07/07/2026 gsfdko c]t dkora fa mtok xtgmf]k; 4 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ກອງປະຊຸມກະກຽມ...ຸ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ 75 o'k,7;k,fu dkoxt8y ;a f muj gxa ovt,t8t0v' ltskp dy , vy o -5 ' ຂປລ. ກອງປະຊຸມກະກຽມຄັ້ງທີ 2 ສໍາລັບກອງປະຊຸມທົບທວນ ສົນທິສັນຍາວ່າດ້ວຍການເກືອດ ຫ້າມລະເບີດລະເບີດລູກຫວ່ານ (CCM) ຮອບວຽນທີ 3 ຈັດຂຶ້ນ ວັນທີ 1 ກໍລະກົດ 2026 ທີ່ເຊີ ແນວປະເທດສະວິດ, ພາຍໃຕ້ການ ເປັນປະທານຂອງ ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີ ຂປລ. ວັນທີ 8 ເດືອນ 7 ແມ່ນ ວັນຄົບຮອບ 32 ປີ ແຫ່ງການມໍລະ ນະກຳຂອງ ສະຫາຍ ກິມ ອິນ ຊຸງ ຊຶ່ງເປັນບິດາຂອງສັງຄົມນິຍົມ ເກົາຫລີ ແລະ ປະທານປະເທດຕະ ຫລອດການຂອງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫລີ. ເນື່ອງໃນໂອກາດວັນດັ່ງກ່າວ ນີ້, ປະຊາຊົນ ສປປ ເກົາຫລີ ແລະ ບຸກຄົນກ້າວໜ້າຂອງໂລກໄດ້ທົບ ທວນຄືນ ຄຸນງາມຄວາມດີອັນມະ ຫາສານ ດ້ວຍຈິດໃຈອັນສູງສົ່ງ ຊຶ່ງ ປະທານ ກິມ ອິນ ຊຸງ ໄດ້ສ້າງໄວ້ໃນ ພາລະກິດ ເພື່ອສ້າງສາປະເທດຊາດ ໃຫ້ມີຄວາມເຂັ້ມແຂງ, ປະຊາຊົນມີ ຄວາມຜາສຸກໃນພາລະກິດສັງຄົມ ນິຍົມ ແລະ ຄວາມເປັນເອກະລາດ ຂອງໂລກເປັນໄລຍະເວລາ 70 ປີ ນັບຕັ້ງແຕ່ເພິ່ນໄດ້ເລີ່ມອອກເດີນ ຕາມເສັ້ນທາງຂອງການປະຕິວັດ ແຕ່ອາຍຸຍັງໜຸ່ມນ້ອຍ ໃນໄວ 10 ປາຍປີ. ນັບແຕ່ມື້ເພິ່ນເລີ່ມການປະ ຕິວັດ, ສະຫາຍ ກິມ ອິນ ຊຸງ ໄດ້ອະທິ ບາຍແຈ້ງເຖິງຄວາມຈິງເຖິງຫລັກ ທີ່ວ່າເອກະລາດແມ່ນເສັ້ນຊີວິດ ຂອງມະຫາຊົນ ແລະ ເປັນສິ່ງທີ່ ເຮັດໃຫ້ປະເທດຊາດມີຊີວິດຊີວາ, ໄດ້ກໍ່ຕັ້ງແນວຄວາມຄິດຈຸເຊ ທີ່ຖື ເອົາມະຫາຊົນເປັນໃຈກາງແລະແກ້ ໄຂທຸກບັນຫາຕາມສີສັນຂອງ ສປປ ເກົາຫລີ ເພື່ອຜົນປະໂຫຍດຂອງ ປະຊາຊົນ ສປປ ເກົາຫລີ ແລະ ເພື່ອ ໃຫ້ສອດຄ່ອງກັບສະພາບເງື່ອນໄຂ ອັນສະເພາະຂອງປະເທດໃນຕະ ຫລອດໄລຍະຂອງການຊີ້ນຳການ ປະຕິວັດ. ສະຫາຍ ກິມ ອິນ ຊຸງ ໄດ້ນໍາ ພາການຕໍ່ສູ້ຈົນບັນລຸຜົນສໍາເລັດ ໃນພາລະກິດປົດປ່ອຍຊາດ ດ້ວຍ ແຜນການອັນຍິ່ງໃຫຍ່ໃນການ ສ້າງສາປະເທດຊາດໃຫ້ມີຄວາມ ຮັ່ງມີ, ການເຮັດສົງຄາມກັບກຸ່ມຈັກ ກະພັດຕໍ່ຕ້ານປະຊາຊົນ ສປປ ເກົາ ຫລີ, ພາລະກິດຟື້ນຟູ ແລະ ສ້າງສາ ປະເທດຊາດຫລັງສົງຄາມ ແລະ ພາລະກິດການປະຕິວັດສັງຄົມໃນ ສອງໄລຍະ. ເພິ່ນຍັງເຮັດໃຫ້ແນ່ໃຈ ວ່າ ການຫັນເປັນອຸດສາຫະກຳ ສັງຄົມນິຍົມເປັນຈິງໄດ້ຜ່ານການ ຂະຫຍາຍຕົວຂຶ້ນຢ່າງແຮງເໝືອນ ດັ່ງມ້າຕິດປີກອັນໄດ້ສ້າງພື້ນຖານ ທີ່ເຂັ້ມແຂງໃຫ້ກັບການສ້າງເສດ ຖະກິດທີ່ເພິ່ງພາຕົນເອງຂອງຊາດ. ໃນໄລຍະເວລາແຫ່ງການນຳພາ ການປະຕິວັດ, ສະຫາຍ ກິມ ອິນ ຊຸງ ໄດ້ຍົກສູງຄັນທຸງແຫ່ງຈິດໃຈ ກຸ້ມຕົນເອງ, ເພິ່ງຕົນເອງ, ໄດ້ທັບ ມ້າງອຸປະສັກ, ຄວາມກົດດັນ, ການ ແຊກແຊງກິດຈະການພາຍໃນທຸກ ປະການຢ່າງເດັດດ່ຽວ ສາມາດ ສ້າງພື້ນຖານອັນໜັກແໜ້ນໃນການ ກຸ້ມຕົນເອງ, ເພິ່ງຕົນເອງ ແລະ ທ່າ ແຮງບົ່ມຊ້ອນແຫ່ງການພັດທະນາ ພາຍໃນ ຊຶ່ງເຮັດໃຫ້ສັງຄົມນິຍົມ ຕາມສີສັນຂອງ ສປປ ເກົາຫລີ ນັບ ມື້ນັບໄດ້ຮັບການພັດທະນາຢ່າງບໍ່ ຢຸດຢັ້ງ ທ່າມກາງພາຍຸລົມແຮງ. ເພິ່ນແມ່ນບິດາຂອງປະເທດຊາດ ຜູ້ທີ່ເຕົ້າໂຮມເອົາປະຊາຊົນ ສປປ ເກົາຫລີ ທີ່ຮັກປະເທດຊາດທຸກຄົນ ດ້ວຍຈິດໃຈອັນກວ້າງຂວາງຂອງ ເພິ່ນ. ເພິ່ນແມ່ນດວງອາທິດຂອງ ທຸກຄົນ, ບໍ່ພຽງແຕ່ເປັນການນຳ ຂອງພັກການເມືອງຕ່າງໆ ແລະ ປະມຸກລັດ ລວມໄປເຖິງບຸກຄົນສຳ ຄັນຂອງຫລາຍໆປະເທດທົ່ວໂລກ ເທົ່ານັ້ນ, ແຕ່ຍັງລວມເຖິງບຸກຄົນ ທີ່ມີອຸດົມການ ແລະ ທັດສະນະການ ເມືອງທີ່ແຕກຕ່າງ, ເຄົາລົບບູຊາ ຢ່າງໜັກແໜ້ນ ແລະ ປະທັບໃຈ ກັບບຸກຄະລິກລັກສະນະອັນສູງສົ່ງ ຂອງເພິ່ນ. ສະຫາຍ ກິມ ອິນ ຊຸງ ໄດ້ເຮັດ ສຳເລັດພາລະກິດສ້າງພັກ,ລັດແລະ ກອງທັບຈຸເຊ ອັນກາຍເປັນພື້ນຖານ ການເມືອງ ແລະ ການທະຫານທີ່ ເຂັ້ມແຂງໃຫ້ແກ່ຜົນສຳເລັດຂອງ ການປະຕິວັດຈຸເຊ. ເພິ່ນໄດ້ຫາທາງ ແກ້ໄຂອັນສົມບູນແບບໃຫ້ກັບບັນ ຫາຜູ້ສືບທອດການນຳທີ່ເປັນປັດໄຈ ຫລັກໃນການສືບຕໍ່ພາລະກິດປະຕິ ວັດ ແລະ ສືບຕໍ່ມູນເຊື້ອການປະຕິ ວັດຢ່າງມີຄວາມບໍລິສຸດ ແລະ ຍັງ ໄດ້ຊີ້ນຳຄວາມພະຍາຍາມອັນຍິ່ງ ໃຫຍ່ ເພື່ອສ້າງຄົນລຸ້ນໃໝ່ໃຫ້ກາຍ ເປັນຜູ້ສືບທອດການປະຕິວັດ. ດ້ວຍ ວຽກງານການຕ່າງປະເທດທີ່ຫ້າວ ຫັນຂອງເພິ່ນ, ເພິ່ນໄດ້ຍົກສູງພາລະ ບົດບາດ ແລະ ອຳນາດຂອງ ສປປ ເກົາຫລີ ໃນເວທີສາກົນຢ່າງໂດດ ເດັ່ນ ແລະ ບັນລຸຜົນສຳເລັດອັນ ຍິ່ງໃຫຍ່ເພື່ອສ້າງຄວາມເຂັ້ມແຂງ ໃຫ້ກັບຂະບວນການສັງຄົມນິຍົມ ແລະ ການຍາດໄດ້ໄຊຊະນະຂອງ ພາລະກິດເອກະລາດຕ້ານລັດທິ ຈັກກະພັດ. ປະທານ ກິມ ອິນ ຊຸງ ແລະ ປະທານ ໄກສອນ ພົມວິຫານ ແມ່ນ ຜູ້ສ້າງຕັ້ງສາຍພົວພັນ ແລະ ການ ຮ່ວມມືມິດຕະພາບອັນເປັນມູນເຊື້ອ ທີ່ມີມາແຕ່ດົນນານ ລະຫວ່າງ ສອງ ພັກ, ສອງລັດ ແລະ ປະຊາຊົນສອງ ຊາດ ສປປ ເກົາຫລີ-ສປປ ລາວ ຊຶ່ງສືບຕໍ່ໄດ້ຮັບການເສີມຂະຫຍາຍ ຢ່າງບໍ່ຢຸດຢັ້ງ ພາຍໃຕ້ຄັນທຸງ ຂອງພາລະກິດສັງຄົມນິຍົມ ແລະ ພາລະກິດເອກະລາດຕ້ານລັດທິ ຈັກກະພັດ. ຜົນສຳເລັດທີ່ທ່ານປະທານໄດ້ ອຸທິດຜ່ານມານັ້ນ ເປັນຜົນສຳເລັດ ອັນຍິ່ງໃຫຍ່ທີ່ບໍ່ເຄີຍມີມາກ່ອນໃນ ປະຫວັດສາດຂອງຊາດທີ່ແກ່ຍາວ ຫລາຍພັນປີ ດ້ວຍແນວຄວາມຄິດ ແລະ ທິດສະດີອັນຍິ່ງໃຫຍ່, ຄວາມ ສາມາດໃນການນຳພາອັນໂດດ ເດັ່ນ ແລະ ການປະຕິວັດອັນຍິ່ງໃຫຍ່ ຂອງ ສະຫາຍ ກິມ ອິນ ຊຸງ ຜູ້ນຳທີ່ ຍິ່ງໃຫຍ່ເພື່ອເປີດອະນາຄົດທີ່ສົດໃສ ຂອງປະເທດ ສປປ ເກົາຫລີ ຈຸເຊ ຈະຖືກນຳໄປສູ່ປະຊາຊົນລຸ້ນຕໍ່ໄປ. ພາລະກິດປະຕິວັດຈຸເຊ ທີ່ໄດ້ ເລີ່ມຂຶ້ນ ແລະ ນຳໄປສູ່ໄຊຊະນະ ໂດຍສະຫາຍ ກິມ ອິນ ຊຸງ ແລະ ສະຫາຍ ກິມ ເຈິງ ອິນ ກໍາລັງໄດ້ ຮັບການສານຕໍ່ຢ່າງຕໍ່ເນື່ອງໂດຍ ສະຫາຍ ກິມ ເຈິງ ອຸນ ເລຂາທິການ ໃຫຍ່ ພັກແຮງງານເກົາຫລີ, ປະ ທານກິດຈະການແຫ່ງລັດ ແຫ່ງ ສາທາລະນະລັດ ປະຊາຊົນ ປະຊາ ທິປະໄຕ ເກົາຫລີ ໃນປັດຈຸບັນ ແລະ ທຸກແຜນການອັນຍາວໄກ ແລະ ຄວາມປາຖະໜາຂອງສະຫາຍ ກິມ ອິນ ຊຸງ ຈະໄດ້ຮັບການປະຕິບັດໃຫ້ ເປັນຮູບປະທໍາຢ່າງມີຜົນສຳເລັດ. ແຜນປະຕິບັດການນະຄອນ ຫລວງວຽງຈັນ 2027-2031 ແມ່ນແຜນການຈັດຕັ້ງປະຕິບັດສົນ ທິສັນຍາໃນໄລຍະ 5 ປີຂ້າງໜ້າ ເພື່ອຊີ້ນໍາການປະຕິບັດພັນທະໃນ ໄລຍະທົບທວນຄັ້ງຕໍ່ໄປ ໂດຍເລັ່ງ ໃສ່ຄວາມສໍາຄັນຂອງການເສີມ ສ້າງການຮ່ວມມືສາກົນ, ຄວາມສາ ມັກຄີ ແລະ ການສະໜັບສະໜູນ ຢ່າງຍືນຍົງສຳລັບປະເທດທີ່ໄດ້ຮັບ ຜົນກະທົບ. ກອງປະຊຸມຍັງໄດ້ຮັບ ຟັງລາຍງານກ່ຽວກັບການສະໜັບ ສະໜູນການປະຕິບັດ, ລວມທັງໂຄງ ການທຶນສະໜັບສະໜູນເຂົ້າຮ່ວມ ກອງປະຊຸມ, ການລະດົມທຶນ, ການ ປະກອບສ່ວນຕາມມາດຕາ14ຂອງ ສົນທິສັນຍາ, ພ້ອມທັງການກະກຽມ ດ້ານພະລາທິການສຳລັບກອງປະ ຊຸມທົບທວນຮອບທີ 3 ທີ່ນະຄອນ ຫລວງວຽງຈັນ ແລະ ການຢ້ຽມ ຢາມພາກສະໜາມ ທີ່ແຂວງຫລວງ ພະບາງ. ກອງປະຊຸມກະກຽມຄວາມ ພ້ອມ ຄັ້ງທີ 2 ໄດ້ສິ້ນສຸດລົງດ້ວຍ ການຮັບຮອງບົດລາຍງານຜົນການ ປະຊຸມ, ສະທ້ອນໃຫ້ເຫັນເຖິງຄວາມ ມຸ່ງໝັ້ນຮ່ວມກັນຂອງລັດພາຄີ ແລະ ພາກສ່ວນທີ່ກ່ຽວຂ້ອງ ໃນການ ຮ່ວມກັນຈັດກຽມກອງປະຊຸມທົບ ທວນສົນທິສັນຍາ CCM ຮອບທີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໂດຍມີປະເທດລັດພາ ຄີ, ປະເທດລົງນາມ, ປະເທດສັງ ເກດການ, ອົງການຈັດຕັ້ງສາກົນ ແລະ ອົງການຈັດຕັ້ງທາງສັງຄົມ ເຂົ້າຮ່ວມ ເພື່ອສືບຕໍ່ກະກຽມເອກະ ສານຜົນຂອງກອງປະຊຸມສຳລັບ ກອງປະຊຸມທົບທວນ ທີ່ຈະຈັດຂຶ້ນ ໃນວັນທີ 14-18 ກັນຍາ 2026 ທີ່ ນະຄອນຫລວງວຽງຈັນ ສປປ ລາວ. ຈຸດປະສົງຂອງກອງປະຊຸມ ເພື່ອ ໃຫ້ບັນດາລັດພາຄີ ແລະ ພາກສ່ວນ ກ່ຽວຂ້ອງໄດ້ທົບທວນຄວາມຄືບ ໜ້າໃນການປະຕິບັດສົນທິສັນຍາ ນັບແຕ່ກອງປະຊຸມທົບທວນຮອບທີ 2 ແລະ ພິຈາລະນາເອກະສານສໍາ ຄັນທີ່ຈະກຳນົດທິດທາງການດຳ ເນີນງານໃນໄລຍະ 5 ປີຕໍ່ໜ້າ. ກອງ ປະຊຸມໄດ້ແລກປ່ຽນຄໍາຄິດເຫັນກ່ຽວ ກັບເອກະສານສຳຄັນຂອງກອງ ປະຊຸມທົບທວນ ຊຶ່ງປະກອບດ້ວຍ ເອກະສານທົບທວນການດຳເນີນ ງານຂອງສົນທິສັນຍາ (20212026), ແຜນປະຕິບັດການນະຄອນ ຫລວງວຽງຈັນ 2027-2031 ແລະ ຖະແຫລງການທາງການ ເມືອງ ແລະ ກົນໄກການສະໜັບສະ ໜູນການຈັດຕັ້ງປະຕິບັດ ໂດຍສະ ເພາະແມ່ນໂຄງການທຶນສະໜັບສະ ໜູນເຂົ້າຮ່ວມກອງປະຊຸມ. ສປປ ລາວ ໃນນາມປະທານກອງປະຊຸມ ຈະໄດ້ນຳເອົາເອກະສານທັງໝົດ ນີ້ ເພື່ອໄປພິຈາລະນາຮັບຮອງໃນ ກອງປະຊຸມທົບທວນ ທີ່ນະຄອນ ຫລວງວຽງຈັນ ໃນເດືອນກັນຍາ 2026. 3 ທີ່ຈະຈັດຂຶ້ນຢູ່ນະຄອນຫລວງ ວຽງຈັນ ລະຫວ່າງ 14-18 ກັນຍາ 2026 ໃຫ້ປະສົບຜົນສໍາເລັດ. ຂປລ. ໃນວັນທີ 4 ກໍລະກົດ 2026 ນີ້, ທ່ານມິນອອງລາຍປະທານາທິບໍດີ ແຫ່ງ ສາທາລະນະລັດ ສະຫະພາບ ມຽນມາ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຂອງທ່ານຈັນທະ ວົງ ແສນອາມາດມົນຕີ ປະທານສະມາ ຄົມມິດຕະພາບ ລາວ-ມຽນມາ ພ້ອມ ດ້ວຍຄະນະ ຢູ່ນະຄອນຫລວງວຽງຈັນ. ໃນໂອກາດດັ່ງກ່າວ, ທ່ານ ຈັນທະ ວົງ ແສນອາມາດມົນຕີ ໄດ້ສະແດງ ຄວາມຂອບໃຈຢ່າງສູງ ແລະ ຮູ້ສຶກເປັນ ກຽດຢ່າງຍິ່ງທີ່ ທ່ານ ມິນ ອອງ ລາຍ ສະລະເວລາອັນມີຄ່າ ຕ້ອນຮັບຄະນະ ບໍລິຫານງານສະມາຄົມມິດຕະພາບ ລາວ-ມຽນມາ ເຂົ້າຢ້ຽມຂໍ່ານັບ ໃນໂອ ກາດຢ້ຽມຢາມລັດຖະກິດ ຢູ່ ສປປລາວ ໃນຄັ້ງນີ້, ພ້ອມທັງໄດ້ຕີລາຄາສູງຕໍ່ ຜົນສໍາເລັດຂອງການພົບປະຢ່າງເປັນ ທາງການ ຂອງ ທ່ານປະທານປະເທດ ທອງລຸນ ສີສຸລິດ ແລະ ທ່ານ ມິນ ອອງ ລາຍ ຊຶ່ງເຕັມໄປດ້ວຍບັນຍາກາດ ແຫ່ງໄມຕີຈິດມິດຕະພາບຖານບ້ານໃກ້ ເຮືອນຄຽງທີ່ດີ ຊຶ່ງເປັນການປະກອບ ສ່ວນສໍາຄັນເຂົ້າໃນການຮັດແໜ້ນ, ເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບອັນເປັນມູນ ເຊື້ອ ແລະ ການຮ່ວມມືອັນໃກ້ຊິດ ລະ ຫວ່າງສອງປະເທດ ລາວ ແລະ ມຽນ ມາ ໃຫ້ນັບມື້ໄດ້ຮັບການເສີມຂະຫຍາຍ ແລະ ກ້າວເຂົ້າສູ່ລວງເລິກຢ່າງບໍ່ຢຸດ ຢັ້ງ. ພ້ອມກັນນີ້, ທ່ານກໍໄດ້ສະແດງ ຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນ ສຳເລັດຂອງປະຊາຊົນມຽນມາ ທີ່ຍາດ ມາໄດ້ ໃນພາລະກິດປົກປັກຮັກສາແລະ ສ້າງສາພັດທະນາປະເທດຊາດ ພາຍ ໃຕ້ການນຳພາອັນຖືກຕ້ອງຂອງພັກ ແລະ ລັດຖະບານມຽນມາ ຕະຫລອດ ໄລຍະຜ່ານມາ ຊຶ່ງໄດ້ເຮັດໃຫ້ເສດຖະ ກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ຊີວິດການເປັນຢູ່ຂອງປະຊາຊົນ ມຽນມາ ໄດ້ຮັບການປັບປຸງໃຫ້ດີຂຶ້ນ ເທື່ອລະກ້າວ, ລັດຖະບານມຽນມາ ໄດ້ ຮັບຄວາມໄວ້ວາງໃຈ ແລະ ເຊື່ອໝັ້ນ ຈາກທົ່ວປວງຊົນ, ພ້ອມທັງເຊື່ອໝັ້ນ ວ່າ ພາຍໃຕ້ການນຳພາອັນປີຊາສາ ມາດຂອງ ທ່ານ ມິນ ອອງ ລາຍ, ມຽນ ມາ ຈະສືບຕໍ່ໄດ້ຮັບຜົນສຳເລັດອັນໃໝ່ ໃຫຍ່ຫລວງກວ່າເກົ່າ ໃນພາລະກິດປົກ ປັກຮັກສາ ແລະ ສ້າງສາພັດທະນາປະ ເທດຊາດ ໃຫ້ຈະເລີນຮັ່ງມີເຂັ້ມແຂງ ແລະ ສີວິໄລ ຍິ່ງໆຂຶ້ນ. ໃນໂອກາດນີ້, ປະທານສະມາຄົມ ມິດຕະພາບ ລາວ-ມຽນມາ ໄດ້ລາຍ ງານສະພາບການເຄື່ອນໄຫວຂອງ ສະ ມາຄົມມິດຕະພາບລາວ-ມຽນມາຊຶ່ງມີ ກົນໄກປະສານງານ, ແລກປ່ຽນຂໍ້ມູນ ຂ່າວສານ, ແລກປ່ຽນການຢ້ຽມຢາມ ເຊິ່ງກັນ ແລະ ກັນ ແລະ ປະຕິບັດພາລະ ບົດບາດເຄື່ອນໄຫວວຽກງານການ ທູດປະຊາຊົນໃນການເປັນຂົວຕໍ່, ສະ ໜັບສະໜູນ ແລະ ຊຸກຍູ້ໃຫ້ປະຊາຊົນ ສອງປະເທດມີການພົວພັນຮ່ວມມືແລະ ໄປມາຫາສູ່ກັນນັບມື້ນັບຫລາຍຂຶ້ນ ລວມທັງມີການຈັດກິດຈະກໍາ ເນື່ອງ ໃນໂອກາດວັນສໍາຄັນຕ່າງໆຂອງທັງ ສອງປະເທດ ລາວ ແລະ ມຽນມາ. ຄຽງຄູ່ກັນນີ້, ປະທານສະມາຄົມມິດ ຕະພາບ ລາວ-ມຽນມາ ໄດ້ສະເໜີ ໃຫ້ ລັດຖະບານມຽນມາ ຊ່ວຍສະໜັບສະ xtmkokmy [= fu ll ,Po,k 8h voIa [ xtmkolt,k7q ,,y f8trk[ ]k;{,Po,k ຂປລ. ແຫລ່ງຂ່າວຈາກແຂວງ ອັດຕະປື ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ຄະນະສະເພາະກິດ ເມືອງສາມັກຄີໄຊ ແຂວງອັດຕະປື ຈັດພິທີທຳລາຍເຄື່ອງ ມືຫາປາທີ່ຜິດກົດໝາຍ ທີ່ຢຶດໄດ້ໃນ ໄລຍະຜ່ານມາ ທີ່ຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ ໂດຍມີທ່ານ ອິນປັນ ອິນທິລາດ ເລຂາພັກເມືອງ ສາມັກຄີໄຊ ພ້ອມດ້ວຍຄະນະສະເພາະ ກິດຂັ້ນແຂວງ-ຂັ້ນເມືອງເຂົ້າຮ່ວມ. ທ່ານ ນະໂມ ຫໍ້ກິນນະວົງ ຮອງຫົວ ໜ້າຫ້ອງການກະສິກຳ ແລະ ສິ່ງແວດ ລ້ອມເມືອງໄດ້ລາຍງານວ່າ: ຜ່ານການ ຈັດຕັ້ງປະຕິບັດຕົວຈິງ ຂອງຄະນະ ໜູນ, ຊຸກຍູ້ປະຊາຊົນສອງປະເທດໃຫ້ ມີການໄປມາຫາສູ່, ພົວພັນຮ່ວມມື, ສ້າງຄວາມຮັກແພງ, ຄວາມໄວ້ເນື້ອ ເຊື່ອໃຈເຊິ່ງກັນ ແລະ ກັນ, ສະໜັບສະ ໜູນຊຸກຍູ້ນັກທຸລະກິດ, ນັກລົງທຶນ ແລະ ນັກທ່ອງທ່ຽວ ຂອງສອງປະເທດໃຫ້ມີ ການພົວພັນຮ່ວມມືກັນໃຫ້ນັບມື້ນັບ ຫລາຍຂຶ້ນ ໂດຍສະເພາະແມ່ນປະຊາ ຊົນສອງປະເທດທີ່ອາໄສຢູ່ຕາມບໍລິ ເວນຊາຍແດນ ຊຶ່ງຈະເປັນການປະ ກອບສ່ວນເຂົ້າໃນການເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງສາຍພົວພັນ ມິດຕະພາບອັນເປັນມູນເຊື້ອ ແລະ ການ ຮ່ວມມືອັນດີງາມ ລະຫວ່າງ ສອງປະ ເທດ ແລະ ປະຊາຊົນສອງຊາດ ລາວມຽນມາ ໃຫ້ສືບຕໍ່ໄດ້ຮັບການພັດທະ ນາຍິ່ງໆຂຶ້ນ. ໃນໂອກາດດຽວກັນນີ້, ທ່ານ ມິນ ອອງ ລາຍ ໄດ້ສະແດງຄວາມຂອບໃຈ ແລະ ຊົມເຊີຍ ຕໍ່ສະມາຄົມມິດຕະພາບ ລາວ-ມຽນມາ ທີ່ໄດ້ຮ່ວມມືກັນ, ຊ່ວຍ ເຫລືອກັນ, ແລກປ່ຽນຂໍ້ມູນຂ່າວສານ ແລະ ແລກປ່ຽນການຢ້ຽມຢາມເຊິ່ງ ກັນ ແລະ ກັນ, ພ້ອມທັງປະຕິບັດພາລະ ບົດບາດການເຄື່ອນໄຫວວຽກງານ ການທູດປະຊາຊົນ ໃນການເປັນຂົວຕໍ່, ສະໜັບສະໜູນ ແລະ ຊຸກຍູ້ໃຫ້ປະຊາ ຊົນສອງປະເທດມີການພົວພັນຮ່ວມມື ແລະ ໄປມາຫາສູ່ກັນນັບມື້ນັບຫລາຍ ຂຶ້ນ ເພື່ອເປັນການເສີມຂະຫຍາຍສາຍ ພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືອັນໃກ້ຊິດ ລະຫວ່າງ ສອງປະເທດ ລາວ-ມຽນມາ ໃຫ້ໄດ້ຮັບ ການພັດທະນາ ແລະ ແຕກດອກອອກ ຜົນຍິ່ງໆຂຶ້ນ, ພ້ອມທັງ ອວຍພອນໃຫ້ ສາຍພົວພັນມິດຕະພາບ ອັນເປັນມູນ ເຊື້ອ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ສສ ມຽນມາ ໄດ້ຮັບການ ສືບຕໍ່ເສີມຂະຫຍາຍ ແລະ ກ້າວຂຶ້ນສູ່ ລະດັບໃໝ່. lk,a d7u w- me]kpg7nj v',n skxkmuj zy fdq f\kp muj 1b fwfh ວິຊາການສະເພາະກິດພາກສະໜາມ ຊຶ່ງໄດ້ເລີ່ມຈັດຕັ້ງປະຕິບັດ ມາແຕ່ວັນທີ 16 ກຸມພາ ຫາ 24 ມິຖຸນາ 2026, ສາມາດກັກໂຕຜູ້ກະທຳຜິດທີ່ລັກລອບ ນໍາໃຊ້ເຄື່ອງມືຫາປາໃນຮູບແບບດັບ ສູນ ໂດຍສະເພາະ ໃຊ້ໝໍ້ຊ໊ອດ, ໝໍ້ດູດ ຈໍານວນ 10 ຄົນ ໃນນີ້, ປະຊາຊົນ ບ້ານ ຮົມ 2 ຄົນ (ຄຸ້ມເຕວ), ປະຊາຊົນບ້ານ ທ່າຫີນ 1 ຄົນ, ບ້ານສີວິໄລ 2 ຄົນ (ຄຸ້ມ ດອນຕອມ), ບ້ານເວີນແຄນ 4 ຄົນ (ຄຸ້ມນາໄຊທອງ) ພ້ອມທັງຢຶດອຸປະ ກອນເຄື່ອງມື ໄດ້ 6 ເຄື່ອງ ໃນນັ້ນ, ໝໍ້ຊ໊ອດ 3 ເຄື່ອງ, ໝໍ້ດູດ 3 ເຄື່ອງ, ໝໍ້ ດູດປາທົ່ວໄປຂະໜາດກາງ 1 ເຄື່ອງ (ໄລຍະແຮງປະມານ 3 ແມັດ ແລະ ຂະໜາດໃຫຍ່ 2 ເຄື່ອງ ດູດປາໜັງ ໄລຍະແຮງປະມານ 10-15 ແມັດ) ແລະ ຢຶດໝໍ້ໄຟ ໄດ້ 8 ໜ່ວຍ (ຂະໜາດ ໃຫຍ່ 6 ໜ່ວຍ, ເປັນໝໍ້ຍົກໄຟໃນໂຕ 2 ໜ່ວຍ, ຂະໜາດກາງ 2 ໜ່ວຍ ເປັນ ຊະນິດແຫ້ງ 5 KKK) ພ້ອມດ້ວຍ ອຸປະກອນສາຍໄຟຟ້າ, ສາຍສະລິງ ນ້ອຍຈໍານວນໜຶ່ງ ແລະ ຈັກກະໂນ 6 ເຄື່ອງ, ເຮືອ 6 ລຳ. ນອກຈາກນີ້, ຍັງ ມີໂຄມໄຟ ແລະ ປືນແກັບ 1 ກະບອກ. ສໍາລັບຜູ້ທີ່ກະທໍາຜິດທີ່ນໍາໃຊ້ເຄື່ອງ ມືຫາປາ ທີ່ຜິດຕໍ່ລະບຽບກົດໝາຍ ທາງຄະນະສະເພາະກິດຂອງເມືອງ ໄດ້ມີການແກ້ໄຂທາງແພ່ງ ກໍຄືການ ແກ້ໄຂທາງດ້ານບໍລິຫານລັດ ໂດຍ ມີການປັບໄໝຕາມລະບຽບກົດໝາຍ, ຕາມຄວາມເໝາະສົມກັບສະພາບຕົວ ຈິງ ຂອງການກະທໍາຜິດ ພ້ອມທັງເຮັດ ບົດບັນທຶກສຶກສາອົບຮົມ ແລະ ໃຊ້ມາດ ຕະການບັງຄັບໃນຕໍ່ໜ້າ ໂດຍໃຫ້ຜູ້ກ່ຽວ ມີຄໍາປະຕິຍານ, ສ່ວນປະເພດຂອງ ກາງ ແມ່ນທາງຄະນະສະເພາະກິດ ໄດ້ ຢຶດໄວ້ເພື່ອທໍາລາຍຖິ້ມຕາມລະບຽບ ກົດໝາຍ. ຂ່າວ-ພາບ: ຂາວພອນ
RkJQdWJsaXNoZXIy MTc3MTYxMQ==