7323

[q f[kf0v'c,j py ']k; .ow]ptxj Pocx' 21/07/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K (ເນື່ອງໃນໂອກາດວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 71 ປີ, ວັນທີ 20 ກໍລະກົດ 1955- 20 ກໍລະກົດ 2026)ື່ັ້ັ້ັ່ິົີັີໍົໍົ ພາບປະກອບ ຂປລ. ແມ່ຍິງລາວເປັນກຳລັງ ສຳຄັນຂອງຊາດ ທີ່ມີຄຸນລັກສະ ນະອ່ອນໂຍນ, ຂະຫຍັນໝັ່ນພຽນ, ອົດທົນ ແລະ ມີຄວາມໂອບເອື້ອ ອາລີ. ຕະຫລອດໄລຍະຜ່ານມາ ແມ່ຍິງລາວໄດ້ປະກອບສ່ວນຢ່າງ ສຳຄັນໃນການປົກປ້ອງ ແລະ ພັດ ທະນາປະເທດຊາດ. ໃນໄລຍະ ການປ່ຽນແປງໃໝ່ ແມ່ຍິງລາວ ບັນດາເຜົ່າໄດ້ພັດທະນາຕົນເອງ ຢ່າງຕໍ່ເນື່ອງ ໂດຍເຂົ້າຮ່ວມຢ່າງ ຫ້າວຫັນໃນການຜະລິດ, ການ ປູກຝັງ-ລ້ຽງສັດ, ການຄ້າ ແລະ ການອະນຸລັກຫັດຖະກຳການຕໍ່າ ຫູກທໍໄໝທີ່ເປັນເອກະລັກຂອງ ຊາດ. ນອກຈາກສ້າງລາຍຮັບໃຫ້ ຄອບຄົວແລ້ວຍັງເປັນການສືບສານ ວັດທະນະທຳລາວໃຫ້ເປັນທີ່ຮູ້ຈັກ ໃນລະດັບສາກົນ. ພ້ອມກັນນັ້ນ, ແມ່ ຍິງລາວຍັງມີບົດບາດເພີ່ມຂຶ້ນໃນ ການບໍລິຫານ, ການນຳພາ ແລະ ການປະຕິບັດໜ້າທີ່ຢູ່ໃນອົງການ ພັກ, ລັດ ແລະ ພາກທຸລະກິດ. ສະຫະ ພັນແມ່ຍິງລາວໄດ້ເຮັດໜ້າທີ່ສຳຄັນ ໃນການສຶກສາອົບຮົມ, ຍົກລະດັບ ຄວາມຮູ້, ສົ່ງເສີມຄວາມສະເໝີພາບ ລະຫວ່າງຍິງ-ຊາຍ ແລະ ປົກປ້ອງ ສິດຂອງແມ່ຍິງ ແລະ ເດັກນ້ອຍ. ໃນຂະນະດຽວກັນຍັງມີບາງຂໍ້ຈຳ ກັດເຊັ່ນ: ແມ່ຍິງບາງສ່ວນຍັງຂາດ ຄວາມເຂົ້າໃຈຢ່າງເລິກເຊິ່ງຕໍ່ນະໂຍ ບາຍ ແລະ ກົດໝາຍ, ຍັງມີແນວຄິດ ຄອງເດີມ ແລະ ຂາດຄວາມໝັ້ນໃຈ ໃນການສະແດງບົດບາດຂອງຕົນ. ບົນພື້ນຖານແນວທາງການ ປ່ຽນແປງໃໝ່ ຮອບດ້ານມີຫລັກ ການ; ສະຫະພັນແມ່ຍິງລາວ ກໍ ໄດ້ເປີດກວ້າງການພົວພັນຮ່ວມ ກັບບັນດາປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນຕ່າງໆ ເພື່ອ ປະກອບສ່ວນເຂົ້າໃນພາລະກິດປົກ ປັກຮັກສາສັນຕິພາບ, ສະຖຽນລະ ພາບ ແລະ ການຮ່ວມມືສາກົນ. ສະຫະພັນແມ່ຍິງລາວ ຍັງໄດ້ຮັບ ການສະໜັບສະໜູນ ແລະ ການ ຊ່ວຍເຫລືອຈາກເພື່ອນມິດໃນໂລກ ໄດ້ເຄື່ອນໄຫວປົກປ້ອງສິດຜົນ ປະໂຫຍດຂອງແມ່ຍິງ ແລະ ເດັກ ນ້ອຍ, ແນໃສ່ເຊີດຊູຖານະບົດບາດ ຂອງແມ່ຍິງ ແລະ ເດັກນ້ອຍ; ເຊີດຊູຖານະບົດບາດຂອງແມ່ຍິງ ລາວ ແລະ ຍົກສູງຄຸນນະພາບຊີ ວິດການເປັນຢູ່ໃຫ້ດີຂຶ້ນ. ພ້ອມນີ້ ສະຫະພັນແມ່ຍິງລາວ ຍັງໄດ້ມີການ ເຄື່ອນໄຫວຢ້ຽມຢາມ, ປຶກສາຫາລື ແລະ ແລກປ່ຽນບົດຮຽນກັບແມ່ຍິງ ຫລາຍປະເທດຢູ່ໃນໂລກ ເຮັດໃຫ້ຖາ ນະບົດບາດຂອງແມ່ຍິງລາວສູງຂຶ້ນ ຢູ່ໃນເວທີສາກົນ. ເຖິງແມ່ນວ່າເອື້ອຍນ້ອງແມ່ຍິງ ລາວ ໄດ້ຕິດພັນກັບການປ່ຽນແປງ ໃໝ່ ແລະ ໄດ້ຮັບການສຶກສາອົບຮົມ ແນວຄິດການເມືອງຢ່າງຮອບດ້ານ ແຕ່ກໍ່ຍັງບໍ່ອາດປາສະຈາກໄດ້ຂໍ້ຄົງ ຄ້າງຕ່າງໆເຊັ່ນ: ຄວາມຮັບຮູ້-ເຊື່ອມ ຊຶມຂອງແມ່ຍິງລາວ ຈຳນວນໜຶ່ງຕໍ່ ແນວທາງ-ນະໂຍບາຍຂອງພັກ, ກົດໝາຍຂອງລົດຍັງບໍ່ທັນເລິກເຊິ່ງ, ສະຕິເປັນເຈົ້າຕົນເອງຍັງບໍ່ທັນສູງ. ແມ່ຍິງລາວຈຳນວນບໍ່ໜ້ອຍຍັງມີ ແນວຄິດຄອງເດີມຕີຕົວຕໍ່າ, ຈົງ ຈຽມບໍ່ທັນກ້າຫານເຮັດໃຫ້ເປັນການ ຈຳກັດຕໍ່ຄວາມກ້າວໜ້າ. ເພື່ອເປັນການປະກອບສ່ວນ ເຮັດໃຫ້ແຜນການພັດທະນາເສດ ຖະກິດ-ສັງຄົມຂອງຊາດ ໃຫ້ມີຜົນ ສຳເລັດໃນຕໍ່ໜ້ານີ້ແມ່ຍິງລາວ ຍັງ ມີໜ້າທີ່ອັນໜັກໜ່ວງທີ່ຈະຕ້ອງຮີບ ດ່ວນປະຕິບັດໃຫ້ປະກົດຜົນເປັນຈິງ ໂດຍສຸມໃສ່ບາງວຽກງານຕົ້ນຕໍ ດັ່ງນີ້: 1. ສະຫະພັນແມ່ຍິງລາວ ບັນດາ ເຜົ່າ ແຕ່ລະຂັ້ນຕ້ອງຖືເອົາວຽກງານ ສຶກສາອົບຮົມແນວຄິດການເມືອງ ເປັນກົກ ເພື່ອສຶກສາອົບຮົມແມ່ຍິງ ລາວບັນດາເຜົ່າ, ບັນດາຊັ້ນຄົນ ໃຫ້ມີນ້ຳໃຈຮັກຊາດ, ຮັກລະບອບ ປະຊາທິປະໄຕປະຊາຊົນ, ຮັກສາ ມູນເຊື້ອວັດທະນະທຳອັນດີງາມ ຂອງຊາດ ແນໃສ່ສ້າງສະຕິເປັນ ເຈົ້າປະເທດຊາດ-ເປັນເຈົ້າສັງຄົມ ຢ່າງແທ້ຈິງ. 2.ຕັ້ງໜ້າປັບປຸງກົງຈັກການ ຈັດຕັ້ງສະຫະພັນແມ່ຍິງລາວ ໃນ ແຕ່ລະຂັ້ນຕາມທິດກະທັດຮັດແຕ່ ຮັບປະກັນຄຸນນະພາບ, ເອົາໃຈໃສ່ ປັບປຸງແບບແຜນວິທີເຮັດວຽກໃຫ້ ເຂົ້າສູ່ລະບຽບແບບແຜນຂອງລັດ ຖະກອນ ກໍຄື ລະບຽບຂອງສະຫະ ພັນແມ່ຍິງລາວວາງອອກ. 3. ປຸກລະດົມເອື້ອຍນ້ອງແມ່ ຍິງລາວບັນດາເຜົ່າ ແລະ ຊັ້ນຄົນ ຕ່າງໆໃຫ້ຕັ້ງໜ້າເຂົ້າຮ່ວມເຮັດວຽກ ປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບ ຢ່າງຫ້າວຫັນ. ຂປລ. ຕະຫລອດປະຫວັດສາດ ແຫ່ງການປະຕິວັດ, ສາຍພົວພັນ ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ ໄດ້ພັດທະນາຈາກມິດ ຕະພາບທີ່ເປັນມູນເຊື້ອກາຍເປັນ “ມິດຕະພາບອັນຍິ່ງໃຫຍ່, ຄວາມ ສາມັກຄີພິເສດ, ການຮ່ວມມືຮອບ ດ້ານ ແລະ ຫຸ້ນສ່ວນຍຸດທະສາດ” ອັນເປັນເອກະລັກ “ໜຶ່ງບໍ່ມີສອງ, ບໍ່ຄືໃຜ ແລະ ບໍ່ມີໃຜຄື” ໃນຄວາມ ສຳພັນລະຫວ່າງປະເທດ. ສາຍ ພົວພັນນີ້ ບໍ່ພຽງແຕ່ເປັນຊັບສົມບັດ ອັນລ້ຳຄ່າຂອງສອງຊາດເທົ່ານັ້ນ, ແຕ່ຍັງເປັນພື້ນຖານສຳຄັນທີ່ຄ້ຳ ຈູນການປົກປັກຮັກສາເອກະລາດ, ການສ້າງສາ ແລະ ພັດທະນາປະ ເທດຂອງທັງສອງຝ່າຍຢ່າງຍືນຍົງ. ສາຍພົວພັນດັ່ງກ່າວ ໄດ້ຖືກວາງ ຮາກຖານໂດຍປະທານ ໂຮ່ຈີ່ມິງ, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ພ້ອມທັງໄດ້ ຮັບການສືບທອດ ແລະ ເພີ່ມພູນ ຈາກບັນດາການນຳຮຸ່ນຕໍ່ມາ ແລະ ປະຊາຊົນສອງປະເທດ. ຜ່ານການ ຮ່ວມທຸກຮ່ວມສຸກ, ຮ່ວມຕໍ່ສູ້ ແລະ ຮ່ວມເສຍສະລະໃນທຸກໄລຍະຂອງ ການປະຕິວັດ, ຄວາມສຳພັນ ລາວຫວຽດນາມ ໄດ້ກາຍເປັນແບບຢ່າງ ອັນຫາຍາກໃນການພົວພັນສາກົນ. lkprq ;ra o,y f8trk[ ]k;{s;Pfok, gxa o7;k,lera o |b j '[+ ,u lv' F [+ 7n .z c]t [+ ,u .z7n (ເນື່ອງໃນໂອກາດວັນເຊັນສົນທິສັນຍາມິດຕະພາບການຮ່ວມມືຮອບດ້ານ ລາວ-ຫວຽດນາມ ຄົບຮອບ 49 ປີ)ື່ັັົິັິ່ື້ົີ “ “ ” ” cdh 7ezy f *ໜັງສືພິມປະເທດລາວ ອອກສະບັບວັນຈັນ ທີ 20/07/2026 , ຢູ່ໜ້າ 3 ຫົວຂໍ້ສາຍພົວພັນ ລາວ-ຫວຽດນາມ ມູນເຊື້ອແຫ່ງຄວາມ ສາມັກຄີ ແລະ ການຮ່ວມມືຮອບດ້ານ ; ໃນວັກສຸດທ້າຍແຖວທີ 8 ທີ່ ຂຽນວ່າ ປະກາດສ້າງຕັ້ງ ສປປ ລາວ ໃນວັນທີ 21/2/1975 ນັ້ນ ແມ່ນຜິດ, ຖືກແທ້ແມ່ນ 2/12/1975. ຂໍອະໄພຄວາມຜິດພາດໃນຄັ້ງນີ້້ດ້ວຍ. ບກ ພາບປະກອບ ພາບປະກອບ ບົດສະເໜີົີ ເມື່ອຫວນຄືນປະຫວັດສາດ ມີ ເຫດການຕ່າງໆທີ່ເປັນເງື່ອນໄຂ ໃນການສ້າງຕັ້ງພັກກອມມູນິດ ອິນດູຈີນ, ໃນປີ 1930 ເພື່ອປົດປ່ອຍ ປະຊາຊົນ 3 ຊາດອິນດູຈີນ (ລາວ, ຫວຽດນາມ, ກໍາປູເຈຍ) ດ້ວຍ ນໍ້າໃຈຮັກຊາດ ແລະ ບໍ່ຍອມຈໍານົນ ໃຫ້ຫລຸດພົ້ນຈາກການກົດຂີ່ຂູດຮີດ ຢ່າງໜັກໜ່ວງຈາກການຕົກເປັນ ຫົວເມືອງຂຶ້ນຂອງຈັກກະພັດແບບ ເກົ່າ. ສາຍພົວພັນລະຫວ່າງ 3 ຊາດ ອິນດູຈີນ ໄດ້ຄ່ອຍໆພົ້ນເດັ່ນຂຶ້ນເວົ້າ ລວມ, ເວົ້າສະເພາະ ລາວ-ຫວຽດ ນາມ ກໍຍິ່ງມີຈຸດພົ້ນເດັ່ນເປັນຕົ້ນຄື ລາວ-ຫວຽດນາມ ໄດ້ຮ່ວມຂຸມຕະ ຄອງດຽວກັນຮ່ວມສຳພັນສູ້ຮົບ ຄຽງບ່າຄຽງໄລ່ກັນຕໍ່ສູ້ທີ່ສຸດແສນ ຫຍຸ້ງຍາກ, ທຸລະກັນດານ, ເຕັມ ໄປດ້ວຍຄວາມເສຍສະລະ ແລະ ດ້ວຍຄໍາສອນທີ່ອະມະຕະຂອງ ປະທານ ໂຮ່ຈີ່ມິງ ວ່າ: “ການ ຊ່ວຍເຫລືອເພື່ອນປຽບເໝືອນການ ຊ່ວຍເຫລືອຕົນເອງ” ພາຍຫລັງ ຄະນະພັກແຄວ້ນລາວໄດ້ຮັບການ ສ້າງຕັ້ງຂຶ້ນ, ຂະບວນການຕໍ່ສູ້ ຂອງ ປະຊາຊົນລາວ ກໍໄດ້ເຕີບໃຫຍ່ຂຶ້ນ ແລະ ສາມາດຍາດໄດ້ໄຊຊະນະຢ່າງ ຕໍ່ເນື່ອງ; ພາຍໃຕ້ການນໍາພາຂອງ ພັກກອມມູນິດອິນດູຈີນ, ອົງຄະນະ ພັກແຄວ້ນລາວ ແລະ ປະຊາຊົນ ລາວບັນດາເຜົ່າຜູ້ມີນໍ້າໃຈຮັກຊາດ ອັນດູດດື່ມສາມາດຢຶດອໍານາດການ ປົກຄອງໃນວັນທີ 23 ສິງຫາ 1945 ແລະ ໄດ້ປະກາດເອກະລາດໃນວັນທີ 12 ຕຸລາ 1945. ຕໍ່ໜ້າຄວາມ ຮຽກຮ້ອງຕ້ອງການໃໝ່ຂອງການ ປະຕິວັດ, ໃນກອງປະຊຸມໃຫຍ່ ຄັ້ງທີ II ຂອງພັກກອມມູນິດອິນດູຈີນ ໃນປີ 1951 ໄດ້ຕົກລົງໃຫ້ສ້າງຕັ້ງ ພັກປະຕິວັດຂຶ້ນໃນແຕ່ລະປະເທດ, ພາຍຫລັງຫ້າງຫາກະກຽມໄດ້ໄລ ຍະໜຶ່ງມາເຖິງວັນທີ 22 ມີນາ 1955 ກອງປະຊຸມໃຫຍ່ຜູ້ແທນ ສະມາຊິກພັກທົ່ວປະເທດ ໄດ້ເປີດ ຂຶ້ນ, ກອງປະຊຸມໄດ້ເປັນເອກະພາບ ສ້າງຕັ້ງພັກລັດທິມາກຊິດ-ເລນິນ ນິດ, ພັກຂອງຊົນຊັ້ນກຳມະກອນ ແລະຊາວຜູ້ອອກແຮງງານຂອງຄົນ ລາວຂຶ້ນ ຊຶ່ງໃສ່ຊື່ວ່າ “ພັກປະຊາຊົນ ລາວ”. ສອງພັກ ໄດ້ສືບຕໍ່ຮັກສາ ແລະ ເສີມຂະຫຍາຍສາຍພົວພັນທີ່ ເປັນມູນເຊື້ອ, ຊ່ວຍເຫລືອເຊິ່ງກັນ ແລະ ກັນ ດ້ວຍຄວາມຈິງໃຈ ແລະ ພາຍຫລັງສັນຍາເຊີແນວກ່ຽວກັບ ລາວໄດ້ຮັບການລົງນາມໃນວັນທີ 23 ກໍລະກົດ 1962, ລັດຖະບານ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ແລະ ລັດຖະບານປະ ສົມ ຄັ້ງທີ II ຂອງລາວ ກໍໄດ້ສ້າງ ຕັ້ງສາຍພົວພັນການທູດຂຶ້ນຢ່າງ ເປັນທາງການໃນວັນທີ 5 ກັນຍາ 1962; ຂະນະດຽວກັນ, ສາຍພົວ ພັນຂອງສອງພັກ ຍິ່ງເພີ່ມພູນຄູນ ສ້າງ, ພາຍໃຕ້ການນໍາພາຂອງພັກ ປະຊາຊົນປະຕິວັດລາວ ປະຊາຊົນ ລາວບັນດາເຜົ່າສາມາດເອົາຊະນະ ຟາຊິດທີ່ຮຸກຮານ ແລະ ໄດ້ຮັບໄຊ ຊະນະໃນການຕໍ່ສູ້ຕ້ານຈັກກະພັດ ແບບໃໝ່, ສະຖາປະນາ ສປປ ລາວ ຂຶ້ນຢ່າງສະຫງ່າຜ່າເຜີຍໃນວັນທີ 2 ທັນວາ 1975 ຊຶ່ງແມ່ນເອກະລາດ ແຫ່ງຊາດລາວ. ເຫດການໜຶ່ງ ທີ່ສໍາຄັນ, ກໍແມ່ນການລົງນາມ “ສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ, ຫວຽດນາມ-ລາວ” ໃນວັນທີ 18 ກໍລະກົດ 1977 ຊຶ່ງນີ້ແມ່ນສົນທິ ສັນຍາພື້ນຖານນິຕິກໍາໜັກແໜ້ນ ແລະ ຍຸດທະສາດອັນຍາວນານ ໃຫ້ສາຍພົວພັນລະຫວ່າງ ລາວຫວຽດນາມ ໃນໄລຍະໃໝ່. ນັບ ຈາກນັ້ນມາ, ລາວ-ຫວຽດນາມ ໄດ້ ລົງນາມການຮ່ວມມືຫລາຍສະບັບ ເພື່ອແນໃສ່ເພີ່ມທະວີການພົວພັນ ມິດຕະພາບທີ່ເປັນມູນເຊື້ອຂອງສອງ ປະເທດ ແລະ ໄດ້ມີການຍົກລະດັບ ເປັນສາຍພົວພັນມິດຕະພາບອັນຍິ່ງ ໃຫຍ່ໃນເດືອນກຸມພາ 2019. ໃນໄລຍະ 50 ກວ່າປີ ຫລັງການ ສະຖາປະນາ ສປປ ລາວ, ການຮ່ວມ ມືລະຫວ່າງສອງປະເທດໄດ້ຂະ ຫຍາຍຕົວຢ່າງຮອບດ້ານ. ດ້ານ ການເມືອງການພົບປະລະດັບສູງ ຖືກຈັດຂຶ້ນເປັນປະຈຳສະທ້ອນເຖິງ ຄວາມໄວ້ເນື້ອເຊື່ອໃຈອັນແໜ້ນ ແຟ້ນ. ດ້ານເສດຖະກິດຫວຽດນາມ ຍັງເປັນໜຶ່ງໃນປະເທດຜູ້ລົງທຶນ ລາຍໃຫຍ່ໃນ ສປປ ລາວ ດ້ວຍ ໂຄງການລົງທຶນຈຳນວນຫລາຍ ແລະ ມູນຄ່າການຄ້າສອງຝ່າຍ ເພີ່ມຂຶ້ນຢ່າງຕໍ່ເນື່ອງ. ປັດຈຸບັນ, ຫວຽດນາມ ແມ່ນໜຶ່ງໃນ 3 ນັກ ລົງທຶນຕ່າງປະເທດລາຍໃຫຍ່ທີ່ສຸດ ຢູ່ ສປປ ລາວ, ມີກວ່າ 240 ໂຄງ ການທີ່ຍັງມີຜົນບັງຄັບໃຊ້ ແລະ ມູນ ຄ່າທຶນຈົດທະບຽນລວມປະມານ 5,5 ຕື້ໂດລາ. ບັນດາໂຄງການ ຂອງວິສາຫະກິດຫວຽດນາມ ມຸ່ງ ເນັ້ນໃນບັນດາຂົງເຂດ: ພະລັງງານ, ແຮ່ທາດ, ກະສິກໍາ- ປ່າໄມ້, ໂທ ລະຄົມມະນາຄົມ, ການເງິນ-ການ ທະນາຄານ ແລະ ການບໍລິການ, ປະກອບສ່ວນສໍາຄັນເຂົ້າໃນການ ພັດທະນາເສດຖະກິດ-ສັງຄົມຂອງ ລາວ ໂດຍສະເພາະໃນບັນດາທ້ອງ ຖິ່ນເຂດຫ່າງໄກສອກຫລີກ, ເຂດ ທຸກຍາກ. ມູນຄ່າການຄ້າສອງ ສົ້ນໃນປີ 2025 ບັນລຸໄດ້ເກືອບ 3 ຕື້ໂດລາສະຫະລັດ ຊຶ່ງຈະເປັນ ປັດໄຈໃຫ້ສອງຝ່າຍສູ້ຊົນໃຫ້ບັນລຸ 5 ຕື້ໂດລາສະຫະລັດ ຕາມຄາດ ໝາຍທີ່ສອງຝ່າຍໄດ້ວາງໄວ້ໃນ ເວລາອັນໃກ້ນີ້. ສ່ວນການຮ່ວມມື ດ້ານວັດທະນະທຳ-ສັງຄົມ ໄດ້ ມີການຮ່ວມມື ແລະ ປະສານ ສົມທົບກັນຢ່າງແໜ້ນແຟ້ນ, ອັນ ພົ້ນເດັ່ນແມ່ນອົງການອຸຍແນັສໂກ (UNESCO) ໄດ້ຮັບຮອງເອົາ ອຸທິຍານທໍາມະຊາດຫີນໜາມໜໍ່ ຢູ່ແຂວງຄຳມ່ວນ ເປັນມໍລະດົກ ໂລກທາງທຳມະຊາດ ທີ່ຄູ່ຂະໜານ ກັບອຸທະຍານມໍລະດົກໂລກທາງ ທຳມະຊາດຟອງຍາ-ແກບາງ ຢູ່ ແຂວງກວາງບິງ ສສ ຫວຽດນາມ ຊຶ່ງເປັນຄວາມພະຍາຍາມຮ່ວມກັນ ແລະ ຄວາມພາກພູມໃຈຂອງສອງ ປະເທດ. ຄຽງຄູ່ກັບການຮ່ວມມືດ້ານເສດ ຖະກິດ, ການຮ່ວມມືດ້ານການສຶກ ສາ, ຝຶກອົບຮົມ ແລະ ການພັດທະນາ ແຫລ່ງຊັບພະຍາກອນມະນຸດສືບຕໍ່ ໄດ້ຮັບການຢືນຢັນວ່າ: ເປັນໜຶ່ງໃນ ບັນດາເສົາຄໍ້າທີ່ຍືນຍົງທີ່ສຸດຂອງ ການພົວພັນ ລາວ-ຫວຽດນາມ. ປັດຈຸບັນ, ຫວຽດນາມ ແມ່ນປະເທດ ທີ່ຮັບນັກສຶກສາລາວໄປສຶກສາຮໍ່າ ຮຽນຫລາຍທີ່ສຸດ, ມີນັກສຶກສາລາວ ປະມານ 14.000-16.000 ຄົນ ກໍາລັງສຶກສາຢູ່ໃນບັນດາມະຫາວິ ທະຍາໄລ, ສະຖາບັນ ແລະ ສູນຝຶກ ອົບຮົມຂອງຫວຽດນາມ. ບຸກຄະ ລາກອນການນໍາ, ຜູ້ບໍລິຫານ ແລະ ຜູ້ຊ່ຽວຊານຈໍານວນຫລາຍຂອງ ລາວ ໄດ້ຈົບຈາກບັນດາສະຖານ ສຶກສາຂອງຫວຽດນາມ, ກາຍເປັນ ກໍາລັງແກ່ນສານໃນລະບົບການ ເມືອງ ແລະ ເສດຖະກິດ-ສັງຄົມ ຂອງລາວ. ສິ່ງນີ້ສະທ້ອນໃຫ້ເຫັນ ວິໄສທັດຍຸດທະສາດໄລຍະຍາວ ຂອງຫວຽດນາມ ໃນການລົງທຶນ ເຂົ້າໃສ່ຊັບພະຍາກອນມະນຸດຂອງ ລາວ, ພ້ອມທັງສະແດງໃຫ້ເຫັນ ຢ່າງເລິກເຊິ່ງດ້ານມະນຸດສະທໍາ ພິເສດຂອງການພົວພັນລະຫວ່າງ ສອງປະເທດ. 4. ຍູ້ແຮງຂະບວນການແມ່ ຍິງລາວບັນດາເຜົ່າປະກອບສ່ວນ ເຂົ້າໃນວຽກງານການພັດທະນາ ເສດຖະກິດ-ສັງຄົມຂອງຊາດຢ່າງ ເຂັ້ມແຂງ ໂດຍເລີ່ມຈາກການພັດ ທະນາຕົນເອງ; ຄອບຄົວ ແລະ ສັງຄົມ ເພື່ອປະຕິບັດສິດສະເໝີພາບ, ປົກປ້ອງສິດຜົນປະໂຫຍດຂອງແມ່ ຍິງ ແລະ ເດັກນ້ອຍ ໃຫ້ມີຄວາມ ຜາສຸກ ແລະ ເປັນທຳ. 5. ເພີ່ມທະວີການພົວພັນຕ່າງ ປະເທດ ເພື່ອຍາດແຍ່ງເອົາການ ຮ່ວມມື ແລະ ຊ່ວຍເຫລືອຈາກອົງ ການຈັດຕັ້ງແມ່ຍິງ ແລະ ອົງການ ຈັດຕັ້ງສາກົນຕ່າງໆຂອງບັນດາປະ ເທດເພື່ອນມິດໃນໂລກໃຫ້ນັບມື້ນັບ ຫລາຍ ແລະ ມີປະສິດທິຜົນຍິ່ງຂຶ້ນ. ໂດຍ: ທູດ ມະໄລວຽງ ສາກົນນິຍົມ

RkJQdWJsaXNoZXIy MTc3MTYxMQ==