10/07/2026 gsfdko c]t dkora fa mtok xtgmf]k; 4 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ຫ້ອງວ່າການສູນກາງພັກ...້ ອ່ າູ ນັ ກ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ m6 f]k; pnj olko8k8A '8+ xtmkokmy [= fu lkmk]tot]a f vu 8k]u Iv']a f4t,q o8u lld 8y f8k,[A olv[gla '9q [-A o ,.7 [e]5 ' 16j l6 olv[gla ';y mtpkw]ly ]txtcsj '-kf ຂປລ. ໃນວັນທີ 6 ກໍລະກົດ 2026 ຜ່ານມາ, ທີ່ນະຄອນຫລວງ ໂຣມ, ທ່ານ ດາວວີ ວົງໄຊ ໄດ້ເຂົ້າ ຍື່ນສານຕາຕັ້ງຕໍ່ ທ່ານ ແຊຈິໂອ ມັດ ຕາເຣນລາ (H.E. Mr. Sergio Mattarel la) ປະທານາທິບໍດີ ແຫ່ງ ສາທາລະນະລັດ ອີຕາລີ ເພື່ອ ດໍາລົງຕຳແໜ່ງເປັນເອກອັກຄະລັດ ຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະ ໄຕ ປະຊາຊົນລາວ ປະຈຳ ສາທາ ລະນະລັດ ອີຕາລີ ຊຶ່ງມີສໍານັກງານ ຕັ້ງຢູ່ເຊີແນວ, ປະເທດສະວິດ. ພາຍຫລັງການຍື່ນສານຕາຕັ້ງ, ທ່ານເອກອັກຄະລັດຖະທູດລາວຄົນ ໃໝ່ ໄດ້ຮັບກຽດຢ້ຽມຂ່ຳນັບ ແລະ ພົບປະກັບປະທານາທິບໍດີ ໂດຍທ່ານ ທູດໄດ້ນໍາເອົາຄວາມຢື້ຢາມຖາມ ຂ່າວອັນອົບອຸ່ນ ແລະ ພອນໄຊອັນ ປະເສີດຈາກ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ສົ່ງເຖິງ ທ່ານ ແຊຈິໂອ ມັດຕາເຣນ ລາ ແລະ ຜ່ານທ່ານໄປຍັງລັດຖະ ບານ ແລະ ປະຊາຊົນ ອີຕາລີ ທຸກ ຖ້ວນໜ້າ, ພ້ອມທັງໄດ້ສະແດງ ຄວາມຂອບໃຈຢ່າງເລິກເຊິ່ງຕໍ່ການ ຕ້ອນຮັບອັນອົບອຸ່ນ. ໃນໂອກາດດັ່ງກ່າວ, ທ່ານປະ ທານາທິບໍດີ ກໍໄດ້ສະແດງຄວາມ ຊົມເຊີຍ ທ່ານເອກອັກຄະລັດຖະທູດ ລາວຄົນໃໝ່ປະຈຳສາທາລະນະລັດ ອີຕາລີ, ພ້ອມທັງໄດ້ຝາກຄວາມຢື້ ຢາມຖາມຂ່າວອັນອົບອຸ່ນ ແລະ ພອນໄຊອັນປະເສີດໄປຍັງ ທ່ານ ປະທານປະເທດ, ລັດຖະບານ ແລະ ປະຊາຊົນລາວ ເຊັ່ນກັນ, ພ້ອມ ທັງອວຍພອນໃຫ້ທ່ານເອກອັກຄະ ລັດຖະທູດ ປະສົບຜົນສໍາເລັດໃນ ການປະຕິບັດໜ້າທີ່ ເພື່ອສົ່ງເສີມ ການພົວພັນຮ່ວມມື ຂອງສອງປະ ເທດໃນຕໍ່ໜ້າ. ໂອກາດນີ້, ທັງສອງຝ່າຍໄດ້ ແລກປ່ຽນຄຳຄິດຄຳເຫັນ ກ່ຽວກັບ ການພົວພັນມິດຕະພາບອັນຍາວ ຂປລ. ໃນວັນທີ 7 ກໍລະກົດ 2026, ທ່ານ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີ ກະຊວງ ສຶກສາທິການ ແລະ ກິລາ ພ້ອມດ້ວຍ ຄະນະ ໄດ້ລົງຢ້ຽມຢາມ ແລະ ຕິດ ຕາມກວດກາຄວາມເປັນລະບຽບ ຮຽບຮ້ອຍ ໃນການດຳເນີນການ ສອບເສັງຈົບຊັ້ນມັດທະຍົມສຶກສາ ຕອນປາຍ (ມ7) ບໍາລຸງ ສົກຮຽນ 2025-2026 ຢູ່ທີ່ສູນສອບເສັງ ວິທະຍາໄລສິລະປະແຫ່ງຊາດ ໂດຍ ການຕ້ອນຮັບຂອງ ທ່ານ ວິລະພັນ ຊາພູວົງ ຜູ້ອໍານວຍການວິທະຍາໄລ ສິລະປະແຫ່ງຊາດ ພ້ອມດ້ວຍຄະ ນະອໍານວຍການ, ຄະນະນໍາພະ ແນກສຶກສາທິການ ແລະ ກິລາ ນະ ຄອນຫລວງວຽງຈັນ, ຄະນະກຳມະ ການສອບເສັງ ແລະ ພາກສ່ວນທີ່ ກ່ຽວຂ້ອງເຂົ້າຮ່ວມ. ໂອກາດນີ້, ທ່ານ ນາງ ດາລາ ວອນ ກິດຕິພັນ ໄດ້ສະແດງຄວາມ ຍ້ອງຍໍຊົມເຊີຍຕໍ່ກັບການກຽມພ້ອມ ຮອບດ້ານ ຂອງຄະນະກຳມະການ ອະນຸກຳມະການທຸກພາກສ່ວນ ໄດ້ ມີຄວາມເອົາໃຈໃສ່ສູງໃນການຈັດ ຕັ້ງປະຕິບັດ ແລະ ກຽມຄວາມພ້ອມ ດ້ານສະຖານທີ່, ຄວາມເປັນລະບຽບ ຮຽບຮ້ອຍ ແລະ ລະບຽບການສອບ ເສັງຢ່າງເຂັ້ມງວດ. ຄ່ຽງຄູກັນນັ້ນ, ກໍໃຫ້ຄູ-ອາຈານທີ່ເຮັດໜ້າທີ່ເປັນ ກຳມະການເຝົ້າຫ້ອງສອບເສັງ ປະ ນີ້ ໄດ້ເລີ່ມຈັດຕັ້ງການຮຽນ-ການ ສອນມາແຕ່ວັນທີ15ກັນຍາ 2025 ຫາ ວັນທີ 23 ມິຖຸນາ 2026 ໂດຍ ມີການຮຽນ 3 ວັນຕໍ່ອາທິດ (ວັນ ຈັນ, ວັນອັງຄານ ແລະ ວັນເສົາ, ວັນລະ 7 ຊົ່ວໂມງ) ລວມເປັນ 21 ຊົ່ວໂມງຕໍ່ອາທິດ ແລະ ຕະຫລອດ ສົກຮຽນມີທັງໝົດ 672 ຊົ່ວໂມງ ໃນ 10 ວິຊາຮຽນ ຄື: ຄະນິດສາດ, ພາສາລາວ, ວັນນະຄະດີ, ຟີຊິກ ສາດ, ເຄມີສາດ, ຊີວະສາດ, ພູມ ສາດ, ປະຫວັດສາດ, ສຶກສາພົນ ລະເມືອງ ແລະ ພາສາອັງກິດ. ເພື່ອຮັບປະກັນໃຫ້ການສອບ ເສັງດຳເນີນໄປດ້ວຍຄວາມສະ ຫງົບ, ປອດໄພ, ໂປ່ງໃສ, ຍຸຕິທຳ ແລະ ຖືກຕ້ອງຕາມກົດລະບຽບທີ່ ທາງກະຊວງສຶກສາທິການ ແລະ ກິລາ ວາງອອກຢ່າງເຂັ້ມງວດ, ຄະນະກຳມະການສູນສອບເສັງ ໄດ້ເອົາໃຈໃສ່ຈັດກຽມຄວາມພ້ອມ ຮອບດ້ານ ເປັນຕົ້ນການຈັດກຽມ ສະຖານທີ່-ຫ້ອງສອບເສັງໃຫ້ສະ ອາດເໝາະສົມ, ການອຳນວຍ ຄວາມສະດວກຕ່າງໆ, ການກະ ກຽມດ້ານການປະຖົມພະຍາບານ ເບື້ອງຕົ້ນ, ລວມເຖິງການເຜີຍແຜ່ ກົດລະບຽບການສອບເສັງໃຫ້ແກ່ ກຳມະການ ແລະ ນັກສອບເສັງໄດ້ ຮັບຊາບຢ່າງຈະແຈ້ງ. ຂ່າວ-ພາບ: ການຈະນາ ຕິບັດໜ້າທີ່ດ້ວຍຄວາມຮັບຜິດຊອບ ສູງ, ໂປ່ງໃສ ແລະ ຍຸຕິທຳ, ເຮັດໃຫ້ ບັນຍາກາດການສອບເສັງດຳເນີນ ໄປດ້ວຍຄວາມສະຫງົບ; ຕິດຕາມ ກວດກາຢ່າງໃກ້ຊິດຕາມລະບຽບ ຫລັກການທີ່ກະຊວງວາງອອກ, ແຕ່ໃນຂະນະດຽວກັນກໍຕ້ອງສ້າງ ບັນຍາກາດທີ່ບໍ່ກົດດັນຈົນເກີນໄປ ເພື່ອໃຫ້ນັກສອບເສັງມີສະມາທິທີ່ດີ. ໃນໂອກາດດຽວກັນ, ທ່ານ ວິລະພັນ ຊາພູວົງ ໄດ້ລາຍງານ ຫຍໍ້ກ່ຽວກັບການຈັດຕັ້ງການສອນ ແລະ ການກະກຽມຄວາມພ້ອມ ຂອງສູນສອບເສັງ ໂດຍລະບຸວ່າ: ໃນສົກຮຽນ 2025-2026 ນີ້, ສູນສອບເສັງວິທະຍາໄລສິລະປະ ແຫ່ງຊາດມີນັກຮຽນເຂົ້າຮ່ວມສອບ ເສັງທັງໝົດ 79 ນ້ອງ, ຍິງ 45 ນ້ອງ. ໃນນັ້ນ, ມີນັກສອບເສັງຈາກ ວິທະຍາໄລສິລະປະແຫ່ງຊາດ 49 ຄົນ, ຍິງ 26 ຄົນ ແລະ ຈາກສູນພັດ ທະນາການສຶກສານອກໂຮງຮຽນ 30 ນ້ອງ, ຍິງ 19 ນ້ອງ ໂດຍໄດ້ຈັດ ແບ່ງອອກເປັນ 4 ຫ້ອງສອບເສັງ ແລະ ມີກຳມະການຄວບຄຸມຫ້ອງ ສອບເສັງທັງໝົດ 10 ທ່ານ. ໃນສົກ ຮຽນນີ້, ແມ່ນກໍານົດສອບເສັງລະ ຫວ່າງວັນທີ 7-8 ກໍລະກົດ 2026 ໃນ 4 ວິຊາ ຄື: ພາສາລາວ-ວັນນະ ຄະດີ, ຄະນະນິດສາດ, ຊີວະສາດ ແລະ ສຶກສາພົນລະເມືອງ. ສໍາລັບການຈັດການຮຽນ-ການ ສອນ ຊັ້ນ ມ7 ບໍາລຸງ ຂອງວິທະຍາ ໄລສິລະປະແຫ່ງຊາດ ໃນສົກຮຽນ ນານ ລະຫວ່າງສອງປະເທດ ກໍຄື ຂົງເຂດການຮ່ວມມື ເຊັ່ນ: ການສຶກ ສາ, ການທ່ອງທ່ຽວ ແລະ ການ ອະນຸລັກຮັກສາມໍລະດົກທາງດ້ານ ວັດທະນະທຳ ພ້ອມທັງການຮ່ວມມື ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີສາກົນ. ນອກຈາກນັ້ນ, ທ່ານທູດຍັງໄດ້ແຈ້ງສະພາບການ ພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ, ການຫລຸດພົ້ນອອກ ຈາກສະຖານະພາບປະເທດດ້ອຍ ພັດທະນາ ໃນທ້າຍປີ 2026 ແລະ ການເປັນເຈົ້າພາບຈັດກອງປະຊຸມ ທົບທວນສົນທິສັນຍາ ວ່າດ້ວຍ ການເກືອດຫ້າມລະເບີດລູກຫວ່ານ (CMM) ຮອບວຽນທີ 3 ໃນເດືອນ ກັນຍາ ປີ 2026. ໃນໂອກາດໄປເຄື່ອນໄຫວຍື່ນ ສານຕາຕັ້ງໃນຄັ້ງນີ້, ທ່ານ ດາວວີ ວົງໄຊ ຍັງໄດ້ພົບປະກັບກົມພິທີການ ທູດ, ກົມອາຊີ ແລະ ໂອເຊອານີ, ກະ ຊວງການຕ່າງປະເທດ ແລະ ການ ຮ່ວມມືສາກົນ ຂອງອີຕາລີ ເພື່ອທົບ ທວນຄືນການຮ່ວມມື ແລະ ແລກ ປ່ຽນຄຳຄິດຄຳເຫັນ ກ່ຽວກັບທ່າ ແຮງ ແລະ ທິດທາງການຮ່ວມມືໃນ ຕໍ່ໜ້າລະຫວ່າງ ສປປ ລາວ ແລະ ສ ອີຕາລີ ລວມທັງການຮ່ວມມື ຫລາຍຝ່າຍ ໂດຍສະເພາະໃນຂອບ ອົງການສະຫະປະຊາຊາດ ແລະ ອາຊຽນ ເພື່ອຮັດແໜ້ນການພົວພັນ ຮ່ວມມືໃຫ້ດີຍິ່ງຂຶ້ນ, ສອງປະເທດ ໄດ້ສ້າງຕັ້ງສາຍພົວພັນການທູດ ໃນ ວັນທີ 7 ທັນວາ 1965. ທ່ານ ດາວວີ ວົງໄຊ (ຊ້າຍ) ກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ແລະ ທິດທາງແຜນການ ປີ 2026 ຂອງອົງຄະນະພັກຫ້ອງ ວ່າການສູນກາງພັກ, ພ້ອມທັງມອບ ນາມມະຍົດ ໜ່ວຍພັກປອດໃສ ເຂັ້ມ ແຂງ ໜັກແໜ້ນ ປະຈໍາປີ 2025; ທັງໄດ້ເຜີຍແຜ່ບົດແນະນໍາກົດລະ ບຽບພັກສະໄໝທີ XII; ເຜີຍແຜ່ກົດ ໝາຍວ່າດ້ວຍການປົກຄອງທ້ອງ ຖິ່ນສະບັບປັບປຸງ; ລະບຽບວ່າດ້ວຍ ການຄຸ້ມຄອງຈັກພິມປຶ້ມ ແລະ ເອ ກະສານຢູ່ພາຍໃນຫ້ອງວ່າການ ສູນກາງພັກ ແລະ ຂໍ້ກໍານົດວ່າດ້ວຍ ການຄຸ້ມຄອງເອກະສານ ຂອງພັກ ປະຊາຊົນປະຕິວັດລາວ. ໂອກາດນີ້, ສະຫາຍ ເພັດ ພົມ ພີພັກ ໄດ້ມີຄໍາເຫັນຊີ້ນໍາຕໍ່ກັບວຽກ ຈຸດສຸມຕໍ່ໜ້າ ເພື່ອເຮັດໃຫ້ວຽກງານ ຂອງຫ້ອງວ່າການສູນກາງພັກດໍາ ເນີນໄປຖືກທິດ ໂດຍໃຫ້ສືບຕໍ່ສຶກສາ ອົບຮົມການເມືອງແນວຄິດໃຫ້ບັນ ດາສະມາຊິກພັກ, ພະນັກງານ-ລັດ ຖະກອນ ແຕ່ລະສະຫາຍກໍາໃຫ້ ໄດ້ບັນດາມະຕິຄໍາສັ່ງ ແລະ ນິຕິກໍາ ຕ່າງໆຂອງພັກ-ລັດ ໂດຍສະເພາະ ແມ່ນມະຕິກອງປະຊຸມໃຫຍ່ທົ່ວປະ ເທດ ຄັ້ງທີ 12 ຂອງພັກ, ໂຄງການ ການເມືອງ ສະບັບທີ 3 ຂອງພັກ, ລາຍງານການເມືອງ ແລະ ບັນດາ ນິຕິກຳອື່ນໆ, ຜັນຂະຫຍາຍແຜນ ພັດທະນເສດຖະກິດ-ສັງຄົມແຫ່ງ ຊາດ 5 ປີ ຄັ້ງທີ X ໃຫ້ຖືກທິດ ແລະ ມີແຜນຄັກແນ່ ວ່າຈະຊຸກຍູ້ຕິດ ຕາມການຈັດຕັ້ງປະຕິບັດວຽກງານ ດັ່ງກ່າວ ຢູ່ຂັ້ນທ້ອງຖິ່ນແນວໃດ, ພ້ອມກັນນັ້ນ, ບັນດາເອກະສານ ທີ່ໄດ້ເຜີຍແຜ່ໃນມື້ນີ້ ກໍໃຫ້ບັນດາ ສະຫາຍສືບຕໍ່ຄົ້ນຄວ້າເຊື່ອມຊຶມ ສາມາດນໍາໄປຈັດຕັ້ງປະຕິບັດເຂົ້າ ສູ່ວຽກງານຕົວຈິງໄດ້ຢ່າງມີປະ ສິດທິຜົນ; ໃຫ້ສືບຕໍ່ປັບປຸງການ ຈັດຕັ້ງ ໂດຍສະເພາະແມ່ນພາລະ ບົດບາດຂອງຫ້ອງວ່າການສູນ ກາງພັກ ແລະ ພາລະບົດບາດຂອງ ບັນດາກົມ, ຫ້ອງການ ແລະ ບັນດາ ພະແນກພາຍໃນກົມ-ຫ້ອງການ ພາຍໃນ ຫສພ ໃຫ້ສໍາເລັດພາຍໃນ ເດືອນກໍລະກົດ 2026 ພາຍຫລັງ ສຳເລັດການປັບປຸງພາລະບົດ ບາດ, ໃຫ້ສືບຕໍ່ສຸມໃສ່ກໍານົດຕຳ ແໜ່ງງານໃຫ້ສໍາເລັດໄວ ເພື່ອຈັດ ວາງ-ສັບຊ້ອນພະນັກງານ ເຂົ້າຮັບ ຜິດຊອບຕາມຕໍາແໜ່ງງານ. ສໍາລັບການຄົ້ນຄວ້າຕໍາແໜ່ງ ບໍລິຫານຄັ້ງນີ້ ຂໍໃຫ້ພວກເຮົາເຂົ້າ ໃຈເປັນເອກະພາບກັນວ່າບຸກຄະ ລາກອນ 1 ສະຫາຍ ທີ່ໄດ້ຮັບການ ແຕ່ງຕັ້ງເປັນຄະນະນໍາຂອງຫ້ອງ ວ່າການສູນກາງພັກ, ພ້ອມດ້ວຍ 3 ສະຫາຍ ທີ່ໄດ້ຮັບການແຕ່ງຕັ້ງເປັນ ການເຫັນດີຈາກຂັ້ນເທິງຢ່າງຖືກ ຕ້ອງທຸກຂັ້ນຕອນ. ສະນັ້ນ, ຂໍໃຫ້ບັນ ດາສະຫາຍທີ່ໄດ້ຮັບການແຕ່ງຕັ້ງ ໃນຄັ້ງນີ້ ສືບຕໍ່ບຸກບືນ, ເຮັດຫລ້ອນ ໜ້າທີ່, ຍົກພາວະຄວາມເປັນຜູ້ນໍາ ໃຫ້ສູງຂຶ້ນ ແລະ ເປັນແບບຢ່າງທີ່ດີ ໃຫ້ສະມາຊິກພັກ-ພະນັກງານ; ໃຫ້ ພ້ອມກັນປັບປຸງແບບແຜນວິທີເຮັດ ວຽກຂອງບັນດາສະຫາຍ ໂດຍສະ ເພາະແມ່ນໜ້າທີ່ການເມືອງຂອງ ພວກສະຫາຍເອງ, ມີລະບຽບວິໄນ, ໂປ່ງໃສ ແລະ ຮັກສາໄດ້ຄວາມລັບ, ສືບຕໍ່ສ້າງແລະປັບປຸງລະບົບທັນສະ ໄໝ ໃນການຄຸ້ມຄອງເອກະສານ, ການບໍລິຫານຄຸ້ມຄອງວຽກງານ ແລະ ເງື່ອນໄຂຕ່າງໆ ສໍາລັບການ ປະຕິບັດໜ້າທີ່ວິຊາສະເພາະຂອງ ພະນັກງານຢ່າງເປັນລະບົບ ໂດຍ ນໍາໃຊ້ເຕັກໂນໂລຊີ ແລະ ນະວັດຕະ ກໍາທີ່ທັນສະໄໝ ເປັນເຄື່ອງມືເຂົ້າ ໃນການເຄື່ອນໄຫວວຽກງານ ໃຫ້ ຮັບປະກັນປະສິດທິພາບ ແລະ ປະ ສິດທິຜົນສູງຂຶ້ນກວ່າເກົ່າ; ໃຫ້ເລັ່ງ ກະກຽມເປີດກອງປະຊຸມໃຫຍ່ຂອງ ໜ່ວຍພັກແຕ່ລະກົມ-ຫ້ອງການ ທີ່ ຂຶ້ນກັບຄະນະພັກຮາກຖານ ແລະ ບັນດາໜ່ວຍພັກເອກະລາດ ແລ້ວ ຈຶ່ງກ້າວ ໄປສູ່ການເປີດກອງປະຊຸມ ໃຫຍ່ຂອງຄະນະພັກຮາກຖານທີ່ ຂຶ້ນກັບອົງຄະນະພັກຫ້ອງວ່າການ ສູນກາງພັກ ໃຫ້ສຳເລັດພາຍໃນ ເດືອນກໍລະກົດ 2026, ຫລັງຈາກ ນັ້ນ ກ້າວໄປສູ່ການກະກຽມເນື້ອ ໃນ ແລະ ບຸກຄະລາກອນ, ພ້ອມທັງ ສ້າງຂະບວນການໄປພ້ອມກັນ ເພື່ອ ກຽມໃສ່ເປີດກອງປະຊຸມໃຫຍ່ຂອງ ອົງຄະນະພັກຫ້ອງວ່າການສູນກາງ ພັກ ຄັ້ງທີ VIII ພາຍໃນຕົ້ນເດືອນ ກັນຍາ ປີ 2026; ໃຫ້ສືບຕໍ່ວຽກ ງານກໍ່ສ້າງໜ່ວຍພັກປອດໃສ ເຂັ້ມ ແຂງໜັກແໜ້ນ ໂດຍໃຫ້ຖືເອົາຂະ ບວນການຕົວຈິງຂອງວຽກງານ ວິຊາສະເພາະ ແລະ ຂະບວນການ ຂອງ 3 ອົງການຈັດຕັ້ງມະຫາຊົນ ໃຫ້ເຮັດເປັນລະບົບ ແລະ ເຮັດເປັນ ປົກກະຕິມີແຜນຄັກແນ່ ເພື່ອເປັນ ບ່ອນອີງໃນການປະເມີນປະຈຳປີ, ພ້ອມທັງໃຫ້ມີຄຸນນະພາບດ້ານ ແນວຄິດ ແລະ ການປະຕິບັດຕົວ ຈິງ. ສ່ວນວຽກຂະຫຍາຍສະມາຊິກ ພັກນັ້ນ ບັນດາສະຫາຍທີ່ເຂົ້າໃໝ່ກໍ ຕ້ອງເຮັດລ້ອນໜ້າທີ່ສືບຕໍ່ຈັດຕັ້ງ ປະຕິບັດໜ້າທີ່ການເມືອງຂອງຕົນ ໃຫ້ສຳເລັດ ແລະ ປອດໃສ. ພ້ອມ ນັ້ນ, ສະເໜີໃຫ້ແຕ່ລະໜ່ວຍພັກ ກວດກາຄືນມະຫາຊົນກ້າວໜ້າ ໃນ ໜ່ວຍພັກຕົນ ໃຫ້ສືບຕໍ່ກໍ່ສ້າງເອົາ ເພື່ອຂະຫຍາຍມາເປັນສະມາຊິກ ພັກ ເລືອກເອົາຜູ້ທີ່ດີ, ມີຄຸນນະພາບ ແລະ ເຮັດແທ້ທຳຈິງ. ພາບ: ຂັນໄຊ ຮອງຫົວໜ້າກົມ ແມ່ນບົນພື້ນຖານ ຄວາມຈໍາເປັນພາວະວິໄສ ຂອງ ວຽກງານພາຍໃນຫ້ອງວ່າການ ສູນກາງພັກ ໄດ້ດໍາເນີນການຄົ້ນ ຄວ້າພິຈາວະນາ ດ້ວຍຫລາຍຂັ້ນ ຕອນ, ມີຄວາມເປັນເອກະພາບສູງ ພາຍໃນຄະນະພັກ, ຄະນະປະຈຳ ແລະ ບັນດາກົມກ່ຽວຂ້ອງ ພ້ອມທັງ ໄດ້ມີການລາຍງານໃຫ້ຂັ້ນເທິງ ພິຈາລະນາ, ມີທິດຊີ້ນໍາ ແລະ ໄດ້ຮັບ
RkJQdWJsaXNoZXIy MTc3MTYxMQ==