27/07/2026 gsfdko c]t dkora fa mtok xtgmf]k; 4 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp I;zm xk4tdt4k 71 xu ;a olh k'8A 'ltstra oc,j py ']k; ກອງປະຊຸມ...ຸ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ການຮ່ວມມືແມ່ນ້ຳຂອງ-ສ ເກົາ ຫລີ ສະບັບປີ 2021-2025. ພ້ອມ ທັງ, ໄດ້ປຶກສາຫາລື ແລະ ແລກ ປ່ຽນຄຳເຫັນ ເພື່ອກຳນົດແຜນງານ ແລະ ທິດທາງໃນຕໍ່ໜ້າ ໂດຍເນັ້ນໃສ່ 3 ເສົາຄໍ້າ (ປະຊາຊົນ, ຄວາມຈະ ເລີນຮຸ່ງເຮືອງ ແລະ ສັນຕິພາບ) ແລະ 7 ຂົງເຂດການຮ່ວມມືບູລິ ມະສິດ ຄື: ວັດທະນະທຳ ແລະ ການ ທ່ອງທ່ຽວ, ການພັດທະນາຊັບພະ ຍາກອນມະນຸດ, ການພັດທະນາ ກະສິກຳ ແລະ ຊົນນະບົດ, ພື້ນຖານ ໂຄງລ່າງ, ເຕັກໂນໂລຊີຂ່າວສານ ແລະ ການສື່ສານ, ສິ່ງແວດລ້ອມ ແລະ ສິ່ງທ້າທາຍຕໍ່ຄວາມໝັ້ນຄົງທີ່ ບໍ່ແມ່ນການທະຫານ. ໃນໂອກາດນີ້, ທ່ານ ທອງສະ ຫວັນ ພົມວິຫານ ຮອງນາຍົກລັດ ຖະມົນຕີ, ລັດຖະມົນຕີກະຊວງການ ຕ່າງປະເທດ ແຫ່ງ ສປປ ລາວ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ໝາກຜົນຂອງການ ຮ່ວມມື ພາຍໃຕ້ຂອບການຮ່ວມມື ແມ່ນ້ຳຂອງ-ສ ເກົາຫລີ ຕະຫລອດ ໄລຍະຜ່ານມາ ກໍຄື ການຈັດຕັ້ງ ແຜນປະຕິບັດງານສະບັບຜ່ານມາ ຊຶ່ງໄດ້ສົ່ງເສີມການສ້າງຂີດຄວາມ ສາມາດ, ການພັດທະນາຊັບພະຍາ ກອນມະນຸດ, ການຮ່ວມມືດ້ານ ສາທາລະນະສຸກ, ດີຈິຕອນ, ສິ່ງ ແວດລ້ອມ ແລະ ການພັດທະນາ ກອງປະຊຸມໄດ້ມີຄໍາເຫັນສະຫລຸບ ເນື້ອໃນກອງປະຊຸມ ແລະ ໃຫ້ທິດຊີ້ ນໍາທີ່ສໍາຄັນ ໂດຍສະເໜີໃຫ້ທຸກ ພາກສ່ວນທີ່ກ່ຽວຂ້ອງ ສືບຕໍ່ເອົາໃຈ ໃສ່ຈັດຕັ້ງປະຕິບັດໜ້າວຽກຕາມ ພາລະບົດບາດຂອງຕົນໃຫ້ມີຄວາມ ຮັດກຸມ ແລະ ຄົບຖ້ວນ ເພື່ອຮັບປະ ກັນໃຫ້ແກ່ການເປັນເຈົ້າພາບກອງ ປະຊຸມລະດັບສາກົນໃນຄັ້ງນີ້ ດໍາ ເນີນໄປຢ່າງມີປະສິດທິຜົນ ແລະ ປະສົບຜົນສໍາເລັດຕາມລະດັບຄາດ ໝາຍທີ່ວາງໄວ້. ກອງປະຊຸມທົບທວນສົນທິສັນ ຍາວ່າດ້ວຍການເກືອດຫ້າມລະ ເບີດລູກຫວ່ານ ຫລື CCM ແມ່ນ ຈັດຂຶ້ນໃນທຸກໆ 5 ປີ ເພື່ອເປັນເວທີ ຫລັກໃຫ້ແກ່ບັນດາລັດພາຄີໃນການ ທົບທວນການຈັດຕັ້ງປະຕິບັດສົນທິ ສັນຍາ. ສປປ ລາວ ຈະເປັນປະທານ ແລະ ເຈົ້າພາບຈັດກອງປະຊຸມທົບ ທວນສົນທິສັນຍາ CCM (3RCCCM) ຊຶ່ງຈະຈັດຂຶ້ນໃນລະຫວ່າງ ວັນທີ 13-18 ກັນຍາ 2026 ທີ່ ນະຄອນຫລວງວຽງຈັນ. ກອງປະ ຊຸມດັ່ງກ່າວ, ເປັນຂີດໝາຍສໍາຄັນ ລະດັບຊາດ ແລະ ສາກົນ ສໍາລັບ ສປປ ລາວ ໃນຖານະເປັນໜຶ່ງໃນ ບັນດາປະເທດທີ່ໄດ້ຮັບຜົນກະທົບ ຈາກລະເບີດລູກຫວ່ານຫລາຍທີ່ສຸດ ໃນໂລກ. ຜ່ານມາ ສປປ ລາວ ເຄີຍ ເປັນເຈົ້າພາບຈັດກອງປະຊຸມລັດ ພາຄີສົນທິສັນຍາ CCM ຄັ້ງທໍາ ອິດໃນປີ 2010. ພາບ: ຂັນໄຊ ສືບຕໍ່ຫາລື...ືໍ່ື *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ແລະ ລາຍງານຄວາມຄືບໜ້າກ່ຽວ ກັບການກະກຽມເປັນເຈົ້າພາບ ກອງປະຊຸມ 3RC-CCM ເພື່ອ ຮັບປະກັນໃຫ້ການເປັນເຈົ້າພາບ ຈັດກອງປະຊຸມລະດັບສາກົນ ໃນ ຄັ້ງນີ້ ດໍາເນີນໄປດ້ວຍຜົນສໍາເລັດ ຢ່າງຈົບງາມ. ກອງປະຊຸມໄດ້ຮັບຟັງການລາຍ ງານຄວາມຄືບໜ້າ ຂອງການກະ ກຽມໂດຍລວມຂອງໜ້າວຽກຕ່າງໆ ໃນຂອບກອງປະຊຸມ 3RC-CCM ໂດຍກົມອົງການຈັດຕັ້ງສາກົນ ໃນນາມກອງເລຂາ ກ່ຽວກັບສະ ພາບລວມຂອງການດໍາເນີນວຽກ ງານກະກຽມໃນໄລຍະທີ່ຜ່ານມາ ຈົນມາຮອດປັດຈຸບັນ ຊຶ່ງມີຄວາມ ຄືບໜ້າໃນຫລາຍດ້ານ ໂດຍສະ ເພາະການກະກຽມດ້ານເນື້ອໃນ ລວມທັງດ້ານການຈັດຕັ້ງກອງປະ ຊຸມເຊັ່ນ: ການລົງທະບຽນ, ການ ຂປລ. ກະຊວງການຕ່າງປະ ເທດ ຮ່ວມກັບຫ້ອງການຜູ້ປະສານ ງານອົງການ ສະຫະປະຊາຊາດ (ສປຊ)ປະຈໍາສປປລາວຈັດກອງ ປະຊຸມສະເພາະກິດ ຂອງຄະນະ ກໍາມະການຊີ້ນໍາຮ່ວມ (JSC) ຂອບການຮ່ວມມື ເພື່ອການພັດທະ ລາວ-ສປຊ... *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ນາແບບຍືນຍົງ ລະຫວ່າງ ລັດຖະ ບານ ແຫ່ງ ສປປ ລາວ ແລະ ອົງ ການ ສປຊ ໄລຍະປີ 2022-2026 ໃນວັນທີ 23 ກໍລະກົດ 2026 ທີ່ ນະຄອນຫວງວຽງຈັນ ໂດຍການ ເປັນປະທານຮ່ວມຂອງ ທ່ານ ອານຸ ພາບ ວົງໜໍ່ແກ້ວ ຮອງລັດຖະ ມົນຕີ ກະຊວງການຕ່າງປະເທດ ແລະ ທ່ານ Bakhodir Burkhanov ຜູ້ປະສານງານອົງການ ສປຊ ປະ ຈໍາ ສປປ ລາວ, ມີຜູ້ຕາງໜ້າ ຈາກ ບັນດາກະຊວງ, ຂະແໜງການ ແລະ ບັນດາອົງການເຄືອຂ່າຍ ສປຊ ເຂົ້າຮ່ວມ. ກອງປະຊຸມຄັ້ງນີ້, ຈັດຂຶ້ນເພື່ອ ປຶກສາຫາລື ແລະ ກວດກາຄືນ ຮ່າງເນື້ອໃນເອກະສານ ຈຳນວນ 2 ສະບັບຄື: ຮ່າງຂອບການຮ່ວມມື ເພື່ອການພັດທະນາແບບຍືນຍົງ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ອົງການ ສປຊ (Lao PDR-UNSDCF) ສະບັບໃໝ່ ໄລຍະປີ 2027-2031 ແລະ ຮ່າງກໍານົດໜ້າວຽກ (Term of References- ToR) ສະບັບໃໝ່ ພາຍໃຕ້ຂອບການຮ່ວມມືດັ່ງກ່າວ. ກອງປະຊຸມ ໄດ້ຮ່ວມກັນປຶກສາ ຫາລື ແລະ ປະກອບຄໍາເຫັນຢ່າງ ກົງໄປກົງມາ ແລະ ມີເນື້ອໃນ ຕໍ່ຮ່າງ ຂອບການຮ່ວມມື ສະບັບໃໝ່ ໄລຍະ ຂປລ. ພະແນກສະຫະພັນແມ່ ຍິງ ໂຮງຮຽນວັດທະນະທຳຊົນເຜົ່າ ກອງທັບ (ຮວຜທ) ຈັດປາຖະກະ ຖາສະເຫລີມສະຫລອງ ວັນສ້າງຕັ້ງ ສະຫະພັນແມ່ຍິງລາວ 20 ກໍລະກົດ ຄົບຮອບ 71 ປີ ແລະ ເຜີຍແຜ່ມະຕິ ກອງປະຊຸມໃຫຍ່ຜູ້ແທນແມ່ຍິງ ລາວທົ່ວປະເທດ ຄັ້ງທີ IX ໃນວັນທີ 22 ກໍລະກົດ 2026 ໂດຍການ ເປັນປະທານຂອງ ສະຫາຍ ພັນໂທ ອຸໄລກອນ ກົມມະເມືອງ ຮອງຫົວ ໜ້າຫ້ອງການເມືອງ, ຜູ້ຊີ້ນຳວຽກ ງານອົງການຈັດຕັ້ງມະຫາຊົນ ໂຮງ ຮຽນວັດທະນະທຳຊົນເຜົ່າກອງ ທັບ, ມີຄະນະຫ້ອງ 4 ຫ້ອງ, 2 ກອງ ພັນ, ພະແນກຊາວໜຸ່ມ ຕະຫລອດ ຮອດເອື້ອຍນ້ອງສະມາຊິກແມ່ຍິງ ທົ່ວໂຮງຮຽນເຂົ້າຮ່ວມ. ໃນພິທີ, ສະຫາຍ ຮ້ອຍເອກ ນາງ ມະນີວອນ ໄຊປັນຍາ ຊ່ວຍວຽກ ພະແນກສະຫະພັນແມ່ຍິງໂຮງຮຽນ ວັດທະນະທຳຊົນເຜົ່າກອງທັບ ໄດ້ ຜ່ານມະຕິກອງປະຊຸມໃຫຍ່ຜູ້ແທນ ແມ່ຍິງລາວ ຄັ້ງທີ IX ຊຶ່ງກອງປະ ຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວ ປະເທດ ຄັ້ງທີ IX ໄດ້ດໍາເນີນຢ່າງ ເປັນທາງການ ນັບແຕ່ວັນທີ 9-10 ກັນຍາ 2025 ທີ່ນະຄອນຫລວງ ວຽງຈັນ ພາຍໃຕ້ການເປັນປະທານ ຂອງ ສະຫາຍ ນາງ ອາລີ ວົງໜໍ່ ບຸນທໍາ ກໍາມະການສູນກາງພັກ, ປະທານຄະນະບໍລິຫານງານສູນ ກາງສະຫະພັນແມ່ຍິງລາວ, ກອງ ປະຊຸມຄັ້ງນີ້ ມີຜູ້ແທນສົມບູນຈໍາ ນວນ 373 ສະຫາຍ ທີ່ເປັນຕົວແທນ ໃຫ້ແກ່ສະມາຊິກສະຫະພັນແມ່ຍິງ 1.699.069 ຄົນ ໃນທົ່ວປະເທດ ແລະມີແຂກຖືກເຊີນເຂົ້າຮ່ວມ,ກອງ ປະຊຸມໄດ້ຍົກໃຫ້ເຫັນຫລາຍບັນ ຫາທີ່ມີຄວາມໝາຍຄວາມສໍາຄັນ. ໂອກາດນີ້, ສະຫາຍ ພັນໂທ ອຸໄລກອນ ກົມມະເມືອງ ໄດ້ຍົກໃຫ້ ເຫັນມູນເຊື້ອແຫ່ງການເຕີບໃຫຍ່ ຂະຫຍາຍຕົວ ແລະ ຜົນງານການ ເຄື່ອນໄຫວອັນໂດດເດັ່ນ ຂອງສະ ຫະພັນແມ່ຍິງລາວ ຕະຫລອດໄລ ຍະ 71 ປີຜ່ານມາ, ແມ່ຍິງລາວ ທີ່ໄດ້ອຸທິດເຫື່ອແຮງ, ສະຕິປັນຍາ ເຂົ້າໃນພາລະກິດຕໍ່ສູ້ກູ້ຊາດໃນອະ ດີດ ດ້ວຍຄວາມອົງອາດກ້າຫານ, ປັດຈຸບັນການເຄື່ອນໄຫວນັບມື້ ກວ້າງຂວາງ ໂດຍສະເພາະແມ່ນ ການຊຸກຍູ້ຂະບວນການປະຕິບັດ ຂໍ້ແຂ່ງຂັນ 3 ດີ ຕິດພັນກັບຂະ ບວນການແຂ່ງຂັນ “ຮັກຊາດ ແລະ ພັດທະນາ”, ການສ້າງຄອບຄົວຕົວ ແບບໃຫ້ກາຍເປັນຂະບວນການທີ່ ຟົດຟື້ນ, ກວ້າງຂວາງ ແລະ ເລິກ ເຊິ່ງຕິດພັນກັບການສ້າງຂະບວນ ການລວມຂອງພັກ, ຂອງຊາດແລະ ຊຸມຊົນ ຜ່ານໂຄງການທີ່ໄດ້ຮັບການ ສະໜັບສະໜູນ ຈາກກອງທຶນຂອບ ການຮ່ວມມືແມ່ນ້ຳຂອງ-ສ ເກົາ ຫລີ (MKCF). ພ້ອມດຽວກັນ, ກໍໄດ້ສະເໜີບາງທິດທາງ ແລະ ແຜນການຮ່ວມມື ໂດຍໃຫ້ເນັ້ນ ຄວາມສຳຄັນຕໍ່ການພັດທະນາຊັບ ພະຍາກອນມະນຸດ, ການພັດທະນາ ທັກສະດ້ານດີຈິຕອນ, ການສົ່ງ ເສີມການເຕີບໂຕສີຂຽວ, ພະລັງ ງານສະອາດ, ການຮັບມືກັບການ ປ່ຽນແປງຂອງສະພາບດິນຟ້າອາ ກາດ, ການພັດທະນາເວທີເຄືອຂ່າຍ ທຸລະກິດດີຈິຕອນ ແມ່ນ້ຳຂອງ-ສ ເກົາຫລີ, ການເຊື່ອມໂຍງພາກພື້ນ ແລະ ການແລກປ່ຽນລະຫວ່າງ ປະຊາຊົນ. ພິເສດ, ສປປ ລາວ ໄດ້ ຢ້ຳຄວາມສຳຄັນຂອງການເຊື່ອມ ໂຍງພາກພື້ນ ເພື່ອສະໜັບສະໜູນ ວິໄສທັດການຫັນປ່ຽນຈາກປະເທດ ທີ່ບໍ່ມີຊາຍແດນຕິດກັບທະເລ ກາຍ ເປັນປະເທດທີ່ເຊື່ອມໂຍງ ແລະ ເຊື່ອມຈອດໃນພາກພື້ນ. ທ່ານຮອງ ນາຍົກລັດຖະມົນຕີ ຍັງໄດ້ຢືນຢັນ ຄວາມໝາຍໝັ້ນຂອງ ສປປ ລາວ ໃນການຮ່ວມມືຢ່າງໃກ້ຊິດກັບ ສ ເກົາຫລີ ແລະ ບັນດາປະເທດສະມາ ຊິກແມ່ນ້ຳຂອງ ເພື່ອເຮັດໃຫ້ຂອບ ການຮ່ວມມື Mekong-ROK ມີ ປະສິດທິພາບ ແລະ ປະສິດທິຜົນ ຫລາຍຂື້ນ. ກອງປະຊຸມໄດ້ຮັບຊາບເອກະ ສານສຳຄັນ 1 ສະບັບ ຄື: ຖະແຫລງ ການຂອງປະທານຮ່ວມກອງປະ ຊຸມ (Co-Chairs’ Statement) ແລະ ອັດລົງດ້ວຍບັນຍາກາດແຫ່ງ ມິດຕະພາບ, ຄວາມເຂົ້າໃຈ ແລະ ຄວາມຕັ້ງໃຈຮ່ວມກັນທີ່ຈະສືບຕໍ່ ພັດທະນາຂອບການຮ່ວມມື ແມ່ ນ້ຳຂອງ-ສ ເກົາຫລີ ໃຫ້ມີຄວາມ ເຂັ້ມແຂງ ແລະ ເກີດຜົນປະໂຫຍດ ຢ່າງເປັນຮູບປະທຳຕໍ່ປະຊາຊົນ ຂອງພາກພື້ນ. ຂອງກອງທັບ. ພ້ອມນີ້, ສະຫາຍ ຍັງ ໄດ້ເຜີຍແຜ່ບົດໂອ້ລົມ ຂອງສະຫາຍ ບຸນທອງ ຈິດມະນີ ກຳມະການກົມ ການເມືອງສູນກາງພັກ, ຜູ້ປະຈຳ ການຄະນະເລຂາທິການສູນກາງ ພັກ, ຮອງປະທານປະເທດ ກ່າວຕໍ່ ກອງປະຊຸມຜູ້ແທນແມ່ຍິງລາວ ທົ່ວ ປະເທດ ຄັ້ງທີ lX ໂດຍໄດ້ໂອ້ລົມ ຫລາຍບັນຫາສຳຄັນ, ພ້ອມທັງ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນ ງານທີ່ສະຫະພັນແມ່ຍິງລາວຍາດ ມາໄດ້ໃນໄລຍະຜ່ານມາ, ພ້ອມນັ້ນ ຍັງໄດ້ເນັ້ນໃຫ້ສະມາຊິກແມ່ຍິງ ຈົ່ງ ຍົກສູງຄວາມຮັບຜິດຊອບ ໃນການ ປະຕິບັດພາລະບົດບາດຂອງຕົນ, ເພີ່ມທະວີການເມືອງແນວຄິດໃຫ້ ໜັກແໜ້ນ, ປະຕິບັດຂໍ້ກໍານົດກົດ ລະບຽບຂອງກອງທັບ ກໍຄື ຂອງ ກົມກອງ ແລະ ຂອງແມ່ຍິງລາວ ໃຫ້ເຂັ້ມງວດ, ເອົາໃຈໃສ່ປະຕິບັດ ຂໍ້ແຂ່ງຂັນ 3 ດີ ໃຫ້ເປັນຂະບວນ ການຟົດຟຶ້ນຕໍ່ເນື່ອງ, ຮັກສາວັດທະ ນະທໍາ ແລະ ຮີດຄອງປະເພນີອັນດີ ງາມຂອງຊາດ, ຂອງແມ່ຍິງ, ເພີ່ມ ທະວີຄວາມສາມັກຄີພາຍໃນ-ພາຍ ນອກ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ. ຂ່າວ: ໂອລິນ ມິ່ງມີໄຊ ປີ 2027-2031 ເພື່ອກຳນົດບຸລິ ມະສິດຂອງລັດຖະບານຮ່ວມກັນ ໂດຍສະເພາະເພື່ອຮັບປະກັນຄວາມ ສອດຄ່ອງກັບແຜນພັດທະນາເສດ ຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ X (2026-2030) ພ້ອມທັງເປົ້າ ໝາຍການພັດທະນາແບບຍືນຍົງ ແລະ ການກະກຽມອອກຈາກສະ ຖານະພາບດ້ອຍພັດທະນາຂອງ ສປປລາວ. ນອກນີ້, ຍັງໄດ້ພ້ອມກັນ ປະກອບຄໍາເຫັນໃສ່ຮ່າງຂໍ້ກຳນົດ ໜ້າວຽກສະບັບໃໝ່ (ToR) ໂດຍ ສະເໜີເພີ່ມບາງກະຊວງ ຫລື ຂະ ແໜງການເຂົ້າຕື່ມ, ລວມທັງກົນໄກ ການປະສານງານຂອງຄະນະກຳ ມະການດັ່ງກ່າວ. ໃນໂອກາດດັ່ງກ່າວ, ທ່ານຮອງ ລັດຖະມົນຕີ ກະຊວງການຕ່າງ ປະເທດ, ປະທານຮ່ວມກອງປະຊຸມ ໄດ້ຢໍ້າຄືນເຖິງຄວາມໝາຍຄວາມ ສຳຄັນຂອງກອງປະຊຸມຂອງ ຄະ ນະກໍາມະການຊີ້ນໍາຮ່ວມJSCໂດຍ ສະເພາະໃນກອງປະຊຸມສະເພາະ ກິດຄັ້ງນີ້ ຈັດຂຶ້ນເພື່ອພິຈາລະນາ ຮ່າງເນື້ອໃນເອກະສານສຳຄັນ ທັງ 2 ສະບັບ ໃຫ້ມີຄວາມສອດຄ່ອງ ກັບບຸລິມະສິດຕົວຈິງດ້ານການພັດ ທະນາໃນປັດຈຸບັນຂອງລັດຖະບານ, ກ່ອນຈະສືບຕໍ່ປັບປຸງ ແລະ ກ້າວໄປ ສູ່ການລົງນາມຂອບການຮ່ວມມື Lao PDR-UNSDCF 20272031 ສະບັບໃໝ່ ຢ່າງເປັນທາງ ການ ໃນເດືອນສິງຫາ 2026. ທ່ານ Bakhodir Burkhanov ຜູ້ປະສານງານອົງການ ສປຊ ປະ ຈຳ ສປປ ລາວ ໄດ້ຢໍ້າຄືນວ່າ ຄະນະກໍາມະການຊີ້ນໍາຮ່ວມ JSC ມີບົດບາດສໍາຄັນໃນການຮ່າງ ເອກະສານຂອບວຽກການຮ່ວມມື Lao PDR-UNSDCF 20272031 ສະບັບໃໝ່ຮ່ວມກັນ ຊຶ່ງ ພາຍຫລັງການຮັບຮອງໃນເດືອນ ສິງຫາ ທີ່ຈະມາເຖິງນີ້, ເອກະສານ ດັ່ງກ່າວ ຈະເປັນບ່ອນອີງອັນສຳ ຄັນໃນການເຮັດວຽກ, ຂົນຂວາຍ ການສະໜັບສະໜູນ ທັງດ້ານທຶນ ຮອນ ແລະ ເຕັກນິກ ທັງໃນລະບົບ ສປຊ ແລະ ຈາກຄູ່ຮ່ວມພັດທະນາ ອື່ນໆ ເພື່ອມາຈັດຕັ້ງປະຕິບັດວຽກ ຂອງອົງການເຄືອຂ່າຍສປຊປະຈຳ ສປປ ລາວ ໃຫ້ສາມາດບັນລຸໄດ້ ຕາມແຜນການ ແລະ ຄາດໝາຍທີ່ ວາງໄວ້ ແຕ່ປີ 2027 ຫາ 2031. ຂອບການຮ່ວມມື Lao PDRUNSDCF 2027-2031 ສະບັບ ໃໝ່ ແມ່ນເອກະສານຍຸດທະສາດ ລວມຂອງອົງການເຄືອຂ່າຍ ສປຊ ຢູ່ ສປປ ລາວ ທີ່ກໍານົດວິໄສທັດ ຮ່ວມ, ວຽກງານຍຸດທະສາດ ແລະ ຜົນໄດ້ຮັບ, ລວມທັງທິດທາງລວມ ຂອງບັນດາອົງການເຄືອຂ່າຍ ສປຊ ໃນການຈັດຕັ້ງຜັນຂະຫຍາຍບັນ ດາແຜນຍຸດທະສາດ ໃນໄລະຍະ 5 ປີ ໂດຍສອດຄ່ອງກັບບັນດາເປົ້າ ໝາຍຂອງແຜນພັດທະນາເສດຖະ ກິດ-ສັງຄົມແຫ່ງຊາດແລະການພັດ ທະນາແບບຍືນຍົງ. ຮ່າງຂອບການ ຮ່ວມມືສະບັບໃໝ່ດັ່ງກ່າວ ໄດ້ກໍາ ນົດເອົາ 3 ເປົ້າໝາຍຫລັກ ແລະ 10 ແຜນວຽກຈຸດສຸມ ຊຶ່ງສອດຄ່ອງກັບ ເປົ້າໝາຍການພັດທະນາແຫ່ງຊາດ ແລະ ວິໄສທັດໃນໄລຍະຍາວຂອງ ສປປ ລາວ. ກະກຽມ ສະຖານທີ່ຈັດປະຊຸມ ແລະ ດ້ານພິທີການ. ພ້ອມດຽວກັນ, ບັນ ດາຜູ້ເຂົ້າຮ່ວມໄດ້ລາຍງານ ແລະ ປຶກສາຫາລືກ່ຽວກັບລາຍລະອຽດ ໜ້າວຽກຂອງບັນດາອະນຸກຳມະ ການ ຊຶ່ງມີທັງໝົດ 11 ອະນຸກຳມະ ການທີ່ກ່ຽວຂ້ອງ ເປັນຕົ້ນ ອະນຸ ກຳມະການປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ, ອະນຸກຳມະການ ຂົນສົ່ງ, ອະນຸກຳມະການໂຄສະນາ ແລະ ຂ່າວສານ, ອະນຸກຳມະການ ວັດທະນະທໍາ ແລະ ການສະແດງ, ອະນຸກຳມະການສາທາລະນະສຸກ, ອະນຸກຳມະການວຽກງານເນື້ອໃນ ແລະ ເລຂານຸການ, ອະນຸກຳມະການ ສະຖານທີ່ ແລະ ພິທີການ, ອະນຸກຳ ມະການ ງົບປະມານ-ການເງິນ, ອະ ນຸກຳມະການແຂ່ງຂັນ ແລະ ຍ້ອງ ຍໍ, ວຽກງານຜູ້ຊ່ວຍວຽກ ແລະ ອາ ສາສະໝັກ ລວມເຖິງການກະກຽມ ຄວາມພ້ອມດ້ານຕ່າງໆ. ສໍາລັບ ກິດຈະກຳຢ້ຽມຢາມພາກສະໜາມ ກວດກູ້ລະເບີດບໍ່ທັນແຕກ ທີ່ ແຂວງ ຫລວງພະບາງ ໃນວັນທີ 13 ກັນຍາ 2026 ໄດ້ມີຄວາມພ້ອມຫລາຍ ສົມຄວນ ຊຶ່ງຄະນະນໍາກະຊວງ ການຕ່າງປະເທດ ໄດ້ລົງກວດກາ ຄວາມພ້ອມຢູ່ພາກສະໜາມເປັນ ແຕ່ລະໄລຍະ ໂດຍເຮັດວຽກຮ່ວມ ກັນຢ່າງໃກ້ຊິດກັບຄະນະກຳມະ ການປົກຄອງແຂວງຫລວງພະ ບາງ ເພື່ອກະກຽມຄວາມພ້ອມໃນ ທຸກດ້ານ. ໃນຕອນທ້າຍ, ທ່ານປະທານ
RkJQdWJsaXNoZXIy MTc3MTYxMQ==