gsfdko{dkora fmtok a xtgmf]k; ( 09/07/2026 dtly dvog,n v'zkv5 fq , 05 h o0h P;zt]y frn f]tf6 /q o ຂປລ. ແຫລ່ງຂ່າວຈາກແຂວງບໍ່ ແກ້ວ ໃຫ້ຮູ້ວ່າ: ກະສິກອນ ເມືອງຜາ ອຸດົມ ແຂວງບໍ່ແກ້ວ ພວມຂຸ້ນຂ້ຽວ ຜະລິດພືດລະດູຝົນ ໂດຍສະເພາະ ການປັກດຳເຂົ້ານາປີ ຊຶ່ງປັດຈຸບັນ ໄດ້ອະນາໄມຮ່ອງເໝືອງ ແລະ ເອົາ ນໍ້າເຂົ້ານາສໍາເລັດແລ້ວ 100% ພ້ອມທັງຕົກກ້າສໍາເລັດ 80% ແລະ ການໄຖກຽມດິນສໍາເລັດ 60%. ສຳລັບການປູກເຂົ້າໄຮ່ແມ່ນໄດ້ສໍາ ເລັດ 100% ແລະ ພວມຢູ່ໃນການ ບົວລະບັດຮັກສາ, ການເສຍຫຍ້າ ພວນດິນ ແລະ ການປ້ອງກັນສັດຕູ ພືດທີ່ມາທໍາລາຍ. ທ່ານ ສົມໄຊ ແສງທອງ ຫົວໜ້າ ໜ່ວຍງານປູກຝັງ, ຫ້ອງການກະ ສິກໍາ ແລະ ສິ່ງແວດລ້ອມ ເມືອງ ຜາອຸດົມ ແຂວງບໍ່ແກ້ວ ໃຫ້ຮູ້ເມື່ອ ບໍ່ດົນມານີ້ວ່າ: ທົ່ວເມືອງມີເນື້ອທີ່ 2.470 ເຮັກຕາ ໃນນີ້, ນາແບບ ຢອດ ເນື້ອທີ່ 50 ເຮັກຕາ ປັດຈຸບັນ ການໄຖກຽມດິນປູກເຂົ້າຢອດເມັດ ແຫ້ງໄດ້ 35,97 ເຮັກຕາ, ເທົ່າກັບ 90%. ສ່ວນການປູກເຂົ້າໄຮ່ມີເນື້ອ ທີ່ 3.850 ເຮັກຕາ. ນອກຈາກ ການປູກເຂົ້າແລ້ວກະສິກອນເມືອງ ຜາອຸດົມ ຍັງປູກພືດເປັນສະບຽງ ອາຫານ ເປັນຕົ້ນ ປູກພືດຜັກ, ສາລີ ຫວານ, ເຜືອກ-ມັນ, ໄມ້ໃຫ້ໝາກ ໃນນີ້, ການປູກພືດຜັກມີເນື້ອທີ່ 20 ເຮັກຕາ, ມີ10ບ້ານ, ມີ65ຄອບຄົວ ຊຶ່ງການກຽມດິນ ແລະ ກຽມໜານ ປູກ ສໍາເລັດແລ້ວ 100%, ປັດຈຸບັນ ພວມຢູ່ໃນໄລຍະການບົວລະບັດ ຮັກສາ, ການເສຍຫຍ້າພວນດິນ ແລະ ການປ້ອງກັນສັດຕູພືດທີ່ມາ ທໍາລາຍ. ສຳລັບການປູກສາລີຫວານ ມີ ເນື້ອທີ່ 30 ເຮັກຕາ, ມີ 23 ບ້ານ, ມີ 130 ຄອບຄົວ, ປັດຈຸບັນກະກຽມ ດິນສຳເລັດແລ້ວ 100%, ການປູກ ເຜືອກ-ມັນ ໃນເນື້ອທີ່ 20 ເຮັກຕາ, ມີ 30 ບ້ານ, ມີ 50 ຄອບຄົວ ຊຶ່ງ ປູກສໍາເລັດແລ້ວ 100%, ການປູກ ໄມ້ໃຫ້ໝາກ ມີເນື້ອທີ່ 62 ເຮັກຕາ. ສ່ວນການປູກພືດເປັນສິນຄ້າ ມີ: ສາລີແຂງ, ໝາກງາ, ໝາກເດືອຍ ໃນນີ້, ປູກສາລີແຂງ ໃນເນື້ອທີ່ 50 ເຮັກຕາ, ມີ 36 ບ້ານ, ມີ 655 ຄອບຄົວ ປັດຈຸບັນການກະກຽມ ດິນປູກສຳເລັດແລ້ວ 100% ແລະ ປູກສໍາເລັດ 70%, ປູກໝາກງາ ມີ ເນື້ອທີ່ 118 ເຮັກຕາ, ມີ 35 ບ້ານ, ມີ 140 ຄອບຄົວ ແລະ ປູກສໍາ ເລັດ 60%, ໝາກເດື່ອຍ ມີເນື້ອ ທີ່ 264 ເຮັກຕາ, ມີ 46 ບ້ານ, ມີ 210 ຄອບຄົວ, ປັດຈຸບັນປູກສໍາ ເລັດ 70%. ຂ່າວ-ພາບ: ໂສພາ ທິບພະວົງ vq 'dkodkcf'c0;'va f8txn 9a fdy f9tde[= ]y 9kdg]n vf ຂປລ. ແຫລ່ງຂ່າວຈາກແຂວງ ອັດຕະປື ໃຫ້ຮູ້ວ່າ: ອົງການກາແດງ ແຂວງອັດຕະປື ລົງເຄື່ອນໄຫວຈັດ ກິດຈະກຳຮັບການບໍລິຈາກເລືອດ ຢູ່ ບໍລິສັດ ລົງທຶນ ແລະ ຜະລິດທຸລະກິດ ກະສິກຳ ພາກໃຕ້ລາວຈຳກັດຜູ້ດຽວ (THACO) ພາຍໃຕ້ຄຳຂວັນ “ບໍລິຈາກເລືອດ ບໍ່ຫວັງສິ່ງຕອບ ແທນ ເຊື່ອມຕໍ່ດວງໃຈ ແລະ ແບ່ງ ປັນຊີວິດ” ໃນວັນທີ 7 ກໍລະກົດ 2026 ຊຶ່ງນຳໂດຍ ທ່ານ ນາງ ດາວວັງ ນາມສີນາ ຮອງຫົວໜ້າ ອົງການກາແດງແຂວງອັດຕະປື, ພ້ອມດ້ວຍຄະນະທິມງານແພດໝໍ ຈາກສູນເລືອດ ຂອງແຂວງ ແລະ ພະນັກງານຂອງບໍລິສັດດັ່ງກ່າວ ເຂົ້າຮ່ວມ. ກິດຈະກຳບໍລິຈາກເລືອດໃນຄັ້ງ ນີ້, ມີຜູ້ສະໝັກໃຈບໍລິຈາກເລືອດ ທັງໝົດ 50 ຄົນ, ຍິງ 17 ຄົນ, ຜ່ານການກວດສຸຂະພາບຈາກທີມ ງານແພດໝໍ ຂອງສູນເລືອດຂອງ ແຂວງ ສາມາດເອົາເລືອດໄດ້ຕົວ ຈິງ 42 ຄົນ, ຍິງ 15 ຄົນ, ບໍ່ສາມາດ ເອົາເລືອດອອກໄດ້ 8 ຄົນ, ຍິງ 2 ຄົນ ເນື່ອງຈາກບໍ່ຄົບເງື່ອນໄຂ ຫລື m6 fvq flt8ik]u xt9e]k; 8y f8k, c]t -5 dp6 h dkoxt8y [a f37'dko g0Q kg4y 'dko[= ]y dkol5 0trk[ c]t 3r-tokdko 16 j g,n v's]k ຂປລ. ແຫລ່ງຂ່າວຈາກແຂວງ ອຸດົມໄຊ ໃຫ້ຮູ້ວ່າ: ທ່ານ ນາງ ເມ ເກນ ຈອນ (Megan Jones) ເອກອັກຄະລັດຖະທູດ ອົດສະຕຣາ ລີ ປະຈຳ ສປປ ລາວ ແລະ ທ່ານ ດຣ. ຫຸມພັນ ອິນທະມຸງຄຸນ ຫົວໜ້າ ພະແນກສາທາລະນະສຸກ ແຂວງ ອຸດົມໄຊ ພ້ອມຄະນະ ໄດ້ລົງຕິດຕາມ ແລະ ຊຸກຍູ້ ການຈັດຕັ້ງປະຕິບັດ ໂຄງການເຂົ້າເຖິງການບໍລິການ ສຸຂະພາບ ແລະ ໂພຊະນາການ ພ້ອມທັງຢ້ຽມຢາມການດຳເນີນ ງານ ໂຄງການປັບປຸງການເຂົ້າເຖິງ ບໍລິການສຸຂະພາບທີ່ມີຄຸນນະພາບ ຢູ່ ສຸກສາລາ ເຂດຜາວີ ບ້ານສາມັກຄີ ໄຊ ເມືອງຫລາ ແຂວງອຸດົມໄຊ ໃນ ວັນທີ 6 ກໍລະກົດ 2026 ຜ່ານມາ. ໃນໂອກາດດັ່ງກ່າວ, ທ່ານ ບຸນ ສົງ ວົງວິໄລ ຮອງຫົວໜ້າຫ້ອງການ ສາທາລະນະສຸກ ເມືອງຫລາ ໄດ້ ລາຍງານຜົນການຈັດຕັ້ງປະຕິບັດ ໂຄງການວ່າ: ໂຄງການເຂົ້າເຖິງ ການບໍລິການສຸຂະພາບ ແລະ ໂພ ຊະນາການໄດ້ສືບຕໍ່ຈາກໂຄງການ ພັດທະນາສຸຂະພາບ ແລະ ໂພຊະ ນາການ (HGNDP) ໂດຍດຳເນີນ ໃນໄລຍະທີ 1 ແຕ່ປີ 2021-2024 ແລະ ໄລຍະທີ 2 ປີ 2024-2028 ຊຶ່ງໄດ້ຮັບທຶນສະໜັບສະໜູນ ຈາກ ທະນາຄານໂລກ, ລັດຖະບານ ອົດ ສະຕຣາລີ, ກອງທຶນໂລກ ແລະ ພັນທະມິດໂລກ ເພື່ອວັກຊິນ ແລະ ການສ້າງພູມຄຸ້ມກັນ (Gavi). ສຳລັບການດຳເນີນງານໃນລະດັບ ຊຸມຊົນ ປະກອບດ້ວຍຫລາຍກິດຈະ ກຳສຳຄັນ ການສື່ສານ ແລະ ສ້າງ ການປ່ຽນແປງພຶດຕິກຳ ດ້ານສຸຂະ ພາບ ແລະ ໂພຊະນາການ, ການສັກ ຢາປ້ອງກັນພະຍາດ ພ້ອມທັງການ ໃຫ້ຄຳປຶກສາດ້ານໂພຊະນາການ ແກ່ແມ່ຍິງຖືພາ ແລະ ຄອບຄົວ. ການລົງຕິດຕາມ ໄດ້ເນັ້ນໜັກການ ຕິດຕາມການສື່ສານປ່ຽນແປງ ພຶດຕິກຳ ແລະ ການໃຫ້ຄຳປຶກສາ ດ້ານໂພຊະນາການ ແກ່ກຸ່ມເປົ້າ ໝາຍ. ພ້ອມນີ້, ຄະນະດັ່ງກ່າວ ຍັງ ໄດ້ລົງຢ້ຽມຢາມການໃຫ້ບໍລິການ ຢູ່ສຸກສາລາ ຕິດຕາມການກວດ ຄັນກ່ອນເກີດ, ການສັກວັກຊິນ, ການໃຫ້ຄຳປຶກສາດ້ານໂພຊະນາ ການພ້ອມທັງສົນທະນາ ຊັກຖາມ ພະນັກງານສຸຂະພາບ, ອາສາ ສະໝັກ ສາທາລະນະສຸກບ້ານ, ແມ່ ຍິງຖືພາ ແລະ ຄອບຄົວຜູ້ໄດ້ຮັບຜົນ ປະໂຫຍດ ເພື່ອຮັບຟັງຄວາມຄິດ ເຫັນ ແລະ ບັນຫາຕົວຈິງໃນການ ຈັດຕັ້ງປະຕິບັດໂຄງການ. ພ້ອມທັງ ຍັງໄດ້ລົງຢ້ຽມຢາມຄອບຄົວທີ່ມີ ເດັກອາຍຸຕ່ຳກວ່າ 2 ປີ ເພື່ອຕິດຕາມ ການຊັ່ງນ້ຳໜັກ, ວັດສ່ວນສູງ, ບັນທຶກຂໍ້ມູນໃນປຶ້ມຕິດຕາມການ ເຕີບໂຕ ແລະ ໃຫ້ຄຳແນະນຳແກ່ຜູ້ ປົກຄອງ ກ່ຽວກັບການລ້ຽງດູ ແລະ ໂພຊະນາການທີ່ເໝາະສົມ ເພື່ອໃຫ້ ເດັກມີການເຕີບໂຕສົມໄວ. ການລົງຕິດຕາມ ແລະ ຢ້ຽມ ຢາມຄັ້ງນີ້ ກໍເພື່ອໃຫ້ເຫັນເຖິງຄວາມ ຮ່ວມມືອັນແໜ້ນແຟ້ນ ລະຫວ່າງ ລັດຖະບານ ສປປ ລາວ, ລັດຖະບານ ອົດສະຕຣາລີ ແລະ ບັນດາຄູ່ຮ່ວມ ພັດທະນາ ໃນການຍົກລະດັບການ ເຂົ້າເຖິງບໍລິການສຸຂະພາບ ແລະ ໂພຊະນາການທີ່ມີຄຸນນະພາບ ໂດຍ ສະເພາະ ແມ່ ແລະ ເດັກ ໃນເຂດ ຊົນນະບົດ ແລະ ເຂດຫ່າງໄກ ອັນ ເປັນການປະກອບສ່ວນສຳຄັນໃນ ການຍົກລະດັບຄຸນນະພາບຊີວິດ ແລະ ສຸຂະພາບຂອງປະຊາຊົນ ໃຫ້ ດີຂຶ້ນຢ່າງຍືນຍົງ. ຂ່າວ: ຄຳພັນ ແກ້ວມະນີ ສຸກຂະພາບຜູ້ກ່ຽວບໍ່ແຂງແຮງ. ທ່ານ ນາງ ດາວວັງ ນາມສີ ນາ ໄດ້ໃຫ້ຮູ້ວ່າ: ປັດຈຸບັນ ຄວາມ ຕ້ອງການເລືອດຂອງຄົນເຈັບ ທີ່ ນອນຮັກສາປິ່ນປົວຢູ່ຕາມໂຮງໝໍ ແຫ່ງຕ່າງໆ ແມ່ນມີຈໍານວນເພີ່ມຂຶ້ນ ໃນແຕ່ລະວັນ ເປັນຕົ້ນ ຄົນເຈັບ ໃນກໍລະນີ ການຜ່າຕັດ, ອຸບັດເຫດ ຕາມທ້ອງຖະໜົນ, ຄົນເຈັບພະຍາດ ໄຂ້ຍຸງລາຍຮຸນແຮງ, ແມ່ຍິງຖືພາ ກໍລະນີເກີດລູກບໍ່ປົກກະຕິ ແລະ ຄົນ ເຈັບອື່ນໆ ທີ່ມີຄວາມຕ້ອງການໃສ່ ເລືອດ ຊຶ່ງຄວາມຕ້ອງການໃສ່ເລືອດ ຂອງຄົນເຈັບຢູ່ໂຮງໝໍ ພາຍໃນ ແຂວງສະເລ່ຍບໍ່ຕໍ່າກວ່າ 2-3 ຖົງ ຕໍ່ວັນ. ໃນໄລຍະ 6 ເດືອນຕົ້ນປີນີ້ ທາງອົງການກາແດງແຂວງໄດ້ ເຄື່ອນໄຫວຂໍແຜ່ບໍລິຈາກເລືອດນໍາ ພາກສ່ວນຕ່າງ 13 ຄັ້ງ ໄດ້ເລືອດ ຕົວຈິງ 330 ຖົງ ເມື່ອທຽບໃສ່ກັບ ຄວາມຕ້ອງການເລືອດຂອງຄົນ ເຈັບແລ້ວເຫັນວ່າຍັງບໍ່ທັນພຽງພໍ, ດັ່ງນັ້ນ, ຮຽກຮ້ອງມາຍັງທົ່ວສັງຄົມ ຈົ່ງໃຫ້ເຫັນເຖິງຄວາມໝາຍສໍາຄັນ ຂອງການບໍລິຈາກເລືອດ, ເນື່ອງ ຈາກເລືອດແມ່ນບໍ່ສາມາດຜະລິດ ຂຶ້ນມາໄດ້ເອງ ມີພຽງແຕ່ການບໍລິ ຈາກຂອງຄົນເຮົາເທົ່ານັ້ນ ຈຶ່ງຈະ ໄດ້ເລືອດ ເພື່ອມາຊ່ວຍເພື່ອນມະນຸດ ດ້ວຍກັນ. ສໍາລັບຜູ້ທີ່ສາມາດບໍລິຈາກ ເລືອດໄດ້ ແມ່ນຜູ້ທີ່ມີອາຍຸແຕ່ 17 ປີຂຶ້ນໄປ, ນໍ້າໜັກ 45 ກິໂລກຣາມ ຂຶ້ນໄປ ແລະ ມີສຸຂະພາບແຂງແຮງ ແລະ ສາມາດເຂົ້າຮ່ວມບໍລິຈາກ ເລືອດໄດ້ໃນທຸກໆມື້ຢູ່ສູນເລືອດ ໂຮງໝໍແຂວງ ເລີ່ມແຕ່ 8:3016:00 ໂມງ ໂດຍເປີດຮັບບໍລິຈາກ ເລືອດ ເປັນປະຈໍາບໍ່ເວັ້ນວັນພັກທາງ ລັດຖະການ. ຂ່າວ: ສ.ໄຊຄຳສອນ ma [oa ddy ]kgpq k;t-q o U10 g[lts;a o 7;h kc-a ,[kog8tokok-kf mu j -P'.\j ຂປລ. ທັບນັກກິລາບານເຕະ ເຍົາວະຊົນ ຮຸ່ນອາຍຸບໍ່ເກີນ 10 ປີ (U10) ແລະ ຄະນະຄູເຝິກຂອງ ສະໂມສອນ ເບສະຫວັນ ເອັຟຊີ (BaysanvanhFC)ໄດ້ເດີນທາງ ເຖິງນະຄອນຫລວງວຽງຈັນ ສປປ ລາວ ໃນວັນທີ 6 ກໍລະກົດ 2026 ຢູ່ດ່ານສາກົນຂົວມິດຕະພາບ ລາວ-ໄທ 1 ພາຍຫລັງຍາດໄດ້ຂັນ ຊະນະເລີດ (ຂັນແຊັມ) ໃນການ ແຂ່ງຂັນບານເຕະເຍົາວະຊົນນານາ ຊາດ ລາຍການ “COPA NAKA 2026 – U10” ທີ່ແຂວງຊຽງໃໝ່ ຣາຊະອານາຈັກໄທ ລະຫວ່າງ ວັນທີ 4-5 ກໍລະກົດ 2026. ການເດີນທາງຄັ້ງນີ້ ນຳໂດຍ ທ່ານ ບຸນມີ ຫລ່ຽມໄຊຍະຈັກ ປະທານສະຫະພັນບານເຕະຄົນ ພິການຕາແຫ່ງຊາດລາວ, ຮອງ ປະທານສະຫະພັນບານເຕະນະຄອນ ຫລວງວຽງຈັນ ທັງເປັນປະທານ ກິດຕິມະສັກຂອງສະໂມສອນ ເບ ສະຫວັນ ເອັຟຊີ ໄດ້ຮ່ວມເດີນທາງ ໄປຕິດຕາມ ແລະ ໃຫ້ກຳລັງໃຈ ນັກກິລາຢ່າງໃກ້ຊິດ ສະແດງໃຫ້ ເຫັນເຖິງຄວາມເອົາໃຈໃສ່ ຕໍ່ການ ພັດທະນາບານເຕະຮາກຖານ (Grassroots Football) ໃນ ສປປ ລາວ. ການເຂົ້າຮ່ວມແຂ່ງຂັນ ຄັ້ງນີ້ ຖືເປັນໂອກາດອັນດີເລີດ ຂອງທັບນັກເຕະຮຸ່ນເຍົາວະຊົນ ເບ ສະຫວັນ ເອັຟຊີ ທີ່ຈະໄດ້ເກັບກ່ຽວ ປະສົບການຈິງ ພັດທະນາທັກສະ ແລະ ຮຽນຮູ້ມາດຕະຖານການຫລິ້ນ ໃນລະດັບສາກົນ, ພ້ອມທັງເປັນ ການເຜີຍແຜ່ຊື່ສຽງ ແລະ ຄວາມ ກ້າວໜ້າຂອງວົງການບານເຕະເຍົາ ວະຊົນລາວ ໃຫ້ເປັນທີ່ຮູ້ຈັກໃນເວທີ ສາກົນຫລາຍຂຶ້ນ. ການແຂ່ງຂັນ COPANAKA 2026 – U10 ມີທີມເຂົ້າຮ່ວມ ທັງໝົດຈາກ 14 ປະເທດ ທົ່ວພາກ ພື້ນອາຊີ ປະກອບດ້ວຍ ຍີ່ປຸ່ນ, ສ ເກົາຫລີ, ສປ ຈີນ, ໄທ, ມາເລເຊຍ, ສສ ຫວຽດນາມ, ອິນໂດເນເຊຍ, ອິນເດຍ, ຟີລິບປິນ ສິງກະໂປ, ສປປ ລາວ, ເມົາດິບ, ມົງໂກລີ ແລະ ມຽນມາ. ສໍາລັບຜົນງານຂອງທັບ ນັກກິລາ ເບສະຫວັນ ເອັຟຊີ ຮອບ ແບ່ງກຸ່ມ ນັດທໍາອິດ ເອົາຊະນະ All star 14-0 ນັດທີສອງ ໄລ່ ເອົາຊະນະ Elite 11-0 ແລະ ນັດ ທີ 3 ເອົາຊະນະ Spartans 8-1 ຮອບ 8 ທີມສຸດທ້າຍ ເອົາຊະນະ Chiangmai FA Bx Wachirawit 7-0, ຮອບຮອງຊະນະເລີດ ( 4 ທີມສຸດທ້າຍ) ເອົາຊະນະ Lampang Arena 7-1 ແລະ ນັດ ຊີງຊະນະເລີດ ເອົາຊະນະ Spirit Academy 5-2 ພ້ອມໄດ້ສິດໄປ ແຂ່ງຂັນຢູ່ປະເທດສິງກະໂປ ໃນ ເດືອນພະຈິກ 2026. ລາຍການຕໍ່ໄປຫລານນ້ອຍ ເບສະຫວັນ ມີແຜນຈະສືບຕໍ່ອອກ ເດີນທາງໄປແຂ່ງຂັນທີ່ນະຄອນ ຊຽງໄຮ ສປ ຈີນ ໃນວັນທີ 12 ກໍລະກົດ 2026 ນີ້. ສຳລັບຜົນງານ ໃນໄລຍະຜ່ານມາ ສະໂມສອນ ເບ ສະຫວັນ ໃນຮຸ່ນດັ່ງກ່າວ ກໍໄດ້ສາຍ ແວວ ໃນການຄວ້າແຊັມບານເຕະ ຊີງແຊັມນາໆຊາດ ທີ່ນະຄອນຖາຍ ຫງຽນ ສສ ຫວຽດນາມມາແລ້ວ. ຂ່າວ: ສີພອນ
RkJQdWJsaXNoZXIy MTc3MTYxMQ==