7301.1

19/06/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K dv'xt-5 ,gxu fd;h k'7q [7totra dIkd4ko sh v'la o8y [ko xdl c0;'[= ]y 7ew- 7A 'mu 5 ltw\mu IV ໂດຍ: ພອນສະຫວັນັນ g,n v'g-3xo 9a fry mu x6 d8Q ow,h grnj v2N o26 xj k c]t lqj 'glu ,dkora fmtoklu 0P; ຜັນຂະຫຍາຍມະຕິັ ນິ ກອງປະຊຸມໃຫຍ່ ຸ ມ່ ຄັ້ງງີທີ ັ້ XII ຂອງພັກັກ ຂປລ. ກອງປະຊຸມຄົບຄະນະ ຮາກຖານເປັນກົນໄກສຳຄັນໃນ ການຕີລາຄາຄືນຜົນການນຳພາຊີ້ນຳ, ການຈັດຕັ້ງປະຕິບັດມະຕິ ແລະ ກຳນົດທິດທາງວຽກງານໄລ ຍະຕໍ່ໜ້າ. ກອງປະຊຸມເປິດກວ້າງ ຄົບຄະນະພັກຮາກຖານ ຫ້ອງສັນຕິ ບານ ຄັ້ງທີ 5 ສະໄໝທີ IV ໄດ້ຈັດ ຂຶ້ນຢ່າງເປັນທາງການ ເມື່ອມໍ່ໆ ມານີ້ ໂດຍການເປັນປະທານຂອງ ສະຫາຍ ພັທ ສຸກສາຄອນ ພົງວິຈິດ ຄະນະພັກກອງບັນຊາການ ເລຂາ ຄະນະພັກຮາກຖານ, ຫົວໜ້າຫ້ອງ ສັນຕິບານ ປກສ ແຂວງບໍລິຄຳໄຊ, ເປັນກຽດເຂົ້າຮ່ວມໂດຍສະຫາຍ ພັອ ຄໍາແພງ ນໍາພາວັນ ຮອງເລຂາ ຄະນະພັກ, ຮອງຫົວໜ້າກອງບັນ ຊາການ ປກສ ແຂວງບໍລິຄໍາໄຊ, ມີ ຄະນະພັກຮາກຖານ, ຄະນະດ່ານ ຕມ ສາກົນນ້ຳພາວ, ດ່ານ ຕມ ສາ ກົນຂົວມິດຕະພາບ ລາວ-ໄທ ແຫ່ງ ທີ 5, ມີແຂກຖືກເຊີນ, ເລຂາໜ່ວຍ ພັກ, ສະມາຊິກພັກສົມບູນ-ສຳຮອງ ເຂົ້າຮ່ວມ. ກອງປະຊຸມໄດ້ຕີລາຄາຄືນຜົນ ການຈັດຕັ້ງປະຕິບັດມະຕິກອງປະ ຊຸມຄົບຄະນະພັກຮາກຖານ ຫ້ອງ ສັນຕິບານ ປກສ ແຂວງ ຄັ້ງທີ 5 ສະໄໝທີ IV ໄລຍະ 3 ເດືອນຜ່ານ ມາ ໂດຍສະເພາະວຽກງານສຶກສາ ອົບຮົມການເມືອງ-ແນວຄິດ, ການ ເຜີຍແຜ່ແນວທາງ ແລະ ມະຕິຕ່າງໆ ໃຫ້ແກ່ສະມາຊິກພັກ, ນາຍ ແລະ ພົນຕໍາຫລວດ ເປັນປົກກະຕິ ເພື່ອ ສ້າງຄວາມເຂັ້ມແຂງດ້ານແນວຄິດ ໃຫ້ເຂົາເຈົ້າມີແນວຄິດທຸ່ນທ່ຽງ, ມີ ຄວາມເຊື່ອໝັ້ນຕໍ່ການນຳພາ-ຊີ້ນຳ, ມີຄວາມເປັນເອກະພາບສູງຕໍ່ອຸດົມ ການຂອງພັກ, ເຄົາລົບລະບຽບກົດ ໝາຍຂອງລັດ, ມີຄວາມຮັບຜິດ ຊອບຕໍ່ໜ້າທີ່ວຽກງານທີ່ການຈັດ ຕັ້ງມອບໝາຍໃຫ້, ພ້ອມກັນນັ້ນ ວຽກງານກໍ່ສ້າງພັກ-ພະນັກງານ ໄດ້ນຳພາບັນດາໜ່ວຍພັກ, ສະມາ ຊິກພັກ ເປິດບັ້ນດຳເນີນກວດກາ ສະມາຊິກພັກ, ນາຍ ແລະ ພົນຕໍາ ຫລວດ ເນື່ອງໃນໂອກາດວັນສ້າງ ຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 65 ປີ ໄດ້ສໍາເລັດ, ໄດ້ ເອົາໃຈໃສ່ຊຸກຍູ້, ຕິດຕາມ, ກວດ ກາ ແລະ ຂະຫຍາຍມະຫາຊົນ ຜູ້ທີ່ ມີຄວາມກ້າວໜ້າ ມີຄວາມບຸກບືນ ຫ້າວຫັນທາງດ້ານວຽກງານວິຊາ ສະເພາະ, ວຽກງານຂະບວນການ ຕົວຈິງເຂົ້າພັກສຳຮອງ 1 ສະຫາຍ, ຍິງ 1 ສະຫາຍ, ເລື່ອນສະມາຊິກ ພັກສຳຮອງຂຶ້ນເປັນສະມາຊິກພັກ ສົມບູນ 1 ສະຫາຍ, ຍິງ 1 ສະຫາຍ. ຄຽງຄູ່ກັບວຽກງານວິຊາສະເພາະ ໄດ້ນຳພາ-ຊີ້ນໍາເຫລົ່າຮົບວິຊາສະ ເພາະໃນທຸກຂົງເຂດ ເຮັດໜ້າທີ່ຮັກ ສາຄວາມສະຫງົບທາງດ້ານການ ເມືອງ, ຄວາມເປັນລະບຽບຮຽບ ຮ້ອຍທາງສັງຄົມ ຕິດພັນກັບວຽກ ງານກໍ່ສ້າງຮາກຖານການເມືອງ ຊຶ່ງໄດ້ແຕ່ງຕັ້ງ ນາຍ ແລະ ພົນຕໍາ ຫລວດ ລົງປະຈຳຢູ່ບັນດາກຸ່ມບ້ານ, ພື້ນທີ່ຈຸດຫລໍ່ແຫລມ, ບ້ານລຽບ ຕາມຊາຍແດນ ເພື່ອເຮັດວຽກງານ ປ້ອງກັນພາຍໃນ, ເກັບກຳຂໍ້ມູນ ຂ່າວ, ວິເຄາະວິໄຈແຫລ່ງຂ່າວ, ເກັບກຳສະພາບການເຄື່ອນໄຫວ ຂອງກຸ່ມຄົນບໍ່ດີ ເພື່ອຕ້ານ, ສະກັດ ກັ້ນ ແລະ ແກ້ໄຂ ແນໃສ່ເຮັດໃຫ້ຂັ້ນ ຮາກຖານ, ພື້ນທີ່ຈຸດຫລໍ່ແຫລມ ມີ ຄວາມສະຫງົບ, ມີຄວາມເປັນລະ ບຽບຮຽບຮ້ອຍ. ນອກນັ້ນ, ຄະນະ ພັກ ຍັງໄດ້ອຳນວຍຄວາມສະດວກ ໃຫ້ 2 ອົງການຈັດຕັ້ງມະຫາຊົນ ຊາວໜຸ່ມ-ແມ່ຍິງ ເຄື່ອນໄຫວຕາມ ພາລະບົດບາດ, ສິດ ແລະ ໜ້າທີ່ ເປັນກຳລັງແຮງອັນສຳຄັນ ໃຫ້ຄະ ນະພັກ-ຄະນະຫ້ອງແຂ່ງຂັນທາງ ດ້ານວຽກງານວິຊາສະເພາະ, ວຽກ ງານຂະບວນການຕິດພັນກັບການ ຈັດຕັ້ງປະຕິບັດຂໍ້ແຂ່ງຂັນຊາວໜຸ່ມ 4 ບຸກ ແລະ ແມ່ຍິງ 3 ດີ ວາງອອກ ໃຫ້ປະກົດຜົນເປັນຈິງ. ນອກຈາກ ນັ້ນ, ກອງປະຊຸມຍັງໄດ້ປຶກສາຫາລື ແລະ ຮັບຮອງເອົາທິດທາງແຜນ ການ 3 ເດືອນຕໍ່ໜ້າ ເພື່ອໃຫ້ການ ນຳພາວຽກງານບັນລຸຜົນຕາມເປົ້າ ໝາຍທີ່ວາງໄວ້. ພ້ອມນັ້ນ, ຍັງໄດ້ຮັບຟັງການ ໂອ້ລົມ ຈາກສະຫາຍ ພັອ ຄໍາແພງ ນໍາພາວັນ ຊຶ່ງສະຫາຍໄດ້ເນັ້ນໜັກ ໃຫ້ສະມາຊິກພັກທຸກສະຫາຍເອົາ ໃຈໃສ່ວຽກງານການເມືອງ-ແນວ ຄິດ ໃຫ້ສະມາຊິກພັກ, ນາຍ ແລະ ພົນຕໍາຫລວດ, ນໍາພາ-ຊີ້ນຳ ດ້ານ ວຽກງານວິຊາສະເພາະສຸມໃສ່ແກ້ ໄຂບັນດາປະກົດການຫຍໍ້ທໍ້ຕ່າງໆ ທີ່ເກີດຂຶ້ນໃນສັງຄົມ ກໍຄືຂອບ ເຂດຄວາມຮັບຜິດຊອບຂອງຕົນ ຕິດພັນກັບການຫັນເອົານາຍ ແລະ ພົນຕໍາຫລວດ ລົງກໍ່ສ້າງຮາກຖານ ການເມືອງ ນໍາເອົາແນວທາງນະໂຍ ບາຍ, ມະຕິ, ຄໍາສັ່ງແລະ ເອກະສານ ສໍາຄັນຕ່າງໆ ລົງເຜີຍແຜ່ເຊື່ອມຊຶມ ໃຫ້ພໍ່ແມ່ປະຊາຊົນ ໄດ້ຮັບຮູ້ເຂົ້າໃຈ ແລະ ປະກອບສ່ວນເຂົ້າໃນວຽກ ງານປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບ ແນໃສ່ເຮັດໃຫ້ສັງຄົມ ກໍຄື ແຂວງບໍລິຄໍາໄຊ ມີຄວາມສະຫງົບ ທາງດ້ານເມືອງ ມີຄວາມເປັນລະ ບຽບຮຽບຮ້ອຍໂດຍພື້ນຖານ. ຂປລ. ເຖິິງວ່າວັນປູກຕົ້ນໄມ້ ແຫ່ງຊາດໄດ້ຜ່ານພົ້ນໄປແລ້ວ ກໍ ຈິງ, ແຕ່ປັດຈຸບັນນີ້, ຍັງມີບາງທ້ອງ ຖິ່ນ ຍັງສືບຕໍ່ກິດຈະກຳປູກຕົ້ນໄມ້ ເພື່ອບັນລຸຕາມຄາດໝາຍການຟື້ນ ຟູປ່າ ແລະ ອະນຸລັກສິ່ງແວດລ້ອມ. ຫລ້າສຸດນີ້ເມືອງເຊໂປນ ໄດ້ຈັດພິທີ ປູກຕົ້ນໄມ້ ເພື່ອປູກຈິດສຳນຶກໃຫ້ ແກ່ອະນຸຊົນ, ເຍົາວະຊົນ ກໍຄື ທົ່ວສັງ ຄົມໃຫ້ເຫັນເຖິງຄວາມສຳຄັນ, ຄຸນ ຄ່າຂອງປ່າໄມ້, ທັງເປັນການປຸກລະ ດົມທົ່ວປວງຊົນ ເຂົ້າຮ່ວມໃນການ ຄຸ້ມຄອງ, ປົກປັກຮັກສາ ແລະ ພັດ ທະນາປ່າໄມ້ໃຫ້ມີຄວາມອຸດົມສົມ ບູນ ແນໃສ່ຫັນປ່າໄມ້ ໃຫ້ກາຍເປັນ ທ່າແຮງໃນການພັດທະນາເສດຖະ ກິດ-ສັງຄົມແຫ່ງຊາດ ຕາມທິດ ສີຂຽວ ແລະ ຍືນຍົງ. ພິທີດັ່ງກ່າວຈັດຂຶ້ນໂດຍຫ້ອງ ການກະສິກຳ ແລະ ສິ່ງແວດລ້ອມ ເມືອງເຊໂປນ, ພາຍໃຕ້ໂຄງການ ຄຸ້ມຄອງຊັບພະຍາກອນນ້ຳແບບ ເຊື່ອມສານແລະການປັບຕົວບົນພື້ນ ຖານລະບົບນິເວດໃນອ່າງຮັບນ້ຳ ເຊບັ້ງຫຽງ ແລະ ຕົວເມືອງຫລວງ ພະບາງ (IWRM-EbA) ໂດຍ ການສະໜັບສະໜູນຈາກກອງທຶນ ສິ່ງແວດລ້ອມໂລກ (GEF) ຮ່ວມ ກັບອົງການປົກຄອງເມືອງເຊໂປນ ໄດ້ຈັດພິທີປູກຕົ້ນໄມ້ແຫ່ງຊາດ ແລະ ສະເຫລີມສະຫລອງວັນສິ່ງແວດ ລ້ອມໂລກ ຄົບຮອບ 53 ປີ, ວັນສິ່ງ ແວດລ້ອມແຫ່ງຊາດ ຄົບຮອບ 27 ປີ ທີ່ເສັ້ນທາງຕັດໃໝ່ (ທາງເລາະ ແຄມນ້ຳເຊກອກ) ບ້ານສອນມີໄຊ, ເມືອງເຊໂປນ, ແຂວງສະຫວັນ ນະເຂດ. ທ່ານ ຈັນໂອໄດ ຫລວງຊະລາດ ຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງເຊໂປນ ໄດ້ ກ່າວວ່າ: ການຫ້າງຫາກະກຽມ ການປູກຕົ້ນໄມ້ ມີເນື້ອທີ່ປູກໄມ້ພາຍ ໃນເມືອງມີທ່າຂະຫຍາຍຕົວເພີ່ມ ຂຶ້ນຢ່າງຕໍ່ເນື່ອງ ຈາກ 14.888,63 ເຮັກຕາ ໃນປີ 2021 ມາເປັນ 21.216,02 ເຮັກຕາ ໃນປີ 2025 ແລະ ຄາດຄະເນວ່າໃນປີ 2026 ນີ້ ເນື້ອທີ່ປູກໄມ້ໃນທົ່ວເມືອງຈະ ເພີ່ມຂຶ້ນຮອດ 22.756,02 ເຮັກ ຕາ. ສຳລັບໂຄງປະກອບການລົງ ທຶນແມ່ນພາກເອກະຊົນ ກວມເອົາ ຫລາຍກວ່າ 90%, ປະຊາຊົນກວມ 7% ແລະ ພາກລັດກວມ 3% ຕາມລຳດັບ ໂດຍຊະນິດພັນໄມ້ທີ່ ປູກສ່ວນຫລາຍໃນໄລຍະຜ່ານມາ ແມ່ນໄມ້ວິກ 80%, ໄມ້ຢາງພາລາ 13%, ຢາງໂບງ 3%, ໄມ້ກະຖິນ ນະລົງ 2% ແລະ ສ່ວນທີ່ເຫລືອ ແມ່ນຊະນິດໄມ້ພື້ນເມືອງ ແລະ ໄມ້ ໃຫ້ໝາກອື່ນໆ. ແນວໃດກໍຕາມ ປີ 2026 ນີ້, ທົ່ວ ເມືອງເຊໂປນ ສາມາດຜະລິດເບ້ຍ ໄມ້ອຸດສາຫະກຳ ແລະ ໄມ້ໃຫ້ໝາກ ໄດ້ທັງໝົດ 13.269.000 ເບ້ຍ. ໃນ ນັ້ນ, ມີເບ້ຍໄມ້ວິກ 11.700.000 ເບ້ຍ, ເບ້ຍໄມ້ວິກ 1.500.000 ເບ້ຍ, ເບ້ຍຢາງພາລາໄດ້ 66.300 ເບ້ຍ. ຂະນະທີ່ຫ້ອງການກະສິກຳສິ່ງແວດລ້ອມເມືອງກ້າເບ້ຍໄມ້ໃຫ້ ໝາກໄດ້ 2.700 ເບ້ຍ. ສ່ວນແຜນ ການປູກ ແລະ ຟື້ນຟູປ່າໃນປີ 2026 ແມ່ນໄດ້ຕັ້ງເປົ້າໝາຍປູກໄມ້ອຸດສາ ຫະກຳໃຫ້ໄດ້ 1.540 ເຮັກຕາ ຊຶ່ງ ແບ່ງເປັນໄມ້ວິກ 1.430 ເຮັກຕາ ແລະ ຢາງພາລາ 100 ເຮັກຕາ, ປູກໄມ້ໃຫ້ໝາກໃຫ້ໄດ້ 10 ເຮັກຕາ ແລະ ຟື້ນຟູປ່າທຳມະຊາດໃຫ້ໄດ້ ອີກ 30 ເຮັກຕາ . ທ່ານ ຈັນໂອໄດ ຫລວງຊະລາດ ກ່າວ. ພິທີປູກຕົ້ນໄມ້ຄັ້ງນີ້ ມີ ທ່ານ ພົງຄຳຮັກ ບຸດທະວົງ ກຳມະການ ປະຈຳພັກແຂວງ, ເລຂາພັກເມືອງ, ປະທານສະພາປະຊາຊົນເມືອງເຊ ໂປນ, ທ່ານ ສະຫວັນໄຊ ອາໄສ ຮອງເລຂາພັກເມືອງ, ປະທານຄະ ນະກຳມະການປົກຄອງເມືອງ, ມີ ພະນັກງານອ້ອມຂ້າງເມືອງ, ອຳ ນາດການປົກຄອງບ້ານ, ພໍ່ແມ່ປະ ຊາຊົນບ້ານສອນມີໄຊ ເຂົ້າຮ່ວມ ຢ່າງພ້ອມພຽງ.

RkJQdWJsaXNoZXIy MTc3MTYxMQ==