7315

09/07/2026 xtgmf]k; 6 glf4tdy f{la '7q y a ,q glu ,0tspkp,tsklk,a d7u mj q ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ທອງສະຫວັນັ -u ;y f{;a fmtotme u y a dt9P[0P; za drN o[h ko v5 fq ,fh ;plkovkskomu j fu 8= j l5 0trk[ ຂປລ. ພູຟ້າ ນັບເປັນພູເຂົາ ສັກສິດ ແລະ ເປັນສູນລວມຈິດໃຈ ຂອງປະຊາຊົນແຂວງຜົ້ງສາລີ ມາແຕ່ບູຮານນະການ. ພູຟ້າຕັ້ງຢູ່ ທາງທິດຕາເວັນອອກສ່ຽງເໜືອ ຂອງເທສະບານເມືອງຜົ້ງສາລີ ມີ ຄວາມສູງ 1.640 ແມັດ ຈາກ ລະດັບນ້ຳທະເລ ແລະ ເປັນຍອດພູ ທີ່ສູງເດັ່ນໃນບໍລິເວນ. ພື້ນທີ່ກວ່າ 200 ເຮັກຕາ ຖືກປົກຄຸມດ້ວຍ ປ່າໄມ້ອັນອຸດົມສົມບູນ ເປັນແຫລ່ງ ອາໄສຂອງສັດປ່ານາໆຊະນິດ ແລະ ພືດສະໝຸນໄພພື້ນເມືອງຫລາຍ ຊະນິດ ທີ່ປະຊາຊົນນຳໃຊ້ເປັນ ຢາປິ່ນປົວພະຍາດມາແຕ່ກ່ອນ. ໃນອະດີດ ພູຟ້າ ເປັນຖິ່ນອາໄສ ຂອງສັດປ່າຫາຍາກຫລາຍຊະນິດ ເຊັ່ນ: ເສືອ, ຊ້າງ, ແຮດ, ກະທິງ, ກວາງ ແລະ ນົກຍຸງ. ປັດຈຸບັນ ສັດປ່າຈຳນວນຫລາຍໄດ້ຍ້າຍຖິ່ນ ອາໄສຍ້ອນການຂະຫຍາຍຕົວຂອງ ຊຸມຊົນ, ແຕ່ຍັງມີສັດປ່າ ແລະ ແມງ ຂປລ. ກະຈຽບຂຽວ ເປັນຜັກ ພື້ນບ້ານທີ່ນິຍົມບໍລິໂພກກັນຢ່າງ ແຜ່ຫລາຍ ເນື່ອງຈາກມີຄຸນຄ່າ ທາງໂພຊະນາການສູງ ອຸດົມໄປ ດ້ວຍວິຕາມິນ, ແຮ່ທາດ, ເສັ້ນໃຍ ອາຫານ ແລະ ສານຕ້ານອະນຸມູນ ອິດສະລະ ທີ່ຊ່ວຍບຳລຸງສຸຂະພາບ. ກະຈຽບຂຽວ ມີເສັ້ນໃຍອາຫານສູງ ແລະ ນ້ຳເມືອກຕາມທຳມະຊາດ ຊຶ່ງ ຊ່ວຍໃຫ້ລະບົບຂັບຖ່າຍເຮັດວຽກ ໄດ້ດີ. ນອກຈາກນັ້ນ, ຍັງຊ່ວຍ ສົ່ງເສີມການເຕີບໂຕຂອງຈຸລິນຊີທີ່ ມີປະໂຫຍດໃນລຳໄສ້ ຫລື ພຣີໄບໂອ ຕິກ (prebiotics) ເຮັດໃຫ້ລະບົບ ຍ່ອຍອາຫານແຂງແຮງຂຶ້ນ. ໄມ້ຫລາຍຊະນິດອາໄສຢູ່ເຮັດໃຫ້ ພູຟ້າ ກາຍເປັນແຫລ່ງທ່ອງທ່ຽວ ທາງທຳມະຊາດທີ່ງົດງາມ. ຕາມຕຳນານ ນິທານພື້ນບ້ານ ກ່າວຂານກັນມາວ່າ: ປາງກ່ອນ ກີ້ຢູ່ເທິງຈອມພູສູງແຫ່ງນີ້ ຍັງມີ ເຄືອເຂົາໃຫຍ່ຕົ້ນໜຶ່ງ ຊື່ວ່າ: ເຄືອ ເຂົາຫລວງ. ເຄືອເຂົາດັ່ງກ່າວ ມີອາຍຸຫລາຍພັນປີ ແລະ ນັບມື້ ln [lko8eokog7n vg0q ks];' r6 2h k g,n v'zQ 'lk]u ນັບປົ່ງຍອດອອກໃບສູງຂຶ້ນ ເຮັດ ໃຫ້ຍອດຂອງເຄືອເຂົາຫລວງດັ່ງ ກ່າວ ເລືອຂຶ້ນໄປເຖິງເມືອງພະຍາ ແຖນແຫ່ງໜຶ່ງ ທີ່ຢູ່ສະຫວັນຊັ້ນ ຟ້າ, ເຄືອເຂົາຫລວງນີ້ ໄດ້ເລືອເຂົ້າ ໄປເຖິງພະລາດສະວັງຂອງພະຍາ ແຖນ, ພະຍາແຖນເລີຍໄດ້ສັ່ງໃຫ້ ບັນດາເສນາໝາມາດໃຊ້ມີດຕັດ ຍອດຂອງເຄືອເຂົາຫລວງນັ້ນຖິ້ມ, ປະກົດວ່າຍິ່ງຕັດຍອດເຄືອເຂົາກໍ່ ຍຶງປົ່ງຍອດອອກໄວຂຶ້ນເລື້ອຍໆ, ພະຍາແຖນເກີດມີການສົງໄສວ່າ ເຄືອດັ່ງກ່າວແມ່ນມາຈາກໃສ ເຫດໃດຈຶ່ງມາຮອດເມືອງພະຍາ ແຖນຂອງຕົນ. ມີມື້ໜຶ່ງ ພະຍາ ແຖນຈຶ່ງໄດ້ຕັດສິນໃຈ ຊອກຫາທີ່ ມາຂອງຕົ້ນເຄືອເຂົາຕົ້ນນີ້. ພະຍາ ແຖນນຳພາເສນາບໍລິວານຕິດຕາມ ມານຳຈຳນວນໜຶ່ງ ພ້ອມກັນ ເລີ່ມຕົ້ນ ຕາມຈາກຍອດຂອງເຄືອ ເຂົາຫລວງເພື່ອຊອກຫາຕົ້ນຂອງ ມັນ. ພວກເຂົາໄດ້ໃຊ້ເວລາຫລາຍ ມື້ຫລາຍຄືນ ຈຶ່ງສາມາດລົງມາ ພົບເຫັນຕົ້ນຂອງເຄືອເຂົາຫລວງ. ປະກົດວ່າຕົ້ນເຄືອເຂົາຫລວງຕົ້ນນີ້ ມີຕົ້ນກຳເນີດຈາກພູສູງແຫ່ງໜຶ່ງ ໃນເມືອງມະນຸດມະນາ. ເມື່ອຮູ້ທີ່ ມາຂອງເຄືອເຂົານີ້ແລ້ວ ພະຍາ ແຖນກໍສຸດທີ່ດີອົກດີໃຈ ທີ່ໄດ້ມາ ພົບຕົ້ນເຄືອເຂົາຫລວງ ຢູ່ເມືອງ ມະນຸດ. ຈາກນັ້ນພະຍາແຖນພ້ອມ ດ້ວຍບໍລິວານກໍໄດ້ພາກັນກັບຄືນສູ່ ເມືອງຟ້າສະຫວັນ ແລ້ວໄດ້ປະກາດ ໃຫ້ຊາວເມືອງພະຍາແຖນຮູ້ຈັກ ເຖິງທີ່ມາຂອງຕົ້ນເຄືອເຂົາຫລວງ ແລະ ໄດ້ເລົ່າເລື່ອງຕ່າງໆ ໃນ ເລື່ອງທີ່ຕົນເອງເຫັນບັນດາມະນຸດ ທີ່ດຳລົງຊີວີດຢູ່ເຂດໃກ້ຄຽງພູສູງ ໜ່ວຍນີ້. ຕັ້ງແຕ່ນັ້ນມາ ຊາວເມືອງ ພະຍາແຖນທັງຫລາຍ ໄດ້ພາກັນ ລົງມາທ່ຽວທີ່ເມືອງມະນຸດ ເພື່ອ ລົງມາເບິ່ງການດຳລົງຊີວິດຂອງ ມະນຸດ ໃນໂລກເບື້ອງລຸ່ມດ້ວຍການ ໃຊ້ເຄືອເຂົາຫລວງເປັນຂັ້ນໄດ. ໃນ ເວລາດຽວກັນນັ້ນ, ລູກສາວຂອງ ພະຍາແຖນ ຊື່ ນາງ ກີ່ນນາລີ ກໍ ເຄີຍລົງມາທ່ຽວຫລິ້ນ ບໍລິເວນພູ ສູງແຫ່ງນີ້ເຊັ່ນດຽວກັນ. ຢູ່ໃກ້ຄຽງ ບໍລິເວນພູສູງແຫ່ງນີ້ກໍຍັງມີໜອງ ນ້ຳໃຫຍ່ ແຫ່ງໜຶ່ງ ທີ່ນາງ ກີ່ນນາ ລີ ເຄີຍລົງມາອາບນ້ຳໃນເວລາ ແດດຮ້ອນ. ຈາກນິທານພື້ນບ້ານ ດັ່ງກ່າວ ພູສູງໜ່ວຍນີ້ສາມາດເປັນ ເສັ້ນທາງຂຶ້ນສູ່ເມືອງສະຫວັນຊັ້ນ ຟ້າ. ດັ່ງນັ້ນ, ຊາວບ້ານຈຶ່ງໃສ່ຊື່ພູ ໜ່ວຍນີ້ວ່າ ພູຟ້າ. ອີງຕາມເລື່ອງ ນິທານດັ່ງກ່າວ ໜອງນ້ຳໃຫຍ່ທີ່ ກ່າວໃນນິທານນັ້ນ ຍັງປະກົດມີຢູ່ ທີ່ຫລັກຫ້າ ຊື່ງຊາວບ້ານເຄີຍເອີ້ນ ໜອງນີ້ວ່າ: ໜອງກີ່ນນາລີ ຈົນມາ ເຖີງປັດຈຸບັນ. ແນວໃດກໍຕາມ, ຢູ່ເທິງຈອມພູ ແຫ່ງນີ້ ຍັງມີ “ພະທາດມິ່ງຂວັນ ພູຟ້າ” ທີ່ເລີ່ມກໍ່ສ້າງໃນວັນທີ 22 ພະຈິກ 2004 ແລະ ສຳເລັດໃນ ວັນທີ 1 ພຶດສະພາ 2005. ພະ ທາດນີ້ມີຄວາມຍາວ 15 ແມັດ, ກວ້າງ 15 ແມັດ ແລະ ສູງ 15 ແມັດ ເປັນພະທາດທີ່ໃຫຍ່ທີ່ສຸດສ້າງ ໄວ້ເທິງຈອມພູຟ້າ. ພະທາດມິ່ງ ຂວັນຟ້າ ເປັນປູຊະນີຍະສະຖານທີ່ ສຳຄັນຂອງແຂວງຜົ້ງສາລີ, ເປັນ ທີ່ສັກກາລະບູຊາຂອງຊາວພຸດທັງ ຫລາຍ. ໃນທຸກປີ ລະຫວ່າງວັນທີ 3-5 ພຶດສະພາ ປະຊາຊົນຈະພ້ອມ ໃຈກັນຂຶ້ນໄປສັກກາລະບູຊາ ເພື່ອຂໍ ພອນ ແລະ ຄວາມເປັນສິລິມົງຄຸນ. ທຸກໆ 4 ປີ ຍັງມີການຈັດບຸນໃຫຍ່ ດ້ວຍພິທີຕັກບາດ, ຍາດນ້ຳ ແລະ ກິດຈະກຳວັດທະນະທຳ ທີ່ສະທ້ອນ ເຖິງຄວາມສາມັກຄີ ແລະ ຄວາມ ເລື່ອມໃສໃນພຸດທະສາສະໜາ ຂອງປະຊາຊົນ. ດ້ວຍຄຸນຄ່າ ດ້ານທຳມະຊາດ, ປະຫວັດສາດ, ຕຳນານ ແລະ ຄວາມເຊື່ອທາງ ສາສະໜາ, ພູຟ້າ ຈຶ່ງເປັນມໍລະດົກ ອັນລ້ຳຄ່າຂອງແຂວງຜົ້ງສາລີ ແລະ ເປັນໜຶ່ງໃນແຫລ່ງທ່ອງທ່ຽວ ທີ່ສຳຄັນ ທີ່ດຶງດູດນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າ ໄປທ່ອງຊົມແຫລ່ງທ່ອງທ່ຽວພູຟ້າ ມາກາບໄຫ້ວຂໍພອນ ພະທາດມິ່ງ ຂວັນພູຟ້າ ແລະ ສຳຜັດຄວາມງາມ ຮຽນຮູ້ຕຳນານອັນຊົງຄຸນຄ່າຂອງ ດິນແດນແຫ່ງນີ້. ເຖິງແນວໃດກໍດີ, ມືນີ້ ຄໍລຳ ສຶກສາຫາຄວາມຮູ້ ຈະມານຳ ສະເໜີກ່ຽວກັບຄຸນປະໂຫຍດຂອງ ກະຈຽບຂຽວມີດັ່ງນີ້: ຊ່ວຍຫລຸດ ນໍ້າຕານໃນເລືອດ ເໝາະສໍາລັບ ຜູ້ປ່ວຍພະຍາດເບົາຫວານ, ຜູ້ທີ່ ຄວບຄຸມນ້ຳຕານ ເເລະ ນ້ຳໜັກ; ຫລຸດຜ່ອນອາການຖ່າຍຍາກ ເພາະ ມີນໍ້າເມືອກທີ່ຊ່ວຍເຮັດໃຫ້ອາຈົມ ອ່ອນຕົວລົງ ແລະ ຍັງມີເສັ້ນໃຍ ທີ່ດີສໍາລັບການຂັບຖ່າຍ, ຫລຸດ ຜ່ອນ cholesterol ໃນຮ່າງກາຍ; ຫລຸດຜ່ອນຄວາມສ່ຽງໃນການເປັນ ພະຍາດກະເພາະ, ກະເພາະອັກເສບ ແລະ ລຳໄສ້ອັກເສບ. ສຳລັບໃຜທີ່ ເປັນພະຍາດກະເພາະຢູ່ເເລ້ວ ການ ກິນດອກກະຈຽບຂຽວພ້ອມມີນ້ຳ ເມືອກໜຽວໆຂອງມັນ ຈະຊ່ວຍເຂົ້າ ໄປເຄືອບເເຜໃນກະເພາະອາຫານໄດ້ ອີກດ້ວຍ, ນຳຝັກກະຈຽບຂຽວມາ ຕົ້ມເເລ້ວໃສ່ເກືອໜ້ອຍໜຶ່ງ ສາມາດ ຫລຸດຜ່ອນອາການກົດໄຫລຢ້ອນ ໄດ້; ບຳລຸງສາຍຕາ ໝາກກະຈຽບ ຂຽວມີວິຕາມິນເອ ແລະ ສານ ຕ້ານອະນຸມູນອິດສະລະ ຊຶ່ງຊ່ວຍ ບຳລຸງສາຍຕາ, ປ້ອງກັນພະຍາດ ຕໍ້ກະຈົກ ແລະ ຫລຸດຄວາມເສື່ອມ ຂອງຈໍປະສາດຕາ; ບຳລຸງກະດູກ ແລະ ແຂ້ວ ເພາະມີແຄວຊ້ຽມ ແລະ ວິຕາມິນເຄ ທີ່ມີຄວາມສຳຄັນຕໍ່ການ ເສີມສ້າງຄວາມແຂງແຮງຂອງ ກະດູກ ແລະ ແຂ້ວ, ຊ່ວຍປ້ອງກັນ ພະຍາດກະດູກຜ່ອຍໃນອະນາຄົດ. ພ້ອມນັ້ນ, ກະຈຽບຂຽວ ຍັງມີໂຟ ເລດສູງ, ຊ່ວຍເສີມສ້າງເມັດເລືອດ ແດງ ແລະ ເປັນສິ່ງຈໍາເປັນຕໍ່ການ ພັດທະນາຂອງລູກໃນທ້ອງ. ເພາະ ສະນັ້ນ, ມັນຈຶ່ງເໝາະກັບແມ່ຍິງຖື ພາ, ເປັນຜັກທີ່ມີສານຕ້ານອະນຸມູນ ອິດສະລະສູງ (Glutathione) ມີສ່ວນຊ່ວຍໃນການຕ້ານມະເຮັງ ແລະ ອື່ນໆ. ຂໍ້ຄວນລະວັງ : ເນື່ອງຈາກ ໝາກກະຈຽບຂຽວມີສານອັອກຊາ ເລດສູງ, ຜູ້ທີ່ມີບັນຫາເລື່ອງນິ້ວໃນ ໝາກໄຂ່ຫລັງຄວນກິນໃນປະລິມານ ທີ່ເໝາະສົມ ແລະ ບໍ່ຄວນກິນຫລາຍ ເກີນໄປ.

RkJQdWJsaXNoZXIy MTc3MTYxMQ==