7310

02/07/2026 gsfdko c]t dkora fa mtok xtgmf]k; 4 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ກົມລ້ຽງສັດ...ົ້ັ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ zq oleg]a fdv'xt-5 ,xb dlksk]n lv'/j kp ]k;{g1p]t,a o 7A 'mu 2 ຂປລ. ໂດຍສືບຕໍ່ຈັດຕັ້ງປະຕິບັດ ຖະແຫລງການຮ່ວມວ່າດ້ວຍການ ຮ່ວມມືລະຫວ່າງກະຊວງການ ຕ່າງປະເທດ ແຫ່ງ ສປປ ລາວ ແລະ ກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ສະຫະພັນ ເຢຍລະມັນ ຊຶ່ງໄດ້ລົງນາມໃນປີ 2019 ທີ່ແບກແລງ, ສອງກະຊວງ ການຕ່າງປະເທດ ແຫ່ງ ສປປ ລາວ ແລະ ເຢຍລະມັນ ໄດ້ຈັດກອງປະຊຸມ ປຶກສາຫາລືສອງຝ່າຍ ຄັ້ງທີ 2 ຮ່ວມ ກັນໃນວັນທີ 23 ມິຖຸນາ 2026 ທີ່ ກະຊວງການຕ່າງປະເທດເຢຍລະ ມັນ, ນະຄອນຫລວງແບກແລງ. ຄະນະຜູ້ແທນຝ່າຍລາວ ນໍາໂດຍ ທ່ານ ເອກະພາບ ພັນທະວົງ ຫົວໜ້າ ກົມເອີຣົບ ແລະ ອາເມລິກາ, ກະ ຊວງການຕ່າງປະເທດ ຊຶ່ງໄດ້ ເປັນປະທານຮ່ວມກອງປະຊຸມກັບ ທ່ານ ທູດ ໂຢອາຮິມ ເບັດເທເລ (JoachimBertele)ຮັບຜິດຊອບ ວຽກງານອາຊີຕາເວັນອອກສ່ຽງໃຕ້ ແລະ ປາຊີຟິກ, ກະຊວງການຕ່າງ ປະເທດເຢຍລະມັນ. ໃນໂອກາດດັ່ງກ່າວ, ທັງສອງ ຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນ ແລະ ການຮ່ວມມືອັນດີງາມລະ ຫວ່າງ ສປປ ລາວ ແລະ ເຢຍລະມັນ ທີ່ໄດ້ຮັບການເສີມຂະຫຍາຍເປັນ ກ້າວມາ ຊຶ່ງສະແດງອອກໂດຍການ ຮ່ວມມືໃນຫລາຍຂົງເຂດວຽກງານ ໃນຂອບສອງຝ່າຍ ແລະ ຫລາຍ ຝ່າຍ. ຕໍ່ກັບການຮ່ວມມືທາງດ້ານ ການເມືອງ, ສອງຝ່າຍເຫັນດີສືບ ຕໍ່ຮັດແໜ້ນການພົວພັນຮ່ວມມືລະ ຫວ່າງສອງກະຊວງການຕ່າງປະ ເທດ ລາວ ແລະ ເຢຍລະມັນ ຜ່ານ ກົນໄກກອງປະຊຸມປຶກສາຫາລືສອງ ຝ່າຍ. ນອກນີ້, ສອງຝ່າຍເຫັນດີ ຈະສືບຕໍ່ເສີມຂະຫຍາຍການຮ່ວມ ມືທາງເສດຖະກິດໃນດ້ານການ ຄ້າ, ການລົງທຶນ ແລະ ການທ່ອງ ທ່ຽວ. ໃນໂອກາດດັ່ງກ່າວ, ຝ່າຍ ສປປ ລາວ ຍັງໄດ້ສະແດງຄວາມ ຂອບໃຈລັດຖະບານ ແລະ ປະຊາຊົນ ເຢຍລະມັນ ຕໍ່ການຮ່ວມມືເພື່ອການ ພັດທະນາໃນຕະຫລອດໄລຍະຜ່ານ ມາ ໂດຍສະເພາະການຊ່ວຍເຫລືອ ບັນດາໂຄງການຕ່າງໆທີ່ສຳຄັນ ແລະ ມີປະສິດທິພາບ ຊຶ່ງເປັນການ ປະກອບສ່ວນສຳຄັນເຂົ້າໃນການ ພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ແນໃສ່ພັດທະນາຊີວິດ ການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ ຢ່າງຕໍ່ເນື່ອງ. ໃນໄລຍະຜ່ານມາ, ເຢຍລະມັນ ໄດ້ໃຫ້ການຊ່ວຍເຫລືອ ຜ່ານຂອບການຮ່ວມມືສອງຝ່າຍ ແລະ ຫລາຍຝ່າຍ ໂດຍສະເພາະ ການຮ່ວມມືດ້ານວິຊາການຜ່ານ ຫ້ອງການຮ່ວມມືເພື່ອການພັດທະ ນາເຢຍລະມັນ (GIZ) ແລະ ການຮ່ວມມືດ້ານການເງິນຜ່ານ ທະນາຄານພັດທະນາ (KFW) ໃນຫລາຍຂົງເຂດວຽກງານ ເຊັ່ນ: ກະສິກຳ ແລະ ສິ່ງແວດລ້ອມ, ການ ສຶກສາທາງດ້ານສາຍວິຊາຊີບ, ພື້ນຖານໂຄງລ່າງ, ສຸຂາພິບານ, ການເງິນ, ສີມືແຮງງານ, ການ ປົກຄອງທີ່ດີ ແລະ ການສ້າງລັດ ແຫ່ງກົດໝາຍ, ພ້ອມທັງການປະ ກອບສ່ວນສະໜັບສະໜູນ ແລະ ການ ຮ່ວມມືຜ່ານ ສະຫະພາບເອີຣົບ, ທີມ ເອີຣົບ, ອາຊຽນ-ເຢຍລະມັນ, ຄະນະ ກຳມະການແມ່ນ້ຳຂອງ, ສະມາຄົມ ມິດຕະພາບ ລາວ-ເຢຍລະມັນ ແລະ ອົງການຈັດຕັ້ງສາກົນອື່ນໆ. ນອກນັ້ນ, ສອງຝ່າຍຍັງໄດ້ມີ ການແຈ້ງສະພາບການພັດທະນາ ເສດຖະກິດ-ສັງຄົມແລະ ນະໂຍບາຍ ທີ່ເປັນບຸລິມະສິດຂອງກັນ ແລະ ກັນ ໂດຍສະເພາະຝ່າຍລາວໄດ້ແຈ້ງໃຫ້ ຊາບກ່ຽວກັບການກະກຽມອອກ ຈາກສະຖານະພາບປະເທດດ້ອຍ ພັດທະນາໃນທ້າຍປີ 2026 ທີ່ ຈະມາເຖິງນີ້ ແລະ ໄດ້ສະເໜີໃຫ້ ເຢຍລະມັນ ສືບຕໍ່ການຊ່ວຍເຫລືອ ແລະ ສະໜັບສະໜູນ ສປປ ລາວ ຄື ດັ່ງຜ່ານມາ, ລວມທັງການໃຫ້ສິດທິ ພິເສດທາງດ້ານການຄ້າ ແລະ ການ ຊ່ວຍເຫລືອນະໂຍບາຍທີ່ກ່ຽວຂ້ອງ ອື່ນໆແກ່ ສປປ ລາວ ໃນໄລຍະ ຂ້າມຜ່ານ ເພື່ອຮັບປະກັນໃຫ້ເປັນ ໄປຢ່າງໂລ່ງລ່ຽນ, ມີຄຸນນະພາບ ແລະ ຍືນຍົງ. ນອກນີ້, ສອງຝ່າຍ ຍັງແລກປ່ຽນທັດສະນະ ແລະ ຄໍາ ຄິດຄໍາເຫັນຕໍ່ບັນຫາພາກພື້ນ ແລະ ສາກົນ ພົ້ນເດັ່ນທີ່ມີຄວາມສົນໃຈ ຮ່ວມກັນ. ສອງຝ່າຍເຫັນດີຈະສືບຕໍ່ເສີມ ຂະຫຍາຍສາຍພົວພັນມິດຕະພາບ ແລະ ການພົວພັນຮ່ວມມືອັນດີ ພາຍໃຕ້ກົນໄກທີ່ມີຢູ່ແລ້ວໃຫ້ແໜ້ນ ແຟ້ນຂຶ້ນກວ່າເກົ່າລະຫວ່າງສອງ ປະເທດໃນອະນາຄົດ ເພື່ອນໍາເອົາ ຜົນປະໂຫຍດສູງສຸດມາສູ່ປະຊາຊົນ ສອງຊາດ, ພ້ອມທັງໄດ້ຢືນຢັນສືບ ຕໍ່ການສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ. ຂ່າວ-ພາບ: ກະຊວງການຕ່າງປະເທດ ເພື່ອສະໜອງລູກປາ ໃນໂອກາດ ວັນປ່ອຍປາ ແລະ ອະນຸລັກສັດ ນໍ້າ-ສັດປ່າແຫ່ງຊາດ 13 ກໍລະ ກົດ ໃຫ້ບັນລຸຕາມແຜນການ 72 ລ້ານໂຕ. ທ່ານ ບົວຫົງ ຄຳຫາ ຫົວໜ້າ ກົມລ້ຽງສັດ ແລະ ການປະມົງ ໄດ້ ໃຫ້ຮູ້ວ່າ: ກົມລ້ຽງສັດ ແລະ ການ ປະມົງ ໄດ້ເປັນເຈົ້າການປະສານ ສົມທົບກັບຂະແໜງລ້ຽງສັດ ແລະ ການປະມົງ, ນະຄອນຫລວງວຽງ ຈັນແລະ ບັນດາແຂວງໃນຂອບເຂດ ທົ່ວປະເທດ, ອົງການຈັດຕັ້ງສາກົນ ຕ່າງໆທີ່ກ່ຽວຂ້ອງ ໃຫ້ສຸມໃສ່ກະ ກຽມປ່ອຍປາຢ່າງເປັນຂະບວນ ການຟົດຟື້ນ. ສະເພາະຢູ່ນະຄອນ ຫລວງວຽງຈັນ ຈະໄດ້ຈັດຕັ້ງພິທີ ປ່ອຍປາ ຢູ່ໜອງໃຫຍ່ບຶງທາດ ຫລວງເຂດເສດຖະກິດພິເສດ, ຄາດ ວ່າຈະປ່ອຍປາ ປະມານ 350.000 ໂຕ. ພ້ອມນີ້, ທ່ານ ບົວຫົງ ຄຳຫາ ຍັງໄດ້ຮຽກຮ້ອງໃຫ້ທຸກພາກສ່ວນ ໃນສັງຄົມ ມີສ່ວນຮ່ວມໃນການ ປ່ອຍປາ, ອະນຸລັກສັດນໍ້າ-ສັດປ່າ ໃຫ້ຫລາຍຂຶ້ນ, ສ້າງຄວາມເຂົ້າໃຈ ການປ່ອຍປາ ແລະ ສັດນໍ້າ ຄືນສູ່ ແຫລ່ງນໍ້າທໍາມະຊາດ ເພື່ອຮັບປະ ກັນການຜະລິດ, ສະໜອງປາ ແລະ ສັດນໍ້າໃຫ້ພຽງພໍ, ຜະລິດເປັນສິນ ຄ້າ ປະກອບສ່ວນເຂົ້າໃນການພັດ ທະນາຊົນນະບົດ ແລະ ການສ້າງ ເສດຖະກິດແຫ່ງຊາດໃຫ້ເຂັ້ມແຂງ ແລະ ນໍາໃຊ້ຊັບພະຍາກອນທໍາມະ ຊາດຢ່າງຍືນຍົງ. ສປປ ລາວ ເຮົາ ເປັນປະເທດທີ່ ອຸດົມຮັ່ງມີເຕັມໄປດ້ວຍຊັບພະຍາ ກອນທໍາມະຊາດ, ແຫລ່ງນໍ້າ, ຊັບ ໃນດິນ, ສິນໃນນໍ້າ, ມີຊະນິດປາພື້ນ ເມືອງຫລາຍກວ່າ 500 ຊະນິດ.ໃນ ນີ້, ຊະນິດປາ ທີ່ຫາຍາກ ແລະ ໃກ້ ຈະສູນພັນ ເຊັ່ນ: ປາບຶກ, ປາຝາໄລ, ປາກັ້ງ ແລະ ສັດນໍ້າຊະນິດອື່ນໆ. ພັກ ແລະ ລັດຖະບານ ຖືເອົາວຽກ ງານການຄຸ້ມຄອງ, ການປົກປັກຮັກ ສາ, ການພັດທະນາ, ການນໍາໃຊ້ ປາ ແລະ ສັດນໍ້າເປັນວຽກສຳຄັນ. ສະນັ້ນ, ເພື່ອຄຸ້ມຄອງ, ປົກປັກຮັກ ສາ ແລະ ພັດທະນາສັດນ້ຳ ໃຫ້ອຸ ດົມສົມບູນ ແລະ ມີຄວາມຍືນຍົງ ນັບແຕ່ປີ 1997 ເປັນຕົ້ນມາ ລັດຖະ ບານ ຈຶ່ງໄດ້ກຳນົດເອົາ ວັນທີ 13 ກໍລະກົດ ຂອງທຸກໆປີ ເປັນວັນປ່ອຍ ປາ ແລະ ສັດນໍ້າແຫ່ງຊາດ ໂດຍຈັດ ກິດຈະກໍາຕ່າງໆ ເພື່ອປູກຈິດສໍານຶກ ໃຫ້ແກ່ເຍົາວະຊົນ ແລະ ອະນຸຊົນ ຮຸ່ນຫລັງ ກໍຄື ທົ່ວສັງຄົມໃຫ້ເຫັນ ຄວາມສໍາຄັນຕໍ່ການອະນຸລັກປາ ແລະ ສັດນໍ້າ ແນໃສ່ເພີ່ມຄວາມອຸດົມ ສົມບູນໃຫ້ກັບທໍາມະຊາດ, ປົກປັກ ຮັກສາລະບົບນິເວດ ແຫລ່ງນໍ້າ ໃຫ້ ມີຄວາມສົມດຸນ ແລະ ຍືນຍົງ. ຂໍ້ມູນ-ພາບ: ວິທະຍຸແຫ່ງຊາດ ຊຸດຝຶກອົບຮົມໃນຄັ້ງນີ້, ຈັດ ຂຶ້ນພາຍໃຕ້ໂຄງການເສີມສ້າງທັກ ສະທີ່ເປັນບຸລິມະສິດສຳລັບການ ເຕີບໂຕຂອງ ສປປ ລາວ, ເປັນ ໂຄງການພາຍໃຕ້ເງິນກູ້ຢືມຂອງ ທະນາຄານໂລກ (World Bank) ໂດຍສຸມໃສ່ວຽກງານພັດທະນາສີມື ແຮງງານ ແລະ ການຈັດຫາງານ ຊຶ່ງມີກິດຈະກຳປັບປຸງພື້ນຖານໂຄງ ລ່າງ ແລະ ວຽກງານວິຊາສະເພາະ ຕິດພັນໂດຍກົງກັບມາດຕະຖານ ດ້ານສິ່ງແວດລ້ອມ ແລະ ສັງຄົມ ທີ່ທະນາຄານໂລກກຳນົດໄວ້. ຊຸດ ອົບຮົມຄັ້ງນີ້, ຜູ້ເຂົ້າຮ່ວມໄດ້ຮັບຟັງ ການຖ່າຍທອດບົດຮຽນ, ລະບຽບ ການ ແລະ ມາດຕະຖານ ຈາກທີ່ປຶກ ສາວຽກງານສິ່ງແວດລ້ອມ ແລະ ສັງຄົມ, ພ້ອມທັງແລກປ່ຽນປະ ສົບການຕົວຈິງໃນວຽກງານຄຸ້ມ ຄອງແຮງງານ, ການກວດກາແຮງ ງານ, ຄວາມປອດໄພ ແລະ ສຸຂະ ພາບແຮງງານ (OSH). ທ່ານ ພົງສະຫວັນ ໄຊໂກສີ ຫົວໜ້າກົມຄຸ້ມຄອງແຮງງານ ກະ ຊວງ ຮສສ ໄດ້ກ່າວວ່າ: ວຽກງານ ສິ່ງແວດລ້ອມ ແລະ ສັງຄົມ ແມ່ນມີ ຄວາມສຳຄັນ ແລະ ຈຳເປັນຢ່າງ ຍິ່ງ ເພາະທະນາຄານໂລກ ໄດ້ຖື ເອົາມາດຕະຖານນີ້ ເປັນເກນຕົ້ນຕໍ ໃນການປະເມີນເພື່ອອະນຸມັດ ແລະ ດຳເນີນໂຄງການ. ຜົນສຳເລັດການ ຈັດຕັ້ງປະຕິບັດໃນໄລຍະຜ່ານມາ, ກົມຄຸ້ມຄອງແຮງງານ ຮ່ວມກັບທີ່ ປຶກສາໂຄງການ, ກົມການຈັດຫາ ງານ ແລະ ສະຖາບັນພັດທະນາ ສີມືແຮງງານ ຈັດຕັ້ງປະຕິບັດກິດ ຈະກຳຈົນມີຜົນສຳເລັດທີ່ພົ້ນເດັ່ນ ຄື: ດ້ານຈຸດບໍລິການຈັດຫາງານສຳ ເລັດແລ້ວ 16 ແຂວງ ແລະ ກຳລັງ ສືບຕໍ່ຜັນຂະຫຍາຍຢູ່ ແຂວງຜົ້ງ ສາລີ ແລະ ນະຄອນຫລວງວຽງ ຈັນ; ດ້ານການປັບປຸງສະຖາບັນ ແລະ ສູນພັດທະນາສີມືແຮງງານ ສຳເລັດການປັບປຸງສະຖາບັນພັດ ທະນາສີມືແຮງງານ ແລະ ສູນພັດ ທະນາສີມືແຮງງານ 3 ແຂວງ ຄື: ແຂວງບໍ່ແກ້ວ, ຈຳປາສັກ ແລະ ແຂວງອັດຕະປື, ປັດຈຸບັນກຳລັງ ກວດກາຄວາມຮຽບຮ້ອຍ100% ຢູ່ ສູນແຂວງສະຫວັນນະເຂດ ແລະ ຈະ ສືບຕໍ່ໃຫ້ສຳເລັດຢູ່ນະຄອນຫລວງ ວຽງຈັນ. ພ້ອມນີ້ ຍັງໄດ້ມີສ່ວນ ຮ່ວມຢ່າງຕັ້ງໜ້າໃນວຽກງານບໍລິ ຫານໂຄງການ,ການຈັດຊື້-ຈັດຈ້າງ, ການສ້າງ ແລະ ປັບປຸງຫລັກສູດ ການຮຽນ-ການສອນ. ໂອກາດນີ້, ທ່ານ ພົງສະຫວັນ ໄຊໂກສີ ຍັງໄດ້ຮຽກຮ້ອງໃຫ້ຜູ້ເຂົ້າ ຮ່ວມສຸມສະຕິປັນຍາ, ເອົາໃຈໃສ່ ຄົ້ນຄວ້າ ແລະ ສົນທະນາແລກປ່ຽນ ກັນຢ່າງກົງໄປກົງມາ ໂດຍເອົາພຶດ ຕິກຳຕົວຈິງມາຖອດຖອນບົດຮຽນ ຮ່ວມກັນ ເພື່ອຮັບປະກັນໃຫ້ການ ນຳເອົາຄວາມຮູ້ໄປຈັດຕັ້ງປະຕິບັດ, ຕິດຕາມ ແລະ ປະເມີນຜົນກິດຈະ ກຳຕ່າງໆ ໃຫ້ສອດຄ່ອງກັບຂອບ ວຽກງານສິ່ງແວດລ້ອມ ແລະ ສັງ ຄົມ ຢ່າງມີປະສິດທິຜົນສູງສຸດ. ຂໍ້ມູນ-ພາບ: ຂ່າວສານ ຮສສ ສປປ ລາວ. ໃນນີ້, ຖືກເຈົ້າໜ້າທີ່ ກົມຕຳຫລວດເສດຖະກິດ ກົມໃຫຍ່ ຕໍາຫລວດ ຈັບຕົວໃນວັນທີ 3 ມິຖຸນາ 2026 ສະຖານທີ່ເຮືອນເຊົ່າ ຢູ່ບ້ານຂຸດສາມບາດ ເມືອງໄຊທານີ ນະຄອນຫລວງວຽງຈັນ ຈໍານວນ 26 ຄົນ ແລະ ຖືກເຈົ້າໜ້າທີ່ ພະ ແນກຕໍາຫລວດເສດຖະກິດ ກອງ ບັນຊາການ ປກສ ແຂວງສະຫວັນ ນະເຂດ ຈັບຕົວໄດ້ 3 ຈຸດ ໃນນະ ຄອນໄກສອນ ແຂວງສະຫວັນນະ ເຂດ ຄື: ຈຸດເຮືອນພັກກິ່ງທອງ ຕັ້ງ ຢູ່ບ້ານໂພນສະຫວ່າງໃຕ້, ຈຸດເຮືອນ ພັກໂມທິບເກົ່າ ຕັ້ງຢູ່ບ້ານໂພນສະ ຫວ່າງເໜືອ ແລະ ຈຸດສາງສິນຄ້າ ຕັ້ງຢູ່ບ້ານນາເລົ່າ ລວມມີ 72 ຄົນ, ຍິງ 2 ຄົນ. ຫາກພົບເຫັນບຸກຄົນ ຫລື ກຸ່ມ ຄົນທີ່ໜ້າສົງໄສ ແມ່ນໃຫ້ແຈ້ງເຈົ້າ ໜ້າທີ່ຕໍາຫລວດຢ່າງຮີບດ່ວນ ຫລື ສາມາດແຈ້ງມາຍັງເພຈ ກົມຕໍາ ຫລວດເສດຖະກິດ ຫລື ເບີໂທລະ ສັບ 020 55309911 ຂ່າວ: ກົມໃຫຍ່ຕຳຫລວດ ທີ່ສູນກາງແນວລາວສ້າງຊາດ. ໂອກາດນີ້, ຜູ້ເຂົ້າຮ່ວມໄດ້ຮຽນ ຮູ້ທັງພາກທິດສະດີ ແລະ ພາກປະ ຕິບັດຕົວຈິງ ກ່ຽວກັບການນຳໃຊ້ ອຸປະກອນມອດໄຟປະເພດຕ່າງໆ ໂດຍສະເພາະການນຳໃຊ້ຖັງດັບ ເພີງໃຫ້ຖືກວິທີ ເຊັ່ນ: ວິທີຖອນສະ ຫລັກນິລະໄພ, ການຈັບຫົວສີດ ໃຫ້ຖືກທິດທາງ, ການເລັງໄປຍັງ ແປວໄຟ ແລະ ການກົດຄັນບີບພ້ອມ ກວາດຫົວສີດໄປມາ ເພື່ອດັບແປວ ໄຟໃຫ້ມີປະສິດທິຜົນ. ນອກຈາກ ນັ້ນ, ຍັງໄດ້ຝຶກປະຕິບັດວິທີການ ມອດໄຟທີ່ເກີດຈາກຖັງແກັສ ໂດຍ ຮຽນຮູ້ວິທີການປິດວາວແກັສຢ່າງ ປອດໄພ, ການນຳໃຊ້ຖັງດັບເພີງ ໃຫ້ເໝາະສົມກັບປະເພດໄຟ, ການ ປະເມີນສະຖານະການກ່ອນເຂົ້າ ຄວບຄຸມເຫດ ແລະ ວິທີການອົບພະ ຍົບອອກຈາກພື້ນທີ່ເມື່ອເຫດການຢູ່ ນອກເໜືອການຄວບຄຸມ. ການຝຶກອົບຮົມຄັ້ງນີ້, ຊ່ວຍໃຫ້ ຜູ້ເຂົ້າຮ່ວມມີຄວາມຮູ້, ຄວາມເຂົ້າ ໃຈ ແລະ ສາມາດນຳທັກສະທີ່ໄດ້ ຮຽນໄປນຳໃຊ້ໃນສະຖານະການ ຈິງ ເພື່ອຫລຸດຜ່ອນຄວາມສູນເສຍ ຊັບສິນ ລວມທັງສ້າງຄວາມພ້ອມ ໃນການຮັບມືເຫດອັກຄີໄພໄດ້ຢ່າງ ມີປະສິດທິຜົນ. ຂ່າວ-ພາບ: ລີ ເຈົ້າໜ້າທີ່ລາວ...ົ້້ີ່ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ຫ້ອງການ ສນຊ...້ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ກະຊວງ ຮສສ... *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ

RkJQdWJsaXNoZXIy MTc3MTYxMQ==