@ 0j k; c]t gsfdko j 16/07/2026 xtgmf]k; gru j ,mt;u 7;k,lk,a d7u gxa oxb dczj o 0v'x;'-q o]k;ma '-kfK ກອງປະຊຸມ...ຸ ນາຍົກລັດຖະມົນຕີ...ົັົີ ປະທານປະເທດ... ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ,ຸ ນີ ສຸລິດິ ກ່ ໍ ລິຫູ ນັ ກ ປະທານປະເທດ ແຫ່ງ ສປປ ລາວ ຢ້ຽມຊົມຫ້ອງວາງສະແດງຜະລິດຕະພັນ່ ງ້ ຽົ ມ້ ອິ ດັ ນ ຂອງສຳນັກຂ່າວສານປະເທດລາວ, ໃນວັນທີ 15 ກໍລະກົດ ທີ່ຫໍປະຊຸມແຫ່ງຊາດ. ັ ກ່ າັ ນີ ໍ ລົ ດີ່ ຫໍປຸ ມ່ ງ ສະຫາຍ ທອງລຸນ ສີສຸລິດ (ຊ້າຍ) ກົມການເມືອງສູນກາງພັກ, ຫົວໜ້າ ຄະນະໂຄສະນາອົບຮົມສູນກາງ ພັກ, ມີບັນດາການນຳ, ອະດີດການ ນຳ ພັກ, ລັດ ພ້ອມດ້ວຍຜູ້ຕາງໜ້າ ສື່ມວນຊົນ ທັງສູນກາງ ແລະ ທ້ອງ ຖິ່ນ ເຂົ້າຮ່ວມ. ໂອກາດນີ້, ສະຫາຍ ຄຳພັນ ເຜີຍຍະວົງ ໄດ້ມີຄຳເຫັນສະຫລຸບ ລາຍງານຜົນສຳເລັດ ຂອງການດຳ ເນີນກອງປະຊຸມວຽກງານສື່ມວນ ຊົນທົ່ວປະເທດ ຄັ້ງທີ I ໂດຍໄດ້ ຍົກໃຫ້ເຫັນຜົນສຳເລັດຂອງການ ກະກຽມ ການດຳເນີນກອງປະຊຸມ ຕະຫລອດໄລຍະ 3 ວັນ ຊຶ່ງໄດ້ດຳ ເນີນໄປຢ່າງຮອບຄອບ, ມີລະບຽບ ແລະ ບັນລຸຜົນສຳເລັດຕາມຈຸດປະ ສົງທີ່ວາງໄວ້. ໃນນັ້ນ, ກອງປະຊຸມ ໄດ້ສະຫລຸບຜົນສຳເລັດໃນໄລຍະ ຜ່ານມາ, ກຳນົດທິດທາງ ແລະ ວາງມາດຕະການໃນການຍົກສູງ ຄຸນນະພາບວຽກງານສື່ມວນຊົນ ໃນໄລຍະຕໍ່ໜ້າ. ພ້ອມນີ້, ສະຫາຍ ພົນເອກ ວິໄລ ຫລ້າຄຳຟອງ ໄດ້ມີຄຳເຫັນກ່າວ ປີດກອງປະຊຸມ ຢ່າງເປັນທາງການ ວ່າ: ກອງປະຊຸມວຽກງານສື່ມວນ ຊົນທົ່ວປະເທດ ຄັ້ງທີ I ຈັດຂຶ້ນເປັນ ຄັ້ງທຳອິດ ຖືເປັນຄັ້ງປະຫວັດສາດ, ເປັນພື້ນຖານສໍາຄັນ ແນໃສ່ຍົກສູງ ບົດບາດວຽກງານສື່ມວນຊົນທົ່ວ ປະເທດ ໃຫ້ມີການຫັນປ່ຽນໄປສູ່ ຄຸນນະພາບໃໝ່ ບົນພື້ນຖານການ ຈັດຕັ້ງປະຕິບັດ ຄໍາຂວັນ: “ຍົກສູງ ບົດບາດການນໍາພາຂອງພັກພັດທະ ນາວຽກງານສື່ມວນຊົນ ໄປສູ່ຄຸນ ນະພາບໃໝ່ຢ່າງແຂງແຮງ”, ກອງ ປະຊຸມໄດ້ຮ່ວມກັນຕີລາຄາສູງ, ທົບທວນຄືນບັນດາຜົນງານ ຢ່າງ ພາວະວິໄສຜ່ານພຶດຕິກຳຕົວຈິງ ແລະ ໄດ້ຍົກໃຫ້ເຫັນດ້ານດີທີ່ພົ້ນ ເດັ່ນ, ດ້ານອ່ອນ, ຂໍ້ຄົງຄ້າງ, ສິ່ງ ທ້າທາຍໃນຍຸກສະໄໝ ແລະ ຖອດ ໄດ້ບົດຮຽນທີ່ມີຄຸນຄ່າແກ່ການພັດ ທະນາວຽກງານສື່ມວນຊົນ. ພ້ອມ ກັນນັ້ນ, ກໍໄດ້ຮ່ວມກັນກຳນົດທິດ ທາງແຜນການ, ມາດຕະການ ແລະ ວິທີການຈັດຕັ້ງປະຕິບັດໃນຕໍ່ໜ້າ ເພື່ອຍົກສູງຄຸນນະພາບຂອງສື່ມວນ ຊົນລາວໃຫ້ມີປະສິດທິຜົນກ້າວຂຶ້ນ ໄປເລື້ອຍໆ. ໃນກອງປະຊຸມ ໄດ້ຮັບ ຟັງການສະຫລຸບຕີລາຄາການຈັດ ຕັ້ງເຄື່ອນໄຫວວຽກງານສື່ມວນ ຊົນ ໃນໄລຍະຜ່ານມາ ຊຶ່ງເປັນການ ສ່ອງແສງໃຫ້ເຫັນເຖິງຜົນງານ ຂອງວຽກງານສື່ມວນຊົນທົ່ວປະ ເທດ ແລະ ວາງທິດທາງແຜນພັດທະ ນາວຽກງານສື່ມວນຊົນ ແຕ່ນີ້ເຖິງ ປີ 2030; ພ້ອມທັງໄດ້ຮັບຟັງບົດ ປະກອບຄໍາເຫັນ ຂອງພາກສ່ວນ ຕ່າງໆ ຂອງສື່ມວນຊົນທີ່ກ່ຽວຂ້ອງ ຈໍານວນ 12 ບົດ ທີ່ມີເນື້ອໃນສ່ອງ ແສງໃຫ້ເຫັນເຖິງການຈັດຕັ້ງປະຕິ ບັດໜ້າທີ່ການເມືອງຂອງສື່ມວນ ຊົນຢ່າງມີຜົນສໍາເລັດ, ພ້ອມນັ້ນກໍໄດ້ ແລກປ່ຽນຄໍາຄິດຄໍາເຫັນກ່ຽວກັບ ບັນຫາຕ່າງໆຢ່າງກົງໄປກົງມາ ຊຶ່ງ ເປັນພື້ນຖານໃຫ້ແກ່ການຍົກສູງ ພາລະບົດບາດ ແລະ ຢັ້ງຢືນເຖິງຜົນ ງານຫລາຍດ້ານທີ່ຂົງເຂດວຽກ ງານສື່ມວນຊົນຍາດມາໄດ້ກໍຄືການ ຈັດຕັ້ງປະຕິບັດໜ້າທີ່ການເມືອງທີ່ ໄດ້ຮັບການມອບໝາຍ. ພ້ອມນີ້, ສະຫາຍ ພົນເອກ ວິໄລ ຫລ້າຄຳຟອງ ຍັງເນັ້ນໃຫ້ສື່ມວນ ຊົນລາວ ສືບຕໍ່ປະຕິບັດໜ້າທີ່, ພາ ລະບົດບາດການເມືອງອັນມີກຽດ ຂອງຕົນ ແນໃສ່ເຮັດໃຫ້ບົດບາດ ຂອງວຽກງານສື່ມວນຊົນ ໄດ້ກ້າວ ສູ່ຄຸນນະພາບໃໝ່ ແລະ ມີການຫັນ ປ່ຽນທີ່ເລິກເຊິ່ງ, ເຖິງຖອງ, ຍົກ ສູງການຈັດຕັ້ງນໍາພາວຽກງານສື່ ມວນຊົນໃຫ້ກາຍເປັນເຄື່ອງມືອັນ ແຫລມຄົມ ແລະ ເປັນຂົວຕໍ່ທີ່ສຳຄັນ ຂອງພັກ ໃນການໂຄສະນາເຜີຍແຜ່, ແນວທາງ, ແຜນນະໂຍບາຍ ຂອງ ພັກ-ລັດ ກໍຄື ການປະຕິບັດພາລະ ໜ້າທີ່ຂອງສື່ມວນຊົນ. ໃນໂອກາດອັນສຳຄັນນີ້, ກອງ ປະຊຸມ ຍັງໄດ້ຮັບຟັງການໂອ້ລົມ ໃຫ້ທິດຊີ້ນໍາ ແລະ ທິດທາງ ໃນການ ພັດທະນາວຽກງານສື່ມວນຊົນທົ່ວ ປະເທດ ຈາກ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະ ບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ຊຶ່ງ ເປັນທິດຊີ້ນໍາທີ່ມີເນື້ອໃນອັນສໍາຄັນ ໃນການສືບຕໍ່ພັດທະນາວຽກງານສື່ ມວນຊົນ ໃຫ້ໄປສູ່ຄຸນນະພາບໃໝ່ ຢ່າງແຂງແຮງ. ຂ່າວ: ທະນູທອງ; ພາບ: ຂັນໄຊ+ ອ່າຍຄຳ ປະຊາສໍາພັນແນວທາງ, ນະໂຍບາຍ ຂອງພັກ, ລັດ ແລະ ເຫດການສຳ ຄັນຕ່າງໆໃຫ້ສັງຄົມ ໄດ້ຮັບຮູ້ຢ່າງ ທົ່ວເຖິງ, ຖືກຕ້ອງ, ຊັດເຈນ ແລະ ວ່ອງໄວ, ທັນເຫດການ. ສະຫາຍ ທອງລຸນ ສີສຸລິດ ໄດ້ ໃຫ້ທິດຊີ້ນໍາຕໍ່ສື່ມວນຊົນລາວວ່າ: ສື່ມວນຊົນທຸກພາກສ່ວນ ໃນ ສປປ ລາວຕ້ອງມີຄວາມສາມັກຄີກົມກ່ຽວ ກັນ, ຮຽນຮູ້ເຊິ່ງກັນ ແລະ ກັນເປັນ ປະຈຳ, ສື່ມວນຊົນຕ້ອງກຳແໜ້ນສະ ພາບການທີ່ຜັນແປຢ່າງທັນການ, ກຳໃຫ້ໄດ້, ໃຫ້ຖືກ, ອັນໃດຜິດ, ອັນ ໃດຖືກ, ອັນໃດແມ່ນການສະເໜີແລະ ການຕຳນິຕິຕຽນຢ່າງສ້າງສັນ, ອັນ ໃດແມ່ນການໃສ່ຮ້າຍປ້າຍສີຢ່າງ ຂາດຈັນຍາບັນ, ຈັນຍາທຳ, ອັນໃດ ແມ່ນສະແດງອອກເພື່ອການພັດທະ ນາທີ່ກ້າວໜ້າ, ອັນໃດແມ່ນການ ທີ່ມີຈຸດປະສົງຢຽບຢ່ຳທຳລາຍຄົນ ອື່ນເພື່ອເງິນ, ເພື່ອຄວາມມັນ, ເພື່ອ ຄວາມສະໃຈສ່ວນຕົວ. ພ້ອມນີ້, ສື່ ມວນຊົນ ຕ້ອງບໍ່ຢ້ານກົວທີ່ຈະຕໍ່ສູ້ ເພື່ອຄວາມເປັນທຳ ເພື່ອຄວາມສັດ ທາຂອງປະຊາຊົນ, ຕ້ອງຜ່ານຜ່າ ໃຫ້ໄດ້ບັນດາບັນຫາທີ່ເປັນອຸປະສັກ ເພື່ອກ້າວເດີນໄປສູ່ການຮັບໃຊ້ປະ ເນື້ອໃນສານໄດ້ລະບຸວ່າ: ໃນນາມ ລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍຄື ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງທ່ານ ເນື່ອງໃນໂອກາດໄດ້ຮັບການເລືອກຕັ້ງໃຫ້ດຳລົງຕຳແໜ່ງ ນາຍົກລັດຖະ ມົນຕີ ແຫ່ງ ສາທາລະນະລັດ ເກົາຫລີ. ຂ້າພະເຈົ້າ ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມື ອັນດີງາມ ລະຫວ່າງ ສປປ ລາວ ແລະ ສ ເກົາຫລີ ທີ່ໄດ້ຮັບການເສີມຂະ ຫຍາຍຢ່າງຕໍ່ເນື່ອງໃນຫລາຍໆຂະແໜງການ ນັບຕັ້ງແຕ່ສອງປະເທດພວກ ເຮົາໄດ້ສ້າງ ຕັ້ງສາຍພົວພັນການທູດນຳກັນ ໃນປີ 1995 ເປັນຕົ້ນມາ. ພິເສດ ໃນປີ 2025 ທີ່ຜ່ານມາ, ສອງປະເທດພວກເຮົາ ໄດ້ຍົກລະດັບການ ພົວພັນຮ່ວມມື ຂຶ້ນເປັນຄູ່ຮ່ວມມືຮອບດ້ານ ໃນໂອກາດຄົບຮອບ 30 ປີ ແຫ່ງ ການສ້າງຕັ້ງສາຍພົວພັນທາງການທູດ ລະຫວ່າງສອງປະເທດ. ຂ້າພະເຈົ້າ ມີຄວາມຍິນດີທີ່ຈະເຮັດວຽກຮ່ວມກັບ ທ່ານ ຢ່າງໃກ້ຊິດ ເພື່ອສືບຕໍ່ຮັດແໜ້ນ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມດັ່ງກ່າວ ລະຫວ່າງ ສປປລາວແລະ ສ ເກົາຫລີໃຫ້ຂະຫຍາຍຕົວຍິ່ງໆຂຶ້ນໃນຊຸມປີຕໍ່ໜ້າ ເພື່ອຜົນ ປະໂຫຍດຮ່ວມກັນຂອງປະຊາຊົນສອງຊາດພວກເຮົາ ກໍຄື ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາ ຢູ່ໃນພາກພື້ນ ແລະ ໃນໂລກ. ຂ້າພະເຈົ້າ ຂໍຖືໂອກາດນີ້ ອວຍພອນມາຍັງທ່ານ ຈົ່ງມີພະລານາໄມສົມ ບູນ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ອັນສູງສົ່ງ ຂອງທ່ານ. ຊາຊົນ, ຮັບໃຊ້ສັງຄົມ ແນໃສ່ເຮັດ ໃຫ້ສັງຄົມມີຄວາມສັດທາ, ເຊື່ອໝັ້ນ ຕໍ່ສື່ມວນຊົນລາວເຮົາ. ພ້ອມນີ້, ສື່ມວນຊົນລາວ ຕ້ອງ ກຽມຄວາມພ້ອມຕໍ່ສູ່ຕະຫລອດເວ ລາ, ຕ້ອງບໍ່ຢ້ານກົວທີ່ຈະຕໍ່ສູ່ເພື່ອ ຄວາມເປັນທຳ, ເພື່ອຄວາມສັດທາ ຂອງປະຊາຊົນ, ຕ້ອງຜ່ານຜ່າໃຫ້ໄດ້ ທຸກໆບັນຫາທີ່ເປັນອຸປະສັກ ເພື່ອ ກ້າວໄປສູ່ການຮັບໃຊ້ສັງຄົມ ກໍຄື ໂຄສະນາເຜີຍແຜ່ຂໍ້ມູນຂ່າວສານ ຕ່າງໆທີ່ຖືກຕ້ອງ, ຊັດເຈນ ໃຫ້ປະ ຊາຊົນລາວບັນດາເຜົ່າ ໄດ້ຮັບຮູ້ຢ່າງ ທົ່ວເຖິງ; ສື່ມວນຊົນລາວຕ້ອງໄດ້ ຮຽນຮູ້, ປັບປຸງຕົນເອງ ຢູ່ຕະຫລອດ ເວລາ ແລະ ນຳໃຊ້ກາລະໂອກາດ ທີ່ ມີຢູ່ໃຫ້ທັນກັບສະພາບການ, ເຮັດໃຫ້ ສື່ມວນຊົນລາວ ເດີນໜ້າທັນຕາມ ຍຸກສະໄໝ, ນຳສະເໜີຂໍ້ມູນຂ່າວ ສານທີ່ເປັນຈິງ ໃຫ້ວ່ອງໄວກວ່າ ຂ່າວປອມ, ຂ່າວບິດເບືອນຄວາມ ເປັນຈິງ, ຕ້ອງນຳສະເໜີຂ່າວໃຫ້ມີ ຄວາມໜັກແໜ້ນ, ກະທັດຮັດ ແທງ ເຖິງໃຈຊາວໜຸ່ມໄວໜຸມ ແລະ ປະ ຊາຊົນລາວບັນດາເຜົ່າ; ສື່ມວນຊົນ ລາວ ຕ້ອງຮັບເອົາຂໍ້ມູນ, ສະຖານະ ການທີ່ເກີດຂຶ້ນໃນໂລກ, ໃນປະເທດ, ໃນແຕ່ລະຊົ່ວໂມງ, ແຕ່ລະມື້້ມາວິ ເຄາະວິໄຈ, ຮັບເອົາບັນດາທັດສະນະ ທີ່ແຕກຕ່າງຕໍ່ແຕ່ລະເຫດການທີ່ ເກີດຂຶ້ນມາສົມທຽບ, ຮັບເອົາຄວາມ ຢາກຮູ້, ຢາກເຂົ້າໃຈຕໍ່ແຕ່ລະເຫດ ການຂອງຄົນໃນສັງຄົມ ວ່າອັນໃດ ເປັນຂ່າວປອມ, ຂ່າວລວງ, ຂ່າວອະ ກຸສົນ, ຮັບມາເພື່ອວິໄຈຄົ້ນຄວ້າ, ຮັບເອົາແນວທາງນະໂຍບາຍຂອງ ພັກ ແລະ ລັດ ມາເປັນບ່ອນອີງໃນ ການນໍາໃຊ້ເຂົ້າໃນການປະຕິບັດ ໜ້າທີ່ຂອງຕົນ, ຮັບເອົາຄວາມມຸ່ງ ມາດປາຖະໜາ ຂອງຄົນໃນສັງຄົມ ທີ່ຢາກຮູ້ຂໍ້ມູນຂ່າວສານ ແລະ ຮັບ ເອົາຄຳສະເໜີ, ຄຳຕຳນິຕິຊົມຂອງ ຄົນໃນສັງຄົມ ຕໍ່ບຸກຄົນຕໍ່ການຈັດ ຕັ້ງ ແລະ ອື່ນໆ. ພ້ອມນັ້ນ, ສື່ມວນ ຊົນລາວຕ້ອງເຜີຍແຜ່ຂ່າວສານທີ່ ເກີດຂຶ້ນຢ່າງສົດໆຮ້ອນໆ, ໃຫ້ຂໍ້ມູນ ທີ່ມີການກວດກາວິໄຈແລ້ວ, ໃຫ້ ຄວາມຮູ້ດ້ານຕ່າງໆ ທີ່ບໍ່ມີຄວາມ ສິ້ນສຸດແກ່ຄົນຢ່າງກວ້າງຂວາງ, ໃຫ້ການສຶກສາອົບຮົມຄົນ ໃນທາງ ກົງ ແລະ ທາງອ້ອມໄປໃນຕົວ, ໃຫ້ ຄຳແນະນຳ ເພື່ອສ້າງຄວາມມີສະ ຕິ, ມີຄວາມສະດຸ້ງໄວ, ມີຄວາມລະ ວັງຕົວ ທີ່ຈະນໍາໄປສູ່ສິ່ງທີ່ຖືກຕ້ອງ ຂອງກະແສສັງຄົມ ໂດຍຫລີກລ່ຽງ ການໄປເມົາມົວນຳຂ່າວຄາວ ທີ່ເປັນ ພິດໄພ ທີ່ເປັນອັນຕະລາຍຕໍ່ສຸຂະ ພາບກາຍ ສຸຂະພາບໃຈຂອງຄົນ. ພ້ອມນີ້, ສະຫາຍ ທອງລຸນ ສີ ສຸລິດ ຍັງໄດ້ສະແດງຄວາມຫວັງ ວ່າທຸກໆການຈັດຕັ້ງຂອງ ພັກ, ລັດ ທີ່ໄດ້ຮັບມອບໝາຍ ໃຫ້ເປັນຜູ້ຊີ້ນຳ ວຽກງານສື່ມວນຊົນ ຈະສືບຕໍ່ໃຫ້ ການສະໜັບສະໜູນ, ຊ່ວຍເຫລືອແກ່ ສື່ມວນຊົນລາວ ທັງສູນກາງ ແລະ ທ້ອງຖິິ່ນ ເພື່ອພັດທະນາວຽກງານ ສື່ມວນຊົນ ໃຫ້ມີຄວາມເຂັ້ມແຂງ ໃນການປະຕິບັດໜ້າທີ່ວຽກງານ ວິຊາສະເພາະ ເປັນກະບອກສຽງ ອັນແຫລມຄົມ ໃນການໂຄສະນາ ເຜີຍແຜ່ຂໍ້ມູນຂ່າວສານຕ່າງໆທີ່ ເກີດຂຶ້ນໃນສັງຄົມ ທັງພາຍໃນ ແລະ ຕ່າງປະເທດ ໃຫ້ສັງຄົມລາວ ໄດ້ ຮັບຮູ້ຢ່າງທັນການ ແລະ ທົ່ວເຖິງ. ຂ່າວ: ທະນູທອງ; ພາບ: ຂັນໄຊ-ອ່າຍຄຳ ສືບຕໍ່ພັດທະນາພື້ນຖານໂຄງລ່າງ ຮອງຮັບການລົງທຶນ. ພ້ອມທັງສົ່ງເສີມ,ດຶງດູດການລົງ ທຶນທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາລົງທຶນຢູ່ພາຍໃນແຂວງ, ລວມທັງ ຢູ່ເຂດໂຄງການເມືອງອຸດ ສາຫະກຳທັນສະໄໝ ແລະ ເປັນມິດ ຕໍ່ສິ່ງແວດລ້ອມ ທີ່ເມືອງນາໝໍ້ ໃຫ້ ນັບມື້ຫລາຍຂຶ້ນ, ສາມາດສ້າງວຽກ ເຮັດງານທຳ, ລາຍຮັບ ແລະ ຜົນ ປະໂຫຍດຕ່າງໆ ໃຫ້ແກ່ທ້ອງຖິ່ນ; ສືບຕໍ່ຄຸ້ມຄອງ, ຕິດຕາມ, ຊຸກຍູ້ບັນ ດາໂຄງການລົງທຶນຢູ່ພາຍໃນແຂວງ ໃຫ້ພັດທະນາສອດຄ່ອງຕາມສັນ ຍາ, ເຄື່ອນໄຫວຖືກຕ້ອງຕາມກົດ ໝາຍ-ລະບຽບການທີ່ກ່ຽວຂ້ອງ, ທັງຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ປະ ກອບສ່ວນເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມ ຂອງແຂວງ ຢ່າງແທ້ຈິງ. ພ້ອມນັ້ນ, ກໍດຳເນີນ ມາດຕະການ ຕໍ່ໂຄງການທີ່ບໍ່ມີການ ເຄື່ອນໄຫວ ຫລື ເຄື່ອນໄຫວ ແຕ່ບໍ່ມີ ປະສິດທິຜົນຢ່າງເຂັ້ມງວດ ແລະ ສຳເລັດໂດຍໄວ; ສືບຕໍ່ສົມທົບກັນ ແກ້ໄຂບັນດາຂໍ້ຄົງຄ້າງຕ່າງໆ ຢ່າງ ຈິງຈັງ, ດ້ວຍຄວາມຮັບຜິດຊອບ ສູງ ແລະ ຕົກໄປໂດຍໄວ. ໃນກອງປະຊຸມ, ທ່ານ ວົງສະ ຫວັນ ໄຊຍະວົງ ປະທານຄະນະ ກຳມະການປົກຄອງແຂວງ, ປະ ທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ແຂວງ ອຸດົມໄຊ ກໍໄດ້ລາຍງານກ່ຽວກັບສະ ພາບການລົງທຶນ ຢູ່ພາຍໃນແຂວງ ໂດຍສະເພາະ ແມ່ນຄວາມຄືບໜ້າ, ບັນດາຂໍ້ຄົງຄ້າງ, ຂໍ້ສະເໜີ ແລະ ທິດທາງແຜນການໃນຕໍ່ໜ້າໃນການ ພັດທະນາໂຄງການເມືອງອຸດສາ ຂປລ. ສູນກາງສະຫະພັນແມ່ ຍິງລາວ (ສສຍລ) ຮ່ວມກັບສູນ ເລືອດແຫ່ງຊາດ, ອົງການກາແດງ ລາວ ຈັດກິດຈະກຳບໍລິຈາກເລືອດ ພາຍໃຕ້ຄຳຂວັນ: “ໜຶ່ງຢອດເລືອດ ເພື່ອມະນຸດສະທໍາ, ໃຫ້ເລືອດໃຫ້ ຊີວິດ ” ເນື່ອງໃນໂອກາດສະເຫລີມ ສະຫລອງວັນສ້າງຕັ້ງສະຫະພັນແມ່ ຍິງລາວ ຄົບຮອບ 71 ປີ ໃນວັນທີ 15 ກໍລະກົດ 2026 ໂດຍມີ ທ່ານ ນາງ ພັນຈິນດາ ເລັ່ງສະຫວັດ ຮອງປະທານຄະນະບໍລິຫານງານ ສສຍລ, ທ່ານ ຈັນທະລາ ສຸກສາ ຄອນ ຮອງປະທານປະທານອົງ ການກາແດງແຫ່ງຊາດລາວ, ພ້ອມ ດ້ວຍແພດໝໍ, ຜູ້ຕາງໜ້າຈາກກົງ ຈັກຊ່ວຍວຽກຂອງ ສສຍລ, ສະຫະ ພັນແມ່ຍິງບັນດາກະຊວງອົງການ, ພາກສ່ວນກ່ຽວຂ້ອງ ແລະ ມວນຊົນ ເຂົ້າຮ່ວມ. ທ່ານ ນາງ ພັນຈິນດາ ເລັ່ງສະ ຫວັດ ໄດ້ກ່າວວ່າ: ການຈັດກິດ ຈະກຳບໍລິຈາກເລືອດ ແມ່ນກິດຈະ ກໍາທີ່ມີຄວາມສໍາຄັນແລະ ເປັນການ ປະກອບສ່ວນຂອງທຸກພາກສ່ວນ ໃນສັງຄົມ, ພ້ອມທັງເປັນການຊຸກ ຍູ້, ສະໜັບສະໜູນຕໍ່ວຽກງານມະ ນຸດສະທຳຂອງປະເທດ ໂດຍສະ ເພາະກໍແມ່ນການບໍລິຈາກເລືອດ ເພື່ອຊ່ວຍຊີວິດຂອງເພື່ອນມະນຸດ ດ້ວຍກັນ, ທັງເປັນການປະກອບ ສ່ວນໃນການຫລຸດຜ່ອນອັດຕາ ການຕາຍຂອງແມ່ ແລະ ອັດຕາ ການຕາຍຂອງເດັກ ໂດຍສະເພາະ ອັດຕາການເສຍຊີວິດຂອງແມ່ຍິງຖື ພາເກີດລູກ ທີ່ມີຫລາຍກໍລະນີ ແລະ ອາການສົນເລືອດ ຕ້ອງການເລືອດ ເປັນຈໍານວນຫລາຍ. ການມີເລືອດສໍາຮອງ ຢູ່ໃນສະ ຖາບັນເລືອດແຫ່ງຊາດ, ສູນເລືອດ ແຂວງ ແລະ ບັນດາໜ່ວຍງານ ເກັບ ຮັກສາເລືອດຂັ້ນເມືອງ ແມ່ນມີ ຄວາມຈໍາເປັນ ເພື່ອຕອບສະໜອງ ເລືອດທີ່ປອດໄພໃຫ້ແກ່ຄົນເຈັບໃຫ້ ທັນເວລາ. ການບໍລິຈາກເລືອດໃນ ຄັ້ງນີ້, ເລີ່ມແຕ່ເວລາ 09:00 ໂມງ16:00 ໂມງ ທີ່ສູນການຄ້າລາວໄອ ເຕັກ ຊັ້ນ 5. ຂ່າວ: ສະຫະພັນແມ່ຍິງ ຮອງນາຍົກລັດຖະມົນຕີ...ົັົີ ບໍລິຈາກເລືອດ...ໍິື ຫະກຳທັນສະໄໝ ແລະ ເປັນມິດຕໍ່ ສິ່ງແວດລ້ອມ ຂອງບໍລິສັດ ອຳມະ ຕະ ຊິຕີ້ລາວ ຢູ່ເມືອງນາໝໍ້. ຈາກ ນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມ ກໍໄດ້ ພ້ອມກັນປະກອບຄຳຄິດເຫັນຢ່າງ ກົງໄປກົງມາ ເພື່ອເຮັດໃຫ້ບັນດາ ຂໍ້ຄົງຄ້າງ ໄດ້ຮັບການແກ້ໄຂຢ່າງ ສົມເຫດສົມຜົນ, ໂຄງການໄດ້ຮັບ ການພັດທະນາ ແລະ ສໍາເລັດຕາມ ແຜນການທີ່ກໍານົດໄວ້. ພາຍຫລັງສຳເລັດການດຳເນີນ ກອງປະຊຸມ, ທ່ານຮອງນາຍົກລັດ ຖະມົນຕີ, ຜູ້ປະຈໍາການ ພ້ອມດ້ວຍ ຄະນະ ໄດ້ລົງຕິດຕາມເບິ່ງພື້ນທີ່ຕົວ ຈິງ ໂຄງການພັດທະນາເມືອງອຸດ ສາຫະກຳທັນສະໄໝ ແລະ ເປັນມິດ ຕໍ່ສິ່ງແວດລ້ອມ ຂອງບໍລິສັດ ອຳມະ ຕະ ຊິຕີ້ລາວ ທີ່ເມືອງນາໝໍ້ ຕື່ມອີກ. ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ.
RkJQdWJsaXNoZXIy MTc3MTYxMQ==