7307

gru j ,mt;u 7;k,lk,a d7u gxa oxb dczj o0v'x;'-q o]k;ma '-kfK @ 0j k; c]t gsfdko j 29/06/2026 xtgmf]k; ]a f4t,q o8u F sq ;|h ksh v';j kdkoleoa d'ko okpq d]a f4t,q o8u g0Q kw;h vkw]16j lt4kom6 fwm xt9e]k; ຄະນະຜູ້ແທນລາວ...ູ້ ຮອງປະທານປະເທດ... ເປີດກອງປະຊຸມລັດຖະມົນຕີ...ີ ປ ຊຸ ລັ ຖ ມົ ຕີ ນາຍົກລັດຖະມົນຕີ...ົັົີ ສານສະແດງ... ປະທານປະເທດ... ຂປລ. ໃນວັນທີ 27 ມິຖຸນາ 2026 ທີ່ ບາງກອກ, ປະເທດໄທ, ໂດຍໄດ້ຮັບການມອບໝາຍຈາກ ທ່ານ ສອນໄຊ ສີພັນດອນ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ທອງສະຫວັນ ພົມວິຫານ ຮອງ ຂປລ. ເມື່ອບໍ່ດົນມານີ້, ທີ່ສະ ຖານເອກອັກຄະລາຊະທູດ ແຫ່ງ ລາຊະອານາຈັກໄທ ປະຈຳ ສປປ ລາວ, ທ່ານ ບົວຄົງ ນາມມະວົງ ລັດຖະມົນຕີ, ຫົວໜ້າຫ້ອງວ່າການ ສຳນັກງານນາຍົກລັດຖະມົນຕີແຫ່ງ ສປປ ລາວ ພ້ອມດ້ວຍຄະນະໄດ້ ຕາງໜ້າລັດຖະບານ ແຫ່ງ ສປປ ລາວ ເຂົ້າຮ່ວມໄວ້ອາໄລ ແລະ ເຊັນ ປຶ້ມໄວ້ອາໄລຕໍ່ການສິ້ນພະຊົນຂອງ ສົມເດັດພະເຈົ້າລູກເທີ ເຈົ້າຟ້າພັດ ຊະຣະກິຕິຍາພາ ນະເຣນທິຣາເທບ ພະຍະວະດີ ກົມມະຫລວງຣາຊະ ສາຣິນີສິຣິພັດ ມະຫາວັດຊະຣະ ຣາຊະທິດາ ແຫ່ງ ລາຊະອານາຈັກ ໄທ ໃນວັນທີ 11 ມິຖຸນາ 2026 ທີ່ ຜ່ານມາ ຊຶ່ງມີເນື້ອໃນດັ່ງນີ້: ໃນນາມລັດຖະບານ ແລະ ປະຊາ ຊົນ ແຫ່ງ ສາທາລະນະລັດ ປະຊາ ທິປະໄຕ ປະຊາຊົນລາວ, ຂ້າພະເຈົ້າ ຂໍສະແດງຄວາມເສົ້າສະຫລົດໃຈ ຢ່າງສຸດຊຶ້ງຕໍ່ການສິ້ນພະຊົນຂອງ ສົມເດັດພະເຈົ້າລູກເທີ ເຈົ້າຟ້າພັດ ຊະຣະກິຕິຍາພາ ນະເຣນທິຣາເທບ ພະຍະວະດີ ກົມມະຫລວງຣາຊະ ສາຣິນີສິຣິພັດ ມະຫາວັດຊະຣະຣາ ຊະທິດາ ແຫ່ງ ລາຊະອານາຈັກໄທ. ການຈາກໄປຂອງພະອົງ ບໍ່ພຽງ ແຕ່ເປັນການສູນເສຍເຈົ້າຍິງ ທີ່ເປັນ ມິ່ງຂວັນ, ເປັນທີ່ເຄົາລົບຮັກຂອງ ປວງຊົນຊາວໄທທັງຊາດເທົ່ານັ້ນ, ແຕ່ຍັງເປັນການສູນເສຍຍາດມິດທີ່ ໃກ້ຊິດຜູ້ທີ່ມີຄຸນງາມຄວາມດີຂອງ ປະຊາຊົນລາວອີກດ້ວຍ. ໃນນາມລັດຖະບານ ແລະ ປະ ຊາຊົນແຫ່ງ ສາທາລະນະລັດປະຊາ ທິປະໄຕ ປະຊາຊົນລາວ, ຂ້າພະເຈົ້າ ຂໍສະແດງຄວາມເສົ້າສະຫລົດໃຈ ຢ່າງສຸດຊຶ້ງ ແລະ ຂໍແບ່ງເບົາຄວາມ ທຸກໂສກມາຍັງພະບໍລົມວົງສານຸວົງ ທຸກພະອົງ ແລະ ປວງຊົນຊາວໄທ ມານະໂອກາດນີ້ດ້ວຍ. ຂໍໃຫ້ດວງວິນຍານຂອງສົມເດັດ ພະເຈົ້າລູກເທີ ເຈົ້າຟ້າພັດຊະຣະກິຕິ ຍາພາ ນະເຣນທິຣາເທບພະຍະວະດີ ກົມມະຫລວງ ຣາຊະສາຣິນີສິຣິພັດ ມະຫາວັດຊະຣະຣາຊະທິດາ ຈົ່ງໄປ ສູ່ສຸຄະຕິ. ຂ່າວ: ກົມການຂ່າວ, ກະຊວງການ ຕ່າງປະເທດ ຂອບສອງຝ່າຍ ແລະ ຫລາຍຝ່າຍ ລະຫວ່າງ ສປປ ລາວ ແລະ ບັນດາ ປະເທດດັ່ງກ່າວ ໃຫ້ໄດ້ຮັບການ ພັດທະນາຂຶ້ນສູ່ບາດກ້າວອັນໃໝ່ ໃນຕໍ່ໜ້າເປັນຕົ້ນຊຸກຍູ້ການແລກ ປ່ຽນຢ້ຽມຢາມເຊິ່ງກັນ ແລະກັນ ຂອງບັນດາການນຳຂັ້ນສູງໄປຈົນ ເຖິງການໄປມາຫາສູ່ລະຫວ່າງປະ ຊາຊົນສອງຊາດດ້ວຍກັນ ເພື່ອເປັນ ພື້ນຖານອັນດີ ແລະ ໜັກແໜ້ນໃຫ້ ແກ່ການປຶກສາຫາລືຮ່ວມກັນໃນ ຕໍ່ໜ້າ, ລວມທັງການສົ່ງເສີມການ ຮ່ວມມືດ້ານເສດຖະກິດ-ການຄ້າ, ການລົງທຶນ ແລະ ຂະແໜງການ ອື່ນໆທີ່ສອງຝ່າຍມີທ່າແຮງ ແລະ ມີ ຄວາມສົນໃຈຮ່ວມກັນ. ພ້ອມກັນນີ້, ກໍສະເໜີມາຍັງບັນດາທູດຈົ່ງສືບຕໍ່ ປະສານສົມທົບຮ່ວມກັບພາກສ່ວນທີ່ ກ່ຽວຂ້ອງຂອງ ສປປ ລາວ ເພື່ອສືບ ຕໍ່ຊຸກຍູ້ການຈັດຕັ້ງປະຕິບັດບັນດາ ຂໍ້ຕົກລົງທີ່ການນຳຂັ້ນສູງຂອງ ສອງຝ່າຍໄດ້ລົງນາມຮ່ວມກັນໃນ ໄລຍະຜ່ານມາໃຫ້ປະກົດຜົນເປັນ ຈິງ; ສະເໜີໃຫ້ບັນດາທູດຍາດໂອ ກາດໄປຢ້ຽມຢາມບັນດາແຂວງ ຂອງ ສປປ ລາວ ເພື່ອເຫັນໄດ້ເຖິງ ການພັດທະນາຕົວຈິງຂອງບັນດາ ແຂວງ, ຊ່ວຍຍາດແຍ່ງ ແລະ ຂົນ ຂວາຍບັນດານັກທຸລະກິດ-ນັກລົງ ທຶນທີ່ມີຄວາມສົນໃຈໃຫ້ເຂົ້າມາ ລົງທຶນຢູ່ ສປປ ລາວ ໃຫ້ຫລາຍ ຂຶ້ນ. ນອກຈາກນັ້ນ, ທ່ານປະທານ ປະເທດ ຍັງໄດ້ຝາກຄວາມຢື້ຢາມ ຖາມຂ່າວອັນອົບອຸ່ນ ແລະ ພອນໄຊ ອັນປະເສີດໄປຍັງບັນດາການນໍາສູງ ສູດຂອງທັງ 3 ປະເທດເພື່ອນມິດ ແລະ ຖືໂອກາດດັ່ງກ່າວ ອວຍພອນ ໃຫ້ບັນດາທູດຈົ່ງປະສົບຜົນສໍາເລັດ ໃນການປະຕິບັດໜ້າທີ່ການທູດຂອງ ຕົນຢູ່ ສປປ ລາວ ໃນຄັ້ງນີ້. ໃນໂອກາດດຽວກັນນີ້, ບັນດາ ທູດທີ່ເຂົ້າຍື່ນສານຕາຕັ້ງໃນຄັ້ງ ນີ້ ກໍໄດ້ສະແດງຄວາມຂອບໃຈ ຕໍ່ຄຳເວົ້າອັນຈົບງາມຂອງທ່ານ ປະທານປະເທດ ແລະ ການຕ້ອນ ຮັບອັນອົບອຸ່ນໃນໂອກາດທີ່ໄດ້ຮັບ ການແຕ່ງຕັ້ງໃຫ້ມາປະຕິບັດໜ້າທີ່ ການທູດຢູ່ ສປປ ລາວ, ພ້ອມທັງ ສະແດງຄວາມໝາຍໝັ້ນທີ່ຈະປະ ຕິບັດໜ້າທີ່ການທູດຂອງຕົນຢ່າງ ສຸດຄວາມສາມາດ ເພືື່ອສືບຕໍ່ຊຸກຍູ້ ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີກັບ ສປປ ລາວ ໃຫ້ໄດ້ຮັບການພັດທະນາ ແລະ ມີປະສິດທິຜົນສູງຍິ່ງໆຂຶ້ນ. ບໍລິສັດຂຸດຄົ້ນບໍ່ແຮ່ພາຍໃນແຂວງ ຄຳມ່ວນ ຄື: ບໍລິສັດ ລາວຄາຍ ຢວນ ບໍ່ແຮ່ ຈຳກັດ ແລະ ບໍລິສັດ ຝຸ່ນໂປຕາສ ອາຊີ-ໂປຕາສ ສາກົນ (ລາວ) ຈຳກັດຜູ້ດຽວ ໂດຍມີ ທ່ານ ໄຊຊະນະ ໂຄດພູທອນ ເລຂາພັກ ແຂວງ, ປະທານສະພາປະຊາຊົນ ອົງການກວດສອບແຫ່ງລັດລາວ ທັງດ້ານບົດຮຽນ, ປະສົບການ ແລະ ຄວາມຊໍານິຊໍານານເປັນຕົ້ນ ການກວດສອບການຈັດຕັ້ງປະຕິບັດ ແຜນງົບປະມານແຫ່ງລັດ, ການ ກວດສອບວິສາຫະກິດ, ການກວດ ສອບຂະແໜງການທະນາຄານ, ການກວດສອບຜົນການຈັດຕັ້ງ ປະຕິບັດ, ການກວດສອບການຂຸດ ຄົ້ນແຮ່ທາດ, ວຽກງານຕິດຕາມ ການແກ້ໄຂຜົນການກວດສອບ, ລວມທັງການສະໜັບສະໜູນເຊິ່ງ ກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ. ໂອກາດນີ້, ທ່ານປະທານອົງ ການກວດສອບແຫ່ງລັດ ສສ ຫວຽດ ນາມ ກໍໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນຂອງ ທ່ານນາຍົກລັດຖະມົນຕີ, ພ້ອມທັງ ຕີລາຄາສູງຕໍ່ສາຍພົວພັນ ແລະ ການຮ່ວມມືທີ່ເປັນມູນເຊື້ອອັນດີ ງາມຂອງສອງປະເທດມາແຕ່ດົນ ນານ ນັບມື້ສືບຕໍ່ໄດ້ຮັບການເພີ່ມ ແລະ ເຫັນໃຈຢ່າງຢ່າງເລິກເຊິ່ງ ມາ ຍັງທ່ານ ແລະ ຜ່ານທ່ານໄປຍັງລັດ ຖະບານ ແລະ ປະຊາຊົນ ເວເນຊູ ເອລາ, ໂດຍສະເພາະຕໍ່ຄອບຄົວຜູ້ທີ່ ໄດ້ຮັບເຄາະຮ້າຍຈາກເຫດການໄພ ພິບັດທາງທຳມະຊາດໃນຄັ້ງນີ້. ຂ້າພະ ເຈົ້າ ເຊື່ອໝັ້ນຢ່າງໝັກ ແໜ້ນວ່າພາຍໃຕ້ການນຳພາອັນ ເຂັ້ມແຂງຂອງທ່ານ, ດ້ວຍຄວາມ ພະຍາຍາມຂອງລັດຖະບານ ແລະ ປະຊາຊົນ ເວເນຊູເອລາ ບວກກັບ ການຊ່ວຍເຫລືອຈາກວົງຄະນະ ຍາດສາກົນ, ເວເນຊູເອລາ ຈະສາ ມາດຜ່ານຜ່າໄລຍະເວລາທີ່ຫຍຸ້ງ ຍາກໃນຄັ້ງນີ້ໄປໄດ້ ແລະ ຟື້ນຟູຊີ ວິດການເປັນຢູ່ຂອງປະຊາຊົນຢູ່ເຂດ ທີ່ໄດ້ຮັບຜົນກະທົບໃຫ້ກັບຄືນສູ່ສະ ພາບປົກກະຕິໂດຍໄວ. ຈາກປະເທດສະມາຊິກອາຊຽນ, ເລຂາທິການອາຊຽນ, ພ້ອມດ້ວຍ ຄະນະຜູ້ແທນຈາກບັນດາປະເທດ ສະມາຊິກອາຊຽນ ເຂົ້່າຮ່ວມ. ທ່ານ ທອງສະລິດ ມັງໜໍ່ເມກ ໄດ້ ກ່າວວ່າ: ກອງປະຊຸມໃນຄັ້ງນີ້ ຈັດ ຂຶ້ນພາຍໃຕ້ຫົວຂໍ້ “ການຂັບເຄື່ອນ ແຜນປະຕິບັດງານອາຊຽນດ້ານວິ ທະຍາສາດ, ເຕັກໂນໂລຊີ ແລະ ນະ ວັດຕະກຳ ເພື່ອສ້າງອາຊຽນທີ່ມີ ຄວາມເຂັ້ມແຂງ, ຍືນຍົງ ແລະ ສາ ມາດແຂ່ງຂັນໄດ້” ຊຶ່ງຈະຊ່ວຍຍົກ ລະດັບຄວາມຮ່ວມມືຂອງອາຊຽນ ໃຫ້ສູງຂຶ້ນ ແລະ ປະກອບສ່ວນສໍາ ຄັນຕໍ່ການດຳເນີນງານແຜນປະ ຕິບັດງານອາຊຽນ ດ້ານວິທະຍາ ສາດ, ເຕັກໂນໂລຊີ ແລະ ນະວັດຕະ ກຳ 2026-2035 (APASTI 2026-2035) ລວມເຖິງປະກອບ ສ່ວນຕໍ່ການບັນລຸເປົ້າໝາຍຂອງ ປະຊາຄົມອາຊຽນ ທີ່ມີນະວັດຕະ ກຳ, ຄວາມເຂັ້ມແຂງ, ຄວາມຍືນ ຍົງ ແລະ ຄວາມສາມາດໃນການ ແຂ່ງຂັນໃນລະດັບພາກພື້ນ ແລະ ລະດັບໂລກ. ພ້ອມນີ້, ກອງປະຊຸມ ຍັງສະແດງໃຫ້ເຫັນເຖິງຄວາມມຸ່ງ ຫວັງຮ່ວມກັນຂອງບັນດາປະເທດ ສະມາຊິກອາຊຽນ ໃນການນຳໃຊ້ ປະໂຫຍດຈາກວິທະຍາສາດ, ເຕັກ ໂນໂລຊີ ແລະ ນະວັດຕະກຳ ເພື່ອ ເປັນພະລັງຂັບເຄື່ອນສຳຄັນສູ່ການ ພັດທະນາທີ່ຍືນຍົງ ແລະ ຄວາມຈະ ເລີນຮຸ່ງເຮືອງຂອງພາກພື້ນ. ທ່ານ ທອງສະລິດ ມັງໜໍ່ເມກ ໃຫ້ ຮູ້ອີກວ່າ: ສປປ ລາວ ຕີລາຄາວ່າ ຕະຫລອດຫລາຍປີທີ່ຜ່ານມາ ອາ ຊຽນໄດ້ມີຄວາມກ້າວໜ້າທີ່ສໍາຄັນ ໃນການຍົກສູງຄວາມຮ່ວມມືດ້ານ ການຄົ້ນຄວ້າວິໄຈ, ສ້າງນະວັດຕະ ກຳ, ການຫັນປ່ຽນໄປສູ່ດີຈິຕອນ ແລະ ການພັດທະນາຄວາມອາດ ສາມາດຂອງບຸກຄະລາກອນ. ຜົນ ສຳເລັດເລົ່ານີ້ ສະທ້ອນເຖິງພະລັງ ແຫ່ງຄວາມເປັນໜຶ່ງດຽວຂອງອາ ຊຽນ ແລະ ເປົ້າໝາຍຮ່ວມກັນໃນ ການສ້າງພາກພື້ນທີ່ມີຄວາມພ້ອມ ໃນອະນາຄົດ. ຢ່າງໃດກໍຕາມ, ໃນອະນາຄົດ ຂ້າງໜ້າ ສປປ ລາວ ເຫັນວ່າອາ ແຂວງຄຳມ່ວນ, ພ້ອມດ້ວຍຄະນະ ນຳແຂວງ ແລະ ຂະແໜງການກ່ຽວ ຂ້ອງເຂົ້າຮ່ວມຕິດຕາມ. ການເຄື່ອນໄຫວເລີ່ມຕົ້ນຢູ່ບໍລິ ສັດ ລາວຄາຍຢວນບໍ່ແຮ່ ຈຳກັດ ຕັ້ງຢູ່ບ້ານລຳມະລາດ ເມືອງທ່າ ແຂກ ໂດຍໄດ້ຮັບການຕ້ອນຮັບ ຈາກທ່ານ ຫານ ຫຸຍລູ ປະທານ ບໍລິສັດ ພ້ອມດ້ວຍຄະນະຜູ້ບໍລິຫານ ແລະ ພະນັກງານ. ໃນນັ້ນ, ທ່ານ ຫວາງ ເຕີສວນ ຜູ້ອຳນວຍການ ບໍລິສັດ ກໍໄດ້ລາຍງານໃຫ້ຊາບກ່ຽວ ກັບສະພາບລວມຂອງບໍລິສັດ, ສະ ພາບການຜະລິດ, ການດຳເນີນງານ ກິດຈະການ, ການປະກອບສ່ວນ ຕໍ່ສັງຄົມ, ການສ້າງວຽກງານໃຫ້ ແຮງງານລາວ ແລະ ຄວາມຄືບໜ້າ ໃນການພັດທະນານິຄົມອຸດສາຫະ ກຳເສດຖະກິດໝູນວຽນລາວຄາຍ ຢວນ. ບໍລິສັດ ລາວຄາຍຢວນ ບໍ່ແຮ່ ຈຳກັດ ດຳເນີນກິດຈະການຫລັກ ດ້ານການຂຸດຄົ້ນ ແລະ ປຸງແຕ່ງແຮ່ ໂປຕາສ ໂດຍມີກຳລັງການຜະລິດ ປຸ໋ຍໂປຕາສຊຽມຄລໍໄຣ 1 ລ້ານ ໂຕນຕໍ່ປີ, ປຸ໋ຍໂປຕາສຊຽມແບບ ເມັດ 400.000 ໂຕນຕໍ່ປີ ແລະ ໂຊດຽມໂບຣໄມ 10.000 ໂຕນ ຕໍ່ປີ. ຜະລິດຕະພັນຂອງບໍລິສັດໄດ້ ສົ່ງອອກໄປຫລາຍກວ່າ 20 ປະເທດ ແລະ ພາກພື້ນ ໂດຍນຳໃຊ້ເຕັກໂນ ໂລຊີທີ່ທັນສະໄໝ ແລະ ຜ່ານມາດ ຕະຖານສາກົນ. ຈາກນັ້ນ, ທ່ານຮອງປະທານ ປະເທດ ພ້ອມຄະນະກໍໄດ້ສືບຕໍ່ເດີນ ທາງໄປຢ້ຽມຢາມບໍລິສັດຝຸ່ນໂປ ຕາສ ອາຊີ-ໂປຕາສ ສາກົນ (ລາວ) ຈຳກັດຜູ້ດຽວ ຢູ່ບ້ານດົງໃຕ້ ເມືອງ ທ່າແຂກ ໂດຍໄດ້ຮັບການຕ້ອນຮັບ ຈາກທ່ານ ຢູ ກົວເຫວິນ ຮອງຜູ້ອຳ ນວຍການບໍລິສັດພ້ອມຄະນະ. ພ້ອມ ທັງໄດ້ຮັບຊົມວິດີໂອແນະນຳບໍລິສັດ ແລະ ເສັ້ນທາງການຮ່ວມມື, ຮັບຟັງ ລາຍງານກ່ຽວກັບຜົນການດຳເນີນ ງານ, ແຜນການພັດທະນາໃນໄລຍະ ຕໍ່ໜ້າ ແລະ ບັນຫາຂໍ້ສະເໜີຕ່າງໆຕໍ່ ລັດຖະບານ. ໂອກາດນີ້ ທ່ານ ນາງ ວຽງທອງ ສີພັນດອນ ໄດ້ສະແດງຄວາມຊົມ ເຊີຍ ແລະ ຕີລາຄາສູງຕໍ່ຜົນສຳເລັດ ທີ່ 2 ບໍລິສັດຍາດມາໄດ້ໃນໄລຍະ ຜ່ານມາ ໂດຍສະເພາະການຍຶດໝັ້ນ ປະຕິບັດກົດໝາຍ, ການຮັກສາ ມາດຕະຖານອຸດສາຫະກຳສີຂຽວ, ການສ້າງວຽກເຮັດງານທຳໃຫ້ ແກ່ແຮງງານລາວ ແລະ ການປະ ກອບສ່ວນພັດທະນາສັງຄົມທ້ອງ ຖິ່ນ. ພ້ອມກັນນັ້ນ, ທ່ານໄດ້ເນັ້ນ ໃຫ້ສອງບໍລິສັດສືບຕໍ່ຮັກສາມາດ ຕະຖານອຸດສາຫະກຳສີຂຽວໃຫ້ ເປັນມິດກັບສິ່ງແວດລ້ອມ, ເລັ່ງ ພັດທະນາເຂດນິຄົມອຸດສາຫະກຳ ໃຫ້ເປັນຮູບປະທຳ, ເພີ່ມມູນຄ່າ ການສົ່ງອອກ, ສ້າງລາຍຮັບເຂົ້າ ປະເທດ ແລະ ສືບຕໍ່ເບິ່ງແຍງນະ ໂຍບາຍສະຫວັດດີການຂອງພະ ນັກງານ ແລະ ປະຊາຊົນອ້ອມຂ້າງ ໂຄງການໃຫ້ເໝາະສົມ, ພ້ອມທັງ ສືບຕໍ່ຮ່ວມມືກັບອຳນາດການປົກ ຄອງທ້ອງຖິ່ນໃນການພັດທະນາ ສັງຄົມ, ຊ່ວຍເຫລືອຊຸມຊົນ ແລະ ສ້າງພື້ນຖານໂຄງລ່າງໃຫ້ແກ່ທ້ອງ ຖິ່ນຢ່າງຕໍ່ເນື່ອງ. ພ້ອມກັນນີ້, ທ່ານ ຍັງໄດ້ມອບໃຫ້ການນຳແຂວງ, ຂະ ແໜງການກ່ຽວຂ້ອງສືບຕໍ່ຊຸກຍູ້, ອຳນວຍຄວາມສະດວກ, ປະສານ ງານແກ້ໄຂບັນຫາຂໍ້ສະເໜີຕ່າງໆ ຂອງບໍລິສັດເພື່ອສ້າງເງື່ອນໄຂທີ່ ເອື້ອອຳນວຍຕໍ່ການລົງທຶນ ແລະ ພັດທະນາອຸດສາຫະກຳບໍ່ແຮ່ໃຫ້ມີ ຄວາມຍືນຍົງ ແລະ ດ້ວຍຄວາມສາ ມັກຄີ, ຄວາມມານະພະຍາຍາມ ຂອງຄະນະບໍລິຫານ, ພະນັກງານ ຂອງທັງ 2 ບໍລິສັດ ຈະສາມາດສືບ ຕໍ່ສ້າງຜົນສຳເລັດໃໝ່ໆ ແລະ ປະ ກອບສ່ວນສຳຄັນໃນການພັດທະນາ ເສດຖະກິດ-ສັງຄົມຂອງ ສປປ ລາວ ກໍຄື ແຂວງຄຳມ່ວນ ໃຫ້ມີຄວາມ ກ້າວໜ້າ ແລະ ຍືນຍົງຕະຫລອດໄປ. ຂ່າວ: ມະນີວັນ ພູນຄູນສ້າງບໍ່ຢຸດຢັ້ງ; ໄດ້ແຈ້ງໃຫ້ ຊາບກ່ຽວກັບຜົນສໍາເລັດອັນພົ້ນ ເດັ່ນໃນການເຄື່ອນໄຫວວຽກງານ ຂອງອົງການກວດສອບແຫ່ງລັດ ສສ ຫວຽດນາມ ໃນໄລຍະຜ່ານມາ, ລວມທັງຜົນການພົບປະສອງຝ່າຍ ຊຶ່ງເປັນເອກະພາບກັນສືບຕໍ່ເສີມ ຂະຫຍາຍການພົວພັນຮ່ວມມືແບບ ໃກ້ຊິດ, ເພີ່ມທະວີລົງເລິກແລກປ່ຽນ ບົດຮຽນເຊິ່ງກັນ ແລະ ກັນ, ໃຫ້ການ ສະໜັບສະໜູນການຝຶກອົບຮົມໃນ ຫົວຂໍ້ຕ່າງໆທີ່ຈໍາເປັນ ແລະ ການ ແລກປ່ຽນບົດຮຽນດ້ານວິຊາການ ເປັນຕົ້ນການມີສ່ວນຮ່ວມໃນການ ພິຈາລະນາແຜນງົບປະມານແຫ່ງ ລັດ ແລະ ການຕິດຕາມຊຸກຍູ້ການ ແກ້ໄຂຜົນການກວດສອບ. ຊຽນຄວນໃຫ້ຄວາມສຳຄັນ 3 ບັນ ຫາຕົ້ນຕໍ ຄື: ຕ້ອງຍົກລະດັບຄວາມ ເຂັ້ມແຂງຂອງພາກພື້ນດ້ວຍການ ນຳໃຊ້ວິທະຍາສາດ ແລະ ເຕັກໂນ ໂລຊີ ເພື່ອຮັບມືກັບການປ່ຽນແປງ ຂອງສະພາບດິນຟ້າອາກາດ, ການ ຄຸ້ມຄອງໄພພິບັດ, ຄວາມໝັ້ນຄົງ ທາງດ້ານສະບຽງອາຫານ, ພະລັງ ງານ ແລະ ການກຽມພ້ອມດ້ານສາ ທາລະນະສຸກ; ຕ້ອງສົ່ງເສີມຄວາມ ຍືນຍົງຜ່ານການພັດທະນາເຕັກໂນ ໂລຊີສີຂຽວ, ນະວັດຕະກຳດ້ານສິ່ງ ແວດລ້ອມ ແລະ ການນຳໃຊ້ຊັບພະ ຍາກອນທຳມະຊາດ ຢ່າງມີຄວາມ ຮັບຜິດຊອບ ເພື່ອສະໜັບສະໜູນວິ ໄສທັດປະຊາຄົມອາຊຽນ 2045; ຕ້ອງເພີ່ມຂີດຄວາມສາມາດໃນ ການແຂ່ງຂັນ ໂດຍການສົ່ງເສີມ ການປ່ຽນຜ່ານໄປສູ່ດີຈິຕອນ, ສະ ໜັບສະໜູນລະບົບນິເວດນະວັດຕະ ກຳ ແລະ ກະກຽມກຳລັງຄົນໃຫ້ມີ ທັກສະທີ່ສອດຄ່ອງກັບເສດຖະກິດ ແຫ່ງອະນາຄົດ. ຂ່າວ: ທະນູທອງ; ພາບ: ອ່າຍຄຳ ນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ພ້ອມ ດ້ວຍພັນລະຍາ ແລະ ຄະນະໄດ້ຕາງ ໜ້າລັດຖະບານ ແລະ ປະຊາຊົນ ລາວ ເດີນທາງໄປເຂົ້າຮ່ວມພິທີ ວາງພວງມາລາ ແລະ ເຄົາລົບພະ ສົບສົມເດັດພະເຈົ້າລູກເທີ ເຈົ້າຟ້າ ພັດຊະຣະກິຕິຍາພາ ນະເຣນທິຣາ ເທບພະຍະວະດີ ກົມມະຫລວງຣາ ຊະສາຣິນີສິຣິພັດ ມະຫາວັດຊະຣະ ຣາຊະທິດາ ແຫ່ງ ລາຊະອານາຈັກ ໄທ, ທີ່ໄດ້ສິ້ນພະຊົນໃນວັນທີ 11 ມິຖຸນາ 2026, ລວມອາຍຸໄດ້ 47 ພັນສາ. ສົມເດັດພະເຈົ້າລູກເທີ ເຈົ້າ ຟ້າພັດຊະຣະກິຕິຍາພາ ເປັນຜູ້ທີ່ມີ ຈິດໃຈສູງສົ່ງ, ເມດຕາກະລຸນາ ແລະ ມີພະປີຊາສາມາດສູງ, ຕະຫລອດ ຊີວິດຂອງພະອົງ ໄດ້ອຸທິດເຫື່ອ ແຮງ ແລະ ສະຕິປັນຍາຢ່າງບໍ່ຮູ້ອິດ ເມື່ອຍເພື່ອຄຸນປະໂຫຍດຂອງສ່ວນ ລວມ, ການພັດທະນາຄຸນນະພາບ ຊີວິດຂອງປະຊາຊົນ, ການສົ່ງເສີມ ຄວາມຍຸຕິທຳໃນສັງຄົມ ແລະ ວຽກ ງານການຕ່າງປະເທດ, ພ້ອມທັງ ມີບົດບາດສຳຄັນໃນການຮັດແໜ້ນ ສາຍພົວພັນມິດຕະພາບ ແລະ ການ ຮ່ວມມືອັນດີງາມລະຫວ່າງປະຊາ ຊົນສອງຊາດ ລາວ-ໄທ ໃຫ້ມີຄວາມ ແໜ້ນແຟ້ນຍິ່ງຂຶ້ນ. ການສິ້ນພະຊົນ ຂອງສົມເດັດພະເຈົ້າລູກເທີ ເຈົ້າຟ້າ ພັດຊະຣະກິຕິຍາພາ ບໍ່ພຽງແຕ່ເປັນ ການສູນເສຍອັນຍິ່ງໃຫຍ່ ແລະ ນຳ ເອົາຄວາມໂສກເສົ້າສຸດອາໄລຢ່າງ ສຸດຊຶ້ງມາສູ່ພະບາດສົມເດັດ, ພະ ບໍລົມວົງສານຸວົງ ແລະ ປວງຊົນ ຊາວໄທທັງຊາດເທົ່ານັ້ນ, ແຕ່ຍັງ ເປັນການສູນເສຍຍາດມິດທີ່ໃກ້ຊິດ ຂອງປະຊາຊົນລາວ ນຳອີກ. ການເຂົ້າຮ່ວມໃນພິທີວາງພວງ ມາລາ ແລະ ເຄົາລົບພະສົບສົມເດັດ ພະເຈົ້າລູກເທີ ເຈົ້າຟ້າພັດຊະຣະກິຕິ ຍາພາ ໃນຄັ້ງນີ້ ເປັນການນຳເອົາ ຄວາມໄວ້ອາໄລຢ່າງສຸດຊຶ້ງຈາກ ລັດຖະບານ ແລະ ປະຊາຊົນລາວ ມາຍັງພະບໍລົມວົງສານຸວົງທຸກພະ ອົງ, ລັດຖະບານ ແລະ ປະຊາຊົນ ໄທ ແລະ ທັງເປັນການລະນຶກເຖິງ ຄຸນງາມຄວາມດີອັນທີ່ພະອົງໄດ້ ເສຍສະລະ ແລະ ອຸທິດຕົນເອງເພື່ອ ຜົນປະໂຫຍດສ່ວນລວມ ກໍຄື ການ ພັດທະນາສາຍພົວພັນອັນດີງາມ ລະຫວ່າງສອງປະເທດ ລາວ-ໄທ ໃຫ້ຂະຫຍາຍຕົວໃນຕະຫລອດຊີວິດ ຂອງພະອົງທີ່ຜ່ານມາ. ໃ ນ ໂ ອ ກ າ ດ ເ ຂົ້ າ ຮ່ ວ ມ ພິ ທີ ດັ່ງກ່າວ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະ ເທດ ແຫ່ງ ສປປ ລາວ ຍັງໄດ້ພົບປະ ກັບທ່ານ ສີຫະສັກ ພວງເກດແກ້ວ ຮອງນາຍົກລັດຖະມົນຕີ, ລັດຖະ ມົນຕີວ່າການກະຊວງການຕ່າງ ປະເທດໄທ.

RkJQdWJsaXNoZXIy MTc3MTYxMQ==