7295

gru j ,mt;u 7;k,lk,a d7u gxa oxb dczj o0v'x;'-q o]k;ma '-kfK @ 0j k; c]t gsfdko j 11/06/2026 xtgmf]k; ນາຍົກລັດຖະມົນຕີ...ົັົີ ຫົວໜ້າ ຄຕພ...ົ້ ເລຂາທິການໃຫຍ່...ິ່ ຂປລ. ໂດຍຕອບສະໜອງ ຕາມຄຳເຊີນຂອງພັກກອມມູນິດ ຫວຽດນາມ, ຄະນະຜູ້ແທນພັກ ປະຊາຊົນປະຕິວັດລາວ ນຳໂດຍ ສະຫາຍ ບຸນເຫລືອ ພັນດານຸວົງ ກຳມະການສູນກາງພັກ, ຫົວໜ້າ ຄະນະພົວພັນຕ່າງປະເທດສູນກາງ ພັກ ໄດ້ເດີນທາງເຂົ້າຮ່ວມສຳມະນາ ສາກົນ ໃນຫົວຂໍ້ “ການສ້າງຄວາມ ໄວ້ເນື້ອເຊື່ອໃຈລະຫວ່າງບັນດາພັກ ການເມືອງອາຊີຕາເວັນອອກສ່ຽງ ໃຕ້ ເພື່ອຄວາມກົມກຽວ, ເຂັ້ມແຂງ ແລະ ເປັນເຈົ້າຕົນເອງຫລາຍຂຶ້ນ ຂອງປະຊາຄົມອາຊຽນ” ຊຶ່ງຈັດ ຂຶ້ນທີ່ນະຄອນຫລວງຮ່າໂນ້ຍ ສສ ຫວຽດນາມ ໃນລະຫວ່າງວັນທີ 7-9 ມິຖຸນາ 2026 ໂດຍການ ເປັນເຈົ້າພາບຂອງພັກກອມມູນິດ ຫວຽດນາມ ແລະ ການເຂົ້າຮ່ວມ ຂອງບັນດາພັກການເມືອງປະເທດ ອາຊີຕາເວັນອອກສ່ຽງໃຕ້. ກອງປະຊຸມໄດ້ດຳເນີນໄປດ້ວຍ ບັນຍາກາດແຫ່ງມິດຕະພາບ ໂດຍ ສະຫາຍ ເລ ຮວາຍ ຈຸງ ກຳມະການ ກົມການເມືອງສູນກາງພັກ, ລັດຖະ ມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ໄດ້ກ່າວເປີດ ກອງປະຊຸມ ໂດຍໄດ້ຍົກໃຫ້ເຫັນເຖິງ ຈຸດປະສົງຂອງກອງປະຊຸມໃນຄັ້ງ ນີ້ ແລະ ຊຸກຍູ້ການເສີມຂະຫຍາຍ ບົດບາດຂອງບັນດາພັກການເມືອງ ຂອງພາກພື້ນໃນການຊຸກຍູ້ເສີມ ຂະຫຍາຍການພົວພັນຮ່ວມມືໃນ ຂອບອາຊຽນ ໃຫ້ນັບມື້ເຕີບໃຫຍ່ ເຂັ້ມແຂງ. ຫລັງຈາກນັ້ນ, ບັນດາ ປະທານຄະນະກໍາມະການປົກຄອງ ແຂວງ, ຄະນະປະຈຳພັກແຂວງ ເຂົ້າຮ່ວມ, ພ້ອມນັ້ນກໍໄດ້ມອບຂອງ ຂວັນໃຫ້ແກ່ນ້ອງນ້ອຍນັກຮຽນ ຕື່ມອີກ. ຂ່າວ-ພາບ: ທູນທອງໃຈ ປະຊາຊົນຫວຽດນາມ ໃຫ້ດຳລົງ ຕຳແໜ່ງເປັນປະທານປະເທດ ແຫ່ງ ສສ ຫວຽດນາມ ໃນກອງປະຊຸມຄັ້ງ ປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີXVI ຜ່ານມາ, ທັງໄດ້ສະແດງ ຄວາມຊົມເຊີຍຕໍ່ຜົນສໍາເລັດການ ຢ້ຽມຢາມລັດຖະກິດຢູ່ ສປປ ລາວ ຂອງສະຫາຍ ໂຕ ເລິມ ໃນເດືອນ ກຸມພາ ທີ່ຜ່ານມາ ແລະ ຕີລາຄາສູງ ທີ່ສະຫາຍຫວຽດນາມ ໄດ້ຈັດກອງ ປະຊຸມລະດັບສາກົນຕ່າງໆຜ່ານມາ ດ້ວຍຜົນສຳເລັດຢ່າງຈົບງາມອັນໄດ້ ສ່ອງແສງໃຫ້ເຫັນເຖິງບົດບາດທີ່ພົ້ນ ເດັ່ນຂຶ້ນຂອງ ສສ ຫວຽດນາມ ໃນ ເວທີພາກພື້ນ ແລະ ສາກົນ. ພ້ອມກັນ ນີ້, ສະຫາຍ ສອນໄຊ ສີພັນດອນ ໄດ້ນໍາເອົາຄຳຢື້ຢາມຖາມຂ່າວອັນ ອົບອຸ່ນ ແລະ ຄວາມຮັກແພງອັນ ສະໜິດສະໜົມຖານສະຫາຍອ້າຍ ນ້ອງໃນຄອບຄົວດຽວກັນຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາ ທິການໃຫຍ່ຄະນະບໍລິຫານງານ ສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ເຖິງສະຫາຍ ໂຕ ເລິມ ແລະ ບັນດາ ສະຫາຍການນໍາພັກ, ລັດ ແລະ ປະຊາຊົນຫວຽດນາມ ທຸກສະຫາຍ. ນອກຈາກນີ້, ສະຫາຍນາຍົກລັດ ຖະມົນຕີ ສອນໄຊ ສີພັນດອນ ໄດ້ ຕາງໜ້າໃຫ້ພັກ, ລັດແລະ ປະຊາຊົນ ລາວບັນດາເຜົ່າສະແດງຄວາມຮູ້ ບຸນຄຸນຢ່າງເລິກເຊິ່ງ ແລະ ຂອບໃຈ ຢ່າງຈິງໃຈມາຍັງພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫລືອອັນລໍ້າຄ່າ ແລະ ທັນການ ໃຫ້ແກ່ ສປປ ລາວ ຕະຫລອດມາ. ໃນການພົບປະຄັ້ງນີ້, ສອງຝ່າຍ ໄດ້ແຈ້ງສະພາບການພາຍໃນໂດຍ ຫຍໍ້ຂອງສອງປະເທດໃຫ້ກັນຊາບ ແລະ ໄດ້ສະແດງຄວາມຊົມເຊີຍຕໍ່ ບັນດາຜົນສໍາເລັດທີ່ສອງຝ່າຍຍາດ ມາໄດ້ໃນໄລຍະຜ່ານມາ, ພ້ອມທັງ ໄດ້ຕີລາຄາຕໍ່ການພົວພັນຮ່ວມມື ລະຫວ່າງສອງປະເທດໃນໄລຍະ ຜ່ານມາ ຊຶ່ງເຫັນວ່າສືບຕໍ່ມີການ ຂະຫຍາຍຕົວຕໍ່ເນື່ອງຢ່າງບໍ່ຢຸດຢັ້ງ ໃນທຸກຂົງເຂດວຽກງານ ໂດຍສະ ເພາະແມ່ນການພົບປະແລກປ່ຽນ ຄະນະຜູ້ແທນແຕ່ຂັ້ນສູນກາງຮອດ ທ້ອງຖິ່ນຢ່າງເປັນປົກກະຕິ, ອັນ ພົ້ນເດັ່ນແມ່ນສອງສະຫາຍເລຂາ ທິການໃຫຍ່, ປະທານປະເທດ ລາວ-ຫວຽດນາມ ໄດ້ສໍາເລັດການ ແລກປ່ຽນການຢ້ຽມຢາມລັດຖະກິດ ເຊິ່ງກັນ ແລະ ກັນ ພາຍຫລັງສໍາເລັດ ກອງປະຊຸມໃຫຍ່ຂອງຕົນ ຊຶ່ງເປັນ ການຢືນຢັນຄືນເຖິງການຖືສຳຄັນ ແລະ ບຸລິມະສິດຕົ້ົນຕໍຕໍ່ສາຍພົວພັນ ແບບພິເສດ ລາວ-ຫວຽດນາມ ທີ່ມີ ໜຶ່ງບໍ່ມີສອງໃນໂລກນີ້. ຄຽງຄູ່ກັນ ນັ້ນ, ສອງຝ່າຍໄດ້ສະແດງຄວາມ ຊົມເຊີຍ ແລະ ຕີລາຄາສູງທີ່ເຫັນວ່າ ການຈັດຕັ້ງປະຕິບັດຂໍ້ຕົກລົງຂອງ ສອງກົມການເມືອງ ກໍຄື ຜົນຂອງ ກອງປະຊຸມ ຄັ້ງທີ 48 ຂອງຄະນະ ກໍາມະການຮ່ວມມື ລາວ-ຫວຽດ ນາມ ສາມາດບັນລຸຕາມເປົ້າໝາຍ ທີ່ວາງໄວ້ ແລະ ມີຜົນສໍາເລັດສໍາ ຄັນຫລາຍດ້ານ, ບັນດາໂຄງການ ຮ່ວມມືສືບຕໍ່ໄດ້ຮັບການຈັດຕັ້ງປະຕິ ບັດຢ່າງຕັ້ງໜ້າ ຊຶ່ງຫລາຍໂຄງການ ຍຸດທະສາດມີຄວາມຄືບໜ້າຢ່າງ ຈະແຈ້ງ. ພ້ອມກັນນີ້, ສອງຝ່າຍໄດ້ ເຫັນດີເປັນເອກະພາບຈະສືບຕໍ່ເພີ່ມ ທະວີການຮ່ວມມືທາງດ້ານການ ເມືອງໃຫ້ແໜ້ນແຟ້ນ ແລະ ສ້າງ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ໃນລະດັບສູງສຸດ; ເພີ່ມທະວີ ການຮັດແໜ້ນວຽກງານປ້ອງກັນ ຊາດ, ປ້ອງກັນຄວາມສະຫງົບ ເພື່ອ ຮ່ວມກັນຮັບມືກັບສິ່ງທ້າທາຍໃໝ່ໃນ ອະນາຄົດ; ເພີ່ມທະວີການຮ່ວມມື ທາງດ້ານການສຶກສາ ເພື່ອຊ່ວຍ ສ້າງບຸກຄະລາກອນທີ່ມີຄຸນນະພາບ ແກ່ ສປປ ລາວ ໃຫ້ທ່ວງທັນກັບຍຸກ ສະໄໝໃໝ່; ສືບຕໍ່ປະສານສົມທົບ ກັນຢ່າງແໜ້ນແຟ້ນໃນການຈັດ ບັນດາກິດຈະກໍາ ເພື່ອສະເຫລີມ ສະຫລອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ກໍຄື ຄົບຮອບ 65ປີແຫ່ງການສ້າງຕັ້ງສາຍພົວພັນ ການທູດ ແລະ 50 ປີ ການເຊັນ ສົນທິສັນຍາມິດຕະພາບ ແລະ ການ ຮ່ວມມືໃນປີ 2027 ທີ່ຈະມາເຖິງນີ້; ສືບຕໍ່ເອົາໃຈໃສ່ ແລະ ເພີ່ມທະວີ ການໂຄສະນາ ແລະ ສຶກສາອົບຮົມ ເພື່ອໃຫ້ຖັນແຖວພະນັກງານ ແລະ ປະຊາຊົນ ໂດຍສະເພາະຄົນຮຸ່ນ ໃໝ່ ໄດ້ເຂົ້າໃຈຢ່າງແທ້ຈິງເຖິງ ຄວາມໝາຍ ແລະ ຄວາມສໍາຄັນ ຂອງສາຍພົວພັນພິເສດທີ່ມີໜຶ່ງບໍ່ມີ ສອງໃນໂລກນີ້ ຂອງສອງປະເທດ ລາວ-ຫວຽດນາມ; ພ້ອມທັງສືບຕໍ່ ປະສານງານກັນຢ່າງໃກ້ຊິດໃນການ ແລກປ່ຽນບົດຮຽນ, ທັດສະນະ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນ ເວທີພາກພື້ນ ແລະ ສາກົນ. ໃນໂອກາດດຽວກັນນີ້, ສະຫາຍ ໂຕ ເລິມ ກໍໄດ້ສະແດງຄວາມຍິນດີ ຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາ ສູງຕໍ່ການເດີນທາງມາຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ຂອງສະຫາຍນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ຄະນະໃນ ຄັ້ງນີ້ ຊຶ່ງເປັນຄັ້ງທໍາອິດພາຍຫລັງ ດໍາລົງຕໍາແໜ່ງເປັນນາຍົກລັດຖະ ມົນຕີ ແຫ່ງ ສປປ ລາວ ອີກສະໄໝ ໜຶ່ງ, ພ້ອມທັງໄດ້ມີຄໍາເຫັນຊີ້ນໍາ ໃຫ້ສອງນາຍົກລັດຖະມົນຕີ ລາວ ແລະ ຫວຽດນາມ ສືບຕໍ່ເຮັດວຽກ ຮ່ວມກັນຢ່າງໃກ້ຊິດ ເພື່ອຈັດຕັ້ງ ຜັນຂະຫຍາຍບັນດາຂໍ້ຕົກລົງຂອງ ສອງກົມການເມືອງ ກໍຄື ຜົນຂອງ ກອງປະຊຸມ ຄັ້ງທີ 48 ຂອງຄະນະ ກໍາມະການຮ່ວມມື ລາວ-ຫວຽດ ນາມ ລວມທັງການຈັດຕັ້ງປະຕິບັດ ບັນດາໂຄງການຮ່ວມມືທາງດ້ານ ຍຸດທະສາດທີ່ສໍາຄັນຂອງສອງ ປະເທດໃຫ້ປະກົດຜົນເປັນຮູບປະ ທໍາຕາມແຜນການທີ່ວາງໄວ້ ເພື່ອ ເພີ່ມພູນຄູນສ້າງສາຍພົວພັນມິດຕະ ພາບອັນຍິ່ງໃຫຍ່, ຄວາມສາມັກຄີ ພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ຫວຽດ ນາມ-ລາວ ໃຫ້ຈະເລີນງອກງາມ ແລະ ໝັ້ນຄົງຂະນົງແກ່ນຕະຫລອດ ກາລະນານແນໃສ່ນຳເອົາຜົນປະ ໂຫຍດທີ່ແທ້ຈິງມາສູ່ປະຊາຊົນສອງ ຊາດ ຫວຽດນາມ-ລາວ ໃຫ້ນັບມື້ ນັບຫລາຍຂຶ້ນ. ຜູ້ເຂົ້າຮ່ວມກອງປະຊຸມໄດ້ພ້ອມກັນ ແລກປ່ຽນຄຳຄິດເຫັນ ແລະ ປຶກສາ ຫາລື ໂດຍປິ່ນອ້ອມ 3 ຫົວຂໍ້ຍ່ອຍ ຄື: ການສ້າງຄວາມໄວ້ເນື້ອເຊື່ອໃຈ ລະຫວ່າງບັນດາພັກການເມືອງໃນ ອາຊີຕາເວັນອອກສ່ຽງໃຕ້ ເພື່ອເພີ່ມ ທະວີຄວາມກົມກຽວ, ຄ່ອງແຄ້ວ ແລະ ການເພິ່ງພາຕົນເອງຂອງ ອາຊຽນ; ການເສີມຂະຫຍາຍ ບົດບາດຂອງພັກການເມືອງ ເພື່ອ ຍົກລະດັບການຮ່ວມມືຂອງອາຊຽນ ແລະ ການຈັດຕັ້ງປະຕິບັດວິໄສທັດ 2045 ຂອງປະຊາຄົມອາຊຽນ ໃຫ້ ປະກົດຜົນເປັນຈິງ ແລະ ບົດຮຽນ ໃນການຄຸ້ມຄອງ, ການເພີ່ມທະວີ ການຮ່ວມມືລະຫວ່າງບັນດາພັກ ການເມືອງໃນຂະບວນການສ້າງ ປະຊາຄົມອາຊຽນ ຊຶ່ງບັນດາພັກ ການເມືອງກໍໄດ້ແລກປ່ຽນທັດສະ ນະ ແລະ ຢືນຢັນເຖິງຄວາມມຸ່ງ ມາດປາຖະໜາຂອງບັນດາພັກການ ເມືອງໃນການເສີມສ້າງປະຊາຄົມ ອາຊຽນ ແລະ ບັນລຸບັນດາຄາດ ໝາຍ ກໍຄື ວິໄສທັດຂອງອາຊຽນ. ໃນກອງປະຊຸມ , ສະຫາຍ ບຸນເຫລືອ ພັນດານຸວົງ ໄດ້ຕີລາຄາ ສູງຕໍ່ບົດບາດຂອງພັກກອມມູນິດ ຫວຽດນາມ ກໍຄື ການປະກອບສ່ວນ ໃນການສ້າງກົນໄກກອງປະຊຸມທີ່ມີ ຄວາມໝາຍສຳຄັນໃນຄັ້ງນີ້, ພ້ອມ ທັງສະເໜີທິດທາງທີ່ສຳຄັນໃນການ ຊຸກຍູ້ສົ່ງເສີມການພົວພັນຮ່ວມມື ລະຫວ່າງບັນດາພັກການເມືອງເປັນ ຕົ້ນການຊຸກຍູ້ກົນໄກການພົບປະ ກັນຢ່າງເປັນປົກກະຕິ, ການເສີມ ຂະຫຍາຍບົດບາດຂອງພັກການ ເມືອງໃນການເປັນກະບອກສຽງ ແລະ ເປັນຂົວຕໍ່ໃນການຊຸກຍູ້ການ ເຊື່ອມໂຍງເສດຖະກິດ-ສັງຄົມ ໃນພາກພື້ນ ແລະ ການສົ່ງເສີມ “ຄວາມເປັນແກນກາງຂອງອາ ຊຽນ” (ASEAN Centrality) ເພື່ອຮັບມືກັບສະພາບການພາກ ພື້ນ ແລະ ສາກົນ ທີ່ມີຄວາມສັບສົນ ໃນປັດຈຸບັນ ກໍຄື ຮັບມືກັບບັນດາວິ ກິດການຕ່າງໆທັງໃນປັດຈຸບັນ ແລະ ຕໍ່ໜ້າ. ໃນໂອກາດດຽວກັນນີ້, ສະຫາຍ ບຸນເຫລືອ ພັນດານຸວົງ ຍັງໄດ້ພົບ ປະກັບ ສະຫາຍ ເລ ຮວາຍຈຸງ ກຳ ມະການກົມການເມືອງສູນກາງ ພັກ, ລັດຖະມົນຕີກະຊວງການຕ່າງ ປະເທດຫວຽດນາມ ຊຶ່ງສອງຝ່າຍ ໄດ້ປຶກສາຫາລື ແລະ ແລກປ່ຽນ ຄໍາຄິດຄໍາເຫັນໃນການສືບຕໍ່ຊຸກຍູ້ ການຈັດຕັ້ງປະຕິບັດບັນດາເນື້ອ ໃນຈິດໃຈທີ່ການນຳທັງສອງພັກ, ສອງລັດ ໄດ້ຕົກລົງເປັນເອກະພາບ ນຳກັນໃຫ້ເກີດດອກອອກຜົນ ແລະ ນຳເອົາຜົນປະໂຫຍດທີ່ໃຫຍ່ຫລວງ ກວ່າເກົ່າ ມາສູ່ປະຊາຊົນສອງຊາດ. ຕໍ່ກັບທິດທາງແຜນການຮ່ວມມື ຂປລ. ເມື່ອບໍ່ດົນມານີ້, ກຳ ມາທິການເຜີຍແຜ່ສິລະທຳ ແລະ ປະຕິບັດກຳມະຖານສູນກາງ ຮ່ວມ ກັບກຳມາທິການສາທາຣະນູປະ ການສູນກາງ ໄດ້ມອບເງິນຈຳນວນ 230 ລ້ານກີບ ຊຸກຍູ້ວຽກງານກູ້ ໄພ-ກູ້ຊີບ ໃຫ້ມູນນິທິຊ່ວຍເຫລືອ ຄົນທຸກຍາກ ແຫ່ງ ສປປ ລາວ ເພື່ອ ກໍ່ສ້າງອາຄານປະຈຳການຂອງ ມູນນິທິຈຸດບ້ານນາເລົ່າ ເມືອງສີ ໂຄດຕະບອງ ນະຄອນຫລວງວຽງ ຈັນ ຕາງໜ້າມອບໂດຍພະອາຈານ ໃຫຍ່ ສີທົນ ໄຊຍະວົງສອນ ຮອງ ປະທານສູນກາງອົງການພຸດທະ ສາສະໜາສຳພັນ ແຫ່ງ ສປປ ລາວ, ຫົວໜ້າກຳມາທິການເຜີຍແຜ່ສິລະ ທຳ ແລະ ປະຕິບັດກຳມະຖານສູນ ກາງ ແລະ ພະອາຈານໃຫຍ່ບຸນທະວີ ປະສິດທິສັກ ຮອງປະທານສູນກາງ ອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ, ຫົວໜ້າກຳມາ ທິການສາທາລະນູປະການສູນກາງ ແລະຮັບໂດຍທ່ານນາງສີສະຫລຽວ ທຳມະເທວາ ປະທານມູນນິທິຊ່ວຍ ເຫລືອຄົນທຸກຍາກ ແຫ່ງ ສປປ ລາວ, ມີພະເຖຣານຸເຖລະ, ເຈົ້າອະທິ ການວັດ, ພ້ອມດ້ວຍເຈົ້າສັດທາແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ໂອກາດນີ້,ທ່ານນາງສີສະຫລຽວ ທຳມະເທວາ ໄດ້ຕາງໜ້າໃຫ້ມູນນິທິ ຊ່ວຍເຫລືອຄົນທຸກຍາກ ແຫ່ງ ສປປ ລາວ ໄດ້ສະແດງຄວາມຂອບໃຈຕໍ່ ກຳມາທິການເຜີຍແຜ່ສິລະທຳ ແລະ ປະຕິບັດກຳມະຖານສູນກາງ ແລະ ກຳມາທິການສາທາລະນູປະການ ສູນກາງ ກໍຄື ເຈົ້າສັດທາທີ່ໄດ້ປະ ກອບສ່ວນທຶນຮອນລວມມູນຄ່າ 230 ລ້ານກີບ ມາຊຸກວຽກງານ ກູ້ໄພ-ກູ້ຊີບ ກໍຄື ສ້າງຕັ້ງອາຄານ ປະຈຳການຂອງມູນນິທິຊ່ວຍເຫລືອ ຄົນທຸກຍາກແຫ່ງ ສປປ ລາວ ຢູ່ຈຸດ ນາເລົ່າ ເພື່ອສ້າງຄວາມສະດວກ ໃຫ້ແກ່ພະນັກງານອາສາກູ້ໄພໃນ ການເຮັດໜ້າທີ່ຊ່ວຍເຫລືອສັງຄົມ ໃນເວລາເກີດອຸບັດເຫດໃຫ້ທ່ວງທັນ ກັບເວລາທີ່ສັງຄົມຕ້ອງການເນື່ອງ ຈາກປັດຈຸບັນຈຸດປະຈຳການຈຸດນາ ເລົ່າ ຍັງບໍ່ທັນມີອາຄານທີ່ຖາວອນ. ພ້ອມນີ້, ທ່ານ ນາງ ສີສະຫລຽວ ທຳມະເທວາ ຍັງໄດ້ສະແດງຄວາມ ຫວັງຢ່າງຍິ່ງວ່າສັງຄົມຈະສືບຕໍ່ ໃຫ້ການສະໜັບສະໜູນຊ່ວຍເຫລືອ ມູນນິທິຊ່ວຍເຫລືອຄົນທຸກຍາກ ແຫ່ງ ສປປ ລາວ ຢ່າງຕໍ່ເນື່ອງ ຕື່ມອີກ. ພາບ: ຂັນໄຊ ,v[{Ia [g'o-j ;pgs]n v -5 dp6h ;Pd'kod6h wr{d6h -u [ y ໃນຕໍ່ໜ້າ, ທັງສອງຝ່າຍໄດ້ເຫັນດີ ເປັນເອກະພາບໃນການສືບຕໍ່ຍົກ ສູງພາລະບົດບາດໃນການເປັນ ເສນາທິການທາງດ້ານວຽກງານ ການຕ່າງປະເທດ ໃຫ້ແກ່ສູນກາງ ພັກ ກໍຄື ການເສີມຂະຫຍາຍການ ພົວພັນຮ່ວມມືລະຫວ່າງຄະນະ ພົວພັນຕ່າງປະເທດສູນກາງພັກ ປປ ລາວ ແລະ ກະຊວງການຕ່າງ ປະເທດຫວຽດນາມ ໃຫ້ມີໝາກຜົນ ສູງຂຶ້ນກວ່າເກົ່າ. ການເຄື່ອນໄຫວວຽກງານຢູ່ ສສ ຫວຽດນາມ ຂອງຄະນະຜູ້ແທນພັກ ປະຊາຊົນປະຕິວັດລາວ ໃນຄັ້ງນີ້ ໄດ້ປະສົບຜົນສຳເລັດຢ່າງຈົບງາມ ແລະ ເຕັມໄປດ້ວຍບັນຍາກາດແຫ່ງ ໄມຕີຈິດມິດຕະພາບອັນແໜ້ນແຟ້ນ ຊຶ່ງນອກຈາກການເຄື່ອນໄຫວຢູ່ ນະຄອນຫລວງຮ່າໂນ້ຍ, ຄະນະ ຜູ້ແທນລາວຍັງໄດ້ເຄື່ອນໄຫວທັດ ສະນະສຶກສາຢູ່ແຂວງນິງບິງ ແລະ ຢ້ຽມຢາມພື້ນຖານທາງດ້ານການ ພັດທະນາເສດຖະກິດຂອງແຂວງ ຈຳນວນໜຶ່ງອີກດ້ວຍ.

RkJQdWJsaXNoZXIy MTc3MTYxMQ==