7292

ຖານຄະຣຸໂທດ. ມາດຕາ 49 ໂທດຕັດອິດສະລະ ພາບທີ່ມີກຳນົດແມ່ນໂທດຕັດອິດ ສະລະພາບທີ່ມີກຳນົດເວລາແຕ່ ສາມ ເດືອນ ຫາ ຊາວປີ ຊຶ່ງຜູ້ຖືກຕັດ ສິນຕ້ອງປະຕິບັດໃນຄ້າຍຄຸມຂັງ. ມາດຕາ 50 ໂທດຕັດອິດສະລະ ພາບຕະຫລອດຊີວິດ ແມ່ນໂທດ ຕັດອິດສະລະພາບໂດຍບໍ່ມີກຳນົດ ເວລາ, ນຳໃຊ້ຕໍ່ບຸກຄົນທີ່ກະທຳຜິດ ຮ້າຍແຮງເປັນພິເສດ ແຕ່ບໍ່ເຖິງຂັ້ນ ລົງໂທດປະຫານຊີວິດ. ຫ້າມລົງ ໂທດຕັດອິດສະລະພາບຕະຫລອດ ຊີວິດໃສ່ຜູ້ກະທຳຜິດທີ່ມີອາຍຸຕ່ຳ ກວ່າສິບແປດປີແລະຜູ້ຍິງທີ່ຖືພາໃນ ເວລາກະທຳຜິດໂດຍໃຫ້ລົງໂທດຕັດ ອິດສະລະພາບທີ່ມີກຳນົດຊາວປີ. ມາດຕາ 51 ໂທດປະຫານຊີວິດ ແມ່ນມາດຕະການພິເສດຂອງການ ລົງໂທດ ທີ່ລົງໃສ່ຜູ້ກະທຳຜິດໃນ ສະຖານ ໜັກເປັນພິເສດ ຊຶ່ງໄດ້ກຳ ນົດໄວ້ໃນປະມວນກົດໝາຍອາຍາ ສະບັບນີ້ ແລະ ກົດໝາຍສະບັບອື່ນ ທີ່ກຳນົດການກະທຳຜິດທາງອາຍາ ແລະ ໂທດ. ການປະຫານຊີວິດໃຫ້ ປະຕິບັດດ້ວຍການຍິງເປົ້າ. ຫ້າມລົງ ໂທດປະຫານຊີວິດ ໃສ່ຜູ້ກະທຳຜິດ ທີ່ມີອາຍຸຕ່ຳກວ່າສິບແປດປີ, ຜູ້ຍິງ ທີ່ຖືພາ, ແມ່ທີ່ລ້ຽງລູກນ້ອຍອາຍຸ ແຕ່ສາມປີລົງມາ, ຜູ້ທີ່ມີອາຍຸແຕ່ ຫົກສິບປີຂຶ້ນໄປ ແລະ ຜູ້ພິການທາງ ສະໝອງໃນເວລາກະທຳຜິດຫລືໃນ ເວລາຕັດສິນ ຫລື ໃນເວລາປະຕິບັດ ໂທດໂດຍໃຫ້ລົງໂທດຕັດອິດສະລະ ພາບຕະຫລອດຊີວິດ. ມາດຕາ 52 ໂທດຮິບຊັບ ແມ່ນ ການເອົາຊັບທັງໝົດ ຫລື ສ່ວນໃດ ໜຶ່ງທີ່ເປັນກຳມະສິດຂອງຜູ້ກະທຳ ຜິດທີ່ບໍ່ໄດ້ນຳໃຊ້ເຂົ້າໃນການກະ ທຳຜິດ ຫລື ບໍ່ໄດ້ມາຈາກການກະ ທຳຜິດມາເປັນຂອງລັດ ໂດຍບໍ່ມີ ການໃຊ້ແທນ ຊຶ່ງຈະລົງໃສ່ໄດ້ແຕ່ ການກະທຳຜິດທີ່ເປັນອັນຕະລາຍ ຮ້າຍແຮງຕາມທີ່ໄດ້ກຳນົດໄວ້ໃນ ກົດໝາຍອາຍາ. ໃນກໍລະນີການຮິບ ຊັບທັງໝົດ ກໍຕ້ອງຍົກເວັ້ນຊັບທີ່ຈຳ ເປັນສຳລັບການດຳລົງຊີວິດຂອງ ຜູ້ກະທຳຜິດ ແລະ ຄອບຄົວຂອງຜູ້ ກ່ຽວເຊັ່ນ: ເຮືອນຢູ່ປະຈຳຂອງຜູ້ ຖືກຕັດສິນ ແລະ ຄອບຄົວ, ສັດລ້ຽງ ສຳລັບບຸກຄົນ ທີ່ຖືເອົາການປູກຝັງ ຫລື ການລ້ຽງສັດເປັນອາຊີບ, ວັດ ຖຸສິ່ງຂອງທີ່ໃຊ້ເປັນປະຈຳຂອງຜູ້ ຖືກຕັດສິນ ແລະ ຂອງບຸກຄົນຊຶ່ງ ຢູ່ພາຍໃຕ້ການດູແລລ້ຽງດູຂອງຜູ້ ຖືກຕັດສິນ. ໃນກໍລະນີທີ່ໄດ້ຕົກລົງຮິບຊັບ ສ່ວນໃດໜຶ່ງ ສານຕ້ອງກຳນົດຊັບ ທີ່ຈະຖືກຮິບນັ້ນໃຫ້ຈະແຈ້ງ. ຊັບທີ່ ເປັນກຳມະສິດຂອງລັດຈະບໍ່ຖືກຮິບ ຊຶ່ງຕ້ອງສົ່ງຄືນໃຫ້ແກ່ອົງການຈັດ ຕັ້ງທີ່ກ່ຽວຂ້ອງ. 08/06/2026 xtgmf]k; 6 glf4tdy f{la '7q y a ,q glu ,0tspkp,tsklk,a d7u mj q ;x;'-q oma '-kf rkp.8h dkooerk0v'ra d *** ອ່ານຕໍ່ສະບັບໜ້າ *** ່ າໍ່ ສັ ບ້ າ dko]q '3mf ປະເພດຂອງໂທດປະກອບດ້ວຍ: ໂທດຕົ້ນຕໍ, ໂທດເພີ່ມ ແລະ ໂທດ ທາງເລືອກ. ໂທດຕົ້ນຕໍ ມີດັ່ງນີ້: ໂທດຕຳນິ ວິຈານ; ໂທດປັບໃໝ; ໂທດດັດສ້າງ ໂດຍບໍ່ຕັດອິດສະລະພາບ; ໂທດເນ ລະເທດ; ໂທດຕັດອິດສະລະພາບທີ່ມີ ກຳນົດ; ໂທດຕັດອິດສະລະພາບຕະ ຫລອດຊີວິດ; ໂທດປະຫານຊີວິດ. ໂທດເພີ່ມມີດັ່ງນີ້: ໂທດປັບໃໝ ໃນກໍລະນີທີ່ບໍ່ເປັນໂທດຕົ້ນຕໍ; ໂທດ ຮິບຊັບ; ໂທດຮິບວັດຖຸສິ່ງຂອງ; ໂທດປົດສິດເລືອກຕັ້ງ ແລະ ສະໝັກ ຮັບເລືອກຕັ້ງ; ໂທດຈຳກັດທີ່ຢູ່; ໂທດ ເນລະເທດ ໃນກໍລະນີທີ່ບໍ່ເປັນໂທດ ຕົ້ນຕໍ; ໂທດຟື້ນຟູຄືນ; ໂທດຖອນໃບ ອະນຸຍາດ; ໂທດຫ້າມດຳລົງຕຳ ແໜ່ງຫລືປະກອບອາຊີບໃດໜຶ່ງຫລື ຖອນຫລຽນ ຫລື ປົດນາມມະຍົດ. ສຳລັບການກະທຳຜິດຖານ ໂທ ສານຸໂທດ ສານສາມາດລົງໂທດ ໜຶ່ງ ຫລື ສອງໂທດເພີ່ມແທນ ໂທດ ຕົ້ນຕໍ. ໂທດທາງເລືອກມີດັ່ງນີ້: ໂທດ ອອກແຮງງານເພື່ອສາທາລະນະ; ໂທດຈຳກັດບໍລິເວນ. ສານ ອາດນຳ ໃຊ້ໂທດທາງເລືອກແທນໂທດຕົ້ນຕໍ ຫລື ໂທດເພີ່ມ ຫລື ນຳໃຊ້ແທນທັງ ສອງໂທດນັ້ນກໍໄດ້. ມາດຕາ 45 ໂທດຕຳນິວິຈານ ແມ່ນ ການຕຳນິວິຈານຜູ້ກະທຳຜິດ ໃນທີ່ປະຊຸມສານ. ໃນກໍລະນີຈຳເປັນ ກໍອາດຈະເອົາຄຳຕັດສິນຂອງສານ ລົງໃນໜ້າໜັງສືພິມ ຫລື ນຳໃຊ້ວິທີ ການອື່ນກໍໄດ້. ມາດຕາ 46 ໂທດ ປັບໃໝ ແມ່ນໂທດທາງດ້ານການ ເງິນ ຊຶ່ງແມ່ນສານເປັນຜູ້ວາງຕາມ ກໍລະນີ ແລະ ຂອບເຂດທີ່ກົດໝາຍ ກຳນົດໄວ້. ສຳລັບຈຳນວນເງິນທີ່ ຈະປັບໃໝນັ້ນ ສານຕ້ອງອີງໃສ່ລະ ດັບຄວາມເປັນອັນຕະລາຍຂອງ ການກະທຳຜິດ, ສະພາບທາງດ້ານ ຊັບສິນຂອງຜູ້ກະທຳຜິດ, ຄ່າຄອງ ຊີບໃນແຕ່ລະໄລຍະ. ເງິນທີ່ໄດ້ຈາກ ການປັບໃໝ ຕ້ອງມອບເຂົ້າງົບປະ ມານແຫ່ງລັດ. ຄ່າປັບໃໝສາມາດ ຈ່າຍເທື່ອດຽວ ຫລື ຈ່າຍເປັນງວດ ພາຍໃນກຳນົດເວລາຕາມຄຳຕັດ ສິນຂອງສານ. ໃນກໍລະນີທີ່ຜູ້ກະທຳ ຜິດຫາກບໍ່ສາມາດເສຍຄ່າປັບໃໝ ໄດ້ໃນເວລານັ້ນ ສານສາມາດປ່ຽນ ໂທດປັບໃໝມາເປັນໂທດອອກແຮງ ງານ ເພື່ອສາທາລະນະ ຫລື ໂທດ ດັດສ້າງໂດຍບໍ່ຕັດອິດສະລະພາບ. ໃນກໍລະນີທີ່ຜູ້ກະທຳຜິດຫາກບໍ່ສາ ມາດເສຍຄ່າປັບໃໝຕາມຄຳຕັດສິນ ຂອງສານ ພາຍຫລັງໄດ້ປະຕິບັດ ໂທດຕັດອິດສະລະພາບສຳເລັດ ແລ້ວ ສານສາມາດປ່ຽນໂທດປັບ ໃໝນັ້ນມາເປັນໂທດອອກແຮງງານ ເພື່ອສາທາລະນະ ຫລື ໂທດດັດສ້າງ ໂດຍບໍ່ຕັດອິດສະລະພາບ. ຫ້າມ ເອົາໂທດປັບໃໝມາເປັນໂທດຕັດ ອິດສະລະພາບ ແລະ ຫ້າມເອົາໂທດ ຕັດອິດສະລະພາບມາ ເປັນໂທດປັບ ໃໝ ໃນກໍລະນີການກະທຳຜິດທີ່ ກົດໝາຍກຳນົດໂທດຕັດອິດສະລະ ພາບເກີນກວ່າສາມປີຂຶ້ນໄປ. ສຳລັບການກະທຳຜິດກ່ຽວກັບ ເສດຖະກິດ ແລະ ການເງິນ ທີ່ກົດ ໝາຍກຳນົດໂທດຕັດອິດສະລະພາບ ຕ່ຳກວ່າສາມປີລົງມາ ຍົກເວັ້ນການ ກະທຳຜິດທີ່ບໍ່ເຂັດຫລາບ ຫລື ເປັນ ອາຈິນນັ້ນ ສາມາດລົງໂທດປັບໃໝ ເປັນໂທດຕົ້ນຕໍ; ແຕ່ຖ້າວ່າຜູ້ກະທຳ ຜິດຫາກບໍ່ສາມາດປະຕິບັດໂທດປັບ ໃໝໄດ້ສານ ກໍຈະຕັດສິນລົງໂທດ ຕັດອິດສະລະພາບແທນໂດຍຄິດໄລ່ ໂທດຕັດອິດສະລະພາບ ໜຶ່ງວັນເທົ່າ ກັບຄ່າແຮງງານຕ່ຳສຸດຕໍ່ວັນຂອງ ຜູ້ອອກແຮງງານ. ມາດຕາ 47 ໂທດດັດສ້າງໂດຍ ບໍ່ຕັດອິດສະລະພາບ ແມ່ນໂທດທີ່ ລົງໃສ່ຜູ້ກະທຳຜິດດ້ວຍການປະໃຫ້ ຜູ້ກ່ຽວສືບ ຕໍ່ອອກແຮງງານຢູ່ບ່ອນ ເຮັດວຽກເດີມ ຫລື ຢູ່ບ່ອນອື່ນ ໂດຍ ຫັກເອົາແຕ່ຫ້າ ຫາ ຊາວສ່ວນຮ້ອຍ ຂອງຄ່າແຮງງານທັງໝົດຂອງຜູ້ ກະທຳຜິດ ເຂົ້າເປັນລາຍຮັບຂອງ ລັດຕາມຄຳຕັດສິນຂອງສານ. ໂທດ ດັດສ້າງ ໂດຍບໍ່ຕັດອິດສະລະພາບ ທີ່ຈະລົງໃສ່ຜູ້ກະທຳຜິດນັ້ນ ບໍ່ໃຫ້ ເກີນໜຶ່ງປີ. ມາດຕາ 48 ກຳນົດວ່າໂທດເນ ລະເທດແມ່ນໂທດທີ່ສານວາງໃສ່ຜູ້ ກະທຳຜິດທີ່ເປັນຄົນຕ່າງປະເທດ ໃຫ້ອອກຈາກດິນແດນ ສາທາລະ ນະລັດ ປະຊາທິປະໄຕ ປະຊາຊົນ ລາວ ເປັນເວລາ ສິບປີຂຶ້ນໄປ. ສານ ອາດນຳໃຊ້ໂທດເນລະເທດເປັນ ໂທດຕົ້ນຕໍ ຫລື ໂທດເພີ່ມຕາມແຕ່ລະ ກໍລະນີ. ໂທດເນລະເທດນີ້ ຈະວາງ ໃສ່ການກະທຳຜິດຖານໂທສານຸ ໂທດ ທີ່ສ້າງຄວາມເສຍຫາຍຢ່າງ ຫລວງຫລາຍ ແລະ ການກະທຳຜິດ ຂປລ. ໂທດແມ່ນມາດຕະການ ບັງຄັບຂອງລັດ ທີ່ກຳນົດໄວ້ໃນກົດ ໝາຍອາຍາ, ນຳໃຊ້ເພື່ອຈຳກັດສິດ, ຕັດສິດ ແລະ ຜົນປະໂຫຍດຂອງຜູ້ ກະທຳຜິດ ຊຶ່ງໃນມາດຕາ 43 ຂອງ ປະມວນກົດໝາຍອາຍາໄດ້ກຳນົດ ວ່າ: ການລົງໂທດບໍ່ພຽງແຕ່ຈະມີ ຈຸດປະສົງລົງໂທດຜູ້ກະທຳຜິດເທົ່າ ນັ້ນແຕ່ຫາກຍັງມີຈຸດປະສົງ ເພື່ອດັດ ສ້າງ ແລະ ສຶກສາອົບຮົມຜູ້ຖືກລົງ ໂທດໃຫ້ມີຈິດໃຈບໍລິສຸດຕໍ່ການ ອອກແຮງງານ, ໃຫ້ປະຕິບັດກົດ ໝາຍຢ່າງຖືກຕ້ອງ ແລະ ເຄັ່ງຄັດ, ໃຫ້ເຄົາລົບລະບຽບການດຳລົງຊີ ວິດຂອງສັງຄົມພ້ອມທັງເປັນການ ປ້ອງກັນບໍ່ໃຫ້ການກະທຳຜິດເທື່ອ ໃໝ່ເກີດຂຶ້ນສຳລັບຜູ້ຖືກຕັດສິນລົງ ໂທດ ແລະ ບຸກຄົນອື່ນອີກດ້ວຍ. ການລົງໂທດບໍ່ມີຈຸດປະສົງຈະ ກໍ່ຄວາມທຸກທໍລະມານແກ່ຮ່າງ ກາຍ ຫລື ຢຽບຢ່ຳກຽດສັກສີຂອງ ມະນຸດ. ໃນມາດຕາ 44 ຂອງປະ ມວນກົດໝາຍອາຍາ ໄດ້ກຳນົດ ຂປລ. ບໍລິສັດສະຕາໂທລະຄົມ ຫລື ຢູນີເທວ (Unitel) ໄດ້ບັນລຸຂໍ້ ຕົກລົງຮ່ວມກັບສະຫະພັນບານເຕະ ສາກົນ (FIFA) ໃນການເປັນຜູ້ຖື ລິຂະສິດການຖ່າຍທອດສົດການ ແຂ່ງຂັນບານໂລກໃນຮອບສຸດທ້າຍ ຫລື FIFAWorld Cup 2026™ ຢ່າງເປັນທາງການ. ນີ້ຖືເປັນຄັ້ງ ທຳອິດທີ່ວິສາຫະກິດດ້ານໂທລະ ຄົມມະນາຄົມ ໃນ ສປປ ລາວ ໄດ້ ເຈລະຈາໂດຍກົງ ແລະ ເປັນຜູ້ຖືສິດ ໃນການອອກອາກາດຄົບຖ້ວນທຸກ ນັດຂອງມະຫະກຳກິລາບານເຕະ ທີ່ຍິ່ງໃຫຍ່ທີ່ສຸດໃນໂລກ. ການນຳເອົາເທສະການບານ ເຕະທີ່ຍິ່ງໃຫຍ່ທີ່ສຸດໃນໂລກ ມາສູ່ ປະຊາຊົນລາວທຸກຄົນດ້ວຍພັນທະ ເພື່ອສັງຄົມ ແລະ ຄວາມມຸ່ງໝັ້ນ ໃນການປະກອບສ່ວນເຂົ້າໃນການ ພັດທະນາປະເທດຊາດ, Unitel ຈຶ່ງໄດ້ຕັດສິນໃຈລົງທຶນຄັ້ງໃຫຍ່ ເພື່ອນຳເອົາ World Cup 2026 ມາສູ່ ສປປ ລາວ ໂດຍຈະມີການ ຖ່າຍທອດສົດແບບບໍ່ເສຍຄ່າ(ຟຣີ) ຄົບທຸກນັດຂອງການແຂ່ງຂັນ ລວມ ທັງໝົດ 104 ນັດ, ພ້ອມສຽງພາກ ເປັນພາສາລາວຜ່ານທາງແພລດ ຟອມ LaoTV ເພື່ອບໍລິການແຟນ ບານເຕະໃນທົ່ວປະເທດ. ອີງຕາມຂໍ້ຕົກລົງທີ່ໄດ້ເຊັນຮ່ວມ ກັບ FIFA, Unitel ແມ່ນເປັນຜູ້ຖື ລະບົບສິດສື່ໂຄສະນາຢ່າງຮອບ ດ້ານຊຶ່ງລວມມີ: ສິດທາງໂທລະ ພາບ (ລະບົບດີຈິຕອນພື້ນດິນ, ລະ ບົບສາຍກາບ, ລະບົບດາວທຽມ), ວິທະຍຸ, ອິນເຕີເນັດ, ອຸປະກອນມືຖື ໂດຍສະເພາະແມ່ນສິດການຈັດສາຍ ໃນບ່ອນສາທາລະນະ (Publ ic Viewing Rights). ສຳລັບແຟນບານເຕະ ຢູ່ ສປປ ລາວ ແມ່ນສາມາດຕິດຕາມການ ແຂ່ງຂັນໄດ້ຢ່າງງ່າຍດາຍ ແລະ ສະດວກສະບາຍຜ່ານ ແພລດຟອມ ດີຈິຕອນ-LaoTV ຊຶ່ງເປັນແອັບ ພລິເຄຊັນຄວາມບັນເທີງດີຈິຕອນ ທີ່ພັດທະນາໂດຍ Unitel. ນອກ ນີ້, ຜູ້ຊົມສາມາດເລືອກຮັບຊົມ ຍ້ອນຫລັງໄດ້ທຸກນັດການແຂ່ງຂັນ (VOD) ພ້ອມທັງອັບເດດຄລິບ ວິດີໂອຈັງຫວະເດັ່ນໆທີ່ໜ້າປະທັບ ໃຈ (Highlights) ໄດ້ໄວທັນໃຈ ທຸກທີ່ທຸກເວລາຜ່ານທາງໂທລະສັບ ແລະ ອຸປະກອນມືຖື. ລາຍການພິ ເສດຮ່ວມເດີນທາງ Unitel ຈະ ລົງທຶນຜະລິດລາຍການຂ່າວແບບ ເຈາະເລິກ, ລາຍການວິເຄາະ-ວິ 16 ou gm; wfh Ia []y 0tly f[ko3]d 2026 .sh xt-k-q o]k; wfh Ia [-q ,dko4j kpmvflq f[+ glp7j k7q [m5 doa f ຈານທັງກ່ອນ ແລະ ຫລັງການແຂ່ງ ຂັນໂດຍຈະມີບັນດານັກວິຊາການ ແລະ ຊ່ຽວຊານທາງດ້ານບານເຕະ ມາຮ່ວມລາຍການ ເພື່ອນຳເອົາປະ ສົບການດ້ານກິລາລະດັບໂລກມາສູ່ ສາຍຕາຂອງຜູ້ຊົມຢ່າງເຕັມອ່ີມ. ໃນນາມເປັນຜູ້ຖືລິຂະສິດການ ອອກອາກາດ, Unitel ແມ່ນຜູ້ ຄວບຄຸມສິດທັງໝົດໃນການຈັດ ສາຍຢູ່ບ່ອນສາທາລະນະໃນທົ່ວ ສປປ ລາວ. ທຸກໆກິດຈະກຳການ ຈັດຕັ້ງເບິ່ງບານເຕະແບບລວມໝູ່ ຢູ່ຕາມສະຖານທີ່ສາທາລະນະເຊັ່ນ: Fan Zone, ຮ້ານອາຫານ, ຜັບບາ, ສູນການຄ້າ ຫລື ພື້ນທີ່ກາງ ແຈ້ງຕ່າງໆ ແມ່ນຈະຕ້ອງໄດ້ຮັບ ຄວາມເຫັນດີ ແລະ ອະນຸຍາດຢ່າງ ເປັນທາງການ ຫລື ທາງ Unitel ເປັນຜູ້ຈັດຕັ້ງໂດຍກົງເທົ່ານັ້ນ. ສຳລັບບັນດາສື່ມວນຊົນ ແລະ ສຳນັກຂ່າວ ເພື່ອເປັນການເຜີຍ ແຜ່ການແຂ່ງຂັນຢ່າງມີມືອາຊີບ, Unitel ຈະປະສານງານຢ່າງໃກ້ ຊິດ ເພື່ອສະໜອງຊັບພະຍາກອນ ສື່ ພ້ອມຄຳແນະນຳໃນການນຳໃຊ້ ຂໍ້ມູນຂອງການແຂ່ງຂັນ. ທຸກຂໍ້ກຳ ນົດ ແລະ ຄຳແນະນຳເຫລົ່ານີ້ອາດ ຈະຖືກປັບປຸງ ແລະ ອັບເດດໃຫ້ ທັນສະໄໝຢູ່ເລື້ອຍໆ ອີງຕາມເນື້ອ ໃນການກວດກາ ແລະ ຂໍ້ຮຽກຮ້ອງ ໂດຍກົງຈາກ FIFA. ກ່ຽວກັບການແຂ່ງຂັນບານ ໂລກຮອບສຸດທ້າຍFIFA World Cup 2026: ສຳລັບການແຂ່ງ ຂັນບານໂລກຮອບສຸດທ້າຍ2026 ຫລື FIFA World Cup 2026 ແມ່ນມະຫະກຳກິລາປະຫວັດສາດ ຊຶ່ງເປັນຄັ້ງທຳອິດເປັນເຈົ້າພາບ ຮ່ວມກັນ 3 ປະເທດໃນທະວີບອາ ເມລິກາເໜືອ ຄື: ສະຫະລັດອາເມ ລິກາ, ການາດາ ແລະ ເມັກຊິໂກ, ທັງເປັນຄັ້ງທຳອິດທີ່ໄດ້ມີການຂະ ຫຍາຍ ຫລື ເພີ່ມທີມເຂົ້າຮ່ວມຈາກ 32 ທີມຂຶ້ນເປັນ 48 ທີມ, ຈຶ່ງເຮັດ ໃຫ້ຈຳນວນນັດການແຂ່ງຂັນທັງ ໝົດເພີ່ມຂຶ້ນເຖິງ 104 ນັດຮັບປະ ກັນວ່າ ບານໂລກປີນີ້ ຈະເຕັມໄປ ດ້ວຍຄວາມຕື່ນເຕັ້ນ ແລະ ດຸເດືອດ ໂດຍຈະເລີ່ມຕົ້ນການແຂ່ງຂັນຕັ້ງ ແຕ່ວັນທີ 11 ມິຖຸນາ-19 ກໍລະກົດ 2026. ເນື່ອງຈາກຄວາມແຕກຕ່າງທາງ ດ້ານເຂດເວລາ(Timezone)ກັບ ທະວີບອາເມລິກາເໜືອ, ນັດການ ແຂ່ງຂັນສ່ວນໃຫຍ່ຂອງ World Cup 2026 ຈະດຳເນີນໄປໃນ ຊ່ວງເວລາແຕ່ເດິກຫາຕອນເຊົ້າ ຂອງມື້ຕໍ່ມາຕາມເວລາທ້ອງຖິ່ນໃນ ລາວ(ເລີ່ມແຕ່ປະມານ23:00ໂມງ ຂອງຄືນກ່ອນໜ້າຫາ 11:00 ໂມງ ເຊົ້າຂອງມື້ຕໍ່ມາ). ສ່ວນນັດເປີດ ສາກການແຂ່ງຂັນລະຫວ່າງເຈົ້າ ພາບ ເມັກຊິໂກ ພົບກັບ ອາຟຣິກາໃຕ້ ຈະເລີ່ມຂຶ້ນໃນເວລາ 02:00 ໂມງ ເຊົ້າຂອງວັນທີ 12 ມິຖຸນາ 2026 (ຕາມໂມງຢູ່ນະຄອນຫລວງວຽງ ຈັນ). ສ່ວນນັດຊີງຊະນະເລີດເພື່ອ ຄົ້ນຫາລາຊາອົງໃໝ່ຂອງວົງການ ບານເຕະໂລກ ຈະຈັດຂຶ້ນໃນວັນທີ 19 ກໍລະກົດ 2026.

RkJQdWJsaXNoZXIy MTc3MTYxMQ==