7329

gru j ,mt;u 7;k,lk,a d7u gxa oxb dczj o0v'x;'-q o]k;ma '-kfK @ 0j k; c]t gsfdko j 28/07/2026 xtgmf]k; ໄຂກອງປະຊຸມສະໄໝສາມັນ...ຸັ ສປປ ລາວ... ສະຫລອງ ຄົບຮອບ 30 ປີ...ົີ ເຄື່ອນໄຫວຢ້ຽມຢາມ...ື່້ ຂປລ. ກອງປະຊຸມສະໄໝສາ ມັນຂອງລັດຖະບານ ປະຈຳເດືອນ ກໍລະກົດ 2026 ໄຂຂຶ້ນໃນວັນທີ 27 ກໍລະກົດ 2026 ຢູ່ສໍານັກງານ ນາຍົກລັດຖະມົນຕີ, ພາຍໃຕ້ການ ເປັນປະທານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະ ມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າເຂົ້າຮ່ວມແບບເຊິ່ງໜ້າ; ບັນດາປະທານ, ຮອງປະທານຄະ ນະກຳມະການປົກຄອງນະຄອນ ຫລວງວຽງຈັນ ແລະ ບັນດາແຂວງ ເຂົ້າຮ່ວມຜ່ານລະບົບກອງປະຊຸມ ທາງໄກ ເພື່ອຮັບຟັງ ແລະ ປະກອບ ຄຳເຫັນຕໍ່ການລາຍງານສະພາບ ພົ້ນເດັ່ນປະຈຳເດືອນກໍລະກົດ ແລະ ທິດທາງແຜນວຽກຈຸດສຸມປະຈຳ ເດືອນສິງຫາ 2026. ກອງປະຊຸມໄດ້ໄຂຂຶ້ນໃນທ່າມ ກາງບັນຍາກາດທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວບັນດາເຜົ່າ ກຳລັງຂຸ້ນຂ້ຽວຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ແຜນພັດທະນາເສດຖະ ກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X ແລະ ຢູ່ໃນໄລຍະກະກຽມວຽກ ງານຮອບດ້ານ ເພື່ອຍົກລະດັບວຽກ ງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກເປັນວາລະ ແຫ່ງຊາດ. ຄຽງຄູ່ກັນນັ້ນ, ກໍໃນ ທ່າມກາງທີ່ສະພາບການພາກພື້ນ ແລະ ສາກົນ ຍັງສືບຕໍ່ເຄັ່ງຮ້ອນ, ສັບສົນ ແລະ ຄາດຄະເນໄດ້ຍາກ ເປັນຕົ້ນບັນຫາຂໍ້ຂັດແຍ່ງຢູ່ເຂດ ຕາເວັນອອກກາງ, ບັນຫາອູແກຣນ, ບັນຫາທະເລຈີນໃຕ້, ບັນຫາຄວາມ ເຄັ່ງຕຶງຢູ່ປະເທດໃກ້ຄຽງ ແລະ ອື່ນໆ ຊຶ່ງສົ່ງຜົນກະທົບເຮັດໃຫ້ສະ ພາບເສດຖະກິດໂລກທີ່ມີຄວາມ ຫຍຸ້ງຍາກຢູ່ແລ້ວນັ້ນ ຍິ່ງຈະສືບຕໍ່ ເພີ່ມຄວາມຜັນຜວນ ແລະ ມີຜົນ ກະທົບເປັນວົງກວ້າງຕື່ມ. ສໍາລັບ ປະເທດລາວເຮົາກໍໄດ້ຮັບຜົນກະທົບ ຈາກສະພາບດັ່ງກ່າວ ໂດຍສະເພາະ ຫາກສະພາບຍັງສືບຕໍ່ຍືດເຍື້ອຕໍ່ໄປ ອາດຈະເຮັດໃຫ້ລາຄານ້ຳມັນເຊື້ອ ໄຟສູງຂຶ້ນ, ເຮັດໃຫ້ຕົ້ນທຶນການ ນຳເຂົ້າ, ການຂົນສົ່ງ, ການຜະລິດ ແລະ ການບໍລິການພາຍໃນປະເທດ ສູງຂຶ້ນ. ພ້ອມກັນນັ້ນ, ການຜັນຜວນ ຂອງອັດຕາແລກປ່ຽນຈາກການ ແຂງຄ່າຂອງເງິນຕາຕ່າງປະເທດ ແລະ ຜົນກະທົບຈາກໄພພິບັດທຳ ມະຊາດອາດຈະສົ່ງຜົນໃຫ້ລາຄາ ສິນຄ້ານຳເຂົ້າສູງຂຶ້ນ, ກະທົບຕໍ່ຄ່າ ຄອງຊີບ, ກຳລັງຊື້, ຕົ້ນທຶນຂອງ ພາກທຸລະກິດ ແລະ ຊີວິດການເປັນ ຢູ່ຂອງປະຊາຊົນ. ສະນັ້ນ, ຕ້ອງໄດ້ ມີມາດຕະການຮັບມືແກ້ໄຂແຕ່ຫົວ ທີໃຫ້ທັນການເພື່ອບໍ່ໃຫ້ກະທົບ ຮ້າຍແຮງຕໍ່ຊີວິດການເປັນຢູ່ຂອງ ປະຊາຊົນ, ພະນັກງານ-ລັດຖະກອນ ແລະ ການພັດທະນາເສດຖະກິດສັງຄົມຂອງປະເທດເຮົາ. ກອງປະຊຸມຈະໄດ້ດຳເນີນເປັນ ເວລາ 2 ວັນ ໂດຍຈະໄດ້ພ້ອມກັນ ຄົ້ນຄວ້າ, ປຶກສາຫາລື, ປະກອບ ຄຳເຫັນ ແລະ ພິຈາລະນາຕໍ່ບັນດາ ຫົວຂໍ້ທີ່ສໍາຄັນ ຄື: ລາຍງານສະພາບ ພົ້ນເດັ່ນ ແລະ ວຽກງານຈຸດສຸມ ຮີບດ່ວນຈໍານວນໜຶ່ງຄື: ການປະ ຕິບັດວຽກຈຸດສຸມພົ້ນເດັ່ນປະຈໍາ ເດືອນກໍລະກົດ ແລະ ທິດທາງແຜນ z6h cmo]k; g0Q kIj ;,dv'xt-5 ,]a f4t,q o8u 8j k'xtgmf 0v[dkoIj ;,,n c,j oE0v'{puj x5j o 7A 'mu 17 ຂປລ. ເມື່ອບໍ່ດົນມານີ້, ທີ່ນະ ຄອນຫລວງມະນີລາ, ປະເທດຟີ ລິບປິນ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະ ເທດ ແຫ່ງ ສປປ ລາວ ໄດ້ນໍາພາ ຄະນະເຂົ້າຮ່ວມກອງປະຊຸມລັດຖະ ມົນຕີຕ່າງປະເທດຂອບການຮ່ວມມື ແມ່ນໍ້າຂອງ-ຍີ່ປຸ່ນ (MekongJapan Cooperat ion ຫລື MJC) ຄັ້ງທີ 17 ໂດຍການເປັນ ປະທານຮ່ວມຂອງທ່ານ Le Hoai Trung ລັດຖະມົນຕີກະຊວງການ ຕ່າງປະເທດ ແຫ່ງ ສສ ຫວຽດນາມ ແລະທ່ານMOTEGI Toshimitsu ລັດຖະມົນຕີກະຊວງການຕ່າງປະ ເທດ ແຫ່ງ ຍີ່ປຸ່ນ ຊຶ່ງຈັດຂຶ້ນຄຽງ ຄູ່ກັບກອງປະຊຸມລັດຖະມົນຕີຕ່າງ ປະເທດອາຊຽນ ຄັ້ງທີ 59 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ. ກອງປະຊຸມດັ່ງກ່າວ ມີລັດຖະ ມົນຕີຕ່າງປະເທດ ແລະ ຫົວໜ້າ ຄະນະຜູ້ແທນຈາກປະເທດສະມາ ຊິກຂອບການຮ່ວມມືແມ່ນໍ້າຂອງຍີ່ປຸ່ນ ປະກອບດ້ວຍ: ກຳປູເຈຍ, ສປປ ລາວ, ມຽນມາ, ໄທ, ຫວຽດ ນາມ ແລະ ຍີ່ປຸ່ນ ເຂົ້າຮ່ວມເພື່ອທົບ ທວນຄືນໝາກຜົນ ແລະ ຄວາມ ຄືບໜ້າຂອງການຮ່ວມມືລະຫວ່າງ ບັນດາປະເທດສະມາຊິກແມ່ນ້ຳ ຂອງ ແລະ ຍີ່ປຸ່ນ ໃນໄລຍະຜ່ານມາ ໂດຍສະເພາະການຈັດຕັ້ງປະຕິບັດ ບັນດາແຜນງານ ແລະ ບັນດາໂຄງ ການຕ່າງໆທີ່ນອນຢູ່ໃນແຜນຍຸດທະ ສາດຂອບການຮ່ວມມືແມ່ນໍ້າຂອງຍີ່ປຸ່ນ 2024 ຊຶ່ງໄດ້ນໍາຜົນສໍາເລັດທີ່ ເປັນຮູບປະທໍາໃນຫລາຍຂົງເຂດບຸລິ ມະສິດເປັນຕົ້ນການພັດທະນາດ້ານ ພື້ນຖານໂຄງລ່າງທີ່ມີຄຸນນະພາບ, ການຫັນປ່ຽນດ້ານດີຈິຕອນ, ການ ພັດທະນາສີຂຽວ, ການຫລຸດຜ່ອນ ຄວາມສ່ຽງຈາກໄພພິບັດ, ການ ພັດທະນາຊັບພະຍາກອນມະນຸດ ແລະ ການແລກປ່ຽນລະຫວ່າງປະ ຊາຊົນ. ຜົນສໍາເລັດດັ່ງກ່າວ, ເປັນ ການປະກອບສ່ວນເຂົ້າໃນການພັດ ທະນາເສດຖະກິດ-ສັງຄົມ ແລະ ການປັບປຸງຊີວິດການເປັນຢູ່ຂອງ ປະຊາຊົນໃນພາກພື້ນໃຫ້ດີຂຶ້ນເປັນ ກ້າວໆ, ພ້ອມທັງປະກອບສ່ວນເຂົ້າ ໃນການຈັດຕັ້ງປະຕິບັດແຜນແມ່ບົດ ເຊື່ອມຈອດຂອງອາຊຽນ ແລະ ແລວ ເສດຖະກິດຕາເວັນອອກ-ຕາເວັນ ຕົກໄດ້ເປັນຢ່າງດີ. ພ້ອມດຽວກັນ, ກອງປະຊຸມຍັງໄດ້ຮ່ວມກັນປຶກສາ ຫາລື ແລະ ວາງທິດທາງແຜນການ ໃນຕໍ່ໜ້າລວມທັງແຜນການຈັດກອງ ປະຊຸມສຸດຍອດຂອບການຮ່ວມມື ແມ່ນໍ້າຂອງ-ຍີ່ປຸ່ນ ຄັ້ງທີ 13 ຄຽງ ຄູ່ກັບກອງປະຊຸມສຸດຍອດອາຊຽນ ໃນທ້າຍປີ 2026. ໃນໂອກາດນີ້,ທ່ານທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະ ເທດ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ໝາກຜົນຂອງ ການຮ່ວມມືພາຍໃຕ້ຂອບການຮ່ວມ ມືແມ່ນ້ຳຂອງ-ຍີ່ປຸ່ນ ຕະຫລອດໄລ ຍະຜ່ານມາ ຊຶ່ງໄດ້ປະກອບສ່ວນ ອັນສຳຄັນເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມໃນພາກພື້ນ ແມ່ນໍ້າຂອງ ກໍຄື ຂອງ ສປປ ລາວ. ພ້ອມດຽວກັນ, ກໍໄດ້ສະເໜີບາງ ທິດທາງ ແລະ ແຜນການຮ່ວມມື ໃນຕໍ່ໜ້າ ໂດຍເນັ້ນໜັກການຮ່ວມມື ໃນຂົງເຂດບຸລິມະສິດ ຄື: ການ ພັດທະນາການເຊື່ອມໂຍງດ້ານພື້ນ ຖານໂຄງລ່າງ, ການພັດທະນາສີ ຂຽວ, ການຫັນປ່ຽນດ້ານດິຈີຕອນ ແລະ ນະວັດຕະກຳ, ການພັດທະນາ ຊັບພະຍາກອນມະນຸດ, ແລະ ການ ສົ່ງເສີມການມີສ່ວນຮ່ວມຂອງພາກ ເອກະຊົນໃນການຂັບເຄື່ອນການພັດ ທະນາຂອງອະນຸພາກພື້ນ. ທ່ານ ຍັງໄດ້ຢືນຢັນຄວາມໝາຍໝັ້ນຂອງ ສປປ ລາວ ໃນການຮ່ວມມືຢ່າງໃກ້ ຊິດກັບຍີ່ປຸ່ນ ແລະ ບັນດາປະເທດ ສະມາຊິກແມ່ນ້ຳຂອງ ເພື່ອເຮັດໃຫ້ ຂອບການຮ່ວມມືMJC ເປັນກົນໄກ ການພັດທະນາທີ່ມີຄວາມຍືນຍົງ, ກວມລວມ ແລະ ສາມາດຮັບມືກັບ ຄວາມທ້າທາຍໃໝ່ໆຂອງພາກພື້ນ ແລະ ຂອງໂລກໄດ້. ກອງປະຊຸມໄດ້ຮັບຊາບເອກະ ສານສໍາຄັນ 1 ສະບັບ ຄື: ຖະແຫລງ ການຂອງປະທານຮ່ວມກອງປະຊຸມ (Co-Chairs’ Statement) ແລະ ອັດລົງດ້ວຍບັນຍາກາດແຫ່ງ ມິດຕະພາບ, ຄວາມເຂົ້າໃຈ ແລະ ຄວາມຕັ້ງໃຈຮ່ວມກັນທີ່ຈະສືບຕໍ່ ພັດທະນາຂອບການຮ່ວມມືແມ່ນ້ຳ ຂອງ-ຍີ່ປຸ່ນ ໃຫ້ມີຄວາມເຂັ້ມແຂງ ແລະ ເກີດຜົນປະໂຫຍດຢ່າງເປັນ ຮູບປະທຳຕໍ່ປະຊາຊົນຂອງພາກພື້ນ. ແຂວງຈຳປາສັກ ໄດ້ລົງເຄື່ອນໄຫວ ຢ້ຽມຢາມ, ເຮັດວຽກ ແລະ ພົບປະ ໂອ້ລົມກັບຄະນະພັກ, ອົງການປົກ ຄອງເມືອງໂຂງ, ຄະນະກຳມະການ ປົກຄອງຕາແສງ, ກຳລັງປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ ແລະ ພໍ່ແມ່ປະຊາຊົນຢູ່ຕາແສງກະດັນ ເມືອງໂຂງ ແຂວງຈຳປາສັກ. ໂອກາດດັ່ງກ່າວ, ທ່ານນາຍົກ ລັດຖະມົນຕີ ໄດ້ຮັບຟັງບົດລາຍງານ ໂດຍຫຍໍ້ກ່ຽວກັບການຈັດຕັ້ງປະ ຕິບັດແຜນພັດທະນາເສດຖະກິດສັງຄົມ, ວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບ ແລະ ການ ເຄື່ອນໄຫວວຽກງານບໍລິການຂອງ ຕາແສງກະດັນ ໂດຍທ່ານໄດ້ສະ ແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນ ງານທີ່ຍາດມາໄດ້ເປັນຕົ້ນແມ່ນການ ຮັກສາໄດ້ຄວາມສະຫງົບ-ຄວາມ ເປັນລະບຽບຮຽບຮ້ອຍ, ການຊຸກຍູ້ ການຜະລິດກະສິກຳ, ການເກັບລາຍ ຮັບ, ການຂະຫຍາຍພື້ນຖານໂຄງ ລ່າງ, ໄຟຟ້າ, ການສຶກສາ, ສາທາ ລະນະສຸກ ແລະ ການທ່ອງທ່ຽວ. ພ້ອມນີ້, ທ່ານນາຍົກລັດຖະມົນຕີ ໄດ້ໃຫ້ທິດຊີ້ນໍາບາງວຽກງານຈຸດ ສຸມ ເພື່ອສືບຕໍ່ພັດທະນາຕາແສງກະ ດັນໃຫ້ເຂັ້ມແຂງ ຄື: ຕ້ອງເພີ່ມທະ ວີການສຶກສາອົບຮົມການເມືອງແນວຄິດ, ສ້າງຄວາມສາມັກຄີທົ່ວ ປວງຊົນ ແລະ ເພີ່ມສະຕິລະວັງ ຕົວຕໍ່ກົນອຸບາຍເພີ່ມທະວີການທຳ ລາຍຄວາມສະຫງົບພາຍໃນ; ຮັກ ສາຄວາມສະຫງົບຕາມບໍລິເວນ ຊາຍແດນ, ສຸມໃສ່ຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການແກ້ ໄຂບັນຫາຢາເສບຕິດ, ສະກັດກັ້ນ ປະກົດການຫຍໍ້ທໍ້ ແລະ ເຂັ້ມງວດ ເມື່ອບໍ່ດົນຜ່ານມາຢູ່ບາງກອກ, ລາຊະອານາຈັກໄທ, ມີບັນດາຜູ້ ກໍ່ຕັ້ງ, ຄະນະສະພາບໍລິຫານ ແລະ ຄະນະປະຈຳສະຖາບັນແມ່ນ້ຳຂອງ, ບັນດາເອກອັກຄະລັດຖະທູດ, ຜູ້ ຕາງໜ້າຈາກພາກລັດ ແລະ ພາກ ເອກະຊົນຂອງບັນດາປະເທດອະນຸ ພາກພື້ນແມ່ນໍ້າຂອງ, ລວມທັງບັນ ດາຄູ່ຮ່ວມພັດທະນາ ແລະ ອົງການ ຈັດຕັ້ງສາກົນເຂົ້າຮ່ວມ. ໃນນັ້ນ, ຄະນະຜູ້ແທນ ສປປ ລາວ ນໍາໂດຍ ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຂົ້າຮ່ວມ. ໂ ອ ກ າ ດ ດັ່ງ ກ່ າ ວ , ທ່ າ ນ ສົມສະຫວາດ ເລັ່ງສະຫວັດ ໃນນາມ ຕາງໜ້າລັດຖະບານ ແຫ່ງ ສປປ ລາວ ທີ່ໄດ້ຮ່ວມລົງນາມໃນກົດບັດ ສະຖາບັນແມ່ນໍ້າຂອງ ໃນປີ 2003, ໄດ້ຂຶ້ນກ່າວຄໍາເຫັນຊົມເຊີຍໂດຍ ໄດ້ຫວນຄືນເຖິງບົດບາດຄວາມສໍາ ຄັນຂອງສະຖາບັນແມ່ນໍ້າຂອງ ໃນ ຖານະເປັນອົງການຈັດຕັ້ງລະຫວ່າງ ລັດຖະບານຂອງປະເທດອະນຸພາກ ພື້ນແມ່ນໍ້າຂອງ, ໄດ້ຊົມເຊີຍໝາກ ຜົນແຫ່ງການເຕີບໃຫຍ່ຂະຫຍາຍ ຕົວຢ່າງມີຄຸນນະພາບຂອງສະຖາ ບັນແມ່ນໍ້າຂອງ ແລະ ບັນດາຜົນ ສຳເລັດອັນພົ້ນເດັ່ນທີ່ສ້າງມາໄດ້ ຕະຫລອດໄລຍະ 3 ທົດສະວັດ ຜ່ານ ມາ ໂດຍສະເພາະການປະກອບ ສ່ວນສໍາຄັນເຂົ້າໃນການພັດທະນາ ຊັບພະຍາກອນມະນຸດໃນຂະແໜງ ກະສິກໍາ, ການຄ້າ, ການລົງທຶນ, ພະ ລັງງານ, ສິ່ງແວດ ລ້ອມ, ສາທາລະ ນະສຸກ, ດີຈິຕອນ ແລະ ຄົມມະນາ ການປະຈຳເດືອນສິງຫາ 2026 ຂອງລັດຖະບານ, ສະພາບພົ້ນເດັ່ນ ພາກພື້ນ ແລະ ສາກົນ, ວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບ, ການແກ້ໄຂບັນຫານໍ້າມັນ ເຊື້ອໄຟ; ຜົນການຄົ້ນຄວ້າປັບປຸງ ບັນຊີກິດຈະການຄວບຄຸມກົດໝາຍ ວ່າດ້ວຍການສົ່ງເສີມການລົງທຶນ; ຄວາມຄືບໜ້າຂອງບັນດາຮ່າງ ກົດໝາຍທີ່ຈະນຳເຂົ້າຜ່ານກອງ ປະຊຸມສະໄໝສາມັນເທື່ອທີ 2 ຂອງ ສະພາແຫ່ງຊາດ ຊຸດທີ X; ຮ່າງມະ ຕິວ່າດ້ວຍການພັດທະນາຊັບພະຍາ ກອນມະນຸດທີ່ມີຄຸນນະພາບຕອບ ສະໜອງການພັດທະນາໃນເງື່ອນ ໄຂໃໝ່; ຮ່າງກົດໝາຍວ່າດ້ວຍການ ປົກປ້ອງເງິນຝາກ; ຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ; ຮ່າງກົດໝາຍວ່າດ້ວຍນາຍທະຫານ ກອງທັບປະຊາຊົນລາວ. ໃນໂອກາດດັ່ງກ່າວ, ທ່ານ ນາຍົກລັດຖະມົນຕີ ໄດ້ຮຽກຮ້ອງ ມາຍັງບັນດາທ່ານສະມາຊິກລັດຖະ ບານ ແລະ ບັນດາທ່ານທີ່ເຂົ້າຮ່ວມ ກອງປະຊຸມພ້ອມກັນເອົາໃຈໃສ່ຄົ້ນ ຄວ້າ ແລະ ປະກອບຄໍາເຫັນຢ່າງ ເລິກເຊິ່ງ, ແທດກັບສະພາບຄວາມ ເປັນຈິງຂອງແຕ່ລະບັນຫາດ້ວຍ ການສະເໜີທັດສະນະຢ່າງກົງໄປ ກົງມາ, ກະທັດຮັດ, ມີຈຸດສຸມ, ມີ ທາງອອກທີ່ຈະແຈ້ງ, ເຮັດໃຫ້ຜົນ ຂອງກອງປະຊຸມຄັ້ງນີ້ໄດ້ຮັບການ ຈັດຕັ້ງປະຕິບັດຢ່າງເປັນຮູບປະທໍາ ແລະ ມີປະສິດທິຜົນສູງ. ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ. ສະກັດກັ້ນການລັກລອບຕັດໄມ້-ທໍາ ລາຍປ່າ ແລະ ຂຸດຄົ້ນແຮ່ທາດທີ່ ຜິດກົດໝາຍ; ສົ່ງເສີມການຜະລິດ ກະສິກຳ-ລ້ຽງສັດ ເພື່ອເປັນສິນຄ້າ ຕາມທິດເສດຖະກິດເອກະລາດ ເປັນເຈົ້າຕົນເອງ (ສອຈ), ສ້າງ ຄອບຄົວ-ກຸ່ມຕົວແບບ, ສືບຕໍ່ແກ້ໄຂ ຄວາມທຸກຍາກ, ປັບປຸງກອງທຶນ ພັດທະນາບ້ານ, ຈັດສັນເຂດທີ່ຢູ່ ອາໄສ-ຜະລິດ ແລະ ຍົກລະດັບ ການບໍລິການທ່ອງທ່ຽວຜູກພັນກັບ ຜະລິດຕະພັນ ODOP; ແກ້ໄຂ ບັນຫາເດັກປະລະການຮຽນ ແລະ ຈັດສັນຄູສອນໃຫ້ພຽງພໍ; ຍົກລະດັບ ການບໍລິການຢູ່ສຸກສາລາ-ໂຮງໝໍ, ປະຕິບັດ 11 ຕົວຊີ້ວັດ ແລະ ສັກ ຢາວັກຊິນ; ຕິດຕາມການຜັນແປ ຂອງນໍ້າຂອງ ແລະ ກະກຽມຄວາມ ພ້ອມຊ່ວຍເຫລືອປະຊາຊົນຫາກເກີດ ອຸທົກກະໄພ; ປັບປຸງລະບົບໂທລະ ໂຄ່ງປະຈຳຕາແສງ ແລະ ບ້ານ ເພື່ອ ແຈ້ງຂ່າວສານຢ່າງທົ່ວເຖິງ; ປັບປຸງ ກົນໄກບໍລິຫານລັດຜ່ານລະບົບປະຕູ ດຽວ (One-Stop Service) ແລະ ຝຶກອົບຮົມຍົກລະດັບຄວາມຮູ້- ຄວາມສາມາດໃຫ້ບຸກຄະລາກອນ ຂັ້ນຕາແສງ ແລະ ບ້ານ. ຕອນທ້າຍ, ທ່ານນາຍົກລັດຖະ ມົນຕີ ໄດ້ສະແດງຄວາມເຊື່ອໝັ້ນວ່າ ຄະນະພັກ, ອົງການປົກຄອງ ແລະ ປະຊາຊົນຊາວເມືອງໂຂງ ກໍຄື ຕາ ແສງກະດັນ ຈະສາມາດຂ້າມຜ່ານ ຄວາມຫຍຸ້ງຍາກ, ສ້າງຕາແສງກະ ດັນໃຫ້ກາຍເປັນທ້ອງຖິ່ນທີ່ໝັ້ນຄົງ, ຮັ່ງມີ ແລະ ປະຊາຊົນມີຄວາມຢູ່ດີ ກິນດີ. ຂ່າວ-ພາບ: ພຸດທະສິນ ວົງວິໄລທອງ ຄົມຂົນສົ່ງໃຫ້ແກ່ບັນດາປະເທດໃນ ພາກພື້ນແມ່ນໍ້າຂອງ ລວມທັງ ສປປ ລາວ ຢ່າງຕໍ່ເນື່ອງຕະຫລອດມາ, ພ້ອມທັງໄດ້ສະແດງຄວາມຂອບ ໃຈຕໍ່ທຸກພາກສ່ວນທີ່ກ່ຽວຂ້ອງ ຂອງບັນດາປະເທດອະນຸພາກພື້ນ ແມ່ນໍ້າຂອງ, ຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງສາກົນ ທີ່ໄດ້ຊ່ວຍ ຊຸກຍູ້ການຈັດຕັ້ງປະຕິບັດວຽກງານ ຂອງສະຖາບັນແມ່ນໍ້າຂອງ ເພື່ອສະ ໜັບສະໜູນການພັດທະນາແບບຍືນ ຍົງ ແລະ ທົ່ວເຖິງຂອງພາກພື້ນ. ພ້ອມກັນນີ້, ທ່ານ ສົມບູນ ສີຫານາດ ຫົວໜ້າກົມເສດຖະກິດ, ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໃນນາມປະທານສະພາ ບໍລິຫານງານສະຖາບັນແມ່ນໍ້າຂອງ ໄດ້ກ່າວຕ້ອນຮັບໃນງານສະເຫລີມ ສະຫລອງດັ່ງກ່າວ ໂດຍໄດ້ຍົກໃຫ້ ເຫັນເປົ້າໝາຍລວມຂອງການສ້າງ ຕັ້ງສະຖາບັນແມ່ນໍ້າຂອງ, ຜົນສຳ ເລັດອັນສໍາຄັນທີ່ສ່ອງແສງໃຫ້ເຫັນ ເຖິງຖານະບົດບາດຂອງສະຖາບັນ ແມ່ນໍ້າຂອງ ໄດ້ນັບມື້ນັບສູງເດັ່ນ ຂຶ້ນໃນເວທີພາກພື້ນ ແລະ ສາກົນ, ພ້ອມທັງໄດ້ຊຸກຍູ້ໃຫ້ສະຖາບັນ ແມ່ນໍ້າຂອງ ສືບຕໍ່ເສີມຂະຫຍາຍ ໝາກຜົນຕ່າງໆທີ່ຜ່ານມາ ແລະ ໃຫ້ສາມາດຮັບມືກັບສິ່ງທ້າທາຍ ໃນປັດຈຸບັນ ແລະ ອະນາຄົດເພື່ອ ສືບຕໍ່ຍົກສູງຂີດຄວາມສາມາດໃຫ້ ແກ່ຊັບພະຍາກອນມະນຸດ, ຊຸກຍູ້ ການແລກປ່ຽນສົນທະນາລະດັບ ພາກພື້ນທາງດ້ານນະໂຍບາຍ ແລະ ຄວາມຮູ້ວິຊາການ ແລະ ສົ່ງເສີມ ການຮ່ວມມື ແລະ ການເຊື່ອມໂຍງ ພາກພື້ນໃຫ້ກວ້າງຂວາງກວ່າເກົ່າ ໂດຍສະເພາະການຈັດຕັ້ງປະຕິບັດ ແຜນຍຸດທະສາດຂອງສະຖາບັນ ແມ່ນໍ້າຂອງ ໄລຍະປີ 2026-2030 ໃຫ້ບັນລຸຜົນສໍາເລັດ ແລະ ນໍາຜົນ ປະໂຫຍດຕົວຈິງມາສູ່ພາກພື້ນແມ່ ນໍ້າຂອງ. ນອກຈາກນີ້, ທ່ານ ສຸຣະກຽດ ສະຖຽນໄທ ອະດີດຮອງນາຍົກ ລັດຖະມົນຕີ ແຫ່ງ ລາຊະອານາຈັກ ໄທ ໃນນາມຕາງໜ້າລັດຖະບານ ແຫ່ງ ລາຊະອານາຈັກໄທ ທີ່ໄດ້ຮ່ວມ ລົງນາມໃນກົດບັດສະຖາບັນແມ່ນໍ້າ ຂອງ ກໍໄດ້ຂຶ້ນກ່າວຄໍາເຫັນຊົມເຊີຍ ເຊັ່ນດຽວກັນ ແລະ ທ່ານ ເຕດ ບຸນນາກ ອະດີດລັດຖະມົນຕີກະຊວງ ການຕ່າງປະເທດ ແຫ່ງ ລາຊະ ອານາຈັກໄທ, ທີ່ປຶກສາກິຕິມະສັກ ສະພາບໍລິຫານງານສະຖາບັນແມ່ ນໍ້າຂອງ ໄດ້ໃຫ້ກຽດກ່າວເປີດງານ ສະເຫລີມສະຫລອງດັ່ງກ່າວ. ທັງ ສອງທ່ານລ້ວນແລ້ວແຕ່ແມ່ນ ເພື່ອນຮ່ວມງານທີ່ດີຂອງທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໃນໄລຍະເຄື່ອນໄຫວວຽກ ງານການພົວພັນຕ່າງປະເທດ ໄລຍະ ຜ່ານມາລະຫວ່າງ ສປປ ລາວ ແລະ ລາຊະອານາຈັກໄທ ທັງໃນຂອບ ສອງຝ່າຍ ແລະ ຫລາຍຝ່າຍ. ຂອງພາຄີສົນທິສັນຍາໄມຕີຈິດ ແລະ ການຮ່ວມມືໃນອາຊີຕາເວັນ ອອກສຽງໃຕ້ ຊຶ່ງເປັນໜຶ່ງໃນກິດ ຈະກຳເພື່ອສະເຫລີມສະຫລອງ ຄົບຮອບ 50 ປີ ແຫ່ງການສ້າງ ຕັ້ງສົນທິສັນຍາດັ່ງກ່າວ. ກອງ ປະຊຸມແບ່ງອອກເປັນ 3 ພາກຍ່ອຍ ຄື: ການປ້ອງກັນຂໍ້ຂັດແຍ່ງ ແລະ ການທູດປ້ອງກັນເຫດ, ການເພີ່ມ ທະວີການຮ່ວມມືດ້ານຄວາມໝັ້ນ ຄົງທາງທະເລ ແລະ ການເພີ່ມທະ ວີການຮ່ວມມືເພື່ອຮັບມືກັບໄພຂົ່ມຂູ່ ແລະ ສີ່ງທ້າທາຍຕ່າງໆ ທີ່ອາດ ເກີດຂຶ້ນ ເປັນຕົ້ນອາຊະຍາກໍາຂ້າມ ຊາດ, ການສໍ້ໂກງຫລອກລວງທາງ ອອນລາຍ, ການຄ້າຢາເສບຕິດ ແລະ ການຄ້າມະນຸດ, ໄພພິບັດ ທາງທໍາມະຊາດ ແລະ ອື່ນໆ ຊຶ່ງ ຄະນະຜູ້ແທນລາວ ໄດ້ເຂົ້າຮ່ວມ ກ່າວຄໍາເຫັນໃນກອງປະຊຸມລະດັບ ສູງດັ່ງກ່າວ ໃນພາກທີ 3. ການ ຈັດກອງປະຊຸມລະດັບສູງຂອງ ພາຄີສົນທິສັນຍາໄມຕີຈິດ ແລະ ການຮ່ວມມືໃນອາຊີຕາເວັນອອກ ສ່ຽງໃຕ້ ຄັ້ງນີ້ຍັງເປັນການຢໍ້າຄືນ ຄວາມໝາຍຄວາມສຳຄັນຂອງ ສົນທິສັນຍາດັ່ງກ່າວ ທີ່ໄດ້ເປັນ ເອກະສານພື້ນຖານສຳຄັນ ປະກອບ ສ່ວນເຂົ້າໃນການສົ່ງເສີມການ ຮ່ວມມືໃນພາກພື້ນ ແລະ ໃນໂລກ, ສົ່ງເສີມສັນຕິພາບ ແລະ ແກ້ໄຂຂໍ້ ຂັດແຍ່ງໂດຍສັນຕິວິທີ. ພ້ອມນີ້, ໃນ ພາກສົນທະນາຍ່ອຍຕ່າງໆບັນດາ ປະເທດພາຄີຂອງສົນທິສັນຍາ ໄມຕີຈິດ ແລະ ການຮ່ວມມືໃນ ອາຊີຕາເວັນອອກສ່ຽງໃຕ້ ໄດ້ຢໍ້າ ຄືນການຍຶດໝັ້ນຫລັກການພື້ນຖານ ຂອງສົນທິສັນຍາ ກໍຄື ການເຄົາລົບ ອຳນາດອະທິປະໄຕ ແລະ ຜືນ ແຜ່ນດິນອັນຄົບຖ້ວນ, ການບໍ່ແຊກ ແຊງກິດຈະການພາຍໃນຂອງກັນ ແລະ ກັນ, ແກ້ໄຂຂໍ້ຂັດແຍ່ງໂດຍ ສັນຕິວິທີ, ບໍ່ໃຊ້ການຂົ່ມຂູ່ ຫລື ໃຊ້ ກຳລັງ ແລະ ການຮ່ວມມືເພື່ອການ ພັດທະນາຂອງພາກພື້ນ.

RkJQdWJsaXNoZXIy MTc3MTYxMQ==