16/07/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K *** ຕໍ່ຈາກສະບັບກ່ອນ *** ໍ່ ຈັ ບ່ ອ ບົດສະເໜີົີ -u ;y f c]t dkog7n j vows;xt8y ;a f0v'xtmko l5 rko5 ;q ' 7;k,le7a o0v'dv'xt-5 ,ln j ,;o-q omq j ;xtgmf 7A 'mu I (ເນື່ອງໃນໂອກາດວັນເກີດປະທານ ສຸພານຸວົງ ຄົບຮອບ 117 ປີ ວັນທີ 13 ກໍລະກົດ 1909-13 ກໍລະກົດ 2026)ື່ັີຸຸົົີັີໍົໍົ ວັນທີ 1 ສິງຫາ 1956 ຢູ່ທີ່ ວຽ ງ ຈັນ ກ າ ນ ເ ຈລ ະ ຈ າ ລ ະ ຫວ່າງຄະນະຜູ້ແທນກຳລັງຝ່າຍ ປະເທດລາວ ໂດຍແມ່ນປະທານ ສຸພານຸວົງ ເປັນຫົວໜ້າກັບຄະນະ ຜູ້ແທນຂອງລັດຖະບານຣາຊະອາ ນາຈັກ ໂດຍແມ່ນເຈົ້າສຸວັນນະພູມ ມາ ນາຍົກລັດຖະມົນຕີ ເປັນຫົວໜ້າ ໄດ້ຮັບຜົນດີ, ວັນທີ 5 ສິງຫາ 1956 ທັງສອງຝ່າຍໄດ້ອອກຖະແຫລງ ການຮ່ວມຈະພາປະເທດລາວເດີນ ໄປຕາມເສັ້ນທາງສັນຕິພາບເປັນ ກາງ, ປະຕິບັດຫລັກການ 5 ປະການ ແຫ່ງການຢູ່ຮ່ວມກັນໂດຍສັນຕິ, ສ້າງສາຍພົວພັນທີ່ດີກັບທຸກປະເທດ ເປັນຕົ້ນກັບບັນດາປະເທດໃກ້ຄຽງ, ບໍ່ເຂົ້າຮ່ວມກຸ່ມສໍາພັນທະຫານໃດໆ, ຢຸດຕິການປະທະກັນດ້ວຍອາວຸດຢູ່2 ແຂວງເຕົ້າໂຮມຂອງຝ່າຍປະເທດ ລາວ, ປະຊາຊົນມີສິດເສລິພາບປະ ຊາທິປະໄຕ, ພົນລະເມືອງລາວທຸກ ຄົນມີສິດເລືອກຕັ້ງ ແລະ ສະໝັກ ຮັບເລືອກຕັ້ງ. ປີ 1957 ມີການ ເຈລະຈາລະຫວ່າງຝ່າຍປະເທດ ລາວກັບຝ່າຍຣາຊະອານາຈັກ ກ່ຽວ ກັບບັນຫາປອງດອງຊາດ, ຈັດຕັ້ງ ລັດຖະບານປະສົມແຫ່ງຊາດຂຶ້ນ ໃນວັນທີ 19/11/1957 ໂດຍ ມີແນວລາວຮັກຊາດເຂົ້າຮ່ວມ, ປະທານ ສຸພານຸວົງ ໄດ້ຮັບຕຳແໜ່ງ ເປັນລັດຖະມົນຕີກະຊວງແຜນຜັງ, ກໍ່ສ້າງ ແລະ ຜັງເມືອງ. ປີ 1958 ມີການເລືອກຕັ້ງເພີ່ມເຕີມເຂົ້າສະພາ ຜູ້ແທນລາຊະດອນ ໃນນັ້ນ ປະທານ ສຸພານຸວົງ ໄດ້ຮັບຄະແນນສຽງ ຫລາຍກວ່າໝູ່. ຕົ້ນປີ 1959 ລັດຖະບານ ຜຸຍ ຊະ ນະນິກອນ ໄດ້ປະກາດໃຊ້ກົດໝາຍ ຕ້ານກອມມູນິດ; ວັນທີ 28 ກໍລະກົດ 1959 ພວກເຂົາໄດ້ບັງອາດຈັບ ກຸມຄຸມຂັງ ປະທານ ສຸພານຸວົງ ແລະ ບັນດາຜູ້ນຳອື່ນໆ ໄປຂັງໄວ້ຄຸກ ໂພນເຄັງ. ໃນເວລາຖືກຈັບເຂົ້າຄຸກ ປະທານ ສຸພານຸວົງ ແລະ ບັນດາຜູ້ ນຳປະຕິວັດກໍໄດ້ມີການຕໍ່ສູ້ໂດຍບໍ່ ຍອມກົ້ມຫົວໃຫ້ສັດຕູ, ບໍ່ຮັບເອົາ ການຊື້ຈ້າງຈອບອອຍ ແລະ ບໍ່ ຫວັ່ນໄຫວຕໍ່ການຂົ່ນຂູ່ຂອງພວກ ເຂົາ, ກົງກັນຂ້າມຍັງກ່າວປະນາມ ການທໍລ ະ ຍົດຂອງພວກ ເ ຂົາ ພ້ອມກັນນັ້ນ, ກໍຈັດຕັ້ງຂົນຂວາຍ ພວກທະຫານສັດຕູທີ່ມາເວນຍາມ ຄຸກ, ສຸດທ້າຍປະທານ ສຸພານຸວົງ ແລະ ຜູ້ນໍາແນວລາວຮັກຊາດທັງ ໝົດໄດ້ໂຕນອອກຈາກຄຸກ ແລະ ກັບ ຄືນສູ່ຖານທີ່ໝັ້ນປະຕິວັດຢ່າງປອດ ໄພໃນວັນທີ 23 ພຶດສະພາ 1960. ວັນທີ 24 - 25 / 4 / 1970 ປະທານ ສຸພານຸວົງ ໃນຖານະຫົວ ໜ້າຄະນະຜູ້ແທນແນວລາວຮັກຊາດ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ຂອງປະຊາຊົນ 3 ຊາດອິນດູຈີນ ແລະ ໄປຢ້ຽມຢາມບັນດາປະເທດ ສັງຄົມນິຍົມ ແລະ ບັນດາປະເທດ ທີ່ຮັກຫອມສັນຕິພາບຢູ່ທະວີບ ອາຊີ, ອາຟຣິກກາ, ອາເມລິກາ, ໄດ້ເຂົ້າຮ່ວມກອງປະຊຸມສາກົນ, ກອງປະຊຸມພາກພື້ນຫລາຍກວ່າ 10 ຄັ້ງ. ໃນກອງປະຊຸມໃຫຍ່ ຄັ້ງທີ II ຂອງພັກປະຊາຊົນປະຕິວັດລາວ ເດືອນກຸມພາ ປີ 1972 ທ່ານ ປະທານ ສຸພານຸວົງ ໄດ້ຮັບເລືອກ ຕັ້ງເຂົ້າໃນຄະນະບໍລິຫານງານ ສູນກາງພັກ ແລະ ກົມການເມືອງ ສູນກາງພັກ. ວັນທີ 3/4/1974 ປະທານ ສຸພານຸວົງ ໄດ້ເດີນທາງ ຈາກວຽງໄຊ ມານະຄອນຫລວງ ວຽງຈັນ ຊຶ່ງໄດ້ຮັບການຕ້ອນຮັບ ຢ່າງອົບອຸ່ນ ແລະ ສົມກຽດຈາກ ຊາວນະຄອນຫລວງວຽງຈັນ. ວັນທີ 1 - 2 ທັນວາ 1975, ກອງປະຊຸມ ໃຫຍ່ຜູ້ແທນປະຊາຊົນທົ່ວປະເທດ ໄດ້ເປັນເອກະສັນກັນແຕ່ງຕັ້ງທ່ານ ປະທານ ສຸພານຸວົງ ເປັນປະທານ ປະເທດຄົນທຳອິດຂອງ ສປປ ລາວ ແລະ ເປັນປະທານສະພາປະຊາຊົນ ສູງສຸດ. ພາຍຫລັງສະຖາປະນາ ສປປ ລາວ, ປະທານ ສຸພານຸວົງ ໄດ້ສືບ ຕໍ່ເປັນຄັນທຸງຂອງແນວໂຮມມະຫາ ສາມັກຄີແຫ່ງຊາດ (ແນວລາວ ຮັກຊາດ), ໃນວັນທີ 20 ກຸມພາ 1979 ກອງປະຊຸມໃຫຍ່ແນວລາວ ຮັກຊາດໄດ້ປ່ຽນຊື່ເປັນແນວລາວ ສ້າງຊາດ, ປະທານ ສຸພານຸວົງ ໄດ້ ຮັບເລືອກຕັ້ງເປັນປະທານຄະນະ ກຳມະການສູນກາງແນວລາວສ້າງ ຊາດ. ໃນກອງປະຊຸມໃຫຍ່ ຄັ້ງທີ 111 (1982) ແລະ ກອງປະຊຸມ ໃຫຍ່ຄັ້ງທີ IV (1986 ) ຂອງພັກ ປະຊາຊົນປະຕິວັດລາວ ປະທານ ສຸພານຸວົງ ໄດ້ຮັບເລືອກຕັ້ງເຂົ້າໃນ ຄະນະບໍລິຫານງານສູນກາງພັກ ແລະ ກົມການເມືອງສູນກາງພັກ. ນັບແ ຕ່ປີ 1975 - 1995 ປະທານ ສຸພານຸວົງ ໄດ້ນໍາພາປະຊາ ຊົນຜ່ານຜ່າອຸປະສັກຕ່າງໆໃນໄລຍະ ຂ້າມຜ່ານ, ນໍາພາປະຊາຊົນດໍາ ເນີນພາລະກິດປ່ຽນແປງໃໝ່ ແລະ ນຳພາປະຊາຊົນ ສ້າງສາພັດທະນາ ປະເທດຊາດໃຫ້ຈະເລີນຮຸ່ງເຮືອງ ເທື່ອລະກ້າວ. ທຸກໄຊຊະນະຂອງ ການປະຕິວັດປະທານ ສຸພານຸວົງ ໄດ້ ສຸມສະຕິປັນຍາ ແລະ ເທື່ອແຮງຂອງ ຕົນເພື່ອນໍາພາ-ຊີ້ນໍາຂະບວນການ ຂປລ. ເປັນຄັ້ງທຳອິດທີ່ປະເທດ ລາວ ໄດ້ຈັດກອງປະຊຸມວຽກງານ ສື່ມວນຊົນທົ່ວປະເທດ ຄັ້ງທີ I ຂຶ້ນ ທ່າມກາງທີ່ທົ່ວພັກ-ລັດ, ກຳລັງປະ ກອບອາວຸດ ແລະ ທົ່ວປວງຊົນລາວ ທັງຊາດພວມແຂ່ງຂັນຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ຄັ້ງທີXII ຂອງ ພັກ ກໍຄື ແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ ຄັ້ງທີ X ໃຫ້ປະສົບ ປະຕິວັດລາວຍາດເອົາໄຊຊະນະ ອັນຍິ່ງໃຫຍ່ມາໃຫ້ແກ່ປະເທດຊາດ. ປະທານ ໄກສອນ ພົມວິຫານ ໄດ້ ເວົ້າເຖິງປະທານ ສຸພານຸວົງ ວ່າ: “ຊື່ສຽງຮຽງນາມຂອງສະຫາຍໄດ້ ພົ້ນເດັ່ນຂຶ້ນໃນຖານະທີ່ເປັນນັກຮົບ ຮັກຊາດຮຸ່ນທຳອິດທີ່ໄດ້ເອົາຊີວິດ ຂອງຕົນຜູກພັນກັບການປະຕິວັດ ຕະຫລອດມາ ໂດຍບໍ່ງໍ້ງ່ຽງຕໍ່ຄວາມ ລຳບາກ, ຄວາມເສຍສະລະໃດໆ ກະທັ້ງເຖິງບໍ່ຫວາດຫວັ່ນຕໍ່ກັບການ ຈັບກຸມຄຸມຂັງຂອງສັດຕູ, ຍາມໃດ ກໍຕໍ່ສູ້ເພື່ອອຸດົມຄະຕິປະຕິວັດອັນສູງ ສົ່ງ, ເພື່ອຄວາມເປັນເອກະລາດ ແລະ ຄວາມວັດທະນາຖາວອນ ຂອງປະເທດຊາດ, ເພື່ອອິດສະລະ ພາບ ແລະ ຄວາມຢູ່ດີກິນດີຂອງ ປະຊາຊົນ” ຕະຫລອດມາ. ຜົນສຳເລັດຕາມໝາຍທີ່ວາງໄວ້. ກອງປະຊຸມຄັ້ງນີ້, ສຸດທີ່ມີຄວາມ ໝາຍສຳຄັນຫລາຍ. ດັ່ງທ່ານ ນາງ ວິລະພອນ ທອງພິມ ກຳມະການ ພັກແຂວງ, ຫົວໜ້າໂຄສະນາອົບ ຮົມແຂວງໄຊຍະບູລີ ໃຫ້ສຳພາດ ວ່າ: ກອງປະຊຸມຄັ້ງນີ້ ມີຄວາມ ໝາຍຄວາມສຳຄັນຫລາຍໃນປະ ຫວັດສາດ ຊຶ່ງຈະເປັນທິດທາງໃນ ການພັດທະນາວຽກງານສື່ມວນ ຊົນທົ່ວປະເທດ. ຜ່ານການເຂົ້າຮ່ວມ ກອງປະຊຸມໃນຄັ້ງນີ້ ເຫັນວ່າສື່ ມວນຊົນນີ້ ແມ່ນມີບົດບາດສຳຄັນ ຫລາຍໃນການພັດທະນາ, ການມີ ສ່ວນຮ່ວມເຂົ້າໃນການຈັດຕັ້ງປະ ຕິບັດແນວທາງນະໂຍບາຍຂອງພັກ, ເປັນກະບອກສຽງສຳຄັນໃນການ ໂຄສະນາເຜີຍແຜ່ແນວທາງນະໂຍ ບາຍຂອງພັກ ກໍຄື ການຕອບຕ້ານ ຖ້ອຍຄວາມທຳນອງທີ່ບິດເບືອນ ຂອງພວກກຸ່ມຄົນບໍ່ດີ. ໃນເມື່ອເຫັນ ໄດ້ຄວາມສຳຄັນຂອງວຽກງານສື່ ມວນຊົນນີ້ແລ້ວໃນອະນາຄົດຢູ່ໃນ ທ້ອງຖິ່ນຂອງຂ້າພະເຈົ້າ(ແຂວງໄຊ ຍະບູລີ) ກໍມີຫລາຍບັນຫາທີ່ຈະຕ້ອງ ໄດ້ປັບປຸງ ໂດຍສະເພາະແມ່ນດ້ານ ບຸກຄະລາກອນ ຊຶ່ງໃນໄລຍະຜ່ານ ມາເຫັນວ່າດ້ານບຸກຄະລາກອນ ພັກ ແລະ ລັດຖະບານ ກໍໄດ້ເອົາໃຈ ໃສ່ໃນການພັດທະນາ, ແຕ່ອີງໃສ່ ຄວາມຮຽກຮ້ອງຕ້ອງການໃນ ໄລຍະປັດຈຸບັນນີ້ ເຫັນວ່າຍັງມີ ຫລາຍອັນທີ່ຈະຕ້ອງ ໄດ້ສືບຕໍ່ ພັດທະນາດ້ານບຸກຄະລາກອນ ໃຫ້ມັນທ່ວງທັນເທົ່າທຽມທັນໄລ ຍະທັນສະໄໝແຫ່ງຍຸກ 4.0 ນີ້. ນອກຈາກນັ້ນ, ຕ້ອງພັດທະນາ ດ້ານພື້ນຖານໂຄງລ່າງ, ດ້ານວັດຖຸ ເຕັກນິກ ແລະ ດ້ານອື່ນໆ. ແນວ ໃດກໍດີ, ໃນເມື່ອກ່ອນ ກໍຄື ໄລຍະ ປັດຈຸບັນນີ້ ສື່ມວນຊົນລາວ ກໍເຫັນ ວ່າມີຄວາມຈຳເປັນຫລາຍທີ່ຈະ ຕ້ອງໄດ້ພັດທະນາຕົນເອງ ເພື່ອໃຫ້ ສາມາດເຮັດໜ້າທີ່ການເມືອງໃນ ໄລຍະໃໝ່ໄດ້ ໂດຍສະເພາະແມ່ນ ຕ້ອງໄດ້ຍົກສູງທາງດ້ານຄວາມຮູ້ ຄວາມສາມາດ, ເຕັກນິກ ຫລື ວ່າ ບົດບາດໃນການສື່ສານຕ່າງໆ. ທ່ານຄຳພູສະຫວັນ ເພັງສະຫວັດ ຫົວໜ້າຂະແໜງສື່ມວນຊົນແຂວງ ອຸດົມໄຊ ກໍໃຫ້ຮູ້ວ່າ: ກອງປະຊຸມ ວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ I ຖືວ່າເປັນຄັ້ງປະຫວັດສາດ ຕະຫລອດ 76 ປີ ຊຶ່ງສຸດທີ່ມີຄວາມ ໝາຍຄວາມສຳຄັນຫລາຍ ແລະ ຫລາຍໆຫົວຂໍ້ກໍເປັນແນວຄິດໃໝ່ໆ ທີ່ຈະນຳໄປພັດທະນາວຽກງານສື່ ມວນຊົນຂອງປະເທດພວກເຮົາໃຫ້ ທັນສະໄໝແລະ ທັນຕາມຍຸກໃໝ່ຍຸກ ດີຈິຕອນໃນປັດຈຸບັນນີ້. ທັງຍັງເປັນ ການສະຫລຸບຕີລາຄາວຽກງານສື່ ມວນຊົນຕະຫລອດໄລຍະຜ່ານມາ ຊຶ່ງສະແດງໃຫ້ເຫັນຫລາຍອັນທີ່ ວຽກງານສື່ມວນຊົນຂອງປະເທດ ເຮົາໄດ້ມີການເຄື່ອນໄຫວທີ່ມີໃບ ໜ້າໃໝ່ ແລະ ສາມາດທຽບທັນກັບ ສື່ມວນຊົນຕ່າງປະເທດໃນໄລຍະ ຜ່ານມາ. ນອກຈາກນັ້ນແລ້ວ, ເປັນ ສິ່ງໜຶ່ງທີ່ຈະເປັນບ່ອນອີງໃຫ້ແກ່ ການພັດທະນາວຽກງານສື່ມວນ ຊົນ. ເນື້ອໃນກອງປະຊຸມແມ່ນ ການຜ່ານຮ່າງມະຕິວ່າດ້ວຍການ ນຳພາຂອງພັກ ຕໍ່ວຽກງານສື່ມວນ ຊົນ. ຖືວ່າເປັນຂີດໝາຍທີ່ຈະນຳ ພາໃຫ້ວຽກງານສື່ມວນຊົນພວກ ເຮົານຳໄປພັດທະນາ ໂດຍສະເພາະ ແມ່ນສື່ທ້ອງຖິ່ນຂອງພວກເຮົາ ໃນໄລຍະຕໍ່ໄປ. ສຳລັບແຂວງອຸດົມໄຊ ກໍເປັນ ແຂວງໜຶ່ງທີ່ມີຈຸດພິເສດທີ່ຕັ້ງຢູ່ ພາກເໜືອຂອງປະເທດລາວ ໂດຍ ສະເພາະແມ່ນເປັນຈຸດໃຈກາງຂອງ ພາກເໜືອ ຊຶ່ງມີທ່າແຮງເງື່ອນໄຂ ທີ່ດີໃນການພັດທະນາເສດຖະກິດສັງຄົມ. ດັ່ງນັ້ນ, ວຽກງານສື່ມວນ ຊົນກໍເປັນວຽກງານໜຶ່ງທີ່ຈະເປັນ ການປະກອບສ່ວນເຮັດໃຫ້ການ ພັດທະນາເສດຖະກິດ-ສັງຄົມຂອງ ແຂວງ ໄດ້ປະຕິບັດສຳເລັດຕາມ ແຜນການທີ່ວາງໄວ້. ວຽກງານສື່ ມວນຊົນຢູ່ແຂວງຕົນກໍມີຫລາຍອັນ ທີ່ມີຈຸດເດັ່ນ ໂດຍໄລຍະຜ່ານມາສື່ ມວນຊົນສູນກາງ ໄດ້ນຳອຸປະກອນ ໄປຕັ້ງຢູ່ແຂວງອຸດົມໄຊ ເຊັ່ນ: ວິທະ ຍຸກະຈາຍສຽງແຫ່ງຊາດ, ໂທລະ ພາບແຫ່ງຊາດ ທີ່ເປັນຈຸດເຊື່ອມ ຕໍ່ຢູ່ພາກເໜືອ. ນອກຈາກນັ້ນ, ສື່ ມວນຊົນຂອງແຂວງກໍໄດ້ມີວິທະຍຸ ຊຸມຊົນຢູ່ຂັ້ນເມືອງ ແລະ ລະບົບໂທ ລະໂຄ່ງທີ່ກວມເກືອບ 90% ຂອງ ຈຳນວນບ້ານໃນທົ່ວແຂວງແລ້ວ. ດັ່ງນັ້ນ ເນື້ອໃນຈິດໃຈຂອງກອງ ປະຊຸມຄັ້ງນີ້ ກໍຈະເປັນອັນໜຶ່ງທີ່ ຈະໄປພັດທະນາສື່ມວນຊົນຂອງ ແຂວງອຸດົມໄຊ ພວກເຮົາ ທັງຈະ ນຳເອົາເນື້ອໃນຂອງກອງປະຊຸມ ນີ້ ໄປຈັດຕັ້ງຜັນຂະຫຍາຍໃຫ້ມີ ຜົນສຳເລັດຕາມຈຸດປະສົງ ແລະ ເປົ້າໝາຍທີ່ວາງໄວ້. ເພື່ອໃຫ້ທຽບ ທັນກັບສາກົນກໍຄືຕ່າງປະເທດນັ້ນ ພວກເຮົາຕ້ອງໄດ້ພັດທະນາຕົນເອງ, ດ້ານເນື້ອໃນໃຫ້ສັ້ນກະທັດຮັດ ແລະ ສາມາດດຶງດູດຜູ້ຊົມ, ຜູ້ຟັງ, ຜູ້ເບິ່ງ ໃຫ້ສາມາດເຂົ້າເຖິງໄດ້. ນອກຈາກ ຮຽນຮູ້ດ້ານທິດສະດີແລ້ວກໍຕ້ອງໄດ້ ປະຕິບັດຕົວຈິງ ແລະ ນຳໃຊ້ເຄື່ອງມື ບໍ່ວ່າຈະເປັນ AI ຫລື ເຄື່ອງມືອື່ນໆ ມາພັດທະນາວຽກງານສື່ມວນຊົນ ແລະ ສິ່ງສຳຄັນອີກອັນໜຶ່ງແມ່ນ ສື່ມວນຊົນພວກເຮົາກໍຈະຕ້ອງໄດ້ ປັບປຸງດ້ານພື້ນຖານໂຄງລ່າງໃຫ້ ມີຄວາມເຂັ້ມແຂງຂຶ້ນຕື່ມ. ທ່ານ ຄຳພູສະຫວັນ ເພັງສະຫວັດ ກ່າວ. ສ່ວນ ທ່ານ ສິງໄຊ ວັນຄຳ ກໍາ ມະການປະຈໍາພັກແຂວງ, ຫົວໜ້າ ຄະນະໂຄສະນາອົບຮົມແຂວງ ຫລວງນໍ້າທາ ກໍໃຫ້ຮູ້ວ່າ: ກອງປະ ຊຸມວຽກງານສື່ມວນຊົນທົ່ວປະ ເທດຄັ້ງທຳອິດ ຊຶ່ງໄດ້ຕີລາຄາ ກ່ຽວກັບຜົນສຳເລັດໃນການຈັດຕັ້ງ ປະຕິບັດໃນໄລຍະ 70 ກວ່າປີຜ່ານ ມາ ແລະ ກໍຍົກໃຫ້ເຫັນບັນຫາທີ່ ພວກເຮົາຈະຕ້ອງໄດ້ເອົາໃຈໃສ່ໃນ ການປັບປຸງ ເພື່ອເຮັດໃຫ້ວຽກງານ ສື່ມວນຊົນຂອງພວກເຮົາ ສາມາດ ເປັນກະບອກສຽງຂອງພັກໃນການ ຈັດຕັ້ງຜັນຂະຫຍາຍບັນດາແນວ ທາງການເມືອງຂອງພັກ. ແລະ ເປັນສື່ຕໍ່ລະຫວ່າງນຳເອົາແນວທາງ ນະໂຍບາຍຂອງພັກ ໄປຜັນຂະຫຍາຍ ໃຫ້ສູ່ມະຫາຊົນ ແລະ ນຳເອົາຄວາມ ຄິດຄວາມເຫັນ, ຄວາມມຸ່ງມາດ ປາດຖະໜາຂອງມະຫາຊົນມານຳ ສະເໜີໃຫ້ທາງພັກ-ລັດຂັ້ນເທິງ ເພື່ອ ປັບປຸງແກ້ໄຂເຮັດໃຫ້ການພັດທະ ນາເສດຖະກິດ-ສັງຄົມຂອງປະເທດ ໄປເຖິງຈຸດໝາຍ. ວຽກງານສື່ມວນ ຊົນກໍມີບັນຫາສິ່ງທ້າທາຍຫລາຍ ປະການ ໂດຍສະເພາະແມ່ນໃນຍຸກ ແຫ່ງ 4.0 ຊຶ່ງພວກເຮົາຈະຕ້ອງໄດ້ ມີການປັບປຸງທາງດ້ານເນື້ອຫາ, ສາລະ ແລະ ວິທີການຂຽນຂ່າວ, ປະກາດຂ່າວຕ່າງໆ ໃຫ້ທັນກັບຍຸກ ໃນປັດຈຸບັນເພາະສື່ມວນຊົນເປັນ ກະບອກສຽງຂອງພັກ, ເປັນຜູ້ກຳ ບັນດາແນວທາງຕ່າງໆ. ສະນັ້ນ, ບັນຫາສຳຄັນທີ່ສຸດແມ່ນພວກເຮົາ ຈະຕ້ອງໄດ້ມີການປັບປຸງທັກສະ ແລະ ປັບປຸງທາງດ້ານວິຊາການ ໃຫ້ມັນທັນກັບຍຸກສະໄໝປັດຈຸບັນ. ໂດຍ: ຢ່າຕົ່ງ ທ່ານ ນາງ ວິລະພອນ ທອງພິມ ທ່ານ ສິງໄຊ ວັນຄຳ
RkJQdWJsaXNoZXIy MTc3MTYxMQ==