08 xtgmf]k; 3]d c]t gsfdko 07/07/2026 ທ່ານ ນາງ ອາດີນາ ມະຫາວົງ ຜູ້ອຳນວຍການໃຫຍ່ໂທລະພາບເອັມ ວີລາວ ໄດ້ໃຫ້ສຳພາດຕໍ່ນັກຂ່າວ ສຳນັກຂ່າວສານປະເທດລາວ ໃນ ວັນທີ 30 ມິຖຸນາ 2026 ຜ່ານມາ ເນື່ອງໃນໂອກາດກຽມດຳເນີນກອງ ປະຊຸມໃຫຍ່ສື່ມວນຊົນ ທົ່ວປະເທດ ຄັ້ງທີ 1 ແລະ ກຽມສະຫລອງວັນ ສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 76 ປີ ທີ່ຈະມາເຖິງໂດຍ ທ່ານໄດ້ຍົກໃຫ້ເຫັນເຖິງການພັດທະ ນາ ແລະ ການເຕີບໃຫຍ່ຂະຫຍາຍ ຕົວຂອງໂທລະພາບເອັມວີລາວ ໃນ ** ຕໍ່ຈາກໜ້າ 1 ** ໂທລະພາບເອັມວີລາວ ຢູ່ຄຽງຄູ່ກັບສັງຄົມລາວເຜີຍແຜ່ພາບ ອອກສູ່ພາກພື້ນ ແລະ ສາກົນ ແລກຄະແນນ Uni-point ໃນໂຄງການ U_care ຮັບສ່ວນຫຼຸດ 50% ແບບຈຸກໆ ໄດ້: ດາຕ້າ, ນາທີໂທ ແລະ SMS, ແລກປຸ໊ບຮັບປັ໊ບ ເປີດໃຫ້ແລກແຕ່ ວັນທີ 06-10/07/2026 ນີ້ເທົ່ານັ້ນ (ຄະແນນແມ່ນຄິດໄລ່ຍອດນໍາໃຊ້ ບໍວ່າຈະເປັນເບີມືຖື, ຊໍາລະຄ່າເບີລາຍເດືອນ/ບໍລິການ FTTH ທຸກ 1,000ກີບ ໄດ້ 10 uni-point ສະສົມຄະແນນໄດ້ແລ້ວ ແຕ່ມື້ນີ້ເປັນຕົ້ນໄປ ) ວິທີການເເລກ ແລະ ເບິ່ງຄະແນນ: ແລກຄະແນນກົດທີ່ລິ້ງ ລິ້ງ: https://my.unitel.com.la/superapp ຢູນີເທວ ຍິ່ງໃຊ້ຫຼາຍ ຍິ່ງໄດ້ຄະແນນສະສົມຫຼາຍ ສອບຖາມຂໍມູນເພີ່ມຕື່ມ Facebook: https://www.facebook.com/Unitel.la ຫຼື ວອດແອັບ https://wa.me/8562091888887 Website: www.unitel.com.la #ຢູແຄ #ucare #ຢູນິພອຍ #unipoint ແລກຄະແນນ Uni-point ໃນໂຄງການ U_care ຮັບສ່ວນຫຼຸດ 50% ໄລຍະຜ່ານມາ ຊຶ່ງໂທລະພາບເອັມ ວີລາວ ເລີ່ມຕົ້ນຄຽງຄູ່ກັບການສ້າງ ວາລະສານໄຊໂຍ ໂດຍໄດ້ເຊັນສັນຍາ ຮ່ວມມືກັບໂທລະພາບແຫ່ງຊາດ ລາວ ໃນປີ 2006, ນັບແຕ່ນັ້ນມາ ໄດ້ປະຕິບັດໜ້າທີ່ນຳເອົາຂ່າວສານ ຕ່າງໆ ຈາກໂທລະພາບແຫ່ງຊາດ ລາວ ມາອອກອາກາດຜ່ານໂທລະ ພາບເອັມວີລາວ, ພ້ອມທັງໄດ້ນຳເອົາ ສາລະຄະດີ, ແປພາກຮູບເງົາ (ຮູບ ເງົາຈີນ, ອິນເດຍ ແລະ ສາກົນ) ເປັນ ພາສາລາວ ເພື່ອສົ່ງເສີມໃຫ້ເດັກນ້ອຍ ແລະ ເຍົາວະຊົນລາວໄດ້ຮັບຮູ້, ເຂົ້າ ໃຈ ພ້ອມທັງປາກເວົ້າພາສາລາວໄດ້ ຢ່າງຈະແຈ້ງ. ພ້ອມນີ້, ຍັງໄດ້ຈັດລາຍ ການພາສາລາວວັນລະຄຳ, ລາຍ ການຊາວໜຸ່ມ, ລາຍການແມ່ຍິງສຸຂະພາບ, ລາຍການຄິດຂ໋ອບຈຳ ປາ ໃຫ້ສັງຄົມທັງພາຍໃນ ແລະ ຕ່າງປະເທດ ໃນທົ່ວໂລກໄດ້ເບິ່ງ ໄດ້ຊົມຢ່າງທົ່ວເຖິງ. ພ້ອມກັນນັ້ນ, ຍັງໄດ້ພັດທະນາລະບົບໃຫ້ມີຄວາມ ຫລາກຫລາຍ ແລະ ທັນສະໄໝຂຶ້ນ ກວ່າເກົ່າ, ຈາກທີ່ເຄີຍໃຊ້ລະບົບດີຈິ ຕອນ ທີ່ມີຄວາມຄົມຊັດສູງ (HD) ອອກອາກາດທາງພາກພື້ນດິນ ແລະ ຜ່ານດາວທຽມແລ້ວ, ຍັງໄດ້ພັດທະ ນາໃຫ້ສາມາດເບິ່ງໃນໂທລະສັບມື ຖື ແລະ ຄອມພິວເຕີ ຜ່ານອຸປະກອນ ຖ່າຍທອດໂທລະພາບແບບພົກພາ (TV Stick) ຊຶ່ງສາມາດຮັບຊົມ ໄດ້ທຸກບ່ອນທີ່ມີສັນຍານອິນເຕີເນັດ. ຢ່າງໃດກໍຕາມ, ໂທລະພາບເອັມວີ ລາວ ຍັງໄດ້ເຜີຍແຜ່ພາບອອກສູ່ພາກ ພື້ນ ແລະ ສາກົນ ຜ່ານລະບົບທີ່ ທັນສະໄໝ (ລະບົບຄາວ) ຊຶ່ງທົ່ວ ໂລກສາມາດເບິ່ງໂທລະພາບເອັມວີ ລາວ ໄດ້. ໂອກາດນີ້, ທ່ານ ນາງ ອາດີນາ ມະຫາວົງ ຍັງໄດ້ຍົກໃຫ້ເຫັນການ ເຕີບໃຫຍ່ຂະຫຍາຍຕົວ ແລະ ການ ຈັດຕັ້ງປະຕິບັດວຽກງານໂຄສະນາ ເຜີຍແຜ່ຂໍ້ມູນຂ່າວສານຕ່າງໆ ຂອງ ສື່ມວນຊົນລາວ ໃນໄລຍະຜ່ານມາ ທີ່ໄດ້ເຄື່ອນໄຫວເກັບກຳຂ່າວ, ພາບ ຕາມພາລະບົດບາດ ເຮັດໃຫ້ສື່ມວນ ຊົນລາວ ທັງເພດຍິງ ແລະ ຊາຍ ໄດ້ ມີການເຕີບໃຫຍ່ຂະຫຍາຍຕົວ ທັງ ປະລິມານ ແລະ ຄຸນນະພາບ ໄດ້ນຳ ໃຊ້ເຕັກນິກ-ເຄື່ອງມືທີ່ທັນສະໄໝ ເຂົ້າ ໃນວຽກງານວິຊາສະເພາະ, ເປັນຜູ້ ສ່ອງແສງທຸກການເຄື່ອນໄຫວຂອງ ສັງຄົມ, ເປັນແຮງຂັບເຄື່ອນການ ພັດທະນາເສດຖະກິດ-ສັງຄົມ, ທັງ ເປັນຜູ້ຊີ້ແຈງ ແລະ ສ້າງຄວາມເຂົ້າ ໃຈໃນບັນຫາຕ່າງໆ ທີ່ເກີດຂຶ້ນຢ່າງ ຖືກຕ້ອງ, ວ່ອງໄວ ແລະ ທັນການ. ພ້ອມນີ້, ທ່ານ ຍັງໄດ້ເນັ້ນໃຫ້ສື່ ມວນຊົນລາວ ໃນຍຸກປັດຈຸບັນ ກໍຄື ຍຸກແຫ່ງການເຕີບໃຫຍ່ຂະຫຍາຍ ຕົວທາງດ້ານດີຈິຕອນ ຕ້ອງໄດ້ ປັບປຸງ ແລະ ພັດທະນາຕົນເອງ ໃຫ້ ມີຄວາມຮູ້, ຄວາມສາມາດທັນຕາມ ຍຸກຕາມສະໄໝ, ໃຫ້ສາມາດວິເຄາະ, ວິໄຈ, ວິຈານ ບັນຫາຕ່າງໆທີ່ເກີດຂຶ້ນ ໃຫ້ສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈ ຕາມ 4 ລັກສະນະຂອງສື່ມວນຊົນ ລາວ ຄື: ລັກສະນະຕົວຈິງ, ລັກສະນະ ສຶກສາອົບຮົມ, ລັກສະນະແນະນໍາ ແລະ ລັກສະນະຕໍ່ສູ້. ພ້ອມນີ້, ທ່ານ ນາງ ອາດີນາ ມະຫາວົງ ຍັງໄດ້ຍົກໃຫ້ເຫັນຄວາມ ສຳຄັນ ຂອງກອງປະຊຸມໃຫຍ່ສື່ ມວນຊົນທົ່ວປະເທດ ຄັ້ງທີ 1 ທີ່ຈະ ຈັດຂຶ້ນໃນມໍ່ໆນີ້, ຊຶ່ງສື່ມວນຊົນທັງ ພາກລັດ ແລະ ເອກະຊົນ ຈາກທຸກ ຂະແໜງການ ໃນຂອບເຂດທົ່ວ ປະເທດ ຈະໄດ້ນຳເອົາຜົນງານ ແລະ ຜະລິດຕະພັນ ຂອງຕົນເອງ ມາວາງ ສະແດງ ຊຶ່ງອາດຈະເປັນນິມິດໝາຍ ອັນດີ ເພື່ອເປັນສູນກາງໃນການ ແລກປ່ຽນຄວາມຮູ້, ຂໍ້ມູນຂ່າວສານ ເຊິ່ງກັນ ແລະ ກັນ, ທັງເປັນການ ເຜີຍແຜ່ໃຫ້ສັງຄົມ ທັງພາຍໃນ ແລະ ຕ່າງປະເທດ ໄດ້ຮັບຮູ້ ຢ່າງທົ່ວເຖິງ. ພ້ອມນີ້, ທ່ານ ຍັງໄດ້ຮຽກຮ້ອງ ໃຫ້ສື່ມວນຊົນລາວ ທຸກຂະແໜງ ການ ໃຫ້ສືບຕໍ່ເຮັດໜ້າທີ່ເປັນກະບອກ ສຽງອັນສໍາຄັນ ໃຫ້ແກ່ພັກ-ລັດ ແລະ ປະຊາຊົນບັນດາເຜົ່າ ເພື່ອໂຄສະນາ ແນວທາງນະ ໂຍບາຍຂອງພັກ, ແຜນ ພັດທະນາເສດຖະກິດ-ສັງຄົມ, ລະ ບຽບກົດໝາຍຂອງລັດ, ທັງເປັນເວ ທີໃຫ້ຂໍ້ມູນຂ່າວສານ, ສາລະໜ້າຮູ້ ແລະ ສາລະບັນເທິງ, ສ້າງຄວາມສາ ມັກຄີປອງດອງ, ກະຕຸກຊຸກຍູ້ໃຫ້ທຸກ ຊັ້ນຄົນໃນສັງຄົມ ປະຕິບັດລະບຽບ ກົດໝາຍ ແລະ ປະກອບສ່ວນເປັນ ກໍາລັງແຮງສ້າງສາພັດທະນາປະ ເທດຊາດ ໃຫ້ຈະເລີນຮຸ່ງເຮືອງ. ພ້ອມນີ້, ທ່ານຍັງໄດ້ສະແດງ ຄວາມຂອບໃຈ ມາຍັງພັກ, ລັດຖະ ບານ ແຫ່ງ ສປປ ລາວ ທີ່ໄດ້ໃຫ້ການ ສະໜັບສະໜູນ, ຊຸກຍູ້ໃນດ້ານຕ່າງໆ ເຮັດໃຫ້ເອັມວີລາວ ປະຕິບັດໜ້າທີ່ ຕາມພາລະບົດບາດ ຢ່າງມີຜົນສຳ ເລັດ ແລະ ເຕີບໃຫຍ່ຂະຫຍາຍຕົວ ເປັນກ້າວໆມາ ຈົນຮອດປັດຈຸບັນ. ສຳລັບ ທິດທາງແຜນການໃນຕໍ່ ໜ້າ, ໂທລະພາບເອັມວີລາວ ຈະສືບຕໍ່ ນຳໃຊ້ເທັກໂນໂລຊີທີ່ທັນສະໄໝ, ພັດ ທະນາລະບົບ, ພັດທະນາລາຍງານ, ສາລະໜ້າຮູ້ ແລະ ອື່ນໆ ໃຫ້ຫລາຍໆ ຂຶ້ນກວ່າເກົ່າ ເພື່ອໃຫ້ສອດຄ່ອງກັບ ການປ່ຽນແປງຂອງສັງຄົມ ແລະ ສືບຕໍ່ຮັບໃຊ້ພາລະກິດການສ້າງສາ ແລະ ພັດທະນາປະເທດຊາດ ພາຍ ໃຕ້ການນຳພາອັນຖືກທິດຂອງພັກ ແລະ ລັດຖະບານລາວຕະຫລອດໄປ.
RkJQdWJsaXNoZXIy MTc3MTYxMQ==