08/06/2026 xtgmf]k; 4 *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ gsfdko c]t dkora fa mtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ຮອງປະທານປະເທດ... ຄະນະກຳມະການສົ່ງເສີມ...ົ່ີ ຜ່ານຮ່າງຄູ່ມືອົບຮົມ...ູ່່່ືົົ ການປ່ຽນແປງດິນຟ້າອາກາດ...່ິ້ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່າ ນັບອໍາລາຂອງທ່ານ ນີໂກລາຍ ປຣີ (Nicolai prytz) ເອກອັກຄະຣາ ຊະທູດວິສາມັນຜູ້ມີອໍານາດເຕັມ ຂປລ. ໃນໂອກາດການຢ້ຽມ ຢາມ ສາທາລະນະລັດ ອິນເດຍ ຢ່າງເປັນທາງການຂອງທ່ານ ທອງສະຫວັນ ພົມວິຫານ ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໃນລະຫວ່າງວັນທີ 1-3 ມິຖຸນາ 2026, ສະພາການ ຄ້າ ແລະ ອຸດສາຫະກຳແຫ່ງຊາດ ລາວ ແລະ ສະພາການຄ້າອິນເດຍ ຮ່ວມກັບສອງກະຊວງການຕ່າງ ປະເທດ ແຫ່ງ ສປປ ລາວ ແລະ ສ ອິນເດຍ ພ້ອມດ້ວຍຄະນະກຳມະ ການສົ່ງເສີມ ແລະ ຄຸ້ມຄອງການ ລົງທຶນຂອງສອງປະເທດຈັດກອງ ປະຊຸມພົບປະພາກທຸລະກິດ ລາວອິນເດຍ ຄັ້ງທີ 2 ໃນວັນທີ 3 ມິຖຸນາ 2026 ທີ່ນະຄອນຫລວງນິວແດນລີ ເພື່ອຊຸກຍູ້ສົ່ງເສີມການຮ່ວມມືທາງ ດ້ານການຄ້າ ແລະ ການລົງທຶນລະ ຫວ່າງ ລາວ ແລະ ອິນເດຍ ໃຫ້ຂຶ້ນ ສູ່ລະດັບໃໝ່ ກໍຄື ເປັນການປະກອບ ສ່ວນສະເຫລີມສະຫລອງ ຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວ ພັນການທູດລະຫວ່າງ ສປປ ລາວ ແລະ ສ ອິນເດຍ ໃນປີ 2026 ນີ້ ໂດຍ ການໃຫ້ກຽດເຂົ້າຮ່ວມເປັນແຂກກິດ ຕະມະສັກຂອງທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງ ປະເທດ ແຫ່ງ ສປປ ລາວ ແລະ ທ່ານ Prashant Agrawal ຜູ້ຊ່ວຍລັດຖະມົນຕີກະຊວງການ ຕ່າງປະເທດອິນເດຍ, ພ້ອມດ້ວຍ ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງ ລັດຖະມົນຕີກະຊວງການຕ່າງປະ ເທດ, ເອກອັກຄະລັດຖະທູດທັງສອງ ປະເທດ ແລະ ຜູ້ຕາງໜ້າຈາກພາກ ທຸລະກິດ ລາວ-ອິນເດຍ ເຂົ້າຮ່ວມ. ກອງປະຊຸມຄັ້ງນີ້, ມີຈຸດປະສົງ ເພື່ອສ້າງເຄືອຂ່າຍໃຫ້ແກ່ພາກທຸລະ ກິດສອງປະເທດ ໃນການສົ່ງເສີມ ການຮ່ວມມືກັນທາງດ້ານການລົງ ທຶນ, ການຄ້າ, ການບໍລິການ, ຂົງ ເຂດເຕັກໂນໂລຊີ, ກະສິກໍາ, ພະລັງ ງານສະອາດ ແລະ ຂົງເຂດອື່ນໆ ປິ່ນອ້ອມຂົງເຂດການພັດທະນາ ເສດຖະກິດ-ສັງຄົມ. ກອງປະຊຸມ ພົບປະກັນຄັ້ງນີ້ ຍັງເປັນການທົບ ທວນຄືນການຈັດຕັ້ງປະຕິບັດບັນ ທຶກຄວາມເຂົ້າໃຈວ່າດ້ວຍການເປັນ ຄູ່ຮ່ວມມືລະຫວ່າງສະພາຄ້າຂອງ ສອງປະເທດທີ່ໄດ້ລົງນາມຮ່ວມກັນ ໃນປີ 2024 ແລະ ປຶກສາຫາລື ແລກປ່ຽນຄວາມຄິດເຫັນນໍາກັນ ກ່ຽວກັບການຮ່ວມມືໃນຕໍ່ໜ້າ. ໃນໂອກາດດັ່ງກ່າວ, ທ່ານຮອງ ນາຍົກລັດຖະມົນຕີ ທອງສະຫວັນ ພົມວິຫານ ໄດ້ໃຫ້ກຽດກ່າວເປີດ ກອງປະຊຸມດັ່ງກ່າວ ໂດຍໄດ້ຕີລາ ຄາສູງການຈັດກອງປະຊຸມພາກ ທຸລະກິດໃນຄັ້ງນີ້, ພ້ອມທັງເນັ້ນໃຫ້ ເຫັນຄວາມມີສະຖຽນລະພາບທາງ ດ້ານການເມືອງ ແລະ ທີ່ຕັ້ງຍຸດທະ ສາດຂອງ ສປປ ລາວ ໃນອະນຸ ພາກພື້ນແມ່ນໍ້າ, ການເປັນສູນກາງ ຂອງການເຊື່ອມໂຍງທາງດ້ານການ ຄ້າ, ການບໍລິການ ແລະ ໂລຈິສຕິກ ໃນພາກພື້ນອາຊຽນ ແລະ ສປ ຈີນ. ນອກນັ້ນ, ຍັງໄດ້ເນັ້ນເຖິງທ່າແຮງ ບົ່ມຊ້ອນ ແລະ ເງື່ອນໄຂທີ່ເອື້ອ ອຳນວຍໃຫ້ແກ່ການລົງທຶນຈາກ ຕ່າງປະເທດ ໂດຍສະເພາະນັກລົງ ທຶນຈາກປະເທດອິນເດຍ. ພ້ອມກັນ ນັ້ນ, ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ເຊື້ອເຊີນບັນດາຫົວໜ່ວຍ ທຸລະກິດ ແລະ ນັກລົງທຶນອິນເດຍ ເຂົ້າມາສຶກສາກາລະໂອກາດ ແລະ ຄວາມເປັນໄປໄດ້ໃນການດຳເນີນ ທຸລະກິດຢູ່ ສປປ ລາວ ໃຫ້ນັບມື້ ຫລາຍຂຶ້ນ ໂດຍລັດຖະບານລາວຈະ ໃຫ້ການສະໜັບສະໜູນຊ່ວຍເຫລືອ ຕາມລະບຽບການ. ກອງປະຊຸມພົບປະທຸລະກິດ ລາວ-ອິນເດຍ ຄັ້ງນີ້, ຈັດຂຶ້ນເປັນ ຄັ້ງທີ 2, ຄັ້ງທຳອິດໄດ້ຈັດຂຶ້ນຢູ່ ສປປ ລາວ ໃນປີ 2024 ແລະ ຖືເປັນ ໜຶ່ງໃນກິດຈະກໍາອັນສຳຄັນຂອງ ວຽກງານການສົ່ງເສີມການທູດ ເສດຖະກິດຂອງລັດຖະບານລາວ. ກອງປະຊຸມໄດ້ດຳເນີນໄປດ້ວຍບັນ ຍາກາດອັນເປັນມິດ ແລະ ໄດ້ຮັບ ຜົນສຳເລັດຕາມຄາດໝາຍ. ຜ່ານ ການພົບປະແລກປ່ຽນຂໍ້ມູນກ່ຽວກັບ ການດຳເນີນທຸລະກິດຢູ່ ສປປ ລາວ ໄດ້ສ້າງຄວາມໝັ້ນໃຈໃຫ້ແກ່ນັກ ທຸລະກິດອິນເດຍ ມີຄວາມສົນໃຈ ມາລົງທຶນຢູ່ ສປປ ລາວ ເພິ່ມຂຶ້ນ. ສະພາການຄ້າຂອງອິນເດຍ ໄດ້ ເນັ້ນໜັກວ່າກອງປະຊຸມຄັ້ງນີ້ ເປັນ ເວທີອັນສຳຄັນເພື່ອປຶກສາຫາລື ຮ່ວມກັນຂອງພາກທຸລະກິດຂອງ ສອງປະເທດໃຫ້ສາມາດກາຍເປັນ ຄູ່ຮ່ວມມືຍຸດທະສາດດ້ານການຄ້າ, ການລົງທຶນ ແລະ ການບໍລິການ ໃນຕໍ່ໜ້າ ແລະ ມີເເຜນຈະນໍາພານັກ ທຸລະກິດຂອງອິນເດຍ ເດີນທາງ ມາເຮັດວຽກກັບຝ່າຍ ສປປ ລາວ ໃນໄວໆນີ້ ເພື່ອປຶກສາຫາລືກ່ຽວກັບ ຊ່ອງທາງການຮ່ວມມືດ້ານການ ລົງທຶນ, ການຄ້າ ແລະ ການບໍລິ ການ ໂດຍສະເພາະດ້ານການບິນ ພົນລະເຮືອນ ເພື່ອສົ່ງເສີມ ແລະ ອໍານວຍຄວາມສະດວກໃຫ້ແກ່ການ ທ່ອງທ່ຽວ ແລະ ການພົວພັນລະ ຫວ່າງປະຊາຊົນ ແລະ ຂົງເຂດ ອື່ນໆທີ່ອິນເດຍ ມີທ່າແຮງ. ລັດຖະ ບານອິນເດຍ ມີຍຸດທະສາດໃນການ ຍົກລະດັບສາຍພົວພັນກັບບັນດາ ປະເທດອາຊີຕາເວັນອອກສ່ຽງໃຕ້ (Act East Policy) ທາງດ້ານ ເສດຖະກິດ, ຍຸດທະສາດ ແລະ ວັດ ທະນະທໍາໃນຂອບການຮ່ວມມືອະ ນຸພາກພື້ນ ແລະ ພາກພື້ນ ຊຶ່ງ ສປປ ລາວ ເປັນປະເທດໜຶ່ງທີ່ມີທີ່ຕັ້ງ ຍຸດທະສາດອັນສໍາຄັນໃນພາກພື້ນ ແມ່ນໍ້າຂອງ ແລະ ສູນກາງແຫ່ງ ການເຊື່ອມໂຍງທາງບົກໄປສູ່ປະ ເທດອ້ອມຂ້າງ ແລະ ເປັນກາລະໂອ ກາດອັນດີໃຫ້ແກ່ບັນດານັກທຸລະ ກິດອິນເດຍ ໃນການຂະຫຍາຍການ ລົງທຶນຢູ່ ສປປ ລາວ ໃຫ້ຫລາຍຂຶ້ນ ໃນຕໍ່ໜ້າ. ຂ່າວ-ພາບ: ກົມການຂ່າວ, ກະຊວງ ການຕ່າງປະເທດ ຂປລ. ກົມຄຸ້ມຄອງແຮງງານ ກະຊວງແຮງງານ ແລະ ສະຫວັດ ດີການສັງຄົມ (ຮສສ) ຮ່ວມກັບ ອົງການແຮງງານສາກົນ ຈັດ ກອງປະຊຸມປຶກສາຫາລື ໃສ່ຮ່າງ ຄູ່ມືອົບຮົມລຶບລ້າງການຈຳແນກ (ລວມທັງຄວາມຮຸນແຮງທາງ ເພດ) ໃນໂລກຂອງການເຮັດວຽກ ຈັດຂຶ້ນໃນວັນທີ 4 ມິຖຸນາ 2026 ພາຍໃຕ້ໂຄງການລຶບລ້າງການຈໍາ ແນກຢູ່ສະຖານທີ່ເຮັດວຽກ, ການ ລ່ວງລະເມີດ ແລະ ການນໍາໃຊ້ແຮງ ງານເດັກຢູ່ ສປປ ລາວ. ທ່ານ ພົງສະຫວັນ ໄຊໂກສີ ຫົວໜ້າກົມຄຸ້ມຄອງແຮງງານກະ ຊວງແຮງງານ ແລະ ສະຫວັດດີ ການສັງຄົມ ໄດ້ກ່າວວ່າ: ກອງ ປະຊຸມຄັ້ງນີ້, ຈັດຂຶ້ນເພື່ອປຶກສາ ຫາລືຄວາມເປັນເອກະພາບຕໍ່ກັບ ເນື້ອໃນເພື່ອຮັບປະກັນໃຫ້ເນື້ອໃນ ແທດເໝາະກັບສະພາບຄວາມເປັນ ຈິງຂອງ ສປປ ລາວ ແນໃສ່ສ້າງ ຜົນປະໂຫຍດສູງສຸດ, ທັງມີປະສິດທິ ຜົນ ແລະ ປະສິດທິພາບໃນການ ຈັດຕັ້ງປະຕິບັດ. ໃນໄລຍະຜ່ານມາ, ຮ່າງຄູ່ມືຝຶກອົບຮົມດັ່ງກ່າວ ໄດ້ ຮັບການປະກອບຄຳຄິດເຫັນທາງ ດ້ານເນື້ອໃນຈາກພາກສ່ວນກ່ຽວ ຂ້ອງ. ພ້ອມທັງ, ໄດ້ຮັບການປັບປຸງ ຕາມຫລັກວິຊາການຂອງຊ່ຽວຊານ ຈາກອົງການແຮງງານສາກົນ ໂດຍ ອີງໃສ່ສົນທິສັນຍາຂອງອົງການ ແຮງງານສາກົນ ເລກທີ 111 ວ່າ ດ້ວຍການຈຳແນກໃນການຈ້າງງານ ແລະ ອາຊີບ ແລະ ກອບກົດໝາຍທີ່ ກ່ຽວຂ້ອງ ເພື່ອສົ່ງເສີມການລຶບລ້າງ ຄ້າງ ເພື່ອເຮັດໃຫ້ກົນໄກການຈັດ ຕັ້ງປະຕິບັດວຽກງານສະຫະກອນ ທີ່ຢູ່ໃນຄວາມຮັບຜິດຊອບຂອງແຕ່ ລະຂະແໜງການມີຄວາມເປັນເອກະ ພາບໃນການຈັດຕັ້ງປະຕິບັດ. ໂອກາດນີ້, ທ່ານ ລິນຄໍາ ດວງສະຫວັນ ໄດ້ມີຄໍາເຫັນວ່າ: ກອງປະຊຸມຄັ້ງນີ້, ເປັນຄັ້ງທໍາອິດ ນັບຕັ້ງແຕ່ຄະນະກຳມະການສົ່ງ ເສີມສະຫະກອນໄດ້ຮັບການແຕ່ງຕັ້ງ ຕາມຂໍ້ຕົກລົງຂອງທ່ານນາຍົກ ລັດຖະມົນຕີ ສະບັບເລກທີ 06/ນຍ, ລົງວັນທີ 2 ກຸມພາ 2026 ຊຶ່ງ ການອອກຂໍ້ຕົກລົງດັ່ງກ່າວ ແມ່ນ ການຜັນຂະຫຍາຍ ມາດຕາ 56 ແລະ ມາດຕາ 57 ຂອງກົດໝາຍ ວ່າດ້ວຍສະຫະກອນ ຊຶ່ງໄດ້ກໍານົດ ກົງຈັກ, ບຸກຄະລາກອນ, ສິດ ແລະ ໜ້າທີ່ຂອງຄະນະກຳມະການສົ່ງ ເສີມສະຫະກອນ ເພື່ອຊຸກຍູ້ສົ່ງເສີມ ວຽກງານສະຫະກອນໃຫ້ເຊື່ອມ ສານເຂົ້າໃນວຽກງານ ກໍຄື ແຜນພັດ ທະນາຂອງບັນດາຂະແໜງການ ກ່ຽວຂ້ອງ. ສະນັ້ນ, ກອງປະຊຸມ ໃນຄັ້ງນີ້, ເພື່ອເຮັດໃຫ້ກົນໄກໃນ ການຈັດຕັ້ງປະຕິບັດວຽກງານຊຸກ ຍູ້ສົ່ງເສີມສະຫະກອນຕິດພັນກັບ ໜ້າທີ່ຄວາມຮັບຜິດຊອບຂອງແຕ່ ລະຂະແໜງການໃຫ້ສາມາດຈັດ ຕັ້ງປະຕິບັດໄດ້ຢ່າງເປັນຮູບປະທຳ ແລະ ມີປະສິດທິພາບ ແລະ ປະສິດ ທິຜົນ. ຂ່າວ: ທະນູທອງ; ພາບ: ຂັນໄຊ ແລະ ມີສ່ວນຮ່ວມໃນການຫລຸດ ຜ່ອນບັນຫາໂລກຮ້ອນ, ອັນເນື່ອງ ມາຈາກການປ່ຽນແປງຂອງສະ ພາບດິນຟ້າອາກາດທີ່ເປັນໄພຂົ່ມຂູ່ ຕໍ່ການດຳລົງຊີວິດຂອງມະນຸດ ແລະ ຊີວະນາໆພັນ. ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ຖະແຫລງການ ເນື່ອງໃນວັນສິ່ງແວດລ້ອມໂລກ ຄົບຮອບ 53 ປີ ແລະ ວັນສິ່ງແວດ ລ້ອມແຫ່ງຊາດ ຄົບຮອບ 27 ປີ ເມື່ອ ບໍ່ດົນມານີ້ວ່າ: ພັກ ແລະ ລັດຖະບານ ໄດ້ກຳນົດເອົາວັນທີ 5 ມິຖຸນາ ຂອງ dv'xt-5 ,rq [xtrkdm5 ]tdy f ]k;{vy ogfp 2026 9a f0B omuj ot7vos];'oy ;cfo]u ແຫ່ງ ຣາຊະອານາຈັກດານມາກ ປະຈໍາ ສປປ ລາວ ຊຶ່ງມີສໍານັກງານ ສະຖານທູດຕັ້ງຢູ່ນະຄອນຫລວງຮ່າ ໂນ້ຍ ສສ ຫວຽດນາມ. ໂອກາດດັ່ງກ່າວ, ທ່ານ ນາງ ວຽງທອງ ສີພັນດອນ ໄດ້ສະແດງ ຄວາມຍິນດີຕ້ອນຮັບ, ຊົມເຊີຍ ແລະ ຕີລາຄາສູງຕໍ່ທ່ານທູດທີ່ໄດ້ມາປະ ຕິບັດໜ້າທີ່ທາງການທູດຈົນສໍາ ເລັດຜົນ ຊຶ່ງເປັນການປະກອບສ່ວນ ເສີມຂະຫຍາຍສາຍພົວພັນມິດຕະ ພາບ ແລະ ການຮ່ວມມືທີ່ມີມາແຕ່ ດົນນານແລ້ວນັ້ນໃຫ້ນັບມື້ກ້າວເຂົ້າ ສູ່ລວງເລິກ ໂດຍສະເພາະສອງປະ ເທດ ລາວ-ດານມາກ ກໍຄື ປະຊາ ຊົນທັງສອງປະເທດໃຫ້ນັບມື້ແໜ້ນ ແຟ້ນຍິ່ງໆຂຶ້ນ. ພ້ອມນີ້, ທ່ານຮອງ ປະທານປະເທດ ຍັງໄດ້ອວຍພອນ ໃຫ້ທ່ານທູດຈົ່ງມີສຸຂະພາບແຂງ ແຮງ, ມີຜົນສໍາເລັດໃນໜ້າທີ່ໃໝ່ ຂອງທ່ານ ແລະ ຈົ່ງເດີນທາງກັບຄືນ ປະເທດດ້ວຍຄວາມສະຫວັດດີພາບ. ພ້ອມກັນນີ້, ທ່ານທູດກໍໄດ້ ສະແດງຄວາມຂອບໃຈຕໍ່ທ່ານ ຮອງປະທານປະເທດ ທີ່ໃຫ້ການ ຕ້ອນຮັບໃນຄັ້ງນີ້, ພ້ອມທັງສະແດງ ຄວາມຂອບໃຈມາຍັງທຸກພາກ ສ່ວນກ່ຽວຂ້ອງທີ່ໃຫ້ການຮ່ວມມື ສະໜັບສະໜູນໃນການປະຕິບັດ ໜ້າທີ່ຂອງຕົນຈົນສໍາເລັດຜົນຢ່າງ ຈົບງາມ. ລາວ-ດານມາກ ມີການພົວພັນ ຮ່ວມມືກັນດ້ານການທູດ, ດ້ານການ ຄ້າ, ດ້ານການລົງທຶນ ແລະ ການ ທ່ອງທ່ຽວ. ຂ່າວ: ສົມຫວັງ; ພາບ: ເກດສະໜາ ທຸກໆປີເປັນວັນສິ່ງແວດລ້ອມແຫ່ງ ຊາດ ເພື່ອສົ່ງເສີມ, ປູກຈິດສຳນຶກ ແລະ ຍົກລະດັບຄວາມຕື່ນຕົວໃນ ການປົກປັກຮັກສາສິ່ງແວດລ້ອມ ໃຫ້ແກ່ປວງຊົນ. ໃນທຸກໆປີຈະໄດ້ ພ້ອມກັນສະເຫລີມສະຫລອງວັນ ສຳຄັນດັ່ງກ່າວຮ່ວມກັບປະຊາຄົມ ໂລກ. ສໍາລັບປີນີ້, ອົງການສະຫະ ປະຊາຊາດ ເພື່ອສິ່ງແວດລ້ອມ (UNEP) ໄດ້ກຳນົດຫົວຂໍ້ການ ສະເຫລີມສະຫລອງວັນສິ່ງແວດ ລ້ອມໂລກ ພາຍໃຕ້ຄຳຂວັນການ ຈັດຕັ້ງປະຕິບັດວຽກງານສະພາບ ພູມອາກາດ. ສຳລັບ ສປປ ລາວ ກໍ ໄດ້ກຳນົດຄຳຂວັນວັນສິ່ງແວດລ້ອມ ແຫ່ງຊາດ ຄື: ເຖິງເວລາແລ້ວທີ່ ພວກເຮົາຕ້ອງໃສ່ໃຈຕໍ່ສະພາບພູມ ອາກາດໃຫ້ສົດໃສ ແລະ ສົດຊື່ນ ຄຳ ຂວັນການສະເຫລີມສະຫລອງວັນ ສິ່ງແວດລ້ອມໂລກ ປີນີ້ມີເປົ້າໝາຍ ເນັ້ນໜັກໃສ່ການແກ້ໄຂບັນຫາການ ປ່ຽນແປງດິນຟ້າອາກາດທີ່ເປັນບັນ ຫາທ້າທາຍ ແລະ ສົ່ງຜົນກະທົບ ອັນໜັກໜ່ວງຕໍ່ຫລາຍປະເທດໃນ ໂລກ ຊຶ່ງປັດຈຸບັນພວກເຮົາບໍ່ພຽງ ແຕ່ຜະເຊີນກັບພາວະໂລກຮ້ອນ (Global Warming) ທຳມະດາ, ແຕ່ກຳລັງກ້າວເຂົ້າສູ່ຍຸກພາວະ ໂລກຮ້ອນແບບຮຸນແຮງ (Global Boiling) ທີ່ສະທ້ອນໃຫ້ເຫັນເຖິງ ຄວາມອັນຕະລາຍຂອງວິກິດການ ດັ່ງກ່າວ ທີ່ພວກເຮົາຕ້ອງຮ່ວມມືກັນ ຮີບຮ້ອນແກ້ໄຂ. ສຳລັບ ສປປ ລາວ ກໍຜະເຊີນ ໜ້າກັບບັນຫາຜົນກະທົບຈາການ ປ່ຽນແປງດິນຟ້າອາກາດ ແລະ ບັນ ຫາສິ່ງແວດລ້ອມເຊື່ອມໂຊມ ເຊັ່ນ: ສະພາບພູມອາກາດມີການປ່ຽນ ແປງ ໂດຍສະເພາະໃນລະດູແລ້ງ ອາກາດຮ້ອນອົບເອົ້າ, ອຸນຫະພູມ ສູງຂຶ້ນ, ເກີດມີໄຟໄໝ້ລາມປ່າ, ບັນ ຫາໝອກຄວັນ ແລະ ຝຸ່ນ PM 2,5 ເກີນມາດຕະຖານໃນບາງເຂດ, ຝົນ ຕົກບໍ່ຖືກຕາມລະດູການ, ເກີດມີ ຝົນໝາກເຫັບ, ໄພນໍ້າຖ້ວມ, ໄພ ແຫ້ງແລ້ງ, ດິນເຊາະເຈື່ອນຊຶ່ງໄດ້ ສົ່ງຜົນກະທົບຕໍ່ພື້ນຖານໂຄງລ່າງ, ພື້ນທີ່ທຳການຜະລິດ ແລະ ສົ່ງ ຜົນກະທົບຕໍ່ກັບຊີວິດການເປັນຢູ່ ຂອງປະຊາຊົນບັນດາເຜົ່າລວມທັງ ການພັດທະນາເສດຖະກິດ-ສັງຄົມ ຂອງຊາດ. ຕໍ່ບັນຫາດັ່ງກ່າວ, ລັດຖະບານ ໄດ້ໃຫ້ຄວາມສຳຄັນຂອງການແກ້ ໄຂບັນຫາການປ່ຽນແປງດິນຟ້າ ອາກາດ ໂດຍການສ້າງນິຕິກຳ ແລະ ຍຸດທະສາດທີ່ສຳຄັນເຊັ່ນ: ຍຸດ ທະສາດແຫ່ງຊາດ ການແກ້ໄຂ ບັນຫາການປ່ຽນແປງດິນຟ້າອາ ກາດ, ດຳລັດວ່າດ້ວຍການປ່ຽນ ແປງດິນຟ້າອາກາດ, ດຳລັດວ່າ ດ້ວຍສິນເຊື່ອກາກບອນ ແລະ ໄດ້ ເຊື່ອມສານເອົາວຽກງານດັ່ງກ່າວ, ເຂົ້າໃນແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ 5 ປີ (20262030) ແລະ ໄດ້ກຳນົດຄາດໝາຍ ການຫລຸດຜ່ອນການປ່ອຍ ແລະ ເພີ່ມການດູດຊັບທາດອາຍເຮືອນ ແກ້ວໃຫ້ໄດ້ 60%ພາຍໃນປີ 2030 ແລະ ໃຫ້ເປັນສູນໃນປີ 2050 (Net Zero Emission by 2050) ໂດຍການຫັນໄປສູ່ການຜະລິດພະ ລັງງານສະອາດ, ການນຳໃຊ້ລົດໄຟ ຟ້າ, ການອະນຸລັກຊີວະນາໆພັນ ແລະ ເພີ່ມເນື້ອທີ່ປົກຫຸ້ມປ່າໄມ້ໃຫ້ ໄດ້ 70% ໃນປີ 2035. ການສະເຫລີມສະຫລອງວັນ ສິ່ງແວດລ້ອມໂລກ ແລະ ວັນສິ່ງ ແວດລ້ອມແຫ່ງຊາດ ໃນປີ2026ນີ້, ໄດ້ຈັດໄປຄຽງຄູ່ກັບການສະເຫລີມ ສະຫລອງວັນປູກຕົ້ນໄມ້ແຫ່ງຊາດ ຊຶ່ງພາກລັດຖະບານ ກໍຄື ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ ຮ່ວມກັບພາກເອກະຊົນ ແລະ ພາກ ສ່ວນຕ່າງໆຈັດກິດຈະກຳຢ່າງຍິ່ງ ໃຫຍ່ ແລະ ຫລາກຫລາຍ ໂດຍ ມີຈຸດປະສົງເພື່ອປຸກລະດົມ ແລະ ຊຸກຍູ້ໃຫ້ທຸກພາກສ່ວນໃນສັງຄົມ ທັງພາຍໃນ ແລະ ຕ່າງປະເທດ ເຫັນໄດ້ຄວາມສຳຄັນຂອງການ ປົກປັກຮັກສາສິ່ງແວດລ້ອມ ແລະ ພ້ອມໃຈກັນເປັນເຈົ້າການໃນການ ປ້ອງກັນ, ຫລຸດຜ່ອນ ແລະ ແກ້ໄຂ ບັນຫາສິ່ງແວດລ້ອມ ແລະ ການ ປ່ຽນແປງຂອງສະພາບດິນຟ້າອາ ກາດດ້ວຍການລົງມືປະຕິບັດດ້ວຍ ຕົນເອງ ໂດຍເລີ່ມຈາກການປູກ ແລະ ບົວລະບັດຕົ້ນໄມ້, ຫລຸດຜ່ອນ ການນຳໃຊ້ປາສຕິກ, ບໍ່ຖິ້ມ-ບໍ່ຈູດ ຂີ້ເຫຍື້ອຊະຊາຍ, ບໍ່ຈູດພື້ນທີ່ການ ຜະລິດກະສິກຳ ແລະ ບໍ່ທຳລາຍປ່າ. ຂ່າວ: ກິດຕາ ການຈໍາແນກໃນການຈ້າງງານ ໂດຍ ສະເພາະໃນຂະແໜງອຸດສາຫະກຳ ແລະ ການຜະລິດຢູ່ ສປປ ລາວ. ປັດຈຸບັນ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ກຳລັງ ຢູ່ໃນໄລຍະການຄົ້ນຄວ້າປັບປຸງ ກົດໝາຍວ່າດ້ວຍແຮງງານ ຊຶ່ງມີ ແຜນຈະສະເໜີໃຫ້ສະພາຮັບຮອງ ພາຍໃນປີ 2027. ໃນກົດໝາຍ ສະບັບປັບປຸງດັ່ງກ່າວ ຈະໄດ້ມີການ ກໍານົດໝວດໜຶ່ງສະເພາະກ່ຽວກັບ ການລຶບລ້າງການຈຳແນກໃນການ ຈ້າງງານ ແລະ ອາຊີບ ເພື່ອສົ່ງເສີມ ຄວາມສະເໝີພາບ, ຄວາມເປັນທຳ ແລະ ການຄຸ້ມຄອງສິດຂອງຜູ້ອອກ ແຮງງານທຸກກຸ່ມຢ່າງຮອບດ້ານ. ສະນັ້ນ, ຄູ່ມືຝຶກອົບຮົມການລຶບລ້າງ ການຈຳແນກດັ່ງກ່າວ, ຈະເປັນ ເຄື່ອງມືສຳຄັນໃນການເຜີຍແຜ່, ສ້າງຄວາມຮັບຮູ້ ແລະ ເພີ່ມພູນ ຄວາມເຂົ້າໃຈໃຫ້ແກ່ບັນດາຜູ້ອອກ ແຮງງານ, ຜູ້ໃຊ້ແຮງງານ ແລະ ສັງຄົມ ໂດຍລວມກ່ຽວກັບຫລັກ ການ, ສິດ ແລະ ໜ້າທີ່ໃນການປ້ອງ ກັນ ແລະ ລຶບລ້າງການຈຳແນກທຸກ ຮູບແບບໃນສະຖານທີ່ເຮັດວຽກ. ໃນເວລາກອງປະຊຸມຜູ້ເຂົ້າຮ່ວມ ຈະໄດ້ຮັບຟັງການນຳສະເໜີຈາກ ຊ່ຽວຊານຂອງອົງການແຮງງານ ສາກົນ ກ່ຽວກັບຄວາມສຳຄັນຂອງ ຄູ່ມືຝຶກອົບຮົມດັ່ງກ່າວ ຜ່ານຮູບ ແບບທາງໄກ. ຫລັງຈາກນັ້ນ ຄະນະ ທີ່ປຶກສາຜູ້ພັດທະນາຄູ່ມືຈະໄດ້ນໍາ ສະເໜີຮ່າງຄູ່ມືສະບັບປັບປຸງລ່າສຸດ ພ້ອມທັງໃຫ້ຜູ້ເຂົ້າຮ່ວມປະກອບຄໍາ ຄິດຄໍາເຫັນ ແລະ ຮັບຮອງເອກະ ພາບທາງດ້ານເນື້ອໃນ ເພື່ອເຮັດໃຫ້ ຄະນະຈັດຕັ້ງປະຕິບັດໂຄງການ ກໍຄື ສາມຝ່າຍປະກອບມີ: ກະຊວງ ຮສສ ຕ່າງໜ້າລັດຖະບານ, ອົງການຕ່າງ ໜ້າຜູ້ອອກແຮງງານ (ສູນກາງ ສະຫະພັນກຳມະບານລາວ) ແລະ ອົງການຕ່າງໜ້າຜູ້ໃຊ້ແຮງງານ (ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ) ສາມາດນຳໄປ ເຜີຍແຜ່, ສ້າງຄວາມອາດສາມາດ ໃຫ້ແກ່ສະມາຊິກ ແລະ ຈັດຕັ້ງປະຕິ ບັດຕາມແຜນການໃນຕໍ່ໜ້າ. ຂ່າວ-ພາບ: ກິດຕາ
RkJQdWJsaXNoZXIy MTc3MTYxMQ==