4tcs]'dkoIj ;, ]ts;j k' lxx ]k; c]t lx 9u o ;j kfh ;p dkolh k'76j Ij ;,-k8kde ]k;{9u o muj g0A ,c0'|P;c|h o.om5 dltrk[dko0v'p5 d.\j ການຍົກສູງລະດັບທັກສະທາງດ້ານດີ ຈີຕອນ (Digital Literacy) ໃຫ້ແກ່ ພະນັກງານ-ລັດຖະກອນ ແລະ ປະຊາ ຊົນທົ່ວໄປ ເພື່ອຫລຸດຜ່ອນຄວາມແຕກ ໂຕນທາງດ້ານເຕັກໂນໂລຊີ (Digital Divide) ແລະ ກຽມຄວາມພ້ອມ ກ້າວເຂົ້າສູ່ສັງຄົມດີຈິຕອນຢ່າງເຕັມ ຮູບແບບ. ຝ່າຍຈີນ ຍິນດີຈະອີງຕາມ ຄວາມຕ້ອງການຂອງຝ່າຍລາວສືບຕໍ່ ສະໜັບສະໜູນຝ່າຍລາວໃນການຍົກ ສູງລະດັບການສຶກສາ ດ້ວຍຮູບແບບ ຊ່ວຍເຫລືອດ້ານພື້ນຖານໂຄງລ່າງ ແລະ ເຄື່ອງອຸປະກອນການຮຽນການ ສອນ, ສະໜັບສະໜູນຝ່າຍລາວເພີ່ມ ທະວີການປັບປຸງຫລັກສູນການຮຽນ ການສອນປະຖົມ ແລະ ມັດທະຍົມ. 25. ເພີ່ມທະວີການແລກປ່ຽນ ລະ ຫວ່າງ ອົງການຈັດຕັ້ງມະຫາຊົນ ກໍຄື ກໍາມະບານ, ແມ່ຍິງ, ຊາວໜຸ່ມ ແລະ ເມືອງແຮກສ່ຽວ. ຕັ້ງໜ້າຈັດຕັ້ງປະຕິ ບັດຜົນຂອງກອງປະຊຸມສຸດຍອດແມ່ ຍິງທົ່ວໂລກ, ຈັດໂຄງການທີ່ເປັນເອ ກະລັກຕ່າງໆ ເຊັ່ນ: ງານເທສະການ ມິດຕະພາບຊາຍແດນ ລາວ-ຈີນ, ກອງ ປະຊຸມສໍາມະນາການຫລຸດຜ່ອນຄວາມ ທຸກຍາກ ແລະ ການພັດທະນາຮ່ວມກັນ ລາວ-ຈີນ, ການສົນທະນາການຮ່ວມມື ເມືອງທີ່ຢູ່ລຽບຕາມເສັ້ນທາງລົດໄຟ ລາວ-ຈີນ ເປັນຕົ້ນ ໃຫ້ປະສົບຜົນສໍາ ເລັດ ແລະ ນໍາໃຊ້ຊັບພະຍາກອນທ້ອງ ຖິ່ນຢ່າງເຕັມຮູບແບບ ເຊັ່ນ: ໂຮງຮຽນ 67 ທີ່ເມືອງນານນິງ ເຂດປົກຄອງຕົນ ເອງຊົນເຜົ່າຈ້ວງກວາງຊີ, ສປຈີນ ເພື່ອ ເສີມສ້າງພື້ນຖານທາງສັງຄົມຂອງ ມິດຕະພາບອັນເປັນມູນເຊື້ອ ລາວ-ຈີນ ແລະ ຮັບປະກັນມິດຕະພາບ ລາວ-ຈີນ ຈະສືບທອດໃນແຕ່ລະຮຸ່ນຄົນ. 18. ເພີ່ມທະວີການຮ່ວມມືດ້ານ ການປົກປ້ອງສິ່ງແວດລ້ອມ. ລົງເລິກ ການສົນທະນານະໂຍບາຍ ແລະ ການ ແລກປ່ຽນດ້ານວິຊາການຂົງເຂດການ ຄຸ້ມຄອງສິ່ງແວດລ້ອມທາງອາກາດ ແລະ ນໍ້າ, ສົ່ງເສີມການແລກປ່ຽນ ຄວາມຮູ້ ແລະ ບົດຮຽນຕົວຈິງກ່ຽວກັບ ສິ່ງແວດລ້ອມ ແລະ ການພັດທະນາ ແບບຍືນຍົງ; ເພີ່ມທະວີການຮ່ວມມື ສາກົນໃນການແກ້ໄຂບັນຫາການປ່ຽນ ແປງສະພາບອາກາດ, ຮ່ວມມືຊຸກຍູ້ ການຈັດຕັ້ງປະຕິບັດສົນທິສັນຍາຂອບ ສະຫະປະຊາຊາດ ວ່າດ້ວຍການປ່ຽນ ແປງສະພາບອາກາດ ແລະ ຂໍ້ຕົກລົງ ປາຣີ ຢ່າງຮອບດ້ານ, ສົມດຸນ ແລະ ມີ ປະສິດທິພາບ ໂດຍສອດຄ່ອງກັບຫລັກ ການທີ່ມີຄວາມຍຸດຕິທຳ, ມີຄວາມ ຮັບຜິດຊອບຮ່ວມກັນ ແຕ່ແຕກຕ່າງ ກັນຕາມຄວາມສາມາດຂອງແຕ່ລະ ຝ່າຍ. ເພີ່ມທະວີການຮ່ວມມືຂົງເຂດ ຊັບພະຍາກອນນໍ້າ ໃນຂອບສອງຝ່າຍ ແລະ ກົນໄກການຮ່ວມມືແມ່ນໍ້າຂອງແມ່ນໍ້າລ້ານຊ້າງ, ລົງເລິກການຮ່ວມມື ຕົວຈິງໃນຂົງເຂດການວາງແຜນຊັບ ພະຍາກອນນໍ້າ, ການຄຸ້ມຄອງຊັບພະ ຍາກອນນໍ້າແບບປະສົມປະສານ, ການ ຄຸ້ມຄອງໄພພິບັດນໍ້າຖ້ວນແລະໄພແຫ້ງ ແລ້ງ, ການຕິດຕາມກວດກາດ້ານອຸທົກ ກະສາດ, ນໍ້າດື່ມທີ່ປອດໄພໃນຊົນນະ ບົດແລະການສ້າງຄວາມສາມາດ ເປັນ ຕົ້ນ ເພື່ອຮ່ວມກັນຍົກສູງລະດັບນໍາໃຊ້ ຊັບພະຍາກອນນໍ້າແບບປອດໄພ ແລະ ມີປະສິດທິຜົນສູງ. 19. ເພີ່ມທະວີການຮ່ວມມືຍຸດທະ ສາດໃນຂົງເຂດການບິນ ແລະ ອະວະ ກາດ, ສົ່ງເສີມການຊື້້-ຂາຍ ເຮືອບິນທີ່ ຜະລິດຢູ່ຈີນ ໃຫ້ແກ່ວິສາຫະກິດການ ບິນລາວ, ສະໜັບສະໜູນການຮ່ວມມື ແລະ ການຮ່ວມທຶນລະຫວ່າງ ວິສາຫະ ກິດຈີນແລະວິສາຫະກິດການບິນລາວ; ເພີ່ມທະວີການຮ່ວມມືໃນໂຄງການ ດາວທຽມສື່ສານ LAOSAT-1 ແລະ ໂຄງການຕໍ່ມາ ແລະ ເພີ່ມທະວີການ ຮ່ວມມືໃນຂົງເຂດຕ່າງໆ ເຊັ່ນ: ການ ເຊື່ອມໂຍງກັນຂອງການບິນ, ການອໍາ ນວຍຄວາມສະດວກດ້ານການຂົນສົ່ງ, ການຝຶກອົບຮົມບຸກຄະລາກອນວິຊາ ຊີບການບິນ, ການສ້າງຄວາມສາມາດ ຄວບຄຸມການບິນ ແລະ ອື່ນໆ. 20. ຝ່າຍລາວ ຕີລາຄາສູງຕໍ່ຝ່າຍ ຈີນ ທີ່ໄດ້ໃຫ້ການສະໜັບສະໜູນດ້ານ ທຶນຮອນໃຫ້ຝ່າຍລາວ ໃນການເປັນ ເຈົ້າພາບຈັດກອງປະຊຸມທົບທວນຄືນ ຮອບວຽນທີ 3 ຂອງສົນທິສັນຍາສາ ກົນວ່າດ້ວຍລະເບີດລູກຫວ່ານ ຄັ້ງທີ 3, ສອງຝ່າຍ ຈະສືບຕໍ່ເພີ່ມທະວີການ ຮ່ວມມືໃນການເກັບກູ້ລະເບີດທີ່ບໍ່ທັນ 15/06/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K *** ຕໍ່ຈາກສະບັບກ່ອນ *** ໍ່ ຈັ ບ່ ອ g,n v'mj krt[kf gzu pczj g-nj v,-b , goN v.odv'xt-5 ,.spj 7A 'mu XII 0v'ra d (ແຫລ່ງຂ່າວ: ໜັງສືພິມຈະປາໃໝ່)່່ັືິ່ ຜັນຂະຫຍາຍມະຕິັ ນິ ກອງປະຊຸມໃຫຍ່ ຸ ມ່ ຄັ້ງງີທີ ັ້ XII ຂອງພັກັກ ວັດພະບາດໂພນສັນ ເມືອງທ່າພະບາດ ແຂວງບໍລິຄຳໄຊ (ພາບປະກອບ)ັັື່ໍິ *** ອ່ານຕໍ່ສະບັບໜ້າ *** ່ າໍ່ ສັ ບ້ າ ແຕກ, ເພີ່ມທະວີແລກປ່ຽນບົດຮຽນ, ການຊ່ວຍເຫລືອອຸປະກອນ ແລະ ເຕັກ ນິກ, ການຊີ້ນໍາຕົວຈິງໃນການເກັບກູ້ ລະເບີດ ແລະ ອື່ນໆ. 21. ຮ່ວມກັນຮັກສາສະຖຽນລະ ພາບ ແລະ ການດໍາເນີນງານທີ່ຄ່ອງ ຕົວຂອງລະບົບຕ່ອງໂສ້ອຸດສາຫະກໍາ ແລະ ການສະໜອງທົ່ວໂລກ, ຄັດຄ້ານ ຢ່າງເດັດຂາດຕໍ່ການນໍາເອົາລະບົບ ຕ່ອງໂສ້ອຸດສາຫະກຳ ແລະ ການສະ ໜອງເປັນອາວຸດທາງດ້ານການເມືອງ. ສອງຝ່າຍ ຈະຈັດຕັ້ງປະຕິບັດສັນຍາ ຄູ່ຮ່ວມມືເສດຖະກິດຮອບດ້ານລະດັບ ພາກພື້ນ (RCEP) ດ້ວຍຄຸນນະພາບ ສູງ ແລະ ຮ່ວມກັນຈັດຕັ້ງປະຕິບັດຂໍ້ຕົກ ລົງ ທີ່ບໍ່ມີພາສີ ສໍາລັບຜະລິດຕະພັນ ຂອງ ສປປ ລາວ 100% ທີ່ສົ່ງອອກ ໄປ ສປ ຈີນ. ສອງຝ່າຍ ຍິນດີຕໍ່ການລົງ ນາມຢ່າງເປັນທາງການຂອງອະນຸສັນ ຍາວ່າດ້ວຍການຍົກລະດັບເຂດການ ຄ້າເສລີ ອາຊຽນ-ຈີນ 3.0 ແລະ ຈະ ຮ່ວມກັນສົ່ງເສີມການມີຜົນບັງຄັບໃຊ້ ຂອງສັນຍາດັ່ງກ່າວໂດຍໄວ; ຈັດຕັ້ງ ປະຕິບັດຂໍ້ລິເລີ່ມຂອບການຮ່ວມມື ດ້ານເສດຖະກິດ ແລະ ການຄ້າສາກົນ ກ່ຽວກັບເສດຖະກິດດີຈິຕອນ ທີ່ສອງ ຝ່າຍໄດ້ເຂົ້າຮ່ວມນຳກັນ, ການພັດທະ ນາສີຂຽວ ແລະ ຂໍ້ລິເລີ່ມການຮ່ວມມື ດ້ານເສດຖະກິດ ແລະ ການຄ້າສາກົນ ກ່ຽວກັບແຮ່ທາດສີຂຽວ, ຮ່ວມມືກັນ ຊຸກຍູ້ການຮ່ວມມືດ້ານການຄ້າ ແລະ ການລົງທຶນໃນຂົງເຂດເສດຖະກິດດີຈິ ຕອນ, ການພັດທະນາສີຂຽວ ແລະ ແຮ່ ທາດສີຂຽວແລະ ສົ່ງເສີມການຫັນເປັນ ສີຂຽວດີຈິຕອນ ແລະ ການພັດທະນາ ແບບຍືນຍົງໃນຂົງເຂດເຫລົ່ານີ້. 22. ຮ່ວມກັນສົ່ງເສີມໂລກາພິວັດ ທາງເສດຖະກິດທີ່ກວມລວມ ແລະ ຄັດ ຄ້ານມາດຕະການຂວໍ້າບາດທາງເສດ ຖະກິດຝ່າຍດຽວທີ່ບໍ່ໄດ້ຮັບອະນຸຍາດ ຈາກສະພາຄວາມໝັ້ນຄົງສະຫະປະຊາ ຊາດ ແລະ ບໍ່ມີພື້ນຖານໃນກົດໝາຍສາ ກົນ. ຍຶດໝັ້ນລະບົບການຄ້າຫລາຍຝ່າຍ ທີ່ມີອົງການການຄ້າໂລກ (WTO) ເປັນແກນກາງ ແລະ ອີງໃສ່ກົດລະບຽບ ເປັນພື້ນຖານ. ເພີ່ມທະວີການຮ່ວມມື ໃນຂອບ WTO, ສະໜັບສະໜູນການ ປະຕິຮູບ WTO, ຊຸກຍູ້ໃຫ້ WTO ມີ ບົດບາດໃຫ້ຫລາຍຂຶ້ນໃນການຄຸ້ມຄອງ ເສດຖະກິດໂລກ. ເນັ້ນເຖິງຄວາມສໍາ ຄັນຂອງກົນໄກແກ້ໄຂຂໍ້ຂັດແຍງຂອງ WTO ແລະ ການແກ້ໄຂຂໍ້ຂັດແຍງ ດ້ວຍກົນໄກການອຸທອນຊົ່ວຄາວແບບ ຫລາຍຝ່າຍ (MPIA), ຝ່າຍລາວຈະ ພິຈາລະນາຢ່າງຕັ້ງໜ້າໃນການເຂົ້າ ຮ່ວມ MPIA. ສອງຝ່າຍສະແດງ ຄວາມຊົມເຊີຍຕໍ່ອະນຸສັນຍາສະຫະ ປະຊາຊາດ ວ່າດ້ວຍເອກະສານສິນຄ້າ ທີ່ສາມາດໂອນໄດ້ ແລະ ຮັບຮູ້ຢ່າງເລິກ ເຊິ່ງເຖິງບົດບາດສຳຄັນຂອງສົນທິ ສັນຍາສະບັບນີ້ ໃນການສົ່ງເສີມການ ຂົນສົ່ງຂ້າມຊາຍແດນປະເພດຕ່າງໆ ແລະ ການຄ້າທາງບົກສາກົນ ໂດຍສະ ເພາະແມ່ນບົດບາດສຳຄັນໃນການ ຂະຫຍາຍທ່າແຮງຂອງເສັ້ນທາງລົດ ໄຟ ລາວ-ຈີນ, ສົ່ງເສີມຄວາມຈະເລີນ ຮຸ່ງເຮືອງ ແລະ ການພັດທະນາການ ຄ້າທາງບົກສອງຝ່າຍ. ສອງຝ່າຍ ຈະ ຮ່ວມກັນຊຸກຍູ້ສົນທິສັນຍາສະບັບດັ່ງ ກ່າວ ໃຫ້ມີຜົນບັງຄັບໃຊ້ໃນໄວໆນີ້ ຊຶ່ງຈະປະກອບສ່ວນເຂົ້າໃນຄວາມຈະ ເລີນຮຸ່ງເຮືອງທາງການຄ້າ ແລະ ການ ພັດທະນາເສດຖະກິດໃນທົ່ວໂລກ. ຊຸກຍູ້ການໄປມາຫາສູ່ກັນຂອງປະ ຸູູ້່ັ ຊາຊົນ ແລະ ການແລກປ່ຽນວັດທະົ່ັ ນະທໍາ ຢ່າງມີຄວາມຖີ່ສູງ.ໍ າ່ າີ ຄີ່ ສູງ 23. ເພີ່ມທະວີການແລກປ່ຽນ ລະ ຫວ່າງ ຄະນະໂຄສະນາອົບຮົມ ຂອງ ສອງພັກ ແລະ ນໍາພາສື່ມວນຊົນຂອງ ທັງສອງປະເທດ ລາຍງານເພີ່ມເຕີມ ເລື່ອງລາວກ່ຽວກັບ ມິດຕະພາບ ແລະ ການຕໍ່ສູ້ຮ່ວມກັນຂອງປະຊາຊົນສອງ ຊາດ. ເພີ່ມທະວີການຮ່ວມມື ແລະ ການແລກປ່ຽນໃນຂົງເຂດຂ່າວ, ຮູບ ເງົາ ແລະ ໂທລະພາບ, ການພິມເຜີຍ ແຜ່ລະຫວ່າງສອງປະເທດ, ສະໜັບສະ ໜູນສື່ມວນຊົນຂອງທັງສອງປະເທດ ຈັດຕັ້ງປະຕິບັດບົດບັນທຶກຄວາມເຂົ້າ ໃຈທີ່ກ່ຽວຂ້ອງ, ເລັ່ງການຈັດຕັ້ງປະຕິ ບັດໂຄງການແປ ແລະ ຈັດພິມເຜີຍແຜ່ ຜົນງານທີ່ມີຄຸນຄ່າຂອງສອງຝ່າຍ, ເສີມສ້າງພື້ນຖານມິດຕະພາບຂອງປະ ຊາຊົນສອງປະເທດ. ດໍາເນີນການຮ່ວມ ມືພາຍໃນຂອບຂອງຂໍ້ລິເລີ່ມ ວ່າດ້ວຍ ອາລິຍະທຳທົ່ວໂລກ ເພື່ອສົ່ງເສີມການ ແລກປ່ຽນທາງວິຊາການ, ວັດທະນະ ທໍາ ແລະ ຮຽນຮູ້ເຊິ່ງກັນ ແລະ ກັນ. 24. ສ້າງໂຄງການ “ພັນ ແລະ ໝື່ນ” ສໍາລັບການຮ່ວມມືດ້ານຊັບພະ ຍາກອນມະນຸດ ລະຫວ່າງ ລາວ-ຈີນ. ຝ່າຍຈີນ ຈະຝຶກອົບຮົມບຸກຄະລາກອນ ຄຸ້ມຄອງບໍລິຫານ, ວິຊາຊີບ ແລະ ວິຊາ ການ ຈຳນວນ 3.000 ຄົນ ແລະ ເລິ່ມ ແຕ່ປີ 2028 ເປັນຕົ້ນໄປ ໃຫ້ບັນລຸໄດ້ ນັກສຶກສາລາວໄປຮຽນຢູ່ ສປ ຈີນ ຈໍາ ນວນ 10.000 ຄົນ; ຂະຫຍາຍການ ຮ່ວມມືໃນຂົງເຂດການສຶກສາຊັ້ນສູງ, ການສຶກສາວິຊາຊີບ, ການສຶກສາພາ ສາ, ການສຶກສາດີຈິຕອນ ແລະ ປັນຍາ ປະດິດ ແລະ ສ້າງຕັ້ງສູນຝຶກອົບຮົມ ວິຊາຊີບ; ຝ່າຍຈີນ ຈະສືບຕໍ່ອໍານວຍ ທຶນການສຶກສາໃຫ້ນັກຮຽນດີເດັ່ນ ລາວ ທີ່ມາຮຽນຢູ່ຈີນ, ບຳລຸງບຸກຄະ ລາກອນທີ່ມີຄຸນນະພາບສູງໃນຂົງເຂດ ການຮ່ວມມືທີ່ສໍາຄັນລະຫວ່າງສອງ ປະເທດ; ສອງຝ່າຍ ຈະຮ່ວມມືກັນໃນ ຂປລ. ເມື່ອມໍ່ໆມານີ້, ເມືອງທ່າ ພະບາດ ແຂວງບໍລິຄຳໄຊ ໄດ້ຈັດ ພິທີເຜີຍແຜ່ເຊື່ອມຊຶມເນື້ອໃນກອງ ປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ເນື້ອໃນກອງປະຊຸມໃຫຍ່ຂອງ ອົງຄະນະພັກ ແຂວງບໍລິຄຳໄຊ ຄັ້ງທີ VIII ໂດຍການເປັນປະທານ ຂອງ ທ່ານ ອຸດອນ ສອນສຸລິນ ກຳມະການພັກແຂວງ ເລຂາຄະນະ ບໍລິຫານງານພັກເມືອງ ທ່າພະ ບາດ, ມີບັນດາຫ້ອງການອ້ອມຂ້າງ ເມືອງເຂົ້າຮ່ວມ. ການເຜີຍແຜ່ເຊື່ອມຊຶມເນື້ອໃນ ຂອງສອງກອງປະຊຸມໃຫຍ່ຄັ້ງນີ້, ເພື່ອແນໃສ່ສ້າງຄວາມຮັບຮູ້ເຂົ້າໃຈ ເລິກເຊິ່ງ ຕໍ່ເນື້ອໃນຈິດໃຈສຳຄັນ ຂອງແນວທາງການເມືອງ ແລະ ແນວທາງການຈັດຕັ້ງທີ່ໄດ້ກຳນົດ ອອກໃນມະຕິກອງປະຊຸມໃຫຍ່, ກຳແໜ້ນເນື້ອໃນທີ່ຈະໄດ້ນຳພາຊີ້ນຳ, ຜັນຂະຫຍາຍໃຫ້ແກ່ການ ຈັດຕັ້ງປະຕິບັດຕົວຈິງ, ສ້າງໃຫ້ໄດ້ ແຜນດຳເນີນງານ, ແຜນປະຕິບັດ ຈັດຕັ້ງປະຕິບັດໃຫ້ຖືກຕ້ອງແທດ ເໝາະ ແລະມີຄວາມເປັນເອກະພາບ ສູງໄປລວງດຽວກັນ. ແນວໃດກໍດີ, ກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ປະຊາຊົນປະຕິວັດລາວໄດ້ຮັບຮອງ ເອົາໂຄງການການເມືອງຂອງພັກ ທີ່ຊີ້ທາງເດີນໃຫ້ພັກ ແລະ ປວງຊົນ ລາວບັນດາເຜົ່າ ສືບຕໍ່ບູລະນະລະ ບອບ ປະຊາທິປະໄຕ ປະຊາຊົນ ຊຶ່ງເປັນລະບອບການເມືອງ ທີ່ໄດ້ ມາຈາກປະຊາຊົນ ໂດຍປະຊາຊົນ ເພື່ອປະຊາຊົນ, ການບູລະນະລະ ບອບປະຊາທິປະໄຕປະຊາຊົນ ກ້າວ ຂຶ້ນສູ່ສັງຄົມນິຍົມ ຄື: ພັດທະນາ ເສດຖະກິດຕະຫລາດຕາມທິດສັງ ຄົມນິຍົມໃຫ້ເປັນລະບົບທັນສະໄໝ, ຫັນເປັນອຸດສາຫະກຳ, ຫັນເປັນ ທັນສະໄໝ, ຫັນເປັນດີຈິຕອນ, ການ ປົກປັກຮັກສາ ແລະ ຟື້ນຟູສິ່ງແວດ ລ້ອມ, ຮັບມືກັບການປ່ຽນແປງ ດິນຟ້າອາກາດ, ພັດທະນາວັດທະ ນະທໍາ-ສັງຄົມ, ປະຕິບັດຢ່າງສະ ເໝີຕົ້ນສະເໝີປາຍ ແນວທາງປົກ ປັກຮັກສາ ແລະ ເສີມຂະຫຍາຍມູນ ເຊື້ອວັດທະນະທຳ ແລະ ຮີດຄອງ ປະເພນີອັນດີງາມຂອງຊາດ, ພັດ ທະນາຄົນລາວຢ່າງຮອບດ້ານ, ຕອບສະໜອງໄດ້ຄວາມຮຽກຮ້ອງ ຕ້ອງການຂອງການພັດທະນາປະ ເທດຊາດ ໃນໄລຍະໃໝ່, ສ້າງເຫງົ້າ ພະລັງປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບທົ່ວປວງຊົນຮອບ ດ້ານ ທີ່ມີຄວາມໜັກແໜ້ນ, ເຂັ້ມ ແຂງ ແລະ ມີແບບແຜນທັນສະໄໝ, ຍຶດໝັ້ນແນວທາງການຕ່າງປະເທດ ຂອງພັກ, ສ້າງເງື່ອນໄຂອຳນວຍ ໃຫ້ແກ່ພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ, ສ້າງ ພັກໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນຮັບປະກັນການກຳອຳ ນາດຂອງພັກໃຫ້ມີຄວາມໝັ້ນຄົງ, ສ້າງລັດປະຊາທິປະໄຕ ປະຊາຊົນ ສືບຕໍ່ສ້າງພື້ນຖານໃນການພັດທະ ນາ, ສູ້ຊົນເປັນປະເທດທີ່ມີລາຍຮັບ ປານກາງ ແລະ ຄ່ອຍໆຫຍັບເຂົ້າ ສູ່ການມີລາຍຮັບປານກາງ ສູງ ໃນລະດັບໜຶ່ງ, ຮັບປະກັນສະຖຽນ ລະພາບດ້ານການເມືອງຢ່າງໜັກ ແໜ້ນ, ສັງຄົມມີຄວາມສະຫງົບ, ມີຄວາມສາມັກຄີເປັນປຶກແຜ່ນໃນ ທົ່ວປວງຊົນ, ໄດ້ຮັບການປົກປັກ ຮັກສາໄວ້ໄດ້ຢ່າງໝັ້ນຄົງ. ງານລະອຽດຂອງແຕ່ລະຂະແໜງ ການ, ມີກົນໄກລະບອບແບບແຜນ,
RkJQdWJsaXNoZXIy MTc3MTYxMQ==