@ 0j k; c]t gsfdko j 10/07/2026 xtgmf]k; gru j ,mt;u 7;k,lk,a d7u gxa oxb dczj o 0v'x;'-q o]k;ma '-kfK ຮອງປະທານປະເທດ... ໜ້າທີ່ການທູດ ຢູ່ ສປປ ລາວ. ໂອກາດນີ້,ທ່ານນາງວຽງທອງ ສີພັນດອນ ໄດ້ສະແດງຄວາມຊົມ ເຊີຍ ແລະ ຕີລາຄາສູງ ຕໍ່ຜົນສໍາເລັດ ໃນການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ ຂອງ ທ່ານເອກອັກຄະ ລັດຖະທູດ ຕະຫລອດໄລຍະຜ່ານ ມາ ໂດຍໄດ້ປະກອບສ່ວນຢ່າງຕັ້ງ ໜ້າເຂົ້າໃນການຊຸກຍູ້ ແລະ ສົ່ງ ເສີມການຮ່ວມມື ລະຫວ່າງສອງ ປະເທດ ລາວ-ມາເລເຊຍ ໃນຫລາຍ ດ້ານ ເປັນຕົ້ນ ດ້ານການສຶກສາ, ການຄ້າ-ການລົງທຶນ, ການທ່ອງ ທ່ຽວ ແລະ ອື່ນໆ ຊຶ່ງເປັນການປະ ກອບສ່ວນສໍາຄັນ ເຂົ້າໃນການພັດ ທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ. ພ້ອມນີ້, ທ່ານ ນາງ ວຽງທອງ ສີພັນດອນ ກໍໄດ້ອວຍ ພອນໃຫ້ທ່ານເອກອັກຄະລັດຖະ ທູດ ຈົ່ງມີສຸຂະພາບເຂັ້ມແຂງ, ປະ ສົບຜົນສໍາເລັດໃນໜ້າທີ່ວຽກງານ ໃໝ່ທີ່ໄດ້ຮັບມອບໝາຍເດີນທາງກັບ ຄືນປະເທດດ້ວຍຄວາມສະຫວັດ ດີພາບ, ພ້ອມທັງສະແດງຄວາມ ຫວັງວ່າ ທ່ານທູດຈະມີຄວາມຊົງ ຈໍາອັນດີ ແລະ ກັບຄືນມາຢ້ຽມຢາມ ສປປ ລາວ ອີກໃນອະນາຄົດ. ໂອກາດດຽວກັນ, ທ່ານ ເອິດີ ອີວານ ບິນ ມາມຸດ ໄດ້ສະແດງ ຄວາມຂອບໃຈມາຍັງ ທ່ານ ນາງ ວຽງທອງ ສີພັນດອນ ທີ່ໄດ້ໃຫ້ ການຕ້ອນຮັບໃນຄັ້ງນີ້, ຕີລາຄາສູງ ຕໍ່ການພົວພັນຮ່ວມມື ມາເລເຊຍລາວ ໃນໄລຍະຜ່ານມາ ກໍຄື ປັດຈຸ ບັນ. ພ້ອມນີ້, ຍັງໄດ້ສະແດງຄວາມ ຂອບໃຈຕໍ່ ພັກ, ລັດຖະບານລາວ ທີ່ ຍາມໃດກໍໃຫ້ການສະໜັບສະໜູນ ຊ່ວຍເຫລືອຕະຫລອດການປະຕິບັດ ໜ້າທີ່ການທູດຢູ່ລາວ; ພ້ອມທັງຢືນ ຢັນວ່າ, ພາຍຫລັງກັບຄືນປະເທດ ຕົນເອງຈະສືບຕໍ່ປະກອບສ່ວນເຂົ້າ ໃນການເສີມຂະຫຍາຍສາຍພົວພັນ ມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ມາເລເຊຍ-ລາວ ໃຫ້ນັບ ມື້ແຕກດອກອອກຜົນຍິ່ງໆຂຶ້ນ ໂດຍ ການຊຸກຍູ້ພາກສ່ວນກ່ຽວຂ້ອງ ຂອງ ມາເລເຊຍ ໃນການເພີ່ມທະວີ ການພົວພັນຮ່ວມມື ກັບ ສປປ ລາວ ໃຫ້ຫລາຍຂຶ້ນ. ໂອກາດດຽວກັນ, ທ່ານ ອິດີ ອີ ວານ ບິນ ມາມຸດ ເອກອັກຄະລັດ ຖະທູດ ແຫ່ງມາເລເຊຍ ໄດ້ເຂົ້າ ຢ້ຽມຂໍ່ານັບອໍາລາ ທ່ານ ນາງ ຟອງ ສະໜູດ ອັ່ນລາວັນ ຫົວໜ້າຫ້ອງວ່າ ການສໍານັກງານປະທານປະເທດ ໃນໂອກາດສໍາເລັດການປະຕິບັດ ໜ້າທີ່ການທູດ ຢູ່ ສປປ ລາວ ເຊັ່ນ ດຽວກັນ. ຂ່າວ: ກິດຕາ; ພາບ: ຂັນໄຊ ແລະ ພະລັງງານທາງເລືອກ ເພີ່ມ ຂຶ້ນ 5.514 ຄັນ (ບໍ່ລວມລົດ 2-3 ລໍ້), ຄິດເປັນມູນຄ່າ 101,6 ລ້ານ ໂດລາສະຫະລັດ ທຽບໃສ່ໄລຍະ ດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ ເຖິງ 140,7%. ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ຊີ້ແຈງຕໍ່ຄຳ ສັກຖາມຂອງສະມາຊິກສະພາ ແຫ່ງຊາດ ກ່ຽວກັບບັນຫາດັ່ງກ່າວ ໃນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 8 ກໍລະກົດ 2026 ນີ້ວ່າ: ເພື່ອຮັບມືກັບຄວາມ ບໍ່ແນ່ນອນ ແລະ ຫລຸດຜ່ອນຜົນກະ ທົບຂອງລາຄານໍ້າມັນເຊື້ອໄຟ ທີ່ມີ ທ່າອ່ຽງເພີ່ມສູງຂຶ້ນ ທັງໃນສະເພາະ ໜ້າ ແລະ ຍາວນານ ລັດຖະບານ ໄດ້ອອກນິຕິກຳ ແລະ ມາດຕະການ ຕ່າງໆ ເພື່ອຊຸກຍູ້ສົ່ງເສີມໃຫ້ສັງຄົມ ຫັນມານຳໃຊ້ລົດໄຟຟ້າແທນລົດນ້ຳ ມັນໃຫ້ຫລາຍຂຶ້ນ ໂດຍໄດ້ຄົ້ນຄວ້າ ປັບປຸງລະບຽບການຕ່າງໆ ກ່ຽວ ກັບການຄຸ້ມຄອງຍານພາຫະນະ ທາງບົກໃຫ້ສອດຄ່ອງກັບການຂະ ຫຍາຍຕົວ ຂອງການນໍາໃຊ້ລົດໄຟ ຟ້າໃນປັດຈຸບັນ, ຄົ້ນຄວ້າ ແລະ ກຳ ນົດໂຄງສ້າງລາຄາຈໍາໜ່າຍລົດໄຟ ຟ້າ (EV) ໃຫ້ມີຄວາມເໝາະສົມ ເພື່ອປ້ອງກັນການສວຍໂອກາດຂຶ້ນ ລາຄາ ແລະ ສ້າງຄວາມເປັນທຳໃຫ້ ຜູ້ບໍລິໂພກ, ພ້ອມທັງ ໄດ້ແຕ່ງຕັ້ງຄະ ນະກຳມະການຊີ້ນໍາລະດັບຊາດ ເພື່ອຜັນຂະຫຍາຍນະໂຍບາຍສົ່ງ ເສີມການໃຊ້ລົດໄຟຟ້າ ແລະ ພະລັງ ງານທາງເລືອກ ໃຫ້ເປັນຮູບປະທຳ. ພ້ອມນີ້, ເພື່ອສ້າງຄວາມເຊື່ອ ໝັ້ນໃນການນໍາໃຊ້ລົດໄຟຟ້າ ລັດ ຖະບານ ໄດ້ອະນຸມັດໃຫ້ສະເພາະ ບໍລິສັດທີ່ເປັນຕົວແທນຈຳໜ່າຍ ແລະ ມີສູນບໍລິການຫລັງການຂາຍ ເທົ່ານັ້ນ ທີ່ຈະສາມາດນໍາເຂົ້າລົດ ໄຟຟ້າໄດ້, ທັງນີ້ ກໍເພື່ອຮັບປະກັນ ແລະ ສາມາດຕອບສະໜອງການ ບໍລິການສ້ອມແປງໃຫ້ແກ່ສັງຄົມ ຢ່າງທົ່ວເຖິງ. ຂ່າວ: ທະນູທອງ; ພາບ: ອ່າຍຄຳ ຄຸນນະພາບ ແລະ ເທົ່າທຽມກັບຕົວ ເມືອງ ກະຊວງສຶກສາທິການ ແລະ ກິລາ ຈະສຸມໃສ່ການຂະຫຍາຍ ແລະ ສະໜອງອາຫານທ່ຽງໃນ ໂຮງຮຽນ ໃຫ້ທົ່ວເຖິງເຂດຫ່າງໄກ ສອກຫລີກ, ສ້າງຄວາມຮູ້ໃຫ້ໂຮງ ຮຽນ ແລະ ຊຸມຊົນທ້ອງຖິ່ນ ໃນ ການຜະລິດກະສິກຳພາຍໃນບ້ານ ເພື່ອມາສະໜອງເປັນວັດຖຸດິບ ໃຫ້ ແກ່ອາຫານທ່ຽງ ເພື່ອຄວາມຍືນ ຍົງ, ສົ່ງເສີມຄວາມຮູ້ດ້ານໂພຊະນາ ການ, ສຸຂະອະນາໄມ ແລະ ຄວາມ ປອດໄພຂອງອາຫານ ເພື່ອໃຫ້ເດັກ ມີສຸຂະພາບແຂງແຮງພ້ອມທີ່ຈະມາ ຮຽນ, ທັງນີ້ກໍເພື່ອເປັນການດຶງດູດ ຈິດໃຈ ໃຫ້ເດັກນ້ອຍນັກຮຽນ ຢາກ ສຶກສາຮໍ່າຮຽນ ເພື່ອຫລຸດຜ່ອນການ ປະລະການຮຽນ ແລະ ການອອກ ໂຮງຮຽນກາງປີ.ພ້ອມນີ້,ຍັງຈະສຸມ ໃສ່ປັບປຸງຫລັກສູດການຮຽນ-ການ ສອນຊັ້ນກຽມປະຖົມ (ກຸ່ມຮຽນ ຜ່ານການຫລິ້ນ, ຫລັກສູດພັກແລ້ງ 10 ອາທິດ) ໃຫ້ເຊື່ອມຕໍ່ກັບ ປ1 ໂດຍສະເພາະໃນຊັ້ນປະຖົມ ກໍຄື ການຂະຫຍາຍການຮຽນຊັ້ນປະຖົມ ໃຫ້ມີຮອດຊັ້ນ ປ6 ເພື່ອສ້າງພື້ນ ຖານທີ່ເຂັ້ມແຂງໃຫ້ເດັກກ່ອນຂຶ້ນ ຮຽນໃນຊັ້ນມັດທະຍົມ, ພ້ອມທັງ ຈະສ້າງຄວາມເຂັ້ມແຂງໃຫ້ແກ່ສູນ ການສຶກສານອກໂຮງຮຽນ ເພື່ອ ຮັບຮອງນັກຮຽນທີ່ຕົກຫລົ່ນ ແລະ ປະລະການຮຽນ ຈາກໃນລະບົບ; ຊຸກຍູ້ການສ້າງຫ້ອງສະໝຸດ ໃຫ້ ເປັນສູນການອ່ານແລະ ຮຽນຮູ້ ເພື່ອ ສ້າງບັນຍາກາດການຮຽນໃຫ້ໜ້າ ສົນໃຈ ແລະ ສົ່ງເສີມການສຶກສາ ຮຽນຮ່ວມ ເພື່ອໃຫ້ເດັກທຸກກຸ່ມ, ທຸກ ສະພາບຮ່າງກາຍ ແລະ ຊົນເຜົ່າ ໄດ້ ເຂົ້າເຖິງການສຶກສາຢ່າງເທົ່າທຽມ. ພ້ອມນີ້ ຍັງຈະເພີ່ມທະວີການສະ ໜອງເບ້ຍລ້ຽງ ໃຫ້ແກ່ນັກຮຽນ ຈາກຄອບຄົວທຸກຍາກ, ເດັກຂາດ ໂອກາດ ແລະ ນັກຮຽນພິການ ໃຫ້ ໄດ້ຮັບການສຶກສາຢ່າງສະເໝີພາບ ລວມເຖິງການກໍ່ສ້າງຫໍພັກນັກຮຽນ ແລະ ສະໜອງສິ່ງອໍານວຍຄວາມ ສະດວກທີ່ຈຳເປັນ ຢູ່ໃນເຂດຫ່າງ ໄກສອກຫລີກ ເພື່ອຫລຸດຜ່ອນອຸປະ ສັກ ໃນການເດີນທາງມາຮຽນ ແລະ ປ້ອງກັນການປະລະການຮຽນ; ຊຸກ ຍູ້ການມີສ່ວນຮ່ວມຂອງຊຸມຊົນ, ຜ່ານການເພີ່ມບົດບາດຂອງ ຄະນະ ພັດທະນາການສຶກສາຂັ້ນບ້ານ ໃຫ້ ເຂົ້າມາມີສ່ວນຮ່ວມວາງແຜນພັດ ທະນາໂຮງຮຽນ ແລະ ຊຸກຍູ້ໃຫ້ສະ ຖາບັນຄອບຄົວ ຕິດຕາມລູກຫລານ ບໍ່ໃຫ້ປະລະການຮຽນຄຽງຄູ່ກັບ ການຈັດຕັ້ງປະຕິບັດນະໂຍບາຍ ປົກປ້ອງເດັກ ແລະ ວຽກງານຕ້ານ ການຄ້າມະນຸດໃນໂຮງຮຽນ ເພື່ອ ສ້າງສະພາບແວດລ້ອມທີ່ປອດໄພ ໃຫ້ແກ່ນັກຮຽນ; ຍົກສູງລະບົບການ ນິເທດພາຍໃນ ສ້າງຄວາມເຂັ້ມ ແຂງໃຫ້ແກ່ລະບົບກຸ່ມໂຮງຮຽນ ແລະ ສຶກສາຕາແສງ ເພື່ອລົງຕິດ ຕາມ, ຊ່ວຍເຫລືອ ແລະ ປະເມີນ ຜົນການສອນຂອງຄູຢ່າງໃກ້ຊິດ; ພັດທະນາວິຊາຊີບຄູແບບຕໍ່ເນື່ອງ ເພື່ອສ້າງຄວາມເຂັ້ມແຂງໃຫ້ຄູ ທັງ ຊັ້ນກ່ອນໄວຮຽນ ຈົນເຖິງຊັ້ນມັດ ທະຍົມສຶກສາ ເພື່ອຍົກລະດັບຄວາມ ຮູ້ແລະ ເຕັກນິກການສອນໃໝ່ໆ; ສະ ໜອງສື່ ແລະ ອຸປະກອນ ICT ໃຫ້ ແກ່ໂຮງຮຽນ, ພ້ອມທັງສົ່ງເສີມ ໃຫ້ຄູຂັ້ນຮາກຖານ ສາມາດນໍາໃຊ້ ແພລັດຟອມດີຈິຕອນ (ເຊັ່ນ: ຄັງປັນ ຍາລາວ) ເຂົ້າໃນການຮຽນ-ການ ສອນ ແລະ ການພັດທະນາຕົນເອງ; ສ້າງສື່ການຮຽນ-ການສອນທາງ ດີຈິຕອນ ແລະ ແພລດຟອມການ ຮຽນຮູ້ຕ່າງໆ ເພື່ອນໍາໃຊ້ທັງໃນຂັ້ນ ສູນກາງແລະທ້ອງຖິ່ນ; ຈັດຕັ້ງການ ປະເມີນຕົນເອງຂອງໂຮງຮຽນແລະ ນໍາໃຊ້ມາດຕະຖານຄຸນນະພາບ ການສຶກສາຂັ້ນພື້ນຖານຢ່າງເຂັ້ມ ງວດ ເພື່ອວັດແທກປະສິດທິພາບ ການສອນຂອງຄູ ທີ່ສົ່ງຜົນຕໍ່ການ ຮຽນຂອງນັກຮຽນ ແລະ ຈະກຳນົດ ນະໂຍບາຍການສົ່ງເສີມ, ຍ້ອງຍໍ ຄູດີເດັ່ນ ແລະ ໂຮງຮຽນຕົວແບບ ເພື່ອສ້າງແຮງຈູງໃຈໃນການແຂ່ງ ຂັນພັດທະນາຜົນງານ. ຂ່າວ: ທະນູທອງ; ພາບ: ອ່າຍຄຳ ສອດຄ່ອງ, ຮັດກຸມ ເທົ່າທີ່ຄວນ. ທັງນີ້, ກໍເພື່ອເຮັດໃຫ້ຮ່າງກົດໝາຍ ສະບັບນີ້ ຄົບຖ້ວນ, ສົມບູນ ສາມາດ ນຳໄປຈັດຕັ້ງປະຕິບັດໄດ້ຢ່າງມີປະ ສິດທິພາບ ແລະ ປະສິດທິຜົນ. ໂອກາດນີ້, ທ່ານ ສັນຕິພາບ ພົມວິຫານ ໄດ້ຍົກໃຫ້ເຫັນສະພາບ ການຈັດຕັ້ງປະຕິບັດກົດໝາຍໃນ ໄລຍະຜ່ານມາ, ເຫດຜົນແລະຄວາມ ຈຳເປັນໃນການປັບປຸງກົດໝາຍ, ຂະບວນການຄົ້ນຄວ້າ,ປັບປຸງ, ໂຄງ ປະກອບແລະ ເນື້ອໃນຂອງຮ່າງກົດ ໝາຍ, ກົນໄກການຈັດຕັ້ງປະຕິບັດ ແລະ ຄາດຄະເນຜົນໄດ້ຮັບ ຊຶ່ງກົດ ໝາຍວ່າດ້ວຍງົບປະມານແຫ່ງລັດ ເປັນເຄື່ອງມືທີ່ສໍາຄັນໃນການຄຸ້ມ ຄອງວຽກງານງົບປະມານແຫ່ງ ລັດ, ເຮັດໃຫ້ການຄຸ້ມຄອງງົບປະ ມານແຫ່ງລັດໃຫ້ຖືກຕ້ອງ, ຄົບ ຖ້ວນ ແລະ ທັນເວລາ. ຜ່ານການ ຈັດຕັ້ງປະຕິບັດກົດໝາຍດັ່ງກ່າວ ໄດ້ມີການປັບປຸງໃຫ້ສອດຄ່ອງກັບ ສະພາບຕົວຈິງ ໃນແຕ່ລະໄລຍະ ຊຶ່ງກົດໝາຍວ່າດ້ວຍງົບປະມານ ແຫ່ງລັດ ສະບັບທໍາອິດ ໄດ້ຖືກຮັບ ຮອງ ແລະ ປະກາດໃຊ້ ໃນປີ 1994 ແລະ ໄດ້ປັບປຸງມາແລ້ວ 3 ຄັ້ງ ໃນ ປີ 2006, 2015 ແລະ 2021. ສ່ວນຮ່າງກົດໝາຍ ສະບັບປັບປຸງ ໃໝ່ ໃນຄັ້ງນີ້ ປະກອບມີ 11 ພາກ, 14 ໝວດ, 97 ມາດຕາ. ໃນນີ້, ໄດ້ ເພີ່ມໃໝ່ 1 ພາກ, ປັບປຸງເນື້ອໃນທັງ ໝົດ 78 ມາດຕາ, ຮັກສາເດີມ 10 ມາດຕາ ແລະ ເພີ່ມໃໝ່ 9 ມາດຕາ. ສຳລັບເຫດຜົນ ແລະ ຄວາມ ຈໍາເປັນ ໃນການປັບປຸງກົດໝາຍ ສະບັບນີ້ ເພື່ອໃຫ້ສອດຄ່ອງກັບ ການປັບປຸງ ລັດຖະທໍາມະນູນ ແຫ່ງ ສປປ ລາວ ແລະ ກົດໝາຍອື່ນທີ່ ກ່ຽວຂ້ອງ; ໃຫ້ສອດຄ່ອງກັບແຜນ ພັດທະນາເສດຖະກິດ-ສັງຄົມແຫ່ງ ຊາດ; ສອດຄ່ອງກັບການປັບປຸງ ກົງຈັກການຈັດຕັ້ງ (ໂຮມກະຊວງ ແຜນການ ແລະ ການລົງທຶນ ເຂົ້າ ກັນເປັນກະຊວງການເງິນ); ໃຫ້ ສອດຄ່ອງກັບຫລັກການຂອງສາ ກົນ ແລະ ຮັບປະກັນການຈັດຕັ້ງປະ ຕິບັດການຫັນເປັນທັນສະໄໝລະບົບ ຄຸ້ມຄອງຂໍ້ມູນຂ່າວສານການເງິນ ພາກລັດ ແລະ ເພື່ອຍົກສູງຄວາມ ຮັບຜິດຊອບຂອງຫົວໜ່ວຍງົບ ປະມານ, ສ້າງຄວາມເຂັ້ມແຂງທາງ ດ້ານການເງິນເທື່ອລະກ້າວ ເຮັດ ໃຫ້ການເງິນແຫ່ງຊາດ ມີສະຖຽນ ລະພາບ, ຄວາມໝັ້ນຄົງ ແລະ ສອດຄ່ອງກັບລະບົບສະຖິຕິການ ເງິນພາກລັດ. ພາຍຫລັງຮ່າງກົດໝາຍສະບັບ ນີ້, ໄດ້ຖືກຮັບຮອງ ແລະ ປະກາດ ໃຊ້ຈະກາຍເປັນເຄື່ອງມືທີ່ສໍາຄັນ ໃຫ້ແກ່ລັດຖະບານ ໃນການຄຸ້ມຄອງ ວຽກງານງົບປະມານແຫ່ງລັດ, ການຄຸ້ມຄອງການເກັບລາຍຮັບ ແລະ ລາຍຈ່າຍງົບປະມານແຫ່ງລັດ ແລະ ກຳນົດສິດໜ້າທີ່ຂອງແຕ່ລະ ພາກສ່ວນທີ່ກ່ຽວຂ້ອງ ກັບວຽກ ງານງົບປະມານແຫ່ງລັດ ມີຄວາມ ຮັດກຸມ, ຈະແຈ້ງ, ລວມສູນ ແລະ ສາມາດຕອບສະໜອງດ້ານງົບປະ ມານໄດ້ທັນຕາມກໍານົດເວລາ ຊຶ່ງ ຈະເປັນການປະກອບສ່ວນເຂົ້າໃນ ການສ້າງລັດ ທີ່ປົກຄອງດ້ວຍກົດ ໝາຍເທື່ອລະກ້າວ. ຂ່າວ: ທະນູທອງ; ພາບ: ອ່າຍຄຳ ເອກອັກຄະລັດຖະທູດວິສາມັນ ຜູ້ມີ ອໍານາດເຕັມແຫ່ງມາເລເຊຍປະຈໍາ ສປປ ລາວ, ພ້ອມທັງໄດ້ຕາງໜ້າ ໃຫ້ລັດຖະບານ ແຫ່ງ ສປປ ລາວ ປະດັບຫລຽນກາມິດຕະພາບ ໃຫ້ ແກ່ທ່ານທູດ ເພື່ອເປັນການຍ້ອງຍໍ ຊົມເຊີຍ ແລະ ສັນລະເສີນ ຕໍ່ຜົນງານ ໃນການປະກອບສ່ວນສໍາຄັນຂອງ ທ່ານທູດເຂົ້າໃນການເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະ ພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ມາເລ ເຊຍ ໃຫ້ມີບາດກ້າວຂະຫຍາຍຕົວ, ແຕກດອກອອກຜົນ ແລະ ເລິກເຊິ່ງ ຍິ່ງໆຂຶ້ນ ຕະຫລອດໄລຍະການປະ ຕິບັດໜ້າທີ່ການທູດ ຢູ່ ສປປ ລາວ. ໃນໂອກາດນີ້, ທ່ານຮອງນາຍົກ ລັດຖະມົນຕີ ໄດ້ສະແດງຄວາມ ປິຕິຍິນດີເປັນຢ່າງຍິ່ງທີ່ເຫັນວ່າ ສາຍພົວພັນມິດຕະພາບ ແລະ ການ ຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ມາເລເຊຍ ຕະຫລອດ ໄລຍະ 60 ປີຜ່ານມາ ສືບຕໍ່ໄດ້ຮັບ ການພັດທະນາ ແລະ ເສີມຂະຫຍາຍ ໃຫ້ເລິກເຊິ່ງຍິ່ງໆຂຶ້ນໃນຫລາຍຂົງ ເຂດການຮ່ວມມື, ພ້ອມທັງສະແດງ ຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ ບົດບາດອັນຕັ້ງໜ້າຂອງທ່ານທູດ ຕະຫລອດໄລຍະ 3 ປີກວ່າຜ່ານ ມາ ດ້ວຍຜົນສໍາເລັດອັນຈົບງາມ ຊຶ່ງໄດ້ປະກອບສ່ວນສໍາຄັນເຂົ້າໃນ ການເສີມຂະຫຍາຍການພົວພັນ ຮ່ວມມື ລະຫວ່າງ ສປປ ລາວ ແລະ ມາເລເຊຍ ໂດຍສະເພາະແມ່ນ ດ້ານ ການເມືອງ, ເສດຖະກິດ, ການຄ້າ, ການລົງທຶນ, ການພັດທະນາຊັບ ພະຍາກອນມະນຸດ, ພະລັງງານສະ ອາດ, ການທ່ອງທ່ຽວ, ກະສິກໍາ, ທະນາຄານ, ການໄປມາຫາສູ່ລະ ຫວ່າງປະຊາຊົນສອງຊາດ ແລະ ອື່ນໆ ລວມທັງການສະໜັບສະໜູນ ເຊິ່ງກັນ ແລະ ກັນ ຢ່າງຕໍ່ເນື່ອງ ລະ ຫວ່າງ ສອງປະເທດ ທັງໃນຂອບ ສອງຝ່າຍ ແລະ ຫລາຍຝ່າຍ ກໍຄື ໃນ ຂອບອາຊຽນ ໂດຍສະເພາະການ ສະໜັບສະໜູນການເປັນປະທານ ອາຊຽນຂອງ ສປປ ລາວ ໃນປີ 2024 ທີ່ຜ່ານມາ. ສໍາລັບການ ຊ່ວຍເຫລືອດ້ານການພັດທະນາຊັບ ພະຍາກອນມະນຸດ ຢູ່ ສປປ ລາວ ໂດຍຜ່ານການໃຫ້ທຶນຝຶກອົບຮົມ ແລະ ທຶນການສຶກສາ ພາຍໃຕ້ໂຄງ ການຮ່ວມມືດ້ານວິຊາການຂອງ ມາເລເຊຍ (MTCP: Malaysia Technical Cooperat ion Programme) ຊຶ່ງນັບແຕ່ປີ 1991 ມາເຖິງປັດຈຸບັນ ມີພະນັກ ງານລັດຖະກອນ ຈາກຂະແໜງ ການຕ່າງໆຂອງລາວ ເຂົ້າຮ່ວມ ຫລາຍກວ່າ 2.000 ຄົນ. ນອກຈາກ ນີ້, ທ່ານທູດ ຍັງມີຜົນງານອັນພົ້ນ ເດັ່ນໃນຖານະເປັນຫົວໜ້າຄະນະ ທູດຕ່າງປະເທດ ປະຈໍາ ສປປ ລາວ ນັບແຕ່ວັນທີ 13 ມີນາ 2025 ເປັນ ຕົ້ນມາ ຊຶ່ງໄດ້ນໍາພາຄະນະທູຕານຸ ທູດ ແລະ ອົງການຈັດຕັ້ງສາກົນ ປະ ຈໍາ ສປປ ລາວ ເດີນທາງຢ້ຽມຢາມ ແຂວງຫົວພັນ ແລະ ແຂວງບໍ່ແກ້ວ ເພື່ອຕິດຕາມສະພາບການພັດທະ ນາເສດຖະກິດ-ສັງຄົມ ແລະ ຊອກ ຫາທ່າແຮງໃນການຊຸກຍູ້ສົ່ງເສີມ ການຮ່ວມມືດ້ານການຄ້າ ແລະ ການລົງທຶນ ພ້ອມທັງໄດ້ຊ່ວຍອຳ ນວຍຄວາມສະດວກໃຫ້ແກ່ການ ລົງທຶນຂອງມາເລເຊຍ ໃນ ສປປ ລາວ ໂດຍສະເພາະແມ່ນການຈັດ ກອງປະຊຸມສຸດຍອດສະພາທຸລະ ກິດອາຊຽນ-ມາເລເຊຍ ຄັ້ງທີ 1 ຢູ່ ສປປ ລາວ ໃນທ້າຍປີຜ່ານນີ້. ພ້ອມກັນນັ້ນ, ທ່ານຮອງນາຍົກ ລັດຖະມົນຕີ ຍັງໄດ້ສະແດງຄວາມ ຫວັງວ່າ ທ່ານທູດ ຈະສືບຕໍ່ຊຸກຍູ້, ສົ່ງເສີມນັກທຸລະກິດ ແລະ ນັກທ່ອງ ທ່ຽວ ມາເລເຊຍ ໃຫ້ເຂົ້າມາລົງທຶນ ແລະ ທ່ອງທ່ຽວ ຢູ່ ສປປ ລາວ ໃຫ້ ຫລາຍຂຶ້ນ ໃນຊຸມປີຕໍ່ໜ້າ. ໃນໂອກາດດຽວກັນນີ້, ທ່ານທູດ ກໍໄດ້ສະແດງຄວາມຂອບໃຈຢ່າງ ຈິງໃຈ ມາຍັງລັດຖະບານ ແລະ ປະ ຊາຊົນລາວ ໂດຍສະເພາະກະຊວງ ການຕ່າງປະເທດ ທີ່ໄດ້ອໍານວຍ ຄວາມສະດວກ ແລະ ການຊ່ວຍ ເຫລືອ ໃຫ້ແກ່ການເຄື່ອນໄຫວໜ້າ ທີ່ການທູດຂອງຕົນ ຢູ່ ສປປ ລາວ ຈົນປະສົບຜົນສໍາເລັດຢ່າງຈົບ ງາມ, ສະແດງຄວາມປິຕິຍິນດີ ແລະ ຂອບໃຈ ຕໍ່ລັດຖະບານ ແຫ່ງ ສປປ ລາວ ເປັນຢ່າງຍິ່ງ ທີ່ເຫັນໄດ້ ເຖິງຜົນງານ, ຍ້ອງຍໍຊົມເຊີຍ ແລະ ປະດັບຫລຽນກາມິດຕະພາບອັນ ມີຄຸນຄ່າໃຫ້ແກ່ຕົນໃນຄັ້ງນີ້, ພ້ອມ ທັງຢືນຢັນວ່າຈະສືບຕໍ່ໃນການເປັນ ຂົວຕໍ່ປະສານງານປະກອບສ່ວນ ເຂົ້າໃນການຮັດແໜ້ນ ແລະ ເສີມ ຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ມາເລເຊຍ ແລະ ສປປ ລາວ ໃຫ້ໄດ້ ຮັບການພັດທະນາ ແລະ ມີບາດ ກ້າວຂະຫຍາຍຕົວຍິ່ງໆຂຶ້ນໃນອະ ນາຄົດ. ໃຈເປັນເອກະພາບຢ່າງກວ້າງ ຂວາງ ແລະ ເລິກເຊິ່ງ ຕໍ່ການນຳ ພາ-ຊີ້ນຳຂອງຂັ້ນເທິງ ໃນການກຳ ນົດທິດທາງ,ໜ້າວຽກຈຸດສຸມຕ່າງໆ ເພື່ອເປັນເອກະພາບສູງ, ບຸກທະລຸ ການພັດທະນາປະເທດຊາດໃນສະ ເພາະໜ້າ ແລະ ຍາວນານ. ພ້ອມນີ້, ສະຫາຍ ຍັງໄດ້ສືບຕໍ່ເຜີຍແຜ່ເນື້ອ ໃນກົດລະບຽບພັກ, ຄຳແນະນຳ ເລກທີ 303/ຄຈສພ, ລົງວັນທີ 20 ພຶດສະພາ 2026 ກ່ຽວກັບການ ຈັດຕັ້ງປະຕິບັດກົດລະບຽບຂອງ ພັກປະຊາຊົນປະຕິວັດລາວ ສະໄໝ ທີ XII, ປະກອບດ້ວຍ 15 ໝວດ, 64 ມາດຕາ; ໄດ້ຍົກໃຫ້ເຫັນຄວາມ ໝາຍ-ຄວາມສຳຄັນ, ບັນດາໝວດ ແລະ ມາດຕາ ທີ່ກອງປະຊຸມໃຫຍ່ ຂອງພັກ ໄດ້ເປັນເອກະພາບປັບປຸງ ດັດແປງໃໝ່. ປັບປຸງກົງຈັກການຈັດຕັ້ງຂອງລັດ ທັງສູນກາງ ແລະ ທ້ອງຖິ່ນ ໂຮມ ບັນດາກົງຈັກຈໍານວນໜຶ່ງ ເຂົ້ານໍາ ກັນ, ລັດຖະບານ ກໍມີການໂຮມບັນ ດາກະຊວງ, ສະພາແຫ່ງຊາດກໍມີ ຮີບດ່ວນ ເປັນຕົ້ນ ນ້ຳດື່ມ ແລະ ນ້ຳ ໃຊ້ທີ່ສະອາດ. ຕໍ່ບັນຫາດັ່ງກ່າວ, ຄະນະກຳມະ ການຄຸ້ມຄອງໄພພິບັດຂັ້ນເມືອງ ພ້ອມດ້ວຍການນຳເມືອງ ແລະ ຄະ ນະຕາແສງນາຕານ-ເມືອງຫລວງ ໄດ້ສົມທົບກັບກອງບັນຊາການທະ ຫານເມືອງ ເພື່ອປະຕິບັດງານກູ້ ໄພຢ່າງຮີບດ່ວນ ໃນການຂົນຍ້າຍ ຊັບສິນທີ່ຈຳເປັນ ແລະ ສັດລ້ຽງຂຶ້ນ ສູ່ບ່ອນປອດໄພ. ພ້ອມນັ້ນ ການນໍາ ຂັ້ນເມືອງ ຍັງໄດ້ມອບໝາຍໃຫ້ກອງ ເລຂາຄຸ້ມຄອງໄພພິບັດ ແລະ ວິຊາ ການລົງຕິດຕາມສະພາບການຢ່າງ ໃກ້ຊິດ ແລະ ລາຍງານສະຖານະ ການໃຫ້ຂັ້ນເທິງຮັບຊາບທຸກໆຊົ່ວ ໂມງ ຊຶ່ງຄະນະກຳມະການຄຸ້ມຄອງ ໄພພິບັດຂັ້ນແຂວງ ແລະ ເມືອງ ພວມເລັ່ງຊອກຫາວິທີທາງ ເພື່ອໃຫ້ ການຊ່ວຍເຫລືອ ແລະ ບັນເທົາທຸກ ໃນເບື້ອງຕົ້ນ. ປັດຈຸບັນ, ສະພາບ ຝົນຍັງສືບຕໍ່ຕົກເປັນບາງໄລຍະ, ລະດັບນ້ຳຫລຸດລົງພຽງເລັກນ້ອຍ (ປະມານ 20-30 ຊັງຕີແມັດ) ແລະ ຍັງມີລັກສະນະນ້ຳຖ້ວມຂັງ ເນື່ອງຈາກນ້ຳໄຫລລະບາຍໄດ້ຊ້າ. ສຳລັບມູນຄ່າຄວາມເສຍຫາຍ ລວມນັ້ນ ທາງການຂອງເມືອງຈະ ໄດ້ລົງກວດກາ ແລະ ປະເມີນຜົນ ເສຍຫາຍຢ່າງລະອຽດອີກຄັ້ງ ພາຍ ຫລັງລະດັບນ້ຳຫລຸດລົງສູ່ສະພາ ວະປົກກະຕິ. ຮຽກຮ້ອງໃຫ້ພໍ່ແມ່ ປະຊາຊົນໃນເຂດດັ່ງກ່າວ ຈົ່ງມີ ສະຕິລະວັງຕົວ ແລະ ຕິດຕາມການ ແຈ້ງເຕືອນສະພາບອາກາດຢ່າງ ໃກ້ຊິດ. ລັດຖະບານ ວາງຫລາຍມາດຕະການ...ັ ກະຊວງ ສສກ... ລັດຖະບານສະເໜີ...ັີ ລັດຖະບານ ປະດັບຫລຽນ...ັັ ການໂຮມບັນດາກຳມາທິການເຂົ້າ ກັນ ເຮັດໃຫ້ກົງຈັກມີຄວາມກະທັດ ຮັດ ແລະ ມີປະສິດທິພາບ ເພື່ອຮັບ ປະກັນການປັບປຸງພາລະບົດບາດ, ສິດ ແລະ ໜ້າທີ່ຂອງອົງການຈັດຕັ້ງ ລັດ ທັງສູນກາງ ແລະ ທ້ອງຖິ່ນ ໃຫ້ ໄດ້ຜົນດີ. ຂ່າວ: ສົມຫວັງ ໝູນເຂດຮ້ອນ ໄມສັກ ສົ່ງຜົນໃຫ້ມີ ຝົນຕົກໜັກຕໍ່ເນື່ອງໃນຫລາຍພື້ນທີ່, ເຮັດໃຫ້ລະດັບນ້ຳໃນສາຍນ້ຳຫີນ ບູນ (ບໍລິເວນປາກຖ້ຳກອງລໍ-ນາ ຕານ) ເພີ່ມສູງຂຶ້ນຢ່າງໄວວາ ຈາກ 30 ຊັງຕີແມັດ ເປັນ 1,30 ແມັດ ເຮັດໃຫ້ເກີດສະພາບນ້ຳຖ້ວມຂັງ, ໄຫລຜ່ານເສັ້ນທາງ ແລະ ເຂົ້າ ຖ້ວມເຮືອນຊານບ້ານຊ່ອງຂອງ ປະຊາຊົນ. ເຫດການດັ່ງກ່າວ ສົ່ງຜົນກະ ທົບໂດຍກົງຕໍ່ປະຊາຊົນໃນ 3 ບ້ານ ຂອງຕາແສງນາຕານ-ເມືອງຫລວງ ຄື: ບ້ານນາຕານ, ບ້ານນາຫ້າງ ແລະ ບ້ານທ່າຂັນແກ້ວ. ນອກຈາກ ນ້ຳຖ້ວມຂັງເຮືອນຊານແລ້ວ, ຍັງ ສົ່ງຜົນກະທົບຕໍ່ລະບົບໄຟຟ້າ ທີ່ ຕ້ອງໄດ້ຕັດການສະໜອງ ເພື່ອ ຄວາມປອດໄພຂອງປະຊາຊົນ ຊຶ່ງ ປະຊາຊົນໃນພື້ນທີ່ດັ່ງກ່າວ ພວມ ຕ້ອງການຄວາມຊ່ວຍເຫລືອຢ່າງ ເມືອງນາກາຍ...ື ສສຊ... ຄຕພ... ໃນໂອກາດນີ້, ສະຫາຍ ບຸນ ເຫລືອ ພັນດານຸວົງ ຍັງໄດ້ເນັ້ນໜັກ ໃຫ້ສະມາຊິກພັກ, ພະນັກງານ ຄະ ນະພົວພັນຕ່າງປະເທດສູນກາງ ພັກ ທຸກສະຫາຍ ຈົ່ງຍົກສູງຄວາມ ຮັບຜິດຊອບໜ້າທີ່ການເມືອງຂອງ ຕົນ, ກຳແໜ້ນເນື້ອໃນຈິດໃຈຂອງ ບັນດາເອກະສານສຳຄັນດັ່ງກ່າວ ແລະ ນຳໄປຈັດຕັ້ງຜັນຂະຫຍາຍ ເຂົ້າໃນວຽກງານ ໃຫ້ປະກົດຜົນ ເປັນຈິງ.
RkJQdWJsaXNoZXIy MTc3MTYxMQ==