7329

28/07/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ຂປລ. ຄວາມດຸໝັ່ນຂະຫຍັນ ພຽນ ແລະ ການຮູ້ນຳໃຊ້ວິຊາການ ທີ່ຖືກຕ້ອງ ແມ່ນປັດໄຈສຳຄັນທີ່ ນຳໄປສູ່ຄວາມສຳເລັດໃນອາຊີບ ກະສິກຳ. ປັດຈຸບັນການຜະລິດ ກະສິກຳອິນຊີບໍ່ພຽງແຕ່ຊ່ວຍໃຫ້ ຄອບຄົວມີອາຫານທີ່ປອດໄພໄວ້ ບໍລິໂລກເທົ່ານັ້ນ ແຕ່ຍັງກາຍເປັນ ອາຊີບທີ່ສ້າງລາຍຮັບຢ່າງໝັ້ນຄົງ ໃຫ້ຄອບຄົວ. ສິ່ງນີ້, ນອກຈາກ ເປັນ ການດີຕໍ່ສຸຂະພາບ ຂອງຜູ້ຜະລິດ ແລະ ຜູ້ບໍລິໂພກໄປພ້ອມໆກັນແລ້ວ ຍັງເປັນການຮັກສາສິ່ງແວດລ້ອມ ໄປໃນໂຕຕື່ມອີກ. ດັ່ງຄອບຄົວຂອງ ທ່ານ ນາງ ຄຸນ ອົດສຸດິນຍົງ ປະຊາຊົນບ້ານ ປຸ່ງ, ຕາແສງ ທົ່ງປຸ່ງ, ເມືອງ ຫລວງນໍ້າທາ ແຂວງຫລວງນ້ຳ ທາ ແມ່ນໜຶ່ງໃນຊາວກະສິກອນ ໜຸ່ມ ທີ່ໄດ້ຕັດສິນໃຈຫັນມາຢຶດຖື ອາຊີບກະສິກຳອິນຊີ ຢ່າງເອົາຈິງ ເອົາຈັງນັບແຕ່ປີ 2016 ເປັນຕົ້ນມາ ພາຍໃຕ້ການສະໜັບສະໜູນຈາກ ໂຄງການປັບຕົວເຂົ້າກັບສະພາບ ອາກາດປ່ຽນແປງ ແລະ ເຂົ້າເຖິງ ຕະຫລາດ ເພື່ອຊາວກະສິກອນ ໜຸ່ມ ເມືອງຫລວງນໍ້າທາ, ທີ່ໄດ້ນຳ ເອົາຄວາມຮູ້ ແລະ ເຕັກນິກໃໝ່ໆ ມາພັດທະນາການປູກຝັງ. ດ້ວຍ dtly devy o-u lh k']kpIa [\A o7q 'rh v,pq d]tfa [-u ;y fdkogxa o16 j fu 0B o ເງື່ອນໄຂດັ່ງກ່າວ ປັດຈຸບັນເຮັດໃຫ້ ຄອບຄົວສາມາດຂະຫຍາຍສວນ ກະສິກຳອິນຊີໄດ້ເຖິງ 2 ຊຶ່ງກວມ ເອົາເນື້ອທີ່ທັງໝົດ 4.000 ຕາ ແມັດ. ດ້ວຍຄວາມຮັກມັກ, ອົດທົນ ເອົາໃຈໃສ່ທຸ້ມເທເຫື່ອແຮງ, ສຸມໃສ່ ພື້ນທີ່ສວນທີ່ມີ, ເພື່ອປູກພືດຜັກອິນຊີ ຫລາຍຊະນິດ ແລະ ໝູນວຽນ ອັນ ເຮັດໃຫ້ຜົນຜະລິດອອກສູ່ຕະຫລາດ ບໍ່ຂາດ ເຊັ່ນ: ຜັກກາດ, ຫອມປ້ອມ, ຜັກຊີ, ສະລັດ, ກະລໍ່າປີ, ໝາກ ເຜັດ, ໝາກເຂືອ, ຜັກບົ້ງ, ໝາກ ບວບ, ໝາກອຶ, ຜັກປັງ ແລະ ອື່ນໆ. ຍ້ອນຄຸນນະພາບຂອງຜັກ ທັງສົດ ທັງງາມ ແລະ ປອດໄພຈາກສານ ເຄມີ 100%, ຜົນຜະລິດ ຈຶ່ງເປັນທີ່ ຕ້ອງການຂອງຕະຫລາດ ສາມາດ ສ້າງລາຍຮັບໃຫ້ແກ່ຄອບ ຄົວສູງ ເຖິງ 80 ລ້ານກວ່າກີບຕໍ່ປີ. ລາຍໄດ້ ດັ່ງກ່າວກາຍເປັນທຶນຮອນສຳຄັນ ໃນການຍົກລະດັບຊີວິດການເປັນຢູ່ ຂອງຄອບຄົວໃຫ້ດີຂຶ້ນເທື່ອລະກ້າວ. ກ່າວຕື່ມວ່າຕົນເອງຍັງຈະສືບ ຕໍ່ພັດທະນາກິດຈະການຂອງຕົນ ໃຫ້ດີຂຶ້ນກວ່າເກົ່າ ໂດຍສະເພາະ ທິດທາງແຜນການໃນຕໍ່ໜ້າ ຈະສູ້ ຊົນຂະຫຍາຍເນື້ອທີ່ສວນຕື່ມອີກ 500 ຕາແມັດ ພ້ອມທັງຈະຫັນ ມາສຸມໃສ່ການເຮັດກະສິກຳແບບ ປະສົມປະສານ, ປູກໄມ້ໃຫ້ໝາກ ແລະ ຈະລົງທຶນສືບຕໍ່ການລ້ຽງສັດ ແລະ ລ້ຽງປາຕື່ມອີກ. ຄວ າ ມສ ຳ ເ ລັດຂອ ງທ່າ ນ ນາງ ຄຸນ ອົດສຸດິນຍົງ ຖືເປັນອີກ ບາດກ້າວໜຶ່ງທີ່ເກີດຂຶ້ນຈາກຄວາມ ດຸໝັ່ນ, ຄວາມຮັກມັກອາຊີບ ແລະ ການໃສ່ໃຈຕໍ່ສິ່ງແວດລ້ອມ ທີ່ເປັນ ພື້ນຖານ ອັນສຳຄັນໃນການສ້າງ ຄວາມເຂັ້ມແຂງ ໃຫ້ແກ່ເສດຖະກິດ ຄອບຄົວ ພ້ອມທັງເປັນແຮງບັນດານ ໃຈໃຫ້ແກ່ຊາວກະສິກອນໜຸ່ມຮຸ່ນຕໍ່ ໆໄປໃນພາຍໃນບ້ານກໍຄື ຊາວກະສິ ກອນ ເມືອງຫລວງນໍ້າທາຕື່ມອີກ. ltstdvoly og-n j vokdkp 0tspkp[= ]y dko9kd 16 [h ko l6 j 24 [h ko lh k'3vdkfg0Q kg4y 'dv'mb o.sh -5 ,-q o ຂປລ . ໃນສະພາບທີ່ການ ເຂົ້າເຖິງແຫລ່ງທຶນເປັນປັດໄຈ ສໍາຄັນຕໍ່ການພັດທະນາຊຸມຊົນ, ສະຫະກອນສິນເຊື່ອ ແລະ ເງິນ ຝາກປະຢັດນາກາຍ ແຂວງຄໍາ ມ່ວນ ໄດ້ພິສູດໃຫ້ເຫັນວ່າ ການ ບໍລິຫານກອງທຶນດ້ວຍຄວາມໂປ່ງ ໃສ ແລະ ການສົ່ງເສີມວິໄນການ ອອມຊັບ ສາມາດປ່ຽນເງິນອອມ ຂອງປະຊາຊົນໃຫ້ກາຍເປັນທຶນ ໝູນວຽນ ເພື່ອພັດທະນາອາຊີບ ແລະ ສ້າງລາຍຮັບໃຫ້ແກ່ຄອບຄົວ. ທ່ານ ສົມພົງ ສະຫວັນ ອໍານວຍ ການສະຫະກອນສິນເຊື່ອ ແລະ ເງິນຝາກປະຢັດນາກາຍ ໃຫ້ຮູ້ ວ່າ: ສະຫະກອນໄດ້ສ້າງຕັ້ງໃນ ປີ 2018 ໂດຍມີພະນັກງານພຽງ 7 ຄົນ ມຸ່ງໝັ້ນສ້າງໂອກາດໃຫ້ ປະຊາຊົນເຂົ້າເຖິງແຫລ່ງທຶນ ເພື່ອ ນໍາໄປພັດທະນາການຜະລິດ ແລະ ປະກອບອາຊີບ. ດ້ວຍການດໍາເນີນ ງານທີ່ຢຶດຫລັກຄວາມໂປ່ງໃສ, ປະຕິບັດຕາມລະບຽບກົດໝາຍ ແລະ ຢືດຜົນປະໂຫຍດຂອງສະມາຊິກ ເປັນສໍາຄັນ ເຮັດໃຫ້ສະຫະກອນ ໄ ດ້ ຮັ ບ ຄ ວ າ ມ ໄ ວ້ ວ າ ງ ໃ ຈ ຈາກປະຊາຊົນຢ່າງຕໍ່ເ ນື່ອງ . ປັດຈຸບັນ ສະຫະກອນມີສະມາຊິກ ຫລາຍກວ່າ 3.600 ຄົນ ມີເງິນ ອອມຊັບລວມກວ່າ 33 ຕື້ກີບ ແລະ ສາມາດຂະຫຍາຍຕາໜ່າງການ ບໍລິການຈາກ 16 ບ້ານ ມາເປັນ 24 ບ້ານ. ການຂະຫຍາຍດັ່ງກ່າວ ບໍ່ພຽງແຕ່ເຮັດໃຫ້ປະຊາຊົນເຂົ້າເຖິງ ແຫລ່ງທຶນໄດ້ສະດວກຂຶ້ນເທົ່ານັ້ນ, ແຕ່ຍັງຊ່ວຍສ້າງກົນໄກໃຫ້ເງິນອອມ ຂອງສະມາຊິກໝູນວຽນກັບຄືນສູ່ ການຜະລິດ, ການລ້ຽງສັດ, ການ ປູກພືດ ແລະ ການປະກອບທຸລະກິດ ຂະໜາດນ້ອຍພາຍໃນທ້ອງຖິ່ນ. ທ່ານ ສົມພົງ ສະຫວັນ ກ່າວ ຕື່ມວ່າ: ຜູ້ທີ່ຈະກູ້ຢືມເງິນຈາກ ສະຫະກອນ ຕ້ອງເປັນສະມາຊິກ ຂອງກອງທຶນກ່ອນ. ຫລັກການ ນີ້ ຊ່ວຍສ້າງວິໄນການອອມຊັບ ແລະ ສົ່ງເສີມໃຫ້ປະຊາຊົນຮູ້ຈັກ ການວາງແຜນທາງການເງິນ ຄຽງຄູ່ກັບການນໍາເງິນທຶນໄປຕໍ່ ຍອດອາຊີບ ແລະ ຂະຫຍາຍການ ຜະລິດ ເຮັດໃຫ້ເງິນທຶນໝູນວຽນ ຢູ່ພາຍໃນຊຸມຊົນ ແລະ ສ້າງ ລາຍຮັບໃຫ້ຄອບຄົວຢ່າງຍືນຍົງ. ການຂະຫຍາຍບໍລິການຈາກ 16 ບ້ານ ສູ່ 24 ບ້ານ ນັບເປັນອີກບາດ ກ້າວສໍາຄັນຂອງສະຫະກອນສິນ ເຊື່ອນາກາຍ ໃນການສ້າງແຫລ່ງ ທຶນໃຫ້ຊຸມຊົນ. ຢ່າງໃດກໍຕາມ, ການຮັກສາຄວາມໂປ່ງໃສ, ການ ຄຸ້ມຄອງທາງການເງິນຢ່າງເຂັ້ມ ງວດ ແລະ ການຍົກສູງຄຸນນະພາບ ການບໍລິຫານ ຈະເປັນປັດໄຈສໍາ ຄັນ ທີ່ຊ່ວຍໃຫ້ສະຫະກອນເຕີບໂຕ ຢ່າງໝັ້ນຄົງ ແລະ ສືບຕໍ່ສ້າງ ໂອກາດທາງເສດຖະກິດໃຫ້ແກ່ ປະຊາຊົນ ອັນເປັນການປະກອບ ສ່ວນຫລຸດຜ່ອນຄວາມທຸກຍາກ ແລະ ພັດທະນາຄຸນນະພາບຊີວິດ ຂອງຊຸມຊົນໃຫ້ດີຂຶ້ນ. wrry [a foE4h ;, 16 j g,n v'76 o7e glpskp 39,71 8N d;j kdu [ ຂປລ. ຜົນກະທົບຈາກໄພພິບັດ ນ້ຳຖ້ວມ ພາຍໃນເມືອງຄູນຄຳ ແຂວງຄຳມ່ວນ ໃນປີ 2026 ມີ ຄວາມເສຍຫາຍທັງໝົດ 39,71 ຕື້ກວ່າກີບ . ພ້ອມນີ້, ຄະນະ ກຳມະການຄຸ້ມຄອງໄພພິບັດຂັ້ນ ເມືອງ ໄດ້ເລັ່ງຊ່ວຍເຫລືອ ແລະ ຟື້ນຟູໃນຂະແໜງການຕ່າງໆ ທີ່ມີ ຄວາມເສຍຫາຍຫລາຍກວ່າໝູ່ແລະ ຂົງເຂດທີ່ຈຳເປັນໃນການດຳລົງ ຊີວິດປະຈຳວັນ ຂອງປະຊາຊົນ ພາຍຫລັງນ້ຳຫລຸດລົງ ເພື່ອໃຫ້ ກັບຄືນສູ່ສະພາບປົກກະຕິໂດຍໄວ. ທ່ານ ສົມຫວັງ ສຸວັນທອງ ຫົວ ໜ້າຫ້ອງການແຮງງານ ແລະ ສະ ຫວັດດີການສັງຄົມ ທັງເປັນຄະນະ ກຳມະການຄຸ້ມຄອງໄພພິບັດຂັ້ນ ເມືອງຄູນຄຳ ໄດ້ຂຶ້ນລາຍງານຜົນ ການສະຫລຸບໄພພິບັດນ້ຳຖ້ວມ ເມື່ອ ບໍ່ດົນມານີ້ ວ່າ: ເລີ່ມຕັ້ງແຕ່ວັນທີ 07-17 ກໍລະກົດ 2026, ເມືອງ ຄູນຄຳ ໄດ້ຮັບຜົນກະທົບຈາກພາຍຸ ໄມ້ສັກ ແລະ ພາຍຸບາວີ ເກີດມີຝົນ ຕົກໜັກຕິດຕໍ່ກັນຫລາຍວັນ ເຮັດໃຫ້ ເມືອງຄູນຄຳ ເກີດນ້ຳຖ້ວມເຮືອນ ຊານຂອງປະຊາຊົນ ເປັນບໍລິເວນ ກວ້າງ ຈຳນວນ 9 ບ້ານຄື: ບ້ານ ນາກາງ, ບ້ານແກ້ງ, ບ້ານມ່ວງນ້ຳ ສາງ, ບ້ານນາຄຳ, ບ້ານອໍ້, ບ້ານ ໂພນແຍງ, ບ້ານກູບ, ບ້ານກອງ ລໍ ແລະ ບ້ານຄູນມະນີ (ຄຸ້ມບ້ານ ໜອງຮາງເກົ່າ, ຄຸ້ມບ້ານໂພນທອງ ເກົ່າ), ຄອບຄົວທີ່ໄດ້ຮັບຜົນກະທົບ 1.365 ຄອບຄົວ, ມີ 6.563 ຄົນ ຍິງ 3.224 ຄົນ. ນອກນີ້, ນໍ້າຍັງ ມີຖ້ວມເນື້ອທີ່ນາຂອງປະຊາຊົນ 19 ບ້ານ ພາຍໃນເມືອງຄູນຄຳຕື່ມ ອີກ. ສ່ວນບັນດາເສັ້ນທາງພາຍໃນ ເມືອງຄູນຄຳ ກໍຖືກນ້ຳຖ້ວມເຊັ່ນ ກັນໂດຍ ຜົນເສຍຫາຍຂົງເຂດໂຍທາ ທິການ ແລະ ຂົນສົ່ງ ແມ່ນນ້ຳຖ້ວມ ເສັ້ນທາງ 8 ເສັ້ນຄື: ເສັ້ນທາງ ແຕ່ສາມແຍກບ້ານຄູນເງິນ ຫາ ບ້ານພູໝາກແໜ່ງ, ເສັ້ນທາງບ້ານ ກອງລໍ, ເສັ້ນທາງບ້ານນາຂາມຫາ ບ້ານນາເມືອງ, ເສັ້ນທາງແຕ່ບ້ານ ຜາຄ້ອງເກົ່າ ຫາບ້ານຄູນມະນີ, ເສັ້ນທາງເຂົ້າບ້ານອໍ້, ເສັ້ນທາງແຕ່ ແຍກທາງເຂົ້າແຫລ່ງທ່ອງທ່ຽວ ຕາດຟ້າ ຫາ ທາງເຂົ້າຫົວງານນ້ຳ ປາປະວັງເວີ້ ບ້ານນ້ຳສະນາມ, ຈຸດ ເສັ້ນທາງແຍກໄປແຫລ່ງທ່ອງທ່ຽວ ກະຕືບບ້ານນາ ແລະ ເຄື່ອນໄຟຟ້າ ນ້ຳຫີນບູນ (ທົ່ງລົມ), ເສັ້ນທາງ ຊື່ໄປຫາເຂື່ອນທົ່ງລົມເສັ້ນທາງກໍ ເປ່ເພ ທໍ່ລະບາຍນ້ຳຖືກຕັດຂາດ ລວມມູນຄ່າຜົນເສຍຫາຍ 38,72 ຕື້ກວ່າກີບ, ຜົນເສຍຫາຍຂົງເຂດ ກະສິກຳ ແລະ ສິ່ງແວດລ້ອມມີ: ເນື້ອທີ່ປະຊາຊົນເຮັດນາປີ 2026 ມີ 3.639 ເຮັກຕາ, ຖືກນ້ຳຖ້ວມ ທັງໝົດ 3.234 ເຮັກຕາ ໄດ້ຮັບ ຜົນເສຍຫາຍ 1.769 ເຮັກຕາ, ມີ 1.989 ຄອບຄົວ ກວມເອົາ 19 ບ້ານ ໄດ້ຮັບຜົນກະທົບ. ນອກ ນີ້, ຍັງມີສວນມັນຕົ້ນ, ສວນຢາງ ພາລາ, ຊົນລະປະທານ ແລະ ມີ ສັດລ້ຽງສູນຫາຍ ລວມມູນຄ່າ ເສຍຫາຍ 20,89 ຕື້ກວ່າກີບ. ສຳລັບຂົງເຂດສາທາລະນະສຸກ ມີ: ວິດຖ່າຍຂອງປະຊາຊົນເສຍຫາຍ 6 ໜ່ວຍ, ນ້ຳສ້າງ 18 ບໍ່ ລວມມູນຄ່າ 10 ລ້ານກີບ. ຂົງເຂດສຶກສາທິການ ແລະ ກິລາ ນ້ຳຖ້ວມໂຮງຮຽນ 7 ແຫ່ງ ມີອຸປະກອນການຮຽນ-ການ ສອນເປ່ເພຈຳນວນໜຶ່ງ ປັດຈຸບັນ ມີຂີ້ຕົມຖົມພື້ນໂຮງຮຽນ ແລະ ຝາ ຫ້ອງ ຄິດໄລ່ການອະນາໄມ ແລະ ຊື້ ອຸປະກອນມາໃຊ້ແທນຄືນໃໝ່ ມູນ ຄ່າປະມານ 13 ລ້ານກີບ. ຂົງເຂດ ທ່ອງທ່ຽວ ມີ: ແພອອກ-ເຂົ້າໃນຖ້ຳ ກອງລໍເສຍຫາຍ, ເຮືອເຫລັກ 3 ລຳ, ຕູ້ໄຟຟ້າຈົມນ້ຳ ແລະ ເຮືອນພັກໂພນ ແຍງ ເສຍຫາຍມູນຄ່າ 141 ລ້ານ ກວ່າກີບ; ຂົງເຂດໄຟຟ້າ ມີນໍ້າຖ້ວມ ໝໍ້ນັບໄຟ 76 ໜ່ວຍ ແລະ ອຸປະກອນ ເຊື່ອມຕໍ່ໄຟຟ້າຈຳນວນໝຶ່ງ ລວມມູນ ຄ່າເສຍຫາຍ 13,9 ລ້ານກວ່າກີບ.

RkJQdWJsaXNoZXIy MTc3MTYxMQ==