15/06/2026 xtgmf]k; 4 *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ gsfdko c]t dkora fa mtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ຂປລ. ສະຖານທູດຍີ່ປຸ່ນ ປະຈໍາ ສປປ ລາວ ຈັດພິທີຕ້ອນຮັບອາສາ ສະໝັກຍີ່ປຸ່ນ ຊຸດໃໝ່ ຈໍານວນ 7 ທ່ານ ມາປະຕິບັດໜ້າທີ່ຢູ່ສປປ ລາວ ໃນວັນທີ 9 ມິຖຸນາ 2026 ໂດຍມີ ທ່ານ ໂຄອິຊຶມິ ຊຶໂຕະມຸ ເອກອັກຄະ ຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ, ທ່ານ ຈັນທະລີ ຈັນສົມແພງ ຮອງ ຫົວໜ້າກົມຮ່ວມມືສາກົນ ແລະ ການ ເງິນ ກະຊວງການເງິນ, ທ່ານ ນາງ ໂຢຊິມຸລະ ຢູກິ ຮອງຫົວໜ້າອົງການ ໄຈກາ ປະຈໍາລາວ, ຜູ້ຕາງໜ້າຈາກ ກະຊວງ ແລະ ກົມກອງ ທີ່ກ່ຽວຂ້ອງ ເຂົ້າຮ່ວມ. ໃນອາສາສະໝັກ 7 ທ່ານ, ມີ 2 ທ່ານ ຈະປະຈໍາການຢູ່ ນະຄອນຫລວງວຽງຈັນ ແລະ ອີກ 5 ທ່ານ ຈະໄປປະຈໍາການທີ່ແຂວງ ຫລວງພະບາງ, ຊຽງຂວາງ ແລະ ແຂວງສະຫວັນນະເຂດ. ໃນພິທີດັ່ງກ່າວ, ທ່ານ ໂຄອິຊຶມິ ຊຶໂຕະມຸ ໄດ້ກ່າວໄວ້ວ່າ: ປັດຈຸບັນ, ຈໍານວນອາສາສະໝັກຍີ່ປຸ່ນ ທີ່ກໍາ ລັງປະຕິບັດໜ້າທີ່ໃນປະເທດລາວ ມີທັງໝົດ 46 ທ່ານ, ພວກເຮົາ ຮູ້ສຶກດີໃຈທີ່ບັນດາອາສາສະໝັກ ໄດ້ປະກອບສ່ວນສືບຕໍ່ປະຕິບັດ ວຽກງານຢ່າງຫ້າວຫັນທີ່ປະເທດ ລາວ ຊຶ່ງແມ່ນໜຶ່ງໃນປະເທດທໍາ ອິດທີ່ຍີ່ປຸ່ນສົ່ງອາສາສະໝັກມາ ປະຕິບັດໜ້າທີ່. ພ້ອມນີ້, ທ່ານທູດ ຍັງໄດ້ສະແດງຄວາມຂອບໃຈມາ ຍັງລັດຖະບານລາວຕໍ່ການສະໜັບ ສະໜູນວຽກງານດັ່ງກ່າວຕະຫລອດ ມາ ແລະ ລັດຖະບານລາວ ກໍໄດ້ຕີ ລາຄາສູງຕໍ່ການປະກອບສ່ວນ ແລະ ເອົາໃຈໃສ່ໃນການປະຕິບັດໜ້າທີ່ ວຽກງານຂອງບັນດາອາສາສະໝັກ. ໃນພິທີຕ້ອນຮັບຄັ້ງນີ້, ບັນດາ ອາສາສະໝັກກໍໄດ້ມີໂອກາດພົບປະ ແລະ ໂອ້ລົມກັບຕົວແທນອົງກອນ ທີ່ຮັບເອົາອາສາສະໝັກ ແລະ ເພື່ອ ຮ່ວມງານຈາກກະຊວງ ເພື່ອທໍາ ຄວາມລຶ້ງເຄີຍ, ຮູ້ຈັກ ແລະ ທໍາ ຄວາມເຂົ້າໃຈເຊິ່ງກັນ ແລະ ກັນ. ມອບ-ຮັບໜ້າທີ່...ັ້ີ່ ສ້າງຄວາມເຂັ້ມແຂງ...້ັ້ ຮອງນາຍົກລັດຖະມົນຕີ...ົັົີ ຂປລ. ໃນວັນທີ 12 ມິຖຸນາ 2026 ທີ່ນະຄອນຫລວງ ເນປີດໍ, ສສ ມຽນມາ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະ ເທດ ແຫ່ງ ສປປ ລາວ ພ້ອມດ້ວຍ ຄະນະໄດ້ເຂົ້າຢ້ຽມຂໍ່ານັບທ່ານ ມິນ ອອງ ລາຍ ປະທານາທິບໍດີ ແຫ່ງ ສາທາລະນະລັດ ສະຫະພາບມຽນ ມາ ໃນໂອກາດເດີນທາງຢ້ຽມຢາມ ສສ ມຽນມາ ຢ່າງເປັນທາງການ ໃນວັນທີ 12-13 ມິຖຸນາ 2026. ໃນໂອກາດນີ້,ທ່ານທອງສະຫວັນ ພົມວິຫານ ໄດ້ນໍາເອົາຄວາມຢື້ຢາມ ຖາມຂ່າວອັນອົບອຸ່ນຈາກທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ເຖິງທ່ານ ມິນ ອອງ ລາຍ ປະທານາທິບໍດີ ແຫ່ງ ສສ ມຽນມາ ແລະ ຄະນະລັດຖະບານ ຕະຫລອດເຖິງປະຊາຊົນຊາວມຽນ ມາ ທຸກຖ້ວນໜ້າ ແລະ ສະແດງ ຄວາມຂອບໃຈເປັນຢ່າງສູງຕໍ່ການ ຕ້ອນຮັບອັນອົບອຸ່ນ, ພ້ອມທັງໄດ້ ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດ ອັນຈົບງາມຂອງການເລືອກຕັ້ງ ທົ່ວໄປຢູ່ ສສ ມຽນມາ ໃນໄລຍະ ຜ່ານມາ ແລະ ໄດ້ສະແດງຄວາມ ຊົມເຊີຍທ່ານ ມິນ ອອງ ລາຍ ທີ່ ໄດ້ຮັບການເລືອກຕັ້ງໃຫ້ດໍາລົງຕໍາ ແໜ່ງເປັນປະທານາທິບໍດີ ແຫ່ງ ສສ ມຽນມາ ໃນວັນທີ 10 ເມສາ 2026 ຜ່ານມາ. ພ້ອມກັນນີ້, ທ່ານ ທອງສະຫວັນ ພົມວິຫານ ຍັງໄດ້ ແຈ້ງໃຫ້ຊາບຈຸດປະສົງຂອງການ ມາຢ້ຽມຢາມທາງການ ສສ ມຽນ ມາ ໃນຄັ້ງນີ້ ລວມທັງຜົນຂອງການ ພົບປະກັບລັດຖະມົນຕີກະຊວງການ ຕ່າງປະເທດ ແຫ່ງ ສສ ມຽນມາ. ສອງຝ່າຍໄດ້ຕີລາຄາສູງຕໍ່ຜົນ ຂປລ. ພິທີເຊັນສັນຍາການ ຮ່ວມມືໂຄງການຂະຫຍາຍເຄືອ ຂ່າຍສັນຍານໂທລະຄົມມະນາຄົມ ຕາມເສັ້ນທາງລົດໄຟ ລາວ-ຈີນ ລະ ຫວ່າງບໍລິສັດລາວໂທລະຄົມມະ ນາຄົມມະຫາຊົນ ແລະ ບໍລິສັດ ທາງລົດໄຟ ລາວ-ຈີນ ຈໍາກັດ ຈັດຂຶ້ນໃນອາທິດຜ່ານມາ ໂດຍ ການຮ່ວມລົງນາມລະຫວ່າງທ່ານ ລັດຖະປັນ ຍາຂຽວວົງພະຈັນ ຮອງ ຜູ້ອຳນວຍການໃຫຍ່ບໍລິສັດລາວ ໂທລະຄົມມະນາຄົມມະຫາຊົນ ແລະ ທ່ານ ຄາງ ເທນິວ ຮອງຜູ້ອຳ ນວຍການໃຫຍ່ບໍລິສັດທາງລົດໄຟ ລາວ-ຈີນ ຈຳກັດ ໂດຍມີພາກສ່ວນ ກ່ຽວຂ້ອງສອງຝ່າຍເຂົ້າຮ່ວມເປັນ ສັກຂີພິຍານ. ການຮ່ວມມືໃນຄັ້ງນີ້, ເພື່ອປັບ ປຸງການບໍລິການຂໍ້ມູນຂ່າວສານ ແລະ ການສື່ສານໂດຍລວມຕາມ ເສັ້ນທາງລົດໄຟ ລາວ-ຈີນ ນະຄອນ ຫລວງວຽງຈັນ-ຫລວງພະບາງ, ມີ ຄວາມຍາວທັງໝົດ 224ກິໂລແມັດ, ບົນພື້ນຖານການຍຶດຖືຫລັກການ ສົ່ງເສີມຈຸດເດັ່ນຂອງແຕ່ລະຝ່າຍ, ສ້າງພັນທະມິດທີ່ເຂັ້ມແຂງ, ຮ່ວມ ກັນສ້າງສັນນະວັດຕະກຳ ແລະ ພັດ ທະນາຮ່ວມກັນ, ທັງສອງຝ່າຍໄດ້ ຕົກລົງສ້າງສາຍພົວພັນຮ່ວມມືທາງ ດ້ານຍຸດທະສາດ ຊຶ່ງບໍລິສັດທາງ ລົດໄຟ ລາວ-ຈີນ ຈໍາກັດ ຍິນດີໃຫ້ ໂດຍການເປັນປະທານຂອງທ່ານ ສົມຫວັງ ພິມມະວົງ ຫົວໜ້າກົມ ປ່າໄມ້ ກະຊວງກະສິກຳ ແລະ ສິ່ງ ແວດລ້ອມ, ມີຮອງຫົວໜ້າຕາງໜ້າ ອົງການຮ່ວມມືສາກົນຍີ່ປຸ່ນ ປະຈຳ ລາວ, ຫົວໜ້າໂຄງການປົກປັກ ຮັກສາ ແລະ ນໍາໃຊ້ລະບົບນິເວດ ປ່າໄມ້ ແລະ ຊີວະນາໆພັນແບບຍືນ ຍົງ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ທ່ານ ສົມຫວັງ ພິມມະວົງ ໄດ້ ກ່າວວ່າ: ກຸ່ມວຽກງານຂະແໜງ ການຍ່ອຍປ່າໄມ້ ແມ່ນກົນໄກ ແລະ ເວທີອັນສຳຄັນພາຍໃຕ້ການຊີ້ນຳ ຂອງກຸ່ມວຽກງານຂະແໜງການ ກະສິກຳ ແລະ ພັດທະນາຊົນນະບົດ (SWG-ARD) ຊຶ່ງເຮັດໜ້າທີ່ ເປັນເວທີຫລັກໃນການປຶກສາຫາ ລືດ້ານນະໂຍບາຍ, ແລກປ່ຽນຂໍ້ ມູນຂ່າວສານ ແລະ ສ້າງຄວາມ ກົມກຽວໃນການປະສານງານລະ ຫວ່າງພາກລັດຖະບານ, ຄູ່ຮ່ວມ ພັດທະນາ, ພາກເອກະຊົນ ແລະ ອົງການຈັດຕັ້ງທາງສັງຄົມ ເພື່ອ ຫລີກເວັ້ນການເຮັດວຽກທີ່ຊ້ຳຊ້ອນ ແລະ ເສີມຂະຫຍາຍການຮ່ວມມືໃນ ຂະແໜງປ່າໄມ້ໃຫ້ມີປະສິດທິພາບ ສູງສຸດ. ກອງປະຊຸມຄັ້ງນີ້, ຈັດຂຶ້ນ ເພື່ອຕິດຕາມ, ປະເມີນຜົນ ແລະ ລາຍງານຄວາມຄືບໜ້າຂອງບັນດາ ກິດຈະກຳ ແລະ ນະໂຍບາຍປ່າໄມ້ ກຳມະການສູນກາງພັກ, ຫົວໜ້າ ຫ້ອງວ່າການສະພາແຫ່ງຊາດ, ບັນ ດາຮອງປະທານກຳມາທິການພາຍ ໃນສະພາແຫ່ງຊາດ, ຄະນະຫ້ອງວ່າ ການສະພາແຫ່ງຊາດ, ພະນັກງານລັດຖະກອນທີ່ຂຶ້ນກັບຫ້ອງວ່າການ ສະພາແຫ່ງຊາດ ແລະ ແຂກຖືກ ເຊີນຈາກຫ້ອງວ່າການສູນກາງພັກ, ຫ້ອງວ່າການສຳນັກງານປະທານ ປະເທດ ແລະ ຫ້ອງວ່າການສຳນັກ ງານນາຍົກລັດຖະມົນຕີ ເຂົ້າຮ່ວມ. ໃນພິທີ, ຕາງໜ້າຈາກກົມເລຂາ ນຸການ, ກົມສື່ມວນຊົນ, ກົມກວດ ກາ, ກົມບໍລິຫານ ແລະ ຫ້ອງການ ຄຸ້ມຄອງຫໍສະພາແຫ່ງຊາດ ໄດ້ ລາຍງານສະຫລຸບວຽກງານໂດຍ ຫຍໍ້ຂອງກົມທີ່ຂຶ້ນກັບຄະນະເລຂາ ທິການສະພາແຫ່ງຊາດ (ຫ້ອງວ່າ ການສະພາແຫ່ງຊາດ ໃນປັດຈຸບັນ) ໃນຕະຫລອດໄລຍະ 5 ປີຜ່ານມາ. ຈາກນັ້ນ, ກໍໄດ້ມີການເຊັນບົດບັນ ທຶກການມອບ-ຮັບໜ້າທີ່ລະຫວ່າງ ຫົວໜ້າກົມຜູ້ເກົ່າ ແລະ ຫົວໜ້າ ກົມ, ຮັກສາການຫົວໜ້າກົມຜູ້ໃໝ່ ປະກອບມີ: ກົມຈັດຕັ້ງແມ່ນລະ ຫວ່າງທ່ານ ແສງແກ້ວ ວົງນະລາດ ແລະ ທ່ານ ສະເຫລີມໄຊ ນາມບຸດ; ກົມເລຂານຸການ ລະຫວ່າງ ທ່ານ ຄຳສະໄໝ ສຳມາວົງ ແລະ ທ່ານ vklklt\a dpuj x5j o -5 f.\j 7 mj ko ln [8xt8y [a f|h kmuj 16j lxx ]k; + ບໍລິສັດລາວໂທລະຄົມມະນາຄົມ ມະຫາຊົນເຊົ່າຊັບພະຍາກອນພື້ນ ຖານໂຄງລ່າງໂທລະຄົມມະນາຄົມ ເປັນຕົ້ນສະຖານີຮັບ-ສົ່ງສັນຍານມື ຖື, ສາຍໄຍແກ້ວ (Fiber Optic) ແລະ ອຸປະກອນທີ່ກ່ຽວຂ້ອງ ເພື່ອ ສະໜັບສະໜູນບໍລິສັດລາວໂທລະ ຄົມມະນາຄົມມະຫາຊົນໃນການ ຈັດຕັ້ງປະຕິບັດໂຄງການກໍ່ສ້າງ ແລະ ບໍລິຫານຈັດການເຄືອຂ່າຍມື ຖື 4G ຕາມແລວທາງລົດໄຟ ລາວຈີນ ແນໃສ່ຕອບສະໜອງຄວາມ ຕ້ອງການ ການນຳໃຊ້ຂໍ້ມູນ ແລະ ການບໍລິການອິນເຕີເນັດມືຖືຂອງ ຜູ້ໂດຍສານໃຫ້ມີຄວາມສະດວກ ວ່ອງໄວ, ທັງເປັນການຍົກລະດັບ ມາດຕະຖານການບໍລິການ ແລະ ສ້າງປະສົບການ ການເດີນທາງ ຕາມເສັ້ນທາງລົດໄຟ ລາວ-ຈີນ ໃຫ້ມີຄວາມສົມບູນແບບຍິ່ງຂຶ້ນ. ພ້ອມກັນນັ້ນ, ກໍເພື່ອຮ່ວມກັນພັດ ທະນາ ແລະ ຂະຫຍາຍເຄືອຂ່າຍ ສັນຍານສຸມໃສ່ການຕິດຕັ້ງ, ປັບປຸງ ແລະ ຂະຫຍາຍສະຖານີສົ່ງສັນ ຍານໂທລະຄົມ 4G ໂດຍຕິດຕັ້ງ ສະຖານີສົ່ງ-ຮັບສັນຍານ ແລະ ສາຍ Fiber Optic ຕາມແລວເສັ້ນທາງ ລົດໄຟ ລາວ-ຈີນ, ລວມທັງພື້ນທີ່ ພາຍໃນສະຖານີ ແລະ ບໍລິເວນ ອ້ອມຂ້າງຕັ້ງແຕ່ສະຖານີນາແຄ (ນະຄອນຫລວງວຽງຈັນ) ຫາ ສະຖານີຫລວງພະບາງ ມີຄວາມ ຍາວທັງໝົດ 224 ກິໂລແມັດ ໂດຍ ແບ່ງເປັນ 2 ໄລຍະ, ໃຊ້ງົບປະມານ ການລົງທຶນຫລາຍກວ່າ 8 ລ້ານ ໂດລາສະຫະລັດ, ໄລຍະເວລາການ ກໍ່ສ້າງ 7 ເດືອນ (ຄາດໝາຍໃຫ້ ສຳເລັດໃນທ້າຍປີ 2026), ພື້ນທີ່ ຄວບຄຸມສັນຍານບໍ່ລວມອຸມົງປະ ມານ 64% ໃນໄລຍະທຳອິດຈະສໍາ ເລັດໃນທ້າຍປີ 2026, ສ່ວນໄລຍະ ທີ 2 ຈະເລີ່ມໃນຕົ້ນປີ 2027 ພື້ນທ່ີ ສັນຍານຈະກວມ 90% ຕະຫລອດ ເສັ້ນທາງນະຄອນຫລວງວຽງຈັນຫລວງພະບາງ ແລະ ຄວາມໄວອິນ ເຕີເນັດ (Speed) ຄວາມໄວໃນ ການເຂົ້າເຖິງຂອງຜູ້ໃຊ້ຢ່າງໜ້ອຍ ຫລາຍກວ່າ 3Mbps. ບໍລິສັດ ລາວໂທລະຄົມມະນາ ຄົມມະຫາຊົນ ຍັງສືບຕໍ່ມຸ່ງໝັ້ນສ້າງ ສິ່ງອໍານວຍຄວາມສະດວກດ້ານ ເຄືອຂ່າຍສັນຍານໃຫ້ຄວບຄຸມທຸກ ພື້ນທີ່ໃນ ສປປ ລາວ, ຄຽງຄູ່ການ ພັດທະນານໍາເອົາເຕັກໂນໂລຊີ ແລະ ນະວັດຕະກໍາໃໝ່ໆ ເຂົ້າມາຮັບໃຊ້ ສັງຄົມລາວ ເພື່ອເປັນການປະກອບ ສ່ວນໃນການສ້າງສາພັດທະນາປະ ເທດຊາດ ໃຫ້ມີຄວາມຮຸ່ງເຮືອງ ສີວິໄລ, ທັນສະໄໝໃນຍຸກດີຈິຕອນ, ພ້ອມທັງຢູ່ຄຽງຂ້າງກັບສັງຄົມລາວ ດັ່ງຄໍາຂັວນທີ່ວ່າ: “ລາວໂທລະຄົມ ໂທລະຄົມ ຂອງຄົນລາວ ເພື່ອສັງ ຄົມລາວ”. ສໍາເລັດອັນຈົບງາມໃນການຮ່ວມ ກັນສະເຫລີມສະຫລອງວັນສ້າງ ຕັ້ງສາຍພົວພັນການທູດລະຫວ່າງ ສປປ ລາວ ແລະ ສສ ມຽນມາ ຄົບຮອບ 70 ປີ (ວັນທີ 12 ກໍລະກົດ 1955-12 ກໍລະກົດ 2025) ຊຶ່ງ ເປັນຂີດໝາຍປະຫວັດສາດອັນສຳ ຄັນຍິ່ງແຫ່ງການພົວພັນຮ່ວມມືລະ ຫວ່າງສອງປະເທດ ພ້ອມທັງໄດ້ ຕີລາຄາສູງທີ່ເຫັນວ່າສາຍພົວພັນ ມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືຖານບ້ານໃກ້ເຮືອນ ຄຽງທີ່ດີລະຫວ່າງສອງປະເທດ ລາວ-ມຽນມາ ໄດ້ຮັບການເພີ່ມພູນ ຄູນສ້າງ, ພັດທະນາ ແລະ ຂະຫຍາຍ ຕົວເຂົ້າສູ່ລວງເລິກໃນຊຸມປີຜ່ານ ມາ ຊຶ່ງໄດ້ນໍາເອົາຜົນປະໂຫຍດ ຕົວຈິງມາສູ່ປະຊາຊົນສອງຊາດ. ພ້ອມກັນນີ້, ສອງຝ່າຍໄດ້ເຫັນດີເປັນ ເອກະພາບຈະສືບຕໍ່ເສີມຂະຫຍາຍ ມິດຕະພາບ ແລະ ການຮ່ວມມືກັນ ຢ່າງໃກ້ຊິດໃນດ້ານຕ່າງໆໃຫ້ຂະ ຫຍາຍຕົວໃນຊຸມປີຕໍ່ໜ້າ. ໃນໂອກາດດຽວກັນ, ທ່ານ ມິນ ອອງ ລາຍ ກໍໄດ້ຝາກຄວາມຢື້ຢາມ ຖາມຂ່າວອັນອົບອຸ່ນເຖິງທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ, ສະແດງຄວາມ ຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການເດີນທາງມາ ຢ້ຽມຢາມ ສສ ມຽນມາ ຢ່າງເປັນ ທາງການຂອງທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນ ຕີ, ລັດຖະມົນຕີກະຊວງການຕ່າງ ປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍ ຄະນະໃນຄັ້ງນີ້, ພ້ອມທັງໄດ້ຕີລາຄາ ສູງຕໍ່ສາຍພົວພັນລະຫວ່າງສອງ ປະເທດທີ່ໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວຕະຫລອດໄລຍະ ເວລາຫລາຍກວ່າ 7 ທົດສະຫວັດ ຜ່ານມາ ແລະ ຫວັງເປັນຢ່າງຍິ່ງວ່າ ສອງກະຊວງການຕ່າງປະເທດ ຈະ ສືບຕໍ່ເຮັດວຽກຮ່ວມກັນຢ່າງໃກ້ຊິດ ໃນການເປັນເສນາທິການໃຫ້ແກ່ ຂັ້ນເທິງ ເພື່ອຮັດແໜ້ນ ແລະ ເສີມ ຂະຫຍາຍມິດຕະພາບ ແລະ ການ ຮ່ວມມືທີ່ດີດັ່ງກ່າວນັ້ນລະຫວ່າງ ສອງປະເທດ ມຽນມາ-ລາວ ທັງ ໃນຂອບສອງຝ່າຍ, ພາກພື້ນ ແລະ ສາກົນ ໃຫ້ແຕກດອກອອກຜົນຍິ່ງໆ ຂຶ້ນໃນຊຸມປີຕໍ່ໜ້າ. ສຸລະສັກ ສຸວັນນະວົງ; ກົມກວດກາ ລະຫວ່າງທ່ານ ນາງ ຫວັນໄຊ ຈັນທະລາ ແລະ ທ່ານ ແສງແກ້ວ ວົງ ນະລາດ; ກົມສື່ມວນຊົນ ລະຫວ່າງ ທ່ານ ສຸລະສັກ ສຸວັນນະວົງ ແລະ ທ່ານ ບໍ ຫານປະເສີດ; ກົມການເງິນ ລະຫວ່າງ ທ່ານ ນາງ ດາວເພັດ ສີຫາວົງ ແລະ ທ່ານ ນາງ ເຂັມພອນ ພຸດທະພັນ; ກົມບໍລິຫານ-ພິທີການ, ຫ້ອງການຄຸ້ມຄອງຫໍສະພາແຫ່ງ ຊາດ ລວມເຂົ້າເປັນກົມບໍລິຫານ ລະຫວ່າງ ທ່ານ ພົງສະຫວັນ ແກ້ວລະຄອນ, ທ່ານ ເພັດພອນໃຈ ສິນລະປະກິດ ແລະ ທ່ານ ຄຳແທ່ນ ວິລະກຸນ. ໂອກາດນີ້, ທ່ານຮອງປະທານ ສະພາແຫ່ງຊາດ ໄດ້ສະແດງຄວາມ ຍ້ອງຍໍຊົມເຊີຍມາຍັງບັນດາຫົວໜ້າ ກົມຜູ້ເກົ່າທີ່ໄດ້ທຸ່ມເທສະຕິປັນຍາ, ຄວາມຮູ້ຄວາມສາມາດ, ຄວາມຮັບ ຜິດຊອບ ແລະ ຄວາມເສຍສະລະ ໃນການປະຕິບັດໜ້າທີ່ຕະຫລອດ ໄລຍະຜ່ານມາ ແລະ ໄດ້ສະແດງ ຄວາມຍິນດີຊົມເຊີຍຕໍ່ບັນດາທ່ານ ທີ່ໄດ້ຮັບການແຕ່ງຕັ້ງເປັນຫົວໜ້າ ກົມ, ຮັກສາການຫົວໜ້າກົມຜູ້ໃໝ່ທີ່ ໄດ້ຮັບຄວາມໄວ້ວາງໃຈຈາກການ ຈັດຕັ້ງໃຫ້ມາຮັບຜິດຊອບໜ້າທີ່ ວຽກງານໃນຕຳແໜ່ງໃໝ່. ການ ຈັດພິທີມອບ-ຮັບໜ້າທີ່ຄັ້ງນີ້ ແມ່ນ ມີຄວາມໝາຍສຳຄັນເພາະເປັນການ ປະຕິບັດຕາມທິດປັບປຸງກົງຈັກຂອງ ພັກ-ລັດ ໃຫ້ມີຄວາມກະທັດຮັດ, ໂລ່ງລ່ຽນ ແລະ ມີປະສິດທິຜົນ ເພື່ອ ໃຫ້ກົງຈັກການຈັດຕັ້ງ ແລະ ບຸກ ຄະລາກອນຂອງສະພາແຫ່ງຊາດ ຊຸດທີ X ມີຄວາມສອດຄ່ອງກັບສະ ພາບໜ້າທີ່ວຽກງານຂອງອົງການ ນິຕິບັນຍັດໃນໄລຍະໃໝ່. ພ້ອມນີ້, ທ່ານຮອງປະທານສະ ພາແຫ່ງຊາດ ຍັງໄດ້ເນັ້ນໜັກຕໍ່ບາງ ບັນຫາໃນຂົງເຂດວຽກງານຂອງ ຫ້ອງວ່າການສະພາແຫ່ງຊາດ ເປັນ ຕົ້ນ ວຽກງານແນວຄິດ-ການເມືອງ ທີ່ເປັນວຽກໜຶ່ງທີ່ສໍາຄັນຫລາຍ ເພື່ອ ສ້າງໃຫ້ພະນັກງານມີຄວາມອຸ່ນ ອຽນທຸ່ນທ່ຽງ, ມີຫລັກໝັ້ນການ ເມືອງໜັກແໜ້ນ, ມີຄຸນສົມບັດສິນ ທໍາປະຕິວັດ, ມີຄວາມເປັນແບບ ຢ່າງທີ່ດີ, ມີຄວາມຫ້າວຫັນໃນ ການປະຕິບັດໜ້າທີ່ວຽກງານ; ສືບ ຕໍ່ປັບປຸງສັບຊ້ອນ, ຈັດວາງບຸກຄະ ລາກອນຂັ້ນຮອງຫົວໜ້າກົມ, ຂັ້ນ ພະແນກ ແລະ ວິຊາການພາຍໃນ ສະພາແຫ່ງຊາດ ໃຫ້ສຳເລັດໂດຍ ໄວ; ເອົາໃຈໃສ່ຍົກສູງຄຸນນະພາບ ໃນການເປັນເສນາທິການໃນການ ຄົ້ນຄວ້າກະກຽມເນື້ອໃນຕ່າງໆ ເປັນຕົ້ນການສ້າງແຜນການ, ການ ສັງລວມ ແລະ ສະຫລຸບລາຍງານ ຜົນການເຄື່ອນໄຫວວຽກງານໃຫ້ມີ ຄວາມຖືກຕ້ອງ, ຮອບດ້ານແລະທັນ ເວລາ; ປັບປຸງກົນໄກການປະສານ ງານພາຍໃນຫ້ອງວ່າການສະພາ ແຫ່ງຊາດ, ພາຍໃນສະພາແຫ່ງຊາດ ແລະ ກັບບັນດາກະຊວງ-ອົງການ ກ່ຽວຂ້ອງ ກໍຄື ກັບສະພາປະຊາຊົນ ຂັ້ນແຂວງໃຫ້ມີຄວາມໂລ່ງລ່ຽນ, ຈະແຈ້ງ, ມີຄຸນນະພາບ, ທັນການ; ເອົາໃຈໃສ່ສ້າງຄວາມເຂັ້ມແຂງໃຫ້ ພະນັກງານ-ລັດຖະກອນຢູ່ຫ້ອງວ່າ ການສະພາແຫ່ງຊາດ, ວຽກງານ ພັກ-ພະນັກງານ, ວຽກງານຈັດຕັ້ງກວດກາ, ວຽກງານບໍລິຫານ-ພິທີ ການ, ວຽກງານການເງິນ, ວຽກ ງານສື່ມວນຊົນ, ວຽກງານຄຸ້ມຄອງ ຕຶກອາຄານສະພາແຫ່ງຊາດ ເພື່ອ ເຮັດໃຫ້ວຽກງານຂອງສະພາແຫ່ງ ຊາດ ດຳເນີນໄປຢ່າງຄ່ອງຕົວ ແລະ ມີປະສິດທິຜົນຍິ່ງໆຂຶ້ນ. ຂ່າວ: ສພຊ ທີ່ສຳຄັນ. ທັງນີ້, ກໍເພື່ອປະກອບ ສ່ວນເຂົ້າໃນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ, ເປົ້າໝາຍການພັດທະນາ ທີ່ຍືນຍົງ, ຍຸດທະສາດປ່າໄມ້ 2035 ແລະ ວິໄສທັດຮອດປີ 2050 ໃຫ້ ບັນລຸຜົນເປັນຈິງ ໂດຍຜ່ານການມີ ສ່ວນຮ່ວມຂອງທຸກພາກສ່ວນ. ກອງປະຊຸມໄດ້ມີການນຳສະເໜີ ແລະ ປຶກສາຫາລື ໃນ 8 ຫົວຂໍ້ສໍາ ຄັນຄື: ວຽກງານປ້ອງກັນໄຟປ່າ, ວຽກງານການຈ່າຍຄ່າບໍລິການ ດ້ານລະບົບນິເວດປ່າໄມ້, ການຄຸ້ມ ຄອງປ່າສະຫງວນ, ວຽກງານຊີ ວະນາໆພັນການຈັດຕັ້ງປະຕິບັດ ລຳດັບມາດຕະການຫລຸດຜ່ອນຜົນ ກະທົບຕໍ່ຊີວະນາໆພັນ ເພື່ອບັນລຸ ເປົ້າໝາຍການທົດແທນຊີວະນາໆ ພັນເທົ່າເດີມ, ກອງທຶນປ່າໄມ້, ການ ຮ່ວມມືກັບສາກົນ ແລະ ຕ່ອງໂສ້ ການຜະລິດ. ບົນພື້ນຖານເນື້ອໃນ ກອງປະຊຸມ ແລະ ຂໍ້ຕົກລົງຂອງ ຂອບເຂດການປະຕິບັດງານ, ໃນ ຕໍ່ໜ້າກຸ່ມວຽກງານຂະແໜງການ ຍ່ອຍປ່າໄມ້ຈະສືບຕໍ່ຊຸກຍູ້ການຮ່ວມ ມືຂ້າມຂະແໜງການ ໂດຍສະເພາະ ກັບກຸ່ມວຽກງານຍ່ອຍດ້ານທີ່ດິນ ແລະ ກຸ່ມວຽກງານການປ່ຽນແປງ ສະພາບພູມອາກາດ; ສືບຕໍ່ສ້າງ ແລະ ປັບປຸງບັນດານິຕິກຳ, ກົດໝາຍ ແລະ ຍຸດທະສາດປ່າໄມ້ ເພື່ອສະ ໜັບສະໜູນການພັດທະນາສີຂຽວ; ສ້າງຄວາມເຂັ້ມແຂງໃຫ້ແກ່ບົດ ບາດຍິງ-ຊາຍ ແລະ ການພັດທະ ນາຂີດຄວາມສາມາດຂອງບຸກຄະ ລາກອນ. ລົງນາມຮ່ວມມືໂຄງການ...ົ່ື *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ
RkJQdWJsaXNoZXIy MTc3MTYxMQ==