10/07/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ບົດສະເໜີົີ ໂດຍ: ມາລີດດາີ ພາບປະກອບ ຂປລ. ການພັດທະນາຊົນນະບົດ ແລະ ການແກ້ໄຂຄວາມທຸກຍາກ ຍັງເປັນໜຶ່ງໃນວາລະສຳຄັນຂອງ ຊາດ ທີ່ລັດຖະບານລາວໃຫ້ຄວາມ ສຳຄັນສູງສຸດ. ເນື່ອງຈາກປັດຈຸບັນ ຍັງມີຄອບຄົວທຸກຍາກປະມານ 189.000 ຄອບຄົວ, ບ້ານທຸກຍາກ ຫລາຍກວ່າ 2.000 ບ້ານ ແລະ ເມືອງທຸກຍາກ66 ເມືອງຊຶ່ງສະພາບ ດັ່ງກ່າວ ໄດ້ກາຍເປັນແຮງຜັກດັນໃຫ້ ລັດຖະບານກຳນົດວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ຂປລ. ໃນປີ 2026 ນີ້, ແຂວງ ອັດຕະປື ກະກຽມການປ່ອຍລູກ ປາຫລາຍຊະນິດລົງໃສ່ແຫລ່ງນໍ້າ ທໍາມະຊາດໃຫ້ໄດ້ຫລາຍກວ່າ 7,6 ລ້ານໂຕ. ໃນນີ້, ສະເພາະວັນປ່ອຍ ປາ ແລະ ສັດນໍ້າແຫ່ງຊາດ ວັນທີ 13 ກໍລະກົດ 2026 ຢູ່ບັນດາ 5 ຕົວເມືອງຂອງແຂວງ ແມ່ນຈະປ່ອຍ ລູກປາ ໃຫ້ໄດ້ 218.500 ໂຕ ແລະ ພິທີໃຫຍ່ຂອງແຂວງຈະຈັດຂຶ້ນທີ່ ວັງສະຫງວນເຊນໍ້ານ້ອຍ ບ້ານໃຫຍ່ ໝື່ນຫົວເມືອງ ເມືອງສາມັກຄີໄຊ, ສ່ວນທີ່ເຫລືອຈະສືບຕໍ່ປ່ອຍຕາມ ແຜນການຂອງແຕ່ລະເມືອງໃຫ້ໄດ້ ທັງໝົດ 7,4 ລ້ານກວ່າໂຕ. ທ່ານ ສັກບັນດິດ ຈັນທະລັງສີ ຮອງຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງອັດຕະປືໄດ້ໃຫ້ ສໍາພາດໃນວັນທີ 8 ກໍລະກົດ 2026 ນີ້ວ່າ: ໃນໄລຍະຊຸມປີຜ່ານມາ ການ ຈັດຕັ້ງທຸກຂັ້ນໄດ້ເປັນເຈົ້າການຈັດ ກິດຈະກໍາປ່ອຍປາ ແລະ ສັດນໍ້າຄືນ ສູ່ແຫລ່ງນໍ້າທໍາມະຊາດ, ຕາມອ່າງ va f8txn ,u czo9txj vp]6 dxk .lj cs]j 'oEme,t-kf .sh wfh s]kpd;j k 7,6 ]h ko38 ແລະການແກ້ໄຂຄວາມທຸກຍາກ ເພື່ອ ເປັນທິດທາງໃນໄລຍະ 3 ປີຂ້າງໜ້າ ໃນການຫລຸດຜ່ອນຄວາມທຸກຍາກ ຂອງປະຊາຊົນລົງເທື່ອລະກ້າວ ທ່ານ ກົງເພັດ ແກ້ວບົວພາ ຮອງ ປະທານສະພາປະຊາຊົນແຂວງ, ສະມາຊິກສະພາແຫ່ງຊາດ ເຂດ ເລືອກຕັ້ງທີ 3 ແຂວງຫລວງນໍ້າທາ ໃຫ້ຮູ້ວ່າ: ມື້ນີ້ເປັນມື້ທີ 3 ຂອງການ ດໍາເນີນກອງປະຊຸມສະໄໝສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X , ບັນດາສະມາຊິກສະພາ ແຫ່ງຊາດ ກໍໄດ້ຄົ້ນຄວ້າຕໍ່ການ ສະເໜີຂອງລັດຖະບານກ່ຽວກັບ ວາລະແຫ່ງຊາດ ການພັດທະນາ ຊົນນະບົດ ແລະ ການແກ້ໄຂຄວາມ ທຸກຍາກ ໂດຍເນື້ອໃນຕົ້ນຕໍມີຫລາຍ ບັນຫາສໍາຄັນ ຜ່ານການປະເມີນ ຕາມດໍາລັບ 348 ເຫັນວ່າຄອບຄົວ ທຸກຍາກປະມານ 189.000 ຄອບ ຄົວ, ບ້ານທຸກຍາກຫລາຍກວ່າ 2.000 ບ້ານ ແລະ ເມືອງທຸກຍາກ 66 ເມືອງ. ຍ້ອນສາເຫດດັ່ງກ່າວ ລັດຖະບານຈຶ່ງກໍານົດວ່າລະແຫ່ງ ຊາດສຸມໃສ່ 2 ບັນຫາສຳຄັນ ຄື: ໜຶ່ງ: ການສ້າງອາຊີບ ແລະ ແຫລ່ງ ລາຍຮັບທີ່ໝັ້ນຄົງໃຫ້ປະຊາຊົນເຂດ ຊົນນະບົດ; ສອງ: ການພັດທະນາ ພື້ນຖານໂຄງລ່າງ ແລະ ສິ່ງອຳນວຍ ຄວາມສະດວກໃນເຂດຊົນນະບົດ, ຖ້າສາມາດດຳເນີນໄດ້ຕາມເປົ້າ ໝາຍຈະຊ່ວຍຫລຸດຈຳນວນຄອບ ຄົວ ແລະ ບ້ານທຸກຍາກລົງໄດ້ຢ່າງ ເປັນຮູບປະທຳ. ນອກຈາກນີ້, ຍັງກຳນົດ 8 ຄາດ ໝາຍໃຫຍ່, 5 ຫລັກການ ຄື: ຫລັກ ການຮັບປະກັນຄວາມເດັດຂາດ ໃນການຈັດຕັ້ງປະຕິບັດ, ຄວາມ ໂປ່ງໃສ, ການນຳໃຊ້ວິທະຍາສາດ ແລະ ວິຊາການໃນການຊີ້ນໍາ-ນໍາ ພາປະຊາຊົນບໍ່ວ່າຈະເປັນດ້ານກະ ສິກໍາ, ປູກຝັງ, ລ້ຽງສັດ ແລະ ອື່ນໆ ທີ່ຊ່ວຍໃນການສ້າງອາຊີບໃຫ້ ປະຊາຊົນກໍຕ້ອງເປັນມືອາຊີບ ແລະ ຫລັກການຮັບປະກັນຄຸນນະພາບ ແລະ ຄວາມຍືນຍົງໃນການພັດທະ ນາຊົນນະບົດ ແລະ ແກ້ໄຂຄວາມ ທຸກຍາກ. ພ້ອມນັ້ນ, ຍັງກຳນົດ ວຽກຈຸດສຸມ ຄື: ການສ້າງອາຊີບ ທີ່ໝັ້ນຄົງໃຫ້ປະຊາຊົນ, ການພັດ ທະນາພື້ນຖານໂຄງລ່າງ, ການ ສ້າງຄວາມເຂັ້ມແຂງໃຫ້ອົງການ ຈັດຕັ້ງຂັ້ນທ້ອງຖິ່ນ, ການຍາດແຍ່ງ ເອົາທຶນ ເພື່ອພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ, ການ ສ້າງ ແລະ ປັບປຸງກົດໝາຍ ລວມ ທັງກົນໄກການປະສານງານລະ ຫວ່າງກະຊວງ, ທ້ອງຖິ່ນ ແລະ ຂະແໜງການທີ່ກ່ຽວຂ້ອງ. ເພື່ອ ແກ້ໄຂບັນຫາດັ່ງກ່າວ ລັດຖະບານ ຄາດໝາຍວ່າຫາກວາລະແຫ່ງຊາດ ໄດ້ຮັບການຮັບຮອງ ແລະ ນຳໄປ ຈັດຕັ້ງຢ່າງຈິງຈັງຈະສາມາດຫລຸດ ຈຳນວນຄອບຄົວທຸກຍາກລົງປະ ມານ 100.000 ຄອບຄົວ ແລະ ຫລຸດອັດຕາຄວາມທຸກຍາກຈາກ 14% ໃຫ້ເຫລືອປະມານ 8% ພ້ອມ ກັບຫລຸດຈຳນວນບ້ານ ແລະ ເມືອງ ທຸກຍາກລົງຕາມເປົ້າໝາຍ. ສະນັ້ນ, ຈຶ່ງຮຽກຮ້ອງໃຫ້ທຸກກະຊວງ, ທຸກ ຂະແໜງການ ແລະ ທຸກລະດັບການ ປົກຄອງຮ່ວມກັນວາງແຜນ ປະສານ ງານຢ່າງໃກ້ຊິດ ເພື່ອແກ້ໄຂໄປໃນ ທິດທາງດຽວກັນ. ສິ່ງສຳຄັນອີກ ປະການໜຶ່ງ ຄື ການມີສ່ວນຮ່ວມ ຂອງປະຊາຊົນຕ້ອງເປັນເຈົ້າການ ເຂົ້າຮ່ວມ ໂດຍສະເພາະແມ່ນການ ເຂົ້າເຊື່ອມຊຶມຮັບຮູ້ເນື້ອໃນຈິດໃຈ ຂອງວາລະແຫ່ງຊາດສະບັບນນີ້ເພື່ອ ໃຫ້ການຈັດຕັ້ງປະຕິບັດໄດ້ຮັບຜົນດີ. ທ່ານ ກົງເພັດ ກ່າວຕື່ມວ່າ: ເຖິງແມ່ນວາລະແຫ່ງຊາດ ຈະ ກຳນົດໄລຍະດຳເນີນງານ 3 ປີ, ແຕ່ວຽກງານທີ່ຍັງບໍ່ສຳເລັດຈະໄດ້ ຮັບການສືບຕໍ່ ໂດຍມີການຕິດຕາມ ແລະ ປະເມີນຜົນເປັນໄລຍະ. ພ້ອມ ທັງຮຽກຮ້ອງໃຫ້ທຸກກະຊວງ, ທຸກ ຂະແໜງການ, ທຸກລະດັບການ ປົກຄອງ ແລະ ປະຊາຊົນຮ່ວມກັນ ປະສານງານ ແລະ ຈັດຕັ້ງປະຕິວັດ ວາລະແຫ່ງຊາດຢ່າງເຂັ້ມແຂງ ເພື່ອ ໃຫ້ບັນລຸເປົ້າໝາຍການພັດທະນາ ຊົນນະບົດ ແລະ ຍົກລະດັບຄຸນນະ ພາບຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ດີຂຶ້ນຢ່າງຍືນຍົງ. ໂດຍ: ວັດທະນາ ເກັບນໍ້າ, ຕາມໜອງ ແລະ ແຫລ່ງນໍ້າ ອື່ນໆ, ເພື່ອຄືນຄວາມອຸດົມສົມບູນ ໃຫ້ແກ່ທໍາມະຊາດ, ທັງເປັນການ ຊຸກຍູ້ສົ່ງເສີມ ແລະ ປູກຈິດສໍານຶກໃນ ການອະນຸລັກ, ປົກປັກຮັກສາ ແລະ ພັດທະນາປາ ແລະ ສັດນໍ້າ ເພື່ອຮັບ ປະກັນຄວາມໝັ້ນຄົງທາງດ້ານສະ ບຽງອາຫານ. ເນື່ອງໃນໂອກາດ ວັນປ່ອຍປາ ແລະ ສັດນໍ້າແຫ່ງຊາດ ວັນທີ 13 ກໍລະກົດ 2026 ທີ່ຈະ ມາເຖິງນີ້, ທາງພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ ໄດ້ ເປັນເຈົ້າການປະສານສົມທົບກັບ ຂະແໜງການທີ່ກ່ຽວຂ້ອງຂອງ ແຂວງ ແລະ ບັນດາເມືອງໃນການ ຈັດພິທີປ່ອຍປາ ແລະ ສັດນໍ້າ ໃຫ້ ເປັນຂະບວນຟົດຟື້ນ. ໃນນັ້ນ, ເມືອງ ໄຊເສດຖາ ມີແຜນການປ່ອຍປາໃຫ້ ໄດ້ 2,3 ລ້ານໂຕ, ເມືອງສະໜາມ ໄຊ ໃຫ້ໄດ້ 1.650.000 ໂຕ, ເມືອງ ຊານໄຊ ໃຫ້ໄດ້ 1 ລ້ານໂຕ, ເມືອງ ພູວົງ ໃຫ້ໄດ້ 550.000 ໂຕ. ນອກ ນັ້ນ, ຍັງມີພາກສ່ວນລັດວິສາຫະກິດ ເຂື່ອນໄຟຟ້ານໍ້າກົງ 1, 2, 3 ປ່ອຍ ຢູ່ໜ້າເຂື່ອນ 300.000 ໂຕ, ຜູ້ ປະກອບການຫາປາ ແລະ ສັດນໍ້າ ຢູ່ເຂື່ອນໄຟຟ້າເຊກະໝານ 1 ຈໍາ ນວນ 20.000 ໂຕ, ຜູ້ປະກອບການ ຫາປາ ແລະ ສັດນໍ້າ ຢູ່ເຂື່ອນໄຟຟ້າ ນໍ້າກົງ 3 ຈໍານວນ 20.000 ໂຕ, ຜູ້ ປະກອບການຫາປາ ແລະ ສັດນໍ້າ ຢູ່ເຂື່ອນໄຟຟ້ານໍ້າກົງ 1 ຈໍານວນ 20.000 ໂຕ. ພ້ອມນີ້, ທ່ານ ສັກບັນດິດ ຈັນທະ ລັງສີ ໄດ້ຮຽກຮ້ອງມາຍັງບັນດາ ພະນັກງານ, ທະຫານ, ຕຳຫລວດ, ນັກທຸລະກິດ ຜູ້ປະກອບການລວມ ທັງປະຊາຊົນບັນດາເຜົ່າ ຈົ່ງພ້ອມ ກັນໃຫ້ຄວາມສໍາຄັນຂອງປາ ແລະ ສັດນໍ້າ ບໍ່ແມ່ນພຽງແຕ່ການເອົາ ປາລົງນໍ້າແລ້ວຈົບໄປ, ແຕ່ມັນ ແມ່ນການສ້າງຊີວິດໃໝ່ ໃຫ້ກັບ ທຳມະຊາດ ເພື່ອຟື້ນຟູຄວາມສົມ ດຸນຂອງລະບົບນິເວດ ແລະ ເພີ່ມ ແຫລ່ງອາຫານທີ່ໝັ້ນຄົງໃຫ້ກັບ ປະຊາຊົນ, ການປ່ອຍປາເປັນເລື່ອງ ທີ່ດີ, ແຕ່ສິ່ງທີ່ສໍາຄັນກວ່າແມ່ນການ ຢຸດຕິການຫາປາແບບດັບສູນ ເຊັ່ນ: ການຊ໋ອດໄຟ, ການເບື່ອປາ ຫລື ການຫາປາໃນລະດູວາງໄຂ່, ເນື່ອງ ຈາກ ປາ ແລະ ສັດນໍ້າ ແມ່ນຊັບສິນ ຂອງພວກເຮົາທຸກຄົນທີ່ຕ້ອງຊ່ວຍ ກັນເບິ່ງແຍງ, ຄຽງຄູ່ກັນນັ້ນ ກໍຕ້ອງ ຊຸກຍູ້ການລ້ຽງປາ ແລະ ສັດນໍ້າໃນ ໜອງ, ໃນກະຊັງຕາມແມ່ນໍ້າລຳເຊ, ອ່າງເກັບນໍ້າເຂື່ອນໄຟຟ້າ ແລະ ອ່າງ ເກັບນໍ້າຊົນລະປະທານ, ທີ່ມີການ ຄຸ້ມຄອງ ແລະ ນໍາໃຊ້ເຕັກນິກເຂົ້າ ຊ່ວຍ ເພື່ອເພີ່ມສະມັດຕະພາບການ ຜະລິດທີ່ສາມາດຕອບສະໜອງ ຄວາມຕ້ອງການບໍລິໂພກຊີ້ນປາ ແລະ ສັດນໍ້າ ໃຫ້ພຽງພໍຕາມຄວາມ ຕ້ອງການ ແລະ ກາຍເປັນສິນຄ້າ ສົ່ງອອກ. ພາບປະກອບ ພາບປະກອບ ພາບປະກອບ ]a f4t[ko8A 'gxQ k\kp 3 xu 8|h k9tl6 h -q olh k'7v[7q ;rQ om5 d.sh wfh 100.000 7v[7q ; +
RkJQdWJsaXNoZXIy MTc3MTYxMQ==