ເຈົ້າໜ້າທີ່...ົ້້ີ່ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ 22/07/2026 gsfdko c]t dkora fa mtok xtgmf]k; 4 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ມຊ ເນັ້ນສ້າງ...ັ້້ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ glu ,0tspkpdkoIj ;,,n ]ts;j k' lxx ]k; c]t 3,iu 8kou ພະນັກງານລົດໄຟ...ັົ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ pq d]tfa [7;k,I6 h fh kodko7y fw]j ];,pvfzt]y f8tra orkp.o 0A oc0;' ຂປລ. ສູນສະຖິຕິແຫ່ງຊາດ ກະຊວງການເງິນ ໄດ້ຈັດຝຶກອົບຮົມ ຍົກລະດັບຄວາມຮູ້ການຄິດໄລ່ ລວມຍອດຜະລິດຕະພັນພາຍໃນ (GDP) ລະດັບແຂວງ ໃນວັນທີ 20 ກໍລະກົດ 2026 ໂດຍການ ເປັນປະທານຂອງ ທ່ານ ນາງ ເພັດ ສະໝອນ ສອນ ຫົວໜ້າສູນສະຖິຕິ ແຫ່ງຊາດ ກະຊວງການເງິນ, ມີ ຄະນະພະແນກການເງິນ ແລະ ຂະ ແໜງການກ່ຽວຂ້ອງ ຈາກນະຄອນ ຫລວງວຽງຈັນ, ແຂວງຫົວພັນ, ໄຊຍະບູລີ ແລະ ແຂວງວຽງຈັນ ເຂົ້າຮ່ວມ. ທ່ານ ນາງ ເພັດສະໝອນ ສອນ ໄດ້ກ່າວວ່າ: ລວມຍອດຜະລິດຕະ ພັນພາຍໃນ ຫລື GDP ລະດັບ ແຂວງ ເປັນເຄື່ອງມື ແລະ ຂໍ້ມູນ ພື້ນຖານທີ່ຂາດບໍ່ໄດ້ ໃນການສ້າງ ແຜນພັດທະນາເສດຖະກິດ-ສັງຄົມ, ການກຳນົດນະໂຍບາຍ ແລະ ການ ຈັດສັນຊັບພະຍາກອນຂອງທ້ອງ ຖິ່ນ ປັດຈຸບັນ, ວຽກງານບັນຊີແຫ່ງ ຊາດຂອງ ສປປ ລາວ ກຳລັງຢູ່ໃນ ໄລຍະຫັນປ່ຽນຄັ້ງສຳຄັນ ໂດຍ ມີການປັບປຸງປີຖານການຄິດໄລ່ GDP ຈາກປີ 2012 ມາເປັນປີ 2025, ພ້ອມທັງຍົກລະດັບລະບົບ ວິທີໃຫ້ສອດຄ່ອງກັບມາດຕະຖານ ສາກົນ SNA 2008 ແລະ SNA 2025 ເພື່ອໃຫ້ສູນກາງ ແລະ ທ້ອງ ຖິ່ນມີຫລັກການກວດສອບຂໍ້ມູນ ໄປ ໃນທິດທາງດຽວກັນ. ໃນໄລຍະຜ່ານມາ, ການຄິດໄລ່ GDP ຂອງບັນດາແຂວງ ຍັງຜະ ເຊີນກັບສິ່ງທ້າທາຍຫລາຍດ້ານ ເປັນຕົ້ນ ຂໍ້ມູນບໍລິຫານບາງແຫລ່ງ ຍັງບໍ່ທັນຄົບຖ້ວນ, ການຈັດປະເພດ ກິດຈະກຳເສດຖະກິດ ຍັງບໍ່ທັນເອ ກະພາບກັນ, ຂໍ້ມູນດ້ານລາຄາມີ ຈຳກັດ ແລະ ການປະສານງານລະ ຫວ່າງຂະແໜງການຍັງບໍ່ຕໍ່ເນື່ອງ. ສະນັ້ນ, ຈຶ່ງມີຄວາມສຳຄັນເພື່ອ ທຳຄວາມຮັບຮູ້ ແລະ ເຂົ້າໃຈເອກະ ພາບກ່ຽວກັບທິດສະດີ ລະບອບ ວິທີ, ຂັ້ນຕອນສັງລວມຄິດໄລ່ ແລະ ລະບົບການຄາດຄະເນ GDP ຂອງ ແຂວງ. ຕະຫລອດໄລຍະຝຶກອົບຮົມ ບັນດານັກສຳມະນາກອນຈະໄດ້ຄົ້ນ ຄວ້າຢ່າງເລິກເຊິ່ງ ຕັ້ງແຕ່ຂັ້ນຕອນ ການກຳນົດຂອບເຂດ, ການຄິດ ໄລ່ມູນຄ່າເພີ່ມ, ວິທີເລືອກແຫລ່ງ ຂໍ້ມູນ, ໄປຈົນເຖິງການຂຽນບົດ ລາຍງານ. ພາຍຫລັງສຳເລັດການຝຶກອົບ ຮົມ, ຈະຕ້ອງໄດ້ກຳນົດຜູ້ປະສານ ງານລະຫວ່າງ ສູນກາງ ແລະ ທ້ອງ ຖິ່ນ ໃຫ້ມີຄວາມຈະແຈ້ງ ເພື່ອຕິດ ຕາມການນຳໃຊ້ລະບົບ, ແກ້ໄຂບັນ ຫາວິຊາການຮ່ວມກັນ ແລະ ນຳ ເອົາຄວາມຮູ້ທີ່ໄດ້ຮັບໃນຄັ້ງນີ້, ໄປ ຜັນຂະຫຍາຍເຂົ້າໃນການປັບປຸງ ວຽກງານຕົວຈິງ ໃຫ້ມີຄວາມຖືກ ຕ້ອງ ແລະ ຊັດເຈນ ກວ່າເກົ່າ. ຂ່າວ: ວັນຊະນະ ຂປລ. ໃນວັນທີ 20 ກໍລະກົດ 2026, ທ່ານ ໄມທອງ ທໍາມະ ວົງສາ ຮອງລັດຖະມົນຕີກະຊວງ ການຕ່າງປະເທດ ໄດ້ຕ້ອນຮັບ ແລະ ພົບປະກັບ ທ່ານ ມອກຕາ ລາມ ລັດຖະມົນຕີເລຂາທິການ ລັດຖະບານ ສາທາລະນະລັດ ອິດສະລາມ ໂມຣີຕານີ ພ້ອມຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ເຮັດວຽກຢູ່ ສປປ ລາວ ໃນ ລະຫວ່າງວັນທີ 18-21 ກໍລະກົດ 2026. ໂອກາດດັ່ງກ່າວ, ທ່ານ ທອງ ທໍາມະວົງສາ ໄດ້ສະແດງຄວາມ ຍິນດີຕ້ອນຮັບອັນອົບອຸ່ນ ຕໍ່ການ ເດີນທາງມາຢ້ຽມຢາມ ແລະ ເຮັດ ວຽກຢູ່ ສປປ ລາວ ຂອງ ທ່ານ ມອກຕາ ລາມ ໃນຄັ້ງນີ້, ພ້ອມທັງ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມື ທີ່ດີ ລະຫວ່າງ ສປປ ລາວ ແລະ ສາທາລະນະລັດ ອິດສະລາມ ໂມຣີ ຕານີ ໃນຕະຫລອດໄລຍະຜ່ານມາ, ທັງໃນຂອບການຮ່ວມມືສອງຝ່າຍ ແລະ ຫລາຍຝ່າຍ ກໍຄື ການຮ່ວມມື ໃນຂົງເຂດວຽກງານຝຣັງໂກໂຟນີ ໂດຍສະເພາະເລີ່ມແຕ່ທີ່ ສປປ ລາວ ແລະ ສາທາລະນະລັດ ອິດສະລາມ ໂມຣີຕານີ ມີສາຍພົວພັນການທູດ ໃນວັນທີ 19 ກັນຍາ 2013 ເປັນ ຕົ້ນມາ. ພ້ອມກັນນີ້, ທ່ານ ທອງ ທໍາມະວົງສາ ຍັງໄດ້ແຈ້ງໃຫ້ທາງ ຝ່າຍ ໂມຣີຕານີ ຊາບກ່ຽວກັບຜົນ ສໍາເລັດຂອງການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ຊຶ່ງລັດຖະບານ ສປປ ລາວ ໃຫ້ບູລິມະສິດແກ່ການພັດ ທະນາພື້ນຖານໂຄງລ່າງ ເພື່ອການ ເຊື່ອມໂຍງ-ເຊື່ອມຈອດ, ການພັດ ທະນາຊົນນະບົດເພື່ອຫລຸດຜ່ອນ ຄວາມທຸກຍາກຂອງປະຊາຊົນ, ການເຕີບໂຕສີຂຽວ ແລະ ເປັນມິດ ຕໍ່ສິ່ງແວດລ້ອມ, ການຫັນເປັນດີຈິ ຕອນ ເພື່ອສ້າງການຫັນປ່ຽນດ້ານ ການພັດທະນາເສດຖະກິດ-ສັງຄົມ ຮອບດ້ານ ໄປສູ່ຄຸນນະພາບໃໝ່, ຄວາມໝາຍໝັ້ນເພື່ອນໍາພາປະເທດ ອອກຈາກສະຖານະພາບດ້ອຍ ພັດທະນາ ອີງຕາມການສະເໜີແນະ ນໍາຂອງອົງການ ສປຊ. ນອກຈາກ ນີ້, ທ່ານ ທອງ ທໍາມະວົງສາ ຍັງ ໄດ້ຕີລາຄາສູງຕໍ່ການພົບປະ ແລະ ການປຶກສາຫາລື ລະຫວ່າງສອງ ຝ່າຍໃນຄັ້ງນີ້, ແນໃສ່ເພື່ອເສີມ ຂະຫຍາຍການຮ່ວມມື ລະຫວ່າງ ສປປ ລາວ ແລະ ໂມຣີຕານີ ໃນຊຸມ ປີຕໍ່ໜ້າ, ລວມທັງການຮ່ວມມືໃນ ຂອບວຽກງານ ຝຣັງໂກໂຟນີ. ໃນໂອກາດດຽວກັນ, ທ່ານ ມອກຕາ ລາມ ກໍໄດ້ສະແດງຄວາມ ຂອບໃຈຢ່າງຈິງໃຈ ຕໍ່ການຕ້ອນ ຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ ການພົວພັນຮ່ວມມືທີ່ດີ ລະຫວ່າງ ສາທາລະນະລັດ ອິດສະລາມ ໂມ ຣີຕານີ ແລະ ສປປ ລາວ ໃນໄລ ຍະຜ່ານມາ, ພ້ອມທັງໃຫ້ຄວາມ ໝາຍໝັ້ນວ່າ ຈະສືບຕໍ່ຊຸກຍູ້ເພື່ອ ໃຫ້ມີການເສີມຂະຫຍາຍການຮ່ວມ ມືໃນຂົງເຂດວຽກງານຕ່າງໆ ລະ ຫວ່າງສອງປະເທດ ໃນຕໍ່ໜ້າໃຫ້ ກວ້າງຂວາງກວ່າເກົ່າ, ລວມທັງ ການຮ່ວມມືໃນຂອບວຽກງານ ຝຣັງໂກໂຟນີ. ຍຸກດີຈິຕອນ ໂດຍເນັ້ນພັດທະນາ ທັກສະທັງພາກທິດສະດີ ແລະ ພາກ ປະຕິບັດຕົວຈິງ ໃຫ້ນັກສຶກສາໄດ້ຝຶກ ຜະລິດຂ່າວ, ບົດຄວາມ, ລາຍການ ວິທະຍຸ-ໂທລະພາບ, ສື່ດີຈິຕອນ, ສື່ ສັງຄົມອອນລາຍ ແລະ ອື່ນໆ. ທ່ານ ອຸ່ນຫລ້າ ສີວັນເພັງ ຮອງ ຜູ້ອຳນວຍການໃຫຍ່ ມະຫາວິທະຍາ ໄລແຫ່ງຊາດ ໄດ້ຕາງໜ້າໃຫ້ພາກ ວິຊາສື່ສານມວນຊົນ, ຄະນະອັກ ສອນສາດ ມຊ ໄດ້ປະກອບຄຳເຫັນ ກ່ຽວກັບຫົວຂໍ້: “ການພັດທະນາ ບຸກຄະລາກອນສື່ສານມວນຊົນໃຫ້ ເປັນມືອາຊີບ ແລະ ທັນກັບຍຸກສະ ໄໝ” ໃນກອງປະຊຸມວຽກງານສື່ ມວນຊົນທົ່ວປະເທດ ຄັ້ງທີ I ເມື່ອບໍ່ ດົນນີ້ວ່າ: ໂດຍເຫັນໄດ້ເຖິງຄວາມ ສຳຄັນ ແລະ ຄວາມຮຽກຮ້ອງ ຕ້ອງການອັນຮີບດ່ວນຂອງວຽກ ງານສື່ມວນຊົນ ຕໍ່ກັບການພັດທະ ນາປະເທດຊາດ, ພາກວິຊາພາສາ ລາວ ຄະນະອັກສອນສາດ ກໍຄື ມະ ຫາວິທະຍາໄລແຫ່ງຊາດ ຈຶ່ງໄດ້ ມີວິໄສທັດລິເລີ່ມສ້າງຕັ້ງ “ໜ່ວຍ ວິຊາສື່ສານມວນຊົນ” ຂຶ້ນໃນປີ 2004 ໂດຍຜ່ານການຮຽນ-ການ ສອນ ແລະ ການພັດທະນາຢ່າງຕໍ່ ເນື່ອງ, ຫລັງຈາກນັ້ນໄດ້ຍົກລະດັບ ຂຶ້ນເປັນ “ພາກວິຊາສື່ສານມວນ ຊົນ” ໃນປີ 2016, ປັດຈຸບັນ ສາ ມາດສ້າງບຸກຄະລາກອນສື່ສານ ມວນຊົນ ອອກໄປຮັບໃຊ້ສັງຄົມ ແລ້ວຈຳນວນ 18 ຊຸດ ຊຶ່ງເຍົາວະ ຊົນ ແລະ ສິດເກົ່າເຫລົ່ານັ້ນ ປັດຈຸ ບັນໄດ້ກາຍເປັນກຳລັງແຮງຫລັກ ທີ່ເຄື່ອນໄຫວຮັບໃຊ້ສັງຄົມໃນທຸກ ຂົງເຂດ ລວມທັງນັກຂ່າວ, ບັນນາ ທິການ, ນັກຜະລິດສື່ ຕະຫລອດ ຮອດພະນັກງານຖະແຫລງຂ່າວວັດທະນະທຳ ທັງໃນລະດັບສູນ ກາງ ແລະ ທ້ອງຖິ່ນ. ໃນຍຸກແຫ່ງການຫັນປ່ຽນເປັນ ດີຈິຕອນ ແລະ ຂໍ້ມູນຂ່າວສານທີ່ ຫລາກຫລາຍ ພາກວິຊາສື່ສານ ມວນຊົນ ໄດ້ມີການຄົ້ນຄວ້າ ແລະ ຫັນປ່ຽນຫລັກສູດການຮຽນ-ການ ສອນສະບັບໃໝ່ໂດຍຫັນຈາກ“ທິດ ສະດີດັ້ງເດີມ” ໄປສູ່ “ການປະສົມ ປະສານທັກສະເຕັກໂນໂລຊີ ແລະ ການປະຕິບັດຕົວຈິງ” ຢ່າງຮອບ ດ້ານ ແນໃສ່ພັດທະນາບຸກຄະລາ ກອນສື່ສານມວນຊົນ ໃຫ້ເປັນມືອາ ຊີບ ແລະ ທັນກັບຍຸກສະໄໝ ໂດຍ ເນັ້ນໃສ່ 4 ປັດໄຈຫລັກ ຄື: ສ້າງ ທັກສະເຕັກໂນໂລຊີ ແລະ ຄວາມຮູ້ ສະເພາະດ້ານທີ່ທັນສະໄໝ; ການ ຮຽນ-ການສອນ ແບບເນັ້ນການປະ ຕິບັດຕົວຈິງ ແລະ ເຊື່ອມໂຍງກັບ ສັງຄົມ; ຍົກລະດັບວິຊາສະເພາະ ແລະ ທັກສະເຕັກໂນໂລຊີຂອງຄູ- ອາຈານ ແລະ ປູກຝັງຈັນຍາບັນ, ຄຸນສົມບັດ ແລະ ສະຕິຮັບຜິດຊອບ ຕໍ່ສັງຄົມ. ທ່ານ ອຸ່ນຫລ້າ ສີວັນເພັງ ສະເໜີ ໃຫ້ມີການສ້າງກົນໄກການຮ່ວມມື ແລະ ເຊື່ອມຈອດ ລະຫວ່າງ ສະຖາ ບັນການສຶກສາ (ຜູ້ສ້າງ) ແລະ ບັນ ດາກົມກອງສື່ມວນຊົນ (ຜູ້ໃຊ້) ໃຫ້ ແໜ້ນແຟ້ນກວ່າເກົ່າ ໂດຍສະເພາະ ແມ່ນການຈັດກິດຈະກຳຮ່ວມກັນ, ການຮອງຮັບນັກສຶກສາລົງຝຶກ ງານ ແລະ ການຮັບເຂົ້າເຮັດວຽກ; ໃຫ້ພາກສ່ວນກ່ຽວຂ້ອງຍົກລະດັບ ການສະໜັບສະໜູນດ້ານທຶນຮອນ ແລະ ອຸປະກອນເຕັກໂນໂລຊີທີ່ທັນ ສະໄໝ ເຊັ່ນ: ເຄື່ອງມືຖ່າຍທຳ ເຂົ້າ ໃນການຮຽນ-ການສອນ ເພື່ອໃຫ້ ນັກສຶກສາໄດ້ຝຶກຊ້ອມກັບເຄື່ອງມື ທີ່ແທ້ຈິງຫລາຍກວ່າເກົ່າ, ທັງນີ້ກໍ ເພື່ອໃຫ້ການພັດທະນາບຸກຄະລາ ກອນສື່ສານມວນຊົນ ມີຄວາມເຂັ້ມ ແຂງ, ຕໍ່ເນື່ອງ ແລະ ຍືນຍົງ. ຂ່າວ: ທະນູທອງ ພາບ: ອ່າຍຄຳ ເມືອງທົ່ວປະເທດຈີນ, ປະທານມູນ ນິທິ GX, ທ່ານ ນາງ ເສິນ ຢິງໜິງ (CHAN Ying-yang Emily) ຜູ້ ອຳນວຍການໃຫຍ່ຂອງມູນນິທິGX, ທ່ານ ພັນ ອິນເອິນ (POONYenyen) ຜູ້ອຳນວຍການໂຄງການອາ ຊີຕາເວັນອອກສ່ຽງໃຕ້ ເຂົ້າຮ່ວມ. ການຈັດກິດຈະກຳເຜີຍແຜ່ ຄວາມຮູ້ ໃນຄັ້ງນີ້, ເພື່ອຍົກລະດັບ ຄວາມຮູ້, ຄວາມເຂົ້າໃຈໃຫ້ກັບ ພະນັກງານພາຍໃນບໍລິສັດທາງ ລົດໄຟ ລາວ-ຈີນ ກ່ຽວກັບສາເຫດ, ອາການ, ວິທີການປ້ອງກັນພ້ອມ ທັງມາດຕະການຄວບຄຸມພະຍາດ ໄຂ້ເລືອດອອກ ຢ່າງຖືກຕ້ອງ ໂດຍ ໄດ້ເນັ້ນເຖິງການກຳຈັດແຫລ່ງ ເພາະພັນຍຸງລາຍ, ການຮັກສາ ຄວາມສະອາດພາຍໃນ ແລະ ອ້ອມ ຂ້າງສະຖານທີ່ເຮັດວຽກ, ການປິດ ສິ່ງແວດລ້ອມ ແລະ ການປ້ອງກັນ ຢ່າງຕໍ່ເນື່ອງຕາມເສັ້ນທາງລົດໄຟ. ມາຮອດປັດຈຸບັນ, ມູນນິທິ GX ໄດ້ບໍລິຈາກເຄື່ອງໃຊ້ໄຟຟ້າດັກຍຸງ ຈຳນວນ 871 ໜ່ວຍ ແລະ ໂປສ ເຕີສຸຂະສຶກສາ ຈໍານວນຫລາຍໃຫ້ ແກ່ບໍລິສັດທາງລົດໄຟ ລາວ-ຈີນ. ມູນນິທິ GX ແມ່ນອົງການ ການກຸສົນທີ່ບໍ່ຂຶ້ນກັບລັດຖະບານ ສ້າງຕັ້ງຂຶ້ນຢູ່ຮົງກົງ, ສປ ຈີນ ໃນປີ 2018 ໂດຍມີຈຸດປະສົງ ແມ່ນເພື່ອ ໃຫ້ການຊ່ວຍເຫລືອດ້ານມະນຸດສະ ທໍາໃນຂົງເຂດການແພດແລະສາທາ ລະນະສຸກແກ່ບັນດາປະເທດ ຕາມ ເສັ້ນທາງ ໜຶ່ງແລວໜຶ່ງເສັ້ນທາງ ຊຶ່ງສະແດງເຖິງຈິດໃຈຂອງ “ການ ແບ່ງປັນ” ແລະ “ການເຊື່ອມໂຍງ ລະຫວ່າງປະຊາຊົນກັບປະຊາຊົນ”. ຂ່າວ: ທະນູທອງ; ພາບ: ຂັນໄຊ ໄດ້ 589 ຄົນ, ຍິງ 309 ຄົນ, ມີ 4 ສັນຊາດ. ໃນນີ້, ສັນຊາດໄທ ມີ 373 ຄົນ, ຍິງ 198 ຄົນ, ສັນຊາດລາວ 199 ຄົນ, ຍິງ 105 ຄົນ, ສັນຊາດ ຫວຽດນາມ15ຄົນ, ຍິງ4ຄົນແລະ ສັນຊາດກຳປູເຈຍ ຍິງ 2 ຄົນ. ພ້ອມ ນີ້, ຍັງໄດ້ຢຶດຂອງກາງ ປະກອບມີ: ຄອມພິວເຕີຕັ້ງໂຕະ 1.517 ໜ່ວຍ, ໂນດບຸກ 4.045 ໜ່ວຍ, ໂທລະສັບ ມືຖື 5.245 ໜ່ວຍ ເພື່ອນຳໄປກວດ ສອບແລະສືບສວນຂະຫຍາຍ.ປັດຈຸ ບັນ, ເຈົ້າໜ້າທີ່ກໍາລັງດໍາເນີນການສືບ ສວນ-ສອບສວນ ເພື່ອຫາຫົວໂປ່ໂຕ ການ ແລະ ຜູ້ຮ່ວມຂະບວນການມາ ດໍາເນີນຄະດີຕາມລະບຽບກົດໝາຍ. ໂອກາດນີ້, ເຈົ້າໜ້າທີ່ຂໍສະແດງ ຄວາມຂອບໃຈຕໍ່ພໍ່ແມ່ປະຊາຊົນ ພົນລະເມືອງດີທີ່ໄດ້ແຈ້ງຂໍ້ມູນທີ່ ເປັນປະໂຫຍດໃຫ້ເຈົ້າໜ້າທີ່ ຈົນນຳ ໄປສູ່ການບຸກມ້າງຂະບວນການດັ່ງ ກ່າວໄດ້ຢ່າງຕໍ່ເນື່ອງ ແລະ ຂໍຮຽກ ຮ້ອງມາຍັງພໍ່ແມ່ປະຊາຊົນ ຈົ່ງ ພ້ອມກັນມີສະຕິໃນການໃຊ້ສື່ສັງຄົມ ອອນລາຍ ຢ່າຕົກເປັນເຫຍື່ອຂອງ ກຸ່ມແກ້ງສະແກມເມີ ແລະ ຢຸດຫລິ້ນ ການພະນັນທຸກຮູບແບບ ໂດຍສະ ເພາະພະນັນອອນລາຍ, ຖ້າຫາກ ທ່ານພົບເຫັນບຸກຄົນ, ກຸ່ມຄົນ ແລະ ສະຖານທີ່ ທີ່ສົງໄສເຄື່ອນໄຫວກະ ຜິດຕໍ່ກົດໝາຍ ໃຫ້ຮີບຮ້ອນແຈ້ງຕໍ່ ເຈົ້າໜ້າທີ່ໂດຍດ່ວນ, ແຈ້ງເຂົ້າມາ ທາງເພຈກົມຕຳຫລວດເສດຖະ ກິດ ຫລື ແຈ້ງເຂົ້າສາຍດ່ວນ 1533 ໄດ້ ຕະຫລອດເວລາ. ພາບ-ຂ່າວ: ຄໍາໂຖ ຝາພາຊະນະເກັບນ້ຳ, ການກຳຈັດ ນ້ຳຂັງ ແລະ ການນຳໃຊ້ມາດຕະ ການປ້ອງກັນຍຸງກັດຢ່າງເໝາະ ສົມ. ນອກຈາກນັ້ນ, ຍັງໄດ້ແນະນຳ ໃຫ້ສັງເກດອາການເບື້ອງຕົ້ນຂອງ ພະຍາດ ເຊັ່ນ: ໄຂ້ສູງ, ປວດຫົວ, ປວດກ້າມເນື້ອ, ມີຜື່ນ ຫລື ມີອາ ການເລືອດອອກຜິດປົກກະຕິ ໃຫ້ ຮີບໄປພົບແພດໂດຍໄວ ຫາກພົບ ອາການດັ່ງກ່າວ ເພື່ອໄດ້ຮັບການວິ ນິດໄສ ແລະ ປິ່ນປົວຢ່າງທັນເວລາ. ກິດຈະກຳໃນຄັ້ງນີ້, ສະແດງເຖິງ ການສືບຕໍ່ຂອງໂຄງການ “ປ້ອງ ກັນພະຍາດໄຂ້ເລືອດອອກ” ຂອງ ມູນນິທິ GX ຕາມເສັ້ນທາງລົດໄຟ ລາວ-ຈີນ ຊຶ່ງໄດ້ດຳເນີນມາຕັ້ງແຕ່ ປີ 2025, ໂຄງການດັ່ງກ່າວ ໄດ້ຕິດ ຕັ້ງເຄື່ອງໃຊ້ໄຟຟ້າດັກຍຸງ ແລະ ຕິດ ໂປສເຕີອະນາໄມຢູ່ສະຖານີລົດໄຟ 29 ແຫ່ງຕາມເສັ້ນທາງລົດໄຟ ເບື້ອງວຽງຈັນ ແລະ ເບື້ອງຢຸນນານ ຊຶ່ງເປັນການປັບປຸງການອະນາໄມ
RkJQdWJsaXNoZXIy MTc3MTYxMQ==