65 xu lkprq ;ra o ]k;{9u o 9kd,y f8trk[muj zj kozj kdkomq flv[l6j dkogxa o76j Ij ;, p5 fmtpkfIv[fh ko\A o7q 'pk;oko8k,my f 4 fu c]t dkolh k'76j Ij ;,-k8kdemuj gxa o8q ;c[[ rh v,da ox6 dw,h .sh gxa oxj k co.lj gIa f.sh goN vmuj xj kxq ds5h ,mqj ;xtgmf.sh wfh 70% 05/06/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ບົດສະເໜີົີ ຄັນຕໍ່ການປ້ອງກັນການປ່ຽນແປງ ດິນຟ້າອາກາດ ຊຶ່ງບົດບາດອັນນີ້ ແມ່ນຄົນເຮົາບໍ່ສາມາດເຮັດແທນ ໄດ້. ນອກຈາກນັ້ນ, ປ່າໄມ້ ແລະ ທີ່ ດິນປ່າໄມ້ ຍັງປະກອບສ່ວນຢ່າງ ໃຫຍ່ຫລວງຕໍ່ການພັດທະນາຊີວິດ ການເປັນຢູ່ ຂອງປະຊາຊົນ ໃນເຂດ ຊົນນະບົດ ຊຶ່ງບໍ່ພຽງແຕ່ນໍາໃຊ້ໄມ້ ເພື່ອປຸກສ້າງເຮືອນຊານເທົ່ານັ້ນ ແຕ່ຍັງອາໄສປ່າໄມ້ ແລະ ທີ່ດິນປ່າ ໄມ້ ເປັນແຫລ່ງທໍາມາຫາກິນ, ຢາ ປົວພະຍາດ ແລະ ເຄື່ອງປ່າຂອງດົງ ເພື່ອສ້າງລາຍຮັບໃຫ້ຄອບຄົວອີກ ດ້ວຍ. ແຕ່ປັດຈຸບັນ ປ່າໄມ້ພວມຖືກ ຄຸກຄາມຈາກການຖາກຖາງປ່າເຮັດ ໄຮ່, ການລັກລອບຕັດໄມ້ແລະ ການ ຂະຫຍາຍຕົວຂອງຕົວເມືອງ. ລັດ ຖະບານລາວ ໄດ້ຕັ້ງເປົ້າໝາຍເພີ່ມ ເນື້ອທີ່ປົກຄຸມຂອງປ່າໄມ້ໃຫ້ໄດ້ 70% ໂດຍຜ່ານການຟື້ນຟູປ່າ ແລະ ການປູກຕົ້ນໄມ້ເນື່ອງໃນວັນປູກຕົ້ນ ໄມ້ແຫ່ງຊາດ ວັນທີ 1 ມິຖຸນາ. ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ກ່າວໃນງານຖະ ແຫລງຂ່າວເນື່ອງໃນໂອກາດວັນ ປູກຕົ້ນໄມ້ ໃນວັນທີ 25 ພຶດສະພາ 2026 ວ່າ: ກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ສົມທົບກັບຄະນະ ພັກ, ອົງການປົກຄອງທ້ອງຖິ່ນທົ່ວ ຂປລ. ເນື່ອງໃນໂອກາດວັນ ເດັກນ້ອຍສາກົນຄົບຮອບ 102 ປີ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ຄົບ ຮອບ 46 ປີ, ໃນປີນີ້ຫລາຍພາກ ສ່ວນໄດ້ຈັດກິດຈະກຳສະຫລອງ ວັນດັ່ງກ່າວຢ່າງເປັນຂະບວນການ ຟົດຟື້ນໃນຂອບເຂດທົ່ວປະເທດ ເພື່ອເປັນການປະກອບສ່ວນໃນ ການສ້າງຄວາມສົມດຸນໃຫ້ແກ່ທຳ ມະຊາດ ກໍຄື ປະກອບສ່ວນໃຫ້ແກ່ ສັງຄົມໃນການປູກຕົ້ນໄມ້ໃຫ້ເປັນ ປ່າ ໂດຍສະເພາະແມ່ນສ້າງໃຫ້ກົມ ກອງມີສີຂຽວ ແລະ ຄືນຄວາມສົມ ບູນໃຫ້ແກ່ທຳມະຊາດ ໂດຍທຸກໆປີ ພະນັກງານ, ທະຫານ, ຕຳຫລວດ, ນັກຮຽນຮູ້ປັນຍາຊົນ ແລະ ຊັ້ນຄົນ ຕ່າງໆ ຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ໃນຂອບເຂດທົ່ວປະເທດ ໄດ້ພາກັນ ຈັດກິດຈະກຳຢ່າງເປັນຂະບວນຟົດ ຟື້ນເພື່ອປູກໄມ້ໃຫ້ເປັນປ່າແນໃສ່ ເຮັດໃຫ້ເນື້ອທີ່ປ່າປົກຫຸ້ມທົ່ວປະ ເທດໃຫ້ໄດ້ 70% ຕາມທິດທາງ ແລະ ຄາດໝາຍຂອງລັດຖະບານ. ປ່າໄມ້ ແມ່ນຊັບພະຍາກອນທໍາ ມະຊາດອັນລໍ້າຄ່າ ເຊິ່ງເປັນມໍລະດົກ ຕົກທອດຈາກບັນພະບູລຸດ ແລະ ມີ ບົດບາດສໍາຄັນທີ່ສຸດ ຕໍ່ການພັດທະ ນາເສດຖະກິດ-ສັງຄົມແຫ່ງຊາດ ໂດຍທາງກົງ ແລະ ທາງອ້ອມ ແລະ ຕໍ່ການປົກປັກຮັກສາດິນ, ແຫລ່ງນໍ້າ ແລະຊີວະນາໆພັນໃຫ້ມີຄວາມອຸດົມ ສົມບູນ ແລະ ຍືນຍົງ; ມີບົດບາດສຳ ປະເທດກະກຽມແຜນການ ແລະ ຂະບວນການປູກໄມ້ຢູ່ທ້ອງຖິ່ນ ໃຫ້ ເປັນຂະບວນຟົດຟື້ນ, ໂດຍມີແຜນ ການເກັບແກ່ນພັນໄມ້ໃຫ້ໄດ້ 1 ແສນ ກວ່າກິໂລກຣາມ, ກ້າເບ້ຍໄມ້ 25 ລ້ານກວ່າເບ້ຍ ແລະ ປູກໄມ້ 50 ພັນ ກວ່າເຮັກຕາ. ສຳລັບກະຊວງກະສິ ກຳ ແລະ ສິ່ງແວດລ້ອມ ໄດ້ປະສານ ສົມທົບກັບພະແນກກະສິກໍາ ແລະ ປ່າໄມ້ນະຄອນຫລວງວຽງຈັນແລະ ພາກສ່ວນທີ່ກ່ຽວຂ້ອງ ຮ່ວມກັນ ສ້າງຂະບວນການປູກຕົ້ນໄມ້ ເພື່ອ ສະເຫລີມສະຫລອງວັນປູກຕົ້ນໄມ້ ແຫ່ງຊາດ ຢູ່ນະຄອນຫລວງວຽງ ຈັນ ໃນເນື້ອທີ່ ປະມານ 50 ເຮັກຕາ. ໃນນັ້ນ, ຊະນິດພັນໄມ້ ທີ່ຈະນຳໄປ ປູກ ມີ: ໄມ້ດູ່,ໄມ້ແຕ້ຂ່າ, ໄມ້ຍາງ, ໄມ້ຍາງ, ໄມ້ແຄນ, ໄມ້ວິກ, ໄມ້ສັກ ແລະ ໄມ້ກະຖິນເທພາ ຈຳນວນ 80 ພັນ ກວ່າເບ້ຍ. ສຳລັບການຈັດກິດຈະກຳໃນ ວັນປູກຕົ້ນໄມ້ແຫ່ງຊາດໃນປີນີ້, ເຊີນຊວນທຸກພາກສ່ວນທີ່ກ່ຽວ ຂ້ອງທັງພາກລັດ, ເອກະຊົນ ແລະ ພໍ່ແມ່ປະຊາຊົນ ພ້ອມກັນປູກຕົ້ນໄມ້ ໂດຍໃຫ້ອີງໃສ່ເງື່ອນໄຂຕົວຈິງ ຂອງແຕ່ລະທ້ອງຖີ່ນ ໃຫ້ເນັ້ນໃສ່ ເນື້ອໃນປຸກລະດົມເປັນຕົ້ນ ການປູກ ຕົ້ນໄມ້ແມ່ນສາມາດປູກໄດ້ແຕ່ດຽວ ນີ້ ຈົນຮອດທ້າຍລະດູຝົນ ໃນບ່ອນທີ່ ມີເງື່ອນໄຂໃນເນື້ອທີ່ດິນເປົ່າຫວ່າງ ຂອງຕົນ, ໃນຮົ້ວ, ສວນ, ທີ່ດິນປຸກ ສ້າງ, ເດີ່ນໂຮງຮຽນ, ສໍານັກງານ ອົງການ ແລະ ຕາມແຄມທາງຕາມ ເງື່ອນໄຂຕົວຈິງ. ພາບປະກອບ ພາບປະກອບ ແລະ ສາທາລະນະລັດ ປະຊາຊົນ ຈີນ ຊຶ່ງສອງຝ່າຍໄດ້ກຳນົດເອົາ ປີ 2026 ເປັນ “ປີມິດຕະພາບ ລາວ- ຈີນ” ແລະ ໄດ້ຈັດຕັ້ງຫລາຍກິດຈະ ກຳ ເພື່ອສະເຫລີມສະຫລອງຮ່ວມ ກັນດ້ວຍບັນຍາກາດທີ່ຟົດຟື້ນ ແລະ ມີເນື້ອໃນເລິກເຊິ່ງ. ຕະຫລອດໄລຍະ 6 ທົດສະວັດ ເຄິ່ງທີ່ຜ່ານມາ, ສາຍພົວພັນ ລະ ຫວ່າງສອງຊາດລາວ-ຈີນໄດ້ຜ່ານ ຜ່າການທົດສອບຈາກການປ່ຽນ ແປງ ແລະ ຄວາມບໍ່ແນ່ນອນຂອງ ສະພາບການສາກົນມາໄດ້ຢ່າງໝັ້ນ ຄົງ. ເຖິງວ່າສະພາບການໂລກຈະ ຜັນແປໄປຄືແນວໃດກໍຕາມ, ແຕ່ມິດ ຕະພາບອັນເປັນມູນເຊື້ອຂອງສອງ ປະເທດຍັງຄົງໜັກແໜ້ນ, ເຂັ້ມແຂງ ແລະ ໄດ້ຮັບການເສີມຂະຫຍາຍຂຶ້ນ ຢ່າງບໍ່ຢຸດຢັ້ງ. ສິ່ງເຫລົ່ານີ້ ໄດ້ສະ ແດງໃຫ້ເຫັນເຖິງຄຸນຄ່າທາງອຸດົມ ການ ແລະ ການເປັນຄູ່ຮ່ວມຍຸດທະ ສາດ ທີ່ໝັ້ນຄົງ ແລະ ມີຊີວິດຊີວາ ທີ່ ພົ້ນເດັ່ນຂອງສາຍພົວພັນສອງຝ່າຍ ລາວ-ຈີນ, ຈີນ-ລາວ. ບົນພື້ນຖານຈິດໃຈ “4 ດີ” ຄື: ເພື່ອນບ້ານທີ່ດີ, ເພື່ອນມິດທີ່ດີ, ສະ ຫາຍທີ່ດີ ແລະ ຄູ່ຮ່ວມທີ່ດີ, ສອງປະ ເທດລາວ-ຈີນໄດ້ຍົກລະດັບສາຍພົວ ພັນຂຶ້ນເປັນຄູ່ຮ່ວມຍຸດທະສາດຮອບ ດ້ານ ແລະ ໝັ້ນຄົງຍາວນານ ໃນປີ 2009. ນີ້ຄືພື້ນຖານທາງດ້ານການ ເມືອງອັນໜັກແໜ້ນ ທີ່ເປັນເງື່ອນໄຂ ເອື້ອອຳນວຍ ໃຫ້ແກ່ການຂະຫຍາຍ ການຮ່ວມມືໃນທຸກຂົງເຂດ. ກ້າວ ມາຮອດປີ 2017, ສອງພັກ ແລະ ສອງລັດ ຈຶ່ງເພີ່ມທະວີການພົວພັນ ກ້າວສູ່ການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ, ຈີນ-ລາວຊຶ່ງຖືເປັນການ ເປີດສັງກາດໃໝ່ໃນການຮັດແໜ້ນ ຄວາມສາມັກຄີ, ຍົກລະດັບຄວາມ ໄວ້ເນື້ອເຊື່ອໃຈ ແລະ ຫັນການປະ ສານງານທາງດ້ານຍຸດທະສາດໃຫ້ ເປັນຮູບປະທຳຢ່າງແທ້ຈິງ. ໃນປັດຈຸບັນ, ສາຍພົວພັນສອງ ຊາດໄດ້ກ້າວສູ່ລະດັບທີ່ດີທີ່ສຸດໃນ ປະຫວັດສາດ, ກາຍເປັນແບບຢ່າງ ຂອງຄວາມສະເໝີພາບ, ການເຄົາ ລົບເຊິ່ງກັນ ແລະ ກັນ ບົນພື້ນຖານ ການຮ່ວມມືແບບຕ່າງຝ່າຍ ຕ່າງໄດ້ ຮັບຜົນປະໂຫຍດ. ຄວາມເຊື່ອໝັ້ນ ທາງດ້ານການເມືອງລະດັບສູງ ແລະ ອຸດົມການທີ່ສອດຄ່ອງກັນ ໄດ້ ນຳເອົາຜົນປະໂຫຍດຕົວຈິງມາສູ່ ປະຊາຊົນສອງຊາດຢ່າງຕໍ່ເນື່ອງ. ໃນຂົງເຂດການຮ່ວມມືດ້ານ ເສດຖະກິດ, ສປ ຈີນ ໄດ້ກາຍເປັນ ປະເທດຜູ້ລົງທຶນອັນດັບທີໜຶ່ງ ແລະ ເປັນຄູ່ຄ້າອັນດັບທີສອງຂອງ ສປປ ລາວ ໂດຍກວມເອົາຫລາຍຂະແໜງ ການທີ່ມີທ່າແຮງຮ່ວມກັນ ເຊັ່ນ: ດ້ານພະລັງງານ, ບໍ່ແຮ່, ກະສິກຳ ແລະ ການພັດທະນາພື້ນຖານໂຄງ ລ່າງ ຊຶ່ງໃນນີ້ ໂຄງການທີ່ໂດດເດັ່ນ ແລະ ເປັນສັນຍະລັກແຫ່ງຄວາມ ສຳເລັດທີ່ເຂັ້ມແຂງ ຄື “ເສັ້ນທາງ ລົດໄຟ ລາວ-ຈີນ” ອັນໄດ້ກາຍເປັນ ຕົວແບບຂອງການຮ່ວມມືພາຍໃຕ້ຂໍ້ ລິເລີ່ມ “ໜຶ່ງແລວ-ໜຶ່ງເສັ້ນທາງ” ທີ່ມີຄຸນນະພາບສູງ. ໂຄງການນີ້ໄດ້ ກາຍເປັນ “ແລວທາງຄຳ” ທີ່ເຊື່ອມ ຕໍ່ສອງປະເທດ ແລະ ພາກພື້ນ, ຫັນ ປ່ຽນ ສປປ ລາວ ຈາກປະເທດທີ່ບໍ່ມີ ຊາຍແດນທາງທະເລ ໃຫ້ກາຍເປັນ ປະເທດເຊື່ອມໂຍງ-ເຊື່ອມຈອດ ຊຶ່ງ ໄດ້ສ້າງການປ່ຽນແປງອັນໃຫຍ່ ຫລວງ ແລະ ນຳເອົາໂອກາດອັນ ມະຫາສານ ໃຫ້ແກ່ການພັດທະນາ ຂອງ ສປປ ລາວ. ສປ ຈີນ ຍັງໄດ້ ເປັນຄູ່ຮ່ວມພັດທະນາທີ່ສຳຄັນ ທີ່ ໄດ້ໃຫ້ທຶນຊ່ວຍເຫລືອ ແກ່ ສປປ ລາວ, ອັນພົ້ນເດັ່ນແມ່ນ ພັກ, ລັດ ແລະ ປະຊາຊົນຈີນ ໄດ້ໃຫ້ການ ຊ່ວຍເຫລືອ “ໂຄງການ 4x100” ທີ່ປະກາດໂດຍ ປະທານ ສີ ຈິ້ນຜິງ ໃນປີ 2017 ອັນໄດ້ປະກອບສ່ວນ ສຳຄັນໃນການພັດທະນາສາທາ ລະນະສຸກ, ຊັບພະຍາກອນມະນຸດ ແລະ ຍົກລະດັບຊີວິດການເປັນຢູ່ ຂອງປະຊາຊົນລາວ ແບບຍືນຍົງ. ໃນລະດັບພາກພື້ນ ແລະ ສາກົນ, ໃນສະພາບການໂລກທີ່ມີຄວາມບໍ່ ແນ່ນອນໃນປັດຈຸບັນ, ຍິ່ງມີຄວາມ ຈໍາເປັນ ສໍາລັບບັນດາປະເທດກໍາ ລັງພັດທະນາໃນການຢືນຄຽງບ່າ ຄຽງໄຫລ່ກັນ, ຍຶດໝັ້ນລັດທິຫລາຍ ຝ່າຍ ເພື່ອສ້າງລະບຽບການໂລກ ທີ່ມີຄວາມເປັນທຳ, ຍຸຕິທຳ ແລະ ສະເໝີພາບຫລາຍຂຶ້ນກວ່າເກົ່າ. ລາວ ແລະ ຈີນ ມີຄວາມໝາຍໝັ້ນ ຮ່ວມກັນ ໃນການສົ່ງເສີມການພັດ ທະນາ ແລະ ຮັບປະກັນວ່າ ຜົນປະ ໂຫຍດລວມຂອງໂລກາພິວັດ ຈະ ໄດ້ຮັບການແບ່ງປັນຢ່າງກວ້າງ ຂວາງ. ສປປ ລາວ ສະໜັບສະໜູນ ຢ່າງເຕັມສ່ວນຕໍ່ບັນດາຂໍ້ລິເລີ່ມທົ່ວ ໂລກຂອງຈີນ ເຊັ່ນ: ຂໍ້ລິເລີ່ມການ ພັດທະນາທົ່ວໂລກ, ຄວາມໝັ້ນຄົງ ທົ່ວໂລກ, ຄວາມສີວິໄລທົ່ວໂລກ ແລະ ການປົກຄອງທົ່ວໂລກ. ໃນ ຂອບອາຊຽນ, ລາວ ແລະ ຈີນ ໄດ້ ສະໜັບສະໜູນເຊິ່ງກັນ ແລະ ກັນ ຢ່າງໃກ້ຊິດ ຜ່ານການຈັດຕັ້ງປະຕິ ບັດແຜນປະຕິບັດງານ ອາຊຽນຈີນ ທັງໝົດ 5 ສະບັບ ທີ່ກວມເອົາ 3 ເສົາຄ້ຳຂອງປະຊາຄົມອາຊຽນ ແລະ ການເຊື່ອມຈອດອາຊຽນ. ສປປ ລາວ ຕີລາຄາສູງຕໍ່ການເປັນ ຄູ່ຮ່ວມຍຸດທະສາດຮອບດ້ານ ອາ ຊຽນ-ຈີນ ຄົບຮອບ 5 ປີ (20212026) ຊຶ່ງຈະໄດ້ຮ່ວມກັນຈັດ ບັນດາກິດຈະກຳ ເພື່ອສະເຫລີມສະ ຫລອງໂອກາດດັ່ງກ່າວ ແລະ ຂໍ ຂອບໃຈ ສປ ຈີນ ທີ່ຊ່ວຍເຫລືອລາວ ໃນການເປັນປະທານອາຊຽນ 3 ຄັ້ງທີ່ຜ່ານມາ. ພ້ອມນີ້, ໃນປີ2027, ສປປ ລາວ ກໍກຽມພ້ອມທີ່ຈະຮັບ ໜ້າທີ່ເປັນປະເທດປະສານງານ ການພົວພັນ ອາຊຽນ-ຈີນ ສໍາລັບ ໄລຍະ 2027-2030 ເພື່ອສືບຕໍ່ ຜັນຂະຫຍາຍການເປັນຄູ່ຮ່ວມຍຸດ ທະສາດຮອບດ້ານ ອາຊຽນ-ຈີນ ກໍຄື ສາຍພົວພັນສອງຝ່າຍ ລາວຈີນ ໃຫ້ນັບມື້ນັບເລິກເຊິ່ງກວ່າເກົ່າ; ຄຽງຄູ່ກັນນັ້ນ, ໃນຂອບຮ່ວມມືແມ່ ນ້ຳຂອງ-ແມ່ນ້ຳລ້ານຊ້າງ, ລາວ ແລະ ຈີນ ໄດ້ຮ່ວມກັນເປີດສັງກາດ ໃໝ່ ໃນການຫັນປ່ຽນສາຍນ້ຳແຫ່ງ ທຳມະຊາດ ໃຫ້ກາຍເປັນສາຍນ້ຳ ແຫ່ງສັນຕິພາບ, ມິດຕະພາບ ແລະ ການພັດທະນາທີ່ຍືນຍົງ, ກາຍເປັນ ກົນໄກການຮ່ວມມືທີ່ມີປະສິດທິ ພາບ ແລະ ປະສິດທິຜົນ ຊຶ່ງສາມາດ ຫັນເອົາວິໄສທັດໃຫ້ກາຍເປັນໝາກ ຜົນທີ່ເປັນຮູບປະທໍາ. ສປປ ລາວ ຂໍຢືນຢັນຄືນຄວາມ ໝາຍໝັ້ນອັນແນ່ວແນ່ ທີ່ຈະຮ່ວມມື ກັບ ສປ ຈີນ ຢ່າງໃກ້ຊິດ, ປະສານ ຍຸດທະສາດການພັດທະນາຮ່ວມ ກັນຢ່າງຮອບດ້ານ, ສະໜັບສະໜູນ ຄວາມພະຍາຍາມໃນການພັດທະ ນາ ຂອງກັນ ແລະ ກັນ, ເພີ່ມທະວີ ການປະຕິຮູບ ແລະ ເປີດກວ້າງການ ຮ່ວມມືສາກົນ ແລະ ພ້ອມກັນເດີນ ຕາມເສັ້ນທາງການພັດທະນາສັງ ຄົມນິຍົມ ໂດຍສອດຄ່ອງກັບເງື່ອນ ໄຂຄວາມເປັນຈິງຂອງແຕ່ລະປະ ເທດ, ພ້ອມກັນເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບອັນເປັນມູນ ເຊື້ອ, ການເປັນຄູ່ຮ່ວມຍຸດທະສາດ ຮອບດ້ານ ໝັ້ນຄົງ ຍາວນານ ຕາມ ທິດ 4 ດີ ແລະ ການສ້າງຄູ່ຮ່ວມຊາ ຕາກຳ ລາວ-ຈີນ, ຈີນ-ລາວ ໃຫ້ ກ້າວເຂົ້າສູ່ລວງເລິກ, ມີມາດຕະ ຖານສູງ, ຄຸນນະພາບສູງ ແລະ ລະ ດັບສູງ ເພື່ອນຳເອົາຄວາມສີວິໄລ ແລະ ຄວາມຜາສຸກມາສູ່ປະຊາຊົນ ສອງຊາດພວກເຮົາຢ່າງແທ້ຈິງ.
RkJQdWJsaXNoZXIy MTc3MTYxMQ==