08/06/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K gruj ,mt;u 7;k,gxa og9Q kdko c]t rh v,da o xq dxa dIa dlklyj 'c;f]h v, grnj vlh k'r6 ,vkdkf.sh lq f-nj o ບົດສະເໜີົີ (ເນ່ືອງໃນໂອກາດວັນສິ່ງແວດລ້ອມໂລກ ຄົບຮອບ 53 ປີ ແລະ ວັນສ່ິ່ງແວດລ້ອມແຫ່ງຊາດ ຄົບຮອບ 27 ປີ)່ື ອັ ນິ່ ງ້ ອົ ບີ ັ ນ່ິ່ ງ້ ອ່ ງົ ບີ ) ຂປລ. ເມື່ອຮອດວັນທີ 5 ຂອງ ທຸກໆປີ ສປປ ລາວ ໄດ້ຮ່ວມກັບບັນ ດາປະເທດໃນທົ່ວໂລກຈັດພິທີສະ ເຫລີມສະຫລອງວັນສິ່ງແວດລ້ອມ ໂລກ ແລະ ວັນສິ່ງແວດລ້ອມແຫ່ງ ຊາດ. ການສະເຫລີມສະຫລອງ ວັນດັ່ງກ່າວດຳເນີນໄປພ້ອມກັບ ຂະບວນການປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ ຊຶ່ງໄດ້ຖືເອົາວັນ ສຳຄັນດັ່ງກ່າວ ເພື່ອປູກຈິດສຳນຶກ ແລະ ທັງເປັນການປຸກລະດົມໃຫ້ທຸກ ພາກສ່ວນໃນສັງຄົມ ທັງພາກລັດ, ເອກະຊົນ, ອົງການຈັດຕັ້ງທາງ ສັງຄົມ, ປະຊາຊົນບັນດາເຜົ່າ ແລະ ອົງການຈັດຕັ້ງສາກົນ, ເປັນການ ເພີ່ມທະວີຄວາມເປັນເຈົ້າການ ແລະ ພ້ອມກັນປົກປັກຮັກສາ ແລະ ນຳໃຊ້ ຊັບພະຍາກອນທຳມະຊາດ ໄປຕາມ ທິດຍືນຍົງ ແລະ ສີຂຽວ, ຄຸ້ມຄອງ ສິ່ງແວດລ້ອມຂອງພວກເຮົາ ໃຫ້ມີ ສິ່ງແວດລ້ອມທີ່ດີ, ປາສະຈາກມົນ ລະພິດ ເປັນຕົ້ນ ອາກາດທີ່ດີ, ສາຍ ນໍ້າທີ່ໄສສະອາດ, ປ່າໄມ້ທີ່ອຸດົມ ສົມບູນ, ຊີວະນາໆພັນທີ່ມີຄວາມ ຫລາກຫລາຍ, ດິນ, ຊັບພະຍາກອນ, ຍັງເປັນການປະກອບສ່ວນເຂົ້າ ໃນການຈັດຕັ້ງປະຕິບັດແຜນພັດທະ ນາເສດຖະກິດ-ສັງຄົມແຫ່ງຊາດ. ສະນັ້ນ, ພັກ-ລັດຖະບານ ຈຶ່ງໄດ້ກຳ ນົດເອົາວັນທີ 1 ເດືອນມິຖຸນາ ຂອງ ທຸກໆປີ ເປັນວັນປູກຕົ້ນໄມ້ແຫ່ງ ຊາດ ແລະ ວັນເດັກນ້ອຍສາກົນ ເພື່ອໃຫ້ເຂົາເຈົ້າມີຄວາມເຂົ້າໃຈ ກ່ຽວກັບຄວາມໝາຍຄວາມສຳຄັນ ແລະຄຸນປະໂຫຍດຂອງປ່າໄມ້. ເພື່ອ ປູກຈິດສໍານຶກໃຫ້ອະນຸຊົນ ແລະ ເຍົາ ວະຊົນ ກໍຄື ທົ່ວສັງຄົມ ເຫັນໄດ້ເຖິງ ຄວາມສໍາຄັນຂອງປ່າໄມ້, ເປັນການ ປຸກລະດົມທົ່ວປວງຊົນເຂົ້າຮ່ວມ ການຄຸ້ມຄອງ, ປົກປັກຮັກສາ ແລະ ພັດທະນາປ່າໄມ້ ເຮັດໃຫ້ປ່າໄມ້ມີ ຄວາມອຸດົມສົມບູນກາຍເປັນທ່າ ແຮງການພັດທະນາເສດຖະກິດສັງຄົມ ແຫ່ງຊາດ ຕາມທິດສີຂຽວ ແລະ ຍືນຍົງ. ເຄື່ອງປ່າຂອງດົງ, ປ່າທຳມະຊາດ ໄປສູ່ການນຳໃຊ້ດ້ວຍການປູກ, ການລ້ຽງ, ການຄຸ້ມຄອງ ແລະ ເປັນການປະຕິບັດແຜນຍຸດທະສາດ ຂອງລັດຖະບານໃນການພັດທະນາ ປ່າໄມ້ໃນຂອບເຂດທົ່ວປະເທດແລະ ພາບປະກອບ ແຮ່ທາດ ທີ່ມີຄວາມອຸດົມສົມບູນ ແລະ ຍືນຍົງໄວ້ຮອດເຊັ່ນລູກເຊັ່ນ ຫລານ ແລະ ເພື່ອເປັນການປຸກລະ ດົມບຸກຄົນ, ສົ່ງເສີມປົກປັກຮັກສາ ສິ່ງແວດລ້ອມ, ຮັບຮູ້ເຖິງຜົນປະ ໂຫຍດຄວາມສຳຄັນຂອງປ່າໄມ້ທີ່ ເປັນຊັບພະຍາກອນທຳມະຊາດອັນ ລ້ຳຄ່າ ແລະ ຮຽກຮ້ອງການຈັດຕັ້ງ ທຸກພາກສ່ວນຈົ່ງພ້ອມກັນຮັກສາ ປ່າໄມ້ທຳມະຊາດ ເພື່ອຕ້ານໂລກ ຮ້ອນ ແລະ ຕ້ານອຸທົກກະໄພ, ຮັກ ສາເບ້ຍໄມ້ທີ່ປູກໃຫ້ຈະເລີນເຕີບໂຕ ງອກງາມ, ເອົາໃຈໃສ່ບົວລະບັດ ຮັກສາເບ້ຍໄມ້ບໍ່ໃຫ້ຫ່ຽວແຫ້ງ ແບ່ງ ຄວາມຮັບຜິດຊອບໃນການຄຸ້ມ ຄອງ, ໃສ່ຝຸ່ນພູນດິນ, ຫົດນ້ຳ ແລະ ປູກທົດແທນຕົ້ນໄມ້ທີ່ຕາຍໄປແລ້ວ ເພື່ອເຮັດໃຫ້ສຳນັກງານຫ້ອງການ, ບ້ານມີຄວາມຮົ່ມເຢັນ ເຮັດໃຫ້ທົ່ວ ເມືອງມີຕົ້ນໄມ້, ປ່າໄມ້ຂຽວງາມ, ຫລຸດພາວະໂລກຮ້ອນ ແລະ ຮັກສາ ຄວາມສົມບູນຂອງທຳມະຊາດ. ປ່າໄມ້ ແມ່ນຊັບພະຍາກອນ ທຳມະຊາດອັນລ້ຳຄ່າແລະມີຄວາມ ໝາຍຄວາມສຳຄັນຕໍ່ກັບມະນຸດເຮົາ ເວົ້າລວມແລ້ວ ແມ່ນເຮັດໃຫ້ທຳ ມະຊາດມີຄວາມສົມດູນ ເຮັດໃຫ້ສະ ພາບດິນຟ້າອາກາດ ຖືກຕ້ອງຕາມ ລະດູການ ແລະ ແນໃສ່ປົກປັກຮັກ ສາສິ່ງແວດລ້ອມ, ຮັກສາແຫລ່ງ ນ້ຳ, ປ້ອງກັນການເຊາະເຈື່ອນ, ຮັກ ສາຄຸນນະພາບຂອງດິນ ແລະ ຫລຸດ ຜ່ອນການປ່ຽນແປງຂອງດິນຟ້າ ອາກາດ, ທັງເປັນການປະກອບ ສ່ວນເຂົ້າໃນການປັບປຸງຊີວິດການ ເປັນຢູ່ຂອງປະຊາຊົນບັນດາເຜົ່າ ຢູ່ພາຍໃນບ້ານ, ທັງເປັນການຫັນ ປ່ຽນແນວຄິດໃນການຊົມໃຊ້ໄມ້, lk]t;a o 8u ]k7k7n odko9a f8A ' xt8y [a f;Pd'ko 6 gfn vo8Q oxu 2026 ໂດຍ: ສ.ພະຈັນັ ຜັນຂະຫຍາຍມະຕິັ ນິ ກອງປະຊຸມໃຫຍ່ ຸ ມ່ ຄັ້ງງີທີ ັ້ XII ຂອງພັກັກ g9Q k|h kmu j dtly de c]t ly j 'c;f]h v, s]kpmh v'4y j ogvq k.9.lj lq j 'glu ,dkozt]y f]tf6 /q o ຂປລ. ປັດຈຸບັນການຜະລິດເຂົ້າ- ພືດລະດູຝົນປີນີ້ ແມ່ນໄດ້ທຳການ ຜະລິດຢ່າງເປັນຂະບວນຟົດຟື້ນໃນ ຂອບເຂດທົ່ວປະເທດ ເພື່ອໃຫ້ບັນ ລຸຕາມຄາດໝາຍທີ່ວາງໄວ້. ຂະນະ ທີ່ເຈົ້າໜ້າທີ່ກະສິກຳ ແລະ ສິ່ງແວດ ລ້ອມ ລ້ວນແຕ່ໄດ້ເອົາໃຈໃສ່ສົ່ງເສີມ ທາງດ້ານເຕັກນິກວິຊາການ, ແນວ ພັນ ແລະ ສິ່ງຈຳເປັນໃຫ້ແກ່ຊາວກະ ສິກອນຜະລິດໃຫ້ໄດ້ຮັບຜົນດີ. ທ່ານ ກົງໃຈ ສີດາວົງ ຫົວໜ້າພະ ແນກກະສິກໍາ ແລະ ສິ່ງແວດລ້ອມ ແຂວງອັດຕະປື ໄດ້ໃຫ້ຮູ້ເມື່ອບໍ່ດົນ ມານີ້ວ່າ: ປີນີ້ ແຂວງອັດຕະປື ໄດ້ ວາງຄາດໝາຍປູກພືດລະດູຝົນ ໃຫ້ ໄດ້ 39,3 ພັນກວ່າເຮັກຕາ. ຂະນະ ທີ່ພືດສະບຽງອາຫານໃຫ້ໄດ້ 31,3 ພັນກວ່າເຮັກຕາ, ຊຶ່ງປະກອບມີເຂົ້າ ນາ ແລະ ເຂົ້າໄຮ່ ໃຫ້ໄດ້ 28,7 ພັນ ກວ່າເຮັກຕາ, ຄາດຄະເນຜົນຜະລິດ 89 ພັນກວ່າໂຕນ, ປູກພືດທົ່ວໄປ ໃຫ້ໄດ້ເກືອບ 2,6 ພັນເຮັກຕາ, ຄາດ ຄະເນຜົນຜະລິດ 27 ພັນກວ່າໂຕນ ລວມມີ: ໝາກງາ, ເຜືອກ-ມັນ, ສາລີ ຫວານ ແລະ ພືດຜັກອື່ນໆ. ສ່ວນ ພືດເປັນສິນຄ້າ ໃຫ້ໄດ້ເກືອບ 8 ພັນ ເຮັກຕາ. ໃນນັ້ນ, ການປູກເຂົ້າເປັນ ສິນຄ້າ ຂອງບໍລິສັດ ໄອດີພີ ເກັບຊື້ ມີ 5 ບ້ານ ຢູ່ເມືອງສະໜາມໄຊ ເນື້ອ ທີ່ 1,4 ພັນກວ່າເຮັກຕາ ຄາດຄະເນ ຜົນຜະລິດ 4,4 ພັນກວ່າໂຕນ, ປູກ ກາເຟ ຢູ່ 2 ເມືອງ ໃຫ້ໄດ້ 1 ພັນກວ່າ ເຮັກຕາ, ປູກຖົ່ວລຽນເປັນສິນ ຄ້າ ໃຫ້ໄດ້ 5,5 ພັນກວ່າເຮັກຕາ. ການທີ່ຈະເຮັດໃຫ້ແຜນການປູກ ພືດໃນລະດູຝົນປີນີ້ ບັນລຸຕາມແຜນ ການທີ່ວາງໄວ້ ທາງພະແນກກະສິ ກໍາແລະສິ່ງແວດລ້ອມແຂວງໄດ້ຊຸກ ຍູ້, ສົ່ງເສີມໃນການຜະລິດລະດູຝົນ ຕິດພັນກັບການແຕ່ງຕັ້ງຄະນະຮັບ ຜິດຊອບຂັ້ນແຂວງ ແລະ ເມືອງ ເພື່ອ ຊຸກຍູ້ການຜະລິດ ໂດຍໄດ້ອອກແຈ້ງ ການເຖິງຫ້ອງການກະສິກໍາ ແລະ ສິ່ງແວດລ້ອມ 5 ຕົວເມືອງ ເພື່ອກະ ກຽມຄວາມພ້ອມໃນການຜະລິດ, ໄດ້ກະກຽມແນວພັນເຂົ້າພັນປັບ ປຸງ ຮຸ່ນ 3 ຈໍານວນ 15 ໂຕນ ຢູ່ສູນ ສົ່ງເສີມບໍລິການເຕັກນິກກະສິກໍາ ແລະ ສະເພາະຢູ່ໃນສູນຈະສືບຕໍ່ຂະ ຫຍາຍແນວພັນເຂົ້າຮຸ່ນ 2 ໃຫ້ໄດ້ຮຸ່ນ 3 ຈໍານວນ 10 ໂຕນ. ນອກຈາກນີ້, ແມ່ນມີຢູ່ນໍາປະຊາຊົນ ແລະ ກຸ່ມຜະ ລິດ ທີ່ໄດ້ເກັບຮັກສາແນວພັນເຂົ້າ ໄວ້ ພ້ອມທັງຍັງໄດ້ກະ ກຽມກົນຈັກ ບໍລິການຮັບໃຊ້ການຜະລິດ ມີລົດໄຖ ນາຂະໜາດນ້ອຍ ປະມານ 3,2 ພັນ ກວ່າຄັນ, ມີລົດກ່ຽວເຂົ້າ 9 ຄັນ, ລົດ ດຳນາຂະໜາດນ້ອຍ, ກາງ 30 ຄັນ, ເຄື່ອງຟາດເຂົ້າ ຂະໜາດນ້ອຍ-ຂະ ໜາດກາງ 160 ເຄື່ອງ, ເຄື່ອງອົບ ເຂົ້າຂະໜາດກາງ-ຂະໜາດໃຫຍ່ 3 ເຄື່ອງ ແລະ ລົດຢອດເຂົ້າ 1 ຄັນ, ມີລະບົບຊົນລະປະທານ ແລະ ນໍ້າໃຕ້ ດິນ ເພື່ອແກ້ໄຂໃນເວລາແຫ້ງແລ້ງ ຈໍານວນ12ແຫ່ງ, ສາມາດສະໜອງ ນໍ້າໃນເນື້ອທີ່ 4,9 ພັນກວ່າເຮັກຕາ, ມີເຮືອນຮົ່ມ 3 ຕົວເມືອງ 61 ຫລັງ, ມີຜູ້ປະກອບການ ແລະ ຫ້າງຮ້ານ ຈໍາໜ່າຍປັດໄຈການຜະລິດເປັນຕົ້ນ ຝຸ່ນ, ຢາປາບສັດຕູພືດ, ແນວພັນພືດ ຕ່າງໆ ແລະ ອຸປະກອນຮັບໃຊ້ໃນ ການຜະລິດ 6 ຫົວໜ່ວຍ, ໄດ້ກະ ກຽມເບ້ຍກາເຟ 3,3 ລ້ານກວ່າເບ້ຍ, ເບ້ຍຖົ່ວລຽນ 6 ແສນກວ່າເບ້ຍ ທີ່ ປະຊາຊົນ, ໂຄງການ, ຜູ້ປະກອບ ການ ແລະ ບໍລິສັດ ໄດ້ກະກຽມກ້າ ເບ້ຍໄວ້ແລ້ວ. ສຳລັບຢູ່ແຂວງສາລະວັນ ເມື່ອ ມໍ່ໆມານີ້ ທ່ານ ສິນໄຊ ເພັດແພງສີ ຮອງຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມ ໄດ້ລົງເຄື່ອນໄຫວ ມອບແນວພັນເຂົ້າໃຫ້ຫ້ອງການ ກະສິກຳ ແລະ ສິ່ງແວດລ້ອມເມືອງ ຄົງເຊໂດນ ເພື່ອນໍາໄປແຈກຢາຍ ໃຫ້ຊາວກະສິກອນໃນ 17 ບ້ານ ເປົ້າໝາຍຂອງເມືອງຄົງເຊໂດນ, ຕາງໜ້າຮັບໂດຍ ທ່ານ ຄໍາສະໄຫວ ແກ້ວວົງສັກ ຫົວໜ້າຫ້ອງການ ກະສິກຳ ແລະ ສິ່ງແວດລ້ອມເມືອງ ພ້ອມຄະນະ, ໂດຍການເຂົ້າຮ່ວມ ຂອງ ທ່ານ ຄຳໝັ້ນ ສີດຳດວນ ຮອງປະທານຄະນະກໍາມະການປົກ ຄອງເມືອງ, ຜູ້ຊີ້ນໍາຂົງເຂດວຽກ ເສດຖະກິດ, ພ້ອມດ້ວຍພະນັກງານ ວິຊາການເຂົ້າຮ່ວມ. ແນວພັນເຂົ້າ ທີ່ນຳມາມອບຄັ້ງນີ້ ມີແນວພັນເຂົ້າ ຫອມດອກຄຳ 16, ແນວພັນເຂົ້າ ວຽງຈັນ 450, ແນວພັນເຂົ້າໂພນ ງາມ 1, ແນວພັນເຂົ້າໂພນງາມ 7, ລວມມູນຄ່າທັງໝົດ 360 ລ້ານ ກີບ. ການມອບແນວພັນດັ່ງກ່າວ ເພື່ອເປັນການສົ່ງເສີມຂະບວນການ ຜະລິດໃນລະດູຝົນໃຫ້ມີຄວາມເຂັ້ມ ແຂງຢູ່ພາຍໃນແຂວງສາລະວັນ ກໍຄື ເມືອງຄົງເຊໂດນ ທັງກຽມພ້ອມທຸກ ດ້ານໃນການຕ້ານແລງ-ຕ້ານຖ້ວມ ໃນໄລຍະທີ່ສະພາບດິນຟ້າອາກາດ ມີການປ່ຽນແປງ. ຂປລ. ເມື່ອບໍ່ດົນມານີ້, ແຂວງ ສາລະວັນ ຈັດກອງປະຊຸມສະຫລຸບ ຕີລາຄາວຽກງານກໍ່ສ້າງພັກ-ພະ ນັກງານ, ລັດຖະກອນ-ພາລາກອນ, ກົງຈັກການຈັດຕັ້ງ, ການປົກຄອງ ແລະ ວຽກງານແຂ່ງຂັນຍ້ອງຍໍ ປະຈໍາ 6 ເດືອນຕົ້ນປີ 2026 ແລະ ທິດທາງແຜນການ 6 ເດືອນທ້າຍ ປີ 2026 ໂດຍໃຫ້ກຽດເຂົ້າຮ່ວມ ເປັນປະທານຂອງ ທ່ານ ຈັນສີ ລອນ ສີສົມບູນ ຫົວໜ້າຄະນະຈັດ ຕັ້ງແຂວງ, ມີບັນດາຄະນະຈັດຕັ້ງ ແຂວງ, ຫົວໜ້າ-ຮອງຫົວໜ້າພະ ແນກການອ້ອມຂ້າງແຂວງ, ຫ້ອງ ການຈັດຕັ້ງ 8 ເມືອງ ແລະ ພະນັກ ງານ-ລັດຖະກອນ ເຂົ້າຮ່ວມ. ກອງປະຊຸມຄັ້ງນີ້, ໄດ້ການຕີລາ ຄາຄືນການຈັດຕັ້ງປະຕິບັດວຽກ ງານໄລຍະ 6 ເດືອນຜ່ານມາ, ຄະນະພັກ, ຄະນະນໍາຄະນະຈັດຕັ້ງ ແຂວງ ໄດ້ເອົາໃຈໃສ່ນໍາພາ-ຊີ້ນຳ ວຽກງານກໍ່ສ້າງພັກ-ພະນັກງານ, ລັດຖະກອນ-ພາລະກອນ, ກົງຈັກ ການຈັດຕັ້ງ, ການປົກຄອງ ແລະ ວຽກງານແຂ່ງຂັນຍ້ອງຍໍ ດ້ວຍ ຄວາມຮັບຜິດຊອບສູງ ເພື່ອເປັນ ການຈັດຕັ້ງຜັນຂະຫຍາຍມະຕິກອງ ປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະ ນະພັກແຂວງ, ມະຕິກອງປະຊຸມ ໃຫຍ່ ຄັ້ງທີ XII ຂອງພັກປະຊາ ຊົນປະຕິວັດລາວ ວາງອອກ ແລະ ແຜນງານ, ໂຄງການດໍາເນີນງານ ຂອງຄະນະຈັດຕັ້ງແຂວງ ເຮັດໃຫ້ ຄະນະຈັດຕັ້ງແຂວງ ສາມາດເຄື່ອນ ໄຫວວຽກງານບັນລຸຜົນສຳເລັດ ຕາມລະດັບຄາດໝາຍ. ໃນນັ້ນ, ວຽກງານວິຊາສະເພາະເອົາໃຈໃສ່ ໃນການຄຸ້ມຄອງການຈັດຕັ້ງຂອງ ພັກ, ຄຸ້ມຄອງສະມາຊິກພັກ ທົ່ວ ແຂວງ ຊຶ່ງມີການຈັດຕັ້ງຮາກຖານ ພັກທັງໝົດ 1.148 ຮາກຖານ (ທຽບໃສ່ ປີ 2025 ຫລຸດລົງ 14 ຮາກຖານ ສາເຫດຍ້ອນມີການປັບ ປຸງກົງຈັກການຈັດຕັ້ງຍຸບ, ໂຮມ ເຂົ້າກັນ); ໃນນີ້ມີຄະນະພັກຮາກ ຖານທັງໝົດ 57 ຮາກຖານ, ມີ ໜ່ວຍພັກທັງໝົດ 1.091 ໜ່ວຍ ພັກ (ໃນນັ້ນໜ່ວຍພັກຮາກຖານ 822 ໜ່ວຍພັກ, ມີໜ່ວຍພັກທີ່ຂຶ້ນ ກັບຄະນະພັກຮາກຖານ 269 ໜ່ວຍ ພັກ); ຄະນະພັກຮາກຖານອ້ອມ ຂ້າງແຂວງມີ 16 ຮາກຖານ, ຄະ ນະພັກຮາກຖານ 2 ກໍາລັງປະກອບ ອາວຸດມີ 14 ຮາກຖານ ແລະ ຄະ ນະພັກຮາກຖານອ້ອມຂ້າງເມືອງ 27 ຮາກຖານ; ໃນນັ້ນ ສໍານັກງານ ມີ22ຮາກຖານ, ມີ1ກຸ່ມບ້ານແລະ 4 ຄະນະພັກຮາກຖານບ້ານໃຫຍ່; ທົ່ວແຂວງມີສະມາຊິກພັກທັງໝົດ 17.227 ສະຫາຍ, ຍິງ 4.341 ສະ ຫາຍ (ທຽບໃສ່ ປີ 2025 ຫລຸດລົງ 18 ສະຫາຍ), ສົມບູນ 16.367 ສະຫາຍ, ຍິງ 4.095 ສະຫາຍ, ສຳຮອງ 860 ສະຫາຍ, ຍິງ 246 ສະຫາຍ; ວຽກງານກໍ່ສ້າງໜ່ວຍ ພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໄດ້ຮັບການຈັດຕັ້ງປະຕິບັດຢ່າງຕໍ່ ເນື່ອງ; ໃນປີ 2025 ຮັບຮອງ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກ ແໜ້ນ ໄດ້ 864 ໜ່ວຍພັກ ເທົ່າກັບ 86,05% ຂອງໜ່ວຍພັກທີ່ມີເງື່ອນ ໄຂປະເມີນ, ພ້ອມດຽວກັນໄດ້ສືບຕໍ່ ຊຸກຍູ້ຮັບຮອງແຜນສ້າງໃນປີ2026 ຈໍານວນ 1.089 ໜ່ວຍພັກ ເທົ່າກັບ 100% ຂອງໜ່ວຍພັກທັງໝົດໃນປີ 2025; ສຳເລັດການປະເມີນລັດຖະ ກອນຂັ້ນແຂວງ 28 ພາກສ່ວນ ແລະ ຂັ້ນເມືອງ 8 ເມືອງ. ທ່ານ ຈັນສີລອນ ສີສົມບູນ ຫົວ ໜ້າຄະນະຈັດຕັ້ງແຂວງສາລະວັນ ກໍໄດ້ຊີ້ທິດຕໍ່ກັບການຈັດຕັ້ງປະຕິບັດ ໜ້າທີ່ວຽກງານໃຫ້ກັບຄະນະພັກ, ຄະນະນໍາ, ພະນັກງານ-ລັດຖະກອນ ນຳໄປຈັດຕັ້ງຜັນຂະຫຍາຍເຂົ້າ ໃນວຽກງານຕົວຈິງຂອງຕົນໃຫ້ ເກີດດອກອອກຜົນ, ແນໃສ່ເຮັດ ໃຫ້ວຽກງານກົງຈັກການຈັດຕັ້ງ ຂອງແຂວງສາລະວັນ ມີຄວາມໜັກ ແໜ້ນ, ເຂັ້ມແຂງ ແລະ ກ້າວໜ້າ ຢ່າງບໍ່ຢຸດຢັ້ງ ໃນໄລຍະໃໝ່.
RkJQdWJsaXNoZXIy MTc3MTYxMQ==