@ 0j k; c]t gsfdko j 02/07/2026 xtgmf]k; gru j ,mt;u 7;k,lk,a d7u gxa oxb dczj o 0v'x;'-q o]k;ma '-kfK ໄຂກອງປະຊຸມ...ຸ ກົມການເມືອງສູນກາງພັກ, ຜູ້ປະ ຈຳການຄະນະເລຂາທິການສູນກາງ ພັກ, ມີກໍາມະການກົມການເມືອງ ສູນກາງພັກ, ຄະນະເລຂາທິການ ສູນກາງພັກ, ກຳມະການສົມບູນ ແລະ ສຳຮອງສູນກາງພັກ, ຄະນະ ກວດກາສູນກາງພັກ-ອົງການກວດ ກາແຫ່ງລັດ, ປະທານກຳມະການ ປົກຄອງນະຄອນຫລວງ-ແຂວງ ເຂົ້າຮ່ວມ. ສະຫາຍ ພົອ ວິໄລ ຫລ້າຄຳ ຟອງ ໄດ້ກ່າວວ່າ: ກອງປະຊຸມວຽກ ງານກວດກາທົ່ວປະເທດຄັ້ງນີ້, ຈະ ໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື ແລະ ຮັບຮອງເອົາບັນຫາທີ່ສໍາຄັນ ເປັນຕົ້ນແມ່ນການສະຫລຸບຕີລາຄາ ຄືນການຈັດຕັ້ງປະຕິບັດວຽກງານ ກວດກາໃນໄລຍະ 5 ປີຜ່ານມາ ມີ ຜົນສໍາເລັດ ແລະ ຈຸດອ່ອນ-ຂໍ້ຄົງ ຄ້າງ ລວມທັງບົດຮຽນຕົວຈິງທີ່ ຖອດຖອນໄດ້, ພ້ອມທັງບັນດາທິດ ທາງຄາດໝາຍສູ້ຊົນໃນຕໍ່ໜ້າທີ່ ຈະຕ້ອງໄດ້ສຸມໃສ່ຈັດຕັ້ງປະຕິບັດ ຂອງ ທ່ານທູດ ຕະຫລອດໄລຍະ ການປະຕິບັດໜ້າທີ່ການທູດຢູ່ສປປ ລາວ ນັບຕັ້ງແຕ່ໄດ້ຍື່ນສານຕາຕັ້ງ ໃນວັນທີ 14 ພະຈິກ 2022 ເປັນ ຕົ້ນມາ ຊຶ່ງໄດ້ປະກອບສ່ວນເຂົ້າໃນ ການຊຸກຍູ້ສົ່ງເສີມສາຍພົວພັນມິດ ຕະພາບ ແລະ ການຮ່ວມມືອັນດີ ງາມ ລະຫວ່າງ ສປປ ລາວ ແລະ ສ ເກົາຫລີ ໃຫ້ມີການຂະຫຍາຍ ຕົວຢ່າງເປັນຮູບປະທໍາໃນຫລາຍ ດ້ານ ຂອບການຮ່ວມມືທີ່ມີຢູ່ແລ້ວ ກໍໄດ້ຮັບການສືບຕໍ່ເສີມຂະຫຍາຍ ຢ່າງກວ້າງຂວາງ ແລະ ຂອບການ ຮ່ວມມືໃໝ່ກໍໄດ້ຮັບການພັດທະນາ ດີຂຶ້ນເປັນກ້າວໆ ເປັນຕົ້ນແມ່ນການ ພົວພັນຮ່ວມມືທາງດ້ານການເມືອງ, ການປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບ, ການຄ້າ, ການລົງທຶນ, ການສຶກສາ, ກິລາ, ວັດທະນະທໍາສັງຄົມ ແລະ ອື່ນໆ; ປະກອບສ່ວນ ຊຸກຍູ້ໃຫ້ມີການແລກປ່ຽນຢ້ຽມ ຢາມ ເຊິ່ງກັນ ແລະ ກັນ ຂອງຄະ ນະຜູ້ແທນຂັ້ນສູງຢ່າງເປັນປົກກະ ຕິ, ພິເສດແມ່ນການເດີນທາງຢ້ຽມ ຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ຂອງ ທ່ານ ຢູນ ຊອກ ຢອນ ປະທາ ນາທິບໍດີ ແຫ່ງ ສ ເກົາຫລີ ໃນລະ ຫວ່າງ ວັນທີ 9-11 ກັນຍາ 2024 ແລະ ໄດ້ເຂົ້າຮ່ວມກອງປະຊຸມສຸດ ຍອດອາຊຽນ ຄັ້ງທີ 44, 45 ແລະ ກອງປະຊຸມສຸດຍອດປິ່ນອ້ອມອື່ນໆ; ການເດີນທາງຢ້ຽມຢາມ ສ ເກົາຫລີ ໃນເດືອນພະຈິກ 2025 ຂອງ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາ ຍົກລັດຖະມົນຕີ ເພື່ອກະກຽມໃຫ້ ແກ່ການຢ້ຽມຢາມ ສ ເກົາຫລີ ຂອງ ປະທານປະເທດ ແຫ່ງ ສປປ ລາວ ໃນເດືອນທັນວາ 2025 ແລະ ການ ເດີນທາງຢ້ຽມຢາມ ສ ເກົາຫລີ ຢ່າງ ເປັນທາງການຂອງ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໃນລະຫວ່າງວັນທີ 14-15 ທັນວາ 2025 ຊຶ່ງໄດ້ມີການຍົກລະ ດັບການພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ສ ເກົາຫລີ ຂຶ້ນ ເປັນຄູ່ຮ່ວມມືຮອບດ້ານ. ພ້ອມກັນນີ້, ທ່ານຮອງນາຍົກ ລັດຖະມົນຕີ ກໍໄດ້ສະແດງຄວາມ ຂອບໃຈຜ່ານທ່ານທູດໄປຍັງລັດຖະ ບານ ແລະ ປະຊາຊົນ ສ ເກົາຫລີ ທີ່ ໄດ້ໃຫ້ການຊ່ວຍເຫລືອ ແລະ ການ ສະໜັບສະໜູນ ສປປ ລາວ ໃນດ້ານ ຕ່າງໆຕະຫລອດໄລຍະຜ່ານມາ, ພິເສດແມ່ນໄດ້ໃຫ້ການສະໜັບສະ ໜູນ ສປປ ລາວ ໃນການເປັນປະ ທານອາຊຽນໃນປີ 2024. ໃນໂອກາດດຽວກັນນີ້, ທ່ານ ທູດ ສ ເກົາຫລີ ໄດ້ສະແດງຄວາມ ຂອບໃຈເປັນຢ່າງສູງ ຕໍ່ລັດຖະບານ ແລະ ປະຊາຊົນລາວ ກໍຄື ກະຊວງ ການຕ່າງປະເທດ ແຫ່ງ ສປປ ລາວ ທີ່ໄດ້ໃຫ້ການຮ່ວມມື, ສະໜັບສະ ໜູນຊ່ວຍເຫລືອແລະອໍານວຍຄວາມ ສະດວກເປັນຢ່າງດີ ຕະຫລອດໄລ ຍະການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ ຈົນໄດ້ຮັບຜົນສໍາເລັດ ອັນຈົບງາມ, ພ້ອມທັງໄດ້ສະແດງ ຄວາມປິຕິຍິນດີ ແລະ ຂອບໃຈຕໍ່ລັດ ຖະບານ ແຫ່ງ ສປປ ລາວ ເປັນຢ່າງ ຍິ່ງ ທີ່ເຫັນໄດ້ເຖິງຜົນງານ, ຍ້ອງຍໍ ຊົມເຊີຍ ແລະ ປະດັບຫລຽນໄຊ ມິດຕະພາບອັນມີຄຸນຄ່າ ແລະ ສູງ ສົ່ງ ໃຫ້ແກ່ຕົນເອງ ຊຶ່ງຈະກາຍເປັນ ສັນຍະລັກອັນມີຄວາມໝາຍຄວາມ ສໍາຄັນໃນການຊຸກຍູ້ສົ່ງເສີມການ ພົວພັນມິດຕະພາບ ແລະ ການຮ່ວມ ມືອັນດີງາມ ລະຫວ່າງ ສ ເກົາຫລີ ແລະ ສປປ ລາວ ໃຫ້ໄດ້ຮັບການພັດ ທະນາຍິ່ງໆຂຶ້ນໃນຕໍ່ໜ້າ. ຂ່າວ: ກົມການຂ່າວ, ກະຊວງ ການຕ່າງປະເທດ ແຕ່ນີ້ຮອດປີ 2030 ເພື່ອເຮັດໃຫ້ ວຽກງານກວດກາພັກ, ກວດກາ ລັດ, ສະກັດກັ້ນ ແລະ ຕ້ານການ ສໍ້ລາດບັງຫລວງຢູ່ສູນກາງ ແລະ ທ້ອງຖິ່ນ ໃຫ້ມີການຫັນປ່ຽນໃໝ່ ຢ່າງຕັ້ງໜ້າ ຕາມທິດທາງມະຕິ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງ ພັກວາງອອກ ໃຫ້ມີປະສິດທິພາບ, ປະສິດທິຜົນຕົວຈິງ. ໂອກາດນີ້, ສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມ ການເມືອງສູນກາງພັກ, ຄະນະເລ ຂາທິການສູນກາງພັກ, ເລຂາຄະ ນະພັກ, ປະທານຄະນະກວດກາສູນ ກາງພັກ, ປະທານອົງການກວດກາ ແຫ່ງລັດ ແລະ ຫົວໜ້າອົງການຕ້ານ ການສໍ້ລາດບັງຫລວງສູນກາງ ໄດ້ ຜ່ານຮ່າງບົດສະຫລຸບຕີລາຄາການ ເຄື່ອນໄຫວວຽກງານກວດກາ ແຕ່ປີ 2021-2025 ແລະ ທິດທາງແຜນ ການ 2026-2030 ແລະ ສະຫາຍ ນາງ ປີ່ງຄໍາ ລາຊະສິມມາ ກໍາມະ ການສູນກາງພັກ, ຮອງປະທານ ຄະນະກວດກາສູນກາງພັກ, ຮອງ ປະທານອົງການກວດກາແຫ່ງລັດ, ຮອງຫົວໜ້າອົງການຕ້ານການ ສໍ້ລາດບັງຫລວງສູນກາງ ກໍໄດ້ຂຶ້ນ ຜ່ານຮ່າງລາຍງານແຜນພັດທະນາ ວຽກງານກວດກາ 2021-2025 ແລະ ວາງທິດທາງແຜນພັດທະນາ 2026-2030. ພ້ອມນີ້, ຜູ້ແທນ ກອງປະຊຸມກໍໄດ້ຜັດປ່ຽນກັນຂຶ້ນມີ ຄໍາເຫັນກ່ຽວກັບບົດຮຽນໃນການ ນໍາພາ-ຊີ້ນໍາວຽກງານຕິດຕາມກວດກາ ຕໍ່ກອງປະຊຸມ. ຈາກນັ້ນ, ສະຫາຍ ຄຳໄຫລ ສີປະເສີດ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງປະທານ ຄະນະກວດກາສູນກາງພັກ, ຮອງ ປະທານອົງການກວດກາແຫ່ງລັດ, ຮອງຫົວໜ້າອົງການຕ້ານການ ສໍ້ລາດບັງຫລວງຂັ້ນສູນກາງ ໄດ້ ຜ່ານຮ່າງມະຕິວ່າດ້ວຍການເພີ່ມ ທະວີການປ້ອງກັນ, ສະກັດກັ້ນ, ຕ້ານ ແລະ ແກ້ໄຂພະຍາດອາດຍາ ສິດ, ການສໍ້ລາດບັງຫລວງ, ປະ ກົດການຫຍໍ້ທໍ້, ການຟູມເຟືອຍໃນ ກົງຈັກການຈັດຕັ້ງພັກ-ລັດ ແລະ ສັງຄົມ. ຂ່າວ: ລັດດາວັນ ລັດຖະບານ...ັ ທ່ານ ທະນູໄຊ ບັນຊາລິດ ຮອງ ເລຂາພັກແຂວງອັດຕະປື, ປະທານ ຄະນະກໍາມະການປົກຄອງແຂວງ ອັດຕະປື ໄດ້ໃຫ້ສຳພາດຕໍ່ສື່ມວນ ຊົນ ໃນໂອກາດເຂົ້າຮ່ວມກອງປະ ຊຸມລັດຖະບານເປີດກວ້າງຄັ້ງທີ I ເມື່ອບໍ່ດົນນີ້ວ່າ: ໃນ 6 ເດືອນທ້າຍ ປີ 2026 ແຂວງອັດຕະປື ຈະສືບຕໍ່ ຮັກສາສະຖຽນລະພາບເສດຖະກິດ ມະຫາພາກ; ສ້າງຄວາມເປັນເຈົ້າ ຕົນເອງທາງດ້ານງົບປະມານ; ປັບ ປຸງລະບົບ, ກົນໄກການເກັບລາຍ ຮັບ ແລະ ການໃຊ້ຈ່າຍງົບປະມານ ແຫ່ງລັດຄືນໃໝ່ ໂດຍການກໍານົດ ຂອບເຂດອັດຕາສ່ວນ ແລະ ລາຍ ການໃຊ້ຈ່າຍບໍລິຫານຢ່າງຈະແຈ້ງ ເພື່ອຫລຸດຜ່ອນລາຍຈ່າຍປົກກະຕິທີ່ ບໍ່ຈຳເປັນ, ຫັນການຄຸ້ມຄອງການ ເງິນແລະງົບປະມານໃຫ້ມີວິໄນເຂັ້ມ ງວດແລະ ມີຄວາມທັນສະໄໝ; ເພີ່ມ ທະວີການຄຸ້ມຄອງ ແລະ ແກ້ໄຂໜີ້ ສາທາລະນະ ໃຫ້ມີປະສິດທິຜົນສູງ ຂຶ້ນ ເພື່ອຮັບປະກັນຄວາມໝັ້ນຄົງ ແລະ ຄວາມຍືນຍົງຂອງລະບົບການ ເງິນ, ຫລຸດຜ່ອນການຂາດດຸນ, ສູ້ ຊົນໃຫ້ງົບປະມານມີຄວາມສົມດູນ, ກ້າວໄປສູ່ເກີນດູນງົບປະມານ ແລະ ມີສ່ວນເຫລືອເພື່ອສ້າງຄັງສະສົມ ແຫ່ງລັດ ໃຫ້ເຕີບໃຫຍ່ເຂັ້ມແຂງ ແລະ ຍືນຍົງ; ສືບຕໍ່ຝຶກອົບຮົມຂໍ້ມູນ ເອເລັກໂຕຣນິກ; ຄຸ້ມຄອງການຈັດ ເກັບລາຍຮັບຜ່ານລະບົບທັນສະໄໝ ໃຫ້ກວ້າງຂວາງ; ລະບົບ LiFMis; ຊຸກຍູ້ຫົວໜ່ວຍທຸລະກິດຖືບັນຊີ ແລະ ເຂົ້າລະບົບ TaxRIS; ປັບ ປຸງກົນໄກການເກັບລາຍຮັບທີ່ໝັ້ນ ຄົງຈາກອາກອນທີ່ດິນ, ອາກອນຊັບ ສິນແລະອື່ນໆໃຫ້ມີປະສິດທິພາບສູງ ຂຶ້ນ. ຄຸ້ມຄອງລາຍຈ່າຍງົບປະມານ ບົນຈິດໃຈປະຢັດແລະຕ້ານການຟູມ ເຟືອຍ ໃຫ້ເປັນຮູບປະທຳ ແລະ ຮັບ ປະກັນຮັກສາສະຖຽນລະພາບການ ບໍລິຫານ ໜີ້ສິນສາທາລະນະ ແລະ ປັບໂຄງສ້າງໜີ້ສິນສາທາລະນະຄືນ ໃໝ່ ແຕ່ນີ້ຮອດປີ 2027 ໃຫ້ເປັນ ແຜນລະອຽດ; ສືບຕໍ່ລົງຕິດຕາມ ກວດກາ ແລະ ປະເມີນການຈັດຕັ້ງ ປະຕິບັດສັນຍາໂຄງການລົງທຶນ ຕ່າງໆ ເພື່ອມອບເປັນພັນທະຕິດ ຕາມ, ຄຸ້ມຄອງໂຄງການໃນແຕ່ລະ ປີ ແລະ ເງິນຄໍ້າປະກັນ (MOU) ແລະ ເງິນຄໍ້າປະກັນPDAທີ່ແຂວງ ແລະ ສູນກາງໄດ້ອະນຸຍາດຜ່ານມາ ລວມທັງໂຄງການທີ່ຂັ້ນສູນກາງ ຄຸ້ມຄອງ ຊຶ່ງໄດ້ມອບໃຫ້ແຂວງຕິດ ຕາມຊ່ວຍ. ສືບຕໍ່ເຝົ້າລະວັງສະພາບອາກາດ ແລະ ພາຍຸ ທີ່ອາດຈະເກີດຂຶ້ນໃນລະ ດູຝົນ; ສຸມໃສ່ກະກຽມການຜະລິດ ລະດູຝົນ ໃຫ້ພຽງພໍເພື່ອຄໍ້າປະກັນ ສະບຽງອາຫານ ແລະ ເປັນສິນຄ້າ ສົ່ງອອກ, ຕິດຕາມເຝົ້າລະວັງສະ ພາບການປ່ຽນແປງຂອງດິນຟ້າ ອາກາດ ເພື່ອຫລຸດຜ່ອນຜົນກະທົບ ຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນ ທັນເວລາ, ເຝົ້າລະວັງການແພ່ລະ ບາດຂອງພະຍາດພືດແລະສັດຕາມ ລະດູການ, ຄົ້ນຄວ້າແນວພັນພືດ, ແນວພັນສັດ, ການນໍາໃຊ້ເຕັກນິກ ວິຊາການໃຫ້ແທດເໝາະກັບສະ ພາບພື້ນທີ່, ລົງໃຫ້ຄໍາແນະນໍາ ແລະ ລົງມືສາທິດຕົວຈິງດ້ານວິຊາການ ຮອບດ້ານ ໃຫ້ແກ່ປະຊາຊົນໃຫ້ສູງ ຂຶ້ນ; ສຸມໃສ່ຈັດຕັ້ງປະຕິບັດແຜນ ການລົງທຶນຂອງລັດ, ຊຸກຍູ້ບັນດາ ໂຄງການທີ່ກໍາລັງລົງມືກໍ່ສ້າງ ໃຫ້ ໄດ້ຈັດຕັ້ງປະຕິບັດຕາມແຜນ, ຄົ້ນ ຄວ້າແກ້ໄຂໜີ້ສິນໂຄງການລົງທຶຶນ ຂອງລັດ ຕາມທ່າແຮງຂອງແຂວງ ສໍາເລັດໂດຍໄວ; ສືບຕໍ່ສຳຫລວດ ອອກແບບກໍ່ສ້າງເສັ້ນທາງຄົມມະ ນາຄົມ ທາງຫລວງແຫ່ງຊາດ ແລະ ກໍານົດໂຄງການບູລິມະສິດທີ່ຈະປະ ຕິບັດໃນປີ 2027 ແລະ ປີ 2028; ສຶບຕໍ່ຟື້ນຟູທາງຫລວງແຫ່ງຊາດ 18B ແຕ່ເທສະບານແຂວງ ຫາ ຊາຍແດນດ່ານສາກົນພູເກືອຍາວ 111,90 ກິໂລແມັດ; ການສ້ອມ ແປງທາງຫລວງແຫ່ງຊາດ ແລະ ທາງຫລວງທ້ອງຖິ່ນທີ່ນຳໃຊ້ງົບປະ ມານກອງທຶນທາງ; ໂຄງການນ້ຳ ປະປາ; ການຄຸ້ມຄອງນ້ຳໜັກ ແລະ ຄວາມປອດໄພຕາມທາງຫລວງ; ການອອກແບບສະໜາມກິລາ ແລະ ສວນວັດທະນະທຳບັນດາເຜົ່າດົງ ຫົວຊ້າງ ແລະ ບັນດາໂຄງການທີ່ ສະພາປະຊາຊົນແຂວງຮັບຮອງ ໃນປີ. ຂ່າວ: ກິດຕາ; ພາບ: ຂັນໄຊ ແລະ ປະຊາຊົນ ແລະ ຫວ່າງປະຊາ ຊົນດ້ວຍກັນ. ພ້ອມນີ້, ສື່ມວນຊົນຍັງ ຊ່ວຍເພີ່ມຄວາມຮັບຮູ້, ສ້າງຄວາມ ເຂົ້າໃຈໃຫ້ແກ່ປະຊາຊົນ ແລະ ສະ ໜັບສະໜູນການພັດທະນາປະເທດ ຊາດນຳອີກ. ໃນໂອກາດກະກຽມດຳເນີນ ກອງປະຊຸມວຽກງານສື່ມວນຊົນ ທົ່ວປະເທດ ຄັ້ງທີ I, ທ່ານ ນາງ ຄໍ ລີນ ຈາວາຣີ (Corinne Javary) ຫົວໜ້າຝ່າຍສື່ສານ ແລະ ຜະລິດ ວິດີໂອ ແຜນງານບີຄວາ ໄດ້ໃຫ້ ທັດສະນະກ່ຽວກັບສື່ມວນຊົນໃນ ລາວໃນຍຸກໃໝ່ ຕໍ່ນັກຂ່າວເມື່ອບໍ່ ດົນນີ້ວ່າ: ຂ້າພະເຈົ້າຍັງເຊື່ອວ່າ ສື່ມວນຊົນ ໄດ້ກາຍເປັນສື່ສຳຄັນ ຢ່າງຍິ່ງໃນສະພາບການວິກິດການ ທາງເສດຖະກິດ ແລະ ການສຶກສາ ໃນຍຸກໃໝ່. ໃນປັດຈຸບັນແມ່ນມີ ຄວາມຈຳເປັນຫລາຍ ທີ່ພວກເຮົາ ຕ້ອງເຮັດໃຫ້ປະຊາຊົນເຊື່ອໝັ້ນ ກ່ຽວກັບຄຸນຄ່າຂອງການສຶກສາ ຂັ້ນພື້ນຖານ ເນື່ອງຈາກວ່າການ ສຶກສາແມ່ນພື້ນຖານສຳລັບການ ສ້າງອະນາຄົດຂອງປະເທດຊາດ. ເມື່ອປະຊາຊົນເຂົ້າໃຈເຖິງຄວາມ ສຳຄັນຂອງການສຶກສາ ຈະມີແນວ ໂນ້ມທີ່ຈະສະໜັບສະໜູນການຮຽນ ຮູ້ຂອງລູກຫລານ ແລະ ປະກອບ ສ່ວນເຂົ້າໃນການພັດທະນາໄລຍະ ຍາວຂອງປະເທດ. ຜ່ານວຽກງານຂອງແຜນງານ ບີຄວາ ທີ່ໄດ້ປະສານງານກັບສື່ ມວນຊົນ, ແຜນງານຂອງພວກ ເຮົາແມ່ນພາຍໃຕ້ການນຳພາຂອງ ກະຊວງສຶກສາທິການ ແລະ ກິລາ ຂອງ ສປປ ລາວ ໂດຍການສະໜັບ ສະໜູນ ຈາກລັດຖະບານອົດສະ ຕຣາລີ, ຂ້າພະເຈົ້າເຫັນວ່າ ສື່ມວນ ຊົນແມ່ນມີພະລັງແຮງອັນສຳຄັນ ໃນການສົ່ງຂໍ້ຄວາມ ຫລື ຂໍ້ມູນຂ່າວ ສານ ກ່ຽວກັບການສຶກສາໃຫ້ໄປ ເຖິງຊຸມຊົນ, ພໍ່ແມ່ຜູ້ປົກຄອງ, ຄູອາ ຈານ ແລະ ຜູ້ທີ່ສາມາດຕັດສິນໃຈ, ຂໍ້ຄວາມແລະຂໍ້ມູນຂ່າວສານຕ່າງໆ ຢ່າງຊັດເຈນ ແລະ ມີຄວາມໝາຍ. ພ້ອມນີ້, ການຮ່ວມມືຂອງພວກເຮົາ ກັບສື່ມວນຊົນ ກໍມີຄວາມສຳຄັນ ຫລາຍ ໂດຍສະເພາະ ການເຜີຍແຜ່ ຂໍ້ມູນຂ່າວສານ, ຂ່າວ, ບົດຄວາມ ແລະ ແນວຄວາມຄິດທີ່ກ້າວໜ້າ ທີ່ ສາມາດປັບປຸງໂອກາດການເຂົ້າ ຮຽນ ສຳລັບເດັກທຸກຄົນ ໂດຍສະ ເພາະ ຜູ້ທີ່ດ້ອຍໂອກາດ. ນອກ ຈາກນີ້, ສື່ມວນຊົນ ຍັງໄດ້ຊ່ວຍສື່ ສານຂໍ້ຄວາມ ກ່ຽວກັບຄວາມສຳ ຄັນຂອງວຽກງານການສຶກສາຂັ້ນ ພື້ນຖານ, ການສຶກສາຮຽນຮ່ວມ, ຄວາມສະເໝີພາບຍິງ-ຊາຍ, ການ ປົກປ້ອງເດັກ ແລະ ຫົວຂໍ້ການພັດ ທະນາຕ່າງໆທີ່ສຳຄັນອື່ນໆອີກ. ໃນຂະນະດຽວກັນ, ສື່ມວນຊົນ ໃນລາວ ໄດ້ຜະເຊີນກັບສິ່ງທ້າທາຍ ໃໝ່ ໃນການປັບຕົວເຂົ້າກັບຍຸກດີ ຈິຕອນ ໂດຍສະເພາະການເຕີບໂຕ ຢ່າງໄວວາຂອງສື່ສັງຄົມອອນ ລາຍ. ຂໍ້ມູນຂ່າວສານໃນປັດຈຸບັນ ແຜ່ລາມໄປຢ່າງໄວ. ຄວາມກັງວົນ ໃນປັດຈຸບັນ ແມ່ນການເພີ່ມຂຶ້ນ ຂອງຂ່າວປອມ, ຂໍ້ມູນທີ່ບໍ່ຖືກຕ້ອງ ແລະ ຮູບພາບ ຫລື ວິດີໂອ ທີ່ເຮັດ ໃຫ້ເຂົ້າໃຈຜິດທີ່ສ້າງຂຶ້ນດ້ວຍ AI ຊຶ່ງສິ່ງເຫລົ່ານີ້ ໄດ້ເຮັດໃຫ້ຜູ້ຊ່ຽວ ຊານ ດ້ານສື່ມວນຊົນ ຕ້ອງໄດ້ມີ ການເອົາໃຈໃສ່ຫລາຍກວ່າເມື່ອ ກ່ອນ ໃນການກວດສອບຂໍ້ມູນທີ່ ແທ້ຈິງຢ່າງລະມັດລະວັງ, ເພື່ອຮັກ ສາມາດຕະຖານ ດ້ານຈັນຍາບັນ ແລະ ສ້າງຄວາມໄວ້ວາງໃຈໃຫ້ແກ່ ປະຊາຊົນ. ໃນສະພາບແວດລ້ອມ ໃໝ່ນີ້, ຄວາມຖືກຕ້ອງ ແລະ ຄວາມ ຮັບຜິດຊອບ ແມ່ນສຳຄັນເທົ່າກັບ ຄວາມໄວ. ນາງ ຄໍລີນ ຈາວາຣີ ໄດ້ ກ່າວອີກວ່າ: ຂ້າພະເຈົ້າເຊື່ອວ່າ ສື່ ມວນຊົນໃນລາວ ມີພາລະກິດທີ່ສຳ ຄັນ, ດ້ວຍການຮ່ວມມືທີ່ເຂັ້ມແຂງ, ການສື່ສານທີ່ດີ ແລະ ຄວາມມຸ່ງ ໝັ້ນຕໍ່ການເຜີຍແຜ່ຂໍ້ມູນທີ່ມີມູນ ຄວາມຈິງ ແລະ ການບໍລິການສາ ທາລະນະ, ສື່ມວນຊົນສາມາດປະ ກອບສ່ວນອັນໃຫຍ່ຫລວງ ຕໍ່ການ ພັດທະນາປະເທດຊາດ ກໍຄື ການ ສ້າງສາພັດທະນາ ສປປ ລາວ ໃຫ້ ຈະເລີນກ້າວໜ້າຢ່າງບໍ່ຢຸດຢັ້ງໄດ້ ໃນອະນາຄົດ. ແລະ ພະນັກງານຫລັກແຫລ່ງ ຕໍ່ກັບ ບັນດາເນື້ອໃນຈິດໃຈ ຫລັກການ ແລະ ກົດລະບຽບຂອງພັກ ຊຶ່ງການ ເຜີຍແຜ່ ແລະ ເຊື່ອມຊຶມຄັ້ງນີ້, ປະ ກອບ 4 ເອກະສານສຳຄັນ ເຊັ່ນ: ກົດ ລະບຽບພັກປະຊາຊົນປະຕິວັດລາວ ສະໄໝທີ XII ເພື່ອໃຫ້ສະມາຊິກ ພັກທຸກສະຫາຍ ກຳແໜ້ນບັນດາ ທິດທາງຍຸດທະສາດ ເປົ້າໝາຍ ການພັດທະນາເສດຖະກິດ-ສັງຄົມ ແລະ ວຽກງານປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບໃນໄລຍະໃໝ່; ຄຳແນະນຳກ່ຽວກັບການຈັດຕັ້ງ ປະຕິບັດກົດລະບຽບພັກປະຊາຊົນ ປະຕິວັດລາວ ສະໄໝທີ XII ສະບັບ ເລກທີ 303/ຄຈສພ ລົງວັນທີ 20 ພຶດສະພາ 2026 ເພື່ອເຮັດໃຫ້ການ ຈັດຕັ້ງປະຕິບັດກົດລະບຽບພັກ ມີ ຄວາມເຂັ້ມງວດຖືກຕ້ອງ ແລະ ເປັນ ເອກະພາບກັນໃນທົ່ວພັກ; ຄຳແນະ ນຳຂອງຄະນະຈັດຕັ້ງສູນກາງພັກ ກ່ຽວກັບບ້ານ ແລະ ການຈັດຕັ້ງ ບ້ານ ສະບັບເລກທີ 296/ຄຈສພ ລົງວັນທີ 08 ພຶດສະພາ 2026 ເພື່ອແນໃສ່ປັບປຸງ ກໍ່ສ້າງ ແລະ ຮັດ ແໜ້ນລະບົບການເມືອງຢູ່ຮາກຖານ ບ້ານໃຫ້ມີຄວາມໜັກແໜ້ນເຂັ້ມ ແຂງ ແລະ ສາມາດເຄື່ອນໄຫວໄດ້ ຢ່າງມີປະສິດທິຜົນ; ມະຕິກອງປະ ຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະ ບໍລິຫານງານສູນກາງພັກ ສະໄໝ ທີ XII ຊຶ່ງເປັນການກໍານົດທິດທາງ ໜ້າທີ່ຈຸດສຸມ ແລະ ມາດຕະການ ຕ່າງໆ ໃນການນໍາພາ-ຊີ້ນຳ ວຽກ ງານພັດທະນາເສດຖະກິດ-ສັງຄົມ ແລະ ວຽກງານພັກ-ພະນັກງານ ໃນສະເພາະໜ້າ ແລະ ຍາວນານ. ການເຊື່ອມຊຶມເອກະສານໃນ ຄັ້ງນີ້, ບໍ່ພຽງແຕ່ເປັນການຮຽນ ຮູ້ທາງດ້ານທິດສະດີເທົ່ານັ້ນ ແຕ່ ແມ່ນການກຽມພ້ອມທາງດ້ານ ຄວາມຄິດ ແລະ ການກະທຳ ເພື່ອ ນຳເອົາເນື້ອໃນຈິດໃຈໄປໝູນໃຊ້ ເຂົ້າໃນວຽກງານຕົວຈິງ ຢູ່ແຕ່ລະ ຂະແໜງການໃຫ້ເກີດດອກອອກ ຜົນ ແລະ ຮັບປະກັນການພັດທະນາ ຮາກຖານບ້ານໃຫ້ເຂັ້ມແຂງ. ຂ່າວ-ພາບ: ພຸດດາວອນ ພາສຸວັນ 2026 ລວມມູນຄ່າເງິນລາງວັນ 1.824.380.709 ກີບ ຊຶ່ງໝາຍ ເລກທີ່ອອກແມ່ນ 37-3-32-2-34. ສຳລັບ ຜູ້ໂຊກດີແມ່ນທ່ານນາງ ບົວຂາວແກ້ວ ອິນທະຣັກ ອາຍຸ 49 ປີ ທີ່ຢູ່ປັດຈຸບັນ ບ້ານນາຄຳ ເມືອງ ສີໂຄດຕະບອງ ນະຄອນຫລວງ ວຽງຈັນ ຊື້ຫວຍຜ່ານລະບົບອອນ ລາຍ (Happy545), ຕາງໜ້າ ມອບລາງວັນໂດຍ ທ່ານ ສຸບັນ ເພນສັກຂາ ຮອງຜູ້ອຳນວຍການ ບໍລິສັດລັດ ວິສາຫະກິດ ຫວຍພັດ ທະນາ, ທ່ານ ຄັງ ຄີລ ວອນ ຮອງຜູ້ ອຳນວຍການ ວິສາຫະກິດຮຸ້ນສ່ວນ ຕົວແທນພິມ-ຈຳໜ່າຍສະຫລາກ ພັດທະນາ 5/45 ແບບທັນສະໄໝ ຈຳກັດ, ທ່ານ ບຸນຊູ ອິນທະວົງ ຮອງຜູ້ອຳນວຍການ ວິສາຫະກິດ ຮຸ້ນສ່ວນຕົວແທນພິມ-ຈຳໜ່າຍສະ ຫລາກພັດທະນາ 5/45 ແບບທັນ ສະໄໝ ຈຳກັດ ແລະ ທ່ານ ນຳ ຄວັນ ກູນ ຮອງຜູ້ອຳນວຍການ ວິສາຫະ ກິດຮຸ້ນສ່ວນຕົວແທນພິມ-ຈຳໜ່າຍ ສະຫລາກພັດທະນາ 5/45 ແບບ ທັນສະໄໝ ຈຳກັດ, ມີພະນັກງານ ທີ່ກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີ ພິຍານ. ເງິນລາງວັນທີ່ໄດ້ຮັບໃນຈຳ ນວນ 1.824.380.709 ກີບ, ຈະໄດ້ຫັກອາກອນເງິນລາຍໄດ້ ຕາມລະບຽບກົດໝາຍອັດຕາ 5% ເປັນຈຳນວນເງິນ 91.209.035 ກີບ, ຜູ້ໂຊກດີຈະໄດ້ຮັບເງິນຕົວຈິງ 1.733.171.674 ກີບ. ຂ່າວ: ກິດຕາ ພາບ: ອ່າຍຄຳ ອັດຕະປື...ັື ສື່ມວນຊົນໃນລາວ...ື່ົ ກຕສ... ມອບລາງວັນ...ັ
RkJQdWJsaXNoZXIy MTc3MTYxMQ==