21/07/2026 gsfdko c]t dkora fa mtok xtgmf]k; 4 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp g]0kra dc0;'s];'rt[k' 8h voIa [z6h cmo vq 'dkowvptdkoxt-k-q ol6 'l5 f s;Pfok, ຫາລືການເກັບກູ້...ືັູ້ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ກອງປະຊຸມລະດັບສູງ ພາຍໃຕ້ຫົວ ຂໍ້ “ເປົ້າໝາຍການພັດທະນາແບບ ຍືນຍົງແຫ່ງຊາດ: ວຽກງານເກັບ ກູ້ລະເບີດບໍ່ທັນແຕກ ແລະ ຂອບ ກົດໝາຍສາກົນ ເພື່ອເລັ່ງລັດການ ຈັດຕັ້ງປະຕິບັດວາລະ2030ໃນວັນ ທີ 16 ກໍລະກົດ 2026 ຜ່ານມາ, ຢູ່ ສໍານັກງານໃຫຍ່ຂອງອົງການ ສະ ຫະປະຊາຊາດ ທີ່ນິວຢອກ ຊຶ່ງເປັນ ກອງປະຊຸມປິ່ນອ້ອມໃນໄລຍະ ເວທີ ປຶກສາຫາລືການເມືອງລະດັບສູງ ວ່າດ້ວຍການພັດທະນາແບບຍືນ ຍົງ (HLPF). ໃນວາລະກອງປະຊຸມ ທ່ານ ທອງຜ່ານ ສະຫວັນເພັດ ເອກອັກ ຄະລັດຖະທູດ, ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈຳອົງການ ສປຊໄດ້ເນັ້ນວ່າວາລະ2030ແມ່ນ ຂປລ. ໃນວັນທີ 18 ກໍລະກົດ 2026, ພຸດທະສາສະນິກະຊົນລາວ ບັນດາເຜົ່າ ໄດ້ຮ່ວມແຮ່ແລະ ຖວາຍ ຜ້າປ່າສາມັກຄີ ຢູ່ວັດພະເຈົ້າໃຫຍ່ ໄຊທານີສີມຸງຄຸນ ບ້ານໜອງພະຍາ, ເມືອງໄຊທານີ ນະຄອນຫລວງວຽງ ຈັນ ພາຍຫລັງໄດ້ຕັ້ງບຸນຜ້າປ່າສາ ມັກຄີຂຶ້ນ ໃນລະຫວ່າງວັນທີ 1519 ກໍລະກົດ 2026 ເພື່ອລະດົມທຶນ ສົມທົບເຂົ້າໃນວຽກງານເຜີຍແຜ່ ສີລະທຳ ແລະ ປະຕິບັດກຳມະຖານ ທົ່ວປະເທດ ນຳພາໂດຍພະອາຈານ ສີທົນ ໄຊຍະວົງສອນ ຮອງປະທານ ສູນກາງອົງການພຸດທະສາສະໜາ ສຳພັນ ແຫ່ງ ສປປ ລາວ, ເຈົ້າອະທິ ການວັດປ່ານາຄູນນ້ອຍ, ມີພະສົງ ສາມະເນນ, ເຖົ້າແກ່ແນວໂຮມບ້ານ ແລະ ອຳນາດການປົກຄອງເມືອງ ໄຊທານີ ເຂົ້າຮ່ວມ. ການຖວາຍຜ້າປ່າສາມັກຄີ ໃນ ຄັ້ງນີ້, ລວມປັດໄຈ ໄດ້ທັງໝົດ 600 ກວ່າລ້ານກີບ ຊຶ່ງປັດໄຈທີ່ໄດ້ຮັບຈະ ນຳໄປສົມທົບທຶນເຂົ້າໃນວຽກງານ ເຜີຍແຜ່ສີລະທຳ, ປະຕິບັດກຳມະ ຖານແລະວຽກງານທາງພຸດທະສາ ສະໜາອື່ນໆ ທົ່ວປະເທດ. ພາຍໃນ ງານໄດ້ຈັດພິທີທາງພຸດທະສາສະ ໜາຕ່າງໆ ແລະ ເຜີຍແຜ່ສີລະທຳທີ່ ຫລາກຫລາຍ ເພື່ອສົ່ງເສີມຄຸນຄ່າ ທາງສິນທຳ, ທາງພຸດທະສາສະໜາ ໃຫ້ແກ່ພຸດທະສາສະນິກະຊົນລາວ ບັນດາເຜົ່າ. ພ້ອມນີ້ ຍັງໄດ້ໃສ່ບາດ ຖວາຍສັງຄະທານ ແດ່ພະສົງ 88 ອົງ ຕາມຮີດຄອງປະເພນີ ຕື່ມອີກ. ການຈັດບຸນຜ້າປ່າສາມັກຄີໃນ ຄັ້ງນີ້, ນອກຈາກຈະເປັນການລະດົມ ທຶນເພື່ອສົມທົບເຂົ້າ ໃນວຽກງານ ພຸດທະສາສະໜາແລ້ວ ຍັງເປັນການ ສ້າງສາຍໃຈແຫ່ງສັດທາ, ຄວາມ ສາມັກຄີ ແລະ ການຮ່ວມແຮງຮ່ວມ ໃຈຂອງພຸດທະສາສະນິກະຊົນລາວ ໃນການຮ່ວມກັນສືບສານ ແລະ ທະ ນຸບຳລຸງພຸດທະສາສະໜາໃຫ້ຄົງຢູ່ ຄູ່ສັງຄົມລາວຕະຫລອດໄປ. ຂ່າວ-ພາບ: ທະນູທອງ ຂປລ. ໃນຕອນບ່າຍວັນທີ 16 ກໍລະກົດ 2026 ຜ່ານມາ, ສະຫາຍ ບຸນເລື່ອມ ມະນີວົງ ກໍາມະການ ສູນກາງພັກ, ເລຂາຄະນະບໍລິຫານ ງານພັກແຂວງ, ປະທານສະພາປະ ຊາຊົນແຂວງຫລວງພະບາງ ໄດ້ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ສະ ຫາຍ ຫງວຽນກວາງ ຢຸງ ຮອງຫົວ ໜ້າອົງການໄອຍະການປະຊາຊົນ ສູງສຸດ ແຫ່ງ ສສ ຫວຽດນາມ ພ້ອມ ຄະນະ ໂດຍມີ ສະຫາຍ ບຸນທັນ ບຸນທະວິໄລ ຮອງຫົວໜ້າອົງການ ໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ພ້ອມຄະນະຕິດຕາມ. ໂອກາດນີ້, ສະຫາຍ ບຸນເລື່ອມ ມະນີວົງ ໄດ້ສະແດງຄວາມຍິນດີ ຕ້ອນຮັບ, ຊົມເຊີຍ ແລະ ຕີລາຄາສູງ ຕໍ່ການມາຢ້ຽມຢາມແລະ ເຮັດວຽກ ທາງການຢູ່ສປປລາວ ຂອງຄະນະ ຜູ້ແທນຂັ້ນສູງ ອົງການໄອຍະການ ປະຊາຊົນສູງສຸດ ແຫ່ງ ສສ ຫວຽດ ນາມ ໃນຄັ້ງນີ້ ຊຶ່ງເປັນການປະກອບ ສ່ວນສໍາຄັນ ເຂົ້າໃນການເສີມຂະ ຫຍາຍສາຍພົວພັນມິດຕະພາບອັນ ຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນ ສ່ວນຍຸດທະສາດ ລະຫວ່າງ ສອງ ພັກ-ສອງລັດ ແລະ ປະຊາຊົນສອງ ຊາດ ລາວ-ຫວຽດນາມ, ຫວຽດ ນາມ-ລາວ. ໂອກາດດຽວກັນ, ສະຫາຍຮອງ ຫົວໜ້າອົງການໄອຍະການປະຊາ ຊົນສູງສຸດ ແຫ່ງ ສສ ຫວຽດນາມ ກໍໄດ້ລາຍງານກ່ຽວກັບຜົນສໍາເລັດ ການຮ່ວມມື ລະຫວ່າງ ສອງອົງ ການໄອຍະການປະຊາຊົນ ໃນໄລ ຍະຜ່ານມາ ແລະ ທິດທາງຮ່ວມມື ໃນຕໍ່ໜ້າ ເປັນຕົ້ນ ແມ່ນການສືບຕໍ່ ຈັດຕັ້ງປະຕິບັດບົດບັນທຶກຊ່ວຍຈຳ ທີ່ໄດ້ເຊັນກັນ ໃນໄລຍະຜ່ານມາ ເຂົ້າສູ່ວຽກງານຕົວຈິງ ຢ່າງມີປະ ສິດທິຜົນ; ສືບຕໍ່ຊ່ວຍເຫລືອກໍ່ສ້າງ ພະນັກງານ ໄອຍະການປະຊາຊົນ ສປປລາວຢູ່ສສຫວຽດນາມ; ສ້າງ ຄວາມເຂັ້ມແຂງໃຫ້ແກ່ພະນັກງານ ໄອຍະການ ກ່ຽວກັບການຕ້ານອາ ຊະຍາກຳຂ້າມຊາດ ແລະ ອື່ນໆ. 6 gfn vo8Q oxu 2026 fj korklu lkdq o]tw] gda []kpIa [wfh 508,53% 0v'czodkoxu -k;r5 fIj ;,4;kpzh kxj klk,a d7u ]tfq ,mb og0Q k.o;Pd'kor5 fmtlklt|k ຂປລ. ໃນ 6 ເດືອນຕົ້ນປີ 2026 ດ່ານພາສີສາກົນລະໄລ, ສາມາດຈັດ ເກັບລາຍຮັບເຂົ້າງົບປະມານແຫ່ງ ລັດໄດ້ຢ່າງໂດດເດັ່ນ ຊຶ່ງບັນລຸໄດ້ ເຖິງ 508,53% ຂອງແຜນການປີ, ເຖິງວ່າຈະມີສິ່ງທ້າທາຍດ້ານສະ ພາບດິນຟ້າອາກາດ, ການນຳເຂົ້າສົ່ງອອກສິນຄ້າຜ່ານດ່ານບໍ່ມີຫລາຍ ຄືດ່ານສາກົນແຫ່ງອື່ນໆ ແຕ່ສາມາດ ປະຕິບັດລາຍຮັບໄດ້ເກີນຄາດໝາຍ. ທ່ານ ສຸລັດ ອິນທະວົງ ຫົວໜ້າ ດ່ານພາສີສາກົນລະໄລ ໄດ້ໃຫ້ຮູວ່າ: ດ່ານພາສີສາກົນລະໄລ ຕັ້ງຢູ່ເມືອງ ສະໝ້ວຍ ແຂວງສາລະວັນ, ຕິດ ຈອດກັບດ່ານສາກົນລະໄລ ແຂວງ ກວາງຈິ ສສ ຫວຽດນາມ, ສຳລັບ ການຈັດຕັ້ງປະຕິບັດວຽກງານວິຊາ ສະເພາະ ຄະນະດ່ານໄດ້ເພີ່ມທະວີ ການກວດກາສິນຄ້າ-ເຄື່ອງຂອງ ຢ່າງເຂັ້ມງວດ ເພື່ອປ້ອງກັນການ ຮົ່ວໄຫລ, ປັບປຸງກົນໄກການບໍລິ ການໃຫ້ມີຄວາມວ່ອງໄວ ແລະ ຖືກ ຕ້ອງຕາມລະບຽບການ. ນອກນັ້ນ, ໄດ້ໂຄສະນາເຜີຍແຜ່ກົດໝາຍ, ນິຕິ ກຳຕ່າງໆທີ່ກ່ຽວຂ້ອງເພື່ອໃຫ້ສັງ ຄົມ ກໍຄື ນັກທຸລະກິດທີ່ມາໃຊ້ບໍລິ ການໃນການນຳເຂົ້າ-ສົ່ງອອກສິນ ຄ້າ, ເຄື່ອງຂອງໃຫ້ມີຄວາມເຂົ້າ ໃຈຢ່າງເລິກເຊິ່ງ ແນໃສ່ຮັບປະກັນ ໃຫ້ຜູ້ປະກອບການປະຕິບັດລະບຽບ ຫລັກການໃຫ້ຖືກຕ້ອງສອດຄ່ອງ ສາມາດປະກອບສ່ວນເສຍພັນທະ ເຂົ້າງົບປະມານຂອງລັດ ໃຫ້ຄົບ ຖ້ວນຕາມຕົວຈິງ. ຜ່ານການຈັດຕັ້ງປະຕິບັດຕົວຈິງ ໃນ 6 ເດືອນຕົ້ນປີ 2026 ສາມາດ ເກັບລາຍຮັບໄດ້ທັງໝົດ 467,84 ຕື້ກວ່າກີບ, ສົມທຽບໃສ່ແຜນ 6 ເດືອນຕົ້ນປີ 2026 ຈໍານວນ 46 ຕື້ ກວ່າກີບເທົ່າກັບ 1017,05%, ຖ້າ ສົມທຽບໃສ່ແຜນການປີຈໍານວນ 92 ຕື້ກວ່າກີບເທົ່າກັບ 508,53%, ສົມທຽບໃສ່ໄລຍະດຽວກັນຂອງ ປີຜ່ານມາເພີ່ມຂຶ້ນ 855,06%, ສ່ວນໝວດສິນຄ້າລາຍຮັບຕົ້ນຕໍ ໄດ້ມາຈາກຄ່າຊັກພິເສດ, ປະເພດ ນ້ຳມັນເຊື້ອໄຟ, ປະເພດພາຫະນະ, ປະເພດອາໄຫລ່, ປະເພດວັດຖຸເຄື່ອງ ກໍ່ສ້າງ, ປະເພດເຄື່ອງໃຊ້ດ້ວຍໄຟ ຟ້າ, ປະເພດເຄື່ອງອຸປະໂພກ-ບໍລິ ໂພກ, ສິນຄ້າອື່ນໆ, ປັບໃໝ-ຂາຍ ເຄື່ອງຮິບ, ຄ່າທຳນຽມຕ່າງໆ, ຄ່າ ທຳນຽມຄັງແຮ ແລະ ສິນຄ້າອື່ນໆ. ສຳລັບທິດທາງແຜນການ 6 ເດືອນທ້າຍປີ 2026 ເພື່ອສືບຕໍ່ຮັກ ສາຜົນງານ ແລະ ຮັບປະກັນການ ເກັບລາຍຮັບໃຫ້ບັນລຸຕາມຄາດ ໝາຍ, ດ່ານພາສີສາກົນລະໄລໄດ້ ວາງມາດຕະການສຳຄັນຄື: ເອົາໃຈ ໃສ່ສຶກສາອົບຮົມການເມືອງ-ແນວ ຄິດໃຫ້ແກ່ພະນັກງານ-ລັດຖະກອນ ໃຫ້ມີຈັນຍາບັນ ແລະ ຄວາມຮັບ ຜິດຊອບສູງ, ເພີ່ມທະວີການກວດ ກາສິນຄ້າ-ເຄື່ອງຂອງດົງຢ່າງເຂັ້ມ ງວດເພື່ອປ້ອງກັນການຮົ່ວໄຫລ, ປັບປຸງກົນໄກການບໍລິການວຽກ ຂໍ້ມູນຂ່າວສານສັງລວມ ແລະ ຄຸ້ມ ຄອງການແຈ້ງພາສີໃຫ້ມີຄວາມ ວ່ອງໄວ, ທັນສະໄໝ, ຄຸ້ມຄອງສາງ ແລະ ກວດກາສິນຄ້າ, ຄຸ້ມຄອງ ພາຫະນະ ແລະ ຜູ້ໂດຍສານ ແລະ ມາດຕາການໃນການຈັດຕັ້ງປະຕິ ບັດຈຳນວນໜຶ່ງ ເພື່ອເຮັດໃຫ້ການ ຈັດເກັບລາຍຮັບບັນລຸຕາມລະດັບ ຄາດໝາຍ. ວິໄສທັດຮ່ວມກັນຂອງວົງຄະນະ ຍາດສາກົນແຕ່ສິ່ງສໍາຄັນທີ່ຈະຊ່ວຍ ໃຫ້ບັນລຸເປົ້າໝາຍດັ່ງກ່າວ ແມ່ນ ຄວາມເປັນເຈົ້າການ ແລະ ຖືເອົາ ການຈັດຕັ້ງປະຕິບັດວາລະ 2030 ເປັນວຽກງານບຸລິມະສິດແຫ່ງຊາດ ຂອງແຕ່ລະປະເທດ ຊຶ່ງ ສປປ ລາວ ໄດ້ຮັບຮອງເອົາເປົ້າໝາຍການພັດ ທະນາແບບຍືນຍົງແຫ່ງຊາດ ຄື ເປົ້າໝາຍ SDG18: “ຊີວິດທີ່ປອດ ໄພຈາກລະເບີດບໍ່ທັນແຕກ” ແນໃສ່ ແກ້ໄຂບັນຫາລະເບີດບໍ່ທັນແຕກ, ບໍ່ສະເພາະແຕ່ຍ້ອນເຫດຜົນທາງ ດ້ານມະນຸດສະທຳເທົ່ານັ້ນ ແຕ່ຍັງ ມີຄວາມສໍາຄັນຕໍ່ການພັດທະນາ ເສດຖະກິດ, ການຫລຸດຜ່ອນຄວາມ ທຸກຍາກ, ການກໍ່ສ້າງພື້ນຖານໂຄງ ລ່າງ, ການສຶກສາ, ກະສິກຳ ແລະ ຄວາມຍືນຍົງດ້ານສິ່ງແວດລ້ອມ. ໃນກອງປະຊຸມ, ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະ ຊວງການຕ່າງປະເທດ ສປປ ລາວ ໄດ້ຢືນຢັນຄືນຄວາມໝາຍໝັ້ນຂອງ ລັດຖະບານລາວ ໃນການບັນລຸເປົ້າ ໝາຍ SDG18 ໄປຄຽງຄູ່ກັບການ ປະຕິບັດພັນທະຂອງຕົນ ໂດຍພາຍ ໃຕ້ສົນທິສັນຍາວ່າດ້ວຍການເກືອດ ຫ້າມລະເບີດລູກຫວ່ານ (CCM). ທ່ານໄດ້ເນັ້ນຕື່ມວ່າ ການຈັດຕັ້ງ ປະຕິບັດຍຸດທະສາດແຫ່ງຊາດ ວ່າ ດ້ວຍການແກ້ໄຂບັນຫາລະເບີດບໍ່ ທັນແຕກ ຕົກຄ້າງຢູ່ ສປປ ລາວ ຫລື ເອີ້ນວ່າ “ເສັ້ນທາງກ້າວສູ່ຄວາມ ປອດໄພ 3”, ເປັນແຜນງານແຫ່ງ ຊາດ ເພື່ອການສໍາຫລວດ, ເກັບກູ້, ສຶກສາຄວາມສ່ຽງໄພ, ການຊ່ວຍ ເຫລືອຜູ້ຖືກເຄາະຮ້າຍ ແລະ ການ ຮ່ວມມືສາກົນ, ພ້ອມທັງສະໜັບສະ ໜູນການຈັດຕັ້ງປະຕິບັດພັນທະ ຂອງ ສປປ ລາວ ພາຍໃຕ້ສົນທິສັນ ຍາວ່າດ້ວຍການເກືອດຫ້າມລະເບີດ ລູກຫວ່ານ. ເຖິງວ່າໄລຍະຜ່ານມາ ຈະມີຄວາມຄືບໜ້າຫລາຍດ້ານ ກໍຕາມ, ແຕ່ ສປປ ລາວ ກໍຍັງມີສິ່ງ ທ້າທາຍໃຫຍ່ຫລວງ ເປັນຕົ້ນ ພື້ນທີ່ ທີ່ຍັງມີລະເບີດຕົກຄ້າງແມ່ນຍັງ ຫລວງຫລາຍ ແລະ ຄວາມຕ້ອງ ການດ້ານຊັບພະຍາກອນຕ່າງໆ ເພື່ອນໍາໃຊ້ເຂົ້າໃນການແກ້ໄຂບັນ ຫາລະເບີດບໍ່ທັນແຕກໃຫ້ໄດ້ຢ່າງ ຕໍ່ເນື່ອງ ຊຶ່ງໄດ້ຮຽກຮ້ອງໃຫ້ສືບຕໍ່ ມີການຊ່ວຍເຫລືອທີ່ຕໍ່ເນື່ອງ, ສາ ມາດຄາດຄະເນໄດ້ ແລະ ມີຄວາມ ຍືນຍົງຈາກສາກົນ. ທ່ານຮອງລັດ ຖະມົນຕີ ໄດ້ສະແດງຄວາມຂອບໃຈ ຕໍ່ອົງການສະຫະປະຊາຊາດ ເພື່ອ ການພັດທະນາ ທີ່ໄດ້ໃຫ້ການສະ ໜັບສະໜັບສະໜູນ ສປປ ລາວ ເປັນ ເວລາເກືອບສາມທົດສະວັດຜ່ານ ມາ ໃນການສ້າງຂີດຄວາມສາມາດ ຂອງໜ່ວຍງານແຫ່ງຊາດ, ການ ສ້າງນະໂຍບາຍ, ການລະດົມຂົນ ຂວາຍຊັບພະຍາກອນ,ການຄຸ້ມຄອງ ລະບົບຂໍ້ມູນຂ່າວສານ ແລະ ການ ຈັດຕັ້ງປະຕິບັດສົນທິສັນຍາວ່າ ດ້ວຍການເກືອດຫ້າມລະເບີດລູກ ຫວ່ານ. ໃນໂອກາດນີ້ຍັງໄດ້ແຈ້ງໃຫ້ ຊາບຄວາມຄືບໜ້າ ແລະ ເຊື້ອເຊີນ ບັນດາຄະນະຜູ້ແທນ ເຂົ້າຮ່ວມກອງ ປະຊຸມທົບທວນສົນທິສັນຍາວ່າ ດ້ວຍລະເບີດລູກຫວ່ານ ຄັ້ງທີ 3 ຊຶ່ງຈະຈັດຂຶ້ນ ໂດຍການເປັນທານ ຂອງ ສປປ ລາວ ທີ່ ນະຄອນຫລວງ ວຽງຈັນ ແຕ່ວັນທີ 13-18 ກັນຍາ 2026. ກອງປະຊຸມດັ່ງກ່າວ, ຈະ ເປີດໂອກາດທີ່ສໍາຄັນໃຫ້ແກ່ບັນດາ ລັດພາຄີ, ປະເທດສັງເກດການ ແລະ ຄູ່ຮ່ວມງານໃນການຢືນຢັນຄໍາໝັ້ນ ສັນຍາຮ່ວມກັນຕໍ່ໂລກທີ່ປາສະຈາກ ຜົນສະກະທົບດ້ານມະນຸດສະທຳ ຂອງລະເບີດລູກຫວ່ານ, ພ້ອມທັງ ຊຸກຍູ້ການປະກອບສ່ວນຂອງວຽກ ງານດ້ານລະເບີດລູກຫວ່ານ ຕໍ່ການ ພັດທະນາແບບຍືນຍົງ. ຕາງໜ້າໃຫ້ອົງການ ສປຊ ເພື່ອ ການພັດທະນາ (UNDP), ທ່ານ ຮາວລຽງ ຊູ ຮອງເລຂາທິການ ໃຫຍ່ ອົງການສະຫະປະຊາຊາດ, ທັງເປັນຜູ້ຊ່ວຍຜູ້ບໍລິຫານອົງການ UNDP ໄດ້ຍົກໃຫ້ເຫັນການຮ່ວມມື ທີ່ຍາວນານລະຫວ່າງ ອົງການ (UNDP) ແລະ ສປປ ລາວ ໃນ ການສະໜັບສະໜູນການແກ້ໄຂ ບັນຫາລະເບີດບໍ່ທັນແຕກ ໂດຍສະ ເພາະການສ້າງຄວາມເຂັ້ມແຂງໃຫ້ ກັບໜ່ວຍງານທີ່ກ່ຽວຂ້ອງ, ການ ຊ່ວຍເຫລືອຜູ້ຖືກເຄາະຮ້າຍ ແລະ ການພັດທະນາຊຸມຊົນ. ທ່ານໄດ້ ເນັ້ນໜັກວ່າ ລະເບີດບໍ່ທັນແຕກ ແລະ ສິ່ງເສດເຫລືອຈາກສົງຄາມ ຍັງສືບຕໍ່ສ້າງຄວາມເສຍຫາຍຕໍ່ ມວນມະນຸດ ແລະ ເສດຖະກິດຢ່າງ ຫລວງຫລາຍ, ຈຳກັດການຜະລິດ ກະສິກຳ, ເພີ່ມຄ່າໃຊ້ຈ່າຍໃນການ ສ້າງພື້ນຖານໂຄງລ່າງແລະຈຳກັດ ການພັດທະນາແຫ່ງຊາດ. ໃນສະ ພາບດັ່ງກ່າວ, ລະດັບທຶນສະໜັບ ສະໜູນຈາກສາກົນ ໃນປັດຈຸບັນ ແມ່ນຍັງບໍ່ພຽງພໍກັບຄວາມຈໍາເປັນ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ ພາຍໃນໄລຍະເວລາທີ່ເໝາະສົມ ໂດຍຮຽກຮ້ອງໃຫ້ມີການເພີ່ມທຶນ ຮອນຈາກສາກົນ ເພື່ອໃຫ້ບັນດາ ປະເທດທີ່ໄດ້ຮັບຜົນກະທົບ ສາມາດ ບັນລຸເປົ້າໝາຍດ້ານການພັດທະນາ ຂອງເຂົາເຈົ້າ. ທ່ານຍັງໄດ້ຍ້ອງຍໍ ຄວາມເປັນເຈົ້າການທີ່ເຂັ້ມແຂງ ຂອງລັດຖະບານ ສປປ ລາວ, ລວມ ທັງການຮັບຮອງເອົາເປົ້າໝາຍການ ພັດທະນາແບບຍືນຍົງແຫ່ງຊາດ 18, ສ້າງຕັ້ງຄະນະກໍາມະການແຫ່ງ ຊາດ ແລະ ຍຸດທະສາດແຫ່ງຊາດ ວ່າດ້ວຍການໄຂບັນຫາລະເບີດບໍ່ ທັນແຕກ ຊຶ່ງເປັນແບບຢ່າງຂອງ ການເຊື່ອມສານເອົາວຽກງານ ການແກ້ໄຂລະເບີດບໍ່ທັນແຕກຢ່າງ ມີປະສິດທິພາບເຂົ້າໃນການວາງ ແຜນການພັດທະນາແຫ່ງຊາດ. ນອກນັ້ນ, ຍັງມີຜູ້ແທນລະດັບ ສູງຈາກປະເທດສະມາຊິກອົງການ ສປຊ ໄດ້ເຂົ້າຮ່ວມ ແລະ ປະກອບ ຄໍາເຫັນໃນກອງປະຊຸມສໍາມະນາ ດັ່ງກ່າວ ເປັນຕົ້ນ ທ່ານ ຟາຣິສ ຣາຊາເຢັຟ (Fariz Rzayev) ຮອງລັດຖະມົນຕີກະຊວງການຕ່າງ ປະເທດ ແຫ່ງສາທາລະນະລັດ ອາ ແຊັກໄບຊານ ໄດ້ມີຄໍາເຫັນແລກ ປ່ຽນປະສົບການຂອງ ອາແຊັກ ໄບຊານ ໃນການແກ້ໄຂບັນຫາລະ ເບີດຝັງດິນ ແລະ ການເຊື່ອມສານ ວຽກງານດັ່ງກ່າວ ເຂົ້າໃນການ ພັດທະນາເສດຖະກິດ-ສັງຄົມ ແລະ ຄວາມສຳຄັນຂອງການຮ່ວມມືສາ ກົນ. ກອງປະຊຸມຍັງໄດ້ຮັບຟັງການ ປະກອບຄໍາເຫັນຈາກຜູ້ຕາງໜ້າ ຖາວອນຂອງຟີລິບປິນ, ນອກແວ, ກໍາປູເຈຍ, ຮອງຜູ້ຕາງໜ້າຖາວອນ ອົດສະຕາລີ, ຍີ່ປຸ່ນ, ໄທ ແລະ ຜູ້ຕາງ ໜ້າກະຊວງການຕ່າງປະເທດ ແມັກ ຊິໂກ ແລະ ອົງການ Legacies of War ໂດຍແລກປ່ຽນປະສົບການ ກ່ຽວກັບການປະກອບສ່ວນຂອງ ສົນທິສັນຍາວ່າດ້ວຍການເກືອດ ຫ້າມລະເບີດລູກຫວ່ານ ຕໍ່ການພັດ ທະນາແບບຍືນຍົງ ແລະ ເປົ້າໝາຍ ເພື່ອມະນຸດສະທໍາ.
RkJQdWJsaXNoZXIy MTc3MTYxMQ==