7310

02/07/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ບົດສະເໜີົີ dkoIj ;,,n fh koglf4tdy fdko7h k c]t dko]q 'mb o ]k;{s;Pfok, ຂປລ. ຢາເສບຕິດ ເປັນບັນຫາ ຂອງໂລກ ຊຶ່ງບັນດາປະເທດໃນ ພາກພື້ນ ແລະ ສາກົນ ຕ່າງກໍໃຫ້ ຄວາມສໍາຄັນ ແລະ ເອົາໃຈໃສ່ ຮ່ວມມືກັນໃນການປ້ອງກັນ, ຄວບ ຄຸມ, ສະກັດກັ້ນ ແລະ ແກ້ໄຂບັນຫາ ດັ່ງກ່າວ. ປັດຈຸບັນ, ຢູ່ ສປປ ລາວ ກໍພວມຜະເຊີນໜ້າກັບໄພຂົ່ມຂູ່ ຈາກບັນຫາຢາເສບຕິດເຊັ່ນກັນ ຊຶ່ງໄດ້ແພ່ລະບາດເປັນວົງກວ້າງ ນັບທັງຢູ່ຕົວເມືອງໃຫຍ່ ໄປຮອດ ເຂດຊົນນະບົດຫ່າງໄກສອກຫລີກ; ບັນຫາຢາເສບຕິດເປັນບັນຫາຕົ້ນຕໍ ທີ່ພາໃຫ້ເກີດບັນດາປະກົດການ ຫຍໍ້ທໍ້ທາງສັງຄົມ; ການລະບາດ ຂອງຢາເສບຕິດໄດ້ເປັນໜໍ່ແໜງ, ເປັນສາເຫດຂອງການເກີດຄວາມ ຮຸນແຮງກໍ່ອາຊະຍາກຳ ແລະ ສິ່ງ ຫຍໍ້ທໍ້ຕ່າງໆໃນສັງຄົມ ຊຶ່ງເປັນໄພ ອັນຕະລາຍຕໍ່ຄວາມໝັ້ນຄົງຂອງ ຊາດ, ໄດ້ສົ່ງຜົົນກະທົບໂດຍກົງຕໍ່ ການສ້າງສາພັດທະນາເສດຖະກິດສັງຄົມ, ຕໍ່ຊິວິດ, ຕໍ່ສຸຂະພາບຂອງ ປະຊາຊົນ, ພົນລະເມືອງລາວ ໂດຍ ສະເພາະໄດ້ເບື່ອເມົາຊາວໜຸ່ມ, ເຍົາວະຊົນທີ່ເປັນຜູ້ສືບທອດພາລະ ກິດປະຕິວັດ, ເປັນກໍາລັງແຮງງານ ໃນການປົກປັກຮັກສາ ແລະ ສ້າງ ສາພັດທະນາປະເທດຊາດໃນອະ ນາຄົດ. ຍ້ອນເຫັນໄດ້ເຖິງພິດໄພ ຜົນ ຮ້າຍຄວາມເປັນອັນຕະລາຍ ແລະ ຄວາມຈໍາເປັນພາວະວິໄສໃນການ ແກ້ໄຂບັນຫາຢາເສບຕິດໃຫ້ມີ ຄວາມເດັດຂາດ. ໃນຊຸມປີຜ່ານມາ, ພັກ-ລັດຖະບານລາວ ໄດ້ນໍາພາ-ຊີ້ ນໍາການຈັດຕັ້ງປະຕິບັດວຽກງານ ວິຊາສະເພາະດັ່ງກ່າວ ຢ່າງຈົດຈໍ່ ຈິງຈັງຕະຫລອດມາ ໂດຍສະເພາະ ແມ່ນໄດ້ອີງໃສ່ຜົນສໍາເລັດຂອງການ ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າ ດ້ວຍການແກ້ໄຂບັນຫາຢາເສບຕິດ (2021-2025) ລັດຖະບານ ຈຶ່ງໄດ້ກໍານົດການແກ້ໄຂບັນຫາ ຢາ ເ ສບຕິດໃຫ້ເ ປັນແຜນງານ ແຫ່ງຊາດໃນຕໍ່ໜ້າຕາມມະຕິກອງ ປະຊຸມສະພາແຫ່ງຊາດ ສະບັບ ເລກທີ 171/ສພຊ, ລົງວັນທີ 21 ພະຈິກ 2025. ມາຮອດເວລານີ້ ກໍໄດ້ເນັ້ນໜັກໃສ່ວຽກງານສ້າງ ຄວາມຮັບຮູ້ທົ່ວສັງຄົມດ້ວຍການ ໂຄສະນາເຜີຍແຜ່ລະບຽບກົດໝາຍ, ຜົນຮ້າຍຂອງຢາເສບຕິດເປັນວຽກ ນໍາໜ້າຜ່ານພາຫະນະສື່ມວນຊົນ ໃນຮູບແບບຂອງລະຄອນສັ້ນ, ສະ ປອດ, ບົດເພງ, ຂັບ-ລໍາ, ຕິດປ້າຍ ຄໍາຂວັນທີ່ມີເນື້ອໃນຍົກໃຫ້ເຫັນ ຜົນຮ້າຍຂອງຢາເສບຕິດ ຊຶ່ງເປັນ ເຄື່ອງມືສໍາຄັນໃຫ້ແກ່ການເຮັດ ວຽກງານສ້າງຄວາມຮັບຮູ້ທົ່ວ ສັງຄົມໃຫ້ພະນັກງານ-ລັດຖະກອນ, ທະຫານ, ຕໍາຫລວດ, ນັກຮຽນ-ນັກ ສຶກສາ, ຊາວໜຸ່ມ, ໄວໜຸ່ມ ແລະ ປະຊາຊົນລາວບັນດາເຜົ່າໄດ້ຊົມ, ໄດ້ຟັງ, ໄດ້ອ່ານຈຶ່ງຕີລາຄາໄດ້ ວ່າພົນລະເມືອງລາວພວກເຮົາ ແມ່ນມີຄວາມຮັບຮູ້-ເຂົ້າໃຈຢ່າງ ຖືກຕ້ອງຕໍ່ກັບພິດໄພ, ຜົນຮ້າຍ ແລະ ຄວາມເປັນອັນຕະລາຍຂອງຢາ ເສບຕິດ. ພ້ອມກັນນີ້, ການສ້າງ ຄວາມເຂັ້ມແຂງທົ່ວປວງຊົນທີ່ ເລີ່ມຕົ້ນຈາກສະຖາບັນຄອບຄົວ, ຊຸມຊົນ, ບ້ານ, ພາກລັດ, ເອກະຊົນ ຕ້ອງໄດ້ເຂົ້າຮ່ວມສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດເປັນແຮງ ຍູ້ທີ່ສໍາຄັນໃນການແກ້ໄຂບັນຫາ ຢາເສບຕິດ ໂດຍທຸກພາກສ່ວນ, ທຸກໜ່ວຍງານທີ່ກ່ຽວຂ້ອງແມ່ນ ໄດ້ເອົາໃຈໃສ່ໃກ້ຊິດຕິດແທດເຖິງ ຮາກຖານປະຊາຊົນດ້ວຍການນໍາ ພາ-ຊີ້ນໍາເຮັດຕົວຈິງດ້ວຍຫລາຍ ວິທີທີ່ເປັນລະບົບ, ຮັບປະກັນດ້ານ ການເມືອງ, ກົດໝາຍວິຊາສະເພາະ ທີ່ກ່ຽວຂ້ອງ. ນອກນັ້ນ, ຍັງໄດ້ ເອົາໃຈໃສ່ສ້າງເງື່ອນໄຂອໍານວຍ ຄວາມສະດວກໃຫ້ບັນດາຄອບຄົວ ປະຊາຊົນບັນດາເຜົ່າທີ່ອາໄສຢູ່ ເຂດພູດອຍຫັນໄປປະກອບອາຊີບ ຂປລ. ເນື່ອງໃນໂອກາດທີ່ ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ຈະເດີນທາງມາ ຢ້ຽມຢາມທາງການ ສປປ ລາວ ໃນມໍ່ໆນີ້, ໜັງສືພິມປະເທດລາວ ຂໍ ຍົກເອົາການຮ່ວມມືດ້ານເສດຖະກິດ ການຄ້າ ແລະ ການລົງທຶນສຳລັບ ສອງປະເທດ ລາວ-ຫວຽດນາມ ເພື່ອເປັນການຂ່ຳນັບຮັບຕ້ອນການ ມາຢ້ຽມຢາມຂອງທ່ານນາຍົກ ລັດຖະມົນຕີ ແຫ່ງ ສສ ຫວຽດນາມ ຄັ້ງນີ້. ສສ ຫວຽດນາມ ເປັນຜູ້ລົງທຶນ ສໍາຄັນອັນດັບຕົ້ນໆຢູ່ ສປປ ລາວ; ໂຄງການຮ່ວມມືຫລາຍໂຄງການ ໄດ້ດໍາເນີນໄປຢ່າງມີປະສິດທິຜົນ ຊຶ່ງຊ່ວຍສົ່ງເສີມການພັດທະນາ ເສດຖະກິດ-ສັງຄົມຂອງລາວ ແລະ ການເຊື່ອມໂຍງເສດຖະກິດລະ ຫວ່າງສອງປະເທດ, ມູນຄ່າການຄ້າ ສອງສົ້ນໃນປີ 2025 ບັນລຸໄດ້ເກືອບ 3 ຕື້ໂດລາສະຫະລັດ ຊຶ່ງຈະເປັນປັດ ໄຈໃຫ້ສອງຝ່າຍສູ້ຊົນໃຫ້ບັນລຸ 5 ຕື້ ໂດລາສະຫະລັດ ຕາມຄາດໝາຍທີ່ ສອງຝ່າຍໄດ້ວາງໄວ້. ການຮ່ວມມື ດ້ານເສດຖະກິດການຄ້າ ແລະ ການ ລົງທຶນ ລາວ-ຫວຽດນາມ ໄດ້ຮັບ ການກະຕຸກຊຸກຍູ້ ແລະ ບັນລຸໄດ້ ບັນດາໝາກຜົນທີ່ພົ້ນເດັ່ນ. ໂດຍ ສອງຝ່າຍຕັ້ງໜ້າຜັນຂະຫຍາຍ ຂໍ້ຕົກລົງຍຸດທະສາດການຮ່ວມມື ລາວ-ຫວຽດນາມ ໄລຍະ 2021- 2030 ແລະ ສັນຍາຮ່ວມມື ລາວຫວຽດນາມ ໄລຍະ 2021- 2025. ບັນດາສັນຍາຮ່ວມມືລະຫວ່າງສອງ ລັດຖະບານທີ່ກອງປະຊຸມ ຄັ້ງທີ 46, 47 ຂອງຄະນະກຳມະທິການ ລັດຖະບານ, ເພີ່ມທະວີການແນະ ນຳ, ກວດກາ, ກະຕຸກຊຸກຍູ້, ແລກ ປ່ຽນໃຫ້ທັນການ ເພື່ອຊ່ວຍແກ້ໄຂ ສິ່ງອຸດຕັນ, ຂໍ້ຫຍຸ້ງຍາກເພື່ອຊອກ ຫາທິດທາງໃໝ່ແກ້ໄຂຊຸກຍູ້ການ ຮ່ວມມືໃນຂົງເຂດເສດຖະກິດ, ສືບຕໍ່ລົງນາມໃນບົດບັນທຶກການ ຮ່ວມມື, ສ້າງແລວທາງດ້ານນິຕິ ກຳທີ່ເປັນເອກະພາບ ເພື່ອຊຸກຍູ້ ການຮ່ວມມື. ສອງຝ່າຍໄດ້ສົມທົບ ແລກປ່ຽນບົດຮຽນໃນການຄຸ້ມຄອງ ແລະ ດຳເນີນງານເສດຖະກິດມະຫາ ພາກ. ກ່ຽວກັບການລົງທຶນຂອງ ຫວຽດນາມຢູ່ລາວ, ມາຮອດປັດຈຸ ບັນ, ຫວຽດນາມ ມີຫລາຍໂຄງການ ລົງທຶນຢູ່ລາວ ລວມຍອດການລົງ ທຶນຫລາຍຕື້ໂດລາສະຫະລັດ. ໃນປີ 2024 ໄດ້ຈົດທະບຽນລົງທຶນບັນລຸ 191,1 ລ້ານໂດລາສະຫະລັດ, ເພີ່ມ 62,1% ເມື່ອທຽບໃສ່ໄລຍະ ດຽວກັນຂອງປີ 2023. ໃນຕົ້ນປີ 2025 ຜ່ານມາ, ການລົງທຶນຢູ່ລາວ ບັນລຸ 140 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 33% ເມື່ອທຽບໃສ່ໄລຍະ ດຽວກັນຂອງປີ 2024. ຫລາຍ ໂຄງການລົງທຶນຂອງຫວຽດນາມ ດຳເນີນໄປຢ່າງມີປະສິດທິຜົນ, ປະ ກອບສ່ວນຢ່າງຕັ້ງໜ້າເຂົ້າໃນການ ພັດທະນາເສດຖະກິດ-ສັງຄົມ, ສ້າງ ວຽກເຮັດງານທຳ ແລະ ເພີ່ມລາຍ ຮັບໃຫ້ຄົນງານນັບພັນຄົນ, ເພີ່ມ ລາຍຮັບເຂົ້າງົບປະມານຂອງລາວ, ພິເສດແມ່ນຂົງເຂດໂທລະຄົມ, ການ ທະນາຄານ, ການປູກ ແລະ ປຸງ ແຕ່ງຢາງພາລາ, ຜະລິດ ແລະ ປຸງ ແຕ່ງທັນຍະຫານອາຫານ, ນ້ຳ ນົມ. ສອງຝ່າຍໄດ້ສົມທົບກັນຈັດຕັ້ງ ກອງປະຊຸມຮ່ວມມືດ້ານການລົງທຶນ ໃນເດືອນມັງກອນ 2024 ແລະ ເດືອນມັງກອນ 2025 ສຳເລັດຜົນ. ສອງຝ່າຍໄດ້ສຸມໃສ່ແກ້ໄຂຄວາມ ຫຍຸ້ງຍາກ ແລະ ອຸປະສັກຕ່າງໆ ເພື່ອ ເລັ່ງໃຫ້ມີຄວາມຄືບໜ້າຂອງຫລາຍ ໂຄງການທີ່ສຳຄັນຄື: ໂຄງການ ເຂື່ອນໄຟຟ້າເຊຂະໝານ 3, ໂຄງ ການກະສິກຳຂອງກຸ່ມບໍລິສັດເຈື່ອງ ຫ້າຍ, ໂຄງການຂຸດຄົ້ນ ແລະ ປຸງ ແຕ່ງອາລູມີນຽມຂອງກຸ່ມບໍລິສັດ ຫວຽດເຟືອງ, ສະໜາມບິນໜອງ ຄ້າງ. ດຳເນີນການສຳເລັດ ແລະ ມອບສົ່ງໃຫ້ລາວ 4 ໂຄງການ. ສ່ວນດ້ານການຄ້າ, ສອງຝ່າຍ ສືບຕໍ່ເອົາໃຈໃສ່ກະຕຸກຊຸກຍູ້, ບົດ ບັນທຶກຫລາຍສະບັບໄດ້ລົງນາມ, ປະກອບສ່ວນປັບປຸງກອບນິຕິກຳ ດ້ານກົດໝາຍກ່ຽວກັບການຄ້າ ໃຫ້ສົມບູນແບບຄື: ສັນຍາການຄ້າ ສອງຝ່າຍສະບັບໃໝ່, ສັນຍາການ ຄ້າຊາຍແດນ ແລະ ອະນຸສັນຍາ ຂົນສົ່ງສິນຄ້າ ລາວ-ຫວຽດນາມ ສະບັບປັບປຸງ. ບັນດາບົດບັນທຶກ ທີ່ໄດ້ລົງນາມແມ່ນໄດ້ຮັບການຜັນ ຂະຫຍາຍຢ່າງຕັ້ງໜ້າ ແລະ ບັນດາ ມາດຕະການສົ່ງເສີມການຄ້າໄດ້ຮັບ ການເພີ່ມທະວີ, ສ້າງເງື່ອນໄຂໃຫ້ ແກ່ການພັດທະນາແບບຍືນຍົງຂອງ ການຄ້າສອງປະເທດເປັນຕົ້ນແມ່ນ ການຈັດງານຕະຫລາດນັດ, ຕ້ານ ການຄ້າເຖື່ອນ. ພ້ອມນີ້, ວຽກງານ ຄົມມະນາຄົມ, ສອງຝ່າຍສືບຕໍ່ ສຸມໃສ່ປະຕິບັດບົດບັນທຶກຄວາມ ເຂົ້າໃຈລະຫວ່າງສອງລັດຖະບານ ກ່ຽວກັບຍຸດທະສາດການຮ່ວມມື ດ້ານຄົມມະນາຄົມໄລຍະ 20162025, ວິໄສທັດຮອດປີ 2030; ສືບ ຕໍ່ຊຸກຍູ້ການຊອກຫາແຫລ່ງທຶນ ເພື່ອ ປະຕິບັດບັນດາໂຄງການຕົ້ນຕໍຄື: ທາງດ່ວນຮ່າໂນ້ຍ-ວຽງຈັນ, ທາງ ລົດໄຟ ວູ້ງອ່າງ-ທ່າແຂກ-ວຽງຈັນ ແລະ ບັນດາໂຄງການເຊື່ອມຕໍ່ ຄົມມະນາຄົມອື່ນໆ. ໃນຂົງເຂດ ພະລັງງານໄຟຟ້າ, ສອງຝ່າຍສືບ ຕໍ່ຕັ້ງໜ້າຈັດຕັ້ງປະຕິບັດບົດບັນທຶກ ຄວາມເຂົ້າໃຈລະຫວ່າງສອງລັດ ຖະບານກ່ຽວກັບການພັດທະນາ ໂຄງການໄຟຟ້າໃນລາວ ແລະ ດຳ ເນີນການຊື້-ຂາຍລະຫວ່າງສອງ ປະເທດ. ສອງຝ່າຍໄດ້ລົງນາມໃນ ສັນຍາວ່າດ້ວຍການຊື້ຂາຍຖ່ານ ຫີນ ແລະ ໄຟຟ້າລະຫວ່າງລັດ ຖະບານສອງປະເທດ, ໃນໄລຍະ 2025-2030, ຫວຽດນາມ ຈະຊື້ ໄຟຟ້າຈາກລາວແຕ່ 5.000 MW ຫາ 8.000 MW ແລະ ຖ່ານຫີນ 8 ລ້ານ ຫາ 10 ລ້ານໂຕນ/ປີ. ຂະນະທີ່ຂົງເຂດກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ສອງ ຝ່າຍເຫັນດີເປັນເອກະພາບການ ຮ່ວມມືໃນຂົງເຂດນີ້ ສຸດທີ່ສຳຄັນ, ໃນນັ້ນ ແນໃສ່ເພີ່ມທະວີການຖ່າຍ ທອດ ແລະ ແລກປ່ຽນເຕັກໂນໂລຊີ. ເຕັກນິກ ແລະ ການສ້າງຕົວແບບໃນ ການພັດທະນາກະສິກຳ, ຊົນນະບົດ ເພື່ອຫລຸດຜ່ອນຄວາມທຸກຍາກ, ຍົກສູງຄວາມສາມາດດ້ານນິຕິກຳ ນະໂຍບາຍໃນການຄຸ້ມຄອງຂອງ ສະຖາບັນ ແລະ ນະໂຍບາຍໃນ ການຄຸ້ມຄອງການຜະລິດກະສິກຳ, ປ່າໄມ້, ການປະມົງ ແລະ ຊົນລະ ປະທານ. ສອງຝ່າຍສືບຕໍ່ສະໜັບ ສະໜູນຊ່ວຍການພັດທະນາຊົນ ນະບົດໃນເຂດຈຸດສຸມຂອງລາວ ໃຫ້ມີປະສິດທິຜົນ. ສຳເລັດການ ກໍ່ສ້າງສູນບໍລິການເຕັກນິກກະສິກຳ, ປະສານສົມທົບໄດ້ດີໃນການຄຸ້ມ ຄອງ, ປົກປັກຮັກສາປ່າໄມ້ ແລະ ຊັບພະຍາກອນທຳມະຊາດ, ສະ ກັດກັ້ນການຄ້າຂາຍ ແລະ ຂົນສົ່ງ ໄມ້ ແລະ ຜະລິດຕະພັນສັດປ່າຂ້າມ ຊາຍແດນທີ່ຜິດກົດໝາຍ. 1kgl[8y f d+ .sh gdu fvk-tpkde c]t ly j 'sp= m= .ola '7q ,{gxa owrva o8t]kp87;k,\A o7q '0v'-kf + h h ໃໝ່ ແລະ ມີອາຊີບທີ່ໝັ້ນຄົງ, ຖືກ ກົດໝາຍດ້ວຍການປູກພືດທົດແທນ ພືດທີ່ມີສານເສບຕິດ ເຊັ່ນ: ການ ສົ່ງເສີມລ້ຽງສັດ, ປູກພືດເປັນສິນຄ້າ ສາມາດຈໍາໜ່າຍຢູ່ພາຍໃນ ແລະ ຕ່າງປະເທດ ຢ່າງຕໍ່ເນື່ອງ; ສໍາລັບ ຜູ້ຖືກເຄາະຮ້າຍຈາກຢາເສບຕິດ ແມ່ນໄດ້ຮັບການບຳບັດປິ່ນປົວຟື້ນຟູ ສຸຂະພາບ ແລະ ຝຶກວິຊາຊີບຢູ່ໃນສູນ ປິ່ນປົວ ແລະ ໂຮງໝໍຊຸມຊົນຂອງລັດ ຢ່າງມີປະສິດທິພາບ, ເຮັດໃຫ້ຜູ້ຖືກ ເຄາະຮ້າຍຈາກຢາເສບຕິດໄດ້ກັບ ຄືນເປັນພົນລະເມືອງດີຂອງສັງຄົມ ແລະ ຄອບຄົວ. ພ້ອມກັນນີ້, ລັດຖະບານຍັງໄດ້ ສຸມໃສ່ໃຫ້ທຸກພາກສ່ວນຮ່ວມກັນ ປະຕິບັດວຽກງານ 3 ສ້າງ ຕິດພັນ ກັບການສ້າງຕາແສງ-ບ້ານ ໃຫ້ເປັນ ຫົວໜ່ວຍພັດທະນາໂດຍໄດ້ສ້າງສໍາ ນັກງານອົງການ, ຕາແສງ-ບ້ານ, ສະຖາບັນການສຶກສາ, ໂຮງຮຽນ, ຫົວໜ່ວຍການຜະລິດ, ການບໍລິການ ທັງພາກລັດ ແລະ ເອກະຊົນຢູ່ຕາມ ທ້ອງຖິ່ນທົ່ວປະເທດປອດຈາກ ຢາເສບຕິດເພີ່ມຂຶ້ນໃນແຕ່ລະປີ. ຄຽງຄູ່ກັນນັ້ນ, ລັດຖະບານຍັງ ໄດ້ເອົາໃຈໃສ່ ແລະ ໃຫ້ຄວາມສໍາ ຄັນໃນການປະຕິບັດມາດຕະການ ດ້ານກົດໝາຍຕໍ່ຜູ້ກະທຳຜິດ. ໃນ ປີນີ້ ເຈົ້າໜ້າທີ່ປ້ອງກັນຄວາມ ສະຫງົບແມ່ນສາມາດສະກັດກັ້ນ ແລະ ຕ້ານຢາເສບຕິດໄດ້ຫລາຍ ກໍລະນີ, ພ້ອມທັງໄດ້ເພີ່ມທະວີຄວາມ ເປັນເຈົ້າການໃນການຕິດຕາມກວດ ກາ ແລະ ແກ້ໄຂບັນຫາດັ່ງກ່າວ ຢ່າງຕັ້ງໜ້າ ໂດຍໄດ້ມ້າງຄະດີ, ຢຶດ ຢາເສບຕິດ, ອາວຸດເສິກ, ຊັບສິນ, ວັດຖຸມີຄ່າ, ສານເຄມີຕັ້ງຕົ້ນຕ່າງໆ ທີ່ພວກກຸ່ມຄົນບໍ່ດີຈະນໍາໄປຜະລິດ ເປັນຢາເສບຕິດໄດ້ເປັນຈໍານວນ ຫລວງຫລາຍ. ສິ່ງສຳຄັນແມ່ນ ສາມາດຈັບກຸມຜູ້ກະທໍາຜິດມາ ດຳເນີນຄະດີຕາມກົດໝາຍ ແລະ ລະບຽບການຢ່າງເຂັ້ມງວດ. ໂດຍ: ກິດຕາ

RkJQdWJsaXNoZXIy MTc3MTYxMQ==