@ 0j k; c]t gsfdko j 21/07/2026 xtgmf]k; gru j ,mt;u 7;k,lk,a d7u gxa oxb dczj o 0v'x;'-q o]k;ma '-kfK ນາຍົກລັດຖະມົນຕີ...ົັົີ ຕະຫລາດຖາວອນ 1 ແຫ່ງ; ການ ສົ່ງອອກສິນຄ້າ ເປັນຕົ້ນ ຊີມັງ, ມັນ ຕົ້ນ, ສັດລ້ຽງ ແລະ ອື່ນໆ ບັນລຸ 74,4 ລ້ານກວ່າໂດລາສະຫະລັດ, ມີເສັ້ນທາງຄົມມະນາຄົມ ທີ່ສາມາດ ທຽວໄດ້ 2 ລະດູ ກວມເອົາ 99%, ລະບົບການສື່ສານກວມເອົາ 95% ຂອງພື້ນທີ່ທົ່ວເມືອງ, ມີບ້ານປ້ອງ ກັນຊາດເຂັ້ມແຂງ 6 ບ້ານ, ບ້ານ ປອດຢາເສດຕິດ 12 ບ້ານ, ບ້ານ ສາທາລະນະສຸກແບບຢ່າງກວມ 100%, ທ້ອນໂຮມອາວຸດລ່າເນື້ອ ໄດ້ 30 ກວ່າກະບອກ, ທົ່ວເມືອງມີ ຄວາມສະຫງົບ ແລະ ເປັນລະບຽບ ຮຽບຮ້ອຍໂດຍພື້ນຖານ. ສະເພາະ ຕາແສງປ່າໜາມ ແມ່ນໄດ້ປະກາດ ສ້າງຕັ້ງຂຶ້ນ ໃນວັນທີ 24 ເມສາ 2026, ປະກອບມີ 25 ບ້ານ, ຮອດ ປັດຈຸບັນ ໄດ້ສັບຊ້ອນພະນັກງານ ປະຈໍາການ ແລະ ໄດ້ຮັບງົບປະມານ ບໍລິຫານເບື້ອງຕົ້ນແລ້ວ. ໃນໂອກາດດັ່ງກ່າວ, ທ່ານນາ ຍົກລັດຖະມົນຕີ ໄດ້ມີຄຳເຫັນໂອ້ລົມ ແລະ ເນັ້ນໃຫ້ຄະນະນຳທຸກຂັ້ນ ສຸມ ໃສ່ວຽກງານຈຳນວນໜຶ່ງ ເປັນຕົ້ນ ເພີ່ມທະວີນຳພາ-ສຶກສາອົບຮົມ ການເມືອງແນວຄິດ, ປຸກລະດົມພະ ນັກງານ ແລະ ປະຊາຊົນ ຕື່ນຕົວປະ ຕິບັດແນວທາງນະໂຍບາຍຂອງພັກ ແລະ ກົດໝາຍຂອງລັດ ຢ່າງເປັນ ຂະບວນການທີ່ຕັ້ງໜ້າ; ສືບຕໍ່ປັບ ປຸງການຈັດຕັ້ງ ພາຍໃນຕາແສງປ່າ ໜາມ ໃຫ້ມີຄວາມເຂັ້ມແຂງ, ກົມ ກຽວ-ລ່ອງຊ່ອງ, ສັບຊ້ອນພະນັກ ງານ ໃຫ້ຖືກກັບຄວາມຮູ້ຄວາມສາ ມາດ ເພື່ອຮັບປະກັນການບໍລິການ ປະຊາຊົນ ມີຄວາມວ່ອງໄວ ແລະ ມີ ປະສິດທິຜົນສູງ; ສູ້ຊົນປະກອບ ສ່ວນເຂົ້າໃນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X (20262030) ໃຫ້ບັນລຸຕາມຄາດໝາຍທີ່ ກຳນົດໄວ້; ເອົາໃຈໃສ່ຜັນຂະຫຍາຍ ມະຕິ 04/ກມສພ ວ່າດ້ວຍການສ້າງ ເສດຖະກິດເອກະລາດ ເປັນເຈົ້າ ຕົນເອງ ໃນໄລຍະໃໝ່ ໃຫ້ກາຍເປັນ ແຜນການ-ໂຄງການລະອຽດ, ສົ່ງ ເສີມການຜະລິດເປັນສິນຄ້າ ແລະ ມີ ຕະຫລາດຮອງຮັບ; ສືບຕໍ່ຄຸ້ມຄອງ, ຊຸກຍູ້ ແລະ ດຶງດູດການລົງທຶນຄວບ ຄູ່ກັບການອຳນວຍຄວາມສະດວກ ດ້ານຕ່າງໆ ໃຫ້ຮັບປະກັນຄວາມ ວ່ອງໄວ, ໂປ່ງໃສ ແລະ ແກ້ໄຂຂອດ ອຸດຕັນແລະ ກົດໜ່ວງຖ່ວງດຶງ ໂດຍ ສະເພາະທາງດ້ານເອກະສານ; ເພີ່ມ ທະວີການແກ້ໄຂບັນຫາຢາເສດຕິດ, ການຄ້າຂາຍເຖື່ອນ, ການລັກຊັບ, ກຸ່ມມິດສາຊີບທາງອອນລາຍ ໂດຍ ໃຫ້ມີມາດຕະການປ້ອງກັນ ແລະ ໂຄສະນາ ໃຫ້ສັງຄົມມີສະຕິລະວັງ ຕົວສູງ; ການນຳຂອງເມືອງຕ້ອງ ເປັນແບບຢ່າງນຳໜ້າ ໃນການຍົກ ສູງຄວາມຮັບຜິດຊອບຕໍ່ໜ້າທີ່ການ ເມືອງ, ຄວາມເປັນແບບຢ່າງ ໃນ ການແກ້ໄຂຂໍ້ບົກພ່ອງ ແລະ ຂໍ້ຫ້າມ ຕ່າງໆຢ່າງເຂັ້ມງວດ. ໃນຕອນທ້າຍ, ທ່ານນາຍົກລັດ ຖະມົນຕີ ໄດ້ມອບທຶນຈຳນວນໜຶ່ງ ໃຫ້ແກ່ເມືອງມະຫາໄຊ ເພື່ອນຳໃຊ້ ເຂົ້າໃນການພັດທະນາ ແລະ ແກ້ໄຂ ວຽກງານທີ່ຈຳເປັນ, ພ້ອມທັງມອບ ເຄື່ອງອຸປະໂພກ-ບໍລິໂພກ ເພື່ອນຳໄປ ຊ່ວຍເຫລືອ ແລະ ປັບປຸງຊີວິດການ ເປັນຢູ່ຂອງປະຊາຊົນ ຈໍານວນໜຶ່ງ. ໂດຍຈະປ່ຽນແປງຈິນຕະນາການ ໃໝ່ ໃນການພັດທະນາວຽກງານສື່ ມວນຊົນໃນຍຸກໃໝ່ດ້ວຍການເຊື່ອມ ຊຶມທັດສະນະຊີ້ນຳຂອງພັກ ໃຫ້ປະ ກົດເປັນຮູບປະທຳເທື່ອລະກ້າວ, ພ້ອມກັນນັ້ນຕ້ອງເດັດດ່ຽວຫັນໄປສູ່ ຈິນຕະນາ ການເປັນເຈົ້າຕົນເອງໃຫ້ ຫລາຍຂຶ້ນ, ກ້າຄິດ, ກ້າເຮັດ ແລະ ກ້າຮັບຜິດຊອບ, ກ້າເຄື່ອນໄຫວເພື່ອ ຜົນປະໂຫຍດຂອງພັກ, ຂອງຊາດ; ເພີ່ມທະວີບົດບາດການນໍາພາທີ່ເຂັ້ມ ແຂງຂອງພັກຕໍ່ສື່ມວນຊົນ ແລະ ສັງຄົມ ດ້ວຍການຖືເອົາການກໍ່ສ້າງ ພັກເປັນປັດໄຈຕັດສິນ ໂດຍສ້າງໃຫ້ ການຈັດຕັ້ງພັກ ໃນອົງການສື່ມວນ ຊົນທຸກຂັ້ນ ມີຄວາມປອດໃສ, ເຂັ້ມ ແຂງ ແລະ ໜັກແໜ້ນ; ຍົກລະດັບ ຄວາມຮູ້ທາງດ້ານທິດສະດີການ ເມືອງ-ການປົກຄອງ ຕິດພັນກັບຍຸກ ດີຈິຕອນ ແລະ ປັນຍາປະດິດ ດ້ວຍ ການປະຕິບັດເຂັ້ມງວດ ລະບອບຮໍ່າ ຮຽນທິດສະດີການເມືອງຕິດພັນກັບ ການສະໜອງຂໍ້ມູນຂ່າວສານ, ປັບ ປຸງຄວາມຮັບຮູ້ໃໝ່ຂອງພະນັກງານນັກຂ່າວ, ບັນນາທິການຂ່າວ ແລະ ນັກເຕັກນິກ ໃນບັນດາອົງການສື່ ມວນຊົນຢ່າງຕໍ່ເນື່ອງ; ເພີ່ມທະວີ ຄວາມເຂັ້ມງວດໃນການຈັດຕັ້ງປະ ຕິບັດຈັນຍາບັນວິຊາຊີບ ດ້ວຍການ ປັບປຸງກົນໄກການຄຸ້ມຄອງລະບົບ ການຂຶ້ນທະບຽນນັກຂ່າວ, ການ ເຄື່ອນໄຫວ ຂອງສໍານັກຂ່າວສານ ແລະ ການອະນຸຍາດຕ່າງໆ ໃຫ້ຮັດ ກຸມຕາມກົດໝາຍກໍານົດໄວ້, ເອົາ ໃຈໃສ່ຄຸ້ມຄອງການເຄື່ອນໄຫວ ຂອງສະມາຄົມນັກຂ່າວແຫ່ງ ສປປ ລາວ ໃຫ້ປະຕິບັດຖືກຕ້ອງຕາມພາ ລະບົດບາດຢ່າງເປັນເຈົ້າການ. ສຳລັບຄາດໝາຍສູ້ຊົນຈະຄຸ້ມ ຄອງສື່ມວນຊົນທັງພາກລັດ ແລະ ເອກະຊົນ ພາຍໃຕ້ກົດໝາຍກຳນົດ ຢ່າງເຂັ້ມງວດ, ສື່ເອກະຊົນແລະຜູ້ມີ ອິດທິພົນ ທີ່ດຳເນີນກິດຈະການເຜີຍ ແຜ່ຂໍ້ມູນຂ່າວສານຕ້ອງຂຶ້ນທະບຽນ ກັບກົມສື່ມວນຊົນຢ່າງເປີດເຜີຍຕາມ ກົດໝາຍ; ພັດທະນາສື່ມວນຊົນ ລາວ ເປັນຕົ້ນແມ່ນ 5 ສື່ຫລັກຂອງ ລັດໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ກ້າວເຂົ້າສູ່ຄຸນນະພາບໃໝ່, ມີຄວາມ ວ່ອງໄວ, ທັນສະໄໝ ແລະ ໜ້າເຊື່ອ ຖືໄດ້, ຮັບປະກັນໃຫ້ສື່ມວນຊົນ ສາມາດປະຕິບັດບົດບາດ ໃນນາມ ເປັນເຄື່ອງມື, ເປັນກະບອກສຽງອັນ ແຫລມຄົມໃນການໂຄສະນາ, ເຜີຍ ແຜ່ແນວທາງແຜນນະໂຍບາຍ ຂອງ ພັກ, ນະໂຍບາຍ, ກົດໝາຍຂອງລັດ; ພັດທະນາເນື້ອຫາໃຫ້ມີຄວາມສ້າງ ສັນ ແລະ ເຂົ້າເຖິງຄົນຮຸ່ນໃໝ່, ສ້າງ ເນື້ອຫາທີ່ມີທັງ “ສາລະ” ແລະ “ຄວາມໜ້າສົນໃຈ” ຄວບຄູ່ກັນ. ການເລົ່າເລື່ອງຜ່ານວິດີໂອສັ້ນ, ສາ ລະຄະດີ ຫລື ການນຳສະເໜີແບບດີ ຈິຕອນທີ່ທັນສະໄໝ ໄປຄວບຄູ່ກັບ ການພັດທະນາບຸກຄະລາກອນ ທີ່ ເຮັດວຽກໃນອົງການສື່ມວນຊົນ ໂດຍສະເພາະນັກຂ່າວລຸ້ນໃໝ່ ໃຫ້ມີ ທັກສະຮອບດ້ານທັງດ້ານວິຊາຊີບ, ເຕັກໂນໂລຊີ, ພາສາຕ່າງປະເທດ ແລະ ຈັນຍາບັນວິຊາຊີບ; ນຳໃຊ້ສື່ ມວນຊົນ ເຂົ້າໃນການປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອປະຕິວັດ ອັນດີງາມຂອງພັກຂອງຊາດ; ປຸກ ລະດົມຄວາມສາມັກຄີປອງດອງ ແລະ ສ້າງຄວາມເຊື່ອໝັ້ນ ຂອງມະ ຫາຊົນ ຕໍ່ການນໍາພາຂອງພັກ. ຂ່າວ: ທະນູທອງ; ພາບ: ອ່າຍຄຳ ໃນວັນທີ 20 ກໍລະກົດ 2026 ຢູ່ນະ ຄອນຫລວງວຽງຈັນ ໂດຍການລົງ ນາມລະຫວ່າງ ທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະມົນ ຕີ, ລັດຖະມົນຕີກະຊວງການເງິນ ແລະ ທ່ານ ຄຣິສໂຕເຟີ ຮຸຍ ລັດຖະ ມົນຕີກະຊວງບໍລິການທາງດ້ານ ການເງິນ ແລະ ຄັງເງິນ ແຫ່ງເຂດ ປົກຄອງພິເສດຮົງກົງສປຈີນ. ພ້ອມ ນີ້, ຍັງໄດ້ເຊັນບົດບັນທຶກຄວາມ ເຂົ້າໃຈວ່າດ້ວຍການຮ່ວມມືທາງ ດ້ານທຸລະກິດ ລະຫວ່າງ ທ່ານ ຈັນ ທອນ ສິດທິໄຊ ຜູ້ອໍານວຍການໃຫຍ່ ທະນາຄານ ຄໍາລາວ ແລະ ທ່ານ ດາມຽນ ຮານ (Damien Han) ຫົວໜ້າຝ່າຍຂາຍປະຈຳພາກພື້ນ ອາຊີ-ປາຊີຟິກ ຂອງບໍລິສັດ ເອັມ ເຄເອັດພຳ (MKS PAMP) ໂດຍ ມີ ທ່ານ ສັນຕິພາບ ພົມວິຫານ ແລະ ທ່ານ ຄຣິສໂຕເຟີ ຮຸຍ ພ້ອມດ້ວຍ ພາກສ່ວນກ່ຽວຂ້ອງຂອງທັງສອງ ຝ່າຍເຂົ້າຮ່ວມເປັນສັກຂີພິຍານ. ບົດບັນທຶກຄວາມເຂົ້າໃຈສະບັບ ນີ້ ໄດ້ສະແດງໃຫ້ເຫັນເຖິງຄວາມ ມຸ່ງໝັ້ນຮ່ວມກັນຂອງລັດຖະບານ ທັງສອງປະເທດ ໃນການລົງເລິກ ການຮ່ວມມືດ້ານບໍລິການທາງ ດ້ານການເງິນ, ພ້ອມທັງສົ່ງເສີມ ການພັດທະນາຕະຫລາດຄຳທີ່ມີ ປະສິດທິພາບ, ມີຄວາມໂປ່ງໃສ ແລະ ສາມາດເຊື່ອມໂຍງກັບສາກົນ. ນອກຈາກນີ້, ຍັງໄດ້ກຳນົດຂອບ ການຮ່ວມມືໃນຫລາຍຂົງເຂດ ເປັນ ຕົ້ນ ການອໍານວຍຄວາມສະດວກ ທາງດ້ານຕະຫລາດຄໍາ, ການເຊື່ອມ ໂຍງຕະຫລາດການເງິນ, ການພັດ ທະນາບຸກຄະລາກອນແລະການຫັນ ເປັນທັນສະໄໝ, ຄວາມຮ່ວມມືດ້ານ ລະບຽບການ ແລະ ການພັດທະນາ ຕ່ອງໂສ້ຕະຫລາດຄໍາ. ການລົງນາມໃນບົດບັນທຶກ ຄວາມເຂົ້າໃຈຄັ້ງນີ້ຖືເປັນບາດກ້າວ ສໍາຄັນໃນການສະໜັບສະໜູນວິໄສ ທັດຂອງລັດຖະບານລາວ ເພື່ອພັດ ທະນາລະບົບນິເວດຕະຫລາດຄໍາ ຊຶ່ງຈະປະກອບສ່ວນເຂົ້າໃນການ ເຕີບໂຕທາງເສດຖະກິດແບບຍືນ ຍົງ, ສ້າງຄວາມເຂັ້ມແຂງໃຫ້ແກ່ ພື້ນຖານໂຄງລ່າງຕະຫລາດການ ເງິນ ແລະ ເພີ່ມທະວີການເຊື່ອມໂຍງ ຂອງປະເທດເຂົ້າກັບຕະຫລາດ ພາກພື້ນ ແລະ ສາກົນ. ພາຍໃຕ້ຍຸດ ທະສາດນີ້, ກະຊວງການເງິນ ແຫ່ງ ສປປ ລາວ ໄດ້ໃຫ້ການສະໜັບສະ ໜູນທະນາຄານຄຳລາວເປັນທະນາ ຄານຍຸດທະສາດ ເພື່ອຊຸກຍູ້ການ ຫັນຕະຫລາດຄຳພາຍໃນປະເທດ ໃຫ້ມີຄວາມທັນສະໄໝ ແລະ ສ້າງ ຄວາມເຂັ້ມແຂງ ໃຫ້ແກ່ພື້ນຖານ ໂຄງລ່າງທາງດ້ານການເງິນຂອງ ໂລຫະປະເສີດພາຍໃນປະເທດ. ທະນາຄານຄໍາລາວ ໄດ້ມີບົດ ບາດສຳຄັນໃນການສະໜັບສະໜູນ ຈຸດປະສົງດ້ານນະໂຍບາຍຂອງກະ ຊວງການເງິນ ໂດຍການສົ່ງເສີມ ການບໍລິການທະນາຄານຄຳທີ່ມີ ຄວາມໂປ່ງໃສ, ຊຸກຍູ້ການລະດົມ ແຫລ່ງທຶນຄຳພາຍໃນປະເທດເຂົ້າ ສູ່ລະບົບການເງິນ ແລະ ສົ່ງເສີມ ຄວາມຮ່ວມມືສາກົນກັບບັນດາສະ ຖາບັນການເງິນຊັ້ນນໍາ ແລະ ຜູ້ມີ ສ່ວນຮ່ວມໃນອຸດສາຫະກຳວັດຖຸ ມີຄ່າ. ບົດບັນທຶກຄວາມເຂົ້າໃຈ ສະບັບນີ້, ຍັງຊ່ວຍຮັດແໜ້ນຄວາມ ພະຍາຍາມດັ່ງກ່າວ ໂດຍການສ້າງ ຂອບການຮ່ວມມືແບບ ລັດຖະບານ ຫາ ລັດຖະບານ (G2G) ເພື່ອສະ ໜັບສະໜູນການແລກປ່ຽນບົດ ຮຽນ, ຄວາມຮ່ວມມືລະຫວ່າງສະ ຖາບັນ ແລະ ການພັດທະນາການ ຮ່ວມມືກັບສາກົນ, ພ້ອມທັງຍົກ ລະດັບການເຊື່ອມໂຍງລະຫວ່າງ ສປປ ລາວ ແລະ ເຂດປົກຄອງພິ ເສດຮົງກົງ ສປ ຈີນ ຊຶ່ງເປັນໜຶ່ງ ໃນສູນກາງການເງິນສາກົນ ແລະ ເປັນສູນກາງການຄ້າວັດຖຸມີຄ່າຊັ້ນ ນໍາຂອງໂລກ. ຂ່າວ: ທະນູທອງ; ພາບ: ຂັນໄຊ (World Artificial Intelligence Conference - WAIC) ຊຶ່ງເປັນ ກອງປະຊຸມປະຖົມມະລືກພາຍຫລັງ ການລົງນາມຂໍ້ຕົກລົງ ສ້າງຕັ້ງອົງ ການປັນຍາປະດິດໂລກ (WAICO) ໃນວັນທີ 16 ກໍລະກົດ 2026 ຜ່ານມາ. ກອງປະຊຸມດັ່ງກ່າວ ມີບັນດາປະ ມຸກລັດ ແລະ ຫົວໜ້າລັດຖະບານ, ເຈົ້າໜ້າທີ່ຂັ້ນສູງຂອງລັດຖະບານ ຫລາຍກວ່າ 60 ປະເທດໃຫ້ກຽດ ເຂົ້າຮ່ວມ.ນອກນັ້ນ,ຍັງມີຜູ້ຕາງໜ້າ ອົງການຈັດຕັ້ງສາກົນ, ຊ່ຽວຊານ, ນັກວິຊາການ ແລະ ຜູ້ນຳພາກທຸລະ ກິດຈາກທົ່ວໂລກເຂົ້າຮ່ວມຫລາຍ ກວ່າ 1.400 ທ່ານ. ໃນພິທີເປີດ ກອງປະຊຸມດັ່ງກ່າວ,ທ່ານສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປ ຈີນ ໄດ້ກ່າວປາໄສ ແລະ ເນັ້ນໜັກນະໂຍບາຍ, ທັດສະນະ ແລະ ວິໄສທັດຂອງ ສປ ຈີນ ພ້ອມ ທັງຂໍ້ລິເລີ່ມຕ່າງໆທີ່ພົວພັນກັບການ ພັດທະນາ ແລະ ຄຸ້ມຄອງ AI ພາຍ ໃຕ້ 4 ຫລັກການນໍາພາຄື: ຄວາມ ເປີດເຜີຍ ແລະ ການຮ່ວມມືທີ່ໄດ້ຜົນ ປະໂຫຍດຮ່ວມກັນ; ຄວາມປອດໄພ ແລະ ການຄວບຄຸມໄດ້; ຊຸກຍູ້ຄວາມ ເປີດກວ້າງ ແລະ ຍອມຮັບຄວາມ ແຕກຕ່າງ, ສົ່ງເສີມການຮຽນຮູ້ເຊິ່ງ ກັນ ແລະ ກັນລະຫວ່າງອາລິຍະທຳ, ການພັດທະນາ ແລະ ການນຳ ໃຊ້ປັນຍາປະດິດ ບໍ່ຄວນເຮັດໃຫ້ ຄວາມຫລາກຫລາຍຂອງອາລິຍະ ທຳໂລກ ແລະ ເອກະລັກວັດທະນະ ທຳຂອງແຕ່ລະປະເທດຖືກທຳລາຍ ຫລື ເສຍຫາຍ; ຮຽກຮ້ອງໃຫ້ສາ ມັກຄີຮ່ວມແຮງໃຈກັນ ແລະ ປັບປຸງ ການປົກຄອງທົ່ວໂລກ. ປັນຍາປະດິດ ແມ່ນຜົນສຳເລັດ ທາງປັນຍາ ແລະ ຊັບສິນອັນລ້ຳຄ່າ ຮ່ວມກັນຂອງມວນມະນຸດ, ສືບຕໍ່ປະ ຕິບັດລັດທິຫລາຍຝ່າຍຢ່າງແທ້ຈິງ ໂດຍນຳໃຊ້ບົດບາດສຳຄັນຂອງອົງ ການ ສປຊ ຢ່າງແທ້ຈິງ, ເພີ່ມທະວີ ການປະສານງານກ່ຽວກັບຍຸດທະ ສາດການພັດທະນາ, ລະບຽບການ ປົກຄອງ ແລະ ມາດຕະຖານເຕັກໂນ ໂລຊີດ້ານປັນຍາປະດິດ, ເພື່ອສ້າງ ການປົກຄອງທົ່ວໂລກດ້ານ AI ທີ່ ໄດ້ຮັບຄວາມເຫັນດີຮ່ວມກັນຢ່າງ ກວ້າງຂວາງໂດຍໄວ, ເພື່ອໃຫ້ເຕັກ ໂນໂລຊີທີ່ທັນສະໄໝນີ້ສ້າງຜົນປະ ໂຫຍດໃຫ້ແກ່ສັງຄົມມະນຸດໄດ້ດີຂຶ້ນ. ພ້ອມນັ້ນ, ທ່ານຍັງໄດ້ປະກາດ ວ່າ: ພາຍໃນ 5 ປີຂ້າງໜ້າ, ສປ ຈີນ ຈະສະໜອງທຶນຝຶກອົບຮົມວິຊາສະ ເພາະດ້ານປັນຍາປະດິດຈຳນວນ 5.000 ທຶນ ໃຫ້ແກ່ຜູ້ເຂົ້າຮ່ວມຈາກ ບັນດາປະເທດທີ່ກຳລັງພັດທະນາ; ຈະສ້າງສູນການຮ່ວມມືດ້ານການ ນຳໃຊ້ປັນຍາປະດິດສາກົນ ໃຫ້ແກ່ ອາຊຽນ, ສັນນິບາດ ອາຣັບ, ສະຫະ ພາບອາຟຣິກາ,ປະຊາຄົມບັນດາປະ ເທດ ອາເມລິກາລາຕິນ ແລະ ຄາຣິ ບຽນ, ອົງການຮ່ວມມືຊຽງໄຮ້ ແລະ ກຸ່ມປະເທດ ບຣິກສ ແລະ ສົ່ງເສີມ ການນຳໃຊ້ລະບົບເຕືອນໄພອັດສະ ລິຍະດ້ານດິນຟ້າອາກາດ “ມາຊູ” (MAZU) ໃນ 30 ປະເທດຜູ້ຮ່ວມ ກໍຕັ້ງອົງການWAICO. ທັງໝົດນີ້ ແມ່ນເພື່ອປົກປັກຮັກສາຄວາມສະ ຫງົບສຸກຂອງປະຊາຊົນ, ປົກປ້ອງ ຄວາມສະຫງົບສຸກທົ່ວໂລກ. ໃນຂະນະດຽວກັນ, ທ່ານ ອັງ ໂຕນີໂອ ກຸເຕີເຮດ ເລຂາທິການ ໃຫຍ່ ອົງການ ສປຊ ໄດ້ເນັ້ນວ່າ: AI ພວມພັດທະນາຢ່າງວ່ອງໄວ ໂດຍ ປາສະຈາການວາງແຜນ ແລະ ຄຸ້ມ ຄອງ. ສະນັ້ນ, ປະຊາຄົມໂລກ ຈະ ຕ້ອງພ້ອມກັນອອກແບບການຄຸ້ມ ຄອງ AI ໃຫ້ກາຍເປັນນະວັດຕະ ກໍາທີ່ “ສ້າງໂດຍມວນມະນຸດ, ໂດຍ ມີຄວາມເປັນມະນຸດ ແລະ ເພື່ອ ມວນມະນຸດຊາດທັງໝົດ” (by humanity, with humanity, and for all humanity). ຄຽງຄູ່ກັບກອງປະຊຸມດັ່ງກ່າວ, ໃນວັນດຽວກັນ ຄະນະຜູ້ແທນລາວ ຍັງໄດ້ເຂົ້າຮ່ວມທັດສະນະສຶກສາ ໃນງານວາງສະແດງດ້ານ AI ຊຶ່ງ ເປັນງານວາງສະແດງນະວັດຕະ ກໍາໃໝ່ໆ ແລະ ຕົ້ນແບບການໝູນໃຊ້ AI ເຂົ້າຊ່ວຍໃນຂະແໜງການ ຕ່າງໆ ເຊັ່ນ: ການແພດ, ການບໍລິ ການໃນອຸດສາຫະກຳການຜະລິດ, ຕ່ອງໂສ້ການບໍລິການ, ໝູນໃຊ້ຫຸ່ນ ຍົນເຂົ້າໃນການຮັບໃຊ້ຊີວິດປະ ຈຳວັນໃນຄົວເຮືອນ, ການສຶກສາ, ພາຫະນະ-ຂົນສົ່ງ, ຄວາມບັນເທີງ ແລະ ດ້ານອື່ນໃນການພັດທະນາ ເສດຖະກິດ-ສັງຄົມ. ພ້ອມນັ້ນ, ຄະນະຜູ້ແທນລາວ ກໍໄດ້ມີໂອກາດ ສົນທະນາແບບບໍ່ເປັນທາງການ ກັບຜູ້ຕາງໜ້າຈາກລັດຖະບານ, ອົງ ການຈັດຕັ້ງສາກົນ, ສະຖາບັນຄົ້ນ ຄວ້າ ແລະ ພາກເອກະຊົນ ເພື່ອຊອກ ຫາໂອກາດໃນການຮ່ວມມືດ້ານປັນ ຍາປະດິດ, ນະວັດຕະກຳດີຈິຕອນ, ການພັດທະນາຊັບພະຍາກອນມະ ນຸດ ແລະ ການຖ່າຍທອດເຕັກໂນ ໂລຊີໃຫ້ແກ່ ສປປ ລາວ. ກອງປະຊຸມປັນຍາປະດິດໂລກ ແລະ ກອງປະຊຸມລະດັບສູງວ່າ ດ້ວຍການຄຸ້ມຄອງ AI ລະດັບໂລກ ຈະດຳເນີນໄປຈົນເຖິງວັນທີ 20 ກໍລະກົດ 2026 ຊຶ່ງເປັນໂອກາດໃຫ້ ປະຊາຄົມໂລກ ໄດ້ເສີມສ້າງການ ຮ່ວມມື ແລະ ແລກປ່ຽນບົດຮຽນ ໃນການນຳໃຊ້ປັນຍາປະດິດ ເພື່ອ ການພັດທະນາແບບຍືນຍົງ ແລະ ເພື່ອຜົນປະໂຫຍດຮ່ວມກັນຂອງ ມວນມະນຸດ. ໃນອາຊີຕາເວັນອອກສຽງໃຕ້; ກອງ ປະຊຸມ ຍັງໄດ້ປຶກສາຫາລື ກ່ຽວກັບ ການພົວພັນຮ່ວມມືກັບພາຍນອກ ຂອງອາຊຽນ ເປັນຕົ້ນການພິຈາລະ ນາບັນດາເງື່ອນໄຂສໍາລັບການເປັນ ຄູ່ຮ່ວມທາງການຂອງອາຊຽນ ຊຶ່ງ ກອງປະຊຸມໄດ້ເນັ້ນຢໍ້າຄວາມສໍາ ຄັນໃນການສົ່ງເສີມບົົດບາດການ ນໍາພາ ແລະ ຄວາມເປັນແກນກາງ ຂອງອາຊຽນ ໃນການພົວພັນກັບ ພາຍນອກ. ພ້ອມນີ້, ຫົວໜ້າເຈົ້າໜ້າ ທີ່ອາວຸໂສອາຊຽນ ຂອງ ສປປ ລາວ ໃນນາມເປັນປະເທດປະສານງານ ການພົວພັນອາຊຽນ-ການາດາ ໄດ້ ລາຍງານຄວາມຄືບໜ້າການພົວ ພັນຮ່ວມມື ອາຊຽນ-ການາດາ ກໍຄື ການກະກຽມໃຫ້ແກ່ກອງປະຊຸມ ລັດຖະມົນຕີຕ່າງປະເທດອາຊຽນການາດາ. ນອກນັ້ນ, ກອງປະຊຸມ ໄດ້ປຶກສາຫາລືບັນດາວຽກງານທີ່ ກ່ຽວຂ້ອງກັບເວທີພາກພື້ນອາຊຽນ ແລະ ວຽກອື່ນໆທີ່ກ່ຽວຂ້ອງ. ໃນວັນດຽວກັນ, ທ່ານ ພົງສະ ຫວັນ ສີສຸລາດ ໄດ້ສືບຕໍ່ນໍາພາຄະ ນະ ເຂົ້າຮ່ວມກອງປະຊຸມຄະນະບໍລິ ຫານງານຂອງຄະນະກຳມະການ ເຂດປອດອາວຸດນິວເຄລຍອາຊີຕາ ເວັນອອກສຽງໃຕ້, ກອງປະຊຸມໄດ້ ປຶກສາຫາລື ແລະ ຮັບຊາບຄວາມ ຄືບໜ້າໃນການຈັດຕັ້ງປະຕິບັດແຜນ ປະຕິບັດງານຂອງສົນທິສັນຍາເຂດ ປອດອາວຸດ ນິວເຄລຍ ໃນອາຊີຕາ ເວັນອອກສຽງໃຕ້(2023-2027) ໂດຍສະເພາະການດຳເນີນງານຂອງ ໜ່ວຍງານຄຸ້ມຄອງພະລັງງານປະ ລໍາມະນູອາຊຽນ. ພ້ອມນີ້, ກອງ ປະຊຸມໄດ້ຢໍ້າຄືນຄວາມພະຍາຍາມ ຂອງອາຊຽນໃນການສົ່ງເສີມສົນທິ ສັນຍາດັ່ງກ່າວ ໃນເວທີຫລາຍຝ່າຍ ເປັນຕົ້ນ ການປຶກສາຫາລືຄວາມ ເປັນໄປໄດ້ໃນການຮ່ວມມືກັບອົງ ການເພື່ອການຫ້າມອາວຸດນິວ ເຄລຍໃນອາເມລິກາລາຕິນ ແລະ ຄາຣິບບຽນ ແລະ ເຂດປອດອາວຸດ ນິວເຄລຍອາຊີກາງ. ຄວາມສະຫງົບປອດໄພແລະຄວາມ ເປັນລະບຽບຮຽບຮ້ອຍຂອງສັງຄົມ. ສະຫາຍ ພົຕ ແສງມະນີວອນ ຄໍາມະນີ ກໍາມະການຄະນະປະຈໍາ ພັກກະຊວງປ້ອງກັນປະເທດ, ຮອງ ຫົວໜ້າກົມໃຫຍ່ການເມືອງກອງ ທັບ ໄດ້ປະກອບຄໍາຄິດເຫັນໃນຫົວ ຂໍ້: ບົດບາດສໍາຄັນຂອງສື່ມວນຊົນ ປ້ອງກັນຊາດ ໃນການສຶກສາອົບ ຮົມການເມືອງ-ແນວຄິດ ໃນທົ່ວກໍາ ລັງເຫລົ່າຮົບ ແລະ ໃນສັງຄົມ ໃນ ກອງປະຊຸມວຽກງານສື່ມວນຊົນ ທົ່ວປະເທດ ຄັ້ງທີ I ເມື່ອບໍ່ດົນນີ້ວ່າ: ໄລຍະຜ່ານມາ ວຽກງານສື່ປ້ອງກັນ ຊາດ ໄດ້ຕິດພັນກັບຂະບວນວິວັດ ການກໍາເນີດ, ເຕີບໃຫຍ່ຂະຫຍາຍ ຕົວ ແລະ ການສູ້ຮົບມີໄຊຂອງກອງ ທັບ ແລະ ປະຊາຊົນເຮົາ, ມີບົດບາດ ສໍາຄັນ ບໍ່ພຽງແຕ່ເປັນກະບອກສຽງ ຮຽກເອີ້ນ ແລະ ໂຄສະນາສຶກສາອົບ ຮົມການເມືອງ-ແນວຄິດ ຂອງພະ ນັກງານ-ນັກຮົບແລະປະຊາຊົນບັນ ດາເຜົ່າເທົ່ານັ້ນ ແຕ່ຍັງເປັນພາຫະ ນະ ແລະ ອາວຸດອັນແຫລມຄົມ ເຮັດ ໃຫ້ກໍາລັງປະກອບອາວຸດປະຊາຊົນ ຮັກສາໄດ້ທາດແທ້ມູນເຊື້ອອັນດີ ງາມຂອງຕົນ ສາມາດເຮັດສໍາເລັດ ໜ້າທີ່ໃນແຕ່ລະໄລຍະ, ປະກອບ ສ່ວນຮ່ວມກັບສື່ອື່ນໆນໍາສະເໜີ ແນວທາງແຜນນະໂຍບາຍຂອງພັກ ກົດໝາຍຂອງລັດ, ມູນເຊື້ອປະຫວັດ ສາດ, ຜົນງານການປົກປັກຮັກສາ ແລະ ສ້າງສາປະເທດຊາດ ໃນແຕ່ ລະໄລຍະ ເພື່ອສຶກສາອົບຮົມການ ເມືອງ-ແນວຄິດ ໃຫ້ພະນັກງານນັກຮົບ ແລະ ປະຊາຊົນບັນດາເຜົ່າ ຮັບຮູ້ເຂົ້າໃຈ ແລະ ມີຄວາມເປັນເອ ກະພາບສູງ. ຢ່າງໃດກໍຕາມຄະນະນໍາກະຊວງ ປ້ອງກັນປະເທດ ໄດ້ເອົາໃຈໃສ່ຊີ້ ນໍາ ຕໍ່ວຽກງານສື່ມວນຊົນໃນກອງ ທັບຢ່າງໃກ້ຊິດ ໂດຍໄດ້ສຸມໃສ່ປັບ ປຸງການຈັດຕັ້ງກໍ່ສ້າງບຸກຄະລາ ກອນ, ປະກອບພາຫະນະເຕັກນິກ ຢ່າງຄົບຖ້ວນ, ປັດຈຸບັນສື່ມວນຊົນ ກອງທັບ ປະກອບມີ: ວິທະຍຸກະ ຈາຍສຽງກອງທັບ, ໂທລະພາບ ກອງທັບ, ໜັງສືພິມກອງທັບ ແລະ ວາລະສານປ້ອງກັນຊາດ, ພ້ອມ ດ້ວຍຕາໜ່າງຂ່າວ ທີ່ໄດ້ກະຈາຍຢູ່ ບັນດາກໍາລັງຫລວງ ແລະ ກໍາລັງ ທ້ອງຖິ່ນ ໃນທົ່ວປະເທດ. ໃນໄລຍະ ຜ່ານມາ ໄດ້ເອົາໃຈໃສ່ຊີ້ນໍາສື່ມວນ ຊົນກອງທັບ ໃນຂົງເຂດຄວາມຮັບ ຜິດຊອບຂອງຕົນ ໃຫ້ມີຄວາມໜັກ ແໜ້ນທາງດ້ານການເມືອງ-ແນວ ຄິດ, ມີຄວາມເຊື່ອໝັ້ນຕໍ່ການນໍາ ພາ ຂອງພັກ-ລັດ, ມີຄວາມຫ້າວຫັນ ຕໍ່ໜ້າທີ່ວິຊາສະເພາະ, ສຸມໃສ່ໂຄ ສະນາບັນຫາສໍາຄັນຕ່າງໆ ຂອງ ຊາດ, ຂອງພັກ-ລັດແລະ ຂອງກອງ ທັບ, ຕິດຕາມການເຄື່ອນໄຫວຂອງ ການນໍາພັກ-ລັດ, ຄະນະນໍາກະຊວງ ປ້ອງກັນປະເທດ ແລະ ການເຄື່ອນ ໄຫວຂອງບັນດາກົມກອງ ໃນຂອບ ເຂດທົ່ວກະຊວງປ້ອງກັນປະເທດ ໂດຍສະເພາະການສະເຫລີມສະ ຫລອງ 3 ວັນປະຫວັດສາດ ໃນປີ ຜ່ານມາ, ຜົນສໍາເລັດຂອງກອງປະ ຊຸມໃຫຍ່ຜູ້ແທນ ຄັ້ງທີ XII ຂອງ ພັກປະຊາຊົນປະຕິວັດລາວ, ກອງ ປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະ ນະພັກກະຊວງປ້ອງກັນປະເທດ, ການເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ການຈັດຕັ້ງປະຕິບັດ 4 ໜ້າທີ່ໃຫຍ່ 26 ແຜນງານ. ໃນຕໍ່ໜ້າ ສື່ມວນຊົນຂອງກອງ ທັບ ຈະເອົາໃຈໃສ່ ປັບປຸງພັດທະນາ ຕົນເອງ ໃຫ້ມີການຫັນປ່ຽນໄປສູ່ຄຸນ ນະພາບ ແລະ ທັນສະໄໝເທື່ອລະ ກ້າວ, ພ້ອມກັນແກ້ໄຂບັນຫາຂອດ ອຸດຕັນ, ຫຍຸ້ງຍາກຕ່າງໆ ໃຫ້ມີ ຄວາມໂລ່ງລ່ຽນແລະສາມາດຕອບ ສະໜອງໄດ້ຕາມຄວາມຮຽກຮ້ອງ ຕ້ອງການ ຂອງວຽກງານຕົວຈິງ. ຂ່າວ: ທະນູທອງ;ພາບ: ອ່າຍຄຳ ບົນພື້ນຖານຕີລາຄາການຈັດຕັ້ງ ແລະ ການເຄື່ອນໄຫວໃນໄລຍະ ຜ່ານມາ, ຖອດຖອນບົດຮຽນຈາກ ການເຄື່ອນໄຫວຕົວຈິງ ມາກຳນົດ ແລະ ປັບປຸງເນື້ອໃນຮ່າງດັ່ງກ່າວ ເພື່ອຮັບປະກັນໄດ້ຄຸນນະພາບ, ບົດ ບາດຕົວຈິງແລະສາມາດຈັດຕັ້ງປະ ຕິບັດໄດ້ຢ່າງສອດຄ່ອງກັບບົດບາດ ການເຄື່ອນໄຫວວຽກງານຕ່າງ ປະເທດຂອງ ສພຊ ໃນໄລຍະໃໝ່. ພາຍຫລັງສຳເລັດກອງປະຊຸມ, ຄະນະຮັບຜິດຊອບ ຈະໄດ້ສະຫລຸບ ສັງລວມແລະນຳເອົາຜົນຂອງກອງ ປະຊຸມ ລາຍງານຕໍ່ ຄປຈສພຊ ເພື່ອ ພິຈາລະນາ, ອະນຸມັດ ແລະ ປະກາດ ໃຊ້ ແນໃສ່ນຳໄປຈັດຕັ້ງປະຕິບັດໃຫ້ ໄດ້ຮັບຜົນສຳເລັດ. ຂ່າວ: ສພຊ ສື່ມວນຊົນລາວ...ື່ົ ລົງນາມສົ່ງເສີມ...ົົ່ີ ຄະນະຜູ້ແທນລາວ...ູ້ ລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 59 ແລະ ກອງປະຊຸມລັດຖະ ມົນຕີຕ່າງປະເທດອາຊຽນກັບບັນ ດາປະເທດຄູ່ເຈລະຈາ ທີ່ຈະຈັດຂຶ້ນ ໃນລະຫວ່າງວັນທີ 20-25 ກໍລະ ກົດ 2026 ທີ່ມະນິລາ, ຟີລິບປິນ. ກອງປະຊຸມໄດ້ຮັບຊາບກ່ຽວກັບ ຄວາມຄືບໜ້າການສ້າງປະຊາຄົມ ອາຊຽນ, ລວມທັງຄວາມຄືບໜ້າ ກ່ຽວກັບການກະກຽມສະເຫລີມສະ ຫລອງຄົບຮອບ 50 ປີ ຂອງສົນທິ ສັນຍາໄມຕີຈິດ ແລະ ການຮ່ວມມື ຜູ້ແທນກະຊວງ...ູ້ ສື່ມວນຊົນມີບົດບາດ...ື່ົີົ ຫາລືການປັບປຸງ...ືັຸ
RkJQdWJsaXNoZXIy MTc3MTYxMQ==