7295

08 xtgmf]k; 37ltok c]t [= ]y = dy ko 11/06/2026 ໃນຍຸກດິຈິຕອນ, ການບໍລິການທີ່ສະດວກ ແລະ ວ່ອງໄວຖືເປັນສິ່ງສຳຄັນ. LaoApp ແພລດຟອມດິຈິຕອນ ໄດ້ເປີດໂຕຢ່າງເປັນທາງການ ເພື່ອເຂົ້າມາເປັນຕົວຊ່ວຍໃໝ່ໃນ ການຍົກລະດັບຊີວິດປະຈຳວັນ ແລະ ຊຸກຍູ້ທຸລະກິດທ້ອງຖິ່ນໃຫ້ເຕີບໂຕ.ຜ່ານມາ, ທັງຜູ້ບໍລິໂພກ ແລະ ຮ້ານຄ້າຂະໜາດນ້ອຍ (SME) ມັກຈະພົບຄວາມຍຸ້ງຍາກໃນການຊື້-ຂາຍອອນລາຍ. ແຕ່ LaoApp ໄດ້ເຂົ້າມາແກ້ໄຂບັນຫານີ້ ໂດຍການເປັນສູນລວມການບໍລິການທີ່ຕອບໂຈດຄົບ ທຸກຄວາມຕ້ອງການໃນແອັບດຽວ. ຜົນປະໂຫຍດຫຼັກທີ່ທ່ານຈະໄດ້ຮັບ: ຄວາມສະດວກສະບາຍຄົບວົງຈອນ: ເລືອກຊື້ສິນຄ້າແລະເຂົ້າເຖິງບໍລິການຕ່າງໆໄດ້ຢ່າງງ່າຍດາຍ ທຸກທີ່ທຸກເວລາ ໂດຍບໍຕ້ອງເສຍເວລາເດີນທາງ. ໂອກາດສຳລັບຮ້ານຄ້າທ້ອງຖິ່ນ: LaoShop (ລະບົບຮ້ານຄ້າໃນແອັບ) ເປີດໃຫ້ຜູ້ປະກອບການ ລົງທະບຽນຂາຍເຄື່ອງໄດ້ຟຣີ,ຂັ້ນຕອນງ່າຍແລະບໍຊັບຊ້ອນພ້ອມມີທີມງານຊ່ວຍເຫຼືອຢ່າງໃກ້ຊິດ. ດາວໂຫຼດຟຣີໄດ້ແລ້ວມື້ນີ້! ຮ່ວມກ້າວເຂົ້າສູ່ຍຸກດິຈິຕອນທີ່ທັນສະໄໝ ແລະ ສະດວກສະບາຍໄປກັບພວກເຮົາ ໂດຍການ ຄົ້ນຫາຄຳວ່າ “LaoApp” ໃນ App Store ຫຼືGoogle ຍຸກໃໝ່ຂອງການຊື້-ຂາຍ! “LaoApp” ແພລດຟອມດິຈິຕອນລາວ ທີ່ຊ່ວຍໃຫ້ຊີວິດປະຈຳວັນງ່າຍຂຶ້ນ ບໍລິສັດພູເບ້ຍ ມາຍນິງ ຮ່ວມສະຫລອງວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນສິ່ງແວດລ້ອມໂລກ ໃນລະຫວ່າງວັນທີ 4-6 ມິຖຸນາ 2026 ຜ່ານມາ, ພະນັກງານຂອງບໍລິສັດ ພູເບ້ຍ ມາຍນິງ ແລະ ຊຸມຊົນທ້ອງຖິ່ນ ໄດ້ຮ່ວມກັນສະຫລອງວັນປູກຕົ້ນໄມ້ ແຫ່ງຊາດ (1 ມິຖຸນາ), ວັນສິ່ງແວດ ລ້ອມໂລກ ແລະ ວັນສິ່ງແວດລ້ອມ ແຫ່ງຊາດ (5 ມິຖຸນາ). ຫົວຂໍ້ຂອງອົງ ການສະຫະປະຊາຊາດສຳລັບວັນສິ່ງ ແວດລ້ອມໂລກປີ2026ຄື“ໄດ້ຮັບແຮງ ບັນດານໃຈຈາກທຳມະຊາດ ເພື່ອດິນຟ້າ ອາກາດ ເພື່ອອະນາຄົດຂອງພວເຮົາ”. ກິດຈະກຳສະຫລອງໄດ້ຈັດຂຶ້ນຢູ່ຊຸມຊົນ ຕ່າງໆ ທີ່ຕັ້ງຢູ່ໃກ້ກັບໂຄງການຂຸດຄົ້ນປຸງແຕ່ງທອງ-ຄຳ ພູຄຳ ແລະ ໂຄງການ ຂຸດຄົ້ນ-ປຸງແຕ່ງຄຳ-ເງິນບ້ານຫ້ວຍຊາຍ ໃນແຂວງໄຊສົມບູນ. ພະນັກງານຂອງ ບໍລິສັດ ພູເບ້ຍ ມາຍນິງ, ຊຸມຊົນທ້ອງຖິ່ນ ແລະ ນັກຮຽນ ໄດ້ຮ່ວມກິດຈະກຳປູກ ຕົ້ນໄມ້ຢູ່ໂຮງຮຽນໃນທ້ອງຖິ່ນດັ່ງກ່າວ. ນອກຈາກນັ້ນ, ຍັງໄດ້ແຍກຈັດກິດ ຈະກຳຕ່າງຫາກຢູ່ເຂດພາກສະໜາມ ບ້ານຫ້ວຍຊາຍ ແລະ ພູຄໍາ ໂດຍມີພະ ນັກງານຂອງບໍລິສັດ ພູເບ້ຍ ມາຍນິງ ແລະ ພະນັກງານບໍລິສັດຮັບເໝົາເຂົ້າຮ່ວມ. ທີມງານພະແນກສິ່ງແວດລ້ອມ ແລະ ຜູ້ຕາງໜ້າຈາກພະແນກຕ່າງໆຂອງບໍລິສັດ ໄດ້ ຮ່ວມກັນເກັບຂີ້ເຫຍື້ອ, ປູກຕົ້ນໄມ້ໃນເຂດຟື້ນຟູຂອງບໍລິສັດ ພູເບ້ຍ ມາຍນິງ, ຈັດການ ແຂ່ງຂັນນະວັດຕະກຳການນຳວັດຖຸກັບຄືນມາໃຊ້ໃໝ່ ແລະ ສະທ້ອນເຖິງຄວາມມຸ່ງ ໝັ້ນຂອງພວກເຂົາໃນການເບິ່ງແຍງຮັກສາສິ່ງແວດລ້ອມ. ຜູ້ຕາງໜ້າຈາກພະແນກສິ່ງແວດລ້ອມຂອງບໍລິສັດ ພູເບ້ຍ ມາຍນິງ ໄດ້ ກ່າວໃນກິດຈະກຳຢູ່ພູຄຳ ໂດຍສຸມໃສ່ ຄວາມມຸ່ງໝັ້ນຂອງແພນອອສ໌ ແລະ ກວ່າງ ຕົງ ຣາຍຊິງ ໂຮລດິງ ກຣຸບ (GDRH) ໃນການປົກປັກຮັກສາສິ່ງແວດລ້ອມບ່ອນ ທີ່ບໍລິສັດເຂົ້າໄປດຳເນີນງານ, ຫລຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມ ໂດຍປະຕິບັດ ຕາມແຜນຄຸ້ມຄອງ ແລະ ຕິດຕາມກວດກາດ້ານສິ່ງແວດລ້ອມຂອງໂຄງການ ລວມທັງໂຄງການຟື້ນຟູພື້ນທີ່ຢ່າງຕໍ່ ເນື່ອງໃນເຂດດໍາເນີນງານ ຂອງບໍລິສັດ. ນັບແຕ່ເລີ່ມໂຄງການພູຄຳ ແລະ ໂຄງ ການບ້ານຫ້ວຍຊາຍເປັນຕົ້ນມາ, ບໍລິ ສັດ ພູເບ້ຍ ມາຍນິງ ໄດ້ດຳເນີນການຟື້ນ ຟູທີ່ດິນເທື່ອລະກ້າວຕາມລໍາດັບ ໃນ ລະຫວ່າງດຳເນີນງານ ແລະ ຕະຫລອດ ອາຍຸໂຄງການ ເພື່ອຮັບປະກັນວ່າໄດ້ປະ ຕິບັດຕາມພັນທະດ້ານສິ່ງແວດລ້ອມ ທັງໃນລະດັບຊາດ ແລະ ສາກົນ. ຮອດ ທ້າຍປີ 2025, ໂຄງການພູຄຳ ແລະ ບ້ານຫ້ວຍຊາຍ ໄດ້ດຳເນີນການຟື້ນຟູ ສຳເລັດແລ້ວປະມານ 372 ເຮັກຕາ. ການຄຸ້ມຄອງດ້ານສິ່ງແວດລ້ອມ ເປັນຫົວໃຈສຳຄັນຂອງວິທີການດຳເນີນ ທຸລະກິດຂອງ ພູເບ້ຍ ມາຍນິງ ຢູ່ ລາວ. ນັບຕັ້ງແຕ່ການສຳຫລວດໄປຈົນເຖິງ ການພັດທະນາ ແລະ ຕະຫລອດໄລຍະ ການຜະລິດ, ບໍລິສັດພະຍາ ຍາມຢ່າງຕໍ່ ເນື່ອງໃນການຫຼຸດຜ່ອນຜົນກະທົບຈາກ ການດຳເນີນງານຕໍ່ສິ່ງແວດລ້ອມທາງ ທຳມະຊາດຂອງລາວ.

RkJQdWJsaXNoZXIy MTc3MTYxMQ==