gru j ,mt;u 7;k,lk,a d7u gxa oxb dczj o0v'x;'-q o]k;ma '-kfK @ 0j k; c]t gsfdko j 15/06/2026 xtgmf]k; ປະທານປະເທດ ຢ້ຽມຢາມ...້ ສານອວຍພອນ... ສານສະແດງຄວາມເສົ້າ...ົ້ ນາຍົກລັດຖະມົນຕີ...ົັົີ ເລຂາທິການໃຫຍ່...ິ່ ສານສະແດງຄວາມເຫັນໃຈ...ັ sq ;|h k vvxl 8h voIa [7totz6h cmo ,tsk;y mtpkw]lh k'76 d;k'-u lx 9u o ຂປລ . ອາທິດຜ່ານມານີ້, ທ່ານ ນາງ ລີວົງ ລາວລີ ຫົວໜ້າ ອົງການໄອຍະການປະຊາຊົນສູງ ສຸດ (ອອປສ) ໄດ້ຕ້ອນຮັບຄະນະ ຜູ້ແທນຈາກມະຫາວິທະຍາໄລ ສ້າງຄູກວາງຊີ ສປ ຈີນ ນຳໂດຍ ທ່ານ ກົວຈ້ຽນຜິງ ຄະນະບໍດີຄະນະ ກົດໝາຍ, ມະຫາວິທະຍາໄລສ້າງ ຄູກວາງຊີ ສປ ຈີນ ໃນໂອກາດ ເດີນທາງມາຢ້ຽມຢາມ ແລະ ເຮັດ ວຽກຢູ່ ສປປ ລາວ. ໂອກາດນີ້, ທ່ານ ນາງ ລີວົງ ລາວລີ ໄດ້ສະແດງຄວາມຍິນດີ ຕ້ອນຮັບ ແລະ ຕີລາຄາສູງຕໍ່ທ່ານ ກົວຈ້ຽນຜິງ ທີ່ໄດ້ນຳພາຄະນະ ເດີນທາງມາຢ້ຽມຢາມ ແລະ ເຮັດ ວຽກຢູ່ ສປປ ລາວ ໃນຄັ້ງນີ້ ຊຶ່ງ ເປັນຂີດໝາຍທີ່ສຳຄັນໃນການຫັນ ເອົາການພົວພັນຮ່ວມມືແບບຄູ່ຮ່ວມ ຊາຕາກຳ ລາວ-ຈີນ ເຂົ້າມາສູ່ການ ປະຕິບັດຕົວຈິງໃນຂົງເຂດການພັດ ທະນາຊັບພະຍາກອນມະນຸດ ແລະ ວິຊາການດ້ານກົດໝາຍ, ພ້ອມທັງ ສະແດງຄວາມເຊື່ອໝັ້ນຢ່າງໜັກ ແໜ້ນວ່າໝາກຜົນຂອງການພົບປະ ໃນຄັ້ງນີ້, ຈະເປັນແຮງຊຸກດັນອັນ ສຳຄັນໃນການຮັດແໜ້ນສາຍພົວ ພັນມິດທະພາບ ແລະ ການເປັນຄູ່ ຮ່ວມຊາຕາກຳ ລາວ-ຈີນ ໃຫ້ນັບ ມື້ແຕກດອກອອກຜົນ ແລະ ຍືນ ຍົງຕະຫລອດໄປ. ພ້ອມນີ້, ທ່ານ ນາງ ລີວົງ ລາວລີ ຍັງໄດ້ຕີລາຄາ ສູງຕໍ່ໝາກຜົນແຫ່ງການຮ່ວມມື ສອງຝ່າຍລະຫວ່າງອົງການໄອ ຍະການປະຊາຊົນສູງສຸດ ແລະ ມະ ຫາວິທະຍາໄລສ້າງຄູກວາງຊີ ຕະ ຫລອດໄລຍະ 11 ປີ ທີ່ຜ່ານມາ ຊຶ່ງ ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນ ຮູບປະທຳ ແລະ ຍາດໄດ້ຜົນສຳເລັດ ຢ່າງຈົບງາມ. ໝາກຜົນທີ່ກ່າວມາ ນັ້ນ, ບໍ່ພຽງແຕ່ສະແດງເຖິງຕົວເລກ ຂອງຄວາມສຳເລັດເທົ່ານັ້ນ, ແຕ່ຍັງ ເປັນສິ່ງຢືນຢັນເຖິງຄວາມເປັນນ້ຳ ໜຶ່ງໃຈດຽວ ແລະ ຄວາມມຸ່ງໝັ້ນ ອັນແຮງກ້າຂອງພວກເຮົາໃນການ ຮ່ວມກັນພັດທະນາລະບົບຍຸຕິທຳ ໃຫ້ມີຄວາມເຂັ້ມແຂງ, ສັກສິດ ແລະ ທັນສະໄໝຂຶ້ນໄປເລື້ອຍໆ. ພ້ອມ ນີ້, ທ່ານ ຫົວໜ້າ ອອປສ ຍັງໄດ້ ສະແດງຄວາມຂອບໃຈຕໍ່ມະຫາ ວິທະຍາໄລສ້າງຄູກວາງຊີ ທີ່ໄດ້ ໃຫ້ການສະໜັບສະໜູນຊ່ວຍເຫລືອ ສ້າງຊັບພະຍາກອນມະນຸດໃຫ້ແກ່ ສປປ ລາວ ມາໂດຍຕະຫລອດ. ພ້ອມທັງອວຍພອນໃຫ້ສາຍພົວພັນ ມິດຕະພາບ, ຄວາມສາມັກຄີຖານ ຄູ່ຮ່ວມຊາຕາກຳ ແລະ ການຮ່ວມມື ຮອບດ້ານລະຫວ່າງສອງພັກ, ສອງ ຂປລ. ພິທີປະກາດສ້າງຕັ້ງຕາ ແສງຕາເວັນລອຍເມກ ເມືອງດາກ ຈຶງ ແຂວງເຊກອງ ຈັດຂຶ້ນໃນເມື່ອບໍ່ ດົນມານີ້ ຢູ່ບ້ານຊຽງຫລວງ ເມືອງ ດາກຈຶງ ແຂວງເຊກອງ ໂດຍໃຫ້ ກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະ ບໍລິຫານງານສູນກາງພັກ, ປະທານ ປະເທດ ແຫ່ງ ສປປ ລາວ, ທ່ານ ເພັດ ພົມພີພັກ ກຳມະການກົມການເມືອງ ສູນກາງພັກ, ຄະນະເລຂາທິການ ສູນກາງພັກ, ຫົວໜ້າຫ້ອງວ່າການ ສູນກາງພັກ, ທ່ານ ບຸນຫລາຍ ບຸດທິ ກຳມະການສູນກາງພັກ, ເລຂາຄະ ນະບໍລິຫານງານພັກແຂວງ, ປະ ທານສະພາປະຊາຊົນແຂວງເຊ ກອງ ພ້ອມດ້ວຍບັນດາອົງການຈັດ ຕັ້ງທີ່ກ່ຽວຂ້ອງຂັ້ນສູນກາງ, ຂັ້ນ ແຂວງ, ຂັ້ນເມືອງ ແລະ ປະຊາຊົນ ເຂົ້າຮ່ວມ. ທ່ານ ບຸນຫລາຍ ບຸດທິ ໄດ້ລາຍ ງານກ່ຽວກັບສະພາບການພັດທະ ນາເສດຖະກິດ-ສັງຄົມຂອງແຂວງ ລວມເຖິງການຄົ້ນຄວ້າສ້າງຕັ້ງຕາ ແສງຢູ່ພາຍໃນແຂວງເຊກອງ ແລະ ການກະກຽມປະກາດສ້າງຕັ້ງຕາ ແສງ ຊຶ່ງອົງການປົກຄອງແຂວງ ເຊກອງ ມີ 16 ຕາແສງ (ເມືອງ ລະ 4 ຕາແສງ), ປັດຈຸບັນໄດ້ປະ ກາດການສ້າງຕັ້ງແລ້ວ 15 ຕາ ແສງ. ສໍາລັບຕາແສງຕາເວັນອອກ ລອຍເມກ ແມ່ນໄດ້ປ່ຽນຊື່ຈາກຕາ ແສງຊຽງຫລວງ ເພື່ອໃຫ້ມີຄວາມ ໝາຍສອດຄ່ອງທາງດ້ານຈຸດພິເສດ ທີ່ຕັ້ງພູມສັນຖານ ແລະ ຄວາມໝາຍ ທາງການເມືອງ ຈຶ່ງປ່ຽນມາເປັນ ຕາແສງຕາເວັນອອກລອຍເມກ ຊຶ່ງແມ່ນ 1 ໃນ 4 ຕາແສງ ຂອງ ເມືອງດາກຈຶງ ທີ່ມີສຳນັກງານອົງ ການປົກຄອງຕັ້ງຢູ່ບ້ານຊຽງຫລວງ (ຫ້ອງການຈຸດສຸມເກົ່າ), ແຄມ ເສັ້ນທາງຫລວງເລກທີ 16B ຫ່າງ ຈາກເທສະບານເມືອງດາກຈຶງ ລົງ ຫາແຂວງເຊກອງ 38 ກິໂລແມັດ, ມີເນື້ອທີ່ທັງໝົດ 43.766,36 ເຮັກຕາ, ກວມເອົາ 13 ບ້ານ, ມີ ພົນລະເມືອງທັງໝົດ 5.905 ຄົນ, ຍິງ 3.123 ຄົນ, ມີ 1.002 ຄົວ ເຮືອນ, ມີ 1.368 ຄອບຄົວ, ມີ 969 ຫລັງຄາ, ສະເລ່ຍຄວາມໜາແໜ້ນ ຂອງພົນລະເມືອງ 14 ຄົນ/ກິໂລ ຕາແມັດ, ປະຊາຊົນຫລາຍກວ່າ 88% ແມ່ນເຮັດການຜະລິດກະສິ ກໍາເປັນອາຊີບຕົ້ນຕໍ; 11% ແມ່ນ ເຮັດອາຊີບຄ້າຂາຍ ແລະ ອີກ 1% ມີອາຊີບເປັນພະນັກງານ. ຕໍ່ກັບການຂະໜານນາມຊື່ເອີ້ນ ຂອງອົງການປົກຄອງຕາແສງຕາ ເວັນອອກລອຍເມກ ທີ່ປ່ຽນຈາກ ອົງການປົກຄອງຕາແສງຊຽງ ຫລວງນັ້ນ, ແມ່ນທ່ານ ທອງລຸນ ສີສຸລິດ ໄດ້ຂະໜານນາມ ແລະ ຕັ້ງຊື່ ອົງການປົກຄອງຕາແສງຕາເວັນ ອອກລອຍເມກ ໃຫ້ມີຄວາມໝາຍ ຄວາມສຳຄັນທີ່ເລິກເຊິ່ງທັງໃນ ແງ່ຂອງພູມສາດ, ການເມືອງ, ການພັດທະນາເສດຖະກິດ-ສັງຄົມ ແລະ ເປັນສັນຍະລັກແຫ່ງຄວາມ ຫວັງ ພາຍໃຕ້ວິໄສທັດຂອງການນຳ ພັກ-ລັດ. ຈາກນັ້ນ, ໃນພິທີກໍໄດ້ຜ່ານຂໍ້ ຕົກລົງຂອງຄະນະກຳມະການປົກ ຄອງແຂວງວ່າດ້ວຍອະນຸມັດສ້າງ ຕັ້ງຕາແສງຕາເວັນອອກລອຍເມກ, ມິດຕະພາບອັນເປັນມູນເຊື້ອທີ່ມີມາ ແຕ່ດົນນານລະຫວ່າງສອງຊາດ ລາວ-ກຳປູເຈຍ ໄດ້ຮັບການເພີ່ມພູນ ຄູນສ້າງ ແລະ ເຕີບໃຫຍ່ຂະຫຍາຍ ຕົວຢ່າງບໍ່ຢຸດຢັ້ງ. ຄວາມໄວ້ເນື້ອ ເຊື່ອໃຈທາງດ້ານການເມືອງໄດ້ຮັບ ການຮັດແໜ້ນໃຫ້ສູງຂຶ້ນກວ່າເກົ່າ ໂດຍສະເພາະພາຍຫລັງການຍົກ ລະດັບສາຍພົວພັນຂຶ້ນເປັນ “ຄູ່ຮ່ວມ ຍຸດທະສາດແບບຮອບດ້ານ ແລະ ໝັ້ນຄົງຍາວນານ” ໃນປີ 2019 ຊຶ່ງ ໄດ້ກາຍເປັນເຂັມຊີ້ທິດເຍືອງທາງ ໃຫ້ແກ່ການຮ່ວມມືໃນທຸກຂະແໜງ ການນັບແຕ່ລະດັບສູນກາງ ຈົນ ຮອດທ້ອງຖິ່ນໃຫ້ມີປະສິດທິຜົນ ແລະ ເປັນຮູບປະທຳຢ່າງແທ້ຈິງ. ເພື່ອຫວນຄືນເຖິງໃນໄລຍະການ ຕໍ່ສູ້ກູ້ຊາດໃນອະດີດ ກໍຄື ໄລຍະການ ປົກປັກຮັກສາ ແລະ ສ້າງສາປະເທດ ຊາດໃນປັດຈຸບັນ, ສອງຊາດພວກ ເຮົາໄດ້ຮ່ວມສຸກຮ່ວມທຸກ ແລະ ຊ່ວຍ ເຫລືອເຊິ່ງກັນ ແລະ ກັນມາໂດຍຕະ ຫລອດ. ລັດຖະບານ ແລະ ປະຊາຊົນ ລາວຍາມໃດກໍຖືສຳຄັນ ແລະ ຖະນຸ ລະຫວ່າງປະຊາຊົນສອງຊາດ ລາວ-ໄທ ໃຫ້ມີຄວາມແໜ້ນແຟ້ນ ຍິ່ງໆຂຶ້ນ. ການສິ້ນພະຊົນຂອງ ສົມເດັດພະເຈົ້າລູກເທີ ເຈົ້າຟ້າພັດ ຊະຣະກິຕິຍາພາ ບໍ່ພຽງແຕ່ເປັນການ ສູນເສຍອັນຍິ່ງໃຫຍ່ ແລະ ນຳເອົາ ຄວາມໂສກເສົ້າເສຍດາຍຢ່າງສຸດ ຊຶ້ງມາສູ່ພະບາດສົມເດັດ, ພະບໍລົມ ວົງສານຸວົງ ແລະ ປວງຊົນຊາວໄທ ທັງຊາດ ເທົ່ານັ້ນ, ແຕ່ຍັງເປັນການ ສູນເສຍຍາດມິດທີ່ໃກ້ຊິດຂອງປະ ຊາຊົນລາວ ອີກດ້ວຍ. ໃນເວລາອັນໂສກເສົ້ານີ້, ຕາງ ໜ້າປະຊາຊົນລາວ ແລະ ໃນນາມ ສ່ວນຕົວ, ຂ້າພະເຈົ້າຂໍສະແດງ ຄວາມໄວ້ອາໄລຢ່າງສຸດຊຶ້ງ ແລະ ແບ່ງເບົາຄວາມທຸກໂສກມາຍັງພະ ບາດສົມເດັດ ແລະ ພະບໍລົມວົງສາ ນຸວົງທຸກພະອົງ ພ້ອມດ້ວຍປະຊາຊົນ ຊາວໄທ ທຸກຖ້ວນໜ້າ. ຂໍໃຫ້ດວງວິນຍານຂອງສົມເດັດ ພະເຈົ້າລູກເທີ ເຈົ້າຟ້າພັດຊະຣະກິ ຕິຍາພາ ນະເຣນທິຣາເທບພະຍະ ວະດີ ກົມມະຫລວງຣາຊະສາຣິນີສິ ຂ້າພະເຈົ້າເຊື່ອໝັ້ນວ່າພາຍໃຕ້ ການນໍາພາ ແລະ ຄວາມພະຍາຍາມ ຢ່າງເຕັມທີ່ຂອງລັດຖະບານຟິລິບ ປິນ, ປະຊາຊົນຟິລິບປິນ ຈະສາມາດ ຜ່ານຜ່າຄວາມຫຍຸ້ງຍາກ ແລະ ຟື້ນຟູ ເຂດທີ່ໄດ້ຮັບຜົນກະທົບຈາກໄພພິບັດ ໃນຄັ້ງນີ້ ໃຫ້ກັບຄືນສູ່ສະພາບປົກ ກະຕິໂດຍໄວ. ວ່າ ໂສມເປັນພືດທີ່ມີຊັບພະຄຸນທາງ ຢາຫລາຍຢ່າງເປັນຕົ້ນບຳລຸງຮ່າງ ກາຍ, ຊ່ວຍບຳລຸງຫົວໃຈ, ຊ່ວຍ ປ້ອງກັນພະຍາດຫົວໃຈຂາດເລືອດ, ຊ່ວຍບຳລຸງຜິວພັນ, ແກ້ອາການ ອິດເມື່ອຍ, ອ່ອນເພຍບໍ່ມີແຮງ, ນອນບໍ່ຫລັບ ແລະ ອື່ນໆ ຊຶ່ງເມື່ອ ກ່ອນ, ປະຊາຊົນຍັງບໍ່ທັນຮູ້ຜົນ ປະໂຫຍດຂອງໂສມເທົ່າທີ່ຄວນ ແລະ ສ່ວນໃຫຍ່ກໍຮູ້ຈັກກັນດີພຽງ ແຕ່ນໍາມາບອງເຫລົ້າ ແລະ ຕົ້ມນໍ້າ ເພື່ອດື່ມເທົ່ານັ້ນ. ໂຮງງານໂສມເຄ ເຫິບແມ່ນໄດ້ຮັບການນໍາພາ-ຊີ້ນໍາ ຢ່າງໃກ້ຊິດຂອງຄະນະພັກ, ຄະນະ ນໍາທັງສູນກາງ ແລະ ຂັ້ນແຂວງ ເພື່ອສ້າງເງື່ອນໄຂໃຫ້ກາຍເປັນ ພືດເສດຖະກິດ, ສ້າງໃຫ້ປະຊາຊົນ ມີລາຍຮັບ ໂດຍສະເພາະໃນຂັ້ນ ເມືອງ ກໍໄດ້ສ້າງໃຫ້ມີ 1 ເມືອງ 1 ຜະລິດຕະພັນ. ສະນັ້ນ, ດ້ວຍ ຄວາມມັກບວກກັບຄວາມຮູ້ ແລະ ແນວຄິດລິເລີ່ມຈຶ່ງສົນໃຈໃນການ ຄົ້ນຄິດ, ປະດິດ ແລະ ປຸງແຕ່ງເປັນ ຜະລິດຕະພັນສ່ວນຕົວທີ່ຢາກປຸງ ແຕ່ງວັດຖຸດິບ (ໂສມ) ໃຫ້ກາຍເປັນ ຜະລິດຕະພັນທີ່ຫລາກຫລາຍ ແລະ ໃຫ້ກາຍເປັນສິນຄ້າທີ່ເປັນເອກະລັກ ຂອງແຂວງເຊກອງ ຈຶ່ງໄດ້ສ້າງ ໂຮງງານໂສມເຄເຫິບ ຂຶ້ນມາໃນ ປີ 2021 ເຮັດແບບຄອບຄົວ, ມີ ພະນັກງານທັງໝົດ 6 ທ່ານ, ຍິງ 3 ທ່ານ, ເບື້ອງຕົ້ນທາງໂຮງງານມີ 3 ຜະລິດຕະພັນ ຄື: ເຫລົ້າບອງໂສມ, ກວານໂສມ ແລະ ຊາໂສມ, ເມື່ອເຫັນ ວ່າລູກຄ້າມີຄວາມຕ້ອງການບວກ ກັບຢາກຂະຫຍາຍຜະລິດຕະພັນໃຫ້ ຫລາຍຂຶ້ນຈຶ່ງໄດ້ຄິດຄົ້ນປຸງແຕ່ງ ແລະ ຜະລິດ, ມາຮອດປັດຈຸບັນມີ ທັງໝົດ 8 ຜະລິດຕະພັນເປັນຕົ້ນ ແຫ່ງ ສປປ ລາວ ໄດ້ຂຶ້ນກ່າວປາໄສ ໂດຍໄດ້ສະແດງໃຫ້ເຫັນທັດສະນະ ຂອງ ສປປ ລາວ ຕໍ່ກັບບັນຫາທີ່ ພົ້ນເດັ່ນ ແລະ ເປັນສິ່ງທ້າທາຍໃນ ປັດຈຸບັນ ເພື່ອແລກປ່ຽນກັບຜູ້ນໍາ ຈາກບັນດາປະເທດໃນພາກພື້ນ ອາຊີ ແລະ ອົງການຈັດຕັ້ງສາກົນ ຜ່ານມະຕິຕົກລົງຂອງຄະນະປະຈໍາ ພັກແຂວງ ວ່າດ້ວຍການອະນຸມັດ ສ້າງຕັ້ງອົງຄະນະພັກຮາກຖານ ຕາແສງຕາເວັນອອກລອຍເມກ ຂຶ້ນ ກັບອົງຄະນະພັກເມືອງດາກຈຶງ, ຂໍ້ຕົກລົງຂອງຄະນະກຳມະການ ປົກຄອງເມືອງວ່າດ້ວຍແຕ່ງຕັ້ງ ປະທານ-ຮອງປະທານຄະນະກຳມະ ການຕາແສງ ໂດຍແຕ່ງຕັ້ງທ່ານ ຄໍາສົງ ສອນທະວີສັກ ເປັນປະທານ, ທ່ານ ພັຕ ວົງໄຊ ແກ້ວເກສາ, ທ່ານ ພອນສະໄໝ ເຂັມມະລາດ ເປັນ ຮອງປະທານຄະນະກຳມະການ ປົກຄອງຕາແສງ. ພ້ອມນັ້ນ, ກໍໄດ້ ສ້າງຕັ້ງອົງຄະນະພັກຮາກຖານ, ບົ່ງຕົວແຕ່ງຕັ້ງຄະນະບໍລິຫານງານ ອົງຄະນະພັກຮາກຖານ ແລະ ຫົວ ໜ້າໜ່ວຍງານຂຶ້ນກັບຄະນະກຳມະ ການປົກຄອງຕາແສງຕາເວັນອອກ ລອຍເມກ. ໂອກາດນີ້, ທ່ານ ທອງລຸນ ສີສຸລິດ ກໍໄດ້ໃຫ້ກຽດໂອ້ລົມຫລາຍ ບັນຫາ ເພື່ອເປັນທິດທາງໃນການ ສ້າງເງື່ອນໄຂຕ່າງໆໃຫ້ແກ່ການ ພັດທະນາຕາແສງກາຍເປັນເຂດ ປົກຄອງທີ່ສາມາດຕອບສະໜອງໄດ້ ທາງດ້ານການຄ້າ, ການບໍລິການ ແລະ ກາຍເປັນຕົວເມືອງໃໝ່ໃນອະ ນາຄົດ. ຈາກນັ້ນ, ກໍໃຫ້ກຽດຂຶ້ນ ຕັດແຖບຜ້າ ແລະ ລັ່ນຄ້ອງ 9 ບາດ ເພື່ອເປັນສີລິມຸງຄຸນ. ພ້ອມນັ້ນ, ຍັງ ໄດ້ຮ່ວມກິດຈະກຳປູກຕົ້ນໄມ້ຢູ່ທີ່ຕາ ແສງຕາເວັນອອກລອຍເມກ ຕື່ມອີກ. ຂ່າວ-ພາບ: ພຸດທະສອນ ເຫລົ້າບອງໂສມ, ເຫລົ້າບອງໂສມ ຂີງດໍາ, ເຫລົ້າບອງໂສມລິນຈື, ຊາ ໂສມແກ້ວ (ໂສມອົບແຫ້ງ), ໂສມ ບອງນໍ້າເຜິ້ງ ແລະ ເຂົ້າໜົມຕຸກກີ້ ໂສມ ໂດຍອີງໃສ່ກຳລັງແຮງ ແລະ ວັດຖຸດິບ, ແຫລ່ງທຶນທີ່ມີໃນປັດ ຈຸບັນບໍ່ສະຖຽນ, ທາງໂຮງງານ ຈຶ່ງໄດ້ເລືອກຜະລິດແປຮູບໂສມ ບາງປະເພດ ເພື່ອຈໍາໜ່າຍຕາມຕະ ຫລາດທີ່ຕ້ອງການເທົ່ານັ້ນ, ສ່ວນ ແຫລ່ງວັດຖຸດິບທີ່ນໍາມາປ້ອນໂຮງ ງານແມ່ນໄດ້ຈາກການເກັບຊື້ນໍາ ປະຊາຊົນເຂດເມືອງດາກຈຶງ (ໂດຍ ບໍ່ໄດ້ມີພັນທະສັນຍາຮ່ວມກັນເທື່ອ ເພາະອີງໃສ່ການຕົກລົງຊື້-ຂາຍ ຕາມລາຄາຕະຫລາດໃນແຕ່ລະໄລ ຍະ), ຕະຫລາດຈຳໜ່າຍຜະລິດຕະ ພັນຂອງໂຮງງານແມ່ນຈໍາໜ່າຍ ໃນຕະຫລາດພາຍໃນປະເທດ ຊຶ່ງ ສ່ວນໃຫຍ່ແມ່ນໄດ້ຮັບຄວາມນິຍົມ ເປັນຜະລິດຕະພັນກະຕ່າເປັນຂອງ ຕ້ອນຂອງຝາກໃຫ້ແກ່ແຂກພາຍໃນ ແລະ ຕ່າງປະເທດ ທີ່ມາຢ້ຽມຢາມ ແຂວງເຊກອງ ແລະ ມາຮອດດຽວ ນີ້, ຜະລິດຕະພັນໂສມຈາກໂຮງງານ ເຄເຫິບແມ່ນຖືກຮັບຮອງເປັນສິນ ຄ້າໂອດັອບຂອງແຂວງຢ່າງເປັນ ທາງການ ຊຶ່ງປັດຈຸບັນໂຮງງານໄດ້ ຮັບການສະໜັບສະໜູນ, ຊ່ວຍເຫລືອ ຈາກພາກລັດ ກໍຄື ຂະແໜງການ ກ່ຽວຂ້ອງຊ່ວຍຊຸກຍູ້ສົ່ງເສີມ ແລະ ພັດທະນາຜະລິດຕະພັນຂອງໂຮງ ງານໃຫ້ດີຂຶ້ນເທື່ອລະກ້າວ. ໂອກາດນີ້, ທ່ານ ທອງລຸນ ສີສຸລິດ ໄດ້ຍ້ອງຍໍຊົມເຊີຍໂຮງງານ ໂສມເຄເຫິບ ແລະ ທຸກພາກສ່ວນ ກ່ຽວຂ້ອງທີ່ໄດ້ຄົ້ນຄິດປະດິດສ້າງ ຫັນເອົາຜົນລະປູກທ້ອງຖິ່ນມາແປ ຮູບເປັນຜະລິດຕະພັນສິນຄ້າໃຫ້ມີ ຄຸນນະພາບສູງ, ພ້ອມທັງຮຽກຮ້ອງ ໃຫ້ຜູ້ຮັບຜິດຊອບ ກໍຄື ເຈົ້າຂອງ ໂຮງງານສືບຕໍ່ເອົາໃຈໃສ່ພັດທະນາ ຜະລິດຕະພັນຂອງຕົນໃຫ້ເຕີບໃຫຍ່ ກວ້າງຂວາງຂຶ້ນເລື້ອຍໆ, ປະສານ ສົມທົບກັບພາກສ່ວນກ່ຽວຂ້ອງ ຊອກຫາແຫລ່ງທຶນມາຊຸກຍູ້ເສີມ ສ້າງໃຫ້ຜະລິດຕະພັນໄດ້ຂະຫຍາຍ ຕົວ ແລະ ໄດ້ຈໍາໜ່າຍອອກສູ່ຕະ ຫລາດຕ່າງປະເທດ. ຂ່າວ: ອັດສະວິນ ຖະໜອມມິດຕະພາບອັນໃກ້ຊິດນີ້ ແລະ ພ້ອມແລ້ວທີ່ຈະຮ່ວມກັບຝ່າຍ ກຳປູເຈຍ ໃນການຈັດຕັ້ງສະເຫລີມ ສະຫລອງວັນປະຫວັດສາດດັ່ງກ່າວ ໃຫ້ມີບັນຍາກາດຟົດຟື້ນ ແລະ ມີ ຄວາມໝາຍເລິກເຊິ່ງ ເພື່ອສືບຕໍ່ຊຸກຍູ້ ການຮ່ວມມືສອງຝ່າຍໃຫ້ກ້າວຂຶ້ນ ສູ່ລະດັບໃໝ່ ທີ່ສະຫວ່າງສະໄຫວ ແລະ ຍືນຍົງກວ່າເກົ່າ. ເນື່ອງໃນໂອກາດອັນສະຫງ່າ ລາສີນີ້, ຂ້າພະເຈົ້າຂໍສະແດງຄວາມ ຮູ້ບຸນຄຸນ ແລະ ຂອບໃຈຢ່າງຈິງໃຈ ມາຍັງລັດຖະບານ ແລະ ປະຊາຊົນ ກຳປູເຈຍ ທີ່ໄດ້ໃຫ້ການສະໜັບສະ ໜູນ ແລະ ຊ່ວຍເຫລືອອັນລ້ຳຄ່າ ແກ່ ສປປ ລາວ ມາໂດຍຕະຫລອດ. ຂ້າພະເຈົ້າເຊື່ອໝັ້ນວ່າດ້ວຍຄວາມ ມຸ່ງໝັ້ນຮ່ວມກັນ, ສາຍພົວພັນທີ່ເປັນ ມູນເຊື້ອມາແຕ່ບູຮານນະການ ແລະ ການເປັນຄູ່ຮ່ວມມືຍຸດທະສາດແບບ ຮອບດ້ານຈະໝັ້ນຄົງຂະນົງແກ່ນ ຕະຫລອດໄປ, ຂ້າພະເຈົ້າມີຄວາມ ປາຖະໜາຢ່າງແຮງກ້າທີ່ຈະໄດ້ ຖະຫວາຍການຕ້ອນຮັບສົມເດັດ ພ້ອມດ້ວຍຄະນະສະເດັດຢ້ຽມຢາມ ລັດຖະກິດ ສປປ ລາວ ໃນເວລາອັນ ໃກ້ທີ່ຈະມາເຖິງນີ້. ຂໍສົ່ງພະພອນໄຊອັນປະເສີດແດ່ ພະບາດສົມເດັດ ຈົ່ງມີພະລານະ ໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນພາລະກິດອັນ ສູງສົ່ງຂອງພະອົງ. ໃນວັນດຽວກັນ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກໍໄດ້ສົ່ງສານອວຍ ພອນເຖິງສົມເດັດ ມະຫາ ບໍວໍທິບໍດີ ຮຸນມາແນດ ນາຍົກລັດຖະມົນຕີ ແຫ່ງ ລາຊະອານາຈັກກໍາປູເຈຍ ແລະ ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນ ຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ສົ່ງສານອວຍພອນ ເຖິງທ່ານປລາກ ໂຊຄົນຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີກະຊວງ ການຕ່າງປະເທດແລະຮ່ວມມືສາກົນ ແຫ່ງ ລາຊະອານາຈັກກໍາປູເຈຍ ເນື່ອງໃນໂອກາດວັນສ້າງຕັ້ງສາຍ ພົວພັນການທູດ ລາວ-ກຳປູເຈຍ ຄົບຮອບ 70 ປີ ເຊັ່ນດຽວກັນ. ຣິພັດ ມະຫາວັດຊະຣະຣາຊະທິດາ ຈົ່ງໄປສູ່ສຸຄະຕິດ້ວຍເຖີດ. ຕ່າງໆ. ໃນນັ້ນ, ໄດ້ຍົກໃຫ້ເຫັນສະ ພາບການພາກພື້ນ ແລະ ສາກົນ ທີ່ ຕິດພັນກັບບັນຫາສັນຕິພາບ ແລະ ຄວາມໝັ້ນຄົງ ໂດຍສັງເຂບລວມທັງ ຜົນກະທົບຕໍ່ເສດຖະກິດໂລກ ແລະ ການພັດທະນາເສດຖະກິດ-ສັງຄົມ ຂອງບັນດາປະເທດໃນພາກພື້ນອາຊີ ກໍຄື ທົ່ວໂລກ. ພ້ອມກັນນີ້, ຍັງໄດ້ ສະເໜີທັດສະນະຕໍ່ການສົ່ງເສີມການ ຮ່ວມມືເຊິ່ງກັນ ແລະ ກັນ ລະຫວ່າງ ບັນດາປະເທດ ກໍຄື ປະຊາຄົມໂລກ ໂດຍສະເພາະໃນພາກພື້ນອາຊີ- ປາຊີຟິກ ເພື່ອຮັບມືກັບສິ່ງທ້າທາຍ ຕ່າງໆ ທີ່ກໍາລັງຜະເຊີນໜ້າຢູ່ໃນ ປັດຈຸບັນ. ນອກຈາກນີ້, ທ່ານນາຍົກ ລັດຖະມົນຕີ ຍັງໄດ້ສະເໜີກ່ຽວກັບ ວິໄສທັດ, ຍຸດທະສາດ ແລະ ທັດສະ ນະ, ຈຸດຢືນຂອງ ສປປ ລາວ ຕໍ່ບັນ ຫາສິ່ງທ້າທາຍຕ່າງໆໃນປັດຈຸບັນ ກໍຄື ການປະຕິບັດນະໂຍບາຍການ ຕ່າງປະເທດ ແລະ ແຜນພັດທະ ນາເສດຖະກິດ-ສັງຄົມ ຄັ້ງທີ X (2026-2030) ລວມທັງການ ສົ່ງເສີມການພັດທະນາສີຂຽວ, ຍືນ ຍົງ ແລະ ໄລຍະຂ້າມຜ່ານຂອງການ ຫລຸດພົ້ນອອກຈາກສະຖານະພາບ ປະເທດດ້ອຍພັດທະນາ. ໃນກອງປະຊຸມຄັ້ງນີ້, ທ່ານນາ ຍົກລັດຖະມົນຕີແຫ່ງ ສປປລາວຍັງ ໄດ້ມີການສົນທະນາແລກປ່ຽນຄໍາ ຄິດຄໍາເຫັນ ແລະ ໃຫ້ສຳພາດພິເສດ ຕໍ່ສໍານັກຂ່າວນິກເກອິ ກ່ຽວກັບ ການຮັບມືກັບບັນດາຜົນກະທົບຈາກ ບັນຫາກໍາລັງເຄັ່ງຮ້ອນທີ່ຕິດພັນກັບ ສະພາບການພັດທະນາເສດຖະກິດສັງຄົມ ຂອງພາກພື້ນ ກໍຄື ສປປ ລາວ ເພື່ອເປັນແນວທາງໃນການ ສືບຕໍ່ຊຸກຍູ້ການຮ່ວມມືລະຫວ່າງ ສປປ ລາວ ແລະ ບັນດາປະເທດໃນ ພາກພື້ນບົນພື້ນຖານຕ່າງຝ່າຍຕ່າງ ໄດ້ຮັບຜົນປະໂຫຍດ ແນໃສ່ຮັກສາ ພາກພື້ນອາຊີ ໃຫ້ມີສັນຕິພາບ, ສະ ຖຽນລະພາບ ແລະ ການພັດທະນາ ທີ່ເຕີບໂຕຢ່າງຕໍ່ເນື່ອງ ແລະ ໝັ້ນ ທ່ຽງໃນອະນາຄົດ. ລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ ໂດຍສະເພາະ ລະຫວ່າງ ອົງການໄອຍະການປະຊາຊົນສູງ ສຸດ ແຫ່ງ ສປປ ລາວ ກັບ ມະຫາ ວິທະຍາໄລສ້າງຄູກວາງຊີ ຈົ່ງໝັ້ນ ຄົງຂະໜົງແກ່ນຊົ່ວກາລະນານ. ທ່ານ ກົວຈ້ຽນຜິງ ກໍໄດ້ສະແດງ ຄວາມຂອບໃຈມາຍັງທ່ານ ນາງ ລີວົງ ລາວລີ ທີ່ໃຫ້ການຕ້ອນຮັບ ຢ່າງອົບອຸ່ນ, ພ້ອມທັງຕີລາຄາ ສູງ ແລະ ຍົກໃຫ້ເຫັນຜົນສຳເລັດ ຂອງການພົວພັນຮ່ວມມືໃນດ້ານ ຕ່າງໆລະຫວ່າງມະຫາວິທະຍາໄລ ສ້າງຄູກວາງຊີ ແລະ ອົງການໄອ ຍະການປະຊາຊົນສູງສຸດ ໃນໄລຍະ ຜ່ານມາ ຊຶ່ງມີຜົນສຳເລັດຢ່າງເປັນ ຮູບປະທຳໃນຫລາຍດ້ານ. ພ້ອມນີ້, ທ່ານຍັງໄດ້ສະແດງຄວາມຊົມເຊີຍ ທ່ານ ນາງ ລີວົງ ລາວລີ ທີ່ໄດ້ຮັບ ເລືອກຕັ້ງໃຫ້ມາເປັນຫົວໜ້າ ອອປສ ຄົນໃໝ່ ແລະ ໄດ້ສະແດງຄວາມ ເຊື່ອໝັ້ນວ່າພາຍໃຕ້ການນໍາພາ ຂອງທ່ານ ແລະ ການສະໜັບສະໜູນ ຈາກຄະນະນໍາຊຸດໃໝ່ ຈະເຮັດໃຫ້ ອອປສ ແຫ່ງ ສປປ ລາວ ເຕີບໃຫຍ່ ຂະຫຍາຍຕົວ, ໝັ້ນຄົງທະໜົງແກ່ນ ແລະ ກວ້າງຂວາງຂຶ້ນຕື່ມຢ່າງ ແນ່ນອນ. ໃນໂອກາດດຽວກັນນີ້, ຄະນະ ຜູ້ແທນ ສປ ຈີນ ຍັງໄດ້ຮ່ວມລົງນາມ ຕໍ່ອາຍຸສັນຍາ MOU ຮ່ວມກັບ ຄະນະນຳ ອອປສ ໂດຍການຮ່ວມ ລົງນາມລະຫວ່າງທ່ານ ບຸນມາ ດວງມາລາສິນ ຫົວໜ້າກົມຈັດຕັ້ງ ອອປສ ແລະ ທ່ານ ກົວຈ້ຽນຜິງ ຄະນະບໍດີຄະນະກົດໝາຍ, ມະຫາ ວິທະຍາໄລສ້າງຄູກວາງຊີ ສປ ຈີນ ໂດຍມີພາກສ່ວນກ່ຽວຂ້ອງສອງ ຝ່າຍເຂົ້າຮ່ວມເປັນສັກຂີພິຍານ. ຂ່າວ-ພາບ: ທະນູທອງ
RkJQdWJsaXNoZXIy MTc3MTYxMQ==