4tcs]'dkoIj ;, ]ts;j k' lxx ]k; c]t lx 9u o ;j kfh ;p dkolh k'76j Ij ;,-k8kde ]k;{9u o muj g0A ,c0'|P;c|h o.om5 dltrk[dko0v'p5 d.\j ເໝາະສົມ, ສັງລວມ ແລະ ຊຸກຍູ້ໂຄງ ການທີ່ເປັນສັນຍະລັກ ແລະ ໂຄງການ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ທີ່ສໍາຄັນຕື່ມອີກ, ລົງເລິກການເຊື່ອມ ໂຍງທາງດ້ານພື້ນຖານໂຄງລ່າງ, ດ້ານ ນະໂຍບາຍ ແລະ ດ້ານຄວາມເຂົ້າອົກ ເຂົ້າໃຈຂອງສອງປະເທດ, ສ້າງຄວາມ ຜາສຸກໃຫ້ແກ່ປະຊາຊົນສອງປະເທດ ໃຫ້ຫລາຍຂຶ້ນຍິ່ງຕື່ມ. ນຳໃຊ້ກົນໄກການ ຮ່ວມມື ຂອງຄະນະກຳມະການແລວ ທາງເສດຖະກິດ ລາວ-ຈີນ, ຖືການພັດ ທະນາຮອບດ້ານຕາມທາງລົດໄຟລາວ- ຈີນ ແລະ ອື່ນໆ ເປັນຈຸດສຸມ, ສ້າງແລວ ທາງເສດຖະກິດ ລາວ-ຈີນ ໃຫ້ໄດ້ຮັບ ການຍົກລະດັບເປັນກ້າວໆ, ເລັ່ງລັດ ຊຸກຍູ້ການຈັດຕັ້ງປະຕິບັດ ສົນທິສັນຍາ ວ່າດ້ວຍການຈັດຕັ້ງປະຕິບັດວຽກງານ ກວດກາ “ປະຕູດຽວ, ຄັ້ງດຽວ” ສະ ເພາະຂົນສົ່ງຜູ້ໂດຍສານຢູ່ດ່ານສະຖາ ນີລົດໄຟສາກົນ ລາວ-ຈີນ (ບໍ່ເຕັນ-ບໍ່ ຫານ) ລະຫວ່າງ ລັດຖະບານສອງປະ ເທດ; ຝ່າຍຈີນ ຍິນດີຈະອີງຕາມຄວາມ ຕ້ອງການຂອງຝ່າຍລາວ, ຕັ້ງໜ້າພິຈາ ລະນາໃຫ້ການສະໜັບສະໜູນກໍ່ສ້າງ ລະບົບພື້ນຖານໂຄງລ່າງດ່ານບໍ່ເຕັນບໍ່ຫານເບື້ອງຝ່າຍລາວ; ຖືບໍລິສັດສາຍ ສົ່ງໄຟຟ້າແຫ່ງຊາດລາວ (EDL-T) ເປັນພື້ນຖານສໍາຄັນ ໃນການສືບຕໍ່ລົງ ເລິກການຮ່ວມມືທີ່ເປັນຮູບປະທໍາ ທາງ ດ້ານການເຊື່ອມໂຍງຕາຂ່າຍໄຟຟ້າ ຂ້າມຊາດ, ການຄຸ້ມຄອງ ແລະ ດໍາເນີນ ທຸລະກິດຕາຂ່າຍໄຟຟ້າ ເປັນຕົ້ນ, ສ້າງ ກົນໄກຮ່ວມມືດ້ານການພັດທະນາແຮ່ ທາດທີ່ຄົບວົງຈອນ ພາຍໃຕ້ກົນໄກ ການຮ່ວມມື ຂອງຄະນະກໍາມະການ ແລວທາງເສດຖະກິດ ລາວ-ຈີນ, ສະ ໜັບສະໜູນວິສາຫະກິດຈີນ ໃນການ ເລັ່ງລັດສ້າງຖານການຜະລິດຝຸ່ນກາລີ. 4. ເພີ່ມທະວີການແລກປ່ຽນການ ຮ່ວມມືມິດຕະພາບ ລະຫວ່າງ ສະພາ ແຫ່ງຊາດລາວ ແລະ ສະພາຜູ້ແທນປະ ຊາຊົນທົ່ວປະເທດຈີນ, ລະຫວ່າງ ສູນ ກາງແນວລາວສ້າງຊາດ ແລະ ສະພາ ປຶກສາການເມືອງທົ່ວປະເທດຈີນ ຕື່ມ ອີກ. ເພີ່ມທະວີການປະສານງານກັນ ລະຫວ່າງ ສອງອົງການນິຕິບັນຍັດ ໃນ ອົງການຈັດຕັ້ງສະພາພາກພື້ນແລະສາ ກົນ, ສະຫະພັນສະພານາໆຊາດ, ກອງ ປະຊຸມລະຫວ່າງລັດຖະສະພາປະເທດ ອາຊຽນ ເພື່ອປົກປັກຮັກສາຜົນປະ ໂຫຍດຮ່ວມກັນຂອງສອງປະເທດ ແລະ ປະເທດກຳລັງພັດທະນາ. 5. ສອງຝ່າຍ ເຫັນດີສ້າງຕັ້ງກົນ ໄກການສົນທະນາດ້ານຍຸດທະສາດຂັ້ນ ລັດຖະມົນຕີ 3+3 (ການຕ່າງປະເທດ, ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ) ເພື່ອເຮັດໃຫ້ການພັດທະນາແລະຄວາມ ໝັ້ນຄົງ ທີ່ເປັນສອງວຽກໃຫຍ່ປະສານ ສົບທົບກັນ, ເພີ່ມທະວີການປະສານສົມ ທົບດ້ານຍຸດທະສາດຢ່າງຮອບດ້ານ ເພືື່ອຮ່ວມກັນຮັບມືກັບສິ່ງທ້າທາຍ. 6. ສືບຕໍ່ປະຕິບັດສັນຍາກ່ຽວກັບ ການເພີ່ມທະວີການຮ່ວມມືໃນສະພາບ ການໃໝ່ ລະຫວ່າງ ສອງກະຊວງການ ຕ່າງປະເທດຂອງສອງປະເທດ, ຮັກສາ ກົນໄກການໄປມາຫາສູ່ກັນເປັນປະຈຳ ຂອງ ສອງກະຊວງການຕ່າງປະເທດ, ໝູນໃຊ້ກົນໄກການເຈລະຈາຄວາມໝັ້ນ ຄົງຮອບດ້ານ, ການເຈລະຈາການຮ່ວມ ມືການປະຕິບັດກົດໝາຍ, ຕຸລາການ, ກົດໝາຍສາກົນ ແລະ ອື່ນໆ, ຮັກສາ ການແລກປ່ຽນ-ການປະສານງານກັນ ທຸກຂັ້ນຢ່າງແໜ້ນແຟ້ນ. ເພີ່ມທະວີການ ປະສານສົບທົບຮ່ວມມື ໃນຂອບການ ຮ່ວມມືສອງຝ່າຍ ແລະ ຫລາຍຝ່າຍ. 7. ເດັດດ່ຽວສະໜັບສະໜູນເຊິ່ງ ກັນ ແລະ ກັນ ໃນບັນຫາທີ່ກ່ຽວພັນກັບ ຜົນປະໂຫຍດອັນເປັນແກນກາງ ແລະ ບັນຫາທີ່ສອງຝ່າຍເອົາໃຈໃສ່, ໃຫ້ ຄວາມສໍາຄັນ. ຝ່າຍລາວ ຢືນຢັນຄືນ ທັດສະນະອັນສະເໝີຕົ້ນສະເໝີປາຍ ຂອງຕົນໃນການຍຶດໝັ້ນຫລັກການປະ ເທດຈີນດຽວ, ຮັບຮູ້ວ່າໃນໂລກນີ້ມີແຕ່ ປະເທດຈີນດຽວ, ໄຕ້ຫວັນ ແມ່ນພາກ ສ່ວນໜຶ່ງຂອງຜືນແຜ່ນດິນຈີນ ທີ່ບໍ່ ສາມາດຕັດແຍກອອກໄດ້, ລັດຖະບານ ແຫ່ງ ສາທາລະນະລັດ ປະຊາຊົນຈີນ ແມ່ນລັດຖະບານພຽງໜຶ່ງດຽວ ທີ່ ຖືກຕ້ອງຕາມກົດໝາຍ ແລະ ຕາງໜ້າ ທົ່ວປະເທດຈີນ. ຝ່າຍລາວ ຄັດຄ້ານທຸກ ຄໍາເວົ້າ ແລະ ການກະທໍາທີ່ເປັນການ ທຳລາຍອຳນາດອະທິປະໄຕ ແລະ ຜືນ ແຜ່ນດິນອັນຄົບຖ້ວນຂອງຈີນ, ຄັດ ຄ້ານການເຄື່ອນໄຫວທຸກຮູບແບບທີ່ ເປັນການແບ່ງແຍກ “ໄຕ້ຫວັນເປັນເອ ກະລາດ”, ຄັດຄ້ານອິດທິກຳລັງພາຍ ນອກທີ່ຖືທຸກຂໍ້ອ້າງ ເພື່ອແຊກແຊງກິດ g]0kra dc0;'9exkla d wfh goA os]kp[a osk 8+ ;Pd'kod+ lh k'Ikd4kodkog,n v' 11/06/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K *** ຕໍ່ຈາກສະບັບກ່ອນ *** ໍ່ ຈັ ບ່ ອ (ແຫລ່ງຂ່າວ: ໜັງສືພິມຈະປາໃໝ່)່່ັືິ່ ຜັນຂະຫຍາຍມະຕິັ ນິ ກອງປະຊຸມໃຫຍ່ ຸ ມ່ ຄັ້ງງີທີ ັ້ XII ຂອງພັກັກ *** ອ່ານຕໍ່ສະບັບໜ້າ *** ່ າໍ່ ສັ ບ້ າ ຈະການພາຍໃນຂອງຈີນ ແລະ ມ້າງເພ ທໍາລາຍສັນຕິພາບ ແລະ ຄວາມໝັ້ນ ຄົງຂອງຊ່ອງແຄບທະເລໄຕ້ຫວັນ, ສະ ໜັບສະໜູນທຸກຄວາມພະຍາຍາມຂອງ ຈີນ ໃນການບັນລຸການທ້ອນໂຮມປະ ເທດຈີນເປັນເອກະພາບ; ສອງຝ່າຍ ຢືນ ຢັນຢ່າງໜັກແໜ້ນ ຕໍ່ຄວາມສັກສິດຂອງ ຍັດຕິເລກທີ 2758 ຂອງ ສະມັດຊາ ໃຫຍ່ອົງການສະຫະປະຊາຊາດ ທີ່ບໍ່ ສາມາດທ້າທາຍໄດ້. ຝ່າຍລາວ ເດັດ ດ່ຽວສະໜັບສະໜູນຫລັກໝັ້ນທີ່ເປັນ ທຳຂອງຈີນ ໃນບັນຫາທີ່ພົວພັນເຖິງ ບັນຫາຮົງກົງ, ຊີນຈຽງ, ຊີຈ້າງ ແລະ ບັນຫາອື່ນໆ. ຝ່າຍຈີນ ເດັດດ່ຽວສະ ໜັບສະໜູນຝ່າຍລາວ ປົກປັກຮັກສາ ຄວາມເປັນເອກະລາດຂອງຜືນແຜ່ນ ດິນອັນຄົບຖ້ວນ, ລະບອບສັງຄົມນິຍົມ ແລະ ເສັ້ນທາງການພັດທະນາດ້ວຍ ຕົນເອງ, ເດັດດ່ຽວສະໜັບສະໜູນການ ປົກປັກຮັກສາອະທິປະໄຕແຫ່ງຊາດ, ຄວາມໝັ້ນຄົງ ແລະ ຜົນປະໂຫຍດດ້ານ ການພັດທະນາ. ດໍາເນີນການຮ່ວມມືໃນດ້ານຄວາມ ໍີ່ື້ ໝັ້ນຄົງ ໃຫ້ມີຄວາມໜຽວແໜ້ນສູງ.ັ້ ນົ ງ້ ມີຄ້ ນູ ງ 8. ສອງຝ່າຍ ຈະຮ່ວມກັນປົກປ້ອງ ແລະ ປະຕິບັດຂໍ້ລິເລີ່ມຄວາມໝັ້ນຄົງທົ່ວ ໂລກ, ສະເໜີບັນດາປະເທດຍຶດໝັ້ນທັດ ສະນະກ່ຽວກັບຄວາມໝັ້ນຄົງຮ່ວມກັນ, ກວມລວມ, ຮ່ວມມື ແລະ ຕໍ່ເນື່ອງ, ຍຶດ ໝັ້ນເຄົາລົບອະທິປະໄຕ ແລະ ຜືນແຜ່ນ ດິນອັນຄົບຖ້ວນຂອງແຕ່ລະປະເທດ, ບໍ່ ແຊກແຊງເຂົ້າກິດຈະການພາຍໃນຂອງ ປະເທດອື່ນ; ເພີ່ມທະວີການແລກປ່ຽນ ສົນທະນາ ແລະ ຮ່ວມມືຕົວຈິງ ໃນຂອບ ຂໍ້ລິເລີ່ມຄວາມໝັ້ນຄົງໃນທົ່ວໂລກ, ຊຸກຍູ້ສ້າງຕັ້ງການພົວພັນຄູ່ຮ່ວມມືໃນ ດ້ານຄວາມໝັ້ນຄົງ ລະຫວ່າງ ລາວ- ຈີນ, ຮ່ວມກັນຊຸກຍູ້ບູລະນະການປົກ ຄອງຄວາມໝັ້ນຄົງໃນທົ່ວໂລກໃຫ້ສົມ ບູນແບບ. 9. ເພີ່ມທະວີການຮ່ວມມືດ້ານ ປ້ອງກັນຊາດ ແລະ ຄວາມໝັ້ນຄົງ. ຮັກ ສາການແລກປ່ຽນຄໍາຄິດເຫັນຂອງ ການນໍາຂັ້ນສູງ ແລະ ການໄປມາຫາ ສູ່ກັນຂອງຂັ້ນຕ່າງໆ ລະຫວ່າງ ສອງ ກອງທັບ, ສືບຕໍ່ດໍາເນີນການແລກ ປ່ຽນຮ່ວມມືມິດຕະພາບ ລະຫວ່າງ ທະ ຫານປ້ອງກັນຊາດ ຢູ່ເຂດຊາຍແດນ ຂອງສອງປະເທດ, ຕັ້ງໜ້າດໍາເນີນການ ຮ່ວມມືໃນຂະແໜງການວຽກງານ ການເມືອງ, ການຝຶກຊ້ອມທະຫານ ຮ່ວມກັນ, ການປິ່ນປົວພະຍາດ ແລະ ພາລາທິການ, ການຝຶກອົບຮົມພະນັກ ງານ ແລະ ອື່ນໆ, ປະສານສົບທົບກັນ ຢ່າງສະໜິດແໜ້ນໃນວຽກງານປ້ອງ ກັນຊາດໃນຂອບຫລາຍຝ່າຍ, ຮ່ວມກັນ ຮັກສາສັນຕິພາບ ແລະ ຄວາມໝັ້ນຄົງ ຂອງພາກພື້ນ. 10. ລົງເລິກການຮ່ວມມືການປະຕິ ບັດກົດໝາຍ ແລະ ຄວາມໝັ້ນຄົງຢ່າງ ຕໍ່ເນື່ອງ. ສ້າງຕັ້ງກົນໄກການພົບປະກັນ ຂັ້ນລັດຖະມົນຕີ ລະຫວ່າງ ອົງການປະ ຕິບັດກົດໝາຍ, ຮັກສາການໄປມາຫາ ສູ່ກັນໃນຂັ້ນຕ່າງໆຂອງອົງການປະຕິ ບັດກົດໝາຍຂອງສອງປະເທດ. ດໍາ ເນີນການປະສານສົມທົບກັນໃນຂົງ ເຂດຕ່າງໆຢ່າງມີປະສິດທິຜົນ, ສຸມໃສ່ ການເພີ່ມທະວີການແລກປ່ຽນຂ່າວ ສານ ແລະ ບົດຮຽນ ໃນການຕ້ານ ແລະ ສະກັດກັ້ນການ “ປະຕິວັດສີ”, ຮ່ວມ ກັນປົກປັກຮັກສາຄວາມປອດໄພດ້ານ ການເມືອງ ແລະ ຄວາມປອດໄພຂອງ ລະບອບ. ເພີ່ມທະວີການແລກປ່ຽນ ແລະ ການຮ່ວມມືໃນຂົງເຂດກົດໝາຍ ແລະ ຕຸລາການ ເພື່ອຮັບປະກັນທາງ ດ້ານກົດໝາຍໃຫ້ແກ່ການພັດທະນາ ສາຍພົວພັນສອງຝ່າຍ; ເພີ່ມທະວີການ ປົກປ້ອງຄວາມປອດໄພ ແລະ ສິດຜົນ ປະໂຫຍດອັນຊອບທໍາດ້ວຍກົດໝາຍ ຂອງພົນລະເມືອງ, ໂຄງການ ແລະ ອົງ ການຈັດຕັ້ງຂອງຝ່າຍຄູ່ຮ່ວມມື ທີ່ຢູ່ໃນ ດິນແດນຂອງຕົນ; ເພີ່ມທະວີການຮ່ວມ ມືປົກປ້ອງຄວາມປອດໄພຂອງການ ກໍ່ສ້າງ “ໜຶ່ງແລວ ໜຶ່ງເສັ້ນທາງ”, ຮັບ ປະກັນຄວາມປອດໄພຂອງເສັ້ນທາງ ລົດໄຟ ລາວ-ຈີນ ແລະ ໂຄງການຮ່ວມ ມືສໍາຄັນອື່ນໆ, ເພີ່ມທະວີການຮ່ວມມື ທາງດ້ານການປະຕິບັດກົດໝາຍໃນ ຂອບສອງຝ່າຍ ແລະ ພາກພື້ນແມ່ນໍ້າ ຂອງ-ແມ່ນໍ້າລ້ານຊ້າງ, ດໍາເນີນການ ປາບປາມອາຊະຍາກຳຕ່າງໆຮ່ວມ ກັນຢ່າງຕໍ່ເນື່ອງ ເຊັ່ນ: ການພະນັນອອນ ລາຍ, ການສໍ້ໂກງທາງໂທລະຄົມ, ຢາ ເສບຕິດ ແລະ ການຄ້າມະນຸດ. ຝ່າຍ ລາວ ມີຄວາມປະສົງຈະເຂົ້າຮ່ວມເປັນ ປະເທດຮ່ວມກໍ່ຕັ້ງສະຫະພັນສາກົນ ເພື່ອຕ້ານການສໍ້ໂກງທາງໂທລະຄົມ ແລະ ອິນເຕີເນັດ; ເພີ່ມທະວີການຮ່ວມມື ແລະການແລກປ່ຽນລະຫວ່າງອົງການ ຈັດຕັ້ງຄຸ້ມຄອງການເຂົ້າ-ອອກເມືອງ (ຊາຍແດນ)ໃຫ້ເລິກເຊິ່ງກວ່າເກົ່າ,ສະ ກັດກັ້ນ ແລະ ປາບປາມການເຂົ້າ-ອອກ ເມືອງແບບຜິດກົດໝາຍ, ຮ່ວມມືກັນ ຮັກສາຄວາມເປັນລະບຽບຮຽບຮ້ອຍ ຢູ່ດ່ານສາກົນ ແລະ ຄວາມສະຫງົບຢູ່ ບໍລິເວນຊາຍແດນ. ລົງເລິກການຮ່ວມມືຕ່າງຝ່າຍຕ່າງົິ່ື່່່ ມີຜົນປະໂຫຍດຢ່າງມີຄຸນນະພາບສູງ.ີ ຜົນ່ າີ ຄຸນູ ງ 11. ລົງເລິກການເຊື່ອມໂຍງ “ຍຸດ ທະສາດຫັນຈາກປະເທດທີ່ບໍ່ມີຊາຍ ແດນຕິດກັບທະເລ ເປັນປະເທດເຊື່ອມ ໂຍງ-ເຊື່ອມຈອດໃນພາກພື້ນ” ຂອງ ສປປ ລາວ ເຂົ້າກັບຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ”ຂອງສປຈີນ ໂດຍການ ຈັດຕັ້ງປະຕິບັດແຜນແມ່ບົດຮ່ວມກັນ ກ່ຽວກັບການສ້າງ “ໜຶ່ງແລວ ໜຶ່ງ ເສັ້ນທາງ” ຂອງທັງສອງປະເທດ ແລະ ວຽກງານຮ່ວມມືທີ່ເປັນຈຸດສຸມເປັນ ຢ່າງດີ, ປັບປຸງໃໝ່ລາຍຊື່ວຽກງານ ຮ່ວມມືທີ່ເປັນຈຸດສຸມ ໃນເວລາອັນ ຂປລ. ເມື່ອບໍ່ດົນມານີ້, ສະຫາຍ ອາລຸນໄຊ ສູນນະລາດ ກຳມະການ ສູນກາງພັກ ເລຂາພັກແຂວງຈໍາ ປາສັກ ໄດ້ເນັ້ນຫລາຍບັນຫາ ໃນ ກອງປະຊຸມສະຫລຸບຕີລາຄາການ ຈັດຕັ້ງປະຕິບັດວຽກງານກໍ່ສ້າງ ຮາກຖານການເມືອງ, ວຽກງານ ພັດທະນາຊົນນະບົດຮອບດ້ານ-ແກ້ ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ ໃນໄລຍະ 5 ປີ (2021- 2025), 6 ເດືອນຕົ້ນປີ 2026 ແລະ ກຳນົດທິດທາງແຜນການ ຮອດປີ 2030 ວ່າ: ໃຫ້ຄະນະພັກ - ຄະນະນໍາແຕ່ລະຂັ້ນ ສືບຕໍ່ຈັດຕັ້ງ ຜັນຂະຫຍາຍແລະນໍາພາ-ຊີ້ນໍາຈັດ ຕັ້ງປະຕິບັດບັນດາມະຕິ, ຄໍາສັ່ງ, ຄໍາແນະນໍາຕ່າງໆ ແລະ ເນື້ອໃນ ຈິດໃຈມະຕິກອງປະຊຸມສະຫລຸບ ວຽກງານກໍ່ສ້າງຮາກຖານການ ເມືອງ, ວຽກງານພັດທະນາຊົນນະ ບົດ-ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ ໄປຜັນຂະຫຍາຍ ຢູ່ບັນດາກົມກອງ, ນະຄອນປາກ ເຊ, ບັນດາເມືອງ ແລະ ຕາແສງ ໃນເຂດຄວາມຮັບຜິດຊອບຂອງຕົນ ໃຫ້ເລິກເຊິ່ງ ແລະ ເປັນເອກະພາບ ສູງ, ສ້າງເປັນແຜນການອັນລະ ອຽດຕົວຈິງ ໃນການນໍາພາ-ຊີ້ນໍາ ຈັດຕັ້ງປະຕິບັດຕົວຈິງ ເພື່ອສູ້ຊົນ ປະຕິບັດ 3 ວຽກຍຸດທະສາດດັ່ງ ກ່າວໃຫ້ບັນລຸຕາມຄາດໝາຍທີ່ ວາງໄວ້, ສ້າງໃຫ້ມີການຫັນປ່ຽນ ຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ, ເຮັດໃຫ້ຮາກຖານການ ເມືອງ ຢູ່ຮາກຖານຕ່າງໆ ມີຄວາມ ໜັກແໜ້ນ, ສາມາດນໍາພາປະຕິບັດ ໜ້າທີ່ຍຸດທະສາດປົກປັກຮັກສາ ແລະ ສ້າງສາພັດທະນາບ້ານຊ່ອງ ຂອງຕົນ ຕາມແນວທາງນະໂຍບາຍ ຂອງພັກ-ລັດເຮົາວາງອອກ. ຕໍ່ກັບ ວຽກງານກໍ່ສ້າງຮາກຖານການ ເມືອງ ໃຫ້ສຸມໃສ່ເພີ່ມທະວີການສຶກ ສາອົບຮົມການເມືອງ-ແນວຄິດ ໃຫ້ ສະມາຊິກພັກ, ພະນັກງານ ແລະ ປະຊາຊົນບັນດາເຜົ່າ ແລະ ຊັ້ນຄົນ ຕ່າງໆ ຢູ່ຂັ້ນຮາກຖານ, ຕາແສງ ໃຫ້ຮັບຮູ້-ເຂົ້າໃຈຕໍ່ແນວທາງນະໂຍ ບາຍຂອງພັກ, ບັນດານິຕິກຳ ແລະ ລະບຽບການຕ່າງໆຂອງລັດ, ຍົກ ສູງສະຕິຕື່ນຕົວເປັນເຈົ້າການເຄົາ ລົບແລະປະຕິບັດລະບຽບກົດໝາຍ, ເປັນເຈົ້າການໃນການພັດທະນາ ຕົນເອງ ແລະ ຄອບຄົວໃຫ້ສູງຂຶ້ນ ກວ່າເກົ່າ, ສ້າງຄວາມຢູ່ດີກິນດີ ດ້ວຍເຫື່ອແຮງຂອງຕົນ, ແກ້ໄຂ ແນວຄິດຄອງເດີມ, ແນວຄິດເອື່ອຍ ອີງ, ສວຍໂອກາດ, ທັງເອົາໃຈໃສ່ ປຸກລະດົມໃຫ້ທຸກຄົນ-ທຸກຄອບຄົວ ເຂົ້າຮ່ວມວຽກງານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ເປັນຕົ້ນ ແມ່ນການແກ້ໄຂສະພາບປະກົດ ການຫຍໍ້ທໍ້ຕ່າງໆ ໃນສັງຄົມ; ສຸມ ໃສ່ປັບປຸງລະບົບການເມືອງ ຢູ່ຂັ້ນ ຮາກຖານ, ຕາແສງ ໃຫ້ເຂັ້ມແຂງ, ສ້າງໜ່ວຍພັກໃຫ້ປອດໄສ, ເຂັ້ມ ແຂງ ແລະ ໜັກແໜ້ນ, ສ້າງຄວາມ ສາມັກຄີເປັນເອກະພາບພາຍໃນ ຮາກຖານພັກ, ໜ່ວຍພັກ, ພ້ອມນັ້ນ ຕ້ອງເອົາໃຈໃສ່ນໍາພາບັນດາການ ຈັດຕັ້ງຕ່າງໆ ຢູ່ຂັ້ນຮາກຖານເຊັ່ນ: ແນວໂຮມ, ສະຫະພັນນັກຮົບເກົ່າ, ການຈັດຕັ້ງຊາວໜຸ່ມ, ແມ່ຍິງ, ກອງ ຫລອນ, ປກສ ບ້ານ ແລະ ການຈັດ ຕັ້ງ ອື່ນໆໃຫ້ໜັກແໜ້ນເຂັ້ມແຂງ ສາ ມາດນໍາພາປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນໃຫ້ຖືກຕ້ອງ ແລະ ມີປະສິດທິຜົນສູງ. ບັນດາການ ຈັດຕັ້ງຢູ່ຂັ້ນຮາກຖານ, ຕາແສງ ຕ້ອງກໍາແໜ້ນ ແລະ ເປັນເຈົ້າການ ແກ້ໄຂສະພາບການຫຍໍ້ທໍ້ຕ່າງໆຢູ່ ພາຍໃນບ້ານຂອງຕົນ; ຄະນະພັກ ເມືອງ ແລະ ການຈັດຕັ້ງພັກຢູ່ຂັ້ນ ຮາກຖານ ຕ້ອງເອົາໃຈໃສ່ເປັນ ພິເສດ-ເປັນບູລິມະສິດການປັບປຸງ ການຈັດຕັ້ງຢູ່ບັນດາບ້ານລຽບຕາມ ຊາຍແດນ ໃຫ້ສາມາດນໍາພາ ແກ້ໄຂ ສະພາບການຫຍໍ້ທໍ້ຕ່າງໆ ຢູ່ຕາມ ຂອບເຂດຊາຍແດນ ໃຫ້ສາມາດກໍາ ໄດ້ເປົ້າໝາຍການເຂົ້າມາພັກ ອາ ໄສຂອງບຸກຄົນພາຍນອກທີ່ບໍ່ຖືກ ຕ້ອງ ເພື່ອສ້າງຄວາມປັ່ນປ່ວນໃສ່ ຮ້າຍປ້າຍສີຜ່ານສື່ສັງຄົມຕ່າງໆ, ສ້າງແນວຄິດຕ້ານແນວທາງນະໂຍ ບາຍຂອງພັກ-ລັດ, ລັກລອບຕັດໄມ້, ຄ້າຂາຍເຖື່ອນ, ບັນຫາຢາເສບ ຕິດ ແລະ ອື່ນໆ ທີ່ລະເມີດລະບຽບ ກົດໝາຍ. ນອກຈາກທີ່ກ່າວມານັ້ນ ແລ້ວ ສະຫາຍ ອາລຸນໄຊ ສູນນະລາດ ຍັງໄດ້ເນັ້ນຕື່ມວຽກງານ 3 ສ້າງ, ໂດຍໃຫ້ສືບຕໍ່ເອົາໃຈໃສ່ກວດກາ ແລະ ປະເມີນຄືນ ການສ້າງແຂວງ ເປັນຫົວໜ່ວຍຍຸດທະສາດ, ສ້າງ ເມືອງເປັນຫົວໜ່ວຍເຂັ້ມແຂງຮອບ ດ້ານ ແລະ ສ້າງບ້ານເປັນຫົວໜ່ວຍ ພັດທະນາ ໂດຍສົມທຽບເງື່ອນໄຂ ມາດຖານທີ່ກຳນົດໄວ້, ຊອກໃຫ້ ເຫັນອັນໃດປະຕິບັດໄດ້ ແລະ ອັນ ໃດປະຕິບັດບໍ່ທັນໄດ້ ເພື່ອຊອກຫາ ວິທີການແກ້ໄຂຢ່າງມີຈຸດສຸມ ແລະ ສອດຄ່ອງ. ສໍາລັບເມືອງ ແລະ ບ້ານ ທີ່ໄດ້ບັນລຸມາດຖານ ຫລື ໄດ້ຮັບ ຮອງແລ້ວນັ້ນ ກໍໃຫ້ເບິ່ງຄືນດ້ານໃດ ຄວນປັບປຸງຕື່ມ ເພື່ອຮັກສາ ແລະ ເສີມຂະຫຍາຍຜົນສໍາເລັດທີ່ສ້າງ ມານັ້ນໃຫ້ນັບມື້ເຂັ້ມແຂງ ແລະ ດີ ຂຶ້ນເລື້ອຍໆ, ເພື່ອກາຍເປັນຕົວແບບ ໃຫ້ແກ່ເມືອງ, ບ້ານ ທີ່ບໍ່ທັນບັນລຸ ຕາມມາດຖານທີ່ວາງໄວ້. ເທສະບານແຂວງຈຳປາສັກ (ພາບປະກອບ)ັ
RkJQdWJsaXNoZXIy MTc3MTYxMQ==