28/07/2026 xtgmf]k; 4 *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ gsfdko c]t dkora fa mtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ເດັກນ້ອຍທີ່ໄດ້ຮັບການ...ັ້ີ່້ັ ລົດໄຟຟ້າລຸ້ນໃໝ່...ົຸ້້່ ບັນຫາຂີ້ເຫຍື້ອຕົກຄ້າງ...ັີ້ື້ົ້ ສໍາມະນາຊຸກຍູ້ສົ່ງເສີມ...ໍຸູ້ົ່ີ ຂປລ. ລົດໄຟຟ້າ 100%ລຸ້ນໃໝ່ ອໍນິວໂອລາ 5 ເອັດຢູວີ (All-new ORA 5 SUV) ມີວາງຈຳໜ່າຍ ແລ້ວໃນຕະຫລາດ ສປປ ລາວ ຊຶ່ງ ພິທີນຳສະເໜີລົດຍີ່ຫໍ້ດັ່ງກ່າວ ຈັດ ຂຶ້ນໃນວັນທີ 25 ກໍລະກົດ 2026 ຢູ່ຫ້ອງຂາຍລົດ GWM ບ້ານໂພນ ທັນ ເມືອງໄຊທານີ ນະຄອນຫລວງ ວຽງຈັນ ໂດຍມີຜູ້ບໍລິຫານຂອງ ບໍລິສັດໂອໂຕເອເຊຍ, ພ້ອມດ້ວຍ ພາກສ່ວນກ່ຽວຂ້ອງ ແລະ ແຂກຖືກ ເຊີນເຂົ້າຮ່ວມ. ທ່ານ ນາງ ສົມປະສົງ ພະສິນ ສັກສິດ ຜູ້ຈັດການທົ່ວໄປບໍລິສັດ ໂອໂຕເອເຊຍ ໄດ້ກ່າວວ່າ: Great Wall Motor (GWM) ແມ່ນໜຶ່ງ ໃນຜູ້ຜະລິດລົດຊັ້ນນຳທີ່ມີປະສົບ ການຍາວນານດ້ານການພັດທະນາ ປະເທດເຫລົ່ານັ້ນ ສາມາດກຳນົດ ອາຍຸຂັ້ນຕໍ່າໃນການເຮັດວຽກໄດ້ ຕໍ່າກວ່າ 18 ປີ. ສຳລັບ ສປປ ລາວ ແມ່ນກຳນົດເອົາ 14 ປີ, ແຕ່ຕ້ອງມີ ຂອບເຂດການເຮັດວຽກສະເພາະ ເປັນຕົ້ນ ແມ່ນເວລາເຮັດວຽກ, ວຽກ ທີ່ບໍ່ອະນຸຍາດໃຫ້ເຮັດໄດ້ເຊັ່ນວຽກ ອັນຕະລາຍ ແລະ ອື່ນໆ ທີ່ມີຜົນ ກະທົບຕໍ່ພັດທະນາການທາງດ້ານ ຮ່າງກາຍ, ຈິດໃຈ ແລະ ການສຶກສາ ຮຽນຮູ້ຂອງເດັກ. ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະຊວງແຮງງານ 22 ລ້ານເທື່ອຄົນໃນ 5 ປີຕໍ່ ໜ້າ. ຄາດໝາຍດັ່ງກ່າວ ກໍມີຄວາມ ທ້າທາຍຫລາຍໃນເງື່ອນໄຂທີ່ສະ ພາບການສາກົນຍັງບໍ່ທັນມີຄວາມ ແນ່ນອນ ໂດຍສະເພາະບັນຫາໃນ ຕາເວັນອອກກາງ, ໄພທຳມະຊາດ, ບັນຫາເສດຖະກິດ-ການເມືອງໃນ ຫລາຍຂົງເຂດທີ່ຍັງມີຄວາມເຄັ່ງ ຕຶງ ຊຶ່ງອາດເປັນສາເຫດກະທົບຕໍ່ ການເດີນທາງທ່ອງທ່ຽວໃນຕໍ່ໜ້າ. ວຽກງານການສົ່ງເສີມຕະຫລາດ ການທ່ອງທ່ຽວຖືເປັນວຽກງານ ທີ່ສໍາຄັນຂອງຂະແໜງການທ່ອງ ທ່ຽວມີບົດບາດເປັນສື່ກາງໃນການ ນໍາສະເໜີການທ່ອງທ່ຽວ ແລະ ການໂຄສະນາເຜີຍເເຜ່ເເນວທາງ ນະໂຍບາຍຂອງພັກ ແລະ ຜົນສໍາ ເລັດໃນການພັດທະນາເສດຖະກິດສັງຄົມເເຫ່ງຊາດ ໃຫ້ແກ່ສັງຄົມ ລາວໄດ້ຮັບຮູ້, ເຂົ້າໃຈຢ່າງເລິກເຊິ່ງ. ນອກຈາກນີ້, ຍັງໄດ້ເປັນກຳລັງ ຍູ້ແຮງທີ່ສໍາຄັນໃນການໂຄສະນາ ບັນດາແຫລ່ງທ່ອງທ່ຽວທາງດ້ານ ວັດທະນະທຳ, ທຳມະຊາດ, ປະຫວັດ ສາດ ເເລະ ກະສິກຳຢ່າງຕໍ່ເນື່ອງ. ການສໍາມະນາມື້ນີ້ ພວກເຮົາ ຈະໄດ້ພ້ອມກັນຮັບຟັງການນໍາສະ ເໜີນະໂຍບາຍການສົ່ງເສີມຕະ ຫລາດການທ່ອງທ່ຽວຂອງ ສປປ ລາວ ລວມທັງແຜນການໂຄສະນາ ສົ່ງເສີມການທ່ອງທ່ຽວໃນຕໍ່ໜ້າ, ຊຶ່ງກົມສົ່ງເສີມການຕະຫລາດການ ທ່ອງທ່ຽວຈະນໍາມາສະເໜີ ແລະ ລະດົມແນວຄວາມຄິດໃນການຈັດ ຕັ້ງປະຕິບັດ ຊຶ່ງຄໍາຄິດເຫັນຂອງ ພາກທຸລະກິດຈະເປັນປະໂຫຍດທີ່ ສຸດສໍາລັບການກໍານົດນະໂຍບາຍ ເນື່ອງຈາກວ່າທຸລະກິດເປັນຜູ້ຮູ້ດີວ່າ ນັກທ່ອງທ່ຽວຕ້ອງການຫຍັງ, ພວກ ເຮົາຄວນຕອບສະໜອງຫຍັງໃຫ້ ສອດຄ່ອງກັບຄວາມຕ້ອງການ ແລະ ຖືກຕ້ອງຕາມລະບຽບກົດໝາຍຂອງ ປະເທດເຮົາ. ພ້ອມນີ້, ຍັງຈະເປັນ ຈຸດເລີ່ມຕົ້ນບຸກທະລຸແຕ່ຫົວທີໃນ ການລົງມືຈັດຕັ້ງປະຕິບັດຕົວຈິງ, ການມີສ່ວນຮ່ວມລະຫວ່າງພາກ ລັດ-ພາກທຸລະກິດຖືເປັນກຸນແຈສໍາ ຄັນໃນການເຮັດວຽກງານສົ່ງເສີມ ຕະຫລາດການທ່ອງທ່ຽວ, ຖ້າຫາກ ພວກເຮົາຮ່ວມກັນວາງແຜນຢ່າງ ດີເລືອກຕະຫລາດ, ຕັ້ງເປົ້າໝາຍ, ກຳນົດວິທີການ, ແບ່ງຄວາມຮັບ ຜິດຊອບທີ່ຊັດເຈນອັນໃດເປັນພາ ລະຂອງພາກລັດ ອັນໃດເປັນພາລະ ຂອງພາກທຸລະກິດເຊື່ອວ່າລັດຖະ ບານ ແລະ ຄູ່ຮ່ວມພັດທະນາຈະເຫັນ ໄດ້ຄວາມສໍາຄັນ ແລະ ພ້ອມທີ່ຈະ ສະໜັບສະໜູນທາງດ້ານວິຊາການ ແລະ ງົບປະມານ. ຂ່າວ: ກົມສົ່ງເສີມຕະຫລາດການ ທ່ອງທ່ຽວ; ພາບ: ອ່າຍຄຳ ສຳພາດຕໍ່ນັກຂ່າວສຳນັກຂ່າວສານ ປະເທດລາວ ໃນວັນທີ 27 ກໍລະກົດ 2026 ນີ້ວ່າ: ສາເຫດທີ່ພາໃຫ້ເກີດ ມີສະພາບຂີ້ເຫຍື້ອຕົກຄ້າງຕາມຈຸດ ຕ່າງໆໃນຕົວເມືອງແມ່ນເກີດຈາກ ຫລາຍສາເຫດເປັນຕົ້ນດ້ານບໍລິສັດ ຜູ້ປະກອບການ ຊຶ່ງເປັນພາກສ່ວນ ຮັບຜິດຊອບໂດຍກົງຕໍ່ການເກັບ ມ້ຽນ ແລະ ຂົນສົ່ງຂີ້ເຫຍື້ອ, ຍັງມີ ບາງບໍລິສັດທີ່ຂີດຄວາມສາມາດ ດ້ານການບໍລິການຍັງບໍ່ທັນເຂັ້ມ ແຂງເທົ່າທີ່ຄວນເປັນຕົ້ນພາຫະນະ ເປ່ເພ, ຂາດແຄນແຮງງານ ແລະ ອື່ນໆ ເຮັດໃຫ້ການເກັບມ້ຽນ ແລະ ຂົນສົ່ງຂີ້ເຫຍື້ອຢູ່ບາງເຂດບໍ່ສາມາດ ດຳເນີນໄດ້ຕາມແຜນ ແລະ ເກີດ ມີຫາງສຽງຈົ່ມວ່າຈາກສັງຄົມຕໍ່ ການບໍລິການເປັນແຕ່ລະໄລຍະ. ຂະນະດຽວກັນ, ປະຊາຊົນ ແລະ ພາກສ່ວນຜະລິດຂີ້ເຫຍື້ອຈຳນວນ ໜຶ່ງຍັງບໍ່ເຂົ້າເຮັດສັນຍາເກັບມ້ຽນ ຂີ້ເຫຍື້ອ, ອີກທັງຍັງມີການສວຍ ໂອກາດລັກຖິ້ມຂີ້ເຫຍື້ອຊະຊາຍ ຕາມສະຖານທີ່ຕ່າງໆ, ຖິ້ມຕາມດິນ ເປົ່າຫວ່າງ, ຮ່ອງລະບາຍນ້ຳ ແລະ ແມ່ນ້ຳລຳເຊ, ລວມເຖິງການຈູດ ເຜົາຂີ້ເຫຍື້ອ. ນອກນັ້ນ, ການເຮັດ ສັນຍາເກັບມ້ຽນບາງກໍລະນີຍັງບໍ່ ສອດຄ່ອງກັບປະລິມານຂີ້ເຫຍື້ອທີ່ ຜະລິດຂຶ້ນຕົວຈິງ. ດ້ານພື້ນຖານ ໂຄງລ່າງ ແລະ ເສັ້ນທາງໃນບາງ ເຂດກໍເປັນອີກປັດໄຈໜຶ່ງທີ່ສົ່ງຜົນ ກະທົບຕໍ່ການເຂົ້າບໍລິການເກັບ ມ້ຽນ ແລະ ຂົນສົ່ງຂີ້ເຫຍື້ອ. ພ້ອມນີ້, ການໂຄສະນາເຜີຍແຜ່ນິຕິກຳ ແລະ ລະບຽບການວ່າດ້ວຍການຄຸ້ມຄອງ ແລະ ກຳຈັດຂີ້ເຫຍື້ອໃນ ນວ ຍັງ ບໍ່ທັນກວ້າງຂວາງ ແລະ ທົ່ວເຖິງ. ສ່ວນສະພາບການດ້ານເສດຖະກິດ, ອັດຕາເງິນເຟີ້, ລາຄານ້ຳມັນເຊື້ອ ໄຟທີ່ສູງຂຶ້ນ ແລະ ການຂາດແຄນ ແຮງງານຍັງເປັນສິ່ງທ້າທາຍທີ່ສົ່ງ ຜົນຕໍ່ຕົ້ນທຶນ ແລະ ປະສິດທິພາບໃນ ວຽກງານເກັບມ້ຽນ ແລະ ຂົນສົ່ງ ຂີ້ເຫຍື້ອ. ສຳລັບມາດຕະການແກ້ໄຂ, ນະ ຄອນຫລວງວຽງຈັນ ໄດ້ກຳນົດ ແຜນຂະຫຍາຍຍຸດທະສາດ ແລະ ແຜນດຳເນີນງານການຄຸ້ມຄອງຂີ້ ເຫຍື້ອແບບຍືນຍົງແຕ່ປີ 20212030, ພ້ອມທັງມີຂໍ້ຕົກລົງເຈົ້າ ຄອງນະຄອນຫລວງວຽງຈັນ ວ່າ ດ້ວຍການຄຸ້ມຄອງ ແລະ ກຳຈັດຂີ້ ເຫຍື້ອໃນນະຄອນຫລວງວຽງຈັນ ສສກ ຮ່ວມກັບລັດຖະບານ...່ັັ ສຶກສາທິການ ແລະ ກິລາ ແລະ ທ່ານ ນາງ ເບັນນິຕາ ຊໍາເມີວິວ ຮອງ ເອກອັກຄະລັດຖະທູດອົດສະຕຣາລີ ປະຈໍາລາວ, ມີຄະນະກົມກະຊວງ ສຶກສາທິການ ແລະ ກິລາ, ສະມາຊິກ ສະຫະພັນແມ່ຍິງລາວ, ອົງການ ຈັດຕັ້ງມະຫາຊົນ, ຜູ້ອຳນວຍການ ບັນດາສຳນັກຂ່າວ ແລະ ສື່ມວນ ຊົນເຂົ້າຮ່ວມ. ໂອກາດນີ້,ທ່ານນາງດາລາວອນ ກິດຕິພັນ ໄດ້ຍົກໃຫ້ເຫັນເ ຖິງ ຄວາມສຳຄັນຂອງການຮ່ວມມື ເພື່ອສົ່ງເສີມຄວາມສະເໝີພາບ ຍິງ-ຊາຍ ແລະ ການປົກປ້ອງເດັກ ວ່າ: ການຈັດງານຄັ້ງນີ້, ຍັງເປັນ ວາລະ ເພື່ອຍໍ້າເຖິງຄວາມສຳຄັນ ຂອງວຽກງານຄວາມສະເໝີພາບ ຍິງ-ຊາຍ ແລະ ການປົກປ້ອງເດັກ ແມ່ນຄວາມຮັບຜິດຊອບຂອງທຸກ ຄົນ. ສິ່ງດັ່ງກ່າວ, ເປັນສ່ວນໜຶ່ງ ຂອງການປະຕິບັດປະຈໍາວັນໃນ ໂຮງຮຽນ, ໃນສະຖາບັນ ແລະ ໃນ ວິທີທີ່ພວກເຮົາເຮັດວຽກຮ່ວມກັນ ເພື່ອອະນາຄົດຂອງເດັກທຸກຄົນ. ການຮ່ວມມືນີ້, ສະທ້ອນໃຫ້ເຫັນ ເຖິງຄວາມມຸ່ງໝັ້ນຂອງກະຊວງ ສຶກສາທິການ ແລະ ກິລາ ໃນການ ຫັນນະໂຍບາຍໄປສູ່ການຈັດຕັ້ງ ປະຕິບັດຍ້ອນການມີເຄື່ອງມືທີ່ໃຊ້ໄດ້ ຈິງ, ການຮ່ວມມືທີ່ເຂັ້ມແຂງ ແລະ ຄວາມຮັບຮູ້ຂອງຄົນໃນສັງຄົມທີ່ ເພີ່ມຂຶ້ນ. ພວກເຮົາຂໍສະແດງຄວາມ ຂອບໃຈຕໍ່ການສະໜັບສະໜູນ ຢ່າງຕໍ່ເນື່ອງຂອງອົດສະຕຣາລີ ຕໍ່ວຽກງານບຸລິມະສິດທີ່ສຳຄັນ ເຫລົ່ານີ້. ທ່ານ ນາງ ເບັນນິຕາ ຊຳເມີວິວ ກໍໄດ້ກ່າວວ່າ: ລັດຖະບານອົດສະ ຕຣາລີ ມີຄວາມພາກພູມໃຈທີ່ໄດ້ຢືນ ຢູ່ຄຽງຂ້າງກະຊວງສຶກສາທິການ ແລະ ກິລາ ໃນການສະໜັບສະ ໜູນວຽກງານການປົກປ້ອງເດັກ, ຄວາມສະເໝີພາບຍິງ-ຊາຍ ແລະ ຄວາມເປັນຜູ້ນຳຂອງແມ່ຍິງໃນ ຂະແໜງການສຶກສາ. ສິ່ງທີ່ເຮັດ ໃຫ້ການຮ່ວມມືນີ້ມີຄຸນຄ່າຫລາຍບໍ່ ພຽງແຕ່ໄລຍະເວລາການຮ່ວມມື ທີ່ມີມາຍາວນານ, ແຕ່ຍ້ອນຄວາມ ສາມາດຫັນປ່ຽນໃຫ້ໂຮງຮຽນ ແລະ ຊຸມຊົນເຫັນໄດ້ເຖິງຄຸນຄ່າທີ່ສຳຄັນ ຂອງວຽກງານທີ່ໄດ້ຮ່ວມມືກັນ ພັດທະນາ. ພ້ອມນີ້, ສື່ມວນຊົນຈາກຂັ້ນ ສູນກາງ, ທ້ອງຖິ່ນຂອງກະຊວງ ສຶກສາທິການ ແລະ ກິລາ ແລະ ສື່ ມວນຊົນຈາກຫລາຍພາກສ່ວນ ໄດ້ເຂົ້າຮ່ວມຝຶກອົບຮົມ ເພື່ອເສີມ ສ້າງຄວາມເຂົ້າໃຈຂອງກ່ຽວກັບ ການລາຍງານຂ່າວທີ່ມີຄວາມຮັບ ຜິດຊອບສູງ, ການປົກປ້ອງເດັກ, ການຖ່າຍພາບ ແລະ ການຖ່າຍວິດີ ໂອເດັກຢ່າງປອດໄພລວມເຖິງການ ສື່ສານທີ່ສົ່ງເສີມຄວາມສະເໝີພາບ ຍິງ-ຊາຍ. ການຝຶກອົບຮົມໄດ້ ເນັ້ນໜັກເຖິງບົດບາດສຳຄັນຂອງ ສື່ມວນຊົນທີ່ມີອິດທິພົນຕໍ່ການ ປ່ຽນແປງພຶດຕິກຳ ແລະ ການເຜີຍ ແຜ່ຂໍ້ຄວາມທີ່ວ່າໂຮງຮຽນທີ່ປອດ ໄພແມ່ນສິ່ງຈຳເປັນເພື່ອຊຸກຍູ້ສະ ຫວັດດີພາບ, ການມີສ່ວນຮ່ວມ, ແລະ ສະຫວັດດີການສັງຄົມ ໄດ້ ຖະແຫລງຂ່າວໃນໂອກາດວັນຕ້ານ ການນຳໃຊ້ແຮງງານເດັກສາກົນ 12 ມິຖຸນາ ໂດຍຍົກໃຫ້ເຫັນວ່າ: ບັນຫາແຮງງານເດັກແມ່ນເປັນ ບັນຫາລະດັບໂລກ ຊຶ່ງອົງການ ແຮງງານສາກົນ ໄດ້ຮຽກຮ້ອງ ໃຫ້ບັນດາປະທດສະມາຊິກຕ້ອງ ໄດ້ສູ້ຊົນ ເພື່ອບັນລຸເປົ້າໝາຍໃນ ການລຶບລ້າງການນຳໃຊ້ແຮງງານ ເດັກໃຫ້ສຳເລັດນັບແຕ່ປີ 2016 ຜ່ານມາ ແຕ່ຍັງບໍ່ສາມາດບັນລຸໄດ້ ຍົກຕົວຢ່າງ: ອີງຕາມຂໍ້ມູນຂອງ ອົງການແຮງງານສາກົນ (ILO) ໃນປີ 2024 ຍັງພົບວ່າໃນທົ່ວໂລກ ມີເດັກເຮັດວຽກທີ່ເຂົ້າຂ່າຍເປັນ ແຮງງານເດັກ 137,6 ລ້ານຄົນ ເທົ່າກັບ 7,8% ຂອງເດັກໃນທົ່ວ ໂລກ. ໃນນີ້ ມີເດັກທີ່ເຮັດວຽກອັນ ຕະລາຍ 54 ລ້ານຄົນ, ຂົງເຂດ ອາຊີ-ປາຊີຟິກ ມີແຮງງານເດັກ 27,7 ລ້ານຄົນ, ເດັກທີ່ເຮັດວຽກ ອັນຕະລາຍ 18,1 ລ້ານຄົນ. ສໍາລັບ ສປປ ລາວ ຜົນການສໍາຫລວດຫລ້າ ສຸດໃນປີ 2022 ພົບວ່າຈາກເດັກ ອາຍຸ5-17ປີຈໍານວນ1.724.340 ຄົນ ແມ່ນມີ 172.422 ຄົນ ເຮັດ ວຽກ ເ ຂົ້າຂ່າຍ ເ ປັນແຮງງານ ເດັກ, ທຽບໃສ່ການສຳຫລວດປີ 2010 ເຖິງວ່າຈະຫລຸດລົງແຕ່ກໍ ຫລຸດບໍ່ຫລາຍເຊັ່ນການສຳຫລວດ ປີ 2010 ພົບວ່າມີແຮງງານເດັກ 178.014 ຄົນຈາກເດັກ 1,7 ລ້ານ ຄົນ ສະແດງວ່າຫລຸດລົງພຽງແຕ່ 42.769 ຄົນ ຫລື ເທົ່າກັບ 2,4% ເທົ່ານັ້ນ. ສະແດງວ່າການບັນລຸຕົວ ເລກຄາດໝາຍຍັງເປັນສິ່ງທ້າທາຍ ສູງຢູ່ສຳລັບປະເທດພວກເຮົາ. ຕໍ່ບັນຫາດັ່ງກ່າວ, ພັກ ແລະ ລັດຖະບານໄດ້ໃຫ້ຄວາມສໍາຄັນ ແລະ ເອົາໃຈໃສ່ຢ່າງຈິງຈັງໃນການ ພັດທະນາ ແລະ ປົກປ້ອງເດັກ, ທັງ ນີ້ກໍຍ້ອນເຫັນໄດ້ວ່າເດັກເປັນຊັບ ພະຍາກອນອັນລໍ້າຄ່າຂອງຊາດ, ເປັນຜູ້ສືບທອດພາລະກິດໃນການ ສ້າງສາພັດທະນາປະເທດຊາດ ຢ່າງແທ້ຈິງ. ໂດຍເຫັນໄດ້ຄວາມ ສໍາຄັນດັ່ງກ່າວ, ໃນໄລຍະຜ່ານມາ, ໄດ້ສ້າງນະໂຍບາຍ, ຍຸດທະສາດ, ກົດໝາຍ, ລະບຽບການຕ່າງໆ ຫລາຍສະບັບແນໃສ່ການປົກປ້ອງ ແລະ ຄຸ້ມຄອງເດັກນ້ອຍ. ພ້ອມກັນ ນັ້ນ, ກໍໄດ້ມີກົນໄກເພື່ອຈັດຕັ້ງ ປະຕິບັດຍຸດທະສາດ, ແຜນງານ ແລະ ນິຕິກຳ ເພື່ອລຶບລ້າງການນຳ ໃຊ້ແຮງງານເດັກ. ໃນລະດັບພາກ ພື້ນ, ລະດັບສາກົນ ລັດຖະບານ ກໍໄດ້ ໃຫ້ການຮ່ວມມື ແລະ ເຂົ້າຮ່ວມການ ເຄື່ອນໄຫວວຽກງານກ່ຽວກັບເດັກ ຢ່າງເປັນປົກກະຕິ ໂດຍການໄດ້ເຂົ້າ ເປັນພາຄີຂອງສົນທິສັນຍາສາກົນ, ໃນປີ 1991 ໄດ້ໃຫ້ສັດຕະຍາບັນຕໍ່ ສົນທິສັນຍາວ່າດ້ວຍສິດທິເດັກຂອງ ອົງການສະຫະປະຊາຊາດ. ຕໍ່ກັບ ດ້ານແຮງງານໃນປີ 2005 ກໍໄດ້ ໃຫ້ສັດຕະຍາບັນຕໍ່ສົນທິສັນຍາຂອງ ອົງການແຮງງານສາກົນ ເລກທີ 138 ວ່າດ້ວຍອາຍຸຕໍ່າສຸດຂອງການ ເຮັດວຽກ ແລະ ເລກທີ 182 ວ່າ ດ້ວຍການຫ້າມ ແລະ ດໍາເນີນການ ລຶບລ້າງການໃຊ້ແຮງງານເດັກໃນ ຮູບແບບທີ່ຮ້າຍແຮງດັ່ງທີ່ກ່າວມາ ຂ້າງເທິງ. ໃນປີ 2013 ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ກໍໄດ້ ມີການປັບປຸງກົດໝາຍວ່າດ້ວຍ ແຮງງານ ແລະ ໃນປີ 2014 ກໍໄດ້ ມີການຮັບຮອງ ແລະ ປະກາດໃຊ້ ແຜນງານແຫ່ງຊາດເພື່ອປ້ອງກັນ ແລະ ລຶບລ້າງການນໍາໃຊ້ແຮງງານ ເດັກ ໄລຍະ 2014-2020, ນອກ ນັ້ນວຽກງານກ່ຽວກັບການລຶບ ລ້າງການນຳໃຊ້ແຮງງານເດັກກໍ ນອນຢູ່ໃນແຜນພັດທະນາວຽກງານ ແຮງງານ ແລະ ສະຫວັດດີການ ສັງຄົມ; ແຜນງານສົ່ງເສີມວຽກທີ່ມີ ຄຸນຄ່າ ແລະ ເປັນທຳສຳລັບ ສປປ ລາວ ໄລຍະ 2017-2021; ແຜນ ພັດທະນາວຽກງານການສຶກສາ ແລະ ກິລາ; ແຜນຍຸດທະສາດແຫ່ງ ຊາດວ່າດ້ວຍວຽກແມ່ ແລະ ເດັກ ລວມທັງແຜນພັດທະນາເສດຖະ ກິດ-ສັງຄົມແຫ່ງຊາດຂອງລັດຖະ ບານໃນແຕ່ລະໄລຍະ ແລະ ອື່ນໆ. ເນື້ອແທ້ຂອງຄໍາວ່າແຮງງານ ເດັກ, ເປັນຫຍັງຈຶ່ງມີການຫ້າມ ບໍ່ໃຫ້ມີການນຳໃຊ້ແຮງງານເດັກ ເພາະການຫ້າມບໍ່ໃຫ້ມີແຮງງານ ເດັກຢູ່ໃນໂລກນີ້ ບໍ່ໄດ້ໝາຍຄວາມ ວ່າຫ້າມບໍ່ໃຫ້ເດັກນ້ອຍເຮັດວຽກ ໂດຍສະເພາະແມ່ນເດັກນ້ອຍທີ່ມີ ອາຍຸຍັງບໍ່ຮອດ 18 ປີ ເພາະໃນສະ ພາບ ແລະ ເງື່ອນໄຂຕົວຈິງຂອງ ປະເທດບໍ່ວ່າທາງດ້ານເສດຖະກິດ, ວັດທະນະທຳ-ສັງຄົມ, ລວມເຖິງ ຮີດຄອງປະເພນີຂອງແຕ່ລະປະເທດ ມັນເປັນໄປບໍ່ໄດ້ທີ່ຈະໄປຫ້າມເດັດ ຂາດບໍ່ໃຫ້ເດັກເຮັດວຽກໄດ້. ເພາະ ສະນັ້ນ, ຕ້ອງເຂົ້າໃຈວ່າການນຳ ໃຊ້ແຮງງານເດັກແມ່ນໝາຍເຖິງ ການນຳໃຊ້ ຫລື ການໃຫ້ເດັກທີ່ ມີອາຍຸຕ່ຳກວ່າ 18 ປີ ເຮັດວຽກ ທີ່ຂັດກັບກົດໝາຍ ແລະ ລະບຽບ ການຂອງປະເທດ ໂດຍສະເພາະ ແມ່ນກົດໝາຍວ່າດ້ວຍແຮງງານ ເຊັ່ນ: ໃຫ້ເດັກເຮັດວຽກລ່ວງເວລາ ຫລື ເກີນກວ່າ 8 ຊົ່ວໂມງຕໍ່ວັນ, ເຮັດວຽກໃນຂະແໜງການທີ່ເປັນ ອັນຕະລາຍ ເຊັ່ນ: ຂະແໜງການ ກໍ່ສ້າງ, ບໍ່ແຮ່, ເຮັດວຽກກັບສານ ເຄມີ, ເຮັດວຽກທີ່ພົວພັນກັບສິ່ງມຶນ ເມົາ, ການພະນັນ ແລະ ອື່ນໆ ທີ່ມີຜົນ ກະທົບຕໍ່ສຸຂະພາບຮ່າງກາຍ ແລະ ຈິດໃຈຂອງເດັກ. ນອກຈາກນັ້ນ, ແຮງງານເດັກແມ່ນການເອົາເດັກ ທີ່ອາຍຸຕໍ່າກວ່າເກນອາຍຸທີ່ກົດໝາຍ ກຳນົດ ເຊັ່ນ ຕໍ່າກວ່າ 14 ປີ ໄປ ເຮັດວຽກທີ່ບໍ່ແມ່ນວຽກທີ່ອະນຸຍາດ ຫລື ບໍ່ແມ່ນວຽກເບົາລວມທັງເຮັດ ວຽກແບບເປັນແມ່ບ້ານ, ຄົນສວນ ໃຫ້ແກ່ຄອບຄົວຜູ້ອື່ນ. ສຳລັບເດັກ ເຮັດວຽກຊ່ວຍຄອບຄົວເຊັ່ນ: ວຽກ ໃນຄົວເຮືອນ, ໃນຊີວິດປະຈຳວັນ ຫລື ການໄປເຮັດວຽກຫາເງິນຊ່ວຍ ຄອບຄົວແບບຊົ່ວຄາວໃນຊ່ວງພັກ ພາກຮຽນ, ຊ່ວຍທຸລະກິດຄອບຄົວ ໃນແຕ່ລະວັນ ໂດຍບໍ່ມີຜົນກະທົບຕໍ່ ການສຶກສາ, ຕໍ່ພັດທະນາການທາງ ດ້ານຮ່າງກາຍ ແລະ ຈິດໃຈຂອງ ເດັກຈະບໍ່ຖືວ່າເປັນແຮງງານເດັກ. ການແກ້ໄຂບັນຫາແຮງງານ ເດັກ ຖ້າເຮັດພຽງລໍາພັງແຕ່ພາກ ສ່ວນໃດພາກສ່ວນໜຶ່ງແມ່ນຈະບໍ່ ສາມາດແກ້ໄຂໄດ້ໃນເວລາອັນສັ້ນ. ເພາະສະນັ້ນ, ທຸກພາກສ່ວນໃນສັງ ຄົມທັງພາກລັດ, ພາກເອກະຊົນ, ຊຸມຊົນ, ສັງຄົມ ແລະ ຄອບຄົວຂອງ ເດັກລວມທັງບັນດາປະເທດຕ່າງໆ ໃນທົ່ວໂລກ, ອົງການຈັດຕັ້ງສາກົນ ແລະ ອົງການຈັດຕັ້ງທາງສັງຄົມ ຕ່າງໆ ຕ້ອງໄດ້ເພີ່ມທະວີການຮ່ວມ ມືກັນຢ່າງໃກ້ຊິດ ເພື່ອຊ່ວຍເຫລືອ ຊຶ່ງກັນ ແລະ ກັນ, ແລກປ່ຽນຄວາມ ຮູ້, ປະສົບການ ແລະ ຊັບພະຍາກອນ ແນໃສ່ບັນລຸເປົ້າໝາຍຂອງການລຶບ ລ້າງບໍ່ໃຫ້ມີບັນຫາແຮງງານເດັກ ໂດຍສະເພາະແມ່ນບັນຫາແຮງງານ ເດັກໃນຮູບແບບທີ່ຮ້າຍແຮງ ນັ້ນໃຫ້ ໝົດໄປຢ່າງຊີ້ນເຊີງ. ຂ້າພະເຈົ້າຄິດ ວ່າຢູ່ ສປປ ລາວ ພ້ອມແລ້ວທີ່ຈະ ປະຕິບັດພັນທະ ແລະ ໜ້າທີ່ຂອງ ຕົນໃນການຈັດຕັ້ງປະຕິບັດບັນດາ ມາດຕະການທີ່ກຳນົດໄວ້ໃນແຜນ ງານແຫ່ງຊາດ, ກົດໝາຍ ແລະ ລະບຽບການຕ່າງໆ ໃຫ້ມີປະສິດທິ ພາບ ເພື່ອເຮັດໃຫ້ເດັກໄດ້ມີໂອກາດ ໄດ້ເຂົ້າຮັບການສຶກສາຫລາຍຂຶ້ນ ຫລື ຖ້າຈຳເປັນຕ້ອງໄດ້ເຮັດວຽກ ກໍຕ້ອງແມ່ນວຽກທ່ີມີຄວາມປອດ ໄພ, ມີຄຸນຄ່າ, ເປັນທໍາ ແລະ ມີລາຍ ໄດ້ທີ່ເໝາະສົມຕາມທີ່ກໍານົດໄວ້ໃນ ກົດໝາຍ ແລະ ລະບຽບການຕ່າງໆ ຂອງປະເທດ. *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ການເຂົ້າຮຽນເປັນປະຈຳແລະການ ຮຽນຮູ້ຂອງເດັກ. ຂ່າວ: ຢ່າຕົ່ງ ເຕັກໂນໂລຊີລົດພະລັງງານໃໝ່. ສຳລັບຍີ່ຫໍ້ ຫລື ແບຣນ ORA ໄດ້ ຖືກພັດທະນາຂຶ້ນເພື່ອນຳສະເໜີ ລົດພະລັງງານທາງເລືອກໃໝ່ ທີ່ ປະສົມປະສານການອອກແບບທີ່ ທັນສະໄໝ, ເຕັກໂນໂລຊີອັດສະລິ ຍະ ແລະ ມາດຕະຖານຄວາມປອດ ໄພລະດັບໂລກ. ການນຳສະເໜີ All-new ORA 5 SUV ເຂົ້າ ສູ່ຕະຫລາດລາວ ເປັນອີກທາງ ເລືອກໃໝ່ໃຫ້ແກ່ຜູ້ບໍລິໂພກ ໂດຍ ສະເພາະຜູ້ທີ່ສົນໃຈລົດໄຟຟ້າ, ມັກ ການອອກແບບທີ່ເປັນເອກະລັກ ແລະ ຕ້ອງການລົດທີ່ປະຢັດ ແລະ ເປັນມິດຕໍ່ສິ່ງແວດລ້ອມ. ຈຸດເດັ່ນຂອງ ORA 5 ລົດ ຮຸ່ນນີ້ ມາພ້ອມມໍເຕີໄຟຟ້າກຳລັງ 150 ກິໂລວັດ ແລະ ແຮງບິດ 260 ນິວຕັນແມັດ, ຕິດຕັ້ງແບັດ ເຕີຣີ Lithium Iron Phosphate (LFP) ຂະໜາດ 58,3 ກິໂລ ວັດໂມງ, ສາມາດຂັບຂີ່ໄດ້ໄກເຖິງ 520 ກິໂລແມັດ ຕາມມາດຕະຖານ NEDC, ລົດຮອງຮັບການສາກ ໄຟດ່ວນ DC ສູງສຸດ 120 ກິໂລ ວັດ ແລະ ສາມາດສາກຈາກ 1080% ໄດ້ພາຍໃນ 30 ນາທີ. ຕົວ ລົດຮັບປະກັນ 4 ປີ ຫລື 150.000 ກິໂລແມັດ, ມໍເຕີ ແລະ ແບັດເຕີຣີ ຮັບປະກັນ 8 ປີຕໍ່ 150.000 ກິໂລແມັດ. ດ້ານການອອກແບບ ORA 5 ເນັ້ນການປະສົມປະສານແບບ ຍ້ອນຍຸກ (ສະໄຕຄລາສສິກ) ແລະ ຄວາມທັນສະໄໝດ້ວຍຮູບຊົງທີ່ ລຽບຫລູ, ໂດດເດັ່ນ, ພາຍໃນ ແລະ ນອກລົດອອກແບບເນັ້ນຄວາມລຽບ ຫລູ, ສວຍງາມ ແລະ ການໃຊ້ງານ ທີ່ສະດວກ ພ້ອມເຕັກໂນໂລຊີທີ່ ທັນສະໄໝ, ມີຈໍສະແດງຜົນກາງ ຂະໜາດ 14,6 ນິ້ວ ຮອງຮັບລະບົບ ສັ່ງງານດ້ວຍສຽງ, ມີເມນູພາສາ ໄທ ແລະ ຮອງຮັບການອັບເດດລະ ບົບແບບໄຮ້ສາຍ. ລາຄາເລີ່ມຕົ້ນ 19.990 ໂດລາສະຫະລັດ, ສຳລັບ ລູກຄ້າທີ່ຈັບຈອງໃນໄລຍະນີ້ ຈະໄດ້ ຮັບຂອງແຖມຫລາຍລາຍການ ຊຶ່ງ ລາຍລະອຽດສາມາດຕິດຕໍ່ພະແນກ ຂາຍ GWM Laos. ຂ່າວ: ທະນູທອງ; ພາບ: ຂັນໄຊ ຊຶ່ງໃນໄລຍະຜ່ານມາ, ຫ້ອງການ ຄບຕ ໄດ້ຮ່ວມກັບພາກສ່ວນກ່ຽວ ຂ້ອງຈັດໂຄສະນາເຜີຍແຜ່ນິຕິກຳ ດັ່ງກ່າວ ໃນ 9 ເມືອງ ໂດຍມີບັນດາ ຫ້ອງການອ້ອມຂ້າງເມືອງ, ນາຍ ບ້ານ ແລະ ເລຂາພັກບ້ານ ເຂົ້າຮ່ວມ ທັງໝົດ 673 ຄົນ. ພ້ອມນີ້, ຍັງໄດ້ ສົມທົບກັບຄະນະໂຄສະນາອົບຮົມ ນະຄອນຫລວງ ໃນການເຜີຍແຜ່ ນິຕິກຳຜ່ານສື່ຕ່າງໆ ແລະ ສົມທົບ ກັບອົງການປົກຄອງເມືອງ, ບ້ານ ແລະ ບໍລິສັດຜູ້ປະກອບການເພື່ອ ຜັນຂະຫຍາຍນິຕິກຳ, ຕິດຕາມກວດ ກາ ແລະ ແກ້ໄຂບັນຫາທີ່ເກີດຂຶ້ນໃນ ແຕ່ລະເມືອງ. ໃນໄລຍະຕໍ່ໜ້ານີ້ ຄບຕ ຈະເລັ່ງ ຜັນຂະຫຍາຍແຜນການຄຸ້ມຄອງ ຂີ້ເຫຍື້ອແບບຍືນຍົງໃຫ້ເປັນແຜນ ງານ ແລະ ໂຄງການທີ່ເປັນຮູບປະ ທຳ, ສອດຄ່ອງກັບ 4 ເປົ້າໝາຍ ຂອງນິຕິກຳ, ພ້ອມເພີ່ມທະວີການ ໂຄສະນາເຜີຍແຜ່ໃຫ້ທຸກພາກສ່ວນ ເຂົ້າໃຈ ແລະ ປະຕິບັດພັນທະຄວາມ ຮັບຜິດຊອບຂອງຕົນຢ່າງເຂັ້ມ ງວດ. ພ້ອມນີ້, ຈະເລັ່ງປະເມີນການ ຈັດຕັ້ງປະຕິບັດຂອງບັນດາບໍລິສັດ ຜູ້ປະກອບການເກັບມ້ຽນ ແລະ ຂົນ ສົ່ງຂີ້ເຫຍື້ອເພື່ອປັບປຸງຈັດສັນເຂດ ບໍລິການຄືນໃໝ່ໃຫ້ສອດຄ່ອງກັບ ເງື່ອນໄຂ ແລະ ຄວາມສາມາດ ຕົວຈິງຂອງແຕ່ລະພາກສ່ວນ ເພື່ອ ແກ້ໄຂບັນຫາໃຫ້ຂາດຕົວ, ພ້ອມ ທັງຈະເລັ່ງປັບປຸງລະບົບບໍລິຫານ ຈັດການຂີ້ເຫຍື້ອຄືນໃໝ່ ໂດຍເນັ້ນ ການປັບປຸງລະບົບເກັບມ້ຽນ ແລະ ຂົນສົ່ງຂີ້ເຫຍື້ອໃຫ້ມີລັກສະນະລວມ ສູນ, ປັບປຸງວິທີການກຳຈັດຂີ້ເຫຍື້ອ ຢູ່ສະໜາມປ່ຽນຈາກການຖົມຄື ໃນປັດຈຸບັນມາເປັນການເຜົາດ້ວຍ ຄວາມຮ້ອນສູງ ເພື່ອໃຫ້ສາມາດ ນຳໃຊ້ປະໂຫຍດຈາກຂີ້ເຫຍື້ອ ເພື່ອ ຜະລິດພະລັງງານ, ນ້ຳມັນ ຫລື ຝຸ່ນ ຊີວະພາບ, ພ້ອມທັງຈັດສັນເຂດ ບໍລິການໃຫ້ສອດຄ່ອງກັບບັນດາຕາ ແສງ ເຊັ່ນ: ຕາແສງໜຶ່ງມີພາກສ່ວນ ໜຶ່ງຮັບຜິດຊອບ. ທ່ານ ປັນຍາ ມະນີວົງ ຍັງໃຫ້ ຮູ້ອີກວ່າ: ປັດຈຸບັນການເກັບມ້ຽນຂົນສົ່ງຂີ້ເຫຍື້ອໄດ້ເຂົ້າບໍລິການ ທັງ 9 ຕົວເມືອງ. ໃນນັ້ນ, ເຂົ້າບໍລິ ການໄດ້ 361 ບ້ານ ຫລື ປະມານ 75% ຂອງຈໍານວນບ້ານທັງໝົດ ໃນນະຄອນຫລວງວຽງຈັນ 481 ບ້ານ ໂດຍມີທັງພາກສ່ວນລັດ ແລະ ບໍລິສັດຜູ້ປະກອບການ 12 ບໍລິສັດ, ໃນນີ້ພາກສ່ວນລັດ ຮັບຜິດຊອບ ເຂົ້າບໍລິການ 192 ບ້ານ (ຊຶ່ງແມ່ນ ບໍລິສັດສະມອນບີ້ ທີ່ປຶກສາດ້ານ ການລົງທຶນ ຈຳກັດ ເປັນຜູ້ຮັບຜິດ ຊອບໃນການບໍລິຫານ) ໂດຍອີງ ຕາມຈຳນວນປະຊາກອນໃນນະ ຄອນຫລວງວຽງຈັນ ຄາດຄະເນ ປະລິມານຂີ້ເຫຍື້ອເກີດຂຶ້ນໃນແຕ່ລະ ວັນ ປະມານ 700-900 ໂຕນ. ແຕ່ ຕົວຈິງສາມາດເກັບມ້ຽນ-ຂົນສົ່ງ ໄປກຳຈັດຢູ່ສະໜາມຂີ້ເຫຍື້ອຫລັກ 32 ໄດ້ປະມານ 500 ໂຕນຕໍ່ວັນ, ສ່ວນທີ່ເຫລືອແມ່ນຖືກກຳຈັດແບບ ບໍ່ຖືກຕ້ອງເຊັ່ນ: ຖິ້ມຊະຊາຍຕາມ ສະຖານທີ່ຕ່າງໆ, ຖິ້ມຕາມດິນເປົ່າ ວ່າງ, ຖິ້ມລົງຮ່ອງລະບາຍນໍ້າ, ແມ່ ນໍ້າລຳເຊ, ມີການຈູດເຜົາ ແລະ ອື່ນໆ. ຢ່າງໃດກໍຕາມ, ການແກ້ໄຂບັນ ຫາຂີ້ເຫຍື້ອທີ່ຕົກຄ້າງໃນຕົວເມືອງ ຈຳເປັນຕ້ອງອາໄສການຮ່ວມມື ຈາກທຸກພາກສ່ວນທັງພາກລັດ, ພາກທຸລະກິດ, ອົງການປົກຄອງທ້ອງ ຖິ່ນ ແລະ ປະຊາຊົນໃນການປະຕິບັດ ຕາມນິຕິກຳ, ຮ່ວມກັນຮັກສາຄວາມ ສະອາດ ແລະ ສ້າງນະຄອນຫລວງ ວຽງຈັນ ໃຫ້ສະອາດ, ເປັນລະບຽບ ແລະ ໜ້າຢູ່ຢ່າງຍືນຍົງ. ຂ່າວ-ພາບ: ທະນູທອງ
RkJQdWJsaXNoZXIy MTc3MTYxMQ==