gru j ,mt;u 7;k,lk,a d7u gxa oxb dczj o0v'x;'-q o]k;ma '-kfK @ 0j k; c]t gsfdko j 19/06/2026 xtgmf]k; ຫາລືການແກ້ໄຂບັນຫາ...ື້ັ ໄຂກອງປະຊຸມວຽກງານ...ຸ ກອງປະຊຸມວຽກງານຍຸຕິທຳ...ຸຸິ ຂະແໜງກະສິກຳ...ິ ສານອວຍພອນ... ຂປລ. ກອງປະຊຸມວຽກງານ ຍຸຕິທຳຂອງບັນດາແຂວງ ທີ່ມີຊາຍ ແດນຕິດຈອດກັນລະຫວ່າງ ສປປ ລາວ-ສສ ຫວຽດນາມ ເປີດກວ້າງ ຄັ້ງທີ VI I ຈັດຂຶ້ນໃນວັນທີ 17 ມິຖຸນາ 2026 ທີ່ນະຄອນຮາຍຟອງ ສສ ຫວຽດນາມ ໂດຍການເປັນ ປະທານຮ່ວມຂອງທ່ານ ຄຳພັນ ພົມມະທັດ ກຳມະການກົມການ ເມືອງສູນກາງພັກ, ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີກະຊວງ ຍຸຕິທໍາ ແຫ່ງ ສປປ ລາວ ແລະ ທ່ານ ຮວ່າງ ແທັງ ຕຸ່ງ ກຳມະການ ສູນກາງພັກກອມມູນິດຫວຽດນາມ, ລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສສ ຫວຽດນາມ, ມີທ່ານ ນາງ ຄຳເພົາ ເອີນທະວັນ ເອກອັກຄະ ລັດຖະທູດແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ, ທ່ານ ເລ ງັອກ ເຈົາ ກຳມະການສູນກາງພັກກອມ ມູນິດຫວຽດນາມ, ເລຂາຄະນະບໍລິ ຫານງານພັກແຂວງຮາຍຟອງ ພ້ອມ ດ້ວຍຄະນະຜູ້ແທນຂັ້ນສູງຈາກສອງ ກະຊວງຍຸຕິທໍາ ລາວ-ຫວຽດນາມ ເຂົ້າຮ່ວມ. ໃນກອງປະຊຸມຜູ້ແທນທັງສອງ ຝ່າຍໄດ້ຮັບຟັງການສະຫລຸບຕີລາ ຄາຜົນການຈັດຕັ້ງປະຕິບັດມະຕິ ກອງປະຊຸມວຽກງານຍຸຕິທໍາຂອງ ດັ່ງນັ້ນ, ວັນທີ 18 ມິຖຸນາ ບໍ່ພຽງ ແຕ່ແມ່ນວັນສະເຫລີມສະຫລອງ ຂອງຂະແໜງການພວກເຮົາເທົ່າ ນັ້ນ, ແຕ່ແມ່ນໂອກາດອັນສຳຄັນທີ່ ທົ່ວສັງຄົມຈະໄດ້ຮ່ວມກັນຈາລຶກ ຄຸນງາມຄວາມດີ, ຄວາມເສຍສະ ລະອັນສູງສົ່ງທາງດ້ານເຫື່ອແຮງ ແລະ ສະຕິປັນຍາຂອງຖັນແຖວແພດ ໝໍ ແລະ ພາລະກອນສາທາລະນະ ສຸກທຸກຮຸ່ນທີ່ໄດ້ອຸທິດຕົນເພື່ອປົກ ປ້ອງ, ເບິ່ງແຍງ ແລະ ຮັກສາສຸຂະ ພາບຂອງປະຊາຊົນລາວບັນດາ ເຜົ່າຕັ້ງແຕ່ສະໄໝຕໍ່ສູ້ກູ້ຊາດ ຈົນ ເຖິງໄລຍະການປົກປັກຮັກສາ ແລະ ພັດທະນາປະເທດຊາດໃນປັດຈຸບັນ. ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ໂອກາດດັ່ງກ່າວ, ສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະ ການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າ ຄະນະຈັດຕັ້ງສູນກາງພັກ ໄດ້ສະ ຫລຸບຕີລາຄາວຽກງານຈັດຕັ້ງ ແລະ ການປົກຄອງໃນໄລຍະ 5 ປີຜ່ານ ມາ (2021-2025) ໂດຍຍົກໃຫ້ ເຫັນຜົນສໍາເລັດດ້ານດີທີ່ຕັ້ງໜ້າ, ດ້ານອ່ອນຂໍ້ຄົງຄ້າງ, ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້ ແລະ ໄດ້ ກໍານົດທິດທາງວຽກງານໃນ 5 ປີ ຕໍ່ໜ້າແນໃສ່ສ້າງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ ເພື່ອຍົກສູງ ຄວາມສາມາດນຳພາ, ລັກສະນະ ນໍາໜ້າຂອງພັກໃນເງື່ອນໄຂໃໝ່, ການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງຂອງວຽກງານພະນັກງານ ແລະ ການປົກຄອງສືບຕໍ່ນຳພາປະ ເທດຊາດກ້າວເດີນຕາມເສັ້ນທາງສູ່ ຈຸດໝາຍສັງຄົມນິຍົມທີ່ພັກວາງໄວ້. ໃນໄລຍະ 5 ປີ ຜ່ານມາ, ການ ຈັດຕັ້ງປະຕິບັດແນວທາງການ ຈັດຕັ້ງຂອງພັກ ຄຽງຄູ່ກັບການ ຈັດຕັ້ງປະຕິບັດວຽກງານປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ, ວຽກງານປົກຄອງ, ການພັດທະນາ ເສດຖະກິດ, ວັດທະນະທຳ-ສັງຄົມ ເຫັນວ່າມີຜົນສຳເລັດເປັນແຕ່ລະ ໄລຍະ ໂດຍສະເພາະການປັບປຸງ ລະບົບການເມືອງໄດ້ສຸມໃສ່ສ້າງ ພັກໃຫ້ປອດໃສ, ເຂັ້ມແຂງ, ໜັກ ແໜ້ນ ທັງ 4 ດ້ານຄື: ດ້ານການ ເມືອງ, ດ້ານແນວຄິດ, ດ້ານການ ຈັດຕັ້ງ ແລະ ດ້ານແບບແຜນນຳ ພາວິທີເຮັດວຽກມີບາດກ້າວດີຂຶ້ນ ສະແດງອອກຈຳນວນໜ່ວຍພັກ, ສະມາຊິກພັກໄດ້ເພີ່ມຂຶ້ນດ້ານ ຈຳນວນ ແລະ ຄຸນນະພາບ; ການ ຈັດຕັ້ງຮາກຖານພັກໄດ້ຂະຫຍາຍ ເຂົ້າສູ່ຂົງເຂດຕ່າງໆຫລາຍກວ່າ ເກົ່າ, ສະແດງອອກຄື ປັດຈຸບັນທົ່ວ ປະເທດມີ 36 ອົງຄະນະພັກກະ ຊວງ-ອົງການ, 18 ອົງຄະນະພັກ ແຂວງ-ນະຄອນຫລວງ, 148 ອົງ ຄະນະພັກເມືອງ-ນະຄອນ, (1 ອົງ ຄະນະພັກມະຫາວິທະຍາໄລແຫ່ງ ຊາດທຽບເທົ່າອົງຄະນະພັກເມືອງ); ມີຮາກຖານພັກທັງໝົດ 24.772 ຮາກຖານ. ໃນນີ້, ມີ 230 ອົງຄະນະ ພັກຮາກຖານຕາແສງ, ມີ 2.019 ຄະນະພັກຮາກຖານ, 9.954 ໜ່ວຍ ພັກຮາກຖານ ແລະ ມີ 12.569 ໜ່ວຍພັກຂຶ້ນກັບອົງຄະນະພັກ ຮາກຖານ (ທຽບໃສ່ປີ 2021 ເພີ່ມ ຂຶ້ນ 960 ການຈັດຕັ້ງຮາກຖານພັກ ເທົ່າກັບ 3,87%); ມີສະມາຊິກ ພັກທັງໝົດ 421.865 ສະຫາຍ, ຍິງ 116.153 ສະຫາຍ (ທຽບ ໃສ່ປີ 2021 ເພີ່ມຂຶ້ນ 40.657 ສະຫາຍ); ໄດ້ອອກບັດ-ມອບບັດ ສະມາຊິກພັກ ຈໍານວນ 314.216 ສະຫາຍ, ຍິງ 76.6343 ສະຫາຍ ກວມ 74,48% ຂອງຈຳນວນ ສະມາຊິກພັກທັງໝົດ; ໄດ້ລຶບລ້າງ ບ້ານທີ່ບໍ່ມີສະມາຊິກພັກນໍາພາໄດ້ 100%; ໄດ້ມອບບັດສະມາຊິກ ພັກ ໃຫ້ບັນດາກະຊວງ-ອົງການ, ນະຄອນຫລວງວຽງຈັນ ແລະ ແຂວງ ຈໍານວນ 58.592 ສະຫາຍ, ຍິງ 19.002 ສະຫາຍ. ຜ່ານການ ຕີລາຄາຄຸນນະພາບ ແລະ ຈັດແບ່ງ ປະເພດໃນປີ 2025 ໄດ້ຮັບຮອງ ຊະຍາກຳທາງໄຊເບີ ໃຫ້ໝົດໄປ ຈາກປະເທດລາວ. ນັບແຕ່ເດືອນ ມັງກອນ 2026 ເຖິງປັດຈຸບັນ, ເຈົ້າໜ້າທີ່ວິຊາສະເພາະໄດ້ເອົາໃຈ ໃສ່ໃນການແກ້ໄຂ, ເລີກຮື້ບັນດາ ກຸ່ມແກ້ງສໍ້ໂກງທາງເອເລັກໂຕຣນິກ ພ້ອມຄະນະຢູ່ນະຄອນຫລວງມົດ ສະກູ ໃນໂອກາດຕິດຕາມທ່ານນາ ຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຄື່ອນໄຫວວຽກງານທາງລັດຖະ ການຢູ່ສະຫະພັນຣັດເຊຍ. ການພົບປະໃນຄັ້ງນີ້, ຖືເປັນນິ ມິດໝາຍອັນດີ ແລະ ສຸດທີ່ມີຄວາມ ສໍາຄັນເປັນຢ່າງຍິ່ງ ເພື່ອເສີມສ້າງ ສາຍພົວພັນມິດຕະພາບອັນເປັນມູນ ເຊື້ອ, ເພີ່ມທະວີການຮ່ວມມື ແລະ ແລກປ່ຽນບົດຮຽນໃນຂະແໜງກະ ສິກຳ ແລະ ສິ່ງແວດລ້ອມ, ການ ຄົ້ນຄວ້າ, ການສຶກສາ ແລະ ການ ລົງທຶນ ຊຶ່ງເປັນຂະແໜງການທີ່ມີ ບົດບາດສຳຄັນໃນການພັດທະນາ ເສດຖະກິດ-ສັງຄົມ, ສ້າງວຽກເຮັດ ງານທຳ ແລະ ເປີດໂອກາດການ ຮ່ວມມືຕົວຈິງລະຫວ່າງສອງກະ ຊວງໃນຕໍ່ໜ້າ. ໃນໂອກາດດັ່ງກ່າວ, ທ່ານ ລິນຄຳ ດວງສະຫວັນ ໄດ້ຕີລາຄາ ສູງຕໍ່ຄວາມກ້າວໜ້າດ້ານເຕັກໂນ ໂລຊີກະສິກຳຂອງສະຫະພັນຣັດ ເຊຍ ໂດຍສະເພາະຄວາມກ້າວໜ້າ ດ້ານລະບົບຊົນລະປະທານ, ການ ປັບປຸງສະມັດຕະພາບພັນພືດ, ການ ຜະລິດຝຸ່ນ ແລະ ວິທະຍາສາດການ ສັດຕະວະແພດຂອງຣັດເຊຍ ຊຶ່ງສິ່ງ ເຫລົ່ານີ້ ຈະຊ່ວຍໃຫ້ ສປປ ລາວ ສາມາດຖອດຖອນບົດຮຽນຕົວຈິງ ເພື່ອນຳມາພັດທະນານະໂຍບາຍ ແລະ ຍົກລະດັບຂະແໜງກະສິກຳ ຂອງລາວໃຫ້ມີປະສິດທິພາບຍິ່ງຂຶ້ນ. ສຳລັບທິດທາງການຮ່ວມມື ໃນຕໍ່ໜ້າທັງສອງກະຊວງຈະສືບຕໍ່ ຊຸກຍູ້ສະໜັບສະໜູນການຄ້າສິນຄ້າ ກະສິກຳ ໂດຍສະເພາະການສ້າງ ກົນໄກຮ່ວມມືດ້ານສຸຂານາໄມ ແລະ ສຸຂານາໄມພືດ (SPS) ເພື່ອຍົກ ລະດັບຄຸນນະພາບຜະລິດຕະພັນ ລາວ, ລວມທັງການສົ່ງເສີມການ ລົງທຶນດ້ານອຸດສາຫະກຳປຸງແຕ່ງ ເພື່ອເພີ່ມມູນຄ່າຜະລິດຕະພັນກະສິ ເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ 60.795 ໜ່ວຍພັກ ກວມ 68,53% ຂອງໜ່ວຍພັກ ທັງໝົດ, ມີສະມາຊິກພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະເພດແຂງ 1.149.400 ສະຫາຍ, ກວມ 71% ເດັ່ນກວ່າໝູ່ແມ່ນໃນເວລາ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກຕາມຄໍາສັ່ງເລກທີ 411 ຂອງເລຂາທິການສູນກາງພັກ ໄດ້ ກາຍເປັນຂະບວນການປັບປຸງປົວ ແປງພັກຢ່າງເລິກເຊິ່ງໜັກແໜ້ນ; ພາຍຫລັງກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກສໍາເລັດ, ດ້ານຄຸນນະພາບ ຂອງຄະນະພັກແຕ່ລະຂັ້ນໄດ້ຮັບ ການປັບປຸງດີຂຶ້ນກວ່າເກົ່າ, ບັນດາ ສະຫາຍຄະນະພັກແຕ່ລະຂັ້ນສ່ວນ ຫລາຍແມ່ນນອນຢູ່ໃນແຜນກຳນົດ ພະນັກງານນຳພາ-ຄຸ້ມຄອງ ແລະ ຖືກຕ້ອງຕາມເງື່ອນໄຂ-ມາດຕະ ຖານທີ່ໄດ້ກຳນົດໄວ້ ຊຶ່ງມີລະດັບ ຄວາມຮູ້ທິດສະດີການເມືອງ, ວິຊາ ສະເພາະແຕ່ຊັ້ນສູງຂຶ້ນໄປກວມ ອັດຕາສ່ວນຫລາຍ ແລະ ໄດ້ຜ່ານ ຂະບວນການວຽກງານຕົວຈິງ, ໂຄງປະກອບຄະນະພັກ ຮັບປະກັນ ໄດ້ທັງຮຸ່ນອາວຸໂສ, ຮຸ່ນກາງ ແລະ ຮຸ່ນໜຸ່ມ, ມີການຂຶ້ນແຜນກຳນົດ ພະນັກງານນຳພາ-ຄຸ້ມຄອງ, ແຜນ ບຳລຸງ-ກໍ່ສ້າງນັບທັງໄລຍະສັ້ນ ແລະ ໄລຍະຍາວ, ກົງຈັກການຈັດ ຕັ້ງຢູ່ກະຊວງ-ອົງການ ແລະ ທ້ອງ ຖິ່ນ ໄດ້ຮັບການປັບປຸງໃຫ້ສອດຄ່ອງ ກັບກົນໄກການບໍລິຫານຄຸ້ມຄອງລັດ ຕາມທິດຄຸ້ມຄອງມະຫາພາກ. ກອງປະຊຸມໃນຄັ້ງນີ້, ນອກຈາກ ໄດ້ຜ່ານຮ່າງບົດສະຫລຸບແລ້ວຍັງ ໄດ້ຜ່ານຮ່າງບົດລາຍງານສະພາບ ການສ້າງຕັ້ງຕາແສງ, ບົດລາຍງານ ຕີລາຄາການກະກຽມດໍາເນີນກອງ ປະຊຸມໃຫຍ່ 3 ຂັ້ນຂອງພັກ 5 ປີ 2021-2025 ແລະ ທິດທາງແຜນ ການ 2026-2030, ຮັບຟັງການ ປະກອບຄໍາເຫັນຈາກພາກສ່ວນ ຕ່າງໆຕື່ມອີກ. ບັນດາແຂວງທີ່ມີຊາຍແດນຕິດຈອດ ກັນລະຫວ່າງ ສສ ຫວຽດນາມ ແລະ ສປປ ລາວ ເປີດກວ້າງຄັ້ງ ທີ VI ຈັດຂຶ້ນທີ່ນະຄອນຫລວງ ວຽງຈັນ ໂດຍແມ່ນກະຊວງຍຸຕິທໍາ ສປປ ລາວ ເປັນເຈົ້າພາບ ຊຶ່ງໃນ ກອງປະຊຸມເປີດກວ້າງ ຄັ້ງທີ VII ນີ້ແມ່ນກະຊວງຍຸຕິທໍາຂອງ ສສ ຫວຽດນາມ ຮັບກຽດເປັນເຈົ້າພາບ. ກອງປະຊຸມຄັ້ງນີ້, ຄະນະຜູ້ແທນ ທັງສອງຝ່າຍໄດ້ຜັດປ່ຽນກັນຂຶ້ນ ລາຍງານແລກປ່ຽນຄຳຄິດຄຳເຫັນ ເປັນຕົ້ນວຽກງານການຄຸ້ມຄອງ ແລະ ຈົດທະບຽນຄອບຄົວ, ສັນ ຊາດຕາມບໍລິເວນຊາຍແດນ, ການ ຕີລາຄາ ແລະ ປະເມີນຜົນການ ຈັດຕັ້ງປະຕິບັດວຽກງານປະຕິບັດ ຄໍາຕັດສິນຂອງສານທາງແພ່ງ, ວຽກງານໂຄສະນາເຜີຍແຜ່ກົດ ໝາຍ ແລະ ຊ່ວຍເຫລືອທາງດ້ານ ຍຸຕິທໍາໃຫ້ພົນລະເມືອງຢູ່ຕາມບໍລິ ເວນຊາຍແດນ, ວຽກງານຊ່ວຍ ເຫລືອເຊິ່ງກັນ ແລະ ກັນທາງ ດ້ານຍຸຕິທໍາໃນບັນຫາທາງແພ່ງ, ວຽກງານຝຶກອົບຮົມ ແລະ ບໍາລຸງ ກໍ່ສ້າງພະນັກງານຂັ້ນສູນກາງ ແລະ ທ້ອງຖິ່ນໃນໄລຍະຜ່ານມາ. ຈາກນັ້ນ, ທັງສອງຝ່າຍໄດ້ປຶກສາ ຫາລືທິດທາງແຜນການຮ່ວມມື ໃນຕໍ່ໜ້າ ຊຶ່ງທັງສອງກະຊວງ ຍຸຕິທຳ ລາວ-ຫວຽດນາມ ຈະສືບ ຕໍ່ຈັດຕັ້ງຜັນຂະຫຍາຍຂໍ້ຕົກລົງ ຂອງການຮ່ວມມືທີ່ໄດ້ລົງນາມໃນ ເດືອນກຸມພາ 2026 ແລະ ສືບຕໍ່ ເຈລະຈາລົງນາມ ແລະ ຈັດຕັ້ງຜັນ ຂະຫຍາຍແຜນການຮ່ວມມືສຳລັບ ປີຕໍ່ໄປ, ຈະເພີ່ມທະວີການແລກປ່ຽນ ປະສົບການ ເພື່ອເສີມສ້າງຄວາມ ອາດສາມາດໃນການສ້າງຮ່າງນິຕິ ກຳ, ປະເມີນຜົນເອກະສານທາງ ດ້ານກົດໝາຍ, ການຈັດຕັ້ງປະຕິ ບັດກົດໝາຍ, ການຊ່ວຍເຫລືອເຊິ່ງ ກັນ ແລະ ກັນທາງດ້ານຍຸຕິທຳໃນ ບັນຫາທາງແພ່ງ, ການບໍາລຸງກໍ່ ສ້າງ, ຝຶກອົບຮົມ ແລະ ພັດທະນາຊັບ ພະຍາກອນມະນຸດຂອງຂະແໜງ ຍຸຕິທໍາ, ປະສານສົມທົບກັນຊຸກຍູ້ ສົ່ງເສີມບັນດາການເຄື່ອນໄຫວ ຂອງການຮ່ວມມືພາຍໃນພາກພື້ນ ອາຊຽນ ໂດຍສະເພາະຜ່ານກອງ ປະຊຸມລັດຖະມົນຕີຍຸຕິທຳອາຊຽນ (ALAWMM) ແລະ ກອງປະ ຊຸມເຈົ້າໜ້າທີ່ກົດໝາຍອາວຸໂສອາ ຊຽນ (ASLOM); ການຮ່ວມ ມືຫລາຍຝ່າຍລະຫວ່າງອາຊຽນ ແລະ ຄູ່ຮ່ວມອື່ນໆ; ປະສານສົມທົບ ກັນໃນການເຂົ້າຮ່ວມກອງປະຊຸມ ລັດຖະມົນຕີຍຸຕິທຳ/ກົດໝາຍແມ່ ນໍ້າຂອງ-ແມ່ນ້ຳລ້ານຊ້າງຄັ້ງທຳ ອິດ. ພິເສດ, ກະຊວງຍຸຕິທຳ ສປປ ລາວ ຈະສົ່ງຄະນະຜູ້ແທນເພື່ອເຂົ້າ ຮ່ວມເວທີປາໄສກົດໝາຍອາຊຽນ ໃນຫົວຂໍ້ “ການນຳໃຊ້ປັນຍາປະ ດິດໃນການສ້າງກົດໝາຍ ແລະ ການປະຕິບັດກົດໝາຍໃນຍຸກດີຈິ ຕອນ” ໃນເດືອນສິງຫາ 2026 ທີ່ ຈະມາເຖິງນີ້ຢູ່ນະຄອນຫລວງຮ່າ ໂນ້ຍ ສສ ຫວຽດນາມ, ເພີ່ມທະວີ ວຽກງານການໂຄສະນາເຜີຍແຜ່ ກົດໝາຍ ແລະ ການຊ່ວຍເຫລືອ ທາງດ້ານກົດໝາຍໃຫ້ປະຊາຊົນໃນ ເຂດພູດອຍ, ຫ່າງໄກສອກຫລີກ ແລະ ປະຊາຊົນທີ່ອາໄສຢູ່ໃນເຂດ ລຽບຕາມຊາຍແດນ ລາວ-ຫວຽດ ນາມ, ບັນດາພະແນກຍຸຕິທໍາ, ອົງ ການປະຕິບັດຄຳຕັດສິນຂອງສານ ຂອງສອງປະເທດທີ່ມີຊາຍແດນ ຕິດຈອດກັນ ແລະ ບັນດາແຂວງ ແຮກສ່ຽວ, ຈະເພີ່ມທະວີໃນການ ຫັນປ່ຽນເປັນດີຈິຕອນໃນການປະ ສານສົມທົບກັນ, ຈັດຕັ້ງຜັນຂະ ຫຍາຍບັນດາກິດຈະກໍາຕ່າງໆທີ່ ໄດ້ລົງນາມຮ່ວມກັນ ໂດຍຖືເອົາ ວິທີການປະສານງານແບບເຊິ່ງ ໜ້າ ແລະ ທາງອອນລາຍໃນການ ຈັດຕັ້ງປະຕິບັດວຽກງານຮ່ວມກັນ. ພ້ອມກັນນັ້ນ, ທັງສອງຝ່າຍຍັງໄດ້ ປຶກສາຫາລື ແລະ ຕົກລົງເຫັນດີ ເປັນເອກະພາບກັນໃນການຈັດກອງ ປະຊຸມວຽກງານຍຸຕິທຳຂອງບັນ ດາແຂວງທີ່ມີຊາຍແດນຕິດຈອດ ກັນລະຫວ່າງ ສປປ ລາວ-ສສ ຫວຽດນາມ ເປີດກວ້າງ ຄັ້ງທີ VIII ທີ່ ສປປ ລາວ ຈະໄດ້ຮັບກຽດເປັນ ເຈົ້າພາບໃນປີ 2028 ຕື່ມອີກ. ກ່ຽວກັບການຮ່ວມມືຂັ້ນສູນ ກາງ: ຝ່າຍລາວສືບຕໍ່ຊຸກຍູ້ສະເໜີ ໃຫ້ຝ່າຍຫວຽດນາມ ກ່ຽວກັບໂຄງ ການ ODA ຂອງລັດຖະບານ ຫວຽດນາມ ທີ່ມອບໃຫ້ກະຊວງ ຍຸຕິທຳລາວ (ໂດຍຜ່ານຄະນະກຳ ມະການຮ່ວມມືສອງຝ່າຍ ລາວຫວຽດນາມ) ພະຍາຍາມເພື່ອໃຫ້ ໄດ້ການອະນຸມັດໃນປີ 2026 ເພື່ອ ຮັບປະກັນໃຫ້ທັນການກ່ຽວກັບ ໂຄງການຊ່ວຍເຫລືອທາງດ້ານວິຊາ ການຂອງລັດຖະບານຫວຽດນາມ ທີ່ມອບໃຫ້ກະຊວງຍຸຕິທຳຂອງ ລາວ, ຍົກສູງຄວາມອາດສາມາດໃນ ວຽກງານທາງດ້ານກົດໝາຍຂອງ ພະນັກງານກະຊວງຍຸຕິທຳລາວໃນ ຕົ້ນປີ 2027; ສອງກະຊວງຍຸຕິທຳ ຈັດຕັ້ງຜັນຂະຫຍາຍຂໍ້ຕົກລົງຂອງ ການຮ່ວມມືລະຫວ່າງສອງກະຊວງ ຢ່າງມີປະສິດທິຜົນ (ທີ່ໄດ້ລົງນາມ ໃນເດືອນກຸມພາ 2026), ສືບຕໍ່ ເຈລະຈາ, ລົງນາມ ແລະ ຈັດຕັ້ງຜັນ ຂະຫຍາຍແຜນການຮ່ວມມືສຳລັບປີ ຕໍ່ໄປ; ສອງກະຊວງຍຸຕິທຳ ຈະເພີ່ມ ທະວີການແລກປ່ຽນປະສົບການ ເພື່ອເສີມສ້າງຄວາມອາດສາມາດ ໃນການສ້າງຮ່າງນິຕິກຳ, ປະເມີນ ຜົນເອກະສານທາງດ້ານກົດໝາຍ, ການຈັດຕັ້ງປະຕິບັດກົດໝາຍ, ການ ຊ່ວຍເຫລືອເຊິ່ງກັນ ແລະ ກັນທາງ ດ້ານຍຸຕິທຳໃນບັນຫາທາງແພ່ງ, ການບຳລຸງກໍ່ສ້າງ, ຝຶກອົບຮົມ ແລະ ພັດທະນາຊັບພະຍາກອນມະນຸດ ທາງດ້ານກົດໝາຍ; ສອງກະຊວງ ຍຸຕິທຳ ປະສານສົມທົບກັນຊຸກຍູ້ ສົ່ງເສີມບັນດາການເຄື່ອນໄຫວ ຂອງການຮ່ວມມືພາຍໃນພາກພື້ນ ອາຊຽນ ໂດຍສະເພາະຜ່ານກອງ ປະຊຸມລັດຖະມົນຕີຍຸຕິທຳອາຊຽນ ແລະ ກອງປະຊຸມເຈົ້າໜ້າທີ່ກົດໝາຍ ອາວຸໂສອາຊຽນ; ການຮ່ວມມືຫລາຍ ຝ່າຍລະຫວ່າງອາຊຽນ ແລະ ຄູ່ ຮ່ວມອື່ນໆ, ປະສານສົມທົບກັນໃນ ການເຂົ້າຮ່ວມກອງປະຊຸມລັດຖະ ມົນຕີຍຸຕິທໍາ/ກົດໝາຍແມ່ນໍ້າຂອງແມ່ນ້ຳລ້ານຊ້າງຄັ້ງທຳອິດ. ສອງ ກະຊວງຍຸຕິທໍາ ປະສານສົມທົບ ກັນໃນການຈັດກິດຈະກໍາຕ່າງໆ ເ ພື່ອລະນຶກ ເ ຖິງພິທີສະ ເ ຫລີມ ສະຫລອງວັນຄົບຮອບທີ່ສຳຄັນ ຂອງທັງສອງຝ່າຍໃນປີ 2027 ໂດຍສະເພາະແມ່ນການຮ່ວມມື ທາງດ້ານກົດໝາຍ ແລະ ຍຸຕິທຳ ລະຫວ່າງກະຊວງຍຸຕິທຳລາວ ແລະ ກະຊວງຍຸຕິທຳຫວຽດນາມ ຄົບຮອບ 45 ປີ (1987-2027), ວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ ຄົບຮອບ 65 ປີ (1962-2027) ແລະ ວັນເຊັນ ສົນທິສັນຍາມິດຕະພາບ ແລະ ການ ຮ່ວມມື ຄົບຮອບ 50 ປີ (19772027) ຮັບປະກັນປະສິດທິຜົນ ຕົວຈິງ ແລະ ຄວາມເປັນໄປໄດ້. ສ່ວນການຮ່ວມມືຂັ້ນທ້ອງຖິ່ນ: ສອງກະຊວງຍຸຕິທໍາ ຈະເພີ່ມທະວີ ວຽກງານການໂຄສະນາເຜີຍແຜ່ ກົດໝາຍ ແລະ ການຊ່ວຍເຫລືອ ທາງດ້ານກົດໝາຍໃຫ້ປະຊາຊົນໃນ ເຂດພູດອຍ, ຫ່າງໄກສອກຫລີກ ແລະ ເຂດຊາຍແດນລວມທັງປະຊາ ຊົນທີ່ຢູ່ໃນເຂດລຽບຕາມຊາຍແດນ ລາວ-ຫວຽດນາມ, ຮັບປະກັນ ຄວາມເໝາະສົມກ່ຽວກັບສະພາບ ເສດຖະກິດ, ສັງຄົມ ແລະ ວັດທະ ນະທຳຂອງແຕ່ລະເຂດຊາຍແດນ; ບັນດາພະແນກຍຸຕິທຳ, ອົງການ ປະຕິບັດຄໍາຕັດສິນຂອງສານຂອງ ສອງປະເທດທີ່ມີຊາຍແດນຮ່ວມກັນ ແລະ ບັນດາແຂວງແຮກສ່ຽວ, ຈະ ເພີ່ມທະວີການຫັນປ່ຽນດີຈິຕອນໃນ ການປະສານສົມທົບກັນ, ຈັດຕັ້ງ ຜັນຂະຫຍາຍບັນດາກິດຈະກໍາ ຕ່າງໆໃນການຮ່ວມມື ໂດຍລວມ ເອົາວິທີການປະສານງານແບບເຊິ່ງ ໜ້າ ແລະ ທາງອອນລາຍ. ຂ່າວ-ພາບ: ກະຊວງຍຸຕິທໍາ ກຳໃຫ້ມີຄວາມຍືນຍົງ. ນອກນັ້ນ, ຣັດເຊຍ ຈະໃຫ້ການສະໜັບສະໜູນ ດ້ານເຕັກໂນໂລຊີ, ການຖ່າຍທອດ ຄວາມຮູ້ຜ່ານການແລກປ່ຽນຜູ້ ຊ່ຽວຊານ, ນັກຄົ້ນຄວ້າ, ນັກສຶກສາ ແລະ ມີຄວາມສົນໃຈໃນການຂະ ຫຍາຍການຮ່ວມມືໄປສູ່ການຄົ້ນ ຄວ້າດ້ານການປັບປຸງພັນເຂົ້າ, ການ ພັດທະນາການລ້ຽງສັດ, ການປະ ມົງ ແລະ ການຄຸ້ມຄອງຊັບພະຍາ ກອນປ່າໄມ້ຢ່າງຮອບດ້ານ. ພ້ອມນີ້, ທັງສອງຝ່າຍຍັງເຫັນດີແຕ່ງຕັ້ງຈຸດ ປະສານງານຂອງກະຊວງ ເພື່ອເຮັດ ວຽກຮ່ວມກັນໃນການກະກຽມຮ່າງ ບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອເປັນຂອບການຮ່ວມມືໄລຍະ ຍາວ ຊຶ່ງຈະເປັນພື້ນຖານສຳຄັນໃນ ການສົ່ງເສີມການລົງທຶນ, ນະວັດຕະ ກຳ ແລະ ການພັດທະນາກະສິກຳ ທີ່ປັບຕົວເຂົ້າກັບການປ່ຽນແປງ ດິນຟ້າອາກາດ ເພື່ອນຳເອົາຜົນປະ ໂຫຍດຕົວຈິງມາສູ່ປະຊາຊົນທັງ ສອງປະເທດ. ຂໍ້ມູນ-ພາບ: ຂ່າວສານກະສິກຳ ແລະ ສິງແວດລ້ອມ (ອາຊະຍາກຳທາງໄຊເບີ) ສາມາດ ແກ້ໄຂໄດ້ທັງໝົດ 20 ຄັ້ງ, ກັກຜູ້ຖືກ ຫາໄດ້ຈຳນວນ 2.652 ຄົນ, ຍິງ 780 ຄົນ, ລວມມີ 14 ສັນຊາດ. ໂອກາດນີ້, ທ່ານ ພົທ ວັນທອງ ກອງມະນີ ໄດ້ຊີ້ນຳເນັ້ນໃຫ້ຄະນະ ພັກ-ບັນຊາ ແລະ ເຈົ້າໜ້າທີ່ວິຊາ ສະເພາະສືບຕໍ່ແກ້ໄຂບັນຫາປະກົດ ການຫຍໍ້ທໍ້ໃນສັງຄົມຕິດພັນກັບການ ແກ້ໄຂບັນຫາກຸ່ມແກ້ງກໍ່ອາຊະຍາ ກຳທາງໄຊເບີໃຫ້ເຂັ້ມງວດ, ໝົດ ໄປຈາກ ສປປ ລາວ ພ້ອມທັງສືບ ຕໍ່ໂຄສະນາ-ສຶກສາອົບຮົມໃຫ້ທົ່ວ ສັງຄົມຮັບຮູ້-ເຂົ້າໃຈຢ່າງເລິກເຊິ່ງ ເພື່ອພ້ອມກັນມີສະຕິ, ເປັນເຈົ້າການ ຕິດຕາມ, ລາຍງານ ແລະ ຮ່ວມມື ກັບເຈົ້າໜ້າທີ່ໃນການແກ້ໄຂ; ຕິດ ຕາມ, ກວດກາການດໍາເນີນທຸລະ ກິດຂອງສະຖານທີ່ບັນເທີງ, ໂຮງ ແຮມ, ເຮືອນພັກ, ເຮືອນເຊົ່າ ແລະ ປະຕິບັດໂທດຕໍ່ໜ້າກົດໝາຍຢ່າງ ເຂັ້ມງວດ ເມື່ອກວດພົບມີການລະ ເມີດ ແລະ ເພີ່ມທະວີຄວາມເຂັ້ມ ງວດໃນການກວດກາ, ສະກັດກັ້ນ ການລັກລອບເຂົ້າມາ ສປປ ລາວ ແບບຜິດກົດໝາຍ ແລະ ຕິດຕາມ, ກວດກາການພັກເຊົາຂອງຄົນຕ່າງ ປະເທດໃຫ້ເປັນປົກກະຕິ, ເຂັ້ມງວດ; ດໍາເນີນຄະດີຕໍ່ຫົວໂປ່ໂຕການ ແລະ ຜູ້ອຳນວຍຄວາມສະດວກຕາມຂະ ບວນການຍຸຕິທຳຂອງ ສປປ ລາວ. ພາບ-ຂ່າວ: ບຸນພະຈັນ ໃນໂອກາດອັນສະຫງ່າລາສີ ແລະ ຄວາມໝາຍຄວາມສໍາຄັນນີ້, ຂ້າພະເຈົ້າຂໍສະແດງຄວາມຮູ້ບຸນ ຄຸນຢ່າງເລິກເຊິ່ງ ຕໍ່ສູນກາງພັກ ແລະ ລັດຖະບານທີ່ໄດ້ນໍາພາ-ຊີ້ນໍາ ຢ່າງເອົາໃຈໃສ່ຕໍ່ຂະແໜງສາທາລະ ນະສຸກ. ຂໍອວຍພອນໃຫ້ບັນດາທ່ານ ການນໍາພັກ-ລັດ, ແພດໝໍ, ພະຍາ ບານ ແລະ ພາລະກອນສາທາລະນະ ສຸກທຸກທ່ານຈົ່ງມີສຸຂະອະນາໄມທີ່ ສົມບູນ, ແຂງແຮງ, ມີຄວາມສຸກ ແລະ ພ້ອມກັນສືບຕໍ່ເສີມຂະຫຍາຍ ມູນເຊື້ອອັນດີງາມ, ຫັນຂະແໜງ ການແພດໄປສູ່ຄຸນນະພາບໃໝ່ ທັນ ສະໄໝ ແລະ ເປັນເຈົ້າຕົນເອງເທື່ອ ລະກ້າວ ເພື່ອຮັບໃຊ້ປະຊາຊົນ ແລະ ປະເທດຊາດຢ່າງແທ້ຈິງ.
RkJQdWJsaXNoZXIy MTc3MTYxMQ==