7324

08 xtgmf]k; 37ltok c]t [= ]y = dy ko 22/07/2026 Unitel Logistics ເປີດໂຄງການແຂ່ງຂັນສົ່ງເສີມການນຳໃຊ້ບໍລິການ ຊິງເງິນລາງວັນ ລວມ 16 ລ້ານກີບຕໍເດືອນ ໃນວັນທີ 9 ກໍລະກົດ 2026 ທີ່ສຳນັກງານໃຫຍ່ ບໍລິສັດ ສະ ຕາ ໂທລະຄົມ ຈຳກັດ ໄດ້ຈັດພິທີ ເປີດໂຄງການແຂ່ງຂັນສົ່ງເສີມ ການນຳໃຊ້ບໍລິການ Unitel Lo- gistics ເພື່ອກະຕຸ້ນໃຫ້ພະນັກ ງານທຸກພາກສ່ວນ ມີສ່ວນຮ່ວມ ນຳໃຊ້ບໍລິການ ແລະ ຂະຫຍາຍ ຖານລູກຄ້າໃຫ້ກວ້າງຂວາງຂຶ້ນ ໃນໄລຍະ 6 ເດືອນທ້າຍຂອງ ປີ 2026. ພິທີໄດ້ຮັບກຽດຈາກ ທ່ານ ຈັນທະວີໄຊ ທຳມະວົງ ຮອງຜູ້ ອຳນວຍການໃຫຍ່ ບໍລິສັດ ສະຕາ ໂທລະຄົມ ຈຳກັດ ເປັນປະທານ ໃນພິທີ ແລະ ກ່າວເປີດໂຄງການ ໂດຍມີຜູ້ບໍລິຫານ, ຫົວໜ້າພະ ແນກ, ຫົວໜ້າສູນແລະຜູ້ຕ່າງໜ້າ ຈາກສາຂາແຂວງທົ່ວປະເທດ ເຂົ້າຮ່ວມທັງແບບຕໍ່ໜ້າ ແລະ ຜ່ານລະບົບ Video Confe- rence. ໂຄງການດັ່ງກ່າວຈະດຳເນີນ ເປັນເວລາ 6 ເດືອນ ນັບແຕ່ວັນທີ 1 ກໍລະກົດ ຫາ 31 ທັນວາ 2026 ໂດຍເປີດໃຫ້ພະນັກງານຂອງ Unitel ພ້ອມທັງສາຂາການຕະ ຫຼາດ ແລະ ສາຂາເຕັກນິກທົ່ວປະ ເທດ ເຂົ້າຮ່ວມແຂ່ງຂັນ. ຫຼັກເກນການສະສົມຄະແນນ ປະກອບມີ 3 ຮູບແບບ ຄື:ນຳໃຊ້ ບໍລິການ Unitel Logistics ໃນ ການຮັບສິນຄ້າທີ່ຕົນເອງສັ່ງຊື້. ນຳໃຊ້ບໍລິການ Unitel Logi- stics ໃນການສົ່ງສິນຄ້າ. ແນະ ນຳລູກຄ້າໃໝ່ໃຫ້ຕິດຕັ້ງແອັບ ພລິເຄຊັນ, ລົງທະບຽນ, ເພີ່ມຂໍ້ ມູນບັນຊີ COD ແລະ ລະຫັດຜູ້ ແນະນຳ ຈົນສຳເລັດ. ຂໍ້ມູນການ ເຂົ້າຮ່ວມທຸກລາຍການຈະຖືກ ບັນທຶກເຂົ້າລະບົບແບບອັດຕະ ໂນມັດ ເພື່ອໃຊ້ເປັນຂໍ້ມູນກາງໃນ ການສະຫຼຸບຄະແນນແລະປະກາດ ຜົນ ຢ່າງໂປ່ງໃສ. ການຄິດໄລ່ຄະແນນຈະອີງ ຕາມມູນຄ່າການນຳໃຊ້ບໍລິການ ໂດຍບີນສົ່ງມູນຄ່າ 20,000 ກີບ ຄິດເປັນ1ຄະແນນ,ບີນຮັບມູນຄ່າ 10,000 ກີບ ຄິດເປັນ 1 ຄະແນນ ແລະ ລູກຄ້າໃໝ່ທີ່ເປີດໃຊ້ງານ ສຳເລັດ ພ້ອມມີການໃຊ້ບໍລິການ ຈະໄດ້ຮັບຄະແນນຕາມມູນຄ່າບີນ ຮັບ ແລະ ບີນສົ່ງທີ່ເກີດຂຶ້ນ. ລາງວັນແບ່ງອອກເປັນລາງ ວັນບຸກຄົນ ແລະ ລາງວັນສຳລັບ ໜ່ວຍງານ. ລາງວັນບຸກຄົນຈະ ມອບໂດຍການຈັບສະຫຼາກ ສ່ວນ ລາງວັນໜ່ວຍງານຈະພິຈາລະ ນາຈາກຄະແນນສະເລ່ຍ ແລະ ປະ ກາດຜົນເປັນປະຈຳທຸກເດືອນ. ລາງວັນລວມມີມູນຄ່າ 16 ລ້ານ ກີບຕໍ່ເດືອນ ໂດຍປະກອບດ້ວຍ: - ລາງວັນທີ 1 ມູນຄ່າ 8,000,000 ກີບ - ລາງວັນທີ 2 ມູນຄ່າ 4,000,000 ກີບ - ລາງວັນທີ 3 ມູນຄ່າ 2,000,000 ກີບ ພາຍຫຼັງພິທີເປີດໂຄງການ ບັນດາຫົວໜ້າພະແນກ, ຫົວໜ້າ ສູນ ແລະ ຜູ້ຕາງໜ້າຈາກສາຂາ ແຂວງທົ່ວປະເທດ ໄດ້ຮ່ວມລົງ ນາມ ແລະ ປະກາດເຈດຈຳນົງ ເພື່ອຮ່ວມຂັບເຄື່ອນໂຄງການໃຫ້ ບັນລຸເປົ້າໝາຍ ພ້ອມສ້າງການ ເຕີບໂຕໃຫ້ແກ່ບໍລິການ Unitel Logistics ຢ່າງຍືນຍົງ. ຢູນີເທວຂົນສົ່ງດ່ວນ ເອົາໂປຣ ໂມຊັ່ນດີດີມາຝາກ ສໍາຫຼັບລູກຄ້າ ທີ່ໃຊ້ບໍລິການຢູນີເທວຂົນສົ່ງດ່ວນ ເເລະ ໃຊ້ບໍລິການເບີໂທຂອງ Unitel ເພື່ອເປັນການຂອບໃຈ ລູກຄ້າທຸກທ່ານ ຮັບໄປເລີຍ Data internet free 3GB ສາມາດນໍາໃຊ້ໄດ້ເຖິງ 3 ວັນ ເມື່ອຝາກເຄື່ອງໄປກັບ ຢູນີເທວ ຂົນສົ່ງດ່ວນ ຂອງພວກເຮົາ ພຽງ ເເຕ່ພັດສະດຸຂອງທ່ານຈັດສົ່ງສໍາ ເລັດຕາມເງື່ອນໄຂ ທັງຜູ້ສົ່ງ ເເລະ ຜູ້ຮັບ ລູກຄ້າກໍສາມາດຮັບສິດ ຮັບ Data internet 1 ຄັ້ງຕໍ່ອາທິດ ໂປຣມີຈົນເຖິງວັນທີ່ 31/12/ 2026 ຫຼື ໝົດປິ 2026 ນີ້້ເລີຍ.

RkJQdWJsaXNoZXIy MTc3MTYxMQ==