gsfdko{dkora fmtok a xtgmf]k; ( 08/06/2026 v5 fq ,w- ln [8= j gzu pczj g-n j v,-b ,goN v.o dv'xt-5 ,.spj z6 h cmomq j ;xtgmf 7A 'mu XII 0v'ra d ll- c]t ll0 rq [xtz6 h ,u ly fg]n vd8A ' 16 j 8j cl' 95 o]k ຂປລ. ແຫລ່ງຂ່າວຈາກແຂວງ ເຊກອງ ໃຫ້ຮູ້ວ່າ: ທ່ານ ຈັນທະ ບູນ ສຸກອາລຸນ ຄະນະປະຈໍາສະ ພາແຫ່ງຊາດ, ປະທານກໍາມາທິ ການເສດຖະກິດ ແລະ ການເງິນ, ສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 16 ແຂວງ ເຊກອງ ໄດ້ນຳພາສະມາຊິກສະພາ ປະຊາຊົນແຂວງ (ສສຂ) ປະ ຈໍາເຂດເລືອກຕັ້ງເມືອງທ່າແຕງ ພ້ອມຄະນະ ລົງພົບປະຢ້ຽມຢາມ ປະຊາຊົນ 2 ບ້ານ ຂຶ້ນກັບຕາແສງ ຈຸນລາ ຄື: ບ້ານຈຸນລາ ແລະ ບ້ານ ຢຶບໃໝ່ ໃນລະຫວ່າງວັນທີ 3-4 ຂປລ. ແຫລ່ງຂ່າວຈາກແຂວງ ອັດຕະປື ໃຫ້ຮູ້ວ່າ: ເມືອງຊານ ໄຊ ແຂວງອັດຕະປື ຈັດກິດຈະກໍາ ປູກຕົ້ນໄມ້ 14.300 ເບ້ຍ ພາຍ ໃຕ້ຄໍາຂວັນ: ຮ່ວມແຮງຮ່ວມໃຈ ກັນປູກຕົ້ນໄມ້ຢ່າງໜ້ອຍ 1 ຕົ້ນຕໍ່ ຄົນຕໍ່ປີ ໃນວັນທີ 4 ມິຖຸນາ 2026 ທີ່ປ່າສະຫງວນບ້ານດາກກຽດ ເພື່ອສ້າງຂະບວນການສະເຫລີມ ສະຫລອງວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 46 ປີ, ວັນເດັກນ້ອຍ ສາກົນ ຄົບຮອບ 101 ປີ ແລະ ເພື່ອ ເພີ່ມທະວີຄວາມອຸດົມສົມບູນ ໃຫ້ ແກ່ທໍາມະຊາດ ໂດຍມີ ທ່ານ ບົວ ຄຳ ຮຽງລາເຢ ປະທານຄະນະ ກຳມະການປົກຄອງ ເມືອງຊານ ໄຊ, ທ່ານ ຄູນສະໄໝ ວຽງພະຈັນ ຮອງຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມ ແຂວງອັດຕະປື ພ້ອມ ດ້ວຍພະນັກງານ-ລັດຖະກອນ, ທະຫານ, ຕໍາຫລວດ, ນ້ອງນັກຮຽນ ແລະ ປະຊາຊົນ ເຂົ້າຮ່ວມ. ການຈັດຕັ້ງຂະບວນການປູກ ຕົ້ນໄມ້ຮ່ວມໃຈໃນຄັ້ງນີ້ ເພື່ອຟື້ນຟູ ສະພາບແວດລ້ອມ, ປົກປັກຮັກສາ ແຫລ່ງນໍ້າ ແລະ ຫລຸດຜ່ອນຜົນກະ ທົບຈາກການປ່ຽນແປງ ສະພາບພູມ ອາກາດ, ທີ່ສໍາຄັນແມ່ນການປູກຈິດ ສໍານຶກໃຫ້ແກ່ຊຸມຊົນ ໂດຍສະເພາະ ເຍົາວະຊົນຮຸ່ນຫລັງ ໃຫ້ຮູ້ຈັກຮັກ ຂປລ. ແຫລ່ງຂ່າວຈາກແຂວງ ອຸດົມໄຊ ໃຫ້ຮູ້ວ່າ: ກອງປະຊຸມ ສືບຕໍ່ເຜີຍແຜ່ ແລະ ເຊື່ອມຊຶມເນື້ອ ໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະ ເທດ ຄັ້ງທີ XII ຂອງພັກ ຕິດພັນ ກັບເນື້ອໃນກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ X ຂອງອົງຄະນະພັກແຂວງ ອຸດົມໄຊ ຊຸດທີ III ຈັດຂຶ້ນໃນວັນທີ 4 ມິຖຸນາ 2026 ໂດຍການເປັນ ປະທານຂອງ ສະຫາຍ ຄຳດີ ວົງ ລ້ອມ ຮອງເລຂາຄະນະບໍລິຫານ ງານພັກແຂວງອຸດົມໄຊ, ມີ ສະຫາຍ ວົງສະຫວັນ ໄຊຍະວົງ ຮອງເລຂາ ຄະນະບໍລິຫານງານພັກແຂວງ, ປະ ທານຄະນະກຳມະການປົກຄອງ ແຂວງ, ສະຫາຍ ນາງ ມະນີຈັນ ວິໄລຈິດ ກຳມະການປະຈຳພັກ ແຂວງ, ຫົວໜ້າຄະນະໂຄສະນາ ອົບຮົມແຂວງ ພ້ອມດ້ວຍສະມາຊິກ ພັກ, ຂະແໜງການ ຈາກຂົງເຂດ ວັດທະນະທຳ-ສັງຄົມ, ຂົງເຂດລັດ ວິສາຫະກິດ-ທະນາຄານ, ຂົງເຂດ ເສດຖະກິດ ແລະ ສະມາຊິກພັກ ເປົ້າໝາຍຈຳນວນໜຶ່ງເຂົ້າຮ່ວມ. ເນື້ອໃນທີ່ນຳມາເຜີຍແຜ່ ແລະ ເຊື່ອມຊຶມ ປະກອບມີ ບົດສະເໜີ ໂຄງການ ການເມືອງຂອງພັກ, ເນື້ອ ໃນສຳຄັນຂອງກອງປະຊຸມໃຫຍ່ຜູ້ ແທນທົ່ວປະເທດ ຄັ້ງທີ XII ຂອງ ພັກ, ເນື້ອໃນກອງປະຊຸມໃຫຍ່ ຄັ້ງ ທີ X ຂອງອົງຄະນະພັກແຂວງ ຊຸດ ທີ III, ແຜນພັດທະນາເສດຖະກິດສັງຄົມ ແຫ່ງຊາດ ຄັ້ງທີ X ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຂອງແຂວງອຸດົມໄຊ ໄລຍະ ໃໝ່. ການຈັດກອງປະຊຸມເຜີຍແຜ່ ແລະ ເຊື່ອມຊຶມໃນຄັ້ງນີ້ ມີຄວາມ ໝາຍ ແລະ ຄວາມສຳຄັນຢ່າງຍິ່ງ ເພື່ອສ້າງຄວາມຮັບຮູ້ ແລະ ຄວາມ ເຂົ້າໃຈຢ່າງເລິກເຊິ່ງ ໃຫ້ແກ່ພະນັກ ງານນຳພາ-ຄຸ້ມຄອງແລະບັນດາສະ ມາຊິກພັກ ໂດຍສະເພາະ ຜູ້ທີ່ເປັນ s];'rt[k' c]t d;k'oy j ' rq [xtc]dxj Po [q fIPodkorq ;ra oIj ;,,n 2 /j kp ຂປລ. ແຫລ່ງຂ່າວຈາກແຂວງ ຫລວງພະບາງ ໃຫ້ຮູ້ວ່່າ: ສະຫາຍ ບຸນເລື່ອມ ມະນີວົງ ເລຂາຄະນະ ບໍລິຫານງານພັກແຂວງຫລວງພະ ບາງ, ປະທານສະພາປະຊາຊົນ ແຂວງຫລວງພະບາງ ພ້ອມດ້ວຍ ຄະນະ ຕ້ອນຮັບຄະນະຜູ້ແທນແຂວງ ກວາງນິ່ງ ສສ ຫວຽດນາມ ຊຶ່ງນຳ ໂດຍ ສະຫາຍ ກວານ ມິ່ງ ເກືອງ ເລຂາພັກແຂວງ, ຫົວໜ້າຄະນະ ສະມາຊິກສະພາປະຊາຊົນ ແຂວງ ກວາງນິ່ງ ໃນວັນທີ 3 ມິຖຸນາ 2026 ທີ່ຫ້ອງວ່າການແຂວງ ຫລວງພະບາງ. ໂອກາດນີ້, ສະຫາຍ ບຸນເລື່ອມ ມະນີວົງ ໄດ້ສະແດງຄວາມຍິນດີ ຕ້ອນຮັບຢ່າງອົບອຸ່ນໃນການມາ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດ ວຽກຂອງຄະນະຜູ້ແທນແຂວງ ກວາງນິ່ງ ເປັນການປະກອບສ່ວນ ອັນສຳຄັນເຂົ້າໃນການພົວພັນຄູ່ ຮ່ວມມືຮອບດ້ານ ລະຫວ່າງ ແຂວງ ຫລວງພະບາງ ກັບ ແຂວງກວາງ ນິ່ງ ໃຫ້ນັບມື້ແໜ້ນແຟ້ນ, ເຂົ້າ ສູ່ລວງເລິກກວ່າເກົ່າ, ພ້ອມທັງ ລາຍງານສະພາບລວມຈຸດພິເສດ ຂອງແຂວງຫລວງພະບາງ ໃຫ້ ຄະນະຜູ້ແທນແຂວງກວາງນິ່ງ ຮັບຮູ້ ແລະ ຕີລາຄາສູງຕໍ່ບັນດາ ຜົນງານທີ່ຄະນະພັກ-ຄະນະນະ ນຳ ແລະ ປະຊາຊົນແຂວງກວາງ ນິ່ງ ໄດ້ຮ່ວມມືກັນຈັດຕັ້ງປະຕິບັດ ບົດບັນທຶກຊ່ວຍຈໍາທີ່ທັງສອງ ແຂວງ ໄດ້ລົງນາມຮ່ວມກັນໃນ ໄລຍະຜ່ານມາໂດຍສະເພາະ ການ ຊ່ວຍກໍ່ສ້າງຊັບພະຍາກອນມະນຸດ ແລະ ພັດທະນາພື້ນຖານໂຄງລ່າງ ດ້ານການສຶກສາ ແກ່ແຂວງຫລວງ ພະບາງ, ທັງມີແຜນຈະສືບຕໍ່ໃຫ້ ການຊ່ວຍເຫລືອຕື່ມໃນຕໍ່ໜ້າ, ຖື ເປັນການປະຕິບັດແນວທາງການ ຮ່ວມມື ຂອງສອງພັກ, ສອງລັດ ທີ່ ເລຂາທິການໃຫຍ່ ທອງລຸນ ສີສຸລິດ ແລະ ເລຂາທິການໃຫຍ່ ໂຕເລິມ ໄດ້ ຕົກລົງຮ່ວມກັນເມື່ອບໍ່ດົນມານີ້. ໂອກາດດຽວກັນ, ສະຫາຍ ກວານ ມິ່ງ ເກືອງ ກໍໄດ້ສະແດງ ຄວາມຂອບໃຈຕໍ່ການຕ້ອນຮັບ ອັນອົບອຸ່ນ ຈາກການນຳ ແລະ ປະຊາຊົນແຂວງຫລວງພະບາງ ທັງລາຍງານສະພາບລວມທ່າແຮງ g,n v'-kow- 9a fdy f9tdex6 d8Q ow,h 7n o7;k,0P;'k,.sh zn oxj k ມິຖຸນາ 2026 ໂດຍມີ ທ່ານ ບຸນ ເລີຍ ນັນທະວົງ ເລຂາພັກເມືອງທ່າ ແຕງ ພ້ອມດ້ວຍຕາແສງ ຈຸນລາ, ຫ້ອງການ, ອົງການປົກຄອງບ້ານ ແລະ ປະຊາຊົນສອງບ້ານດັ່ງກ່າວ ເຂົ້າຮ່ວມ. ຈຸດປະສົງການລົງພົບປະປະຊາ ຊົນ ຄັ້ງນີ້ກໍເພື່ອເຮັດໃຫ້ພະນັກງານລັດຖະກອນ, ທະຫານ, ຕຳຫລວດ, ຜູ້ມີສິດເລືອກຕັ້ງໄດ້ຮັບຮູ້, ເຂົ້າໃຈ ຕໍ່ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ແຜນ ພັດທະນາເສດຖະກິດ-ສັງຄົມຂອງ ຊາດ, ຂອງແຂວງ. ການລົງພົບປະຜູ້ມີສິດເລືອກ ຕັ້ງຄັ້ງນີ້ ບັນດາ ສສຊ ແລະ ສສຂ ໄດ້ຜັດປ່ຽນກັນມີຄໍາເຫັນຊີ້ທິດເຍືອງ ທາງ ຕໍ່ບັນຫາການພັດທະນາບ້ານ, ຄອບຄົວ ເຂົ້າໃນການປູກຝັງ-ລ້ຽງ ສັດ ເພື່ອເປີດໂອກາດໃຫ້ພໍ່ແມ່ປະ ຊາຊົນ ສະເໜີຂໍ້ຂ້ອງໃຈ ກ່ຽວກັບ ບັນຫາຕ່າງໆ ທີ່ຕິດພັນກັບການດຳ ລົງຊິວີດເພື່ອເປັນຂໍ້ມູນໃຫ້ສສຊແລະ ສສຂ ນໍາໄປຄົ້ນຄວ້າ, ພິຈາລະນາ ແລະ ນໍາສະເໜີຕໍ່ພາກສ່ວນທີ່ກ່ຽວ ຂ້ອງ ພ້ອມອະທິບາຍ ແລະ ຊີ້ແຈງ ຕໍ່ກັບຄໍາສະເໜີບາງບັນຫາກັບທີ່ ເພື່ອໃຫ້ພໍ່ແມ່ປະຊາຊົນ ໄດ້ຮັບຮູ້, ເຂົ້າໃຈຢ່າງເລິກເຊິ່ງ ທີ່ເຮັດໃຫ້ມີ ບັນຍາກາດໂດຍລວມ ເປັນໄປດ້ວຍ ຄວາມຮ່ວມມື ແລະ ຄວາມເຊື່ອ ໝັ້ນ,ສະແດງໃຫ້ເຫັນເຖິງຄວາມ ຕື່ນຕົວ ທາງດ້ານການເມືອງ ແລະ ບົດບາດຂອງການເລືອກຕັ້ງ ໃນການສ້າງສະພາແຫ່ງຊາດ, ສະ ພາປະຊາຊົນແຂວງ ໃຫ້ເຂັ້ມແຂງ ຂຶ້ນກວ່າເກົ່າ. ຂ່າວ-ພາບ: ພອນ ບຸນອຸທິດ ດ້ານເສດຖະກິດ ຂອງແຂວງກວາງ ນິ່ງ ໃຫ້ຄະນະຜູ້ແທນແຂວງຫລວງ ພະບາງຮັບຮູ້ ພ້ອມທັງຕີລາຄາສູງ ຕໍ່ການຮ່ວມມືຂອງແຂວງກວາງ ນິ່ງ ກັບແຂວງຫລວງພະບາງ ຊຶ່ງ ເປັນແຂວງທີ່ມີທ່າແຮງຄ້າຍຄືກັນ ເປັນຕົ້ນ ມີສະຖານທີ່ມໍລະດົກໂລກ, ການພັດທະນາການທ່ອງທ່ຽວ ແລະ ອື່ນໆ, ພ້ອມນັ້ນ ສະຫາຍໄດ້ເຫັນດີ ເປັນເອກະພາບຕໍ່ການສະເໜີຂອງ ເລຂາພັກແຂວງຫລວງພະບາງ ທີ່ ຈະຊຸກຍູ້ໃຫ້ການນຳ ແລະ ວິຊາການ ທັງສອງແຂວງ ໄດ້ມີການໄປ-ມາ ແລກປ່ຽນບົດຮຽນນຳກັນໃນຕໍ່ໜ້າ, ທັງຈະສືບຕໍ່ຊ່ວຍບຳລຸງ-ກໍ່ສ້າງ ພະນັກງານການນຳແລະນັກສຶກສາ ແຂວງຫລວງພະບາງ ຕາມບົດ ບັນທຶກຊ່ວຍຈຳ ທີ່ລົງນາມຮ່ວມກັນ. ພ້ອມນັ້ນ, ສະຫາຍໄດ້ສະເໜີໃຫ້ການ ນຳແຂວງຫລວງພະບາງ ຊ່ວຍຊຸກຍູ້ ໃຫ້ຂະແໜງອຸດສາຫະກຳ ແລະ ການຄ້າທັງສອງແຂວງ ໄດ້ມີການ ແລກປ່ຽນ ການວາງສະແດງ ແລະ ຈຳໜ່າຍສິນຄ້າ ຜະລິດຕະພັນທີ່ເປັນ ເອກະລັກຂອງທັງສອງແຂວງ ໃນ ໂອກາດທີ່ເໝາະສົມ ແລະ ຈະສືບ ຕໍ່ຊຸກຍູ້ບັນດານັກລົງທຶນ ເຂົ້າມາ ສຶກສາ ທັງລົງທຶນພັດທະນາແຂວງ ຫລວງພະບາງ ໃນຕໍ່ໜ້າ. ຂ່າວ-ພາບ: ທະນູສີນ ອິດທິພົນ ແລະ ຫວງແຫນທໍາມະຊາດ. ການ ປູກເບ້ຍໄມ້ຄັ້ງນີ້ຈຳນວນ 14.300 ເບ້ຍ, ປະກອບມີ: ໄມ້ຍາງ, ໄມ້ ແຄນ, ໄມ້ຕິ້ວ ແລະ ເບ້ຍໝາກມ່ວງ ຫິມະພານ ໃນເນື້ອທີ່ທັງໝົດ 33,3 ເຮັກຕາ, ໃນນີ້, ປູກຢູ່ປ່າສະຫງວນ ບ້ານດາກກຽດ ໃນເນື້ອທີ່ 2 ເຮັກຕາ ຈຳນວນ 800 ເບ້ຍ, ປູກຕາມສໍານັກ ງານອົງການ, ແຄມທາງ ແລະ ບ້ານ ໃນເນື້ອທີ່ປະມານ 31,3 ເຮັກຕາ ຈຳນວນ 13.500 ເບ້ຍ. ທ່ານ ບົວຄຳ ຮຽງລາເຢ ໄດ້ ກ່າວວ່າ: ການປູກຕົ້ນໄມ້ມື້ນີ້ ບໍ່ແມ່ນ ພຽງແຕ່ການສ້າງຕົວເລກ, ແຕ່ແມ່ນ ການຮ່ວມແຮງຮ່ວມໃຈກັນສ້າງ ຄວາມໝັ້ນຄົງທາງລະບົບນິເວດ, ສິ່ງສໍາຄັນກວ່າການປູກ ແມ່ນການ ຮ່ວມກັນບົວລະບັດຮັກສາໃຫ້ຕົ້ນໄມ້ ເຫລົ່ານີ້ເຕີບໃຫຍ່ກາຍເປັນຜືນປ່າທີ່ ຂຽວງາມ ເພື່ອເປັນມໍລະດົກອັນລໍ້າ ຄ່າ ໃຫ້ແກ່ລູກຫລານໃນອະນາຄົດ, ຫລຸດຜ່ອນຜົນກະທົບຈາກການ ປ່ຽນແປງສະພາບອາກາດ ແລະ ສ້າງຄວາມສົມດຸນ ໃຫ້ແກ່ລະບົບ ນິເວດວິທະຍາບົນຈິດໃຈປູກແລ້ວ ຕ້ອງໄດ້ຮັບຜົນ, ຄືນຄວາມຂຽວ ງາມໃຫ້ຜືນປ່າ ເພື່ອອະນາຄົດຂອງ ລູກຫລານຢ່າງແທ້ຈິງ. ຂ່າວ: ສຸກສະຫວ່າງ ຫົວໜ້າ ແລະ ຮອງຫົວໜ້າຂະແໜງ ການ ໃຫ້ສາມາດກຳແໜ້ນບັນດາ ທັດສະນະ, ແນວຄິດຊີ້ນຳ, ຈຸດ ສຸມ, ຄາດໝາຍ ແລະ ທິດທາງ ຍຸດທະສາດຕ່າງໆ ທີ່ໄດ້ກຳນົດໄວ້ ໃນມະຕິກອງປະຊຸມໃຫຍ່ ຂອງພັກ ແລະ ແຜນພັດທະນາເສດຖະກິດສັງຄົມ ໃນໄລຍະໃໝ່ ແລະ ເພື່ອ ຮັບປະກັນໃຫ້ເນື້ອໃນມະຕິກອງ ປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ຕິດພັນກັບ ມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກແຂວງ ຊຸດທີ III ໄດ້ຖືກນຳໄປຈັດຕັ້ງຜັນ ຂະຫຍາຍຢ່າງກວ້າງຂວາງ, ເລິກ ເຊິ່ງ ແລະ ມີປະສິດທິຜົນ, ສອດຄ່ອງ ກັບສະພາບຕົວຈິງຂອງທ້ອງຖິ່ນ ອັນຈະປະກອບສ່ວນສຳຄັນໃນການ ຊຸກຍູ້ການພັດທະນາເສດຖະກິດສັງຄົມ, ປັບປຸງຊີວິດການເປັນຢູ່ ຂອງປະຊາຊົນບັນດາເຜົ່າ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ການ ປົກປັກຮັກສາ ແລະ ພັດທະນາ ປະເທດຊາດ. ໃນກອງປະຊຸມຜູ້ເຂົ້າຮ່ວມ ໄດ້ ຮ່ວມກັນຄົ້ນຄວ້າ, ປະກອບຄຳເຫັນ, ສົນທະນາ ແລະ ແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນ ເພື່ອສ້າງຄວາມ ເປັນເອກະພາບສູງ ໃນການຈັດຕັ້ງ ຜັນຂະຫຍາຍມະຕິສູ່ພາກປະຕິບັດ ຕົວຈິງ ໂດຍຫັນເນື້ອໃນມະຕິເປັນ ແຜນງານ, ໂຄງການ ແລະ ມາດຕະ ການລະອຽດ ທີ່ເໝາະສົມກັບແຕ່ລະ ຂົງເຂດ ແລະ ຂະແໜງການ ເພື່ອ ເປັນພື້ນຖານໃນການນຳພາ-ຊີ້ນຳ ແລະ ຈັດຕັ້ງປະຕິບັດໜ້າທີ່ວຽກງານ ໃຫ້ບັນລຸຜົນສຳເລັດຕາມຄາດໝາຍ ທີ່ວາງໄວ້. ຂ່າວ: ຄຳພັນ ແກ້ວມະນີ
RkJQdWJsaXNoZXIy MTc3MTYxMQ==