7328

@ 0j k; c]t gsfdko j 27/07/2026 xtgmf]k; gru j ,mt;u 7;k,lk,a d7u gxa oxb dczj o 0v'x;'-q o]k;ma '-kfK ນາຍົກລັດຖະມົນຕີ ຊີ້ນຳວຽກງານ...ົັົີີ້ ນາຍົກລັດຖະມົນຕີ ຊີ້ນຳກອງປະຊຸມ...ົັົີີຸ້ ຂປລ. ໃນວັນທີ 23 ກໍລະກົດ 2026 ທີ່ ມະນີລາ, ຟີລິບປິນ, ທ່ານ ທອງສະຫວັນ ພົມວິຫານ ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ນໍາ ພາຄະນະຜູ້ແທນລາວ ສືບຕໍ່ເຂົ້າ ຮ່ວມກອງປະຊຸມລັດຖະມົນຕີຕ່າງ ປະເທດອາຊຽນບວກສາມ ຄັ້ງທີ 27, ກອງປະຊຸມເວທີພາກພື້ນອາ ຊຽນ ຄັ້ງທີ 33 ແລະ ກອງປະຊຸມ ລັດຖະມົນຕີຕ່າງປະເທດຂອງກອງ ປະຊຸມສຸດຍອດອາຊີຕາເວັນອອກ (ອີເອເອັສ) ຄັ້ງທີ 16. ກອງປະຊຸມລັດຖະມົນຕີຕ່າງປະ ເທດອາຊຽນບວກສາມ (ສປ ຈີນ, ຍີ່ປຸ່ນ ແລະ ສ ເກົາຫລີ) ຄັ້ງທີ 27 ໄດ້ທົບທວນການຮ່ວມມື ພາຍໃຕ້ ຂອບອາຊຽນບວກສາມ ໃນໄລຍະ ຜ່ານມາ ໂດຍສະເພາະແມ່ນຄວາມ ຄືບໜ້າໃນການຈັດຕັ້ງປະຕິບັດ ແຜນວຽກການຮ່ວມມືອາຊຽນ ບວກສາມ ສໍາລັບໄລຍະ 20232027. ພ້ອມນີ້, ກອງປະຊຸມໄດ້ ເຫັນດີໃຫ້ສືບຕໍ່ຮັດແໜ້ນການຮ່ວມ ຕິດຕັ້ງປ້າຍຫ້ອງການ ແລະ ສະ ໜອງອຸປະກອນຮັບໃຊ້ການບໍລິ ການຜ່ານປະຕູດຽວ ເພື່ອຮັບປະກັນ ໃຫ້ການບໍລິການປະຊາຊົນ ແລະ ການຄຸ້ມຄອງບໍລິຫານວຽກງານ ມີຄວາມສະດວກ, ວ່ອງໄວ ແລະ ມີປະສິດທິຜົນສູງ. ໃນໂອກາດດັ່ງກ່າວ, ທ່ານນາ ຍົກລັດຖະມົນຕີ ໄດ້ສະແດງຄວາມ ຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດໃນ ການປະກາດສ້າງຕັ້ງຕາແສງຕຸ້ມ ລານ ຢ່າງເປັນທາງການ, ພ້ອມ ທັງເນັ້ນໃຫ້ເອົາໃຈໃສ່ຕໍ່ວຽກງານ ຈຸດສຸມຈຳນວນໜຶ່ງ ເປັນຕົ້ນ ເພີ່ມ ທະວີສະກັດກັ້ນ ແລະ ແກ້ໄຂປະກົດ ການຫຍໍ້ທໍ້ຕ່າງໆໃນສັງຄົມ; ເອົາ ໃຈໃສ່ໂຄສະນາສຶກສາອົບຮົມປະ ຊາຊົນ ໃຫ້ມີສະຕິລະວັງຕົວ ຕໍ່ກົນ ອຸບາຍຕ່າງໆຂອງກຸ່ມຄົນບໍ່ດີ; ເຂັ້ມ ງວດສະກັດກັ້ນການລັກລອບຕັດ ໄມ້, ທຳລາຍປ່າແລະການລັກລອບ ຂຸດຄົ້ນແຮ່ທາດຜິດກົດໝາຍ; ຕິດ ຕາມສະພາບດິນຟ້າອາກາດ, ເຝົ້າ ລະວັງໄພທຳມະຊາດ ທີ່ອາດເກີດ ຂຶ້ນຢ່າງໃກ້ຊິດ ໂດຍໃຫ້ມີການກະ ກຽມຄວາມພ້ອມຊ່ວຍເຫລືອປະ ຊາຊົນ ໃນກໍລະນີເກີດເຫດຢ່າງ ທັນການ; ສືບຕໍ່ເອົາໃຈໃສ່ແກ້ໄຂ ບັນຫາການປະລະການຮຽນຂອງ ເດັກນ້ອຍ, ຈັດສັນຄູສອນໃຫ້ພຽງ ພໍ, ລະດົມເດັກໃນເກນອາຍຸ ໄດ້ເຂົ້າ ຮຽນຢ່າງທົ່ວເຖິງ, ທັງຍົກລະດັບ ການບໍລິການດ້ານສາທາລະນະສຸກ ໃຫ້ນັບມື້ດີຂຶ້ນ; ຕິດຕັ້ງລະບົບໂທລະ ໂຄ່ງປະຈຳຕາແສງ ໃຫ້ສາມາດນຳ ໃຊ້ໂຄສະນາ-ປະຊາສຳພັນຢ່າງ ມີປະສິດທິພາບ; ສຸມໃສ່ຊຸກຍູ້ສົ່ງ ເສີມການປູກຝັງ-ລ້ຽງສັດ ຕາມ ນັ້ນ, ຜູ້ເຂົ້າຮ່ວມໄດ້ພ້ອມກັນປະກອບ ຄຳຄິດເຫັນຢ່າງຫລາກຫລາຍ, ກົງ ໄປກົງມາ ເພື່ອເປັນຂໍ້ມູນນຳໄປປັບ ປຸງແກ້ໄຂບັນດາຂໍ້ຄົງຄ້າງໃນໄລ ຍະຜ່ານມາ ໃຫ້ມີການຫັນປ່ຽນດີ ຂຶ້ນ ແລະ ກຳນົດທິດທາງແຜນການ ພັດທະນາໃນຕໍ່ໜ້າ ຂອງແຕ່ລະ ວຽກງານ ໂດຍສະເພາະການພັດ ທະນາເຂດແຄວ້ນ ໃຫ້ສອດຄ່ອງ ສະພາບ-ເງື່ອນໄຂ-ທ່າແຮງ ແລະ ສາມາດຈັດຕັ້ງປະຕິບັດເກີດເປັນ ຮູບປະທຳຕົວຈິງ. ໃນໂອກາດດັ່ງກ່າວ, ທ່ານນາ ຍົກລັດຖະມົນຕີ ໄດ້ມີຄຳເຫັນຊີ້ນຳ ບາງດ້ານ ຕໍ່ຂະແໜງການສູນກາງ ແລະ 4 ແຂວງພາກໃຕ້ ເປັນຕົ້ນ ເພີ່ມທະວີວຽກງານ ປກຊ-ປກສ ໃຫ້ ຮັບປະກັນຄວາມສະຫງົບ, ຄວາມ ເປັນລະບຽບຮຽບຮ້ອຍ ແລະ ມີສະ ຖຽນລະພາບທາງດ້ານການເມືອງ ຢ່າງໜັກແໜ້ນ ຕິດພັນກັບການພັດ ທະນາຊົນນະບົດຮອບດ້ານ ຕາມ ທິດສາມສ້າງ ໃຫ້ເປັນຂະບວນການ ຟົດຟື້ນ ເພື່ອສ້າງຕາແສງ, ສ້າງບ້ານ ກາຍເປັນປ້ອມທີ່ໝັ້ນແນວໜ້າ; ເພີ່ມທະວີການສະກັດກັ້ນ ແລະ ແກ້ ໄຂປະກົດການຫຍໍ້ທໍ້ຕ່າງໆໃນສັງ ຄົມ ແລະ ຕາມບໍລິເວນເຂດຊາຍ ແດນ; ນໍາໃຊ້ທ່າແຮງໄດ້ປຽບຂອງ ເຂດພູພຽງບໍລິເວນສູ່ການຜະລິດ ໃຫ້ເກີດປະໂຫຍດສູງສຸດ, ທັງຍົກ ລະດັບຄວາມສາມາດການຜະລິດ ໃຫ້ສູງຂຶ້ນກວ່າເກົ່າ ໂດຍຫັນຈາກ ການຜະລິດແບບດັ້ງເດີມສູ່ການ ຜະລິດທີ່ທັນສະໄໝ ເພື່ອສາມາດ ຜະລິດໄດ້ຫລາຍ ແລະ ເປັນສິນຄ້າ ສົ່ງອອກ, ມີການປຸງແຕ່ງ-ມີຍີ່ຫໍ້ຜະ ລິດຕະພັນທີ່ມີຄຸນນະພາບ, ປອດ ສານພິດ ແລະ ເປັນທີ່ຍອມຮັບ ໃນ ລະດັບສາກົນ; ສ້າງສູນຄົ້ນຄວ້າ ແລະ ຜະລິດພັນພືດ-ພັນສັດ ແລະ ປຸ໋ຍຊີວະພາບພາຍໃນເຂດພາກໃຕ້, ນຳໃຊ້ເຕັກໂນໂລຊີ ເຂົ້າໃນການ ສະໜອງ-ຈັດການນ້ຳເພື່ອການຜະ ລິດ ໂດຍສະເພາະພະລັງງານແສງ ຕາເວັນ ໃຫ້ສາມາດທຳການຜະລິດ ໄດ້ຕະຫລອດປີ; ຫັນຈາກການສົ່ງ ອອກແຮ່ດິບ ມາເປັນການສ້າງໂຮງ ງານປຸງແຕ່ງ-ໂຮງງານແປຮູບ ເພື່ອ ສ້າງມູນຄ່າເພີ່ມ; ສືບຕໍ່ພັດທະນາ ພະລັງງານສະອາດຂະໜາດໃຫຍ່ ເປັນຕົ້ນພະລັງງານນໍ້າ, ພະລັງງານ ແສງຕາເວັນ ແລະ ພະລັງງານລົມ ເພື່ອສົ່ງອອກປະເທດໃກ້ຄຽງ ແລະ ຊົມໃຊ້ໃນບັນດາແຂວງພາກໃຕ້ ໃຫ້ ມີສະຖຽນລະພາບ; ຊຸກຍູ້ສົ່ງເສີມ ການນໍາໃຊ້ລົດໄຟຟ້າ ເຂົ້າໃນການ ຂົນສົ່ງໂດຍສານ, ໂລຈິສຕິກ ແລະ ການທ່ອງທ່ຽວ ໃຫ້ຫລາຍຂຶ້ນ ເພື່ອ ຫລຸດຜ່ອນການຊົມໃຊ້ນໍ້າມັນເຊື້ອ ໄຟ; ຍົກລະດັບການທ່ອງທ່ຽວ ໂດຍ ສະເພາະບໍລິການທີ່ມີຄວາມປອດ ໄພ, ໜ້າດຶງດູດ, ການທ່ອງທ່ຽວ ທີ່ເປັນມິດກັບສິ່ງແວດລ້ອມ ແລະ ເຊື່ອມໂຍງກັບອຸດສາຫະກຳທ້ອງ ຖິ່ນ; ສົ່ງເສີມການນຳໃຊ້ອາຫານ, ພືດຜັກອິນຊີ ແລະ ຫັດຖະກຳ ພາຍ ໃນ4ແຂວງ ເຂົ້າໃນໂຮງແຮມແລະ ຮ້ານອາຫານ ເພື່ອບໍ່ໃຫ້ເງິນຕາຮົ່ວ ໄຫລອອກ; ພັດທະນາທ່າບົກ ແລະ ຈຸດຄ່ຽນຖ່າຍສິນຄ້າ ເພື່ອເກັບຄ່າ ບໍລິການທາງຜ່ານ; ສ້າງລະບົບ ສາງ ແລະ ຫ້ອງເຢັນ ເພື່ອຮັກສາ ຄຸນນະພາບສິນຄ້າ; ຄຸ້ມຄອງລາຄາ ສິນຄ້າກະສິກຳ ບໍ່ໃຫ້ຖືກກົດລາຄາ ໃນຍາມຜົນຜະລິດອອກຫລາຍ, ຫລຸດຜ່ອນຂັ້ນຕອນທາງດ້ານເອ ກະສານຢູ່ດ່ານຊາຍແດນ ເພື່ອດຶງ ດູດໃຫ້ພາກໃຕ້ ເປັນເສັ້ນທາງຜ່ານ ຫລັກ ຂອງການຄ້າເຂດພາກພື້ນ; ມະຫາວິທະຍາໄລຈຳປາສັກ ແລະ ໂຮງຮຽນເຕັກນິກວິຊາຊີບ ຕ້ອງສຸມ ໃສ່ການສ້າງວິຊາການ-ເຕັກນິກ ແລະຜູ້ປະກອບການທີ່ສາມາດອອກ ມາສ້າງທຸລະກິດ ແລະ ພັດທະນາ ບັນ ດາຂະແໜງການປາຍແຫລມ, ຍົກ ລະດັບໂຮງໝໍແລະສູນການແພດໃຫ້ ມີຄວາມຊ່ຽວຊານສະເພາະດ້ານ ເພື່ອເປັນສູນກາງປິ່ນປົວຂອງພາກ ໃຕ້ ແລະ ຫລຸດຜ່ອນການເດີນທາງ ໄປປິ່ນປົວຂ້າມແດນ. ທັງໝົດນັ້ນ ເພື່ອຜັນຂະຫຍາຍທິດການພັດທະ ນາເຂດແຄວ້ນ ຕາມທ່າແຮງບົ່ມ ຊ້ອນຂອງແຕ່ລະທ້ອງຖິ່ນ ທີ່ມະຕິ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງ ພັກ ກຳນົດໄວ້ໃຫ້ປະກົດຜົນເປັນຈິງ. ຂ່າວ-ພາບ: ກົມປະຊາສໍາພັນ ຫສນຍ. ມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ, ບັນດາກະຊວງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ທ່ານ ທອງສະລິດ ມັງໜໍ່ເມກ ໄດ້ມີຄໍາເຫັນວ່າ: ກອງປະຊຸມທີ່ມີ ຄວາມໝາຍຄວາມສຳຄັນໃນຄັ້ງນີ້ ແມ່ນກອງປະຊຸມເຜີຍແຜ່ນິຕິກໍາ, ທາບທາມ ແລະ ປະກອບຄໍາເຫັນ ໃສ່ເອກະສານສໍາຄັນ ເຊັ່ນ: ດຳລັດ ວ່າດ້ວຍນັກຄົ້ນຄວ້າວິທະຍາສາດ; (ຮ່າງ) ຄໍາແນະນໍາການໃຫ້ນາມ ມະຍົດນັກຄົ້ນຄວ້າວິທະຍາສາດ ແລະ ລາງວັນວິທະຍາສາດ; ຄຳ ແນະນໍາວ່າດ້ວຍການສະໜັບສະ ໜູນສ້າງຄວາມເຂັ້ມແຂງດ້ານວິ ທະຍາສາດ ເຕັກໂນໂລຊີ ແລະ ນະ ວັດຕະກໍາ ເພື່ອໃຫ້ຜູ້ເຂົ້າຮ່ວມຍົກ ສູງຄວາມຮັບຜິດຊອບ, ສຸມສະຕິ ປັນຍາ, ເອົາໃຈໃສ່ຄົ້ນຄວ້າປະກອບ ຄໍາເຫັນໃສ່ຮ່າງຄຳແນະນຳ ການ ໃຫ້ນາມມະຍົດນັກຄົ້ນຄວ້າວິທະຍາ ສາດ ແລະ ລາງວັນວິທະຍາສາດ ຊຶ່ງມີບາງຂໍ້ເຈາະຈີ້ມເຊັ່ນ: ໂຄງປະ ກອບຂອງຮ່າງຄໍາແນະນໍາ, ການ ຮັບຮອງນາມມະຍົດ ແລະ ການ ມອບລາງວັນ, ການກຳນົດເນື້ອໃນ ທີ່ມີ ແລະ ຄວນຕັດ ຫລື ເພີ່ມຕື່ມເນື້ອ ໃນດ້ານໃດ ແລະ ການກຳນົດເງິນ ນະໂຍບາຍຕໍ່ຜູ້ໄດ້ຮັບນາມມະຍົດ ແລະ ລາງວັນ. ທັງນີ້, ກໍເພື່ອເຮັດ ໃຫ້ເອກະສານສະບັບນີ້ ມີຄວາມ ສົມບູນ, ຮັດກຸມ, ສາມາດນຳໄປ ຈັດຕັ້ງປະຕິບັດໄດ້ຈິງ, ເປັນບ່ອນ ອີງທີ່ສັກສິດ ແລະ ສາມາດແກ້ໄຂ ຈຸດອ່ອນໃນໄລຍະຜ່ານມາ, ພ້ອມ ທັງສ້າງແຮງຈູງໃຈອັນມະຫາສານ ໃຫ້ແກ່ນັກຄົ້ນຄວ້າຮຸ່ນໃໝ່ ໄດ້ສຸມ ສະຕິປັນຍາເຂົ້າໃນການສ້າງຜົນ ງານການຄົ້ນຄວ້າວິທະຍາສາດໃຫ້ ເພີ່ມຂຶ້ນເລື້ອຍໆ. ພ້ອມນັ້ນ, ທ່ານຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີກະຊວງ ສຶກສາທິການ ແລະ ກິລາ ກໍໄດ້ເນັ້ນ ໃຫ້ຄະນະຮັບຜິດຊອບສ້າງຄໍາແນະ ນໍາ ຈົ່ງສັງຮວມເອົາຄໍາຄິດເຫັນ ຂອງຜູ້ເຂົ້າຮ່ວມກອງປະຊຸມໃນມື້ນີ້ ເພື່ອໄປຄົ້ນຄວ້າ, ປັບປຸງ ແລະ ເຮັດ ໃຫ້ເນື້ອໃນຂອງຄໍາແນະນໍາການ ໃຫ້ນາມມະຍົດນັກຄົ້ນຄວ້າວິທະ ຍາສາດ ແລະ ລາງວັນວິທະຍາສາດ ມີຄວາມສົມບູນ, ຄົບຖ້ວນ, ຮັດກຸມ ແລະ ສາມາດຮັບຮອງ ພ້ອມທັງ ຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິ ຜົນສູງສຸດ; ຮຽກຮ້ອງມາຍັງບັນດາ ຜູ້ຕາງໜ້າຈາກກະຊວງ, ກົມ, ສະ ຖາບັນຄົ້ນຄວ້າ ແລະ ມະຫາວິທະ ຍາໄລ ພາຍຫລັງສິ້ນສຸດກອງປະ ຊຸມນີ້ແລ້ວ ຈົ່ງໄດ້ນໍາເອົາເນື້ອໃນ ຈິດໃຈ, ດໍາລັດ ແລະ ຄໍາແນະນໍາ ທີ່ໄດ້ຮັບຟັງການເຜີຍແຜ່ໃນວັນນີ້ ໄປຜັນຂະຫຍາຍ, ເຜີຍແຜ່ ແລະ ສ້າງຄວາມຮັບຮູ້ໃຫ້ແກ່ບຸກຄະລາ ກອນ, ຄູອາຈານ ແລະ ນັກຄົ້ນຄວ້າ ທີ່ຂຶ້ນກັບພາກສ່ວນຂອງຕົນ ຢ່າງ ທົ່ວເຖິງ ແລະ ເລິກເຊິ່ງ ເພື່ອໃຫ້ທຸກ ຄົນໄດ້ເຂົ້າໃຈສິດ, ໜ້າທີ່, ພັນທະ ແລະ ກົນໄກການຄຸ້ມຄອງຢ່າງຖືກ ຕ້ອງ; ຮຽກຮ້ອງໃຫ້ທຸກພາກສ່ວນ ຈົ່ງຮ່ວມແຮງຮ່ວມໃຈກັນ ສ້າງບັນ ຍາກາດການຄົ້ນຄວ້າວິທະຍາສາດ ໃຫ້ມີຄວາມຟົດຟື້ນ, ຊຸກຍູ້ການ ຮ່ວມມືລະຫວ່າງຂະແໜງການ, ລະຫວ່າງພາກລັດ ແລະ ພາກເອກະ ຊົນ ເພື່ອຫັນຜົນງານການຄົ້ນຄວ້າ ວິທະຍາສາດ ໃຫ້ກາຍເປັນນະວັດ ຕະກຳ ທີ່ສາມາດຕອບສະໜອງ ໃຫ້ແກ່ການພັດທະນາປະເທດຊາດ ຢ່າງຍືນຍົງ. ຂ່າວ-ພາບ: ບົວລະພາ ມືດ້ານເສດຖະກິດ, ຄວາມໝັ້ນຄົງ ດ້ານສະບຽງອາຫານ ແລະ ພະລັງ ງານໃນທ່າມກາງຄວາມບໍ່ແນ່ນອນ ຂອງພູມສາດການເມືອງ ແລະ ພູມ ສາດເສດຖະກິດທົ່ວໂລກ, ຮັດແໜ້ນ ການຮ່ວມມືເພື່ອແກ້ໄຂບັນຫາອາ ຊະຍາກຳຂ້າມຊາດ ເປັນຕົ້ນການ ຫລອກລວງທາງອອນລາຍ, ການ ຟອກເງິນ ແລະ ອື່ນໆ. ກອງປະຊຸມ ຍັງໄດ້ສະແດງຄວາມຍິນດີຕໍ່ການ ຮັບຮອງແຜນງານການຮ່ວມມືດ້ານ ການທ່ອງທ່ຽວ ອາຊຽນບວກສາມ 2026-2030 ເພື່ອສົ່ງເສີມການ ໄປມາຫາສູ່ລະຫວ່າງປະຊາຊົນ ໃນພາກພື້ນ ແລະ ໄດ້ປຶກສາຫາລື ເພື່ອກະກຽມໃຫ້ແກ່ກອງປະຊຸມສຸດ ຍອດອາຊຽນ ບວກສາມ ຄັ້ງທີ 29 ໃນເດືອນພະຈິກ 2026. ກອງປະຊຸມລັດຖະມົນຕີຕ່າງ ປະເທດເວທີພາກພື້ນອາຊຽນ ຄັ້ງ ທີ 33 ໄດ້ທົບທວນຄືນບັນດາກິດ ຈະກໍາທີ່ໄດ້ຈັດຕັ້ງປະຕິບັດໃນຂອບ ກອງປະຊຸມເວທີພາກພື້ນອາຊຽນ ໃນສົກປີຜ່ານມາ ແລະ ໄດ້ເຫັນດີ ຮັບຮອງເອົາບັນດາກິດຈະກຳ ສຳ ລັບສົກປີ 2026-2027. ພ້ອມ ນີ້, ໄດ້ຮັບຮອງເອົາປື້ມວິໄສທັດ ຄວາມໝັ້ນຄົງເວທີພາກພື້ນອາ ຊຽນ ປະຈຳປີ 2026; ກອງປະຊຸມ ໄດ້ປຶກສາຫາລືກ່ຽວກັບທິດທາງ ການຮ່ວມມືໃນຕໍ່ໜ້າ ແລະ ເຫັນດີ ຮັບຮອງເອົາແຜນປະຕິບັດງານ ມະນິລາ 2026-2036 ຊຶ່ງຈະ ເປັນເອກະສານທີ່ສຳຄັນໃນການ ຮ່ວມມືໃນຂອບກອງປະຊຸມເວທີ ພາກພື້ນອາຊຽນ ໃນ 10 ປີຕໍ່ໜ້າ. ນອກນັ້ນ, ບັນດາປະເທດສະມາຊິກ ເວທີພາກພື້ນອາຊຽນ ໄດ້ແລກປ່ຽນ ຄວາມຄິດເຫັນກ່ຽວກັບບັນຫາທີ່ ພົ້ນເດັ່ນໃນພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ ເປັນຕົ້ນ ສະພາບການໃນຕາເວັນອອກກາງ ທີ່ໄດ້ສົ່ງຜົນກະທົບຕໍ່ເສດຖະກິດ, ຄວາມໝັ້ນຄົງດ້ານພະລັງງານ ຂອງພາກພື້ນ ແລະ ໃນໂລກ, ການ ຕ້ານອາຊະຍາກຳຂ້າມຊາດ ໂດຍ ສະເພາະການຫລອກລວງທາງ ອອນລາຍ, ການປ່ຽນແປງດິນຟ້າ ອາກາດ ແລະ ອື່ນໆ. ກອງປະຊຸມ ຍັງໄດ້ຮັບຮອງເອົາ ອັງກິດ ເຂົ້າ ເປັນສະມາຊິກໃໝ່ ອັນດັບທີ 28 ຂອງເວທີພາກພື້ນອາຊຽນ. ກອງປະຊຸມລັດຖະມົນຕີຕ່າງ ປະເທດຂອງກອງປະຊຸມສຸດຍອດ ອາຊີຕາເວັນອອກ (ອີເອເອັສ) ຄັ້ງ ທີ 16 ໄດ້ປຶກສາຫາລື ແລະ ທົບ ທວນຄືນ ຄວາມຄືບໜ້າການຈັດຕັ້ງ ປະຕິບັດບັນດາກິດຈະກໍາພາຍໃຕ້ ແຜນປະຕິບັດງານ ອີເອເອັສ ສົກປີ 2024-2028. ກອງປະຊຸມເຫັນດີ ສືບຕໍ່ເພີ່ມທະວີການຮ່ວມມື ໃນຂົງ ເຂດການຕ້ານອາຊະຍາກໍາຂ້າມ ຊາດ, ການເຊື່ອມຈອດ ແລະ ການ ຫັນປ່ຽນສູ່ພະລັງງານສະອາດ, ສາທາລະນະສຸກ, ການຟື້ນຟູໄພພິ ບັດ ແລະ ການພັດທະນາຊັບພະຍາ ກອນມະນຸດ ແລະ ການສ້າງຄວາມ ອາດສາມາດດ້ານດີຈິຕອນ ແລະ ການສຶກສຶກສາລະດັບສູງ. ພ້ອມ ນີ້, ກອງປະຊຸມໄດ້ປຶກສາຫາລື ເພື່ອ ກະກຽມໃຫ້ແກ່ກອງປະຊຸມສຸດຍອດ ອີເອເອັສ ຄັ້ງທີ 21 ທີ່ຈະຈັດຂຶ້ນ ໃນເດືອນພະຈິກ 2026, ລວມທັງ ການສະເໜີບັນດາເອກະສານຜົນ ກອງປະຊຸມສຸດຍອດດັ່ງກ່າວ. ເຜີຍແຜ່ນິຕິກຳ...ີ່ິິ ຜູ້ແທນລາວ...ູ້ ນະຄອນຫລວງວຽງຈັນ ໂດຍມີ ທ່ານ ທັດສະກາ ສະພັງທອງ ຫົວ ໜ້າກົມພັດທະນາຊົນນະບົດ ແລະ ຫລຸດຜ່ອນຄວາມທຸກຍາກ, ທ່ານ ເຈີນມຽວຮົງ ຫົວໜ້າສູນພັດທະນາ ໂຄງການທຶນຕ່າງປະເທດເພື່ອການ ຟື້ນຟູຊົນນະບົດ ເຂດປົກຄອງຕົນເອງ ກວາງຊີ ສປ ຈີນ, ມີຜູ້ຕາງໜ້າສະ ຖານເອກອັກຄະລັດຖະທູດ ສປ ຈີນ ປະຈໍາລາວ, ຜູ້ຕາງໜ້າພະແນກກະ ສິກໍາ ແລະ ສິ່ງແວດລ້ອມ ນະຄອນ ຫລວງວຽງຈັນ, ຄະນະກໍາມະການ ປົກຄອງເມືອງໄຊທານີ, ພາກສ່ວນ ກ່ຽວຂ້ອງ ແລະ ປະຊາຊົນ ບ້ານທ່າ ດອກຄຳ ເຂົ້າຮ່ວມ. ໂຄງການດັ່ງກ່າວ ໄດ້ຮັບທຶນ ຊ່ວຍເຫລືອລ້າຈາກລັດຖະບານ ສປ ຈີນ ແລະ ໄດ້ເລີ່ມຈັດຕັ້ງປະຕິບັດ ມາແຕ່ເດືອນມິຖຸນາ 2024 ຫາ ເດືອນມິຖຸນາ 2026 ຕະຫລອດ ໄລຍະ2ປີຜ່ານມາ,ໂຄງການບໍ່ພຽງ ແຕ່ສຸມໃສ່ການສ້າງພື້ນຖານໂຄງ ລ່າງ, ແຕ່ຍັງເນັ້ນໃສ່ການຍົກລະ ດັບຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ດີຂຶ້ນ ຊຶ່ງມີຜົນສໍາເລັດທີ່ພົ້ນ ເດັ່ນໃນຫລາຍດ້ານ ເປັນຕົ້ນ ດ້ານ ເສດຖະກິດແລະ ລາຍຮັບປະຊາຊົນ ມີອາຊີບທີ່ໝັ້ນຄົງ, ມີລາຍຮັບຈາກ ການປູກຝັງ ແລະ ການແປຮູບຜະ ລິດຕະພັນກະສິກໍາເພີ່ມຂຶ້ນ 50% ແລະ ລາຍຮັບຂອງຊາວສວນເພີ່ມ ຂຶ້ນ 46%, ດ້ານການພັດທະນາພື້ນ ຖານໂຄງລ່າງ ໄດ້ກໍ່ສ້າງເຮືອນຮົ່ມ ທັນສະໄໝ 3 ຫລັງ, ປັບປຸງເສັ້ນ ທາງ, ລະບົບອ່າງເກັບນ້ຳສະອາດ, ສາງເຢັນ ແລະ ຫ້ອງການບ້ານ ເຮັດ ໃຫ້ການຂົນສົ່ງແລະການແລກປ່ຽນ ຊື້-ຂາຍສິນຄ້າມີຄວາມສະດວກ ສະບາຍຂຶ້ນ, ດ້ານການສ້າງຄວາມ ເຂັ້ມແຂງພະນັກງານ, ການນໍາຂັ້ນ ບ້ານ ແລະ ຊາວກະສິກອນ ຫລາຍ ກວ່າ 1.304 ເທື່ອຄົນ ໄດ້ຮັບການ ຝຶກອົບຮົມສົ່ງເສີມໃຫ້ປະຊາຊົນ ສາມາດເປັນເຈົ້າການ ແລະ ເພິ່ງຕົນ ເອງໄດ້, ດ້ານມາດຕະຖານຜະລິດ ຕະພັນ ກຸ່ມປູກຜັກບ້ານທ່າດອກ ຄໍາ ໄດ້ຮັບການຢັ້ງຢືນກະສິກໍາທີ່ດີ ຫລືGAP ຈາກກົມປູກຝັງ ແລະ ໄດ້ ຮັບໂລໂກ້ກຸ່ມປູກຜັກ ຈາກພະແນກ ອຸດສາຫະກໍາ ແລະ ການຄ້າ ນະ ຄອນຫລວງວຽງຈັນ ຊຶ່ງຮັບປະກັນ ຄວາມປອດໄພໃຫ້ແກ່ຜູ້ບໍລິໂພກ. ໂອກາດນີ້, ທ່ານ ທັດສະກາ ສະພັງທອງ ໄດ້ສະແດງຄວາມ ຍ້ອງຍໍຊົມເຊີຍ ແລະ ຂອບໃຈຢ່າງ ຈິງໃຈ ມາຍັງລັດຖະບານ ສປ ຈີນ, ອົງການປົກຄອງທ້ອງຖິ່ນ ແລະ ປະ ຊາຊົນບ້ານທ່າດອກຄໍາ ພ້ອມທັງ ໄດ້ເນັ້ນໃຫ້ທຸກພາກສ່ວນຮ່ວມກັນ ສືບຕໍ່ບູລະນະ, ຮັກສາ ແລະ ໝູນໃຊ້ ບົດຮຽນຈາກໂຄງການນີ້ ເພື່ອຜັນ ຂະຫຍາຍໃຫ້ມີຄວາມຍືນຍົງ, ຕິດ ຕາມ, ຊຸກຍູ້ກິດຈະກຳຕ່າງໆ ໃຫ້ມີ ຄວາມຍືນຍົງ ແລະ ຂະຫຍາຍຜົນ ອອກໄປເປັນວົງກວ້າງໃນຕໍ່ໜ້າ. ຂໍ້ມູນ-ພາບ: ຂ່າວສານກະສິກຳ ລ່າງດ້ານຄຸນນະພາບແຫ່ງຊາດ ແລະ ຍົກລະດັບວຽກງານກວດ ສອບມາດຕະຖານ ແລະ ຢັ້ງຢືນຄຸນ ນະພາບສິນຄ້າ ຂອງ ສປປ ລາວ ໃຫ້ມີຄວາມເຂັ້ມແຂງ, ທັນສະໄໝ ແລະ ສອດຄ່ອງກັບມາດຕະຖານ ສາກົນ ເພື່ອສະໜັບສະໜູນການປະ ຕິບັດວຽກງານວິຊາສະເພາະຂອງ ລັດຖະບານ. ກະຊວງອຸດສາຫະກຳແລະການ ຄ້າ ໄດ້ໃຫ້ຮູ້ວ່າ: ວຽກງານກວດ ສອບມາດຕະຖານ ແລະ ຢັ້ງຢືນຄຸນ ນະພາບສິນຄ້າ ແມ່ນກົນໄກອັນສຳ ຄັນ ແລະ ຈຳເປັນຢ່າງຍິ່ງ ໃນການ ປົກປ້ອງສິດຜົນປະໂຫຍດຂອງຜູ້ ຊົມໃຊ້, ຮັບປະກັນຄວາມປອດໄພ ຂອງສັງຄົມ ແລະ ສ້າງຄວາມເຊື່ອ ໝັ້ນຕໍ່ຜະລິດຕະພັນ-ສິນຄ້າ ທີ່ຜະ ລິດ, ນຳເຂົ້າ, ສົ່ງອອກ ແລະ ຈຳ ໜ່າຍຢູ່ໃນທ້ອງຕະຫລາດ. ໂຄງການດັ່ງກ່າວ, ເກີດຂຶ້ນຍ້ອນ ນະໂຍບາຍຂອງລັດຖະບານ ແລະ ຄວາມຮຽກຮ້ອງຕ້ອງການຂອງ ສັງຄົມ ເນື່ອງຈາກໃນໄລຍະຜ່ານມາ ຜູ້ຊົມໃຊ້ໄດ້ສະເໜີ ແລະ ຮ້ອງຮຽນ ຜ່ານສາຍດ່ວນຂອງສະພາແຫ່ງ ຊາດແລະກະຊວງອຸດສາຫະກຳແລະ ການຄ້າ ກ່ຽວກັບການບໍລິການນຳ ເຂົ້າ-ສົ່ງອອກ ແລະ ການຈຳໜ່າຍ ຜະລິດຕະພັນສິນຄ້າ ທີ່ມີຄຸນນະ ພາບຕ່ຳ, ບໍ່ສອດຄ່ອງກັບມາດຕະ ຖານ. ສະນັ້ນ, ການເສີມສ້າງຄວາມ ເຂັ້ມແຂງໃຫ້ແກ່ວຽກງານກວດ ສອບ, ທົດສອບ ແລະ ຢັ້ງຢືນຄຸນນະ ພາບສິນຄ້າ ຈຶ່ງເປັນວຽກບຸລິມະສິດ ທີ່ຈະຕ້ອງໄດ້ຈັດຕັ້ງປະຕິບັດຢ່າງ ເປັນລະບົບ ແລະ ມີປະສິດທິຜົນ. ການຮ່ວມທຶນຄັ້ງນີ້, ສະທ້ອນ ໃຫ້ເຫັນຄວາມສໍາພັນອັນດີ ລະ ຫວ່າງ ລັດຖະບານກັບ ບໍລິສັດຂອງ ນັກທຸລະກິດຄົນລາວທີ່ດຳເນີນທຸລະ ກິດດ້ານການຄົ້ນຄວ້າ, ວິໄຈ ແລະ ຫ້ອງທົດລອງ, ທັງເປັນບາດກ້າວ ສໍາຄັນໃນການພັດທະນາເຕັກໂນ ໂລຊີ ໂດຍສະເພາະການພັດທະນາ ເຄື່ອງມື, ລະບົບເຕັກນິກ ແລະ ຫ້ອງ ທົດລອງ ໃຫ້ທັນສະໄໝ ໄດ້ຮັບການ ຮັບຮອງຕາມມາດຕະຖານພາກພື້ນ ແລະສາກົນ. ສັນຍາຮ່ວມທຶນສະບັບ ນີ້ ຈະເປັນພື້ນຖານອັນໜັກແໜ້ນໃນ ການຮ່ວມມື ເພື່ອຮັບປະກັນວ່າສິນ ຄ້າທີ່ນຳເຂົ້າແລະຈຳໜ່າຍໃນທ້ອງ ຕະຫລາດ ມີຄວາມປອດໄພ, ສ້າງ ປະສິດທິພາບໃນການເກັບລາຍຮັບ ເຂົ້າງົບປະມານແຫ່ງລັດ ແລະ ຫລຸດ ຜ່ອນການຮົ່ວໄຫລ, ເພີ່ມມູນຄ່າ ແລະ ຂະຫຍາຍໂອກາດການແຂ່ງ ຂັນຂອງສິນຄ້າລາວ ອອກສູ່ເວທີ ສາກົນ. ສ່ວນຮູບແບບການຮ່ວມ ທຶນເປັນການຮ່ວມທຶນລະຫວ່າງລັດ ຖະບານແລະ ບໍລິສັດເອກະຊົນ ໂດຍ ຝ່າຍລັດຖະບານຖືຮຸ້ນ 51% ແລະ ຝ່າຍບໍລິສັດເອກະຊົນ ຖືຮຸ້ນ 49%. ພິທີດັ່ງກ່າວ ຈັດຂຶ້ນໃນວັນທີ24 ກໍລະກົດ 2026 ຢູ່ນະຄອນຫລວງ ວຽງຈັນ ໂດຍການຮ່ວມລົງນາມ ລະຫວ່າງ ທ່ານ ສີສັງຄົມ ໂຄດໂຍ ທາ ຫົວໜ້າກົມມາດຕະຖານ ແລະ ວັດແທກ ແລະ ທ່ານ ອຸທັນ ໄຕລິດທິ ຕາງໜ້າບໍລິສັດ ລາວສະແຕນດາດ ຄອນໂທຣຈຳກັດໂດຍມີທ່ານມະໄລ ທອງ ກົມມະສິດ ກຳມະການສູນ ກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າ),ທ່ານກິແກ້ວຈັນທະ ບູຣີ ຮອງຫົວໜ້າຫ້ອງວ່າການສູນ ກາງພັກ, ຮອງຫົວໜ້າຄະນະປະຕິ ຮູບລັດວິສາຫະກິດ, ທ່ານ ນາງ ຈັນທະຄອນ ບົວລະພັນ ຮອງລັດຖະ ມົນຕີກະຊວງກະສິກຳແລະສິ່ງແວດ ລ້ອມ; ທ່ານ ນາງ ວິໄລວອນ ຈັນທະ ລາຕີ ຮອງປະທານຄະນະກໍາມະ ການປົກຄອງນະຄອນຫລວງວຽງ ຈັນ ເຂົ້າຮ່ວມເປັນສັກຂີພິຍານ. ມອບ-ຮັບ...ັ ເຊັນສັນຍາ...ັັ ທ່າແຮງຂອງທ້ອງຖິ່ນ ເພື່ອແກ້ໄຂ ຄວາມທຸກຍາກ ຂອງປະຊາຊົນໃຫ້ ຫລຸດລົງເປັນກ້າວໆ, ພ້ອມທັງຈັດ ສັນທີ່ຢູ່ອາໄສຂອງປະຊາຊົນ ໃຫ້ ເປັນລະບຽບຮຽບຮ້ອຍ, ລວມກັນ ຢູ່ເປັນກຸ່ມ ເພື່ອສະດວກຕໍ່ການພັດ ທະນາພື້ນຖານໂຄງລ່າງຕ່າງໆ; ຮັດແໜ້ນຄວາມສາມັກຄີພາຍໃນ ແລະ ຝຶກອົບຮົມຍົກລະດັບຄວາມ ຮູ້ຄວາມສາມາດໃຫ້ແກ່ບຸກຄະລາ ກອນຕາແສງ. ໃນຕອນທ້າຍ, ທ່ານນາຍົກ ລັດຖະມົນຕີ ໄດ້ມອບທຶນ ຈຳນວນ ໜຶ່ງໃຫ້ແກ່ເມືອງ ແລະ ຕາແສງ ດັ່ງກ່າວ. ຫລັງຈາກນັ້ນ, ໄດ້ສືບຕໍ່ ເດີນທາງຢ້ຽມຢາມກຸ່ມຫັດຖະກຳ ຕ່ຳແຜ່ນແພ ຂອງເຜົ່າກະຕາງ ແລະ ໄປຕິດຕາມກວດກາເບິ່ງເສັ້ນທາງຂົວ ສຸພານຸວົງ ຊຶ່ງເປັນເສັ້ນທາງ ຍຸດທະສາດຂອງເມືອງຕຸ້ມລານ ຫາ ເທສະບານແຂວງສາລະວັນ. ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ. ກວດສອບມາດຕະຖານ ແລະ ຢັ້ງ ຢືນຄຸນນະພາບສິນຄ້າ ຈຳກັດ. ທັງ ນີ້, ກໍເພື່ອເສີມສ້າງພື້ນຖານໂຄງ

RkJQdWJsaXNoZXIy MTc3MTYxMQ==