gru j ,mt;u 7;k,lk,a d7u gxa oxb dczj o0v'x;'-q o]k;ma '-kfK @ 0j k; c]t gsfdko j 08/06/2026 xtgmf]k; ນາຍົກລັດຖະມົນຕີ...ົັົີ ລາວ-ອິນເດຍ...ິ ເລຂາທິການໃຫຍ່ ພັກ ປປ ລາວ...ິ່ັ ເລຂາທິການໃຫຍ່ ພົບປະ...ິ່ົ ພົບປະ, ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມຂອບໃຈຕໍ່ການ ເຊື້ອເຊີນ ແລະ ການຕ້ອນຮັບອັນ ອົບອຸ່ນສະໜິດສະໜົມຂອງສະຫາຍ ສີ ຈິ້ນຜິງ ບັນດາການນໍາຂັ້ນສູງ ຂອງພັກ, ລັດຈີນ ທັງຢູ່ສູນກາງ ແລະ ແຂວງເຈີ້ຈຽງ ທີ່ຄະນະຝ່າຍ ລາວໄດ້ໄປຢ້ຽມຢາມ ຊຶ່ງສະແດງ ໃຫ້ເຫັນເຖິງມູນເຊື້ອອັນດີງາມ ແຫ່ງ ສາຍພົວພັນແບບຄູ່ຮ່ວມຍຸດທະສາດ ຮອບດ້ານໝັ້ນຄົງຍາວນານ ຕາມ ທິດ 4 ດີ ແລະ ການສ້າງເປັນຄູ່ຮ່ວມ ຊາຕາກໍາ ລາວ-ຈີນ ທີ່ເຂັ້ມແຂງ ໜຽວແໜ້ນໃນທຸກສະພາບການ ຂອງຍຸກໃໝ່; ສະແດງຄວາມຊົມ ເຊີຍ ແລະ ຕີລາຄາສູງຕໍ່ຜົນສໍາເລັດ ໃນການຈັດຕັ້ງຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ ຄັ້ງທີ XX ໂດຍ ສະເພາະຜົນສໍາເລັດຂອງກອງປະ ຊຸມຄົບຄະນະ ຄັ້ງທີ 4 ສະໄໝ ທີ XX ຂອງພັກກອມມູນິດຈີນ; ຊົມເຊີຍຜົນສໍາເລັດກອງປະຊຸມສະ ພາປຶກສາການເມືອງທົ່ວປະເທດ ຈີນ ແລະ ສະພາຜູ້ແທນປະຊາຊົນ ແຫ່ງຊາດຈີນ ຄັ້ງທີ 4 ສະໄໝທີ XIV ໃນຕົ້ນເດືອນມີນາ ຜ່ານມາ ແລະ ບັນດາຜົນສໍາເລັດໃນດ້ານ ຕ່າງໆທີ່ປະຊາຊົນຈີນອ້າຍນ້ອງ ຍາດມາໄດ້ພາຍໃຕ້ການນຳພາຂອງ ພັກກອມມູນິດຈີນ ໃນການສ້າງສາ ພັດທະນາປະເທດຈີນ ກໍຄື ການຫັນ ເປັນທັນສະໄໝຕາມ “ແນວຄິດ ສີ ຈິ້ນຜິງ ວ່າດ້ວຍສັງຄົມນິຍົມທີ່ມີ ສີສັນພິເສດຂອງຈີນ ໃນຍຸກສະໄໝ ໃໝ່” ຊຶ່ງພັກ, ລັດລາວ ຖືຜົນສໍາ ເລັດດັ່ງກ່າວຂອງສະຫາຍຈີນ ເປັນບົດຮຽນ ແລະ ເປັນກໍາລັງໃຈ ໃນການສືບຕໍ່ສ້າງສາພັດທະນາ ປະເທດຊາດ. ສະຫາຍ ທອງລຸນ ສີສຸລິດ ສະ ແດງຄວາມຂອບໃຈຕໍ່ຝ່າຍຈີນ ທີ່ໄດ້ ໃຫ້ການສະໜັບສະໜູນຊ່ວຍເຫລືອ ອັນໃຫຍ່ຫລວງໃຫ້ແກ່ພາລະກິດຕໍ່ສູ້ ເພື່ອເອກະລາດແຫ່ງຊາດໃນເມື່ອ ກ່ອນ ກໍຄື ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນປັດຈຸບັນຂອງປະຊາຊົນລາວ; ຢືນຢັນຄືນເຖິງທັດສະນະສະເໝີຕົ້ນ ສະເໝີປາຍໃນການເສີມຂະຫຍາຍ ມິດຕະພາບອັນເປັນມູນເຊື້ອ ລາວຈີນ, ການຮ່ວມມືແບບຄູ່ຮ່ວມຍຸດ ທະສາດຮອບດ້ານໝັ້ນຄົງຍາວນານ ຕາມທິດ 4 ດີ ແລະ ການສ້າງເປັນຄູ່ ຮ່ວມຊາຕາກໍາ ລາວ-ຈີນ ຊຶ່ງໄດ້ນໍາ ເອົາຜົນປະໂຫຍດຕົວຈິງມາສູ່ປະຊາ ຊົນສອງປະເທດ. ແລະ ປີມິດຕະພາບ ລາວ-ຈີນ ຊຶ່ງ ສອງຝ່າຍໄດ້ຮ່ວມກັນສະເຫລີມ ສະຫລອງດ້ວຍບັນຍາກາດຄຶກຄື້ນ ແລະ ເຕັມໄປດ້ວຍຄວາມໝາຍສໍາ ຄັນທັງຢູ່ ສປປ ລາວ ແລະ ສປ ຈີນ ໃນລະດັບສູນກາງ ແລະ ທ້ອງຖິ່ນ. ສອງຝ່າຍໄດ້ສະແດງຄວາມຊົມເຊີຍ ທີ່ເຫັນວ່າການພົວພັນຮ່ວມມືດ້ານ ລັດເປັນຕົ້ນແມ່ນ ດ້ານເສດຖະກິດ, ການຄ້າການລົງທຶນ ແລະ ດ້ານ ອື່ນໆລະຫວ່າງສອງປະເທດມີການ ຂະຫຍາຍຕົວຢ່າງຕໍ່ເນື່ອງ, ບັນດາ ໂຄງການຮ່ວມມື ແລະ ໂຄງການ ຊ່ວຍເຫລືອຫລາຍໂຄງການໄດ້ຮັບ ການຈັດຕັ້ງປະຕິບັດສໍາເລັດ ແລະ ໄດ້ສະແດງຄວາມຊົມເຊີຍຜົນສໍາ ເລັດການກໍ່ສ້າງສາຍສົ່ງ 500 ກິໂລ ໂວນ (kv) ລາວ-ຈີນ ທີ່ໄດ້ເປີດ ນໍາໃຊ້ເປັນທາງການໃນວັນທີ 20 ເມສາ 2026 ຜ່ານມາ ຊຶ່ງເປັນ ໂຄງການທີ່ນອນຢູ່ໃນແຜນແມ່ບົດ ວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ, ພ້ອມທັງໄດ້ ສະແດງຄວາມຊົມເຊີຍຕໍ່ສອງ ກະຊວງປ້ອງກັນຄວາມສະຫງົບ ລາວ-ຈີນ ທີ່ໄດ້ຮ່ວມມືກັນໃນການ ປາບປາມອາຊະຍາກຳທາງໄຊເບີ ທີ່ໄດ້ຮັບການເຫັນດີໃນໄລຍະຜ່ານ ມາ. ພ້ອມກັນນີ້, ສອງຝ່າຍໄດ້ປຶກ ສາຫາລື ແລະ ແລກປ່ຽນຄໍາຄິດ ເຫັນນໍາກັນ ເພື່ອເສີມຂະຫຍາຍ ການຮ່ວມມືືໃນຕໍ່ໜ້າ ໂດຍໄດ້ເຫັນດີ ຈະສືບຕໍ່ຮ່ວມມືຊຸກຍູ້ພາກສ່ວນທີ່ ກ່ຽວຂ້ອງຂອງສອງຝ່າຍຈັດຕັ້ງ ຜັນຂະຫຍາຍໝາກຜົນຂອງການ ຢ້ຽມຢາມຄັ້ງນີ້ ໃຫ້ປະກົດຜົນເປັນ ຈິງ, ສືບຕໍ່ຊຸກຍູ້ການແລກປ່ຽນ ການຢ້ຽມຢາມເຊິ່ງກັນ ແລະ ກັນ, ຮ່ວມກັນໝູນໃຊ້ທ່າແຮງທາງລົດໄຟ ລາວ-ຈີນ ໃຫ້ເກີດປະໂຫຍດສູງສຸດ ແລະ ສືບຕໍ່ເພີ່ມທະວີການຮ່ວມມື ໃນດ້ານຕ່າງໆ ເຊັ່ນ: ການຮ່ວມມື ດ້ານເສດຖະກິດ, ການຄ້າ, ການ ລົງທຶນ, ພະລັງງານ ແລະ ບໍ່ແຮ່, ເຕັກໂນໂລຊີສູງ, ການພັດທະນາ ພື້ນຖານໂຄງລ່າງ, ວັດທະນະທໍາ, ການທ່ອງທ່ຽວ, ການຮ່ວມມືໃນ ຂອບແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ແລະ ດ້ານອື່ນໆ ເພື່ອນໍາເອົາຜົນປະ ໂຫຍດສູງສຸດມາສູ່ປະຊາຊົນສອງ ຊາດ ລາວ-ຈີນ. ໃນໂອກາດນີ້, ສະຫາຍເລຂາ ທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ໄດ້ຕາງໜ້າໃຫ້ພັກ, ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຢ່າງຈິງໃຈ ແລະ ຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ ຕໍ່ພັກ, ລັດຖະບານ ແລະ ປະຊາຊົນ ຈີນ ທີ່ໄດ້ໃຫ້ການຊ່ວຍເຫລືອອັນລໍ້າ ຄ່າ ແລະ ທັນການແກ່ ສປປ ລາວ ຕະຫລອດມາບໍ່ວ່າຈະໃນໄລຍະຕໍ່ສູ້ ເພື່ອຍາດເອົາຄວາມເປັນເອກະລາດ ແຫ່ງຊາດ ກໍຄື ໃນປັດຈຸບັນ ຊຶ່ງໄດ້ ປະກອບສ່ວນສໍາຄັນເຂົ້າໃນການ ປົກປັກຮັກສາ ແລະ ພັດທະນາ ສປປ ລາວ, ພ້ອມທັງໄດ້ຢໍ້າຄືນວ່າ ພັກ ແລະ ລັດຖະບານ ສປປ ລາວ ເວລາໃດກໍຍຶດໝັ້ນທັດສະນະອັນ ສະເໝີຕົ້ນສະເໝີປາຍຂອງຕົນໃນ ການສະໜັບສະໜູນຫລັກການຈີນ ດຽວລວມທັງສະໜັບສະໜູນຜົນ ປະໂຫຍດອັນເປັນແກນກາງຂອງ ສປ ຈີນ ທັງໃນເວທີພາກພື້ນ ແລະ ສາກົນ. ທ່ານ ນາງ Soohyun Kim, ຫົວໜ້າ ອົ ງ ກ າ ນ ອຸ ຍ ແ ນັສ ໂ ກ (UNESCO) ພາກພື້ນປະຈໍາບາງ ກອກ, ມີຮອງລັດຖະມົນຕີກະຊວງອົງການ, ຜູ້ຕາງໜ້າອົງການຈັດຕັ້ງ ສາກົນ ປະຈຳລາວ ແລະ ພາກສ່ວນ ທີ່ກ່ຽວຂ້ອງເຂົ້າຮ່ວມ. ໃນພິທີ, ທ່ານຮອງນາຍົກລັດຖະ ມົນຕີ, ລັດຖະມົນຕີກະຊວງສຶກສາ ທິການ ແລະ ກິລາ ຕາງໜ້າຄະນະ ຮັບຜິດຊອບໄດ້ລາຍງານໃຫ້ຊາບ ກ່ຽວກັບເຫດຜົນ-ຄວາມຈຳເປັນ ແລະ ຄວາມເປັນມາຂອງການຄົ້ນ ຄວ້າຮ່າງແຜນຍຸດທະສາດ ແລະ ແຜນພັດທະນາວິທະຍາສາດ, ເຕັກ ໂນໂລຊີ ແລະ ນະວັດຕະກຳແຫ່ງ ຊາດ 2026-2040 ແລະ ນະໂຍ ບາຍຄູແຫ່ງຊາດ ໃນໄລຍະຜ່ານມາ ໂດຍສະເພາະແມ່ນຄວາມໝາຍຄວາມສໍາຄັນຂອງການເຜີຍແຜ່ຍຸດ ທະສາດ, ແຜນພັດທະນາ ແລະ ນະ ໂຍບາຍໃນຄັ້ງນີ້, ທັງໄດ້ຍົກໃຫ້ເຫັນ ບົດບາດຄວາມສຳຄັນຂອງວິທະຍາ ສາດ, ເຕັກໂນໂລຊີ ແລະ ນະວັດຕະ ກຳທີ່ເປັນຕົວຂັບເຄື່ອນເສດຖະກິດສັງຄົມ, ຕັດສິນຄວາມໝັ້ນຄົງຂອງ ຊາດ, ຍົກລະດັບຄຸນນະພາບຊີວິດ ການເປັນຢູ່ຂອງປະຊາຊົນບັນດາ ເຜົ່າ, ຊ່ວຍແກ້ໄຂສະພາບສິ່ງແວດ ລ້ອມທີ່ໂລກກໍາລັງຜະເຊີນຢູ່ໃນປັດ ຈຸບັນ, ຊ່ວຍສ້າງສິ່ງອຳນວຍໃຫ້ແກ່ ການບໍລິຫານລັດ ແລະ ອື່ນໆ ເພື່ອ ປະກອບສ່ວນເຂົ້າໃນການປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X (20262030) ໃຫ້ປະກົດຜົນເປັນຈິງ. ໃນໂອກາດດັ່ງກ່າວ, ທ່ານນາ ຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ໃຫ້ກຽດຕັດແຖບຜ້າ ແລະ ລັ່ນ ຄ້ອງ 9 ບາດ ເພື່ອເປັນສິລິມົງຄຸນ, ພ້ອມທັງເຂົ້າຮ່ວມປູກຕົ້ນໄມ້ຕື່ມອີກ. ຂ່າວ-ພສບ: ກົມປະຊາສຳພັນ ຫສນຍ. ໃນຂະນະດຽວກັນ, ສະຫາຍ ຫລີ ສຽງ ນາຍົກລັດຖະມົນຕີ ແຫ່ງ ສປ ຈີນ ກໍໄດ້ສະແດງຄວາມຍິນດີ ຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາ ສູງຕໍ່ການຢ້ຽມຢາມລັດຖະກິດ ສປ ຈີນ ຄັ້ງນີ້ຂອງສະຫາຍເລຂາທິການ ໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ຊຶ່ງຈະເປັນຂີດໝາຍອັນສໍາ ຄັນໃນການຮັດແໜ້ນ ແລະ ເສີມຂະ ຫຍາຍສາຍພົວພັນມິດຕະພາບອັນ ເປັນມູນເຊື້ອ, ການພົວພັນຄູ່ຮ່ວມ ຍຸດທະສາດຮອບດ້ານໝັ້ນຄົງຍາວ ນານ ຕາມທິດ 4 ດີ ແລະ ການສ້າງ ເປັນຄູ່ຮ່ວມຊາຕາກໍາ ຈີນ-ລາວ, ລາວ-ຈີນ, ພ້ອມທັງຢືນຢັນວ່າ ຈະສືບຕໍ່ຊຸກຍູ້ການພົວພັນຮ່ວມມື ລະຫວ່າງສອງລັດຖະບານ ຈີນລາວ ກໍຄື ຊຸກຍູ້ການຈັດຕັ້ງປະຕິບັດ ບັນດາໂຄງການຮ່ວມມືສອງຝ່າຍ ໃຫ້ເປັນຮູບປະທໍາ ແລະ ນໍາຜົນ ປະໂຫຍດສູງສຸດມາສູ່ປະຊາຊົນ ສອງຊາດ ຈີນ-ລາວ, ລາວ-ຈີນ ໃຫ້ ນັບມື້ນັບແໜ້ນແຟ້ນ ແລະ ແຕກດອກ ອອກຜົນຍິ່ງໆຂຶ້ນ. ທາງຢ້ຽມຢາມ ສ ອິນເດຍ ຢ່າງເປັນ ທາງການ ແລະ ເປັນປະທານກອງ ປະຊຸມຄະນະກຳມາທິການຮ່ວມວ່າ ດ້ວຍການຮ່ວມມືສອງຝ່າຍ ລາວອິນເດຍ ຄັ້ງທີ 10 ໃນລະຫວ່າງ ວັນທີ1-3 ມິຖຸນາ 2026 ທີ່ນະຄອນ ຫລວງນິວເເດນລີ, ປະເທດອິນເດຍ. ການພົບປະຫາລືຢ່າງເປັນທາງ ການສອງຝ່າຍ ແລະ ກອງປະຊຸມ ຄະນະກຳມາທິການຮ່ວມວ່າດ້ວຍ ການຮ່ວມມື ລາວ-ອິນເດຍ ຄັ້ງທີ 10 ໄດ້ຈັດຂຶ້ນຢ່າງເປັນທາງການ ໃນວັນທີ 3 ມິຖຸນາ 2026 ໂດຍ ການເປັນປະທານຮ່ວມຂອງສອງ ລັດຖະມົນຕີກະຊວງການຕ່າງປະ ເທດລາວ ແລະ ອິນເດຍ. ໃນກອງ ປະຊຸມ, ທ່ານ ສຸບຣາມານຍຳ ໃຈຊັງກາ ໄດ້ສະແດງຄວາມຍິນດີ ຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາ ສູງຕໍ່ການເດີນທາງມາຢ້ຽມຢາມ ອິນເດຍ ຢ່າງເປັນທາງການຂອງ ຄະນະຜູ້ແທນ ສປປ ລາວ ໃນຄັ້ງນີ້ ຊຶ່ງເປັນການປະກອບສ່ວນສໍາຄັນ ເຂົ້າໃນການເສີມຂະຫຍາຍສາຍ ພົວພັນມິດຕະພາບ ແລະ ການຮ່ວມ ມືອັນດີງາມລະຫວ່າງສອງປະເທດ ໃຫ້ນັບມື້ນັບແໜ້ນແຟ້ນຍິ່ງຂຶ້ນ ກໍຄື ການປະກອບສ່ວນເຂົ້າໃນການສະ ເຫລີມສະຫລອງ ຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນການ ທູດລະຫວ່າງ ສປປ ລາວ ແລະ ສ ອິນເດຍ ໃນປີ 2026 ນີ້ ໃຫ້ມີ ເນື້ອໃນ ແລະ ຄວາມໝາຍຄວາມ ສໍາຄັນ ແລະ ເລິກເຊິ່ງຍິ່ງຂຶ້ນ. ໃນໂອ ກາດດຽວກັນ, ທ່ານ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຂອບ ໃຈຕໍ່ການຕ້ອນຮັບອັນອົບອຸ່ນ, ຕີ ລາຄາສູງຕໍ່ການຮ່ວມມືອັນມີຜົນ ສຳເລັດໃນດ້ານຕ່າງໆລະຫວ່າງ ສອງປະເທດທີ່ໄດ້ເຕີບໃຫຍ່ຂະ ຫຍາຍຕົວຕະຫລອດ 7 ທົດສະຫວັດ ຜ່ານມາ ພ້ອມທັງໄດ້ເຊື້ອເຊີນທ່ານ ສຸບຣາມານຍຳໃຈຊັງກາ ຢ້ຽມຢາມ ສປປ ລາວ ຢ່າງເປັນທາງການໃນ ເວລາອັນເໝາະສົມ. ນອກນັ້ນ, ສອງຝ່າຍໄດ້ປຶກສາ ຫາລື ແລະ ທົບທວນຄືນການພົວພັນ ຮ່ວມມືໃນດ້ານຕ່າງໆໃນໄລຍະຜ່ານ ມາພາຍຫລັງກອງປະຊຸມຄະນະ ກຳມາທິການຮ່ວມວ່າດ້ວຍການ ຮ່ວມມືສອງຝ່າຍ ລາວ-ອິນເດຍ ຄັ້ງທີ 9 ໄດ້ຈັດຂຶ້ນໃນປີ 2018 ເປັນຕົ້ນການຮ່ວມມືທາງດ້ານການ ເມືອງ, ເສດຖະກິດ, ການຄ້າ ແລະ ການລົງທຶນ, ສາທາລະນະສຸກ, ການທ່ອງທ່ຽວ, ການເຊື່ອມໂຍງ ດ້ານດີຈິຕອນ, ການພັດທະນາຊັບ ພະຍາກອນມະນຸດ, ການຮ່ວມມື ດ້ານວັດທະນະທໍາ, ວຽກງານປ້ອງ ກັນຊາດ ແລະ ອື່ນໆ, ລວມທັງການ ຮ່ວມມືລະຫວ່າງສອງກະຊວງການ ຕ່າງປະເທດ ລາວ ແລະ ອິນເດຍ ພ້ອມທັງເຫັນດີສືບຕໍ່ເສີມຂະຫຍາຍ ການຮ່ວມມືດັ່ງກ່າວ ໃຫ້ຂະຫຍາຍ ຕົວຂຶ້ນກວ່າເກົ່າ. ນອກຈາກນີ້, ສອງຝ່າຍເຫັນວ່າສາຍພົວພັນມິດ ຕະພາບ ແລະ ການຮ່ວມມືອັນດີ ງາມລະຫວ່າງສອງປະເທດ ສືບຕໍ່ ນັບມື້ນັບໄດ້ຮັບການເສີມຂະຫຍາຍ ຢ່າງຕໍ່ເນື່ອງໃນຊຸມປີຜ່ານມາ ຊຶ່ງ ສະແດງອອກໃນການແລກປ່ຽນ ການພົບປະຢ້ຽມຢາມຂອງຄະນະ ຜູ້ແທນສອງປະເທດຢ່າງເປັນປົກ ກະຕິ ໂດຍສະເພາະແມ່ນການຢ້ຽມ ຢາມ ສປປ ລາວ ຂອງທ່ານນາຍົກ ລັດຖະມົນຕີ ນາເຣນດຣາໂມດີ ໃນ ໂອກາດເຂົ້າຮ່ວມກອງປະຊຸມສຸດ ຍອດອາຊຽນ-ອິນເດຍ ໃນເດືອນ ຕຸລາ 2024 ທີ່ຜ່ານມາ. ພ້ອມນີ້, ສອງຝ່າຍຍັງໄດ້ປຶກສາຫາລືກ່ຽວ ກັບການຍົກລະດັບສາຍພົວພັນ ລະຫວ່າງສອງປະເທດຂຶ້ນເປັນຄູ່ ຮ່ວມມືຮອບດ້ານໃນອະນາຄົດ ເພື່ອ ໃຫ້ສອດຄ່ອງກັບການພົວພັນຮ່ວມ ມືທີ່ໃກ້ຊິດ ແລະ ການຂະຫຍາຍ ຕົວໃນປັດຈຸບັນ ແລະ ເຫັນດີຈະສືບ ຕໍ່ເຮັດວຽກຮ່ວມກັນ ເພື່ອກະກຽມ ໃຫ້ແກ່ການຍົກລະດັບດັ່ງກ່າວ. ນອກນີ້, ຍັງເຫັນດີສືບຕໍ່ຮ່ວມມື ແລະ ສະໜັບສະໜູນ ເຊິ່ງກັນ ແລະ ກັນ ໃນ ເວທີພາກພື້ນ ແລະ ສາກົນ ເປັນຕົ້ນ ຂອບການຮ່ວມມືອາຊຽນ-ອິນເດຍ, ແມ່ນໍ້າຂອງ-ແມ່ນໍ້າຄົງຄາ, ອົງການ ສປຊ ແລະ ອື່ນໆ. ນອກນີ້, ສອງ ຝ່າຍຍັງໄດ້ແລກປ່ຽນທັດສະນະ ກ່ຽວກັບສະພາບການຂອງພາກພື້ນ ແລະ ສາກົນ ຈໍານວນໜຶ່ງທີ່ສອງ ຝ່າຍມີຄວາມສົນໃຈຮ່ວມກັນ. ໃນໂອກາດດຽວກັນນີ້, ສອງ ລັດຖະມົນຕີກະຊວງການຕ່າງປະ ເທດ ລາວ ແລະ ອິນເດຍ ຍັງໄດ້ ຮ່ວມກັນລົງນາມຮັບຮອງເອົາບົດ ບັນທຶກກອງປະຊຸມຄະນະກຳມາ ທິການຮ່ວມວ່າດ້ວຍການຮ່ວມມື ສອງຝ່າຍ ລາວ-ອິນເດຍ ຄັ້ງທີ 10 ຊຶ່ງເປັນເອກະສານສໍາຄັນໃນ ຜົນສຳເລັດຂອງການຢ້ຽມຢາມ ຄັ້ງນີ້ ເພື່ອເປັນບ່ອນອີງໃຫ້ແກ່ສອງ ກະຊວງການຕ່າງປະເທດ ກໍຄື ຂະ ແໜງການກ່ຽວຂ້ອງຂອງສອງ ຝ່າຍສືບຕໍ່ເສີມຂະຫຍາຍ ແລະ ຮັດ ແໜ້ນການຮ່ວມມືໃນຂະແໜງການ ທີ່ສອງປະເທດມີທ່າແຮງອີງຕາມ ຂົງເຂດທີ່ໄດ້ກຳນົດໃນເນື້ອໃນຂອງ ບົດບັນທຶກສະບັບດັ່ງກ່າວ. ພາຍຫລັງສໍາເລັດກອງປະຊຸມ, ສອງລັດຖະມົນຕີກະຊວງການ ຕ່າງປະເທດ ລາວ ແລະ ອິນເດຍ ໄດ້ຮ່ວມກັນເປັນສັກຂິພິຍານການ ແລກປ່ຽນເອກະສານຮ່ວມມື ຈໍາ ນວນ 3 ສະບັບ ຄື: ສັນຍາໂຄງການ ແລກປ່ຽນວັດທະນະທຳ; ບົດບັນທຶກ ຄວາມເຂົ້າໃຈວ່າດ້ວຍການຮ່ວມມື ວຽກງານສາທາລະນະສຸກກ່ຽວກັບ ການຄຸ້ມຄອງຢາ; ອະນຸສັນຍາວ່າ ດ້ວຍການຮ່ວມມື ແລະ ຄຸ້ມຄອງຄູ ສອນປະຈຳຢູ່ວິທະຍາຄານ ໄກສອນ ພົມວິຫານ. ສອງຝ່າຍຍັງໄດ້ຮ່ວມ ກັນເປີດກາສັນຍະລັກສະເຫລີມສະ ຫລອງ ຄົບຮອບ 70 ປີ (2 ກຸມ ພາ 1956-2 ກຸມພາ 2026) ແຫ່ງ ການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ສ ອິນເດຍ ຢ່າງເປັນທາງການ. ໃນໂອກາດຢ້ຽມຢາມ ສ ອິນເດຍ ຢ່າງເປັນທາງການໃນຄັ້ງນີ້, ທ່ານ ທອງສະຫວັນ ພົມວິຫານ ຮອງນາ ຍົກລັດຖະມົນຕີ ພ້ອມດ້ວຍຄະນະ ຍັງໄດ້ໄປຢ້ຽມຢາມສະຖານທີ່ທາງ ດ້ານປະຫວັດສາດ ແລະ ວັດທະ ນະທຳອັນເກົ່າແກ່ຂອງອິນເດຍ, ເຂົ້າຮ່ວມເປັນແຂກກິດຕິມະສັກໃນ ກອງປະຊຸມພົບປະພາກທຸລະກິດ ລາວ-ອິນເດຍ ຄັ້ງທີ 2; ຕ້ອນຮັບ ການຢ້ຽມຂໍ່ານັບຂອງທ່ານ ຣາຈູ ເສດຖາ ກົງສຸນກິດຕິມະສັກ ແຫ່ງ ສປປ ລາວ ປະຈໍາປະເທດເນປານ ແລະ ທ່ານ Sanjay Kirloskar, ປະທານບໍລິສັດ Kirloskar. ນອກ ນີ້, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ຍັງໄດ້ໃຫ້ ສຳພາດຕໍ່ສຳນັກຂ່າວຂອງອິນເດຍ ຈຳນວນໜຶ່ງກ່ຽວກັບຜົນສຳເລັດ ການເດີນທາງຢ້ຽມຢາມທາງການ ແລະ ຈັດກອງປະຊຸມໃນຄັ້ງນີ້. ເພື່ອປະກອບສ່ວນສະເຫລີມ ສະຫລອງ 70 ປີ ແຫ່ງການສ້າງ ຕັ້ງສາຍພົວພັນການທູດ ລາວອິນເດຍ, ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງ ປະເທດ ໄດ້ຕາງໜ້າໃຫ້ລັດຖະບານ ລາວ ເຂົ້າພິທີເປີດງານວາງສະແດງ ຮູບພາບ ລາວ-ອິນເດຍ ຢູ່ນະຄອນ ຫລວງນິວເເດນລີ ຮ່ວມກັບເຈົ້າໜ້າ ທີ່ຂັ້ນສູງກະຊວງການຕ່າງປະເທດ ອິນເດຍ. ພ້ອມນັ້ນ, ສະຫາຍ ທອງລຸນ ສີສຸລິດ ຍັງໄດ້ຫວນຄືນການຢ້ຽມ ຢາມແຂວງເຈີ້ຈຽງ ໃນ 2 ວັນຜ່ານ ມາ ຊຶ່ງເປັນແຂວງທີ່ມີການພັດທະ ນາໄວໃນຂະແໜງອຸດສາຫະກໍາໃໝ່ ທີ່ທັນສະໄໝ, ວັດທະນະທໍາ ແລະ ທໍາມະຊາດ ທີ່ກົມກຽວກັບສິ່ງແວດ ລ້ອມ, ທັງເປັນຕົວແບບໃນທົ່ວປະ ເທດຈີນ ໃນການຜັນຂະຫຍາຍ ແນວ ຄິດ ສີຈິ້ນຜິງ ກ່ຽວກັບການຫັນເປັນ ທັນສະໄໝຕາມທິດສັງຄົມນິຍົມທີ່ມີ ສີສັນພິເສດຂອງຈີນ ໃນຍຸກສະໄໝ ໃໝ່ ຊຶ່ງເປັນບົດຮຽນອັນລໍ້າຄ່າແກ່ ການສ້າງສາພັດທະນາ ສປປ ລາວ ໃນຕໍ່ໜ້າ. ສະຫາຍ ສີ ຈິ້ນຜິງ ໄດ້ສະ ແດງຄວາມຍິນດີຕ້ອນຮັບສະຫາຍ ທອງລຸນ ສີສຸລິດ ພ້ອມດ້ວຍຄະນະ ທີ່ຢ້ຽມຢາມລັດຖະກິດຢູ່ ສປ ຈີນ; ຕີລາຄາສູງຕໍ່ຜົນການພົບປະກັບ ການນໍາຂັ້ນສູງຂອງພັກ, ລັດຈີນ ແລະ ການຢ້ຽມຢາມແຂວງເຈີ້ຈຽງ ຂອງສະຫາຍ ທອງລຸນ ສີສຸລິດ ພ້ອມ ດ້ວຍຄະນະ, ແຂວງເຈີ້ຈຽງ ເປັນ ແຂວງທີ່ສະຫາຍ ສີ ຈິ້ນຜິງ ເຄີຍ ເປັນການນໍາຊີ້ນໍາ-ນໍາພາຢູ່ແຂວງ ດັ່ງກ່າວ ເປັນເວລາ 5 ປີ. ສະຫາຍ ສີ ຈິ້ນຜິງ ຍັງໄດ້ແລກປ່ຽນທັດ ສະນະກ່ຽວກັບສະພາບການພາກ ພື້ນ ແລະ ສາກົນ, ການກໍ່ສ້າງ ສັງຄົມນິຍົມ ກໍຄື ບົດຮຽນຂອງ ສປ ຈີນ ໃນການສ້າງສັງຄົມນິຍົມ ທີ່ມີສີສັນພິເສດຂອງຈີນ, ໄດ້ເນັ້ນ ເຖິງຄວາມສໍາຄັນຂອງການນໍາ ພາຂອງພັກ ໃນພາລະກິດກໍ່ສ້າງ ສັງຄົມນິຍົມ; ສອງປະເທດ ຈີນລາວ ຕ້ອງຮ່ວມມືກັນໃຫ້ແໜ້ນແຟ້ນ ກວ່າເກົ່າທາງດ້ານການເມືອງ, ສືບ ຕໍ່ແລກປ່ຽນບົດຮຽນໃນດ້ານທິດສະ ດີ-ພຶດຕິກໍາ ໃນວຽກງານກໍ່ສ້າງ ພັກ-ພະນັກງານ, ການບໍລິຫານ ລັດ-ປົກຄອງປະເທດ, ວຽກງານ ສຶກສາຄົນຮຸ່ນໜຸ່ມໃຫ້ເປັນຜູ້ສືບ ທອດມິດຕະພາບ ຈີນ-ລາວ ຕໍ່ໄປ. ໃນການພົບປະ, ສອງຝ່າຍໄດ້ ແລກປ່ຽນຄວາມຄິດເຫັນທີ່ເປັນ ຍຸດທະສາດນໍາກັນຢ່າງຮອບດ້ານ ດ້ວຍບັນຍາກາດທີ່ສະໜິດສະໜົມ, ໄວ້ເນື້ອເຊື່ອໃຈ, ກົງໄປກົງມາ ແລະ ມີຄວາມເປັນເອກະພາບສູງຕໍ່ທິດ ທາງທີ່ເປັນຍຸດທະສາດຂອງການ ຮ່ວມມືສອງຝ່າຍໃນຕໍ່ໜ້າ ໂດຍສະ ເພາະແມ່ນການຮ່ວມກັນຈັດຕັ້ງປະ ຕິບັດແຜນແມ່ບົດວ່າດ້ວຍການສ້າງ ຄູ່ຮ່ວມຊາຕາກຳ ລາວ-ຈີນ ໃຫ້ມີ ຄວາມເຂັ້ມແຂງໜຽວແໜ້ນໃນທຸກ ສະພາບການຂອງຍຸກໃໝ່, ປະຕິບັດ ບັນດາໂຄງການຮ່ວມມືສຳຄັນຂອງ ສອງຝ່າຍໃຫ້ບັນລຸຕາມຄາດໝາຍທີ່ ວາງໄວ້ ເພື່ອນໍາເອົາຜົນປະໂຫຍດ ຕົວຈິງມາສູ່ປະຊາຊົນສອງຊາດນັບ ມື້ນັບຫລາຍຂຶ້ນ. ໃນໂອກາດນີ້, ສະຫາຍ ທອງລຸນ ສີສຸລິດ ໄດ້ເຊື້ອເຊີນສະຫາຍ ສີຈິ້ນຜິງ ຢ້ຽມຢາມ ສປປ ລາວ, ສະຫາຍ ສີຈິ້ນຜິງ ໄດ້ສະແດງຄວາມຂອບໃຈ ແລະ ຕອບຮັບການເຊື້ອເຊີນໄປ ຢ້ຽມຢາມ ສປປ ລາວ ໃນເວລາທີ່ ເໝາະສົມ. ພາຍຫລັງການພົບປະ, ເລຂາ ທິການໃຫຍ່, ປະທານປະເທດ ຂອງ ສອງພັກ, ສອງລັດ ລາວ-ຈີນ ໄດ້ ຮ່ວມເປັນສັກຂີພິຍານໃນພິທີລົງ ນາມເອກະສານການຮ່ວມມືສອງ ຝ່າຍ ຈໍານວນ 32 ສະບັບ ຊຶ່ງກວມ ເອົາຂົງເຂດການຮ່ວມມືລະຫວ່າງ ບັນດາອົງການອ້ອມຂ້າງສູນກາງ ພັກຂອງສອງພັກ ລາວ-ຈີນ, ເສດ ຖະກິດ, ການຄ້າ, ການເງິນ, ການ ລົງທຶນ, ພະລັງງານ, ກະສິກໍາ, ວັດທະນະທໍາ, ການພັດທະນາຊັບ ພະຍາກອນມະນຸດແລະໜັງສືມອບຮັບບັນດາໂຄງການຊ່ວຍເຫລືອ ຈາກ ສປ ຈີນ. ພ້ອມນັ້ນ, ສອງຝ່າຍ ຍັງໄດ້ອອກ “ຖະແຫລງການຮ່ວມ ລະຫວ່າງ ສປປ ລາວ ແລະ ສປ ຈີນ ວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ທີ່ເຂັ້ມແຂງໜຽວແໜ້ນ ໃນທຸກສະພາບການຂອງຍຸກໃໝ່” ຊຶ່ງຖືເປັນໝາກຜົນລວມຍອດຂອງ ການຢ້ຽມຢາມລັດຖະກິດ ສປ ຈີນ ໃນຄັ້ງນີ້.
RkJQdWJsaXNoZXIy MTc3MTYxMQ==