7292

05 xtgmf]k; 37ltok c]t [= ]y = dy ko 08/06/2026 ຖ່າຍທອດສົດ ທາງໂທລະພາບລາວແຫ່ງຊາດ (ຊ່ອງ1), ວິທະຍຸກະຈາຍສຽງແຫ່ງຊາດ FM103.7 Mhz Laolottery Live ຂອງທຸກ ວັນຈັນ ຫາ ວັນສຸກ ເລີ່ມແຕ່ເວລາ 20:00 ເປັນຕົ້ນໄປ zq odkovvd]k';a os;pra fmtok ';fmu 81 vvd7A ';a omu 05 ,y 45 ok 2026 ເລກ 1 ໂຕ, 2 ໂຕ, 3 ໂຕ, 4 ໂຕ, 5 ໂຕ, 6 ໂຕທ້້າຍ 0 5 2 4 6 9 ຜົົນອອກເລກສະຫຼຼາກພັັດທະນາແຮັັບປີີ5/45 ມີີ ເລກສ່່ຽງທັັ ງໝົົດ 45 ໂຕເລກ (01-45), ໃນ 1 ແຖວມີີ 5 ໂຕເລກ, ມູູນຄ່່ າ 1,000 ກີີບ 36 33 27 25 04 ບໍລິສັດ CWE ຈັດກິດຈະກຳວັນສິ່ງແວດລ້ອມໂລກ ພ້ອມປູກຕົ້ນໄມ້ ແລະ ປ່ອຍປາ ຢູ່ທີ່ເຂື່ອນໄຟຟ້າ ນໍາລີກ 1-2 ໃນວັນທີ 5 ມິຖຸນາ 2026, ຊຶ່ງກົງກັບ ວັນສິ່ງແວດລ້ອມໂລກ ຄົບຮອບ 55 ປີ, ກຸ່ມບໍລິສັດ CCCG ບໍລິສັດ CWE ໄດ້ ຈັດກິດຈະກຳວັນສິ່ງແວດລ້ອມໂລກ ຄວບ ຄູ່ກັບກິດຈະກຳການປູກຕົ້ນໄມ້ ແລະ ປ່ອຍ ປາຢູ່ທີ່ເຂື່ອນໄຟຟ້າ ນ້ຳລີກ 1-2, ໂດຍມີ ຄະນະນຳເມືອງເຟືອງ, ປະຊາຊົນອ້ອມ ຂ້າງ, ຄູ-ອາຈານ, ນັກຮຽນແລະ ຄອບຄົວ ພະນັກງານໃຫ້ກຽດເຂົ້າຮ່ວມ. ກິດຈະກຳ ດັ່ງກ່າວໄດ້ຈັດຂຶ້ນເພື່ອສືບຕໍ່ສົ່ງເສີມແນວ ຄິດການພັດທະນາສີຂຽວ, ອະນຸລັກ ແລະ ຟື້ນຟູລະບົບນິເວດທ້ອງຖິ່ນ ພ້ອມທັງເປັນ ການຮ່ວມສະຫລອງຄົບຮອບ 65 ປີ ການ ສ້າງສາຍພົວພັນທາງການທູດ ລາວ-ຈີນ ແລະ ປີແຫ່ງມິດຕະພາບ ລາວ-ຈີນ. ໃນໂອກາດນີ້, ຜູ້ເຂົ້າຮ່ວມໄດ້ຮ່ວມ ກັນປ່ອຍພັນປານິນ, ປາໄນ ແລະ ພັນປາ ຊະນິດອື່ນໆ ຈຳນວນ 60.000 ໂຕ ລົງສູ່ ແຫລ່ງນ້ຳໃນເຂດອ່າງເກັບນ້ຳ, ພ້ອມກັນ ນັ້ນ ໄດ້ປູກຕົ້ນໝາກມ່ວງ, ຕົ້ນໝາກລິ້ນ ຈີ່ ແລະ ຕົ້ນໄມ້ກິນໝາກຊະນິດອື່ນໆ ຈຳນວນ 1.800 ຕົ້ນໃນເຂດພື້ນທີ່ເປົ່າ ວ່າງ. ຕົ້ນກ້າແຕ່ລະຕົ້ນ, ພັນປາແຕ່ລະໂຕ ໄດ້ສະທ້ອນເຖິງຄວາມມຸ່ງໝັ້ນຮ່ວມກັນ ໃນການປົກປັກຮັກສາລະບົບນິເວດລຸ່ມນ້ຳ ແລະ ສ້າງສາຊຸມຊົນທີ່ສວຍງາມ ແລະ ຍືນ ຍົງ. ພາຍຫລັງການປູກຕົ້ນໄມ້ ແລະ ປ່ອຍ ປາ ຜູ້ເຂົ້າຮ່ວມໄດ້ເຂົ້າຢ້ຽມຊົມສັນເຂື່ອນ, ໂຮງໄຟຟ້າ, ຊຶ່ງເປັນໂຄງສ້າງຫລັກຂອງ ຕົວເຂື່ອນ ແລະ ເຂດການຜະລິດຂອງ ເຂື່ອນ. ພ້ອມນີ້, ພະນັກງານເຂື່ອນໄດ້ ບັນຍາຍຢ່າງລະອຽດກ່ຽວກັບຫລັກ ການຜະລິດໄຟຟ້າຂອງຈັກປັ່ນໄຟ, ໜ້າທີ່ການກັກເກັບນ້ຳ ແລະ ປ້ອງກັນ ນ້ຳຖ້ວມຂອງເຂື່ອນ ລວມທັງວຽກ ງານຮັບມືລະດູຝົນ ເຮັດໃຫ້ຜູ້ເຂົ້າຊົມ ໄດ້ຮັບຮູ້ຢ່າງທົ່ວເຖິງການດຳເນີນ ງານຂອງເຂື່ອນໄຟຟ້າທີ່ປອດໄພ ແລະ ມີປະສິດທິພາບ ພ້ອມທັງໄດ້ສຳ ຜັດເຖິງຜົນສຳເລັດຂອງການພັດທະ ນາພະລັງງານສະອາດ ແລະ ແນວ ຄິດການພັດທະນາສີຂຽວຢ່າງເປັນ ຮູບປະທຳ. ກິດຈະກຳໃນຄັ້ງນີ້, ໄດ້ປະກອບ ສ່ວນສຳຄັນໃນການເຜີຍແຜ່ແນວ ຄິດການອະນຸລັກສິ່ງແວດລ້ອມ, ຍົກສູງຄວາມຮັບຮູ້ຂອງສັງຄົມຕໍ່ພະ ລັງງານສະອາດ ພ້ອມທັງສະແດງ ໃຫ້ເຫັນໝາກຜົນດ້ານການຄຸ້ມຄອງ ຄວາມປອດໄພ, ການຜະລິດໄຟຟ້າ ແລະ ວຽກງານປ້ອງກັນຄວາມປອດ ໄພຂອງເຂື່ອນໄຟຟ້າ, ພ້ອມທັງ ສ້າງຄວາມເຂົ້າໃຈ ແລະ ການສະ ໜັບສະໜູນຈາກສັງຄົມຕໍ່ການດຳ ເນີນງານ ແລະ ຄວາມຮັບຜິດຊອບ ຕໍ່ສັງຄົມ. ທ່ານ ທອງດຳ ສີວິໄລລັກ ປະທານຄະນະກຳມະການປົກຄອງ ເມືອງເຟືອງ ໄດ້ກ່າວສະແດງຄວາມ ຍ້ອງຍໍ ແລະ ຕີລາຄາສູງຕໍ່ບົດບາດ ຂອງບໍລິສັດ CWE ທີ່ໄດ້ດຳເນີນ ທຸລະກິດໃນ ສປປ ລາວ ມາຢ່າງຍາວ ນານ ແລະ ປະກອບສ່ວນສຳຄັນໃນ ການພັດທະນາເສດຖະກິດ-ສັງຄົມ ຂອງທ້ອງຖິ່ນ ພ້ອມທັງຊົມເຊີຍຜົນ ສຳເລັດດ້ານການບໍລິຫານຄວາມ ປອດໄພ ແລະ ການຮັບປະກັນສະ ຖຽນລະພາບໃນການສະໜອງໄຟ ຟ້າ ລວມທັງຍົກຍ້ອງຕໍ່ຄວາມມຸ່ງ ໝັ້ນຂອງບໍລິສັດໃນການອະນຸລັກ ສິ່ງແວດລ້ອມ ແລະ ປະຕິບັດພັນ ທະຄວາມຮັບຜິດຊອບຕໍ່ສັງຄົມຢ່າງ ຕໍ່ເນື່ອງ. ເຂື່ອນນ້ຳລີກ 1-2 ຕັ້ງຢູ່ເມືອງ ເຟືອງ ແຂວງວຽງຈັນ ເປັນໂຄງການ BOOTແຫ່ງທຳອິດທີ່ບໍລິສັດCWE ໄດ້ລົງທຶນໃນ ສປປ ລາວ ແລະ ເປັນ ໂຄງການຮ່ວມມືດ້ານພະລັງງານ ນ້ຳແຫ່ງທຳອິດລະຫວ່າງ ລາວ-ຈີນ ທີ່ດຳເນີນຕາມຮູບແບບ BOOT. ມີກຳລັງຜະລິດຕິດຕັ້ງລວມ 100 ເມກາວັດ ແລະ ເລີ່ມຜະລິດໄຟຟ້າ ໃນເດືອນສິງຫາ 2010. ປັດຈຸບັນ, ສາມາດຜະລິດໄຟຟ້າສະສົມໄດ້ ຫລາຍກວ່າ 780 ລ້ານກິໂລວັດໂມງ ແລະ ສົ່ງຈ່າຍເຂົ້າສູ່ຕາຂ່າຍໄຟຟ້າ ພາກກາງຂອງລາວ ຊຶ່ງລວມເຖິງ ນະຄອນຫລວງວຽງຈັນ ໂດຍເປັນ ການປະກອບສ່ວນສຳຄັນຕໍ່ການ ພັດທະນາເສດຖະກິດ-ສັງຄົມຂອງ ປະເທດ. ໃນປີ 2021 ໂຄງການໄດ້ ຮັບ “ຫລຽນໄຊແຮງງານ” ລະດັບ ຊາດຂອງ ສປປ ລາວ. ໃນຕໍ່ໜ້າ ບໍລິສັດ CWE ຈະສືບຕໍ່ຍົກສູງ ວຽກງານຄຸ້ມຄອງຄວາມປອດໄພ ໃນການຜະລິດ, ຮັບປະກັນການ ສະໜອງໄຟຟ້າຢ່າງໝັ້ນຄົງ ແລະ ມີຄຸນນະພາບພ້ອມທັງປະກອບສ່ວນ ຕໍ່ແຜນຍຸດທະສາດ “ແບັດເຕີຣີແຫ່ງ ອາຊີຕາເວັນອອກສ່ຽງໃຕ້” ຂອງ ສປປ ລາວ. ຂະນະດຽວກັນ ບໍລິ ສັດກໍຈະສືບຕໍ່ການພັດທະນາທ້ອງ ຖິ່ນ, ປະຕິບັດພັນທະຄວາມຮັບຜິດ ຊອບຕໍ່ສັງຄົມຢ່າງຕັ້ງໜ້າ, ສືບຕໍ່ ເສີມຂະຫຍາຍການຮ່ວມມື ແລະ ມິດຕະພາບລາວ-ຈີນ ໃຫ້ນັບມື້ເລິກ ເຊິ່ງ ເພື່ອປະກອບສ່ວນຕໍ່ການພັດ ທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ຢ່າງຍືນຍົງ.

RkJQdWJsaXNoZXIy MTc3MTYxMQ==