕິ” ແລະ “ຄວາມ ບໍ່ປະໝາດ” ຂອງຜູ້ຂັບຂີ່ທຸກຄົນ. ການເຄົາລົບກົດຈະລາຈອນ ແລະ ການມີຄວາມຮັບຜິດຊອບຕໍ່ສັງຄົມ ຈະຊ່ວຍສ້າງຄວາມປອດໄພໃຫ້ແກ່ ທຸກຄົນໃນຖະໜົນ. ປະທານປົກຄອງແຂວງສະຫວັນນະ ເຂດ, ທ່ານ ລຳຄູນ ວໍລະວົງ ຫົວ ໜ້າພະແນກວັດທະນະທຳ ແລະ ການທ່ອງທ່ຽວແຂວງ ພ້ອມດ້ວຍ ປະທານຄະນະກຳມະການປົກຄອງ ນະຄອນໄກສອນ ພົມວິຫານ, ຄະນະ ກຳມະການຄຸ້ມຄອງມາດຕະຖານ, ຜູ້ຕາງໜ້າໂຮງແຮມ-ເຮືອນພັກ ແລະ ຮ້ານອາຫານພາຍໃນແຂວງ ເຂົ້າຮ່ວມ. ການປະເມີນມາດຕະຖານໃນ ຄັ້ງນີ້, ໄດ້ດຳເນີນຢ່າງລະອຽດຖີ່ ຖ້ວນ ໂດຍການປະສານສົມທົບງານ ກັນລະຫວ່າງກົມຄຸ້ມຄອງທຸລະກິດ ທ່ອງທ່ຽວ, ກົມພັດທະນາການ ທ່ອງທ່ຽວ ແລະ ໂຄສະນາການ ທ່ອງທ່ຽວ ຮ່ວມກັບພາກສ່ວນ ກ່ຽວຂ້ອງຂອງທ້ອງຖິ່ນ. ຜ່ານ ການກວດກາ ແລະ ປະເມີນຕາມ ຫລັກເກນຢ່າງເຂັ້ມງວດ, ກະຊວງ ວັດທະນະທຳ ແລະ ການທ່ອງທ່ຽວ ໄດ້ຄັດເລືອກຫົວໜ່ວຍທຸລະກິດ ທ່ອງທ່ຽວທີ່ຜ່ານເກນມາດຕະຖານ ຈຳນວນ 59 ລາຍການ. ສຳລັບ ແຂວງສະຫວັນນະເຂດ ມີ 3 ຫົວ ໜ່ວຍສຳຄັນທີ່ໄດ້ຮັບການຮັບຮອງ ປະກອບມີ ໂຮງແຮມບົວສະຫວັນ ທີ່ໄດ້ຮັບມາດຕະຖານໂຮງແຮມ ຂຽວອາຊຽນ; ນະຄອນໄກສອນ ພົມວິຫານ ໄດ້ມາດຕະຖານເມືອງ ທ່ອງທ່ຽວສະອາດ ແລະ ສະປາ ສະຫວັນຣີສອດ ໄດ້ຮັບໃບຢັ້ງຢືນ ມາດຕະຖານສະປາອາຊຽນ. ພ້ອມນີ້, ທ່ານ ທອງໃສ ໄຊຍະ ວົງຄຳດີ ໄດ້ໃຫ້ກຽດມອບລາງວັນ ແລະ ໃບຢັ້ງຢືນມາດຕະຖານແກ່ ບັນດາຫົວໜ່ວຍທີ່ຜ່ານການປະເມີນ ພ້ອມທັງໃຫ້ກຽດໂອ້ລົມ ໂດຍເນັ້ນ ໃຫ້ພາກສ່ວນກ່ຽວຂ້ອງສືບຕໍ່ຍົກສູງ ຄຸນນະພາບການບໍລິການ, ພັດທະ ນາຕົວເມືອງ, ໂຮງແຮມ-ເຮືອນພັກ, ຮ້ານອາຫານ ແລະ ທຸລະກິດດ້ານ ການທ່ອງທ່ຽວໃຫ້ມີຄຸນນະພາບ, ສະອາດ, ປອດໄພ ແລະ ໄດ້ມາດຕະ ຖານ ເພື່ອສ້າງພາບພົດອັນດີ ແລະ ກ້າວເຂົ້າສູ່ມາດຕະຖານສາກົນ. ການມອບ-ຮັບລາງວັນ ແລະ ໃບ ຢັ້ງຢືນມາດຕະຖານອາຊຽນໃນຄັ້ງ ນີ້, ຖືເປັນອີກບາດກ້າວສຳຄັນຂອງ ແຂວງສະຫວັນນະເຂດ ໃນການ ພັດທະນາຂະແໜງການທ່ອງທ່ຽວ ໃຫ້ດີຂຶ້ນ, ສ້າງຄວາມເຊື່ອໝັ້ນແກ່ ນັກທ່ອງທ່ຽວ ແລະ ເພີ່ມຂີດຄວາມ ສາມາດໃນການແຂ່ງຂັນ ພ້ອມມຸ່ງ ໄປສູ່ການສ້າງແຂວງສະຫວັນນະ ເຂດໃຫ້ກາຍເປັນຈຸດໝາຍປາຍທາງ ການທ່ອງທ່ຽວ ທີ່ມີຄຸນນະພາບໃນ ລະດັບພາກພື້ນ ແລະ ສາກົນ. ແຫລ່ງ ຂ່າວຈາກ ສະຫ້ວຍ (ສະຫວັນນະເຂດ) ພາບປະກອບ

RkJQdWJsaXNoZXIy MTc3MTYxMQ==