29/06/2026 xtgmf]k; 4 *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ Iv']a f4t,q o8u dt-;'dko8j k'xtgmf Ij ;,w;h vkw]g4y 'f;';y opkovtfu fxtmkokmy [= fu 8u ,= {c]a fltg8 gsfdko c]t dkora fa mtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ຂປລ. ເມື່ອບໍ່ດົນມານີ້, ກະ ຊວງກະສິກຳ ແລະ ສິ່ງແວດລ້ອມ ຮ່ວມກັບສະຖານທູດ ສ ເກົາຫລີ ປະຈຳ ລາວ, ອົງການສົ່ງເສີມ ການຄ້າ-ການລົງທຶນເກົາຫລີ (KOTRA), ອົງການອາຫານ ແລະ ການກະເສດແຫ່ງສະຫະ ປະຊາຊາດ (FAO) ຈັດກອງ ປະຊຸມພົບປະຄູ່ຮ່ວມມືກະສິກຳ ສີຂຽວ ເກົາຫລີ-ລາວ ຄັ້ງທີ 2 ( K - G R E E N A G R O PARTNERING ຄັ້ງທີ 2) ຢູ່ ນະຄອນຫລວງວຽງຈັນ ເພື່ອສົ່ງ ເສີມການຮ່ວມມືສອງຝ່າຍໃນຂົງ ເຂດກະສິກຳຍືນຍົງ, ການລົງທຶນ ທາງດ້ານທຸລະກິດກະສິກຳ ແລະ ການເຕີບໂຕສີຂຽວ ໂດຍມີຜູ້ຕາງ ໜ້າຈາກພາກລັດ, ອົງການຈັດຕັ້ງ ສາກົນ, ຄູ່ຮ່ວມພັດທະນາ ແລະ ພາກ ເອກະຊົນ ຈາກ ສປປ ລາວ ແລະ ສາທາລະນະລັດເກົາຫລີ ເຂົ້າຮ່ວມ. ກອງປະຊຸມໃນຄັ້ງນີ້, ເປັນເວທີ ສຳຄັນໃນການເສີມສ້າງຄວາມ ຮ່ວມມືລະຫວ່າງຜູ້ມີສ່ວນຮ່ວມ ຈາກສອງປະເທດພ້ອມທັງຄົ້ນຫາ ໂອກາດໃໝ່ໆ ໃນດ້ານການຄ້າ ແລະ ການລົງທຶນດ້ານກະສິກຳ ໂດຍໄດ້ ຈັດສຳມະນານະໂຍບາຍລະດັບ ສູງ ແລະ ຈັດການຈັບຄູ່ທຸລະກິດ (Business Matching). ທັງນີ້, ກໍເພື່ອສ້າງເວທີພົບປະທາງທຸລະກິດ ຫລາຍກວ່າ 51 ຄັ້ງ ລະຫວ່າງ 12 ບໍລິສັດຈາກເກົາຫລີ ແລະ ຫລາຍ ກວ່າ 25 ຄູ່ຮ່ວມງານຈາກລາວ ຊຶ່ງ ສະທ້ອນໃຫ້ເຫັນທ່າແຮງທາງການ ຄ້າ, ດ້ານເຕັກໂນໂລຊີກະສິກຳອັດ ສະລິຍະຂອງເກົາຫລີ ໃນຕະຫລາດ ລາວ ຊຶ່ງຜູ້ເຂົ້າຮ່ວມກອງປະຊຸມ ໄດ້ພ້ອມກັນປຶກສາຫາລືກ່ຽວກັບ ການຍົກລະດັບມາດຕະຖານການ ຜະລິດ, ລະບົບຕິດຕາມແຫລ່ງທີ່ມາ (Traceability) ແລະ ປະສິດທິ ພາບ ເພື່ອຕອບສະໜອງຂໍ້ກຳນົດ ຂອງຕະຫລາດສາກົນ. ໂອກາດນີ້, ທ່ານ ຈັນທະຄອນ ບົວລະພັນ ຮອງລັດຖະມົນຕີກະຊວງ ກະສິກຳ ແລະ ສິ່ງແວດລ້ອມ ໄດ້ ເນັ້ນເຖິງຄວາມສຳຄັນຂອງການ ຮ່ວມມືດ້ານກະສິກຳ ໂດຍຊີ້ໃຫ້ ເຫັນທ່າແຮງຂອງ ສປປ ລາວ ໃນ ການຂະຫຍາຍການຜະລິດ ແລະ ການສົ່ງອອກພືດຜົນກະສິກຳມູນ ຄ່າສູງ, ພ້ອມສົ່ງເສີມໃຫ້ມີການ ຮ່ວມມືຢ່າງໃກ້ຊິດກັບພາກສ່ວນ ເກົາຫລີ ເພື່ອຍົກລະດັບຜະລິດຕະ ພາບ, ມາດຕະຖານຄຸນນະພາບ ແລະ ການເຂົ້າເຖິງຕະຫລາດ. ທ່ານ ດົງກິວ ລີ ຕາງໜ້າສະຖານ ທູດ ສ ເກົາຫລີ ປະຈຳລາວ ໄດ້ ເນັ້ນເຖິງການຂະຫຍາຍຕົວຂອງ ຄວາມສຳພັນອັນດີລະຫວ່າງສອງ ປະເທດ ແລະ ຢືນຢັນຄວາມມຸ່ງໝັ້ນ ຂອງສາທາລະນະລັດເກົາຫລີ ໃນ ການສະໜັບສະໜູນການຫັນເປັນ ທັນສະໄໝຂອງຂະແໜງກະສິກຳ ລາວຜ່ານການຖ່າຍທອດເຕັກໂນ ໂລຊີ, ການລົງທຶນ ແລະ ການແລກ ປ່ຽນອົງຄວາມຮູ້. ທ່ານ ນາງ ຄິມ ຢອງ ມີ (Kim Kyung-Mee) ຜູ້ຕາງໜ້າ ອົງການ FAO ປະຈຳລາວ ໄດ້ ເນັ້ນໜັກເຖິງຄວາມສຳຄັນຂອງ ]k;{l gdq ks]u Ia fc|h odkoIj ;,,n fh ko0tc|'dtly de c]t dko7h k ໂຮມຊຸມນຸມ...ຸຸ ຂປລ. ໃນອາທິດຜ່ານມາ, ທີ່ສະ ຖານເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ຕີມໍ-ແລັດສະເຕ ປະຈໍາ ສປປ ລາວ, ທ່ານ ໄມທອງ ທຳມະວົງສາ ຮອງ ລັດຖະມົນຕີການກະຊວງການຕ່າງ ປະເທດ ແຫ່ງ ສປປ ລາວ ພ້ອມ ດ້ວຍຄະນະໄດ້ເຂົ້າຮ່ວມໄວ້ອາໄລ ເຖິງດວງວິນຍານຂອງທ່ານ ຟຣານ ຊິດໂກ ກູເຕີແຣັດ ລູ ອໍໂລ ອະດີດ ປະທານາທິບໍດີ ແຫ່ງ ສາທາລະນະ ລັດ ປະຊາທິປະໄຕ ຕີມໍ-ແລັດສະເຕ ທີ່ໄດ້ເຖິງແກ່ມໍລະນະກຳໃນວັນທີ 21 ມິຖຸນາ 2026 ທີ່ຜ່ານມາ ແລະ ໄດ້ຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ເຊັນປື້ມໄວ້ອາໄລ ຊຶ່ງມີ ເນື້ອໃນດັ່ງນີ້: ຂ້າພະເຈົ້າຮູ້ສຶກເສົ້າໃຈເປັນຢ່າງ ສູນກາງພັກ, ລັດຖະມົນຕີກະຊວງ ປກສ, ມີຮອງລັດຖະມົນຕີກະຊວງ, ອົງການທຽບເທົ່າກະຊວງ, ອົງການ ຈັດຕັ້ງມະຫາຊົນອ້ອມຂ້າງສູນກາງ, ບັນດາການນໍາພັກ, ລັດ, ບັນດາ ທູຕານຸທູດ, ອົງການຈັດຕັ້ງສາກົນ ປະຈຳ ສປປ ລາວ ແລະ ພາກສ່ວນ ກ່ຽວຂ້ອງເຂົ້າຮ່ວມ. ທ່ານ ພົອ ຄໍາລຽງ ອຸທະໄກສອນ ໄດ້ມີຄຳເຫັນຕໍ່ພິທີໂຮມຊຸມນຸມຄັ້ງ ນີ້ວ່າ: ສະພາບການແພ່ລະບາດ ຂອງບັນຫາຢາເສບຕິດຢູ່ໃນໂລກ ແລະ ພາກພື້ນໄດ້ຂະຫຍາຍຕົວເປັນ ວົງກວ້າງໄປທົ່ວທຸກມູມໂລກດ້ວຍ ຫລາຍຮູບແບບ, ຫລາຍວິທີການ ມີລັກສະນະເປັນເຄືອຂ່າຍຂ້າມ ຊາດແໜ້ນໜາ ໂດຍສະເພາະແມ່ນ ຢາເສບຕິດຊະນິດໃໝ່ ທີ່ພວມແພ່ ລະບາດເປັນວົງກວ້າງຢູ່ສັງຄົມ ປັດຈຸບັນ ຊຶ່ງມີຫລາກຫລາຍຮູບ ແບບລວມທັງຢາເສບຕິດຊະນິດ ອື່ນໆ ອັນໄດ້ເພີ່ມທະວີຄວາມອັນ ຕະລາຍຮ້າຍແຮງເຊື່ອມໂຍງກັບ ບັນຫາການກໍ່ການຮ້າຍ, ການຄ້າ ອາວຸດ, ອາຊະຍາກຳຂ້າມຊາດ, ການຟອກເງິນ ແລະ ອາຊະຍາກຳ ທີ່ໃຊ້ຄວາມຮຸນແຮງປະເພດຕ່າງໆ ທີ່ມີທ່າອ່ຽງເພີ່ມຂຶ້ນໃນແຕ່ລະປີ ກາຍເປັນໄພຂົ່ມຂູ່ຕໍ່ການສ້າງສາ ພັດທະນາເສດຖະກິດ-ສັງຄົມ ກໍຄື ສະຖຽນລະພາບທາງດ້ານການ ເມືອງ ແລະ ຄວາມໝັ້ນຄົງຂອງບັນ ດາປະຊາຊາດຢູ່ໃນໂລກ. ສປປ ລາວ ກໍເປັນປະເທດໜຶ່ງ ໃນບັນດາປະເທດທີ່ຖືກຜົນກະທົບ ຈາກບັນຫາຢາເສບຕິດເນື່ອງຈາກ ມີທີ່ຕັ້ງພູມສາດໃນອະນຸພາກພື້ນລຸ່ມ ແມ່ນ້ຳຂອງມີຊາຍແດນຕິດຈອດກັບ ຫລາຍປະເທດ ໂດຍສະເພາະ ສປປ ລາວ ແມ່ນໄດ້ດຳເນີນນະໂຍບາຍ ເປີດກວ້າງການພົວພັນຮ່ວມມືກັບ ພາກພື້ນ ແລະ ສາກົນ ໄປຕາມທິດ ເຊື່ອມໂຍງ-ເຊື່ອມຈອດກັບບັນດາ ປະເທດອັນເປັນເງື່ອນໄຂເຮັດໃຫ້ ສປປ ລາວ ກາຍເປັນທາງຜ່ານໃນ ການລັກລອບຂົນສົ່ງ, ຄ້າຂາຍຢາ ເສບຕິດ ແລະ ສານເຄມີ ຕົ້ນທີ່ເປັນ ສ່ວນປະກອບໃນການຜະລິດຢາ ເສບຕິດ. ສະພາບບັນຫາຢາເສບຕິດຢູ່ ສປປ ລາວ ໄດ້ແພ່ລະບາດເປັນ ວົງກວ້າງນັບແຕ່ຕົວເມືອງຫາຊົນ ນະບົດລວມທັງເຂດຫ່າງໄກສອກ ຫລີກເປັນສາເຫດຕົ້ນຕໍທີ່ພາໃຫ້ ເກີດບັນຫາປະກົດການຫຍໍ້ທໍ້ ແລະ ອາຊະຍາກຳປະເພດຕ່າງໆ, ຈຳ ນວນຄະດີຢາເສບຕິດ, ຜູ້ຖືກຫາ, ຜູ້ ຕິດເສບ ແລະ ຈຳນວນຢາເສບຕິດ ແຕ່ລະປະເພດນັບມື້ນັບເພີ່ມຂຶ້ນຢ່າງ ໜ້າເປັນຫ່ວງໃນແຕ່ລະປີ. ເລ່ລ່ຽມ ກົນອຸບາຍໃນການເຄື່ອນໄຫວລັກ ລອບຂົນສົ່ງ, ຄ້າຂາຍຢາເສບຕິດ ຍິ່ງທີ່ໄດ້ຮັບຂ່າວການເສຍຊີວິດ ຂອງທ່ານ ຟຣານຊິດໂກ ກູເຕີແຣັດ ລູ ອໍໂລ ອະດີດປະທານາທິບໍດີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ຕີມໍ-ແລັດສະເຕ ໃນວັນທີ 21 ມິຖຸນາ 2026 ທີ່ຜ່ານມາ. ໃນນາມລັດຖະບານ ແລະ ປະ ຊາຊົນ ແຫ່ງ ສາທາລະນະລັັດ ປະ ຊາທິປະໄຕ ປະຊາຊົນລາວ ກໍຄື ໃນນາມສ່ວນຕົວ, ຂ້າພະເຈົ້າຂໍສະ ແດງຄວາມເສົ້າສະຫລົດໃຈຢ່າງ ສຸດຊຶ້ງ ແລະ ເຫັນອົກເຫັນໃຈມາຍັງ ລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ຕີມໍ-ແລັດສະເຕ ແລະ ແບ່ງເບົາ ຄວາມທຸກໂສກມາຍັງຄອບຄົວ, ຍາດພີ່ນ້ອງ ແລະ ເພື່ອນມິດຂອງ ເພິ່ນຕໍ່ການສູນເສຍໃນຄັ້ງນີ້ດ້ວຍ. ຂ່າວ-ພາບ: ກົມການຂ່າວ, ກະຊວງ ການຕ່າງປະເທດ ມີລັກສະນະເລິກແລບແນບນຽນ ດ້ວຍຫລາຍຮູບແບບວິທີການທີ່ ສະລັບສັບຊ້ອນ, ມີການຈັດຕັ້ງ ເຄື່ອນໄຫວເປັນກຸ່ມເຄືອຂ່າຍແໜ້ນ ໜາ, ມີການເຊື່ອມໂຍງກັນທັງຢູ່ ພາຍໃນ ແລະ ຕ່າງປະເທດ, ນຳໃຊ້ ພາຫະນະ, ວັດຖຸອຸປະກອນທີ່ທັນ ສະໄໝ ແລະ ອາວຸດກຽມພ້ອມ ຕອບໂຕ້ກັບເຈົ້າໜ້າທີ່. ໃນຊຸມປີທີ່ ຜ່ານມາ, ພັກ-ລັດຖະບານ, ກຳລັງ ປ້ອງກັນຄວາມສະຫງົບ ກໍຄື ອົງ ການປົກຄອງທ້ອງຖິ່ນໄດ້ຖືເອົາ ການແກ້ໄຂບັນຫາຢາເສບຕິດເປັນ ວຽກບູລິມະສິດທີ່ສໍາຄັນ, ຈໍາເປັນ, ຮີບດ່ວນ ແລະ ຊີ້ນໍາ-ນຳພາການ ແກ້ໄຂບັນຫາຢາເສບຕິດ ຢ່າງຈົດຈໍ່ ເອົາຈິງເອົາຈັງ ໂດຍສົມທົບຫລາຍ ມາດຕະການເພື່ອແກ້ໄຂເຊັ່ນ: ໄດ້ ສ້າງວາລະແຫ່ງຊາດວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດແຕ່ປີ 2021-2025, ມີກົດໝາຍ ແລະ ຈັດຕັ້ງປະຕິບັດກົດໝາຍວ່າດ້ວຍ ຢາເສບຕິດແຕ່ຂັ້ນສູນກາງຮອດ ຂັ້ນທ້ອງຖິ່ນ ໂດຍແມ່ນກະຊວງ ປ້ອງກັນຄວາມສະຫງົບ (ຄະນະ ກໍາມະການແກ້ໄຂບັນຫາຢາເສບ ຕິດລະດັບຊາດ) ເປັນໃຈກາງ; ພາຍຫລັງສະຫລຸບການຈັດຕັ້ງປະ ຕິບັດວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ; ໃນ ມະຕິກອງປະຊຸມສະພາແຫ່ງຊາດ ໄດ້ຮັບຮອງເອົາຜົນການຈັດຕັ້ງ ປະຕິບັດວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດໄລ ຍະແຕ່ (2021 - 2025) ສະບັບ ເລກທີ 171/ສພຊ, ລົງວັນທີ 21 ພະຈິກ 2025 ເຫັນວ່າວຽກງານ ແກ້ໄຂບັນຫາຢາເສບຕິດແມ່ນມີ ຄວາມຈໍາເປັນຕ້ອງໄດ້ສືບຕໍ່ເປັນ ແຜນງານແຫ່ງຊາດ, ພ້ອມທັງສືບ ຕໍ່ປັບປຸງກົດໝາຍ, ນິຕິກຳລຸ່ມກົດ ໝາຍຈໍານວນໜຶ່ງ ເພື່ອຮັບປະກັນ ໃຫ້ແກ່ວຽກງານແກ້ໄຂບັນຫາຢາ ເສບຕິດແຕ່ ປີ 2026-2030 ໃຫ້ມີ ຜົນສໍາເລັດ. ເຖິງວ່າໄລຍະຜ່ານມາ, ການ ຈັດຕັ້ງປະຕິບັດວຽກງານຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ ໄດ້ມີຜົນສໍາເລັດຫລາຍດ້ານທີ່ ເປັນພື້ນຖານແລ້ວກໍຕາມ, ແຕ່ກໍ ການພັດທະນາກະສິກຳຍືນຍົງ ແລະ ຊີ້ໃຫ້ເຫັນວ່ານະວັດຕະກຳ, ການວາງແຜນອີງໃສ່ຂໍ້ມູນ ແລະ ການຮ່ວມມືລະຫວ່າງພາກລັດເອກະຊົນຈະເປັນກຸນແຈສຳຄັນໃນ ການປ່ຽນແປງຂະແໜງກະສິກຳ ຂອງລາວ. ໃນກອງປະຊຸມຍັງໄດ້ລົງນາມ MOU ຈຳນວນ 2 ສະບັບ ລະຫວ່າງ ບໍລິສັດເກົາຫລີ ແລະ ຄູ່ຮ່ວມງານ ຈາກລາວ ເພື່ອຮ່ວມມືດຳເນີນ ໂຄງການຕົວແບບການສົ່ງອອກ ໝາກເຜັດ ແລະ ຜັກກາດຂາວຈາກ ລາວໄປເກົາຫລີ ແລະ ການຮ່ວມມື ດ້ານເຕັກໂນໂລຊີການຂະຫຍາຍພັນ ພືດໂດຍເນື້ອເຍື່ອ. ໃນໂອກາດດຽວກັນນີ້, ຄະນະ ຜູ້ທີ່ເຂົ້າຮ່ວມກອງປະຊຸມດັ່ງກ່າວ, ຍັງໄດ້ເດີນທາງໄປແຂວງວຽງຈັນ ເພື່ອເຂົ້າຮ່ວມສຳມະນາລະດັບ ແຂວງ ເພື່ອສຸມໃສ່ບຸລິມະສິດການ ພັດທະນາກະສິກຳຂອງແຂວງ, ຊອກໂອກາດການລົງທຶນ ແລະ ການຮ່ວມມືພາກປະຕິບັດລະຫວ່າງ ພາກລັດ ແລະ ພາກທຸລະກິດຈາກ ເກົາຫລີ. ພ້ອມນີ້, ຍັງໄດ້ລົງຢ້ຽມ ຢາມຟາມກະສິກຳຕົວຢ່າງຢູ່ແຂວງ ວຽງຈັນ ຕື່ມອີກ. ຍັງມີຫລາຍບັນຫາທີ່ຄົງຄ້າງຄື: ຄະນະພັກ-ຄະນະນໍາກະຊວງ, ອົງ ການຂັ້ນສູນກາງ, ອົງການປົກ ຄອງທ້ອງຖິ່ນຈໍານວນໜຶ່ງຍັງບໍ່ ທັນໄດ້ຍົກສູງໃນການນໍາພາ, ຊີ້ ນໍາໃນວຽກງານແກ້ໄຂບັນຫາຢາ ເສບຕິດ. ດັ່ງນັ້ນ, ຈຶ່ງຮຽກຮ້ອງມາ ຍັງອົງການຈັດຕັ້ງພັກ-ລັດຖະບານ, ອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງ ກໍຄື ປະຊາຊົນລາວບັນດາເຜົ່າ ຈົ່ງ ຮ່ວມແຮງຮ່ວມໃຈກັນຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ ທີ່ເປັນຄວາມຮັບຜິດຊອບທົ່ວປວງ ຊົນ ໂດຍຖືເອົາວຽກງານຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ ເປັນພັນທະ, ເປັນໜ້າທີ່ຂອງທຸກ ພາກສ່ວນນັບແຕ່ສູນກາງຮອດ ທ້ອງຖິ່ນ; ພ້ອມທັງກຳນົດເອົາວຽກ ງານດັ່ງກ່າວເປັນວຽກຈໍາເປັນ ໜຶ່ງທີ່ຕິດພັນກັບວຽກງານກໍ່ສ້າງ ຮາກຖານການເມືອງ ແລະ ແກ້ໄຂ ຄວາມຫຍຸ້ງຍາກທາງເສດຖະກິດ; ເພີ່ມທະວີຄວາມເອົາໃຈໃສ່ຕໍ່ວຽກ ງານໂຄສະນາ, ສຶກສາອົບຮົມ, ສ້າງຄວາມຮັບຮູ້ໃນທົ່ວສັງຄົມໃຫ້ ກວ້າງຂວາງດ້ວຍຫລາຍຮູບການ ເພື່ອປູກຈິດສໍານຶກໃຫ້ປະຊາຊົນ ລາວທຸກຄົນໂດຍສະເພາະແມ່ຍິງ, ຊາວໜຸ່ມ, ເຍົາວະຊົນເຫັນໄດ້ເຖິງ ພິດໄພ, ຜົນຮ້າຍຂອງຢາເສບຕິດ; ຮັບຮູ້, ເຂົ້າໃຈລະບຽບກົດໝາຍທີ່ ພົວພັນກັບຢາເສບຕິດ; ປຸກລະດົມ ຂົນຂວາຍໃຫ້ເຂົາເຈົ້າເຂົ້າໃຈ, ຕື່ນ ຕົວ, ສະໝັກໃຈ ແລະ ມີສ່ວນຮ່ວມ ໃນວຽກງານຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດຢ່າງ ຫ້າວຫັນຕໍ່ເນື່ອງ; ເອົາໃຈໃສ່ປັບປຸງ ພື້ນຖານໂຄງລ່າງ ເພື່ອຟື້ນຟູຕໍ່ຜູ້ຖືກ ເຄາະຮ້າຍ, ວຽກງານບຳບັດປິ່ນປົວ ຟື້ນຟູສຸຂະພາບ ແລະ ຝຶກວິຊາຊີບ ເພື່ອໃຫ້ເຂົາເຈົ້າມີສຸຂະພາບແຂງ ແຮງດີຂຶ້ນເປັນປົກກະຕິ, ກັບຄືນ ມາເປັນຄົນດີຂອງຄອບຄົວ ແລະ ສັງຄົມ; ສຸມໃສ່ປະຕິບັດມາດຕະ ການທາງດ້ານກົດໝາຍໃຫ້ມີຄວາມ ເດັດຂາດ, ໂປ່ງໃສ, ເປັນມືອາຊີບ; ສືບຕໍ່ສ້າງ, ປັບປຸງກົດໝາຍ ແລະ ນິຕິກຳລຸ່ມກົດໝາຍລວມທັງການ ສ້າງຄວາມເຂັ້ງແຂງໃນວຽກງານ ຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາ ເສບຕິດໃຫ້ບຸກຄະລາກອນທີ່ເຮັດ ວຽກງານດັ່ງກ່າວ ແຕ່ສູນກາງລົງ ຮອດທ້ງຖິ່ນໃຫ້ມີຄວາມຮັບປະກັນ ໃນການເຮັດວຽກງານໃນຊຸມປີຕໍ່ ໜ້າ; ເພີ່ມທະວີການພົວພັນຮ່ວມມື ກັບພາກພື້ນ ແລະ ສາກົນ ເພື່ອຍາດ ແຍ່ງເອົາການສະໜັບສະໜູນ, ການ ແບ່ງປັນ, ສະໜອງຂໍ້ມູນທີ່ຈໍາເປັນ ລວມທັງການປະສານງານຕ້ານ ການລັກລອບຄ້າຂາຍ, ລໍາລຽງ ຂົນສົ່ງເຂົ້າ-ອອກຢາເສບຕິດ ແລະ ສານເຄມີຕາມບໍລິເວນຊາຍແດນ ລະຫວ່າງປະເທດ; ຄະນະກໍາມະ ການແກ້ໄຂບັນຫາຢາເສບຕິດລະ ດັບຊາດ ແລະ ພາກສ່ວນກ່ຽວຂ້ອງ ທີ່ເປັນໃຈກາງ ແລະ ມີຄວາມຮັບ ຜິດຊອບຕໍ່ລັດຖະບານໃນການກໍາ ນົດທິດທາງແຜນການ, ການຊຸກຍູ້, ຕິດຕາມ, ກວດກາການເຄື່ອນໄຫວ ວຽກງານແກ້ໄຂບັນຫາຢາເສບຕິດ. ທັງນີ້, ກໍເພື່ອຮັບປະກັນໃຫ້ວຽກງານ ດັ່ງກ່າວ ໃນປີ 2026-2030 ໄດ້ ຮັບການຈັດຕັ້ງປະຕິບັດຖືກຕ້ອງ ຕາມທິດຊີ້ນໍາ, ມີປະສິດທິພາບ, ມີຜົນສໍາເລັດຕາມຄາດໝາຍທີ່ ວາງໄວ້. ພາບ: ຂັນໄຊ
RkJQdWJsaXNoZXIy MTc3MTYxMQ==