08 xtgmf]k; 37ltok c]t [= ]y = dy ko 29/07/2026 ວັນທີ 27 ກໍລະກົດ 2026 ທີ່ສຳ ນັກງານໃຫຍ່ ບໍລິສັດ ສະຕາ ໂທລະ ຄົມ ຈຳກັດ (Unitel) ໄດ້ຈັດພິທີ ລົງນາມບົດບັນທຶກຄວາມເຂົ້າໃຈ (MOU) ລະຫວ່າງ ກົມສື່ສານ ກົມ ໃຫຍ່ເສນາທິການກອງທັບ ກະ ຊວງປ້ອງກັນປະເທດ ແລະ ລັດວິ ສາຫະກິດ ລາວ-ເອເຊຍ ໂທລະຄົມ ເພື່ອຮ່ວມສຶກສາຄົ້ນຄວ້າ ແລະ ຜັນ ຂະຫຍາຍການຫັນເປັນດີຈິຕອນ ໃຫ້ແກ່ກະຊວງປ້ອງກັນປະເທດ. ຕາງໜ້າທັງສອງຝ່າຍ ຮ່ວມລົງ ນາມໂດຍພັນເອກພູວຽງຈັນທະວົງ ຫົວໜ້າກົມສື່ສານກົມໃຫຍ່ເສນາ ທິການກອງທັບ ແລະ ທ່ານສຸບັນ ພັນທະວີ ຜູ້ອຳນວຍການໃຫຍ່ ບໍລິ ສັດ ລັດວິສາຫະກິດ ລາວ-ເອເຊຍ ໂທລະຄົມ ໂດຍມີ ພົນໂທ ສາຍໃຈ ກົມມະສິດກຳມະການສູນກາງພັກ, ຮອງລັດຖະມົນຕີ ກະຊວງປ້ອງກັນ ປະເທດ ເປັນປະທານ ພ້ອມດ້ວຍ ຄະນະຜູ້ແທນຈາກສອງຝ່າຍ ເຂົ້າ ກົມສື່ສານ ກົມໃຫຍ່ເສນາທິການກອງທັບ ແລະ ລັດວິສາຫະກິດ ລາວ-ເອເຊຍ ໂທລະຄົມ ລົງນາມ MOU ເພື່ອຮ່ວມສຶກສາ ແລະ ຜັນຂະຫຍາຍການຫັນເປັນດີຈິຕອນ ຮ່ວມເປັນສັກຂີພະຍານ. ການລົງນາມMOUຄັ້ງນີ້ມີເປົ້າ ໝາຍ ເພື່ອວາງຮາກຖານຄວາມ ຮ່ວມມື ໃນການສຶກສາ, ອອກແບບ ແລະພັດທະນາລະບົບດີຈິຕອນໂດຍ ເນັ້ນການສ້າງໂຄງລ່າງພື້ນຖານດີ ຈິຕອນ ທີ່ປອດໄພ, ຍົກລະດັບລະ ບົບປ້ອງກັນຄວາມປອດໄພທາງ ໄຊເບີ (Cybersecurity) ແລະ ພັດທະນາບຸກຄະລາກອນດ້ານດີຈິ ຕອນ ເພື່ອຮອງຮັບການບໍລິຫານ ແລະການບັນຊາຂອງກະຊວງປ້ອງ ກັນປະເທດ ໃຫ້ມີປະສິດທິຜົນ. ໃນໂອກາດດັ່ງກ່າວ, ພັນເອກ ພູ ວຽງ ຈັນທະວົງ ໄດ້ກ່າວລາຍງານ ວ່າ: ການຮ່ວມມືຄັ້ງນີ້ ເປັນຈຸດ ເລີ່ມຕົ້ນຂອງການສຶກສາຄົ້ນຄວ້າ ຢ່າງເປັນລະບົບ ໂດຍໃຫ້ຄວາມ ສຳຄັນກັບຄວາມປອດໄພ, ການ ປົກປ້ອງຂໍມູນ, ການປະສານງານ ລະຫວ່າງສອງຝ່າຍແລະ ການພັດ ທະນາບຸກຄະລາກອນ ເພື່ອຮອງ ຮັບການນຳໃຊ້ລະບົບດີຈິຕອນໃນ ອະນາຄົດ. ທ່ານ ສຸບັນ ພັນທະວີ ໄດ້ຢືນຢັນ ວ່າ: ບໍລິສັດ ລັດວິສາຫະກິດ ລາວ- ເອເຊຍ ໂທລະຄົມ ຈະນຳຄວາມຮູ້, ເຕັກໂນໂລຊີແລະທີມງານຊ່ຽວຊານ ເຂົ້າຮ່ວມສຶກສາ ແລະ ພັດທະນາ 9 ລະບົບດີຈິຕອນບຸລິມະສິດ ປະກອບ ມີ ໂຄງລ່າງພື້ນຖານ Private Cloud, ERP, E-Office, Email, ລະບົບ SOC ແລະ ລະບົບດິຈິຕອນ ອື່ນໆ ໂດຍຂໍມູນຈະຖືກຈັດເກັບ ແລະ ບໍລິຫານພາຍ ໃນ ສປປ ລາວ ຕາມມາດຕະຖານຄວາມປອດໄພ. ໃນຕອນທ້າຍ, ພົນໂທ ສາຍໃຈ ກົມມະສິດ ໄດ້ເນັ້ນໜັກວ່າ: ການ ຮ່ວມມືລະຫວ່າງສອງຝ່າຍ ເປັນ ບາດກ້າວສຳຄັນ ໃນການຂັບເຄື່ອນ ການຫັນເປັນດີຈິຕອນ ຂອງກະ ຊວງປ້ອງກັນປະເທດ ໂດຍແນໃສ່ ສ້າງລະບົບດີຈິຕອນທີ່ເຊື່ອມໂຍງ, ມີຄວາມປອດໄພ ແລະ ຮອງຮັບ ການບໍລິຫານວຽກງານຂອງກອງ ທັບໃນຍຸກດີຈິຕອນ. ພ້ອມທັງໃຫ້ ທິດຊີ້ນຳ ແກ່ສອງຝ່າຍ ນໍາໄປຄົ້ນ ຄ້ວາ ແລະ ເປັນບ່ອນອີງ ໃນການ ຈັດຕັ້ງປະຕິບັດ ຄື: 1. ຄົ້ນຄວ້າການວາງໂຄງສ້າງແຕ່ ລະລະບົບໃຫ້ສາມາດເຊື່ອມໂຍງ ກັນໄດ້, ມີຄວາມຫມັ້ນຄົງ, ປອດໄພ ແລະ ຮັບຮອງການຂະຫຍາຍຕົວ ໃນອານາຄົດ. 2. ການຄົ້ນຄວ້າອອກແບບແຕ່ລະ ລະບົບຕ້ອງໃຫ້ຖືກຕາມພາລະບົດ ບາດ, ສິດແລະຫນ້າທີ່ຂອງແຕ່ລະ ພາກສ່ວນໃຫ້ສອດຄ່ອງກັບລັດຖະ ທໍາມະນູນ, ກົດຫມາຍແລະນິຕິກໍາ ໃຕ້ກົດຫມາຍ ຢ່າງເຂັ້ມງວດ ແລະ ມີຄວາມຮັບຜິດຊອບສູງ 3. ເອົາໃຈໃສ່ໃນການສ້າງຄວາມ ເຂັ້ມແຂງ ດ້ານໂຄງສ້າງພື້ນຖານ ເຕັກໂນໂລຊີແລະການສື່ສານ, ໂດຍ ສະເພາະແມ່ນການຈັດຕັ້ງຝຶກອົບ ຮົມສ້າງຂີດຄວາມສາມາດໃນການ ປະຕິບັດຫນ້າທີ່ວຽກງານ, ໃຫ້ແກ່ ກົງຈັກການຈັດຕັ້ງທີ່ເປັນເສນາທິ ການ ຊ່ວຍວຽກຂອງແຕ່ລະພາກ ສ່ວນ ໃຫ້ມີລະດັບຄວາມຮູ້ ແລະ ຄວາມຊໍານິຊໍານານໃນການປະຕິ ບັດຫນ້າທີ່ວຽກງານ ໂດຍສະເພາະ ແມ່ນການຍົກລະດັບຄວາມຮັບຮູ້ ການນໍາໃຊ້ແຕ່ລະລະບົບ ເຂົ້າໃນ ການຄຸ້ມຄອງ-ບັນຊາ ໃຫ້ມີປະສິດ ທິພາບປະສິດທິຜົນ.
RkJQdWJsaXNoZXIy MTc3MTYxMQ==