22/07/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K (ເນື່ອງໃນໂອກາດວັນເກີດປະທານ ສຸພານຸວົງ ຄົບຮອບ 117 ປີ ື່ັີຸຸົົີ (13 ກໍລະກົດ 1909-13 ກໍລະກົດ 2026)ໍົໍົ ບົດສະເໜີົີ ຜັນຂະຫຍາຍມະຕິັ ນິ ກອງປະຊຸມມ່ໃຫຍຸ່ ຄັ້ງທີ XII ຂອງພັກັ້ ງີ ັ ກ 6 gfn vomh kpxu c0;';P'9a o 9tl6 h -q o.sh glf4tdy f0tspkp8q ; 5,8% ຂປລ. ພາຍຫລັງໃນໄລຍະ 6 ເດືອນຕົ້ນປີນີ້ ເສດຖະກິດຂອງ ແຂວງຂະຫຍາຍຕົວ 3,4%. ໃນນີ້, ຂະແໜງກະສິກຳຂະຫຍາຍຕົວ 3,2%, ຂະແໜງອຸດສາຫະກຳ 2,8%, ຂະແໜງບໍລິການ 3,8% ແລະ ພາສີ-ອາກອນ ຜະລິດຕະພັນ ສຸດທິ ຂະຫຍາຍຕົວ 2,3%, ເກັບ ລ າ ຍ ຮັບ ເ ຂົ້າ ງົ ບ ປ ະ ມ າ ນ ໄ ດ້ 922,43 ຕື້ກີບ. ຂະນະທີ່ໃນໄລ ຍະ 6 ເດືອນທ້າຍປີ 2026 ນີ້, ແຂວງວຽງຈັນ ຈະສູ້ຊົນເຮັດໃຫ້ ເສດຖະກິດຂະຫຍາຍຕົວ 5,8%, ພ້ອມຍູ້ແຮງຂະແໜງການສຳຄັນ ໃຫ້ບັນລຸເປົ້າໝາຍ, ໂດຍເລັ່ງໃສ່ ຂະແໜງກະສິກຳໃຫ້ຂະຫຍາຍຕົວ 4,5%, ຂະແໜງອຸດສາຫະກຳ 6,5%, ຂະແໜງບໍລິການ 6,6%, ຂະແໜງພາສີ-ອາກອນ 4,5%, ແລະ ເກັບລາຍຮັບງົບປະມານໝົດປີ ໃຫ້ໄດ້ບັນລຸ 1.263,77 ຕື້ກີບ. ຕາມການລາຍງານຂອງທ່ານ ແຫລ່ງຂ່າວ: ແຂວງວຽງຈັນໂພສ໌ ສີວຽງໄຊ ອໍລະບູນ ຮອງປະທານ ຄະນະກຳມະການປົກຄອງແຂວງ ວຽງຈັນ ຕໍ່ກອງປະຊຸມຄະນະກຳມະ ການປົກຄອງແຂວງ ຄັ້ງທີ III ທ້າຍ ອາທິດຜ່ານມານີ້ວ່າ: ທ່າອ່ຽງການ ຂະຫຍາຍຕົວເສດຖະກິດຂອງ ແຂວງວຽງຈັນ ແມ່ນອີງໃສ່ທ່າ ແຮງບົ່ມຊ້ອນໃນຫລາຍຂະແໜງ ການສຳຄັນ ໂດຍສະເພາະແມ່ນ ການຟື້ນຕົວຂອງຂະແໜງການ ທ່ອງທ່ຽວ, ການລົງທຶນໃນຂະແໜງ ກະສິກຳ ແລະ ການກໍ່ສ້າງພື້ນຖານ ໂຄງລ່າງ. ຈຸດສຸມການພັດທະນາ ໃນ 6 ເດືອນທ້າຍປີ 2026 ໂດຍ ເລັ່ງໃສ່ຊຸກຍູ້ຂະແໜງກະສິກຳໃຫ້ ຂະຫຍາຍຕົວ 4,5% ຮັບປະກັນ ຄວາມໝັ້ນຄົງທາງດ້ານສະບຽງ ອາຫານດ້ວຍການຜະລິດເຂົ້າໃຫ້ ໄດ້ 279.749 ໂຕນ (ສະເລ່ຍ 542 ກິໂລຕໍ່ຄົນ), ພ້ອມຊຸກຍູ້ການ ປູກພືດເປັນສິນຄ້າ, ການລ້ຽງສັດ ແລະ ການສົ່ງອອກ. ນອກຈາກນີ້, ຍັງສືບຕໍ່ວຽກງານຄຸ້ມຄອງທີ່ດິນ ດ້ວຍການອອກໃບຕາດິນຖາວອນ ໃຫ້ໄດ້ 10.000 ຕອນ, ຂະແໜງ ອຸດສາຫະກຳໃຫ້ຂະຫຍາຍຕົວ 6,5% ເນັ້ນການຊຸກຍູ້ການຜະລິດ ພະລັງງານໄຟຟ້າໃຫ້ບັນລຸ 1.893 ກິກາວັດໂມງ ແລະ ເລັ່ງການຜະລິດ ແຮ່ທາດທີ່ຄາດວ່າຈະມີຜົນງານ ລື່ນແຜນການທີ່ວາງໄວ້, ຂະແໜງ ບໍລິການໃຫ້ຂະຫຍາຍຕົວ 6,6% ຊຶ່ງເນັ້ນສົ່ງເສີມການທ່ອງທ່ຽວ ໂດຍຕັ້ງເປົ້າດຶງດູດນັກທ່ອງທ່ຽວໃຫ້ ໄດ້ຫລາຍກວ່າ 2,5 ລ້ານເທື່ອຄົນ, ສ້າງລາຍຮັບໃຫ້ໄດ້ 2.000 ຕື້ກີບ, ຄຽງຄູ່ກັບການຄຸ້ມຄອງວຽກງານ ການຂົນສົ່ງສິນຄ້າ ແລະ ໂດຍສານ ໃຫ້ມີປະສິດທິພາບ. ສ່ວນຂະແໜງ ພາສີ-ອາກອນຂະຫຍາຍຕົວ 4,5% ວຽກງານການເງິນ-ງົບປະມານ ສືບຕໍ່ຈັດຕັ້ງປະຕິບັດເສດຖະກິດ ເອກະລາດເປັນເຈົ້າຕົນເອງໄປ ພ້ອມໆກັບການວາງຄາດໝາຍ ເກັບລາຍຮັບງົບປະມານໝົດປີ 2026 ໃຫ້ໄດ້ 1.263,77 ຕື້ກີບ. ພ້ອມກັນນັ້ນ, ຈະເລັ່ງຂະຫຍາຍການ ນຳໃຊ້ໃບເກັບເງິນເອເລັກໂຕຣນິກ (E-Tax Invoice) ໄປຍັງບັນດາ ເມືອງເປົ້າໝາຍເພື່ອຄວາມໂປ່ງໃສ ແລະ ຖືກຕ້ອງໃນການມອບພັນທະ ອາກອນ. ແນວໃດກໍຕາມ, ນອກຈາກທີ່ ກ່າວມານັ້ນແລ້ວ ໃນດ້ານການລົງ ທຶນຈະສືບຕໍ່ເອົາໃຈໃສ່ເພີ່ມທະວີການ ຄຸ້ມຄອງການລົງທຶນຂອງລັດ, ການ ຊ່ວຍເຫລືອລ້າ, ການກູ້ຢືມ ແລະ ການລົງທຶນຂອງພາກເອກະຊົນທັງ ພາຍໃນ ແລະ ຕ່າງປະເທດໃຫ້ສອດ ຄ່ອງກັບລະບຽບກົດໝາຍ ເພື່ອຮັບ ປະກັນໃຫ້ການຈັດຕັ້ງປະຕິບັດທຶນບັນ ລຸຕາມແຜນ ຫລື ລື່ນແຜນທີ່ວາງໄວ້ ຢ່າງມີປະສິດທິຜົນ. ທ່ານ ສີວຽງໄຊ ອໍລະບູນ ກ່າວ. ຂປລ. ການຈັດຕັ້ງປະຕິບັດມະ ຕິວ່າດ້ວຍການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ (ສອຈ) ໃນໄລຍະໃໝ່ ຖືເປັນທິດທາງຍຸດທະ ສາດທີ່ສໍາຄັນໃນການບູລະນະ ແລະ ຟື້ນຟູເສດຖະກິດ-ສັງຄົມຂອງ ສປປ ລາວ ໃຫ້ມີຄວາມເຂັ້ມແຂງ, ຍືນຍົງ ແລະ ສາມາດຮອງຮັບຄວາມຜັນ ຜວນຈາກສະພາບແວດລ້ອມພາຍ ນອກໄດ້ດີຂຶ້ນ. ມະຕິດັ່ງກ່າວມຸ່ງເນັ້ນ ການນຳໃຊ້ທ່າແຮງພາຍໃນປະເທດ ໃຫ້ເກີດປະໂຫຍດສູງສຸດ, ຫລຸດ ຜ່ອນການເພິ່ງພາຈາກພາຍນອກ, ສ້າງຄວາມເຂັ້ມແຂງໃຫ້ລະບົບ ເສດຖະກິດພາຍໃນ ແລະ ຍົກສູງ ຄວາມສາມາດໃນການຮັບມື ແລະ ຕ້ານທານກັບວິກິດການຕ່າງໆ. ໃນໄລຍະຜ່ານມາ ການຜັນຂະ ຫຍາຍມະຕິໄດ້ຮັບການຈັດຕັ້ງຢ່າງ ເປັນລະບົບ ແລະ ບັນລຸຜົນສຳເລັດ ຫລາຍດ້ານ. ພາກລັດໄດ້ສຸມໃສ່ການ ປັບປຸງນະໂຍບາຍ, ກົດໝາຍ ແລະ ກົນໄກການບໍລິຫານເສດຖະກິດ ໃຫ້ມີຄວາມໂປ່ງໃສ ແລະ ເອື້ອອຳ ນວຍຕໍ່ການຜະລິດ, ການຄ້າ ແລະ ການລົງທຶນ. ພ້ອມກັນນັ້ນ, ຍັງໄດ້ ຊຸກຍູ້ການຜະລິດພາຍໃນປະເທດ, ພັດທະນາກະສິກຳສະອາດ, ອຸດສາ ຫະກຳປຸງແຕ່ງ, ວິສາຫະກິດຂະ ໜາດນ້ອຍ ແລະ ຂະໜາດກາງ, ຄວບຄູ່ກັບການນຳໃຊ້ຊັບພະຍາ ກອນທຳມະຊາດຢ່າງຄຸ້ມຄ່າ ແລະ ຍືນຍົງ. ຜົນສຳເລັດທີ່ໂດດເດັ່ນ ແລະ ເປັນຮູບປະທຳ ໃນການຈັດຕັ້ງປະ ຕິບັດມະຕິດັ່ງກ່າວໃນໄລຍະຜ່ານ ມາມີດ້ານພົ້ນເດັ່ນຂຶ້ນດັ່ງນີ້: ຜົນ ງານພົ້ນເດັ່ນອັນໜຶ່ງແມ່ນດ້ານ ການຜະລິດ ແລະ ການຄໍ້າປະກັນ ພຽງພໍພາຍໃນ ໂດຍການສົ່ງເສີມ *ປະທານ ສຸພານຸວົງ ແມ່ນຜູ້ນຳ ທີ່ມີຄວາມຈົງຮັກພັກດີຕໍ່ອຸດົມການ ປະຕິວັດຢ່າງເດັດຂາດ, ຕໍ່ສູ້ຢ່າງ ກ້າແກ່ນພິລະອາດຫານຍາມໃດກໍ ໄດ້ຍົກສູງສະຕິລະບຽບວິໄນຕໍ່ການ ຈັດຕັ້ງ, ນັບຖືໝູ່ຄະນະ, ເອື້ອເຟື້ອ ຮັກແພງມິດສະຫາຍຢ່າງຈິງໃຈ, ດຳລົງຊີວິດຢ່າງສັດຊື່ສຸດຈະລິດ ແລະ ງ່າຍດາຍ, ມີຈິດໃຈຕໍ່ສູ້ທີ່ອາດ ຫານກ້າແກ່ນ, ມີທັດສະນະຫລັກໝັ້ນ ອັນໜັກແໜ້ນ ແລະ ນໍ້າໃຈເສຍ ສະລະອັນສູງສົ່ງ ເພື່ອຊາດເພື່ອ ປະຊາຊົນ; ເພິ່ນໄດ້ເລີ່ມຈາກນັກຮັກ ຊາດທີ່ແທ້ຈິງກາຍເປັນນັກປະຕິວັດ ທີ່ກ້າແກ່ນ, ເປັນໜຶ່ງໃນບັນດາຜູ້ ນຳທີ່ດີເດັ່ນ ແລະ ເຄົາລົບຮັກຂອງ ປະຊາຊົນລາວເຜົ່າຕ່າງໆ. ຕະຫລອດຊີວິດຂອງປະທານ ສຸພານຸວົງ ບໍ່ວ່າຈະຢູ່ໃນຕຳແໜ່ງ ໃດ, ຄວາມຮັບຜິດຊອບອັນໃດເພິ່ນກໍ່ ໄດ້ອຸທິດໝົດຈິດໝົດໃຈ, ໝົດຄວາມ ສາມາດ ແລະ ຫົວຄິດປະດິດສ້າງ ຂອງຕົນໃຫ້ແກ່ພາລະກິດປົກປັກ ຮັກສາ ແລະ ສ້າງສາປະເທດຊາດ ເພື່ອເອກະລາດ, ອະທິປະໄຕຂອງ ຊາດ ແລະ ຄວາມສົມບູນພູນສຸກ ຂອງປະຊາຊົນເຮົາ. ເພິ່ນໄດ້ເດີນ ຕາມເສັ້ນທາງຂອງພັກ, ຄວາມ ສາມາດ, ຄຸນນະທຳ ແລະ ອິດທິພົນ ຂອງເພິ່ນໄດ້ກາຍເປັນສິ່ງກະຕຸກ ຊຸກຍູ້ປຸກລະດົມດຶງດູດປະຊາຊົນ ເຜົ່າຕ່າງໆ, ຊັ້ນຄົນຕ່າງໆຢູ່ພາຍໃນ ແລະຕ່າງປະເທດປະກອບສ່ວນສ້າງ ກ້ອນກຳລັງສາມັກຄີເປັນອັນໜຶ່ງອັນ ດຽວກັນໃນແນວໂຮມເອກະພາບ ແຫ່ງຊາດ ຊຶ່ງໄດ້ກາຍເປັນໜຶ່ງໃນ ບັນດາປັດໄຈອັນສຳຄັນທີ່ຮັບປະກັນ ໄຊຊະນະຂອງການປະຕິວັດປະເທດ ເຮົາໃນແຕ່ລະໄລຍະ ແລະ ເປັນນັກ ການເມືອງທີ່ເກັ່ງກ້າ, ສະຫລາດ ສະຫລຽວມີໄຫວພິບໃນການວາງ ຍຸດໂທບາຍດ້ານການຕໍ່ສູ້ການເມືອງ ln [8I+ kIPogvq kc[[1j k'75 olq ,[a fly omext8y ;a f c]t c[[czodkofe]q '-u ;y f0v'xtmko l5 rko5 ;q ' + ແລະ ການຕ່າງປະເທດຢູ່ໃນແຕ່ລະ ໄລຍະ, ເພິ່ນໃນຖານະທີ່ເປັນນັກ ການເມືອງລະດັບສາກົນທີ່ດີເດັ່ນ ໄດ້ມີການປະກອບສ່ວນອັນປະເສີດ ເຂົ້າໃນການປັບປຸງສັນຕິພາບໂລກ, ເຂົ້າໃນການເປີດກວ້າງການຮ່ວມມື ລະຫວ່າງບັນດາປະເທດ ແລະ ປະ ຊາຊາດຢູ່ໃນໂລກ. ພ້ອມນັ້ນ, ປະທ່ານ ສຸພານຸວົງ ມີແບບແຜນດຳລົງຊີວິດແບບງ່າຍ ດາຍ, ກະທັດຮັດ, ດຸໝັ່ນຫ້າວຫັນ, ປະຢັດມັດທະຍັດ, ບໍ່ຖືຕົວ, ນິ້ມນວນ ມີນິໄສຄ່ຽມຄົມ; ການເຄື່ອນໄຫວ ຂອງທ່ານແມ່ນມີແຜນການໃຫ້ແກ່ ຕົນເອງ, ປະທານໄດ້ກາຍເປັນຄົນ ອອກແຮງງານເກັ່ງທາງດ້ານມັນ ສະໝອງ ແລະ ຮ່າງກາຍ, ເປັນກຳ ມະກອນຂົວທາງ, ວິສະວະກອນທີ່ ເກັ່ງອັນດັບໜຶ່ງຂອງລາວ, ເປັນຜູ້ ນໍາທີ່ເຄົາລົບຮັກ ແລະ ເຊື່ອຖືຂອງ ປະຊາຊົນລາວບັນດາເຜົ່າ. ປະທານ ສຸພານຸວົງ ແມ່ນນັກ ຮັກຊາດ-ນັກປະຕິວັດຜູ້ກ້າແກ່ນ ປີຊາສາມາດ ແລະ ເປັນຜູ້ນຳທີ່ ດີເດັ່ນ-ວິລະບູລຸດຂອງຊາດລາວ ທ່ານເປັນເຊື້ອເຈົ້າແຕ່ໄດ້ເສຍສະລະ ທຸກສິ່ງທຸກຢ່າງທາງດ້ານຄວາມ ສຸກ ແລະ ຜົນປະໂຫຍດສ່ວນຕົວ ເພື່ອພາລະກິດລວມຂອງຊາດ ຂອງ ປະຊາຊົນລາວ, ຄຸນລັກສະນະທີ່ ພົ້ນເດັ່ນຂອງເພິ່ນແມ່ນເປັນຜູ້ນຳ ທີ່ມີຄວາມປີຊາສາມາດ-ອົງອາດ ກ້າແກ່ນມີຄວາມສຸຂຸມຮອບຄອບ ແລະ ໜັກແໜ້ນໃນທຸກສະຖານະ ການ, ເພິ່ນທັງແມ່ນນັກຍຸດທະສາດ ນັກຍຸດໂຍບາຍທີ່ເບິ່ງກວ້າງເຫັນ ໄກ, ຄ່ອງແຄ້ວ, ວ່ອງໄວ ແລະ ມີ ຄວາມປະດິດສ້າງສູງ, ແມ່ນຜູ້ນຳ ທີ່ມີແບບແຜນຊີ້ນຳ-ບັນຊາແທດ ກັບຕົວຈິງຍາມໃດກໍມີຄວາມຈົງ ຮັກພັກດີບໍລິສຸດຜຸດຜ່ອງຕໍ່ພັກຕໍ່ ປະເທດຊາດ ແລະ ຕໍ່ປະຊາຊົນມີ ຄວາມເປັນຫ່ວງເປັນໄຍ, ນັບຖືໝູ່ ຄະນະ, ເອື້ອເຟື້ອຮັກແພງມິດ ສະຫາຍຢ່າງຈິງໃຈ, ມີທັດສະນະ ຫລັກໝັ້ນອັນໜັກແໜ້ນ ແລະ ນ້ຳ ໃຈເສຍສະລະອັນສູງສົ່ງເພື່ອຊາດ ເພື່ອປະຊາຊົນ, ເປັນນັກການເມືອງ ທີ່ເກັ່ງກ້າ ແລະ ດຳລົງຊີວິດແບບ ລຽບງ່າຍ, ເປັນໜຶ່ງໃນບັນດາຜູ້ ນຳທີ່ດີເດັ່ນ ແລະ ເຄົາລົບຮັກຂອງ ປະຊາຊົນລາວເຜົ່າຕ່າງໆ, ທ່ານ ໄດ້ອຸທິດໝົດຈິດໝົດໃຈ, ຄວາມສາ ມາດ ແລະ ຫົວຄິດປະດິດສ້າງຂອງ ຕົນໃຫ້ແກ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເພື່ອເອກະລາດ, ອະທິປະໄຕຂອງ ຊາດ ແລະ ຄວາມສົມບູນພູນສຸກ ຂອງປະຊາຊົນລາວບັນດາເຜົ່າ. dko9a f8A 'xt8y [a f,t8y ;j kfh ;p lv9 ,u s]kpfh korQ ogfa j o ໂດຍ: ຢ່າາົ່ຕົ່ງ່ງ ການຜະລິດກະສິກຳ ແລະ ແປຮູບ ໄດ້ມີການຊຸກຍູ້ການປູກຝັງ-ລ້ຽງ ສັດ ເພື່ອທົດແທນການນຳເຂົ້າ ຢ່າງແຂງແຮງ ໂດຍສະເພາະພືດ ເສດຖະກິດ, ຜັກ, ໝາກໄມ້ ແລະ ຊີ້ນ ສັດ ສາມາດສະໜອງໃຫ້ຕະຫລາດ ພາຍໃນໄດ້ເພີ່ມຂຶ້ນ. ພ້ອມທັງເພີ່ມ ການແປຮູບຜົນຜະລິດທາງກະສິກຳ ແລະ ໄມ້ ເພື່ອຍົກສູງມູນຄ່າສິນຄ້າ ແລະ ຫລຸດການສົ່ງອອກວັດຖຸດິບ. ດ້ານການເງິນ, ເງິນຕາ ແລະ ຄວາມເຂັ້ມແຂງທາງງົບປະມານ ການຄຸ້ມຄອງເງິນຕາ ໄດ້ສົ່ງເສີມ ການນຳໃຊ້ເງິນກີບ ໃນການຊຳລະ ສະສາງພາຍໃນປະເທດຢ່າງເຂັ້ມ ງວດ, ຄຸ້ມຄອງອັດຕາແລກປ່ຽນ ແລະ ດຶງເງິນຕາຕ່າງປະເທດເຂົ້າສູ່ ລະບົບທະນາຄານໃຫ້ໄດ້ຫລາຍຂຶ້ນ. ຂະນະດຽວກັນ, ການເກັບລາຍຮັບ ງົບປະມານໄດ້ຫັນສູ່ລະບົບດີຈິຕອນ ຫລາຍຂຶ້ນ ເພື່ອຫລຸດການຮົ່ວໄຫວ ແລະ ຄຸ້ມຄອງໜີ້ສາທາລະນະໃຫ້ມີ ປະສິດທິຜົນ. ດ້ານການຄ້າ, ການບໍລິການ ແລະ ການເຊື່ອມໂຍງ-ເຊື່ອມຈອດ ໄດ້ນຳໃຊ້ປະໂຫຍດຈາກໂຄງສ້າງ ພື້ນຖານເຊັ່ນ: ທາງລົດໄຟ ລາວຈີນ, ທາງດ່ວນ, ແລະ ທ່າບົກ/ ດ່ານສິນຄ້າ ເພື່ອປ່ຽນຈາກປະເທດ ທີ່ “ບໍ່ມີທາງອອກສູ່ທະເລ” ໃຫ້ ກາຍເປັນ “ສູນກາງການເຊື່ອມ ໂຍງຂອງພາກພື້ນ. ພ້ອມນັ້ນ, ຍັງ ໄດ້ຍົກລະດັບການສົ່ງອອກສິນຄ້າ ທີ່ມີມູນຄ່າເພີ່ມຂຶ້ນ ແລະ ຊຸກຍູ້ການ ທ່ອງທ່ຽວພາຍໃນ “ລາວທ່ຽວ ລາວ” ຄວບຄູ່ກັບປີທ່ອງທ່ຽວລາວ ເພື່ອດຶງລາຍຮັບເຂົ້າປະເທດ. ຂະນະດຽວກັນ, ການພັດທະນາ ພະລັງງານ ແລະ ຊັບພະຍາກອນ ຢ່າງມີຄວາມຍືນຍົງການເປັນ “ໝໍ້ ໄຟແຫ່ງອາຊີ”: ສືບຕໍ່ພັດທະນາ ພະລັງງານສະອາດ (ພະລັງງານ ນ້ຳ, ແສງຕາເວັນ ແລະ ພະລັງງານ ລົມ) ເພື່ອຄໍ້າປະກັນພະລັງງານ ພາຍໃນ ແລະ ສົ່ງອອກສ້າງລາຍ ຮັບໃຫ້ປະເທດ. ຄວບຄູ່ກັນລັດຍັງ ໄດ້ປັບປຸງການຄຸ້ມຄອງ ແລະ ນຳ ໃຊ້ຊັບພະຍາກອນໂດຍສະເພາະ ການຂຸດຄົ້ນແຮ່ທາດໃຫ້ມີຄວາມ ໂປ່ງໃສ ແລະ ເກີດປະໂຫຍດສູງສຸດ ຕໍ່ປະເທດຊາດ. ຜົນສຳເລັດຈາກການຈັດຕັ້ງປະ ຕິບັດມະຕິວ່າດ້ວຍການສ້າງເສດ ຖະກິດເອກະລາດເປັນເຈົ້າຕົນເອງ ບໍ່ພຽງແຕ່ຊ່ວຍຫລຸດຜ່ອນຄວາມ ສ່ຽງຈາກວິກິດການພາຍນອກເທົ່າ ນັ້ນ, ແຕ່ຍັງເປັນການວາງຮາກຖານ ໃຫ້ປະເທດຊາດມີຄວາມເຂັ້ມແຂງ, ສາມາດເພິ່ງພາຕົນເອງ, ປົກປ້ອງ ອະທິປະໄຕທາງເສດຖະກິດ ແລະ ສ້າງພື້ນຖານສຳລັບການພັດທະນາ ທີ່ຍືນຍົງໃນໄລຍະຍາວ.
RkJQdWJsaXNoZXIy MTc3MTYxMQ==