7313

07/07/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ໂດຍ: ມາລີດດາີ ບົດສະເໜີົີ 8Q oxu zj ko,k;Pd'komj v'mj P;,u s]kpfh korQ ogfa j o *ຂົງເຂດສື່ມວນຊົນລາວ ເປັນ ອົງປະກອບສຳຄັນໃນການນຳເອົາ ແນວຄິດ, ທິດສະດີ, ແນວທາງ ແລະ ນະໂຍບາຍຂອງພັກ ແລະ ກົດໝາຍ ຂອງລັດ ມາໂຄສະນາເຜີຍແຜ່ສູ່ ສັງຄົມ. ພາລະກິດດັ່ງກ່າວບໍ່ພຽງ ແຕ່ຊ່ວຍສ້າງຄວາມເຂົ້າໃຈໃຫ້ແກ່ ປະຊາຊົນເທ່ົານັ້ນ, ແຕ່ຍັງເປັນ ກຳລັງສຳຄັນໃນການປຸກລະດົມ ແນວຄິດ, ສ້າງຄວາມເປັນເອກພາບ ແລະ ນຳພາປະຊາຊົນໃຫ້ຮ່ວມກັນ ຈັດຕັ້ງປະຕິບັດນະໂຍບາຍຕ່າງໆໃຫ້ ບັນລຸຜົນເປັນຈິງ. ດັ່ງນັ້ນ, ສື່ມວນ ຊົນລາວຈຶ່ງມີບົດບາດສຳຄັນ ແລະ ຈຳເປັນຢ່າງຍິ່ງໃນການດຳລົງຊີວິດ ປະຈຳວັນຂອງຄົນເຮົາໃນສັງຄົມ. ໃນເງ່ືອນໄຂເຕັກໂນໂລຊີການສື່ ສານທີ່ທັນສະໄໝ, ການເຊື່ອມໂຍງ ບໍ່ມີພົມແດນ, ການຮັບ-ສົ່ງຂໍ້ມູນ ຂ່າວສານໄດ້ຢ່າງວ່ອງໄວ ເພື່ອຕິດຕໍ່ ພົວພັນເຊິ່ງກັນ ແລະ ກັນລະຫວ່າງ ຄົນກັບຄົນຢູ່ໃນສັງຄົມ , ມັນເປັນສິ່ງ ທ້າທາຍຕໍ່ຂະແໜງການສື່ມວນຊົນ ທີ່ສຸດເພື່ອປັບປຸງ ແລະ ພັດທະນາ ວຽກງານຂອງຕົນໃຫ້ມີການພັດ ທະນາຂຶ້້ນຕາມການຂະຫຍາຍຕົວ ດ້ານວິທະຍາສາດ-ເຕັກໂນໂລຊີ, ເພື່ອໃຫ້ມວນຊົນກາຍເປັນພາຫານະ ເຊື່ອມໂຍງທີ່ສຳຄັນທາງດ້ານຂໍ້ມູນ ln j ,;o-q o]k; ln [8[5 d[n o.sh ma oda [p5 dltw\ + ຂ່າວສານເຮັດໃຫ້ຄົນເຮົາສາມາດ ຮັບຮູ້ທຸກສິ່ງຢ່າງທີ່ເກີດຂຶ້ນຢູ່ໃນ ໂລກໄດ້ຢ່າງສະດວກ ແລະ ວ່ອງໄວ ຂຶ້ນ, ສື່ມວນຊົນຍິ່ງມີບົດບາດສຳຄັນ ແລະ ມີຄວາມຈຳເປັນຢ່າງຍິ່ງໃນ ການໂຄສະນາ, ເຜີຍແຜ່ແນວທາງ ນະໂຍບາຍຂອງພັກ, ກົດໝາຍຂອງ ລັດ, ທັງສ່ົງຂໍ້ມູນຂ່າວສານໃຫ້ທົ່ວ ສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈເຫດ ການຕ່າງໆທີ່ເກີດຂຶ້ນຢ່າງວ່ອງໄວ, ທັນໃຈ. ໃນໄລຍະຜ່ານມາພັກ, ລັດ ໄດ້ ສຸມໃສ່ພັດທະນາພື້ນຖານທາງ ດ້ານວັດຖຸເຕັກນິກໃຫ້ສື່ມວນຊົນ ໄປສູ່ຄວາມທັນສະໄໝ, ໜັງສືພິມ, ວິທະຍຸ-ໂທລະພາບຄ່ອຍຫັນໄປສູ່ ລະບົບດີຈິຕອນເທື່ອລະກ້າວ, ສຽງ ແລະ ພາບມີຄວາມຊັດເຈນຂຶ້ນກວ່າ ເກົ່າ, ສາມາດກະຈາຍສຽງ ແລະ ພາບລວມທັງສື່ອິນເຕີເນັດກວມ ເກືອບທຸກທະວີບເຮັດໃຫ້ຄົນເຊື້ອ ຊາດລາວ ໄດ້ຮັບຂໍ້ມູນຂ່າວສານ ຈາກປະເທດຕົນຢ່າງຕໍ່ເນ່ືອງ. ມາ ຮອດປັດຈຸບັນນີ້, ສື່ມວນຊົນໄດ້ ກ້າວໄປເຖິງການແຂ່ງຂັນເຮັດໃຫ້ ຄຸນນະພາບດີຂຶ້ນທັງມີຫລາຍທາງ ເລືອກໃນການຊົມໃຊ້ ແລະ ນັບມື້ ຫັນໄປສູ່ຄວາມເປັນມືອາຊີບດ້ານ ສື່ສານມວນຊົນຫລາຍຂຶ້ນ. ເຖິງ ວ່າວຽກງານສື່ມວນຊົນລາວ ໄດ້ ຮັບການພັດທະນາ ແລະ ມີການ ເຄື່ອນໄຫວຢ່າງມີຜົນສໍາເລັດຫລາຍ ດ້ານກໍຕາມ ແຕ່ຖ້າທຽບໃສ່ຄວາມ ຮຽກຮ້ອງຕ້ອງການຂອງສັງຄົມ ໃນປັດຈຸບັນຍຸກແຫ່ງຂໍ້ມູນຂ່າວສານ ແລ້ວເຫັນວ່າສື່ມວນຊົນຕ້ອງໄດ້ຮັບ ການປັບປຸງ-ພັດທະນາໃຫ້ສົມຄູ່ກັບ ການພັດທະນາເສດຖະກິດ-ສັງຄົມ ໃຫ້ດີຂຶ້ນຫລາຍດ້ານ ໂດຍສະເພາະ ການຍົກລະດັບດ້ານການເມືອງແນວຄິດ ແລະ ຍົກລະດັບວິຊາສະ ເພາະໃຫ້ພະນັກງານສື່ມວນຊົນໃນ ຂອບເຂດທົ່ວປະເທດ. ປັດຈຸບັນສື່ມວນຊົນລາວ ໄດ້ ກ້າວເຂົ້າສູ່ຍຸກແຫ່ງການແຂ່ງຂັນ ດ້ານຄຸນນະພາບ ແລະ ຄວາມໄວ ຂອງການນຳສະເໜີຂ່າວສານ. ຜູ້ຮັບສານມີທາງເລືອກຫລາຍ ຂຶ້ນ ແລະ ຄາດຫວັງໃຫ້ສື່ມີຄວາມ ຖືກຕ້ອງ, ຮອບດ້ານ ແລະ ທັນເຫດ ການ. ສິ່ງນີ້ເປັນແຮງກະຕຸ້ນໃຫ້ ບັນດາອົງການສື່ຕ້ອງປັບປຸງຮູບ ແບບການຜະລິດຂ່າວ, ນຳໃຊ້ເຕັກ ໂນໂລຊີໃໝ່ ແລະ ຍົກລະດັບມາດ ຕະຖານວິຊາຊີບຢ່າງຕໍ່ເນື່ອງ. ເຖິງແມ່ນວ່າວຽກງານສື່ມວນຊົນ ລາວ ໄດ້ຮັບຜົນສຳເລັດຫລາຍ ດ້ານແຕ່ຍັງມີຫລາຍວຽກທີ່ຕ້ອງ ສືບຕໍ່ປັບປຸງ ໂດຍສະເພາະການ ພັດທະນາຄຸນນະພາບບຸກຄະລາ ກອນ, ການຍົກລະດັບດ້ານການ ເມືອງ-ແນວຄິດ, ຄວາມຮູ້ວິຊາ ສະເພາະ ແລະ ທັກສະດ້ານເຕັກ ໂນໂລຊີດີຈິຕອນ ເພື່ອໃຫ້ສາມາດ ຮັບມືກັບການປ່ຽນແປງຂອງໂລກ ຂ່າວສານໄດ້ຢ່າງມີປະສິດທິຜົນ. ດັ່ງນັ້ນ, ສື່ມວນຊົນລາວຈະຕ້ອງ ສືບຕໍ່ບຸກບືນປັບປຸງຕົນເອງໃນ ທຸກດ້ານ, ທັງດ້ານເຕັກໂນໂລຊີ, ຄຸນນະພາບເນື້ອໃນ ແລະ ການ ພັດທະນາຊັບພະຍາກອນມະນຸດ. ການກ້າວທັນກັບຍຸກສະໄໝບໍ່ແມ່ນ ພຽງການນຳເຕັກໂນໂລຊີໃໝ່ມາ ນຳໃຊ້ເທົ່ານັ້ນ, ແຕ່ຍັງໝາຍເຖິງ ການຮັກສາມາດຕະຖານວິຊາຊີບ, ຄວາມໜ້າເຊື່ອຖື ແລະ ການຮັບ ໃຊ້ຜົນປະໂຫຍດຂອງຊາດ ແລະ ປະຊາຊົນຢ່າງແທ້ຈິງ. ນີ້ຈະເປັນ ພື້ນຖານສຳຄັນທີ່ເຮັດໃຫ້ສື່ມວນ ຊົນລາວສາມາດຢືນຢູ່ໄດ້ຢ່າງໝັ້ນ ຄົງ ແລະ ມີບົດບາດສຳຄັນຕໍ່ການ ພັດທະນາປະເທດໃນຍຸກໃໝ່. ແນວໃດກໍດີ, ການສືບຕໍ່ບຸກບືນ ຂອງສື່ມວນຊົນລາວ ໃຫ້ທັນກັບ ຍຸກສະໄໝ ຈຶ່ງເປັນພາລະກິດສຳ ຄັນທີ່ຕ້ອງດຳເນີນຄຽງຄູ່ກັບການ ພັດທະນາປະເທດ. ດ້ວຍການຍຶດ ໝັ້ນຈັນຍາບັນວິຊາຊີບ, ນຳໃຊ້ເຕັກ ໂນໂລຊີສະໄໝໃໝ່ ແລະ ພັດທະນາ ບຸກຄະລາກອນຢ່າງຕໍ່ເນື່ອງຈະເຮັດ ໃຫ້ສື່ມວນຊົນລາວ ສາມາດປະຕິບັດ ໜ້າທີ່ເປັນກະບອກສຽງຂອງພັກ, ລັດ ແລະ ປະຊາຊົນພ້ອມທັງເປັນ ກຳລັງສຳຄັນໃນການພັດທະນາ ຊາດໃຫ້ກ້າວໜ້າຢ່າງຍືນຍົງ. ຂປລ. ວຽກງານທ່ອງທ່ຽວກໍ ເປັນອີກວຽກງານໜຶ່ງທີ່ລັດຖະບານ ໃຫ້ຄວາມສຳຄັນ ແລະ ເອົາໃຈ ໃສນໍາພາ-ຊີ້ນໍາເພື່ອພັດທະນາ ວຽກງານດັ່ງກ່າວໃຫ້ດີຂຶ້ນເທື່ອລະ ກ້າວ. ທັງນີ້ກໍເພື່ອເປັນການດຶງດູດ ນັກທ່ອງທ່ຽວໃຫ້ເຂົ້າມາທ່ຽວລາວ ໃຫ້ຫລາຍຂຶ້ນ.ແນວໃດກໍດີ, ສໍາ ລັບວຽກງານທ່ອງທ່ຽວໃນຕົ້ນປີ ຜ່ານມາເຫັນວ່າມີຫລາຍດ້ານທີ່ພົ້ນ ເດັ່ນ ເປັນຕົ້ນສາມາດດຶງດູດນັກ ທ່ອງທ່ຽວໄດ້ 2,1 ລ້ານເທື່ອຄົນ, ສະແດງໃຫ້ເຫັນວ່າອຸດສາຫະກຳ ການທ່ອງທ່ຽວຂອງລາວກຳລັງ ຟື້ນຕົວ ແລະ ເຕີບໂຕຢ່າງຕໍ່ເນ່ືອງ. ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ລາຍງານ ໃນກອງປະຊຸມສະໄໝວິສາມັນເທື່ອ ທີ 1 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 6 ກໍລະກົດ 2026 ນີ້ວ່າ: ສໍາລັບວຽກທ່ອງທ່ຽວໃນໄລຍະ 5 ເດືອນຕົ້ນປີ 2026 ສາມາດສູ້ ຊົນດຶງດູດນັກທ່ອງທ່ຽວສາກົນ ເຂົ້າມາທ່ອງທ່ຽວ ສປປ ລາວ ໄດ້ 2,1 ລ້ານເທື່ອຄົນ ຫລື ເທົ່າກັບ 47% ຂອງແຜນການ (ແຜນການ 4.462.252 ເທື່ອຄົນ) ເມື່ອທຽບ ໃສ່ໄລຍະດຽວກັນຂອງປີ 2025 ເພີ່ມຂຶ້ນ 8%ສ້າງລາຍຮັບໝູນວຽນ ຈາກການທ່ອງທ່ຽວໄດ້ 960 ກວ່າ ລ້ານໂດສະຫະລັດ; ສາມາດດຶງດູດ ນັກທ່ອງທ່ຽວພາຍໃນໄດ້ 1,3 ລ້ານ ເທື່ອຄົນ ຫລື ເທົ່າ 30% ຂອງ ແຜນການ (ມະຕິສະພາ 4,3 ເທື່ອ ຄົນ). ສໍາຫລວດ-ກໍານົດຂອບເຂດ ດິນແຫລ່ງທ່ອງທ່ຽວສາມາດສູ້ຊົນ ໄດ້ 3 ແຫ່ງ ຫລື ເທົ່າກັບ 50% (ມະຕິສະພາ 2 ແຫ່ງ). ແຕ່ເຖິງ ແນວໃດກໍຕາມ, ເຫັນວ່າຈໍານວນ ນັກທ່ອງທ່ຽວຢູ່ບາງທ້ອງຖິ່ນໂດຍ ສະເພາະແຂວງຫລວງພະບາງ ຫລຸດລົງຖ້າທຽບໃສ່ໄລຍະດຽວ ຂອງປີຜ່ານມາ ຍ້ອນສະພາບຕົ້ນ ທຶນຂົນສົ່ງໂດຍສານທີ່ເພີ່ມຂຶ້ນເນື່ອງ ຈາກໄດ້ຮັບຜົນກະທົບຈາກບັນຫາ ຄວາມຂັດແຍ່ງຢູ່ຕາເວັນອອກກາງ ແລະ ລາຄານໍ້າມັນເຊື້ອໄຟສູງຂຶ້ນ. ສໍາເລັດການຮ່ວມມືກັບພາກສ່ວນ ກ່ຽວຂ້ອງ ແລະ ຕາງໜ້າຈາກ ສະຖານທູດຈີນ ເພື່ອແກ້ໄຂບັນຫາ ທົວສູນໂດລາ ໂດຍໄດ້ລົງກວດ ກາ 5 ຮ້ານຂາຍເຄື່ອງທີ່ລະນຶກ ທີ່ໄດ້ຮັບການລາຍງານກ່ຽວກັບ ການຊື້ສິນຄ້າແພງ ແລະ ບໍ່ມີຄຸນນະ ພາບ, ສຳເລັດການຝຶກອົບຮົມນໍາ ໃຊ້ລະບົບອະນຸຍາດນໍາເຂົ້ານັກ ທ່ອງທ່ຽວແບບເອເລັກໂຕຣນິກ ອອນລາຍ (ໃບເຕ໋ເລັກ) ເພື່ອຫັນ ເປັນທັນສະໄໝມີຜູ້ເຂົ້າຮ່ວມພາກ ລັດ ແລະ ທຸລະກິດທ່ຽວ 70 ຄົນທີ່ ນະຄອນຫລວງວຽງຈັນ; ສໍາເລັດ ການຊຸກຍູ້ພາກທຸລະກິດ, ຊຸມຊົນ ໄດ້ຮັບລາງວັນມາດຕະຖານການ ທ່ອງທ່ຽວອາຊຽນ ປະຈໍາປີ 2026 ຈໍານວນ 59 ລາງວັນ ລວມມີ: ເມືອງທ່ອງທ່ຽວສະອາດອາຊຽນ ຈໍານວນ 4 ລາງວັນ, ມາດຕະຖານ ໂຮງແຮມຂຽວອາຊຽນ ຈໍານວນ 37 ລາງວັນ, ມາດຕະຖານສະຖານ ທີ່ຈັດງານ 3 ລາງວັນ, ລາງວັນ ການທ່ອງທ່ຽວແບບຍືນຍົງອາ ຊຽນ ຈໍານວນ 5 ລາງວັນ ຊຶ່ງໃນ ນີ້ໄດ້ຮັບລາງວັນໃນງານມະຫະກໍາ ທ່ອງທ່ຽວອາຊຽນ (ATF) ທີ່ປະ ເທດຟີລິບປິນ ໃນເດືອນມັງກອນ 2026 ຈໍານວນ 21 ລາງວັນ. ສໍາເລັດການຕ້ອນຮັບຄະນະ ລັດຖະມົນຕີກະຊວງວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ ແຫ່ງ ສ ຫວຽດນາມ ພ້ອມທັງນັກສະແດງ ທີ່ມາຢ້ຽມຢາມ ແລະ ຈັດງານສັບ ປະດາວັດທະນະທໍາຫວຽດນາມ ຢູ່ ສປປ ລາວ, ໃນລະຫວ່າງວັນທີ 12-16 ພຶດສະພາ 2026 ທີ່ຜ່ານ ມາ. ພ້ອມດຽວກັນ, ໄດ້ສໍາເລັດ ການຈັດກອງປະຊຸມສະຫລຸບບົດ ຮຽນ ແລະ ສໍາເລັດການລົງນາມ ແຜນການຮ່ວມມືດ້ານວັດທະນະທໍາ ແລະ ການທ່ອງທ່ຽວ 5 ປີ (ສົກປີ 2026-2030) ລະຫວ່າງສອງ ກະຊວງ. ພາບປະກອບ ພາບປະກອບ

RkJQdWJsaXNoZXIy MTc3MTYxMQ==