7320

16/07/2026 gsfdko c]t dkora fa mtok xtgmf]k; 4 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ພັກ-ລັດຖະບານ...ັັ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ທ່ານ ຄຳເຮືອງ ຄຳປະສິດ lt4kom6 f]k; xt9epuj x5j o 9a fry mu xtfa [s]Po{ ,v[.[ph v'p= .sh cdj [5 d7q o c]t vq 'dko9a f8A '8j k'M0v'puj x5j o ຄະນະຜູ້ແທນລາວ...ູ້ ແ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ຂປລ. ເມື່ອບໍ່ດົນມານີ້, ສະ ຖານທູດ ແຫ່ງ ສປປ ລາວ ປະຈໍາ ຍີ່ປຸ່ນ ຈັດພິທີປະດັບຫລຽນກຽດຕິ ຄຸນ ແຫ່ງ ລັດຖະບານ ສປປ ລາວ ໃຫ້ແກ່ ທ່ານ ກິຊິດະ ຟຸມິໂອະ ອະດີດ ນາຍົກລັດຖະມົນຕີ ແຫ່ງ ຍີ່ປຸ່ນ ທີ່ມີ ຜົນງານ, ຄຸນງາມຄວາມດີໃນການ ປະກອບສ່ວນເສີມຂະຫຍາຍສາຍ ພົວພັນມິດຕະພາບ ແລະ ການຮ່ວມ ມືທີ່ດີງາມໃນໄລຍະດໍາລົງຕໍາແໜ່ງ ນາຍົກລັດຖະມົນຕີ ແຫ່ງ ຍີ່ປຸ່ນ ເນື່ອງໃນໂອກາດ ຄົບຮອບ 70 ປີ ແຫ່ງການສະເຫລີມສະຫລອງວັນ ສ້າງຕັ້ງສາຍພົວພັນການທູດ ລາວຍີ່ປຸ່ນ ແລະ ຄົບຮອບ 60 ປີ ທີ່ລັດ ຖະບານຍີ່ປຸ່ນສົ່ງອາສາສະໝັກມາ ປະຕິບັດໜ້າທີ່ຢູ່ ລາວ. ໃນພິທີ, ທ່ານທູດ ອໍາໄພ ກິນ ດາວົງ ໄດ້ກ່າວເນັ້ນວ່າຕະຫລອດ 7 ທົດສະວັດຜ່ານມາ, ສາຍພົວພັນ ມິດຕະພາບ ແລະ ການຮ່ວມມືລະ ຫວ່າງ ລາວ-ຍີ່ປຸ່ນ ໄດ້ຮັບການເສີມ ຂະຫຍາຍຢ່າງບໍ່ຢຸດຢັ້ງຈົນກ້າວ ໄປສູ່ການເປັນຄູ່ຮ່ວມຍຸດທະສາດ ຮອບດ້ານ ໃນປີ 2025. ທ່ານທູດ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມ ຂອບໃຈຢ່າງຈິງໃຈ ແລະ ຮູ້ບຸນ ຄຸນຢ່າງເລິກເຊິ່ງຕໍ່ ທ່ານ ກິຊິດະ ຟູມິໂອະ ທີ່ໄດ້ຊຸກຍູ້ ແລະ ເສີມຂະ ຫຍາຍການພົວພັນ ແລະ ຮ່ວມມື ລະຫວ່າງ ລາວ ແລະ ຍີ່ປຸ່ນ ຢ່າງຕັ້ງ ໜ້າ ໂດຍສະເພາະການຊຸກຍູ້ ແລະ ສະໜັບສະໜູນແຜນການຮ່ວມມື ພັດທະນາຮ່ວມ ລະຫວ່າງ ລາວຍີ່ປຸ່ນ ເພື່ອຊ່ວຍ ສປປ ລາວ ໃນ ການກະກຽມຫລຸດພົ້ນອອກຈາກ ສະຖານະພາບປະເທດດ້ອຍພັດທະ ນາ ແລະ ການອະນຸມັດບັນດາໂຄງ ການຊ່ວຍເຫລືອທາງການ ເພື່ອ ການພັດທະນາທີ່ສຳຄັນຕ່າງໆ, ພິເສດແມ່ນໂຄງການບູລະນະສ້ອມ ວັນທີ 14 ກໍລະກົດ 2026 ນີ້ວ່າ: ພັກ ແລະ ລັດຖະບານ ໄດ້ໃຫ້ຄວາມ ສໍາຄັນຕໍ່ວຽກງານສື່ມວນຊົນ. ໃນ ພິທີໂຮມຊຸມນຸມສະເຫລີມສະຫລອງ ວັນສື່ມວນຊົນ ແລະ ການພິມຈໍາ ໜ່າຍ ຄົບຮອບ 70 ປີ ໃນປີ 2020 ຜ່ານມາ, ການນໍາຂັ້ນສູງຂອງສປປ ລາວ ໄດ້ວາງເປັນຄຳຂວັນທີ່ມີຄວາມ ໝາຍທາງດ້ານທິດສະດີ ແລະ ພຶດຕິ ກໍາ ວ່າ: “ສື່່ມວນຊົນ ເປັນຜູ້ທີ່ປາກ ອອກແສງ, ຜູ້ຮູ້ແທງເຖິງໃຈ, ຜູ້ສະ ດຸ້ງໄວເມື່ອອ່ານ, ຜູ້ທີ່ກ້າຜ່ານອຸປະ ສັກ, ຜູ້ທີ່ຮັກຄວາມຈິງ, ຜູ້ທີ່ຍິງຖືກ ເປົ້າ” ຊຶ່ງສື່ມວນຊົນລາວທຸກຂະ ແໜງການ ໄດ້ຖືເອົາທັດສະນະຊີ້ນຳ ດັ່ງກ່າວ ເປັນເຂັມຊີ້ທິດເຍືອງທາງ ໃນການຈັດຕັ້ງປະຕິບັດໜ້າທີ່ການ ເມືອງຂອງຕົນ ຢ່າງມີຄວາມຮັບຜິດ ຊອບສູງ. ສຳລັບຄວາມໝາຍທີ່ສະແດງ ອອກແຈ້ງ ເຖິງທັດສະນະຊີ້ນຳຂອງ ຄຳຂວັນດັ່ງກ່າວຄື:ສື່ມວນຊົນເປັນ ຜູ້ທີ່ປາກອອກແສງ: ໝາຍເຖິງການ ນໍາສະເໜີບົດແລະຂ່າວທີ່ຖືກຕ້ອງ, ສ້າງສັນ, ມີຄຸນຄ່າ ແລະ ກໍ່ໃຫ້ເກີດ ປະໂຫຍດ ເປັນແສງເຍືອງທາງ ຊ່ວຍໃຫ້ຄວາມຮູ້, ຄວາມເຂົ້າໃຈ ບັນຫາການເມືອງ, ເສດຖະກິດ, ວັດ ທະນະທໍາ, ສັງຄົມຢ່າງມີຈຸດປະສົງ ແລະ ທັນການ; ສື່ມວນຊົນ ເປັນຜູ້ ຮູ້ແທງເຖິງໃຈ ໝາຍຄວາມວ່າ: ຜະ ລິດຕະພັນສື່ມວນຊົນ ຕ້ອງເປັນອາ ວຸດອັນແຫລມຄົມ ເພື່ອໂຄສະນາ ເຜີຍແຜ່ຂໍ້ມູນຂ່າວສານຕ່າງໆ ຢ່າງ ກວ້າງຂວາງ, ຄົບຖ້ວນ, ແທດຕົວ ຈິງ, ວ່ອງໄວທັນການ, ຊັດເຈນ, ເຂົ້າ ໃຈງ່າຍ ແລະ ມີຫລາຍຮູບຫລາຍສີ ເພື່ອໃຫ້ເຂົ້າເຖິງຈິດໃຈຂອງຜູ້ອ່ານ, ຜູ້ຟັງ, ຜູ້ຊົມ ກໍຄື ປະຊາຊົນບັນດາ ເຜົ່າ ເພື່ອສ້າງຄວາມເປັນເອກະ ພາບ, ເຫັນດີເຫັນພ້ອມ ແລະ ພ້ອມ ກັນຈັດຕັ້ງປະຕິບັດຢ່າງຖືກຕ້ອງໃນ ການປົກປັກຮັກສາ ແລະ ສ້າງສາ ພັດທະນາປະເທດຊາດ ຕາມເສັ້ນ ທາງສັງຄົມນິຍົມ; ສື່ມວນຊົນ ເປັນ ຜູ້ສະດຸ້ງໄວເມື່ອໄດ້ອ່ານ: ໝາຍເຖິງ ຄວາມສາມາດໃນການຮັບຮູ້, ຕື່ນ ຕົວ, ຄົ້ນພົບ ແລະ ຕອບສະໜອງ ຢ່າງທັນການ ເມື່ອໄດ້ຮັບຮູ້ຂໍ້ມູນ ຂ່າວສານ, ຮັບຮູ້ບັນດາເຫດການ, ບັນຫາ, ປະກົດການ ຫລື ຄວາມຜິດ ປົກກະຕິ ທີ່ເກີດຂຶ້ນໃນສັງຄົມ ເພື່ອ ນໍາສະເໜີບົດ, ຂ່າວຢ່າງຖືກຕ້ອງ, ວ່ອງໄວ ແລະ ທັນກັບສະພາບການ; ສື່ມວນຊົນ ເປັນຜູ້ທີ່ກ້າຜ່ານອຸປະ ສັກ: ໝາຍເຖິງຄວາມກ້າຫານ, ຄວາມເສຍສະລະ ແລະ ອົດທົນຕໍ່ ຄວາມຫຍຸ້ງຍາກ,ຄວາມກົດດັນ, ໄພ ອັນຕະລາຍ ແລະ ອຸປະສັກຕ່າງໆ; ສື່ມວນຊົນ ເປັນຜູ້ທີ່ຮັກຄວາມຈິງ ໝາຍຄວາມວ່າ: ຜູ້ທີ່ເຮັດວຽກສື່ ມວນຊົນ ຕ້ອງເປັນຜູ້ທີ່ເວົ້າຄວາມ ຈິງ, ຂຽນລັກສະນະຕົວຈິງ ແລະ ຕິດແທດກັບຄວາມຈິງ; ສື່ມວນຊົນ ເປັນຜູ້ທີ່ຍິງຖືກເປົ້າ: ໝາຍເຖິງການ ນໍາສະເໜີ ຂ່າວ-ບົດ ເພື່ອສ່ອງແສງ ເຫດການ, ບັນຫາຕ່າງໆ ຕ້ອງສ່ອງ ແສງດ້ວຍຄວາມເປັນຈິງ, ຖືກປະ ເດັນ ແລະ ໂຄສະນາເຜີຍແຜ່ຂໍ້ມູນ ຂ່າວສານຕ່າງໆ ຢ່າງຖືກເປົ້າ ເພື່ອ ນໍາໄປສູ່ການປ່ຽນແປງ ຫລື ການມີ ສ່ວນຮ່ວມ ແກ້ໄຂບັນຫາໃນສັງຄົມ ຢ່າງແທ້ຈິງ. ຢ່າງໃດກໍຕາມ ຖັນແຖວສື່ມວນ ຊົນ ຈະຕ້ອງໄດ້ຕັ້ງໜ້າປັບປຸງຕົນ ເອງ, ພິສູດຕົນເອງ ເພື່ອເຮັດໃຫ້ ທັດສະນະຊີ້ນຳ ໄດ້ປະກົດຜົນເປັນ ຈິງ ໂດຍສຸມໃສ່ເພີ່ມທະວີການນໍາ ພາ-ຊີ້ນໍາ ຂອງພັກ ໂດຍກົງຮອບ ດ້ານຕໍ່ວຽກງານສື່ມວນຊົນ, ຕັ້ງ ໜ້າປະຕິບັດລະບຽບກົດໝາຍຂອງ ລັດ ແລະ ຈັນຍາບັນສື່ມວນຊົນ ເພື່ອ ດຳເນີນພາລະກິດການເມືອງຂອງ ພັກ-ລັດ ແລະ ຢຶດຖືປະຊາຊົນເປັນ ກົກ, ເປັນໃຈກາງຈະຊ່ວຍໃຫ້ສື່ມວນ ຊົນ ສາມາດເຮັດໜ້າທີ່ “ຜູ້ປາກ ອອກແສງ” ໄດ້ຢ່າງແທ້ຈິງ ເພື່ອ ເຮັດໃຫ້ “ແສງສະຫວ່າງແຫ່ງ ຄວາມເປັນຈິງ, ແຫ່ງປັນຍາຄວາມ ຮູ້ ເຍືອງທາງກ້າວເດີນສູ່ຄວາມ ສີວິໄລ”. ພ້ອມນີ້ ສື່ມວນຊົນ ຕ້ອງ ສຸມໃສ່ສ້າງຜະລິດຕະພັນທີ່ “ຄົມ ແຫລມ” “ແທງເຖິງໃຈ” ຜູ້ອ່ານ, ຜູ້ ຟັງ ແລະ ຜູ້ຊົມ ກໍຄືປະຊາຊົນ, ຕ້ອງ ໃກ້ຊິດກັບປະຊາຊົນ, ເຂົ້າໃຈຊີວິດ ຕົວຈິງຂອງປະຊາຊົນ ແລະ ສ່ອງ ແສງຄວາມຈິງ ຢ່າງຖືກຕ້ອງ ເພື່ອ ສ້າງຄວາມໜ້າເຊື່ອຖື, ດຶງດູດຜູ້ຕິດ ຕາມ ແລະ ປະຕິບັດໜ້າທີ່ ເປັນສາຍ ໃຍຜູກພັນ ລະຫວ່າງ ມະຫາຊົນ ກັບ ພັກ-ລັດ ໄດ້ຢ່າງມີປະສິດທິຜົນ; ສື່ ມວນຊົນ ຕ້ອງສືບຕໍ່ຍຶດໝັ້ນໃນຫລັກ ການແຫ່ງຄວາມວ່ອງໄວ ແລະ ຄວາມຖືກຕ້ອງ, ຕ້ອງກໍາແໜ້ນ ແນວທາງນະໂຍບາຍຂອງພັກ, ລະ ບຽບກົດໝາຍຂອງລັດ ແລະ ກໍາໄດ້ ສະພາບການຕົວຈິງ ເພື່ອຄົ້ນຄວ້າ ເຫັນບັນຫາ ຈຶ່ງຈະ “ສະດຸ້ງໄວ” ແລະ ສາມາດວາງແຜນການຂຽນ ບົດ-ຂຽນຂ່າວ ເພື່ອຊີ້ແຈງອະທິ ບາຍບັນຫານັ້ນໆຢ່າງທັນການ; ສ້າງຄວາມກ້າຫານໃຫ້ສື່ມວນຊົນ “ກ້າຜ່ານຜ່າອຸປະສັກ”, ຂໍ້ຫຍຸ້ງ ຍາກ ແລະ ຄວາມຢ້ານກົວ ທີ່ອາດ ຈະຖືກກົດດັນ ເມື່ອສະເໜີຂໍ້ມູນ ຂ່າວສານ ທີ່ກະທົບຕໍ່ບຸກຄົນ, ອົງ ການ ແລະ ອື່ນໆ. ຄຽງຄູ່ກັນນັ້ນ, ການບໍາລຸງສ້າງບຸກຄະລາກອນ ຜູ້ເຮັດວຽກງານສື່ມວນຊົນ ໃຫ້ມີ ຫລັກໝັ້ນ, ມີຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ຈໍາແນກ ໄດ້ມິດ ແລະ ສັດຕູ ຈະຊ່ວຍໃຫ້ສື່ ມວນຊົນ ມີຄວາມກ້າຫານທາງ ວິຊາຊີບ, ມີຈັນຍາບັນ, ມີຄວາມຮັບ ຜິດຊອບ ແລະ ມີຈິດໃຈເສຍສະລະ, ມີຄວາມອົດທົນບາກບັ່ນບຸກບືນ; ສ້າງຄວາມເຂັ້ມແຂງ ແລະ ສ້າງ ຄວາມເຂົ້າໃຈໃຫ້ສື່ມວນຊົນທຸກ ພາກສ່ວນຢ່າງຈະແຈ້ງວ່າ: ການ ສ່ອງແສງຄວາມເປັນຈິງ ທີ່ບໍ່ແມ່ນ ການເປີດເຜີຍຄວາມລັບຂອງຊາດ, ເຜີຍແຜ່ຄວາມຈິງ, ມີຫລັກຖານ ແລະ ມີຈຸດປະສົງສ້າງສັນ ເປັນການ ຊ່ວຍໃຫ້ ພັກ-ລັດ ເຫັນບັນຫາ ເພື່ອ ແກ້ໄຂໄດ້ທັນເວລາ; ສື່ມວນຊົນ ຕ້ອງເອົາໃຈໃສ່ ສຶກສາຈິດຕະສາດ, ພຶດຕິກໍາ ແລະ ຄວາມຕ້ອງການ ຂອງແຕ່ລະກຸ່ມເປົ້າໝາຍ ເພື່ອວາງ ແຜນຂຽນບົດ-ຂຽນຂ່າວ ໃຫ້ມີເນື້ອ ໃນຄົບຖ້ວນ, ນຳໃຊ້ສັບພາສາ ຫລື ສຳນວນທີ່ສອດຄ່ອງ ແລະ ເຜີຍແຜ່ ທີ່ເໝາະສົມ ຈຶ່ງສາມາດ “ຍິງຖືກ ເປົ້າ”, ເຮັດໃຫ້ການໂຄສະນາເຜີຍ ແຜ່ຂໍ້ມູນຂ່າວສານໄດ້ຢ່າງຖືກຕ້ອງ, ສ້າງຄວາມເຂົ້າໃຈ, ມີການຍອມຮັບ ແລະ ການປ່ຽນແປງພຶດຕິກໍາຂອງ ສັງຄົມ ໄດ້ຢ່າງມີປະສິດທິຜົນ. ຂ່າວ: ທະນູທອງ; ພາບ: ຂັນໄຊ ໜ້າຂອງການຈັດຕັ້ງປະຕິບັດວາລະ 2030 ເພື່ອການພັດທະນາແບບຍືນ ຍົງ ໂດຍລົງເລິກໃສ່ 5 ເປົ້າໝາຍຄື: ເປົ້າໝາຍການພັດທະນາແບບຍືນ ຍົງ(ປພຍ) 6: ມີນໍ້າສະອາດ ແລະ ສຸຂານາໄມ; ປພຍ 7: ພະລັງງານ ທີ່ສະອາດ ແລະ ທຸກຄົນສາມາດ ເຂົ້າເຖິງໄດ້; ປພຍ 9: ສົ່ງເສີມການ ຫັນເປັນອຸດສາຫະກໍາ, ການປະດິດ ສ້າງ ແລະ ພື້ນຖານໂຄງລ່າງທີ່ເຂັ້ມ ແຂງ; ປພຍ 11: ສ້າງຕົວເມືອງ ແລະ ຊຸມຊົນທີ່ຍືນຍົງ ແລະ ປພຍ 17: ການເປັນຄູ່ຮ່ວມມື ເພື່ອເປົ້າ ໝາຍການພັດທະນາແບບຍືນຍົງ ແລະ ມີ 36 ປະເທດ ໄດ້ສະເໜີບົດ ລາຍງານແຫ່ງຊາດແບບສະໝັກໃຈ ກ່ຽວກັບການຈັດຕັ້ງປະຕິບັດ ປພຍ (VNR). ອີງຕາມບົດລາຍງານ ຂອງອົງການ ສປຊ, ປັດຈຸບັນໃນ ທົ່ວໂລກສາມາດຈັດຕັ້ງປະຕິບັດ ເປົ້າໝາຍການພັດທະນາແບບຍືນ ຍົງ ໄດ້ພຽງ 36% ເທົ່ານັ້ນ ຊຶ່ງ ໜຶ່ງໃນບັນດາສິ່ງທ້າທາຍອັນໃຫຍ່ ຫລວງ ແມ່ນການສະໜອງທຶນໃຫ້ ແກ່ການຈັດຕັ້ງປະຕິບັດທີ່ບໍ່ພຽງພໍ. ໃນນີ້, ປະເທດທີ່ມີຄວາມອ່ອນໄຫວ ໂດຍສະເພາະປະເທດດ້ອຍພັດທະ ນາ, ປະເທດກຳລັງພັດທະນາບໍ່ມີ ຊາຍແດນຕິດທະເລ ແລະ ປະເທດ ເກາະດອນນ້ອຍ ແມ່ນພົບກັບສິ່ງທ້າ ທາຍຫລາຍກວ່າໝູ່ ຊຶ່ງຍັງເຫລືອ ເວລາເພື່ອຈັດຕັ້ງປະຕິບັດອີກພຽງ ແຕ່ 4 ປີ ຈົນຮອດປີ 2030. ຫົວໜ້າຄະນະຜູ້ແທນ ສປປ ລາວ ນໍາໂດຍ ທ່ານ ອານຸພາບ ວົງ ໜໍ່ແກ້ວ ຮອງລັດຖະມົນຕີກະຊວງ ການຕ່າງປະເທດ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນຕາງໜ້າໃຫ້ບັນ ດາປະເທດ ອາຊຽນ ໂດຍໄດ້ເນັ້ນ ເຖິງຜົນກະທົບທີ່ແກ່ຍາວມາຈາກ ວິກິດການຕ່າງໆຂອງໂລກ ລວມ ທັງຜົນກະທົບຈາກສົງຄາມ, ຂໍ້ຫຍຸ້ງ ຍາກດ້ານເສດຖະກິດ-ການເງິນ ແລະ ໄພພິບັດທໍາມະຊາດທີ່ເພີ່ມທະ ວີຄວາມຮຸນແຮງຂຶ້ນ ຊຶ່ງທັງໝົດໄດ້ ສົ່ງຜົນກະທົບຕໍ່ການຈັດຕັ້ງປະຕິບັດ ວາລະ 2030 ເພື່ອການພັດທະນາ ແບບຍືນຍົງ, ພ້ອມທັງຮຽກຮ້ອງ ໃຫ້ບັນດາປະເທດສະມາຊິກ ສປຊ ຍົກສູງການຮ່ວມມືແບບຮອບດ້ານ ແລະ ໃຫ້ການຊ່ວຍເຫລືອບັນດາ ປະເທດທີ່ອ່ອນໄຫວ ເພື່ອສາມາດ ຈັດຕັ້ງປະຕິບັດວາລະ 2030 ໃຫ້ ມີຜົນຄືບໜ້າ. ສປປ ລາວ ມີເຈດ ຈໍານົງເພື່ອສະເໜີບົດລາຍງານ ແຫ່ງຊາດແບບສະໝັກໃຈ ສະບັບ ທີ 4 ກ່ຽວກັບການຈັດຕັ້ງປະຕິບັດ ເປົ້າໝາຍການພັດທະນາແບບຍືນ ຍົງ ຕໍ່ກອງປະຊຸມໃນປີ 2027 ຊຶ່ງ ຈະເຊື່ອມສານບົດລາຍງານລະດັບ ທ້ອງຖິ່ນເຂົ້າໃນບົດລາຍງານແຫ່ງ ຊາດເປັນຄັ້ງທໍາອິດ; ຈະສືບຕໍ່ພັດ ທະນາເສດຖະກິດຕາມທິດຍືນຍົງ ແລະ ສີຂຽວ, ສ້າງພື້ນຖານເສດ ຖະກິດໃຫ້ມີຄວາມເຂັ້ມແຂງ ແລະ ສາມາດເປັນເຈົ້າຕົນເອງ. ໃນໂອກາດນີ້, ຫົວໜ້າຄະນະຜູ້ ແທນ ສປປ ລາວ ຍັງໄດ້ພົບປະກັບ ທ່ານ ນາງ ຣາບັບ ຟາຕີມາ ຮອງ ເລຂາທິການໃຫຍ່ອົງການ ສປຊ, ຜູ້ຕາງໜ້າຂັ້ນສູງ ສໍາລັບປະເທດ ດ້ອຍພັດທະນາ, ປະເທດກໍາລັງ ພັດທະນາບໍ່ມີຊາຍແດນຕິດທະເລ ແລະ ປະເທດເກາະດອນນ້ອຍ ແລະ ທ່ານ ອອສກາ ເຟີນັນເດສ ຜູ້ຊ່ວຍ ເລຂາທິການໃຫຍ່ ສປຊ ຮັບຜິດ ຊອບວຽກງານປະສານງານດ້ານ ການພັດທະນາ ເພື່ອແລກປ່ຽນ ກ່ຽວກັບທິດທາງການຮ່ວມມື ລະ ຫວ່າງ ລັດຖະບານລາວ ແລະ ອົງ ການ ສປຊ ໃນຕໍ່ໜ້າ ລວມທັງກົນ ໄກສະໜັບສະໜູນເພື່ອໃຫ້ ສປປ ລາວ ມີຄວາມກຽມພ້ອມຫລຸດພົ້ນ ອອກຈາກສະຖານະພາບດ້ອຍພັດ ທະນາຢ່າງໂລ່ງລ່ຽນ ແລະ ຢືນຍົງ ໃນຕໍ່ໜ້າ. ແປງສະໜາມກິລາເຈົ້າອະນຸວົງ ຊຶ່ງ ຖືເປັນສັນຍະລັກແຫ່ງມິດຕະພາບ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ທີ່ມີກຳນົດຈະສຳເລັດການກໍ່ສ້າງ ໃນເດືອນຕຸລາ 2026 ນີ້. ພ້ອມ ນີ້, ທ່ານ ກິຊິດະ ຟູມິໂອະ ຍັງໄດ້ ຊຸກຍູ້ຂໍ້ລິເລີ່ມການເຊື່ອມຕໍ່ ຍີ່ປຸ່ນແມ່ນ້ຳຂອງ ຊຶ່ງມີສ່ວນສຳຄັນໃນ ການຫັນປ່ຽນ ສປປ ລາວ ຈາກປະ ເທດທີ່ບໍ່ມີທາງອອກສູ່ທະເລໃຫ້ ກາຍເປັນສູນກາງການເຊື່ອມຕໍ່ ທາງບົກຂອງພາກພື້ນ ໂດຍຜ່ານ ການພັດທະນາພື້ນຖານໂຄງລ່າງ, ລະບົບການຂົນສົ່ງ ແລະ ອື່ນໆ. ນອກນີ້, ທ່ານ ກິຊິດະ ຟູມິໂອະ ຍັງໃຫ້ການສະໜັບສະໜູນ ແລະ ສົ່ງເສີມບົດບາດຂອງ ສປປ ລາວ ໃນເວທີພາກພື້ນ ແລະ ສາກົນ ທັງ ໃນໄລຍະການດຳລົງຕຳແໜ່ງປະ ທານອາຊຽນ ແລະ ການຮັດແໜ້ນ ກົນໄກການປະຊຸມສຸດຍອດອາຊີ ຕາເວັນອອກ ຊຶ່ງທັງໝົດນີ້ລ້ວນແຕ່ ເປັນການປະກອບສ່ວນພັດທະນາ ເສດຖະກິດ-ສັງຄົມຂອງ ສປປ ລາວ ແລະ ຮັດແໜ້ນສາຍພົວພັນ ມິດຕະພາບ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ໃຫ້ແຕກດອກອອກຜົນ ຍິ່ງໆຂຶ້ນ. ໃນໂອກາດດຽວກັນ, ທ່ານ ກິ ຊິດະ ຟຸມິໂອະ ໄດ້ສະແດງຄວາມ ພາກພູມໃຈ ແລະ ເປັນກຽດຢ່າງ ສູງທີ່ໄດ້ຮັບການປະດັບຫລຽນ ກຽດຕິຄຸນຈາກລັດຖະບານ ແຫ່ງ ສປປ ລາວ ໃນຄັ້ງນີ້. ທ່ານ ກິຊິດະ ໄດ້ຫວນຄືນຄວາມຊົງຈໍາໄລຍະທີ່ ທ່ານດໍາລົງຕໍາແໜ່ງເປັນລັດຖະ ມົນຕີຕ່າງປະເທດ ແຫ່ງ ຍີ່ປຸ່ນ ໄດ້ ເດີນທາງມາຢ້ຽມຢາມ ສປປ ລາວ ຈໍານວນ 2 ຄັ້ງ ໂດຍສະເພາະໃນ ໂອກາດທີ່ ສປປ ລາວ ເປັນປະທານ ກອງປະຊຸມສຸດຍອດອາຊຽນ ໃນ ປີ 2016. ໃນປີ 2023 ໃນນາມ ນາຍົກລັດຖະມົນຕີ ແຫ່ງ ຍີ່ປຸ່ນ ທ່ານໄດ້ເປັນເຈົ້າພາບຈັດກອງປະ ຊຸມສຸດຍອດພິເສດ ເພື່ອສະເຫລີມ ສະຫລອງວັນສ້າງຕັ້ງສາຍພົວພັນ ມິດຕະພາບ ແລະ ການຮ່ວມມື ອາ ຊຽນ-ຍີ່ປຸ່ນ ຄົບຮອບ 50 ປີ ຢູ່ ໂຕກຽວ ຍີ່ປຸ່ນ, ໂດຍໄດ້ພົບປະສອງ ຝ່າຍກັບ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຊຶ່ງໄດ້ຮັບໝາກຜົນອັນຈົບ ງາມ. ທ່ານ ກິຊິດະ ຍັງໄດ້ກ່າວ ຕື່ມວ່າ ໃນປີ 2025 ຊຶ່ງເປັນປີສະ ເຫລີມສະຫລອງ ຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນ ການທູດລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ, ສອງປະເທດໄດ້ຍົກ ລະດັບການພົວພັນຂຶ້ນເປັນຄູ່ຮ່ວມ ຍຸດທະສາດຮອບດ້ານ. ນອກຈາກ ນີ້, ທ່ານຍັງຮູ້ສຶກປິຕິຍິນດີເປັນຢ່າງ ຍິ່ງທີ່ຄວາມເຂົ້າໃຈ ແລະ ຄວາມ ເຊື່ອໝັ້ນເຊິ່ງກັນ ແລະ ກັນ ລະ ຫວ່າງປະຊາຊົນສອງຊາດໄດ້ຮັບ ການລົງເລິກຕື່ມອີກບາດກ້າວໜຶ່ງ ຜ່ານການສະເດັດຢ້ຽມຢາມ ສປປ ລາວ ຂອງສົມເດັດ ເຈົ້າຍິງ ໄອໂກະ ໃນເດືອນພະຈິກ 2025. ທ່ານ ກິ ຊິດະ ໄດ້ເນັ້ນໜັກວ່າຫລຽນກຽດ ຕິຄຸນທີ່ໄດ້ຮັບໃນຄັ້ງນີ້ ແມ່ນໝາກ ຜົນແຫ່ງຄວາມພະຍາຍາມຢ່າງບໍ່ ຢຸດຢັ້ງຂອງທຸກໆທ່ານ ທີ່ໄດ້ອຸທິດ ຕົນເພື່ອການພັດທະນາສາຍພົວພັນ ສອງຝ່າຍ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ຕະຫລອດມາ. ນອກຈາກນີ້, ທ່ານ ອໍາໄພ ກິນ ດາວົງ ຍັງໄດ້ມອບຫລຽນກຽດຕິ ຄຸນແຫ່ງ ລັດຖະບານ ສປປ ລາວ ໃຫ້ແກ່ ທ່ານ ອາເບະ ຊິນໂຊະ ອະດີດນາຍົກລັດຖະມົນຕີ ແຫ່ງ ຍີ່ປຸ່ນ, ຊຶ່ງ ທ່ານ ນາງ ອາເບະ ອະກິ ເອະ ພັນລະຍາຂອງທ່ານ ອາເບະ ຊິນໂຊະ ໄດ້ຕາງໜ້າຮັບຫລຽນ ກຽດຕິຄຸນດັ່ງກ່າວ; ທ່ານທູດ ຍັງ ໄດ້ປະດັບຫລຽນໄຊມິດຕະພາບໃຫ້ ແກ່ບຸກຄົນ ຈໍານວນ 4 ທ່ານ ແລະ 1 ກົມກອງ ຊຶ່ງປະກອບມີ: ທ່ານ ນາງ ຊຶຈິຢະ ຊິນະໂກະ ປະທານ ສະມາຄົມມິດຕະພາບລັດຖະສະພາ ຍີ່ປຸ່ນ-ລາວ, ທ່ານ ຕະກະຮະຊິ ຊຸ ຊຸມຸ ປະທານສະມາຄົມມິດຕະພາບ ໄຊຕະມະ-ລາວ, ທ່ານ ກະວະ ມຸຣະ ຕະເກະໂອະ ອະດີດປະທານ ສະມາຄົມມິດຕະພາບລັດຖະສະພາ ຍີ່ປຸ່ນ-ລາວ, ທ່ານ ຢະມະດະ ໂອະ ຊະມຶຊຶ ອະດີດປະທານສະມາຄົມ ມິດຕະພາບ ຄາວາຊະກິ-ລາວ, ປະທານກິດຕິມະສັກສະພາການຄ້າ ແລະ ອຸດສາຫະກໍາ ເມືອງຄາວາ ຊະກິ ແລະ ສະມາຄົມມິດຕະພາບ ລັດຖະສະພາ ຍີ່ປຸ່ນ-ລາວ. ພ້ອມ ນັ້ນ, ກໍໄດ້ມອບຫລຽນໄຊພັດທະນາ ຊັ້ນ I ໃຫ້ແກ່ອົງການ JICA, ຫລຽນ ກາມິດຕະພາບໃຫ້ແກ່ບຸກຄົນ ຈໍາ ນວນ 8 ທ່ານ ແລະ 5 ກົມກອງ ແລະ ມອບໃບຍ້ອງຍໍລັດຖະບານ ໃຫ້ແກ່ບຸກຄົນ ຈໍານວນ 13 ທ່ານ ແລະ 8 ກົມກອງ. ທ່ານ ອໍາໄພ ກິນດາວົງ (ຂວາ)

RkJQdWJsaXNoZXIy MTc3MTYxMQ==