6 gfn vo8Q oxu 2026 9exkla d [a o]5 zq oleg]a fs]kpfh ko 27/07/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ບົດສະເໜີົີ ຜັນຂະຫຍາຍມະຕິັ ນິ ກອງປະຊຸມມ່ໃຫຍຸ່ ຄັ້ງທີ XII ຂອງພັກັ້ ງີ ັ ກ ຂປລ. ກອງປະຊຸມຄົບຄະນະ ບໍລິຫານງານພັກແຂວງຈຳປາສັກ ຄັ້ງທີ 5 ສະໄໝທີ IX, ຄະນະ ບໍລິຫານງານພັກແຂວງ ໄດ້ສະຫລຸບ ຕີລາຄາຜົນການນຳພາ-ຊີ້ນຳໃນ ການຈັດຕັ້ງປະຕິບັດວຽກງານຮອບ ດ້ານ ປະຈຳ 6 ເດືອນຕົ້ນປີ 2026 ໂດຍສາມາດບັນລຸຜົນສຳເລັດໃນ ຫລາຍດ້ານທັງວຽກງານການ ເມືອງ, ປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ, ການພັດທະນາ ເສດຖະກິດ, ການທ່ອງທ່ຽວ ແລະ ວັດທະນະທຳ-ສັງຄົມ, ພ້ອມກຳນົດ ໂດຍ: ຈັນທະວີສັກັີັ ;y 4u grnj vo[h ko csj 'dko-j ;pgs]n vgdN vd6 o lkp.ple7a o.odkolh k'xt-k7q ,76j Ij ;,-k8kde ]k;{9u o ຂປລ. ການສ້າງປະຊາຄົມຄູ່ ຮ່ວມຊາຕາກຳ ລາວ-ຈີນ, ບໍ່ພຽງ ແຕ່ມີຂໍ້ຕົກລົງລະຫວ່າງລັດຖະບານ ແລະ ໂຄງການຂະໜາດໃຫຍ່ເປັນ ການຄໍ້າຊູເທົ່ານັ້ນ, ຫາກຍັງໄດ້ຮັບ ປະໂຫຍດຈາກເງື່ອນໄຂທີ່ທັບຊ້ອນ ກັນຫລາຍດ້ານຄື: ຄວາມໃກ້ຊິດທາງ ພູສັນຖານ, ຄວາມເຊື່ອມໂຍງດ້ານ ວັດທະນະທຳ-ປະຊາຊົນ ແລະ ຄວາມໝັ້ນຄົງທີ່ເພິ່ງພາອາໄສກັນ. ພູຜາ, ສາຍນໍ້າ, ວັດທະນະທຳ ແລະ ວິຖີຊີວິດຂອງປະຊາຊົນໄດ້ ຫລໍ່ຫຫລອມຮາກຖານແຫ່ງການ ສະໜັບສະໜູນຂອງປະຊາຊົນໃຫ້ ແໜ້ນແຟ້ນ. ລາວ-ຈີນ ມີຊາຍແດນ ຮ່ວມກັນຍາວເຖິງ 710 ກິໂລແມັດ, ປະຊາຊົນລຽບຕາມຊາຍແດນຂອງ ສອງປະເທດຕັ້ງຖິ່ນຖານຢູ່ຂ້າມ ແດນເຊິ່ງກັນ ແລະ ກັນ, ມີພາສາ ທີ່ສື່ສານກັນໄດ້ ແລະ ມີຂະນົບ ທຳນຽມປະເພນີທີ່ໃກ້ຄຽງກັນ. ໃນ ໂດຍ:ນ.ລຸຍຈອງເມີຍ ອາຈານ ສອນໂຮງຮຽນພັກ ແຂວງຢູນານ. ສາສະດາຈານ ສຸຢວນ ໂຮງຮຽນພັກ ແຂວງ ຢຸນນານ. ທິດທາງແຜນການ 6 ເດືອນທ້າຍປີ ເພື່ອສືບຕໍ່ບັນລຸເປົ້າໝາຍທີ່ວາງໄວ້. ທ່ານ ສຸກກະເສີມ ສີຫານຸວົງ ກຳມະການພັກແຂວງ, ຫົວໜ້າ ຫ້ອງວ່າການແຂວງຈຳປາສັກ ໄດ້ ລາຍງານວ່າ: ໃນໄລຍະ 6 ເດືອນ ຕົ້ນປີຄະນະບໍລິຫານງານພັກແຂວງ ໄດ້ສຸມໃສ່ນຳພາ-ຊີ້ນຳການຈັດຕັ້ງ ປະຕິບັດວຽກງານຈຸດສຸມໃນທຸກ ຂົງເຂດຢ່າງເຂັ້ມແຂງແລະມີຜົນສໍາ ເລັດຫລາຍດ້ານ ຊຶ່ງສະແດງອອກ ດັ່ງນີ້: ດ້ານການເມືອງ-ແນວຄິດ ແລະ ການປັບປຸງກົງຈັກໄດ້ຈັດຕັ້ງ ການເຜີຍແຜ່ ແລະ ເຊື່ອມຊຶມມະຕິ ກອງປະຊຸມໃຫຍ່ຂອງພັກ, ມະຕິ ຂອງແຂວງ ແລະ ບັນດາຄຳສັ່ງນິຕິກຳຕ່າງໆ ຈຳນວນ 148 ຄັ້ງ ມີຜູ້ເຂົ້າຮ່ວມກວ່າ 22.780 ຄົນ. ພ້ອມກັນນັ້ນ ໄດ້ປັບປຸງກົງຈັກການ ຈັດຕັ້ງຂັ້ນແຂວງ ແລະ ຂັ້ນເມືອງ/ ນະຄອນ ເປັນຕົ້ນແມ່ນການສ້າງຕັ້ງ ຫ້ອງການກາແດງ ແລະ ຫ້ອງການ ເຕັກໂນໂລຊີ ແລະ ການສື່ສານຢູ່ຂັ້ນ ເມືອງ-ນະຄອນ, ສົ່ງພະນັກງານ ນຳພາ-ຄຸ້ມຄອງ ແລະ ວິຊາການຂັ້ນ ແຂວງ 46 ທ່ານ ລົງຊ່ວຍວຽກຕາ ແສງ, ພ້ອມທັງບຳລຸງປະຖົມນິເທດ ໃຫ້ຄະນະກຳມະການປົກຄອງຕາ ແສງ 444 ທ່ານ, ຊຸກຍູ້ການສ້າງ ຖານຂໍ້ມູນດີຈິຕອນ, ທົດລອງສ້າງ ໜ່ວຍງານບໍລິການຜ່ານປະຕູດຽວ ຢູ່ຕາແສງ ແລະ ຂະຫຍາຍການ ນຳໃຊ້ລະບົບຫ້ອງການທັນສະໄໝ (e-Office) ໄດ້ 11 ກົມກອງ (271 ບັນຊີ) ແລະ ລະບົບສື່ສານ ພາກລັດ (G-Chat/G-Share) ໄລຍະ “ປີ ມິດຕະພາບ ລາວ-ຈີນ” ປີ 2026, ສອງປະເທດໄດ້ຈັດກິດ ຈະກຳຫລາກຫລາຍຮູບແບບ ເຊັ່ນ: ງານສະແດງສິລະປະ-ວັນນະຄະດີ, ສັບປະດາຮູບເງົາ ແລະ ການແລກ ປ່ຽນຊາວໜຸ່ມ. ຖະແຫລງການ ຮ່ວມຄັ້ງນີ້ໄດ້ສະເໜີໂຄງການ “ພັນ ແລະ ໝື່ນ”, ສໍາລັບການຮ່ວມມື ດ້ານຊັບພະຍາກອນມະນຸດ; ໂດຍ ມີເປົ້າໝາຍຮອດປີ 2028 ໃຫ້ມີ ນັກຮຽນລາວ ຈໍານວນ 10.000 ຄົນຕໍ່ປີ ເດີນທາງມາສຶກສາຢູ່ຈີນ, ຝຶກອົບຮົມບຸກຄະລາກອນປະເພດ ຕ່າງໆ 3.000 ຄົນ ແລະ ສືບຕໍ່ເຊັນ ແຜນປະຕິບັດການຮ່ວມມືດ້ານວັດ ທະນະທຳ ແລະ ການທ່ອງທ່ຽວ; ສິ່ງນີ້ໄດ້ຍົກລະດັບຮາກຖານແຫ່ງ ການສະໜັບສະໜູນຈາກປະຊາ ຊົນຈາກຄວາມໄດ້ປຽບຕາມທຳມະ ຊາດໃຫ້ກາຍເປັນການແລກປ່ຽນ ສອງທາງທີ່ຂັບເຄື່ອນໂດຍກົນໄກ ລະບອບ, ພ້ອມທັງໃຫ້ຄວາມເອົາ ໃຈໃສ່ຊີວິດການເປັນຢູ່ຂອງປະຊາ ຊົນໃນຮູບແບບ “ນ້ອຍແຕ່ງາມ”, ເພື່ອໃຫ້ຜົນສໍາເລັດແຫ່ງການຮ່ວມມື ອຳນວຍປະໂຫຍດໃຫ້ແກ່ປະຊາຊົນ ທົ່ວໄປຈຳນວນຫລາຍຂຶ້ນ. ການຮ່ວມກັນປົກປັກຮັກສາ ຄວາມໝັ້ນຄົງ ເພື່ອຄວາມສະຫງົບ ສຸກຂອງພາກພື້ນ. ລາວ ແລະ ຈີນ ສືບຕໍ່ຮັກສາການຮ່ວມມືຢ່າງໃກ້ຊິດ ໃນຂົງເຂດການບັງຄັບໃຊ້ກົດໝາຍ ແລະ ຄວາມໝັ້ນຄົງ. ສອງຝ່າຍ ໄດ້ສືບຕໍ່ດໍາເນີນມາດຕະການທີ່ ເຂັ້ມງວດໃນການປາບປາມອາຊະ ຍາຂ້າມຊາດກ່ຽວກັບການພະນັນ ຂ້າມແດນ ແລະ ການສໍ້ໂກງຜ່ານ ເຄືອຂ່າຍໂທລະຄົມ-ອິນເຕີເນັດ, ຊ່ວຍຮັກສາສະຖຽນລະພາບທາງ ສັງຄົມ ແລະ ປົກປ້ອງຄວາມປອດ ໄພດ້ານຊັບສິນຂອງປະຊາຊົນໃນ ເຂດຊາຍແດນຂອງສອງປະເທດ ໄດ້ຢ່າງມີປະສິດທິຜົນ. ພາຍໃຕ້ ກົນໄກການລາດຕະເວນ ແລະ ການບັງຄັບໃຊ້ກົດໝາຍຮ່ວມຕາມ ແມ່ນໍ້າຂອງ, ລາວ ແລະ ຈີນ ໄດ້ ຮ່ວມກັບບັນດາປະເທດໃນລຸ່ມນໍ້າ ເພື່ອຮັກສາຄວາມປອດໄພຂອງ ເສັ້ນທາງແລ່ນເຮືອ. ໃນເດືອນ ກັນຍາ 2025 ຜູ້ນໍາຂອງສອງ ປະເທດໄດ້ປະກາດຢ່າງຊັດເຈນ ທີ່ຈະເພີ່ມທະວີການຮ່ວມມືດ້ານ ປ້ອງກັນຊາດ, ການບັງຄັບໃຊ້ກົດ ໝາຍ ແລະ ຄວາມໝັ້ນຄົງໃຫ້ມີ ຄວາມເລິກເຊິ່ງຍິ່ງຂຶ້ນ ຊຶ່ງສະແດງ ໃຫ້ເຫັນເຖິງລະດັບຄວາມເລິກ ຂອງການຮ່ວມມື ແລະ ການເຫັນດີ ຮ່ວມກັນທາງຍຸດທະສາດຂອງ ສອງຝ່າຍໃນຂົງເຂດຄວາມໝັ້ນ ຄົງທີ່ບໍ່ແມ່ນແບບດັ້ງເດີມ. ການ ຮ່ວມມືດ້ານຄວາມໝັ້ນຄົງຊຸດນີ້ ດໍາເນີນເພື່ອຮັບໃຊ້ຜົນປະໂຫຍດ ສຸກຮ່ວມກັນຂອງປະຊາຊົນສອງ ປະເທດ, ບໍ່ໄດ້ແນໃສ່ຝ່າຍທີສາມ ແລະ ບໍ່ຖືກລົບກວນໂດຍຝ່າຍ ທີສາມ; ໂດຍໃນພາກພື້ນອາຊີ ຕາເວັນອອກສ່ຽງໃຕ້ ຊຶ່ງເປັນແນວ ໜ້າຂອງການແຂ່ງຂັນລະຫວ່າງ ປະເທດມະຫາອຳນາດ, ການຮ່ວມ ມືດັ່ງກ່າວ ໄດ້ສະເໜີແນວທາງ ການຮ່ວມມືດ້ານຄວາມໝັ້ນຄົງ ທີ່ແຕກຕ່າງຈາກການຜະ ເຊີນ ໜ້າກັນ. ການຮ່ວມມືຫລາຍຝ່າຍສະ ທ້ອນອຸດົມການແຫ່ງຄວາມສະ ເໝີພາບ. ໃນບັນດາກົນໄກພາກ ພື້ນ ເຊັ່ນ: ການຮ່ວມມືລ້ານຊ້າງແມ່ນ້ຳຂອງ, ການຮ່ວມມື ຈີນອາຊຽນ ແລະ ສັນຍາຄູ່ຮ່ວມມື ເ ສດຖ ະກິດຮອບດ້ ານລ ະ ດັບ ພາກພື້ນ (RCEP); ຝ່າຍຈີນ ສະໜັບສະໜູນຝ່າຍລາວໃຫ້ມີ ບົດບາດຢ່າງຫ້າວຫັນ, ຂະນະທີ່ ຝ່າຍລາວກໍສະໜັບສະໜູນຂໍ້ລິເລີ່ມ ການພັດທະນາໂລກ, ຂໍ້ລິເລີ່ມ ຄວາມໝັ້ນຄົງໂລກ, ຂໍ້ລິເລີ່ມອາ ລະຍະທຳໂລກ ແລະ ຂໍ້ລິເລີ່ມການ ປົກຄອງໂລກ. ສອງປະເທດຍັງສືບ ຕໍ່ຮັກສາການສື່ສານປະສານງານ ທີ່ດີໃນອົງການພະຫຸພາຄີ ເຊັ່ນ: ອົງການສະຫະປະຊາຊາດ. ການ ປະສານຮ່ວມມືຢ່າງສະເໝີພາບ ລະຫວ່າງປະເທດໃຫຍ່ ແລະ ປະ ເທດນ້ອຍຢູ່ເທິງເວທີສາກົນ ເຊັ່ນ ນີ້, ເປັນການສະທ້ອນຢ່າງເປັນ ຮູບປະທຳຂອງປະຊາຄົມຄູ່ຮ່ວມ ຊາຕາກຳ ລາວ-ຈີນ ໃນລະດັບ ການປົກຄອງໂລກ. ເມື່ອຫວນຄືນ 65 ປີຜ່ານມາ, ນັບແຕ່ການສະ ໜັບສະໜູນເຊິ່ງກັນ ແລະ ກັນ ໃນ ໄລຍະຕົ້ນແຫ່ງການສ້າງສາຍ ພົວພັນທາງການທູດຈົນກ້າວສູ່ ການເປັນຄູ່ຮ່ວມມືຍຸດທະສາດ ຮອບດ້ານ ແລະ ຕໍ່ມາກ້າວສູ່ການ ສ້າງປະຊາຄົມຄູ່ຮ່ວມຊາຕາກຳ ລາວ-ຈີນ ທີ່ເຂັ້ມແຂງໜຽວແໜ້ນ ໃນທຸກສະພາບການຂອງຍຸກໃໝ່, ບົດຮຽນພື້ນຖານຂອງສາຍພົວພັນ ລາວ-ຈີນ ໄດ້ປາກົດໃຫ້ເຫັນຢ່າງ ຊັດເຈນ, ຖືເອົາການຮັບຮູ້ຮ່ວມກັນ ດ້ານລະບອບເປັນພື້ນຖານແຫ່ງ ຄວາມໄວ້ວາງໃຈ, ຖືເອົາການເຄົາ ລົບຜົນປະໂຫຍດຫລັກຂອງກັນ ແລະ ກັນເປັນກົນໄກແຫ່ງຄວາມ ໝັ້ນຄົງ, ເຊື່ອມໂຍງພື້ນຖານໂຄງ ລ່າງເປັນແນວທາງນໍາແຫ່ງການ ພັດທະນາ, ຖືເອົາການຍົກລະດັບ ໂຄງສ້າງການຄ້າເປັນແກນຫລັກ ຂອງການຮ່ວມມື, ຖືເອົາການແລກ ປ່ຽນດ້ານວັດທະນະທໍາ-ປະຊາຊົນ ເປັນຮາກຖານທາງສັງຄົມ ແລະ ຖືເອົາໂຄງສ້າງລະບອບຫລາຍລະ ດັບເປັນຫລັກປະກັນໃນການຜັນຂະ ຫຍາຍໃຫ້ເກີດຜົນ. ພາຍໃຕ້ການ ນໍາພາທາງຍຸດທະສາດຂອງຜູ້ນຳ ສອງປະເທດ, ການສ້າງປະຊາຄົມ ຄູ່ຮ່ວມຊາຕາກຳ ລາວ-ຈີນ ຈະ ສືບຕໍ່ລົງເລິກຢ່າງບໍ່ຢຸດຢັ້ງ ແລະ ຈະຊ່ວຍປະກອບສ່ວນກໍາລັງແຫ່ງ ການປະຕິບັດໃຫ້ແກ່ການສ້າງ ປະຊາຄົມຄູ່ຮ່ວມຊາຕາກຳຂອງ ມວນມະນຸດຫລາຍຂຶ້ນ. ກວ່າ 3.500 ບັນຊີ ເພື່ອຍົກລະ ດັບການບໍລິຫານລັດດ້ວຍລະບົບດີ ຈິຕອນ. ດ້ານວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບແລະ ວາລະ ແຫ່ງຊາດ: ຍົກສູງການປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ ທົ່ວ ປວງຊົນຮອບດ້ານ, ຮັກສາຄວາມ ປອດໄພສຳນັກງານ-ອົງການ 100%, ຕິດຕາມສະພາບຄວາມ ສະຫງົບ ຕາມບໍລິເວນຊາຍແດນ ລາວ-ໄທ ແລະ ລາວ-ກຳປູເຈຍ ຢ່າງໃກ້ຊິດ. ແກ້ໄຂບັນຫາຢາ ເສບຕິດ: ປະຕິບັດຕາມວາລະ ແຫ່ງຊາດ ດ້ວຍທັດສະນະ “ເດັດ ຂາດ, ໂປ່ງໃສ, ເປັນມືອາຊີບ” ໃນໄລຍະຜ່ານມາ ສາມາດແກ້ໄຂ ໄດ້ 404 ລາຍ, ກັກຜູ້ຕ້ອງຫາໄດ້ 781 ຄົນ (ຍິງ 23 ຄົນ) ຈາກເປົ້າ ໝາຍທັງໝົດ 1.714 ຄົນ. ຂະນະ ດຽວກັນ, ດ້ານເສດຖະກິດສາມາດ ສ້າງມູນຄ່າລວມຍອດຜະລິດຕະພັນ ພາຍໃນ (GDP) ໄດ້ 28.251,84 ຕື້ກີບ ເທົ່າກັບ 59,6% ຂອງແຜນ ປະຈຳປີ, ລາຍຮັບສະເລ່ຍຕໍ່ຫົວຄົນ ບັນລຸ 1.622 ໂດລາສະຫະລັດຕໍ່ ຄົນຕໍ່ປີ. ພ້ອມນີ້, ໄດ້ກະກຽມຄວາມ ພ້ອມການຜະລິດລະດູຝົນ ໃນນັ້ນ, ໄດ້ສະໜອງແນວພັນເຂົ້າ (ສູນ ໂພນງາມ 50 ໂຕນ, ບໍລິສັດ IDP 400 ໂຕນ), ແຮໄວ້ 5 ໂຕນ, ເບ້ຍ ໄມ້ໃຫ້ໝາກ 11.900 ເບ້ຍ, ເບ້ຍ ພືດຜັກ, ພ້ອມທັງອຳນວຍຄວາມ ສະດວກໃນການນຳເຂົ້າຝຸ່ນ ແລະ ການປ້ອງກັນພະຍາດສັດ ພ້ອມທັງ ຄວບຄຸມການນຳເຂົ້າ ແລະ ການ ຈຳໜ່າຍນ້ຳມັນເຊື້ອໄຟໃຫ້ພຽງພໍ ຕໍ່ຄວາມຕ້ອງການ, ໄດ້ແຕ່ງຕັ້ງ ຄະນະກຳມະການຕິດຕາມກວດກາ ບໍລິສັດ ແລະ ປ້ຳນ້ຳມັນຢ່າງເຂັ້ມ ງວດ ຕາມຄຳສັ່ງ 40/ນຍ ໂດຍ ສາມາດນຳເຂົ້ານ້ຳມັນເຊື້ອໄຟຜ່ານ 3 ຊ່ອງທາງ ລວມ 87,36 ລ້ານ ລິດ, ສະໜອງໃຫ້ທົ່ວແຂວງຢ່າງ ພຽງພໍ ແລະ ທົ່ວເຖິງ. ສ່ວນດ້ານຂົງເຂດວັດທະນະ ທຳ-ສັງຄົມ ແລະ ການທ່ອງທ່ຽວ ມີຄວາມຄືບໜ້າຢ່າງຊັດເຈນ ໂດຍ ສາມາດດຶງດູດນັກທ່ອງທ່ຽວໄດ້ ກວ່າ 458.000 ເທື່ອຄົນ (ບັນລຸ 72,3% ຂອງແຜນການ), ໃນ ນັ້ນ ເປັນນັກທ່ອງທ່ຽວສາກົນ 281.261 ເທື່ອຄົນ, ສ້າງລາຍຮັບ ກວ່າ 75 ລ້ານໂດລາສະຫະລັດ. ຄຽງຄູ່ກັນນັ້ນ, ວຽກງານສຶກສາ, ສາທາລະນະສຸກ ແລະ ການພັດທະ ນາແຮງງານກໍສາມາດບັນລຸຕາມ ຄາດໝາຍສ່ວນໃຫຍ່ ຊຶ່ງຜົນສຳເລັດ ດັ່ງກ່າວ ສະທ້ອນໃຫ້ເຫັນເຖິງການ ນຳພາ-ຊີ້ນຳຢ່າງໃກ້ຊິດຂອງຄະນະ ບໍລິຫານງານພັກແຂວງຈຳປາສັກ ທີ່ໄດ້ສ້າງພື້ນຖານອັນໝັ້ນຄົງໃຫ້ ແຂວງສືບຕໍ່ຈັດຕັ້ງປະຕິບັດແຜນ ວຽກ 6 ເດືອນທ້າຍປີ 2026 ໃຫ້ບັນ ລຸຕາມເປົ້າໝາຍທີ່ວາງໄວ້. ພາບປະກອບ
RkJQdWJsaXNoZXIy MTc3MTYxMQ==