19/06/2026 xtgmf]k; 4 *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ]k;{vq flt8ik]u gruj ,mt;u dkoIj ;,,n fh ko7;k,mq omkoglf4tdy fmj k,dk'lyj 'mh kmkpmqj ;3]d gsfdko c]t dkora fa mtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ຂປລ. ລາວ ແລະ ອົດສະຕຣາລີ ໄດ້ຢືນຢັນຄືນຄຳໝັ້ນສັນຍາໃນ ການເພີ່ມທະວີການຮ່ວມມືດ້ານ ເສດຖະກິດ ແລະ ຄວາມທົນທານ ທ່າມກາງຄວາມບໍ່ແນ່ນອນທາງ ດ້ານພູມສາດການເມືອງ ແລະ ເສດ ຖະກິດໂລກທີ່ເຄັ່ງຮ້ອນຜ່ານການ ຈັດສຳມະນາວິຊາການຮ່ວມທີ່ຈັດ ຂຶ້ນຢູ່ນະຄອນຫລວງວຽງຈັນ ໃນ ວັນທີ 17 ມິຖຸນາ 2026 ຊຶ່ງຈັດໂດຍ ສະຖາບັນຄົ້ນຄວ້າເສດຖະກິດ ແລະ ສັງຄົມສາດແຫ່ງຊາດ (LASES) ຮ່ວມກັບສະຖານທູດອົດສະຕຣາລີ ປະຈຳ ລາວ ໂດຍໄດ້ສຸມໃສ່ຫົວຂໍ້ “ການເພີ່ມທະວີຄວາມທົນທານ ທາງເສດຖະກິດທ່າມກາງພູມສາດ ເສດຖະກິດ” ແລະ ໄດ້ນຳເອົາບັນດາ ຜູ້ວາງນະໂຍບາຍ, ນັກວິຊາການ, ນັກຄົ້ນຄວ້າ ແລະ ຄູ່ຮ່ວມພັດທະນາ ມາຮ່ວມກັນປຶກສາຫາລືກ່ຽວກັບ ຍຸດທະສາດໃນການຮັບມືກັບສິ່ງ ທ້າທາຍທາງເສດຖະກິດໃນພາກພື້ນ ແລະ ໃນລະດັບໂລກ. ທ່ານສະຖາບັນດິດອິນສີຊຽງໄໝ່ ຮອງປະທານສະຖາບັນ LASES ໄດ້ກ່າວວ່າ: ສະພາບແວດລ້ອມ ສາກົນທີ່ມີການປ່ຽນແປງຢ່າງ ວ່ອງໄວ, ລວມທັງຄວາມເຄັ່ງຕຶງ ໃນຕາເວັນອອກກາງ ແລະ ການ ປ່ຽນແປງຂອງກົນໄກການຄ້າໂລກ ຮຽກຮ້ອງໃຫ້ບັນດາປະເທດ ເພີ່ມ ທະວີການຮ່ວມມື ແລະ ສ້າງເສດ ຖະກິດທີ່ຍືດຍຸ່ນກວ່າເກົ່າ. ພ້ອມນີ້, ທ່ານ ນາງ ເມກັນ ໂຈນສ໌ ເອກອັກຄະລັດຖະທູດອົດ ສະຕຣາລີ ປະຈຳ ລາວ ກໍໄດ້ຍົກ ໃຫ້ເຫັນສາຍພົວພັນທາງການທູດ 74 ປີ ລະຫວ່າງສອງປະເທດ ໂດຍ ເນັ້ນໜັກວ່າຄວາມຍືດຍຸ່ນທາງເສດ ຖະກິດແມ່ນມີຄວາມຈຳເປັນຕໍ່ການ ຮັກສາການເຕີບໂຕ ແລະ ການ ຕອບສະໜອງຕໍ່ຜົນກະທົບຈາກ ພາຍນອກ. ອົດສະຕຣາລີ ເຫັນວ່າ ເປັນໂອກາດອັນສໍາຄັນໃນການເພີ່ມ ການຮ່ວມມືເລິກເຊິ່ງກັບ ສປປ ລາວ ໃນຂົງເຂດຕ່າງໆ ເຊັ່ນ: ພະລັງງານ ສະອາດ, ກະສິກຳແບບຍືນຍົງ, ລະ ບົບອາຫານ ແລະ ການຂຸດຄົ້ນບໍ່ແຮ່ ທີ່ມີຄວາມຮັບຜິດຊອບ, ພ້ອມທັງສືບ ຕໍ່ສະໜັບສະໜູນການເຊື່ອມຈອດ ດ້ານຄົມມະນາຄົມ, ການອຳນວຍ ຄວາມສະດວກດ້ານການຄ້າ, ການ ຄຸ້ມຄອງການເງິນສາທາລະນະ ແລະ ການຄຸ້ມຄອງດ້ານເສດຖະກິດ. ການສຳມະນາດັ່ງກ່າວ, ໄດ້ ມີການນຳສະເໜີບົດລາຍງານ ກ່ຽວກັບທັດສະນະເສດຖະກິດມະ ຫາພາກຂອງລາວ, ຜົນກະທົບ ໃນຕາເວັນອອກກາງຕໍ່ເສດຖະກິດ ລາວ, ສິ່ງທ້າທາຍທາງພູມສາດ ການເມືອງໃນພາກພື້ນ ແລະ ແນວ ທາງນະໂຍບາຍຂອງອົດສະຕຣາລີ ໃນການເພີ່ມທະວີຄວາມໝັ້ນຄົງ ດ້ານເສດຖະກິດ. ພ້ອມນີ້, ຜູ້ເຂົ້າ ຮ່ວມຍັງໄດ້ແລກປ່ຽນຄວາມຄິດ ເຫັນກ່ຽວກັບມາດຕະການພາກປະ ຕິບັດ ເພື່ອເພີ່ມທະວີການຮ່ວມມືໃນ ພາກພື້ນ ແລະ ປັບປຸງຄວາມຍືດຍຸ່ນ ຕໍ່ກັບການຢຸດສະງັກດ້ານເສດຖະ ກິດໂລກ. ຂ່າວ: ຄໍາຫລ້າ ສະຫລອງການມີສ່ວນຮ່ວມ...ີ່່ ສະຖານທູດຫວຽດນາມ...ູ ຫາລືກຽມເປັນເຈົ້າພາບ...ືັົ້ ຂປລ. ເມື່ອບໍ່ດົນມານີ້, ອົງການ UNFPA ປະຈຳ ສປປ ລາວ ຮ່ວມ ກັບ ໂຮງແຮມ ອາມາຣີ ວຽງຈັນ ຈັດ ກິດຈະກຳວັນແຫ່ງຄວາມມ່ວນຊື່ນ ເພື່ອການມີສ່ວນຮ່ວມຂອງຄົນ ພິການ ໂດຍໄດ້ເຕົ້າໂຮມເອົາຄົນ ພິການ, ເຍົາວະຊົນ, ຄູ່ຮ່ວມງານ, ອາສາສະໝັກ ແລະ ຕົວແທນຊຸມຊົນ ເຂົ້າມາຮ່ວມກິດຈະກຳ ເພື່ອຮຽນຮູ້, ແລກປ່ຽນ, ສ້າງສັນ ແລະ ສະເຫລີມ ສະຫລອງການມີສ່ວນຮ່ວມຂອງ ປະທານຂອງທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີການ ຕ່າງປະເທດ, ທັງເປັນຮອງປະທານ ຜູ້ປະຈຳການ ຄຊກລ, ມີຄະນະ ກຳມະການຊີ້ນຳລະດັບຊາດ ເເລະ ຄະນະຮັບຜິດຊອບອະນຸກຳມະການ ຕ່າງໆເຂົ້າຮ່ວມ. ກອງປະຊຸມຄັ້ງນີ້, ຈັດຂຶ້ນເພື່ອ ຕິດຕາມ ແລະ ຮັບຟັງຄວາມຄືບ ໜ້າຂອງບັນດາອະນຸກຳມະການ ຕ່າງໆໃນການຈັດຕັ້ງປະຕິບັດຜົນ ກອງປະຊຸມຄັ້ງວັນທີ 25 ພຶດສະພາ ຜ່ານມາ ຊຶ່ງກອງປະຊຸມໄດ້ຮັບຟັງ ການລາຍງານຄວາມຄືບໜ້າຂອງ ການກະກຽມເບື້ອງຕົ້ນ ໂດຍທ່ານ ນາງ ມຸກດາວັນ ສີສຸລິດ ຫົວໜ້າ ກົມອົງການຈັດຕັ້ງສາກົນ, ຫົວໜ້າ ກອງເລຂາ ຄຊກລ, ລາຍງານຜົນ ສຳເລັດທີ່ສຳຄັນໃນຫລາຍດ້ານ ເປັນຕົ້ນດ້ານເນື້ອໃນໄດ້ສຳເລັດ ການຮ່າງເອກະສານພື້ນຖານຂອງ ແຜນປະຕິບັດງານນະຄອນຫລວງ ວຽງຈັນ2027-2032(VCAP) ແລະ ຮ່າງຖະແຫລງການການ ເມືອງ ເພື່ອຮັບຮອງໃນກອງປະຊຸມ ແລກປ່ຽນຮຽນຮູ້ ແລະ ພັດທະນາ ທັກສະການນໍາໃຊ້ພາສາຫວຽດ ນາມ, ທັງເປັນການສຶກສາໃຫ້ແກ່ ຄົນຮຸ່ນໃໝ່ ໄດ້ຮັບຮູ້ກ່ຽວກັບປະ ຫວັດສາດສໍາພັນສູ້ຮົບ ແລະ ສາຍ ພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມ ມືຮອບດ້ານ ແລະ ຫຸ້ນສ່ວນຍຸດ ທະສາດລະຫວ່າງປະຊາຊົນສອງ ຊາດ ຫວຽດນາມ-ລາວ ໂດຍການ ເຂົ້າຮ່ວມຂອງທ່ານ ຫງວຽນ ມິງ ເຕີມ ເອກອັກຄະລັດຖະທູດວິສາ ມັນຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ, ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງ ລັດຖະມົນຕີກະຊວງສຶກສາ ແລະ ກິລາ, ມີແຂກຖືກເຊີນ ແລະ ນັກແຂ່ງ ຂັນຈາກ 9 ພາກສ່ວນເຂົ້າຮ່ວມ. ການແຂ່ງຂັນຄັ້ງນີ້, ມີທີມຜູ້ ເຂົ້າຮ່ວມ 9 ທີມຈາກສະຖາບັນ ການເມືອງ ແລະ ການປົກຄອງ ແຫ່ງຊາດ; ວິທະຍາຄານການ ເມືອງປ້ອງກັນຄວາມສະຫງົບ; ໂຮງໝໍສູນກາງກອງທັບ 103; ກົມ ໃຫຍ່ສັນຕິບານ ກະຊວງປ້ອງກັນ ຄວາມສະຫງົບ; ວິທະຍາໄລເຕັກນິກ ວິຊາຊີບວຽງຈັນ-ຮ່າໂນ້ຍ; ສູນ ພາສາຫວຽດ-ສະຖາບັນພັດທະນາ ກຳມະບານລາວ; ສູນພາສາຫວຽດ ສະຖາບັນຄົ້ນຄວ້າວິທະຍາສາດ ການສຶກສາກະຊວງ ສສກ; ໂຮງ ຮຽນການເມືອງ-ການປົກຄອງ ນະຄອນຫລວງວຽງຈັນ; ຫ້ອງ ຮຽນພາສາຫວຽດນາມ ວັດເຟິດ ຕິກ (Phat tich) ສະມາຄົມຄົນ ຫວຽດນາມ ປະຈໍານະຄອນຫລວງ ວຽງຈັນ. ທ່ານ ຫງວຽນ ມິງ ເຕີມ ໄດ້ ກ່າວວ່າ: ການແຂ່ງຂັນ “ທູດພາສາ ຫວຽດແຫ່ງອະນາຄົດ” ຄັ້ງທໍາອິດ ໄດ້ສ້າງຄວາມປະທັບໃຈ ແລະ ມີຜົນ ສະທ້ອນຢ່າງກວ້າງຂວາງ. ສະນັ້ນ, ການແຂ່ງຂັນຄັ້ງທີ 2 ໃນມື້ນີ້ ຖືເປັນ ກ້າວພັດທະນາໃໝ່, ຜູ້ເຂົ້າຮ່ວມ ແຂ່ງຂັນໃນຄັ້ງນີ້ ສ່ວນໃຫຍ່ເປັນ ພະນັກງານ, ອາຈານ, ນາຍທະຫານ ແລະ ຜູ້ຮຽນທີ່ກຳລັງປະຈຳການ ຢູ່ບັນດາສຳນັກງານອົງການຂອງ ລາວ. ພວກເຮົາເຂົ້າໃຈດີວ່າການ ຮຽນພາສາໃດໜຶ່ງຈຳເປັນຕ້ອງ ອາໄສຄວາມອົດທົນ, ຄວາມພະຍາ ຍາມ ແລະ ຄວາມຮັກມັກຢ່າງແທ້ ຈິງ. ພາສາເປັນຂົວເຊື່ອມຕໍ່ທີ່ໝັ້ນ ຄົງທີ່ສຸດລະຫວ່າງປະຊາຊາດ, ສຳລັບສາຍພົວພັນຫວຽດນາມລາວ, ພາສາຫວຽດ ບໍ່ພຽງແຕ່ເປັນ ເຄື່ອງມືສື່ສານແຕ່ຍັງເປັນຂົວຕໍ່ ເຊື່ອມແຫ່ງຄວາມຮູ້ສຶກ, ວັດທະນະ ທຳ, ຄວາມຮູ້ ແລະ ການຮ່ວມມືລະ ຫວ່າງປະຊາຊົນສອງຊາດ. ໃນສະພາບການທີ່ສາຍພົວພັນ ຫວຽດນາມ-ລາວ ກຳລັງກ້າວເຂົ້າ ສູ່ໄລຍະພັດທະນາໃໝ່ ດ້ວຍເນື້ອໃນ “ການເຊື່ອມໂຍງຍຸດທະສາດ”, ຊັບພະຍາກອນມະນຸດທີ່ເຂົ້າໃຈພາ ສາ, ວັດທະນະທຳ ແລະ ປະເທດ ຂອງກັນ ແລະ ກັນ ຈະເປັນພື້ນຖານ ສັງຄົມທີ່ສຳຄັນ ເພື່ອຜັນຂະຫຍາຍ ຄວາມຮັບຮູ້ຂອງຜູ້ນຳຂັ້ນສູງຂອງ ສອງພັກ ແລະ ສອງລັດ ໃຫ້ເປັນຈິງ. ປະສົບການຈາກປະຫວັດສາດໄດ້ ພິສູດເຫັນວ່າ, ສາຍພົວພັນຫວຽດ ນາມ-ລາວ ສາມາດຖືກເສີມສ້າງ ຜ່ານກົນໄກການຮ່ວມມື ແລະ ຂັບ ເຄື່ອນຜ່ານແຜນງານ ແລະ ໂຄງ ການຕ່າງໆ; ແຕ່ເພື່ອເຮັດໃຫ້ສາຍ ພົວພັນນັ້ນຍືນຍົງ ແລະ ພັດທະນາ ຍາວນານປັດໄຈສຳຄັນທີ່ສຸດຍັງ ຄົງແມ່ນຄວາມເຂົ້າໃຈ, ຄວາມໄວ້ ວາງໃຈ ແລະ ຄວາມຜູກພັນລະ ຫວ່າງປະຊາຊົນສອງຊາດ. ດັ່ງນັ້ນ, ພະນັກງານລາວແຕ່ລະຄົນທີ່ກຳລັງ ຮຽນພາສາຫວຽດໃນມື້ນີ້ ບໍ່ພຽງ ແຕ່ກຳລັງປະກອບເຄື່ອງມືທີ່ເປັນ ປະໂຫຍດໃຫ້ແກ່ຕົນເອງແຕ່ຍັງປະ ກອບສ່ວນສ້າງໃຫ້ແກ່ສາຍພົວພັນ ມິດຕະພາບທີ່ຍິ່ງໃຫຍ່ຄວາມສາ ມັກຄີແບບພິເສດ ຫວຽດນາມ-ລາວ ນັບມື້ພັດທະນາຂຶ້ນສູ່ລະດັບໃໝ່. ພະນັກງານລາວ ແຕ່ລະຄົນທີ່ສາ ມາດໃຊ້ພາສາຫວຽດໄດ້ດີກໍແມ່ນ “ທູດແຫ່ງມິດຕະພາບ”, ເປັນຂົວ ເຊື່ອມຕໍ່ທີ່ຊ່ວຍເສີມສ້າງຄວາມເຂົ້າ ໃຈ, ຄວາມເຊື່ອໝັ້ນ ແລະ ການຮ່ວມ ມືລະຫວ່າງສອງຊາດພວກເຮົາ. ການແຂ່ງຂັນ “ທູດພາສາ ຫວຽດນາມແຫ່ງອະນາຄົດ” ຄັ້ງທີ 2 ນີ້, ທີມທີ່ໄດ້ຮັບຊະນະເລີດອັນດັບ 1 ແມ່ນວິທະຍາຄານການເມືອງ ປ້ອງການຄວາມສະຫງົບ, ອັນດັບ 2 ຫ້ອງຮຽນພາສາຫວຽດ ວັດເຟິດ ຕິກ ແລະ ອີກ 7 ທີມແມ່ນໄດ້ອັນດັບ ສາມຮ່ວມກັນ. ພາບ: ອ່າຍຄຳ ເດືອນກັນຍານີ້, ສັນຍາລະຫວ່າງ ສປປ ລາວ ແລະ ສປຊ ໃນການ ເປັນປະທານກອງປະຊຸມແມ່ນຢູ່ໃນ ຂັ້ນຕອນການກວດກາເນື້ອໃນດ້ານ ກົດໝາຍຂັ້ນສຸດທ້າຍ, ດ້ານການ ຈັດຕັ້ງ ແລະ ການສື່ສານແມ່ນໄດ້ ມີການພັດທະນາເວັບໄຊທາງການ (www.ccm3rc.gov.la) ເພື່ອ ຮອງຮັບການລົງທະບຽນອອນລາຍ ແລະ ໃຫ້ຂໍ້ມູນຂ່າວສານ. ພ້ອມກັນ ນັ້ນ, ໄດ້ສຳເລັດການສົ່ງໜັງສືເຊີນ ເຖິງ 188 ປະເທດ. ສ່ວນດ້ານພາ ລາທິການໄດ້ກຳນົດເອົາຫໍປະຊຸມ ແຫ່ງຊາດ (NCC) ເປັນສະຖານທີ່ ຈັດກອງປະຊຸມ ແລະ ກຳນົດເອົາ 14 ໂຮງແຮມໃນນະຄອນຫລວງ ວຽງຈັນ ແລະ ແຂວງຫລວງພະ ບາງ ເພື່ອຮອງຮັບຄະນະຜູ້ແທນ ທີ່ຈະມາຮ່ວມກອງປະຊຸມຄັ້ງນີ້. ສຳລັບກິດຈະກຳຢ້ຽມຢາມພາກສະ ໜາມແມ່ນໄດ້ກຳນົດເອົາແຂວງ ຫລວງພະບາງ. ພ້ອມກັນນີ້, ກໍໄດ້ ກະກຽມ ແລະ ຈັດສັນພາຫະນະຮັບສົ່ງໃນການອຳນວຍຄວາມສະດວກ ໄປມາຂອງຄະນະຜູ້ແທນ. ໃນຕອນທ້າຍຂອງກອງປະຊຸມ, ທ່ານຮອງລັດຖະມົນຕີການຕ່າງ ປະເທດ ໄດ້ຮຽກຮ້ອງໃຫ້ແຕ່ລະ ອະນຸກຳມະການສືບຕໍ່ເອົາໃຈໃສ່ ຈັດຕັ້ງປະຕິບັດວຽກງານຕາມພາ ລະບົດບາດຂອງຕົນຢ່າງຮັດກຸມ ເພື່ອຮັບປະກັນໃຫ້ການເປັນເຈົ້າ ພາບໃນຄັ້ງນີ້ປະສົບຜົນສຳເລັດຢ່າງ ຈົບງາມ, ພ້ອມທັງໄດ້ເນັ້ນໜັກເຖິງ ການເປັນເຈົ້າພາບຄັ້ງນີ້ຖືເປັນຂີດ ໝາຍສຳຄັນປຽບເໝືອນ “ການກັບ ຄືນສູ່ບ້ານ” ຂອງສົນທິສັນຍາ ແລະ ໃຫ້ຈັດກອງປະຊຸມໃນຮູບແບບ “ກອງປະຊຸມສີຂຽວ”(Green Meeting) ທີ່ເນັ້ນຄຸນນະພາບ, ປະຢັດມັດທະຍັດ ແລະ ສົ່ງເສີມຜະ ລິດຕະພັນພາຍໃນ. ຄົນພິການ. ກິດຈະກຳດັ່ງກ່າວ, ຈັດຂຶ້ນເພື່ອ ສົ່ງເສີມການມີສ່ວນຮ່ວມ, ກຽດ ສັກສີ ແລະ ຄວາມສະເໝີພາບ ຂອງຄົນພິການໃນຮູບແບບການ ສ້າງພື້ນທີ່ທີ່ເປັນມິດ ເພື່ອໃຫ້ເກີດ ການພົບປະແລກປ່ຽນລະຫວ່າງ ໄວໜຸ່ມ, ອົງການຈັດຕັ້ງຄົນພິການ, ພາກສ່ວນເອກະຊົນ, ສະຖາບັນການ ສຶກສາ ແລະ ຄູ່ຮ່ວມງານເພື່ອການ ພັດທະນາ. ພາຍໃນງານໄດ້ຈັດໃຫ້ ມີກິດຈະກຳແບບມີສ່ວນຮ່ວມຢ່າງ ຫລາກຫລາຍເປັນຕົ້ນເກມທີ່ທຸກ ຄົນສາມາດຫລິ້ນນຳກັນໄດ້, ການ ອົບຮົມເຮັດເຄື່ອງປະດັບ, ຫ້ອງວາງ ສະແດງ ແລະ ໃຫ້ຄວາມຮູ້, ການ ແນະນຳການໃຊ້ພາສາມືຂັ້ນພື້ນ ຖານ, ການແລກປ່ຽນທາງດ້ານສິ ລະປະ ແລະ ໂອກາດໃຫ້ຜູ້ເຂົ້າຮ່ວມ ໄດ້ແລກປ່ຽນປະສົບການແລະພອນ ສະຫວັນຂອງຕົນ. ນອກຈາກນີ້, ງານດັ່ງກ່າວຍັງໄດ້ເນັ້ນໜັກເຖິງ ຄວາມສຳຄັນຂອງການເຂົ້າເຖິງ ຂໍ້ມູນຂ່າວສານດ້ານສຸຂະພາບຈະ ເລີນພັນ ແລະ ສຸຂະພາບທາງເພດ, ການປົກປ້ອງຈາກຄວາມຮຸນແຮງ ທາງເພດ, ການມີສ່ວນຮ່ວມໃນ ສັງຄົມ, ການສ້າງທັກສະ ແລະ ການມີສ່ວນຮ່ວມທີ່ມີຄວາມໝາຍ ຂອງຄົນພິການ. ໂອກາດນີ້, ທ່ານ ນາງ ສັນທະວີ ອຸດາວົງ ຕົວແທນຈາກສູນມືແຫ່ງ ຄວາມຫວັງ (Hands of Hope) ກ່າວວ່າ: ງານໃນຄັ້ງນີ້, ມີຄວາມສຳ ຄັນຫລາຍຍ້ອນມັນເຮັດໃຫ້ສັງຄົມ ເບິ່ງເຫັນພວກເຮົາບໍ່ສະເພາະແຕ່ ສະພາບຮ່າງກາຍເທົ່ານັ້ນ, ແຕ່ເຫັນ ເຖິງພອນສະຫວັນ, ຄວາມຄິດ ແລະ ຄວາມຝັນຂອງພວກເຮົາອີກດ້ວຍ. ການມີສ່ວນຮ່ວມໝາຍເຖິງການໄດ້ ຮັບໂອກາດທີ່ເທົ່າທຽມກັນໃນການ ເຂົ້າຮ່ວມ, ການຮຽນຮູ້, ການເຮັດ ວຽກ ແລະ ການປະກອບສ່ວນເຂົ້າ ໃນສັງຄົມ. ທ່ານ ບັກຕີຢໍ ຄາດີຮົບ ຜູ້ຕາງໜ້າ UNFPA ປະຈຳ ສປປ ລາວ ກ່າວ ວ່າ: ສຳລັບພວກເຮົາ, ການມີສ່ວນ ຮ່ວມໝາຍຄວາມວ່າທຸກໆຄົນສາ ມາດມີສ່ວນຮ່ວມໃນສັງຄົມໄດ້ຢ່າງ ເຕັມສ່ວນ, ທຸກຄົນ ສາມາດເຂົ້າເຖິງ ຂໍ້ມູນຂ່າວສານ, ຕັດສິນໃຈ, ຮຽນ ຮູ້, ເຮັດວຽກ, ປະກອບສ່ວນ ແລະ ດຳລົງຊີວິດຢູ່ຢ່າງປອດໄພ ແລະ ມີ ກຽດສັກສີ. ກິດຈະກຳໃນຄັ້ງນີ້, ໄດ້ ເຕືອນໃຫ້ພວກເຮົາຮູ້ວ່າທຸກຄົນລ້ວນ ແຕ່ມີພອນສະຫວັນ, ຄວາມມຸ່ງຫວັງ ແລະ ສິດທິ, ການມີສ່ວນຮ່ວມນັ້ນ ຈະເກີດຂຶ້ນຈິງໄດ້ກໍຕໍ່ເມື່ອສະຖາບັນ, ຊຸມຊົນ, ສະຖາບັນການສຶກສາ, ພາກສ່ວນເອກະຊົນ ແລະ ຄົນໜຸ່ມ ສາວຮ່ວມມືກັນ. ວ ຽ ກ ງ າ ນ ຂ ອ ງ ອົ ງ ກ າ ນ UNFPA ດ້ານການມີສ່ວນຮ່ວມ ຂອງຄົນພິການແມ່ນສ່ວນໜຶ່ງຂອງ ຄວາມມຸ່ງໝັ້ນທີ່ກວ້າງຂວາງ ເພື່ອ ຮັບປະກັນວ່າຈະບໍ່ມີໃຜຖືກປະປ່ອຍ ໄວ້ເບື້ອງຫລັງ ໂດຍສະເພາະແມ່ນ ແມ່ຍິງ, ເຍົາວະຊົນ ແລະ ໄວໜຸ່ມທີ່ ອາດຈະຜະເຊີນກັບອຸປະສັກຫລາຍ ຮູບແບບຍ້ອນຄວາມພິການ, ເພດ, ອາຍຸ, ຄວາມທຸກຍາກ, ຊົນເຜົ່າ ຫລື ພື້ນທີ່ທີ່ອາໄສຢູ່. UNFPA ຍັງຈະ ສືບຕໍ່ສະໜັບສະໜູນວິທີການທີ່ກວມ ລວມເຂົ້າໃນວຽກງານສຸຂະພາບ ຈະເລີນພັນ ແລະ ສິດທິທາງເພດ, ການປ້ອງກັນ ແລະ ການຕອບໂຕ້ ຕໍ່ຄວາມຮຸນແຮງບົນພື້ນຖານທາງ ເພດ, ການສ້າງຄວາມເຂັ້ມແຂງ ແລະ ທັກສະໃຫ້ແກ່ໄວໜຸ່ມລວມທັງ ການເຂົ້າເຖິງຂໍ້ມູນຂ່າວສານ ແລະ ການບໍລິການ. ໃນໂອກາດດຽວກັນ, ຍັງໄດ້ມີ ພິທີລົງນາມໃນບົດບັນທຶກຄວາມ ເຂົ້າໃຈ (MOU) ລະຫວ່າງອົງການ UNFPA ປະຈຳ ສປປ ລາວ ແລະ ມະຫາວິທະຍາໄລຄັນໄຊໄກໄດ (Kansai Gaidai University) ຊຶ່ງບົດບັນທຶກຄວາມເຂົ້າໃຈສະບັບ ນີ້, ຈະຊ່ວຍຮັດແໜ້ນຄວາມຮ່ວມມື ໃນດ້ານການມີສ່ວນຮ່ວມຂອງ ຄົນພິການ ແລະ ວຽກງານສັງຄົມ ສົງເຄາະ, ລວມທັງການແລກປ່ຽນ ຄວາມຮູ້, ການມີສ່ວນຮ່ວມຂອງນັກ ສຶກສາ, ວຽກງານອາສາສະໝັກ, ການຄົ້ນຄວ້າ, ການສ້າງຄວາມຕື່ນ ຕົວ ແລະ ການສະໜັບສະໜູນຂໍ້ລິ ເລີ່ມຕ່າງໆໃນຊຸມຊົນ. ຜ່ານການ ຮ່ວມມືນີ້, ອົງການ UNFPA ແລະ ມະຫາວິທະຍາໄລຄັນໄຊໄກໄດ ມີເປົ້າໝາຍທີ່ຈະນຳເອົາຊ່ຽວຊານ ທາງດ້ານວິຊາການ ແລະ ພະລັງ ຂອງຄົນໜຸ່ມສາວເຂົ້າມາໃກ້ຊິດ ກັບການປະຕິບັດງານຕົວຈິງຮ່ວມ ກັບຊຸມຊົນ ແລະ ອົງການຈັດຕັ້ງທີ່ ສະໜັບສະໜູນຄົນພິການ.
RkJQdWJsaXNoZXIy MTc3MTYxMQ==