7307

29/06/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ບົດສະເໜີົີ dkorq ;ra oIj ;,,n ]ts;j k' leoa d0j k;lkoxtgmf]k; c]t leoa d0j k;lkos;Pfok, zt]y fdtly devy o-u c[[xtlq ,xtlko ,u ]kpIa [s]kply []h kodu [8+ xu ຂປລ. ການຮ່ວມມືຮອບດ້ານ ລະຫວ່າງ ສຳນັກຂ່າວສານປະເທດ ລາວ (ຂປລ) ແລະ ສຳນັກຂ່າວ ສານຫວຽດນາມ (VNA) ແມ່ນ ການພົວພັນແບບພິເສດ ທີ່ມີປະ ຫວັດສາດມາຍາວນານກວ່າ 50 ປີ ແລະ ໄດ້ຮັບການສືບທອດພັດທະ ນາຢ່າງຕໍ່ເນ່ືອງ. ຕະຫລອດໄລຍະ ຜ່ານມາ, ທັງສອງສຳນັກຂ່າວສານ ໄດ້ປະສານງານຢ່າງໃກ້ຊິດ ໃນ ການປະຕິບັດພາລະບົດບາດໃນຖາ ນະເປັນອົງການຖະແຫລງຂ່າວ ທາງການຂອງລັດຖະບານຂອງແຕ່ ລະປະເທດ, ສາມາດຕອບສະໜອງ ຂໍ້ມູນຂ່າວສານໄດ້ຕາມຄວາມຮຽກ ຮ້ອງຕ້ອງການຂອງສັງຄົມ ໃນຍຸກ ດີຈິຕອນ. ພ້ອມນີ້, ການຮ່ວມມືດ້ານ ວິຊາການ ລະຫວ່າງສອງສຳນັກ ໄດ້ສືບຕໍ່ຜັນຂະຫຍາຍຢ່າງ ມີປະສິດ ທິຜົນ ເປັນກ້າວໆມາ, ເປັນຕົ້ນ ການ ຍົກລະດັບການແລກປ່ຽນຂໍ້ມູນ ຂ່າວສານ, ຮູບພາບ, ດ້ານເຕັກນິກ ແລະ ບຳລຸງຍົກລະດັບດ້ານວິຊາ ສະເພາະປະກອບສ່ວນເຂົ້າໃນການ ປະຕິບັດໜ້າທີ່ການເມືອງຂອງແຕ່ ລະຝ່າຍໄດ້ເປັນຢ່າງດີ, ມີການສືບ ຕໍ່ຊຸກຍູ້ການໂຄສະນາເຜີຍແຜ່, ເສີມ ຂະຫຍາຍສາຍພົວພັນມິດຕະພາບ ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດ ລາວ-ຫວຽດນາມ ເວົ້າ ລວມເວົ້າສະເພາະ ກໍຄື ສອງສໍາ ນັກຂ່າວສານປະເທດ ໃຫ້ກວ້າງ ຂວາງ ແລະ ເລິກເຊິ່ງກວ່າເກົ່າ. ທ່ານ ບຸ່ຍ ຊວັນ ຕູ໊ ຫົວໜ້າຫ້ອງ ການຜູ້ຕາງໜ້າສໍານັກຂ່າວສານ ຫວຽດນາມ ປະຈຳລາວໄດ້ໃຫ້ສຳ ພາດເນື່ອງໃນໂອກາດວັນສື່ມວນ ຊົນຫວຽດນາມ ແລະ ເພື່ອຂໍ່ານັບ ຮັບຕ້ອນກອງປະຊຸມສື່ມວນຊົນທົ່ວ ປະເທດ ຄັ້ງທີ I ຂອງ ສປປ ລາວ ທີ່ຈະມາເຖິງນີ້ວ່າ: ການຮ່ວມມື ລະຫວ່າງສຳນັກຂ່າວສານຫວຽດ ນາມ ແລະ ສຳນັກຂ່າວສານປະ ເທດລາວ ໃນໄລຍະຜ່ານ ກໍຄື ປັດຈຸຸ ບັນ ລ້ວນແລ້ວແຕ່ມີການຮ່ວມມື ຢ່າງສະໜິດແໜ້ນຕະຫລອດມາ. ໃນນີ້, ທັງສອງສຳນັກຂ່າວໄດ້ອຳ ນວຍຄວາມສະດວກເຊິ່ງກັນ ແລະ ກັນ ໃນການເຄື່ອນໄຫວວຽກງານ ຂ່າວ, ການເກັບກຳຂໍ້ມູນ ແລະ ການ ຕິດຕາມການເຄື່ອນໄຫວສຳຄັນ ຂອງການນຳສອງປະເທດທັງຢູ່ສູນ ກາງ ແລະ ທ້ອງຖ່ິນ. ພ້ອມກັນນັ້ນ, ອົງການກ່ຽວຂ້ອງຂອງລາວ ກໍໄດ້ ອຳນວຍຄວາມສະດວກແກ່ຫ້ອງ ການຜູ້ຕາງໜ້າສຳນັກຂ່າວສານ ຫວຽດນາມ ປະຈຳລາວ ໃນການ ລົງພື້ນທີ່ເກັບກຳຂ່າວ ແລະ ເຜີຍແຜ່ ໃຫ້ປະຊາຊົນຫວຽດນາມ ແລະ ສາກົນໄດ້ຮັບຮູ້ ກ່ຽວກັບນະໂຍ ບາຍຂອງພັກ-ລັດຖະບານລາວ, ການຊຸກຍູ້, ການຮ່ວມມື, ການລົງ ທຶນຂອງຕ່າງປະເທດ ແລະ ດຶງດູດ ໃຫ້ນັກທ່ອງທ່ຽວຕ່າງປະເທດມາ ທ່ຽວລາວນັບມື້ຫລາຍຂຶ້ນ ຊຶ່ງ ການອຳນວຍຄວາມສະດວກດັ່ງ ກ່າວ ເຮັດໃຫ້ນັກຂ່າວຂອງສຳນັກ ຂ່າວສານຫວຽດນາມປະຈຳລາວ ໄດ້ປະຕິບັດໜ້າທີ່ວຽກສະດວກຂຶ້ນ. ສຳລັບການຮ່ວມມືໃນວຽກ ງານຂ່າວໃນໄລຍະຜ່ານມາ, ສຳ ນັກຂ່າວສານປະເທດລາວ ກໍໄດ້ ອຳນວຍຄວາມສະດວກໃຫ້ຫ້ອງ ການຜູ້ຕາງໜ້າສໍານັກຂ່າວສານ ຫວຽດນາມ ປະຈຳລາວ ໃນການ ປະສານງານ, ການຖ່າຍພາບນິ້ງ, ວີດິໂອ ແລະ ການນຳໃຊ້ໂດຣນໃນ ການບັນທຶກພາບ. ໃນບາງເຫດ ການຫາກຝ່າຍໃດບໍ່ທັນ ກໍສາມາດ ສະໜອງຂໍ້ມູນ, ຮູບພາບໃຫ້ແກ່ກັນ ທັງນີ້ກໍເພື່ອເຮັດໃຫ້ວຽກງານສຳ ເລັດໜ້າທີ່ໄປໄດ້ດີ ແລະ ທັນເວລາ. ແນວໃດກໍດີ, ສື່ມວນຊົນຂອງສອງ ປະເທດຈະສືບຕໍ່ຮ່ວມມືກັນໃນການ ໂຄສະນາ ແລະ ເຜີຍແຜ່ສາຍພົວພັນ ພິເສດ ລາວ-ຫຽດນາມ, ຫວຽດ ນາມ-ລາວ ໃຫ້ເລິກເຊິ່ງຍິ່ງຂຶ້ນ ໂດຍ ສຸມໃສ່ການເຜີຍແຜ່ຜົນສຳເລັດ ດ້ານເສດຖະກິດ, ການຄ້າ, ການລົງ ທຶນ, ການທ່ອງທ່ຽວ ແລະ ການ ໄປມາຫາສູ່ກັນລະຫວ່າງປະຊາຊົນ ສອງປະເທດ ເພື່ອຮັດແໜ້ນສາຍ ພົວພັນມິດຕະພາບອັນຍາວນານໃຫ້ ນັບມື້ແຂງແຮງຍິ່ງຂຶ້ນ. ທ່ານ ບຸ່ຍ ຊວັນ ຕູ໊ ກ່າວ. ຂປລ. ການຜະລິດກະສິກຳອິນຊີ ແມ່ນໜຶ່ງໃນວຽກງານສຳຄັນທີ່ໄດ້ ຮັບການເອົາໃຈໃສ່ເພື່ອຕອບສະ ໜອງສະບຽງອາຫານທີ່ມີຄວາມ ປອດໄພໃຫ້ແກ່ສັງຄົມ, ພ້ອມທັງ ເປັນທາງເລືອກທີ່ສຳຄັນໃນການ ສ້າງລາຍຮັບທີ່ໝັ້ນຄົງໃຫ້ແກ່ປະ ຊາຊົນ. ດັ່ງຄອບຄົວຂອງທ່ານນາງ ອິງ ບຸນຍູ້ ເປັນອີກຄອບຄົວໜຶ່ງ ຢູ່ໃນກຸ່ມສະຫະກອນບ້ານປຸ່ງ ຕາ ແສງທົ່ງປຸ່ງ ເມືອງຫລວງນໍ້າທາ ທີ່ຖືເອົາການປູກພືດຜັກອິນຊີ ແບບ ປະສົມປະສານເປັນສິນຄ້າ ຈົນໄດ້ ກາຍເປັນຄອບຄົວຕົວແບບໃຫ້ແກ່ ຄອບຄົວອື່ນໆ ແລະ ສາມາດສ້າງ ລາຍຮັບກວ່າ 50 ລ້ານກີບຕໍ່ປີ. ທ່ານນາງອິງບຸນຍູ້ໄດ້ເລົ່າສູ່ຟັງ ວ່າ: ປັດຈຸບັນ ຄວາມຕ້ອງການບໍລິ ໂພກພືດຜັກອິນຊີຂອງສັງຄົມ ກໍຄື ຕະຫລາດແມ່ນນັບມື້ຫລາຍຂຶ້ນ ຊຶ່ງເປັນເງື່ອນໄຂອັນດີໃຫ້ແກ່ຜູ້ທີ່ມີ ຄວາມມັກຮັກອາຊີບຜະລິດພືດ ຜັກ ເປັນສິນຄ້າເພື່ອສ້າງລາຍໄດ້ເຂົ້າ ຄອບຄົວ. ດ້ວຍຄວາມມີເງື່ອນໄຂ ສະດວກຄືດັ່ງກ່າວ ຕົນເອງຈຶ່ງໄດ້ ເຂົ້າເປັນສະມາຊິກກຸ່ມກະສິກຳອິນ ຊີບ້ານປຸ່ງ ແຕ່ປີ 2016 ເປັນຕົ້ນມາ (ພາຍໃຕ້ໂຄງການສົ່ງເສີມກະສິ ກຳປັບຕົວເຂົ້າກັບອາກາດປ່ຽນ ແປງ ແລະ ການເຂົ້າເຖິງຕະຫລາດ ເພື່ອຊາວກະສິກອນໜຸ່ມ ເມືອງ ຫລວງນໍ້າທາ). ໂດຍໄດ້ປັບປຸງເນື້ອ ທີ່ດິນ 1.500 ຕາແມັດ ເພື່ອສ້າງ ເຮືອນຮົ່ມເຮັດການຜະລິດແບບ ປະສົມປະສານ, ມີການຈັດລະບົບ ປູກພືດໝູນວຽນຕະຫລອດປີເພື່ອບໍ່ ໃຫ້ດິນວ່າງເປົ່າ ແລະ ມີຜົນຜະລິດ ປ້ອນຕະຫລາດຕະຫລອດປີອັນເປັນ ການສ້າງລາຍຮັບເຂົ້າຄອບຄົວໄດ້ ຢ່າງຕໍ່ເນື່ອງ. ຂະນະທີ່ປັດຈຸບັນ ຄອບຄົວຂອງຕົນໄດ້ຜະລິດພືດຜັກ ຫລາຍຊະນິດ ເປັນຕົ້ນແມ່ນຜັກ ກາດ, ຜັກຊີ, ຫອມປ້ອມ, ໝາກຖົ່ວ, ຜັກບົ້ງ, ກະຈຽບ, ໝາກເຂືອ, ຜັກ ເນົ່າ ແລະ ໝາກຫຸ່ງ. ການປູກພືດຫລາຍຊະນິດໃນ ພື້ນທີ່ດຽວ ຊ່ວຍຮັກສາຄວາມອຸດົມ ສົມບູນຂອງດິນ, ຫລຸດຜ່ອນການ ລະບາດຂອງສັດຕູພືດ ແລະ ໄດ້ຜະ ລິດຜັກປອດໄພ ມີຄຸນຄ່າທາງໂພຊະ ນາການຕໍ່ຜູ້ບໍລິໂພກອີກດ້ວຍ. ທ່ານ ນາງ ອິງ ບຸນຍູ້ ໄດ້ເວົ້າ ຕື່ມວ່າ: ສາເຫດທີ່ເລືອກປູກພືດຜັກ ຫລາຍຊະນິດໃນພື້ນທີ່ດຽວກັນ ເພື່ອ ຊ່ວຍສ້າງຄວາມສົມດຸນທາງທຳ ມະຊາດ, ຊ່ວຍຮັກສາຄວາມອຸດົມ ສົມບູນຂອງດິນ, ຫລຸດຜ່ອນການ ລະບາດຂອງສັດຕູພືດ ແລະ ໄດ້ຜະ ລິດຜັກປອດໄພ ມີຄຸນຄ່າທາງໂພຊະ ນາການຕໍ່ຜູ້ບໍລິໂພກອີກດ້ວຍ ເພາະ ພືດຜັກອິນຊີຈຳພວກນີ້ ເຕັມໄປດ້ວຍ ວິຕາມິນ, ກາກໃຍອາຫານ. ສິ່ງສຳ ຄັນທີ່ສຸດຄືມີຄວາມປອດໄພ ຕໍ່ສຸຂະ ພາບຂອງຜູ້ຜະລິດ ແລະ ຜູ້ບໍລິໂພກ. ແນວໃດກໍດີ ການຜະລິດກະສິກຳ ອິນຊີ ຍັງເປັນການອະນຸລັກສພາບ ດິນ ແລະ ແຫລ່ງນໍ້າໃນຊຸມຊົນທີ່ ຍືນຍົງອີກດ້ວຍ. ສຳລັບຈຸດຂາຍຜົນຜະລິດກະສິ ກຳອິນຊີ ແມ່ນຢູ່ບ້ານນາຫ້ອມ ຊຶ່ງ ໃນປີໜຶ່ງ ໄດ້ສ້າງລາຍຮັບເຂົ້າຄອບ ຄົວຫລາຍກວ່າ 50 ລ້ານກີບ. ຊຶ່ງ ລາຍໄດ້ດັ່ງກ່າວລ້ວນແຕ່ ເປັນສ່ວນ ສຳຄັນເຂົ້າໃນການແກ້ໄຂຄວາມ ທຸກຍາກ, ຍົກລະດັບຊີວິດການ ເປັນຢູ່ຂອງຄອບຄົວ ໃຫ້ດີຂຶ້ນເທື່ອ ລະກ້າວ ທັງເປັນການສ້າງແຮງບັນ ດານໃຈໃຫ້ແກ່ຊາວກະສິກອນ ພາຍ ໃນເມືອງຫລວງນໍ້າທາ ຫັນມາຜະ ລິດກະສິກຳອິນຊີ ເພື່ອປ້ອນຕະ ຫລາດ ໃຫ້ຫລາຍຂຶ້ນໃນອະນາຄົດ. ທ່ານ ນາງ ອິງ ບຸນຍູ້ ກ່າວ. ປັດຈຸບັນການຜະລິດກະສິກຳ ອິນຊີ ກຳລັງໄດ້ຮັບຄວາມນິຍົມ ຫລາຍຂຶ້ນ ເນື່ອງຈາກຜູ້ບໍລິໂພກໃຫ້ ຄວາມສຳຄັນກັບອາຫານທີ່ປອດ ໄພ ແລະ ມີສຸຂະພາບທີ່ດີ. ສຳລັບ ຊາວກະສິກອນ ການຜະລິດກະສິ ກຳອິນຊີບໍ່ພຽງແຕ່ຊ່ວຍຫລຸດຕົ້ນ ທຶນໃນໄລຍະຍາວ ແຕ່ຍັງສາມາດ ສ້າງລາຍຮັບທີ່ໝັ້ນຄົງ ແລະ ເປັນ ອາຊີບທີ່ຍືນຍົງອີກດ້ວຍ. ພາບປະກອບ

RkJQdWJsaXNoZXIy MTc3MTYxMQ==