05/06/2026 xtgmf]k; 4 *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ gsfdko c]t dkora fa mtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ສານຂອງນາຍົກລັດຖະມົນຕີ...ົັົີ ປຶກສາຫາລືການສະໝັກ...ຶືັ ກົມຕໍາຫລວດຈະລາຈອນ...ົໍ ວາງສະແດງສິນຄ້າກະສິກຳ...ິ້ິ ເຜີຍແຜ່ແຜນແມ່ບົດພັດທະນາ...ີ່່ົັ ດິນຟ້າອາກາດທີ່ເປັນໄພຂົ່ມຂູ່ຕໍ່ ການດຳລົງຊິວິດຂອງມະນຸດ ແລະ ຊີວະນາໆພັນ. ສໍາລັບປີນີ້ ແມ່ນ ສາທາລະນະລັດ ອາແຊກໄບຊານ (Azerbaijan) ໄດ້ເປັນເຈົ້າພາບ ຈັດງານສະເຫລີມສະຫລອງວັນ ສິ່ງແວດລ້ອມໂລກ ພາຍໃຕ້ຄໍາ ຂວັນ: “NowForCl imate”. ສໍາລັບ ສປປ ລາວ ກໍໄດ້ກໍານົດຄໍາ ຂວັນວັນສິ່ງແວດລ້ອມແຫ່ງຊາດ ຄື:“ເຖິງເວລາແລ້ວທີ່ພວກເຮົາ ຕ້ອງໃສ່ໃຈຕໍ່ສະພາບພູມອາກາດໃຫ້ ສົດໃສ ແລະ ສົດຊື່ນ”. ພີ່ນ້ອງຮ່ວມຊາດທີ່ຮັກແພງ, ບັນຫາການປ່ຽນແປງດິນຟ້າ ອາກາດບໍ່ແມ່ນສິ່ງໄກໂຕຂອງພວກ ເຮົາ ຊຶ່ງເປັນໄພຂົ່ມຂູ່ໜຶ່ງທີ່ທ້າທາຍ ແລະ ສົ່ງຜົນກະທົບອັນໜັກໜ່ວງ ຕໍ່ຫລາຍປະເທດໃນໂລກ ລວມ ທັງ ສປປ ລາວ ຂອງພວກເຮົາ. ສາເຫດຕົ້ນຕໍຂອງການປ່ຽນແປງ ດິນຟ້າອາກາດແມ່ນມາຈາກການ ປ່ອຍທາດອາຍເຮືອນແກ້ວ ເຊັ່ນ: ກາກບອນໄດອອກໄຊ(CO2), ມີເທນ(CH4),ໄນຕຣັດອອກ ໄຊ(N2O) ແລະ ອື່ນໆທີ່ຖືກປ່ອຍ ອອກຈາກທຳມະຊາດ ຫລື ເກີດຂຶ້ນ ຈາກການກະທຳຂອງມະນຸດຂຶ້ນສູ່ ຊັ້ນບັນຍາກາດທີ່ມາຈາກການເຜົາ ໄໝ້ນໍ້າມັນເຊື້ອໄຟ, ການປ່ຽນແປງ ການນໍາໃຊ້ທີ່ດິນ ແລະ ປ່າໄມ້, ການ ຜະລິດກະສິກຳ, ອຸດສາຫະກຳ, ການ ຜະລິດ ແລະ ນຳໃຊ້ສານເຄມີ, ການ ສ້າງ ແລະ ທຳລາຍສິ່ງເສດເຫລືອ ທີ່ສົ່ງຜົນເຮັດໃຫ້ອຸນຫະພູມສະເລ່ຍ ເທິງໜ້າໂລກຮ້ອນຂຶ້ນໃນແຕ່ລະ ປີ ຫລື ເອີ້ນວ່າ ພາວະໂລກຮ້ອນ (Global Warming) ຊຶ່ງປັດຈຸບັນ ກາຍມາເປັນພາວະໂລກຮ້ອນແບບ ຟົດເດືອດ (Global Boiling). ດັ່ງນັ້ນ, ທົ່ວໂລກໄດ້ຖືເອົາວຽກງານ ການແກ້ໄຂບັນຫາການປ່ຽນແປງ ດິນຟ້າອາກາດເປັນບັນຫາສໍາຄັນ ຊຶ່ງຕ້ອງໄດ້ແກ້ໄຂຢ່າງຈິງຈັງ ແລະ ຮຽກຮ້ອງໃຫ້ມີການຮ່ວມມືຈາກ ບັນດາປະເທດໃນທົ່ວໂລກ ແລະ ທຸກ ພາກສ່ວນໃນສັງຄົມ ເພື່ອຄວບຄຸມ ອຸນຫະພູມສະເລ່ຍຂອງໂລກໃຫ້ຢູ່ໃນ ລະດັບສູງຂຶ້ນບໍ່ເກີນ 1,5 ອົງສາ ເຊ. ດ້ວຍເຫດນັ້ນ, ຄໍາຂວັນວັນ ສິ່ງແວດລ້ອມໂລກປີນີ້ ຈຶ່ງເອີ້ນ ວ່າ “NowForClimate” ເປັນ ການເນັ້ນໜັກໃຫ້ເຫັນເຖິງຄວາມ ຈໍາເປັນອັນຮີບດ່ວນທີ່ຈະຕ້ອງໄດ້ ພ້ອມກັນເອົາໃຈໃສ່ແກ້ໄຂບັນຫາ ການປ່ຽນແປງດິນຟ້າອາກາດ ໂດຍ ຫລຸດຜ່ອນການປ່ອຍທາດອາຍ ເຮືອນແກ້ວເປັນຕົ້ນການຫລຸດຜ່ອນ ການນຳໃຊ້ພະລັງງານເຊື້ອໄຟ, ຫັນ ໄປສູ່ພະລັງງານສະອາດ, ປົກປັກ ຮັກສາທຳມະຊາດ ໂດຍສະເພາະ ແມ່ນການປົກຮັກສາການປົກຫຸ້ມ ຂອງປ່າໄມ້ ແລະ ຊີວະນາໆພັນ. ພີ່ນ້ອງຮ່ວມຊາດ ທີ່ຮັກແພງ, ສປປ ລາວ ເຮົາບໍ່ໄດ້ຖືກຈັດເປັນ ປະເທດທີ່ປ່ອຍທາດອາຍເຮືອນແກ້ວ ແຕ່ປະເທດເຮົາມີຄວາມບອບບາງ ສູງຕໍ່ການປ່ຽນແປງດິນຟ້າອາກາດ ຊຶ່ງໄດ້ຮັບຜົນກະທົບຮຸນແຮງທາງ ໄພພິບັດທຳມະຊາດ ເປັນຕົ້ນພາຍຸ, ຂອງໂລກ ແຕ່ໃນລະດັບສາກົນ ຍັງ ບໍ່ມີອົງການຮ່ວມມືດ້ານ AI ຢ່າງ ເປັນທາງການເກີດຂຶ້ນ. ໃນພິທີເປີດ ການປະຊຸມ World Artificial Intelligence Conference ທີ່ ນະຄອນຊຽງໄຮ້, ເດືອນກໍລະກົດ, ປີ 2025 ທີ່ຜ່ານມາ, ທ່ານ ລີ ຊຽງ ນາຍົກລັດຖະມົນຕີ ແຫ່ງ ສປ ຈີນ ໄດ້ສະແດງຊັດເຈນວ່າ ສປ ຈີນ ປາ ຖະນາທີ່ຈະສ້າງໂອກາດໃນການ ຈັດຕັ້ງ “ອົງການຮ່ວມມືປັນຍາປະ ດິດໂລກ” ເພື່ອເປັນແພລດຟອມສາ ກົນ ສຳລັບການປຶກສາຫາລື, ການ ກຳນົດມາດຕະຖານ ແລະ ການ ຮ່ວມມືໃນການພັດທະນາ AI ຢ່າງ ປອດໄພ ແລະ ເປັນປະໂຫຍດຕໍ່ມວນ ມະນຸດໃນທົ່ວໂລກ. ພາຍຫລັງການ ປະຊຸມດັ່ງກ່າວ, ກະຊວງການຕ່າງ ປະເທດຂອງ ສປ ຈີນ ໄດ້ເປັນເຈົ້າ ພາບໃນການຮ່າງສັນຍາສ້າງຕັ້ງ “ອົງການຮ່ວມມືປັນຍາປະດິດໂລກ” ແລະ ຈັດກອງປະຊຸມປຶກສາຫາລື ກ່ຽວກັບຮ່າງສັນຍາດັ່ງກ່າວ ໂດຍ ເຊີນປະເທດຕ່າງໆເຂົ້າຮ່ວມ ເຊັ່ນ: ສປປ ລາວ, ກຳປູເຈຍ, ໄທ, ມາເລ ເຊຍ, ຣັດເຊຍ, ບຣາຊິວ, ອາຟຣິກາ ໃຕ້, ບັນດາປະເທດອາຊີກາງ ແລະ ເອເມລິກາລາຕິນ ລວມປະມານ 40 ປະເທດ. ມາຮອດປັດຈຸບັນ, ສປ ຈີນ ໃນຖານະປະເທດເຈົ້າພາບໄດ້ ສົ່ງຮ່າງສັນຍາສຸດທ້າຍ ເພື່ອສະເໜີ ໃຫ້ບັນດາປະເທດລົງນາມເຂົ້າເປັນ ສະມາຊິກ. ດັ່ງນັ້ນ, ກຕສ ຈຶ່ງໄດ້ ຈັດກອງປະຊຸມຄັ້ງນີ້ຂຶ້ນ ເພື່ອປຶກສາ ຫາລືກ່ຽວກັບຂໍສະເໜີດັ່ງກ່າວ ໃຫ້ມີ ຜົນປະໂຫຍດສູງສຸດ. ຈອນຢູ່ໂຮງຮຽນເຕັກນິກການຊ່າງ ລາວ-ເຢຍລະມັນ ນະຄອນຫລວງ ວຽງຈັນ ນໍາໂດຍທ່ານ ພັທ ສົມພອນ ກຸນນຸວົງ ຮອງຫົວໜ້າກົມຕໍາຫລວດ ຈະລາຈອນ, ມີທ່ານ ນາງ ແສງມະນີ ພິລາວັນ ຮັກສາການຫົວໜ້າພະແນກ ກິດຈະກຳນັກສຶກສາ, ມີຄູ-ອາຈານ ແລະ ນ້ອງນັກຮຽນເຂົ້າຮ່ວມ. ໂອກາດນີ້, ທ່ານ ພັຕ ຈັນທະວີ ມິຖຸນາ 2026 ຢູ່ສູນການຄ້າລາວ ໄອເຕັກ ນະຄອນຫລວງວຽງຈັນ ໂດຍມີທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ, ມີຮອງລັດຖະມົນຕີ, ຮອງຜູ້ວ່າການທະນາຄານ ແຫ່ງ ສປປ ລາວ, ບັນດາຫົວໜ້າກົມ, ຮອງກົມ, ທູດ, ອົງການຈັດຕັ້ງ ສາກົນ, ສະພາອຸດສະຫະກຳການ ຄ້າ, ສະມາຄົມ, ກຸ່ມ, ສະຫະກອນ ແລະ ຜູ້ປະກອບການເຂົ້າຮ່ວມ. ໂອກາດນີ້, ທ່ານ ອານົງສອນ ພົມມະຈັນ ຫົວໜ້າກົມສົ່ງເສີມກະ ສິກຳ ແລະ ສະຫະກອນໄດ້ໃຫ້ຮູ້ ລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ(ວທ), ມີ ຫົວໜ້າພະແນກ ວທ ແຂວງຈຳ ປາສັກ, ປະທານ-ຮອງປະທານ ຄະນະກຳມະການປົກຄອງເມືອງ, ພ້ອມດ້ວຍຫົວໜ້າ-ຮອງຫົວໜ້າ ຫ້ອງການອ້ອມຂ້າງເມືອງ, ນາຍ ບ້ານ ແລະ ຜູ້ປະກອບການທຸລະກິດ ການທ່ອງທ່ຽວພາຍໃນທ້ອງຖິ່ນ ເຂົ້າຮ່ວມ. ໂ ອ ກ າ ດ ນີ້ , ທ່ າ ນ ນ າ ງ ສວນສະຫວັນ ວິຍະເກດ ໄດ້ຍົກໃຫ້ ເຫັນໂດຍສັງເຂບວ່າ: ພັກ-ລັດຖະ ບານ ຍາມໃດກໍຖືເອົາວຽກງານ ການທ່ອງທ່ຽວ ເປັນຂະແໜງການ ເສດຖະກິດປາຍແຫລມທີ່ມີສ່ວນ ຮ່ວມສຳຄັນໃນການພັດທະນາເສດ ຖະກິດ-ສັງຄົມຂອງຊາດ ໂດຍ ສະເພາະໃນແຜນພັດທະນາ 5 ປີ (2026-2030) ແມ່ນໄດ້ກຳນົດ ທິດທາງພັດທະນາການທ່ອງທ່ຽວ ໃຫ້ເປັນອຸດສາຫະກຳທີ່ທັນສະໄໝ ຕາມທິດສີຂຽວ ແລະ ຍືນຍົງ. ເມືອງ ໂຂງ ໂດຍສະເພາະເຂດມະຫານະ ທີສີ່ພັນດອນ ຖືເປັນຈຸດຍຸດທະສາດ ຫລັກ ແລະ ເປັນຈຸດໝາຍປາຍທາງ ການທ່ອງທ່ຽວທີ່ໂດດເດັ່ນໃນລະ ດັບສາກົນຂອງ ສປປ ລາວ. ພ້ອມ ນີ້, ທ່ານລັດຖະມົນຕີຍັງໃຫ້ຮູ້ອີກ ວ່າ ແຜນແມ່ບົດ (2026-2036) ສະບັບນີ້ ຈະເປັນເຂັມທິດເຍືອງທາງ ໄພນໍ້າຖ້ວມ, ໄພແຫ້ງແລ້ງ, ໄຟປ່າ ແລະ ອື່ນໆ ອັນສົ່ງຜົນກະທົບໂດຍ ກົງຕໍ່ການພັດທະນາເສດຖະກິດສັງຄົມ, ພື້ນຖານໂຄງລ່າງ, ພື້ນທີ່ ທໍາການຜະລິດ, ຄວາມໝັ້ນຄົງທາງ ດ້ານອາຫານ ແລະ ຊີວິດການເປັນຢູ່ ຂອງປະຊາຊົນ. ໃນໄລຍະ 5 ປີຜ່ານ ມາ, ສປປ ລາວ ໄດ້ຮັບຜົນກະທົບ ຢ່າງໜັກໜ່ວງຈາກໄພທຳມະຊາດ ທັງໝົດ 236 ຄັ້ງ. ໃນນີ້, ມີນໍ້າ ຖ້ວມ 141 ຄັ້ງ, ໄຟໄໝ້ 124 ຄັ້ງ, ລົມພາຍຸພັດ 85 ຄັ້ງ, ແຜ່ນດິນໄຫວ 18 ຄັ້ງ, ໄພແຫ້ງແລ້ງ ແລະ ພະຍາດ ລະບາດ ໂດຍສົ່ງຜົນກະທົບໂດຍ ກົງຕໍ່ການດຳລົງຊີວິດການເປັນຢູ່, ການສູນເສຍຊັບສິນ ແລະ ຊີວິດ ຂອງປະຊາຊົນຈຳນວນຫລາຍຄິດ ເປັນມູນຄ່າຫລາຍພັນຕື້ກີບ. ຕໍ່ສະພາບການດັ່ງກ່າວ, ສປປ ລາວ ເຮົາກໍໄດ້ໃຫ້ຄວາມສໍາຄັນ ແລະ ໄດ້ມີຄວາມພະຍາຍາມສູງ ເພື່ອ ປະກອບສ່ວນເຂົ້າໃນການແກ້ໄຂບັນ ຫາການປ່ຽນແປງດິນຟ້າອາກາດ. ໃນນາມທີ່ ສປປ ລາວ ເປັນພາຄີ ຂອງສົນທິສັນຍາສາກົນທີ່ຕິດພັນ ກັບວຽກງານການປ່ຽນແປງດິນຟ້າ ອາກາດເປັນຕົ້ນສົນທິສັນຍາສະຫະ ປະຊາຊາດ ວ່າດ້ວຍການປ່ຽນແປງ ດິນຟ້າອາກາດ(UNFCCC); ອະນຸສັນຍາກຽວໂຕວ່າດ້ວຍການ ຄວບຄຸມການປ່ອຍທາດອາຍ ເຮືອນແກ້ວ (Kyoto Protocol) ແລະ ສັນຍາປາຣີ ວ່າດ້ວຍການ ປ່ຽນແປງດິນຟ້າອາກາດ (Paris Agreement). ລັດຖະບານກໍ ໄດ້ວາງນະໂຍບາຍ, ຍຸດທະສາດ ແລະ ນິຕິກຳສຳຄັນຕ່າງໆ ໃນການ ແກ້ໄຂບັນຫາ ຊຶ່ງໄດ້ຮັບຮອງເອົາ ຍຸດທະສາດແຫ່ງຊາດ ໃນການ ແກ້ໄຂບັນຫາການປ່ຽນແປງດິນ ຟ້າອາກາດ, ດຳລັດວ່າດ້ວຍການ ປ່ຽນແປງດິນຟ້າອາກາດ, ດຳລັດ ວ່າດ້ວຍສິນເຊື່ອກາກບອນ ແລະ ໄດ້ ເຊື່ອມສານເອົາວຽກງານດັ່ງກ່າວ ເຂົ້າໃນແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030). ພ້ອມນັ້ນ, ກໍໄດ້ ຈັດຕັ້ງປະຕິບັດສັນຍາປາຣີ ໂດຍ ກຳນົດຄາດໝາຍສູ້ຊົນຂອງແຜນ ງານແຫ່ງຊາດ ເພື່ອປະກອບສ່ວນ ແກ້ໄຂບັນຫາການປ່ຽນແປງດິນ ຟ້າອາກາດ ຫລື NDC ເພື່ອຫລຸດ ຜ່ອນການປ່ອຍ ແລະ ເພີ່ມການ ດູດຊັບທາດອາຍເຮືອນແກ້ວໃຫ້ໄດ້ 60% ພາຍໃນປີ 2030 ແລະ ໃຫ້ ເປັນສູນໃນປີ 2050 (Net Zero Emission by 2050) ຊຶ່ງໄດ້ ກໍານົດມາດຕະການສໍາຄັນເປັນ ຕົ້ນການເພີ່ມເນື້ອທີ່ປົກຫຸ້ມຂອງ ປ່າໄມ້ໃຫ້ໄດ້ 70% ໃນປີ 2035 ຂອງເນື້ອທີ່ທົ່ວປະເທດ, ເພີ່ມກໍາ ລັງຕິດຕັ້ງພະລັງງານທົດແທນ ແລະ ພະລັງງານສະອາດໃຫ້ໄດ້ 30% ແລະ ເພີ່ມການນໍາໃຊ້ລົດໄຟຟ້າໃຫ້ ໄດ້ 30% ໃນປີ 2030. ພີ່ນ້ອງຮ່ວມຊາດ ທີ່ຮັກແພງ ທັງຫລາຍ, ອີກເທື່ອໜຶ່ງ, ຕາງໜ້າໃຫ້ລັດ ຖະບານ ແຫ່ງ ສປປ ລາວ, ຂ້າພະ ເຈົ້າຂໍຢັ້ງຢືນຄຳໝັ້ນສັນຍາ ແລະ ຄວາມມຸ່ງໝັ້ນໃນການແກ້ໄຂ ແລະ ຮັບມືກັບການປ່ຽນດິນຟ້າອາກາດ ຮ່ວມກັບປະຊາຄົມໂລກ ໂດຍຫັນ ເອົາບັນດານະໂຍບາຍ ແລະ ນິຕິ ກຳທີ່ກ່ຽວຂ້ອງເຂົ້າສູ່ການປະຕິບັດ ຕົວຈິງຢ່າງເປັນຮູບປະທຳ. ພ້ອມ ນີ້, ຂໍຮຽກຮ້ອງ ແລະ ເຊີນຊວນ ມາຍັງບັນດາອົງການຈັດຕັ້ງພັກ- ລັດ, ອົງການຈັດຕັ້ງສາກົນ, ອົງ ການຈັດຕັ້ງທາງສັງຄົມ, ຜູ້ພັດທະ ນາ ແລະ ຜູ້ປະກອບການທັງພາຍ ໃນ ແລະ ຕ່າງປະເທດ ລວມທັງ ປະຊາຊົນລາວບັນດາເຜົ່າໃນຂອບ ເຂດທົ່ວປະເທດ ໂດຍສະເພາະລູກ ຫລານຊາວໜຸ່ມ, ເຍົາວະຊົນ, ອະນຸ ຊົນທັງຫລາຍຈົ່ງໃຫ້ການຮ່ວມມື ແລະ ເປັນເຈົ້າການປະກອບສ່ວນ ເຂົ້າໃນການແກ້ໄຂບັນຫາດັ່ງກ່າວ ເປັນຕົ້ນ ປົກປັກຮັກສາປ່າໄມ້, ປູກຕົ້ນໄມ້-ປູກປ່າເພື່ອເພີ່ມເນື້ອທີ່ ສີຂຽວ, ຊົມໃຊ້ພະລັງງານຢ່າງ ປະຢັດ, ຫລຸດຜ່ອນການນໍາໃຊ້ ພະລັງງານເຊື້ອໄຟ, ສົ່ງເສີມການ ຜະລິດ ແລະ ນຳໃຊ້ພະລັງງານ ສະອາດ, ພະລັງງານທົດແທນ ແລະ ຫລຸດຜ່ອນສິ່ງເສດເຫລືອປລາສຕິກ, ຫັນຈາກການຜະລິດກະສິກໍາແບບ ດັ່ງເດີມ ເປັນຕົ້ນ ການຖາງປ່າເຮັດ ໄຮ່, ການຈູດພື້ນທີ່ກະສິກຳ, ການ ຈູດປ່າລ່າສັດ ແລະ ອື່ນໆໄປສູ່ການ ຜະລິດກະສິກໍາແບບຍືນຍົງ ແລະ ຫລຸດຜ່ອນການປ່ອຍມົນລະພິດ ເພື່ອ ຊ່ວຍກັນປົກປ້ອງໂລກຂອງພວກ ເຮົາໃຫ້ໜ້າຢູ່ ແລະ ຍືນຍົງ. ທ້າຍນີ້, ຂໍອວຍພອນໃຫ້ການ ສະເຫລີມສະຫລອງວັນສິ່ງແວດ ລ້ອມໂລກ ແລະ ວັນສິ່ງແວດລ້ອມ ແຫ່ງຊາດ ປີ 2026 ນີ້ພາຍໃຕ້ຄໍາ ຂວັນ “ເຖິງເວລາແລ້ວທີ່ພວກ ເ ຮົາຕ້ອງໃສ່ໃຈຕໍ່ສະພາບພູມ ອາກາດໃຫ້ສົດໃສ ແລະ ສົດຊື່ນ” “NowForClimate” ຈົ່ງເປັນ ຂະບວນຟົດຟື້ນ ແລະ ມີຜົນສຳເລັດ ຢ່າງຈົບງາມ. ແລະ ເປັນເຄື່ອງມືທາງກົດໝາຍ ອັນສຳຄັນທີ່ຊ່ວຍຮັບປະກັນຄວາມ ສົມດຸນລະຫວ່າງການເຕີບໂຕຂອງ ການລົງທຶນກັບການອະນຸລັກຮັກສາ ສິ່ງແວດລ້ອມ, ລະບົບນິເວດ ແລະ ວິຖີຊີວິດວັດທະນະທຳອັນດີງາມ ຂອງປະຊາຊົນທ້ອງຖິ່ນບໍ່ໃຫ້ການ ພັດທະນາເປັນໄປແບບກະແຈກກະ ຈາຍ ແລະ ບໍ່ມີທິດທາງ. ໃນກອງປະຊຸມ, ບັນດາຜູ້ເຂົ້າ ຮ່ວມໄດ້ຮັບຟັງການລາຍງານ ແລະ ຜ່ານເນື້ອໃນສຳຄັນຕ່າງໆເປັນຕົ້ນ ບົດສະຫລຸບຫຍໍ້ການນຳພາຈັດຕັ້ງ ປະຕິບັດ ແລະ ປະກາດໃຊ້ແຜນແມ່ ບົດ ຊຶ່ງໄດ້ຮັບຟັງການລາຍງານ ກ່ຽວກັບຄວາມເປັນມາ, ຈຸດປະສົງ ແລະ ການຮັບຮອງປະກາດໃຊ້ແຜນ ແມ່ບົດຄຸ້ມຄອງການທ່ອງທ່ຽວ ໃນເຂດດັ່ງກ່າວ ໂດຍຄະນະຮັບ ຜິດຊອບລະດັບສູນກາງ ແລະ ທ້ອງ ຖິ່ນ; ການນຳສະເໜີແຜນຜັງການ ຈັດສັນເປັນການລາຍງານລາຍ ລະອຽດກ່ຽວກັບແຜນຜັງໃນການ ພັດທະນາ ແລະ ການຄຸ້ມຄອງພື້ນ ຖານໂຄງລ່າງໃນແຕ່ລະຈຸດ ເພື່ອ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍ ແລະ ຈົບງາມ. ໃນຕອນທ້າຍ, ທ່ານລັດຖະມົນຕີ ກະຊວງ ວທ ໄດ້ຮຽກຮ້ອງ ແລະ ໃຫ້ ທິດຊີ້ນຳທີ່ສຳຄັນ ເພື່ອຮັບປະກັນ ໃຫ້ແຜນແມ່ບົດສະບັບນີ້ ຖືກຈັດຕັ້ງ ປະຕິບັດໃຫ້ເກີດດອກອອກຜົນຕົວ ຈິງເປັນຕົ້ນຍົກສູງຄວາມຮັບຜິດ ຊອບການເມືອງ ໂດຍໃຫ້ທຸກພາກ ສ່ວນ (ໂດຍສະເພາະເຂດຮາກ ຖານບ້ານ) ຮ່ວມກັນຕິດຕາມ ແລະ ປະກອບຄຳເຫັນຢ່າງກົງໄປກົງມາ ເພື່ອແກ້ໄຂສິ່ງທ້າທາຍ; ສ້າງ ຄວາມເປັນເອກະພາບ ແລະ ຄວາມ ເຂົ້າໃຈໃຫ້ເລິກເຊິ່ງ, ກົມກຽວ, ມີ ການຮ່ວມມືຢ່າງແທ້ຈິງລະຫວ່າງ ອົງການປົກຄອງ, ພາກທຸລະກິດ ແລະ ປະຊາຊົນ; ຫັນເປັນແຜນງານ ຕົວຈິງ ແລະ ປະຕິບັດຢ່າງເຂັ້ມງວດ. ຫາກພົບເຫັນການພັດທະນາ ຫລື ການກໍ່ສ້າງໃດໆທີ່ລະເມີດແຜນ ແມ່ບົດ, ອົງການປົກຄອງ ແລະ ຫ້ອງການກ່ຽວຂ້ອງຕ້ອງເປັນເຈົ້າ ການຮີບຮ້ອນລົງກວດກາ ແລະ ແກ້ ໄຂຕາມກົດໝາຍທັນທີ ໂດຍບໍ່ປ່ອຍ ປະລະເລີຍ. ກອງປະຊຸມໃນຄັ້ງນີ້, ຖືເປັນ ບາດກ້າວອັນສຳຄັນຍິ່ງທີ່ຈະຊ່ວຍ ຍົກລະດັບການທ່ອງທ່ຽວຢູ່ເມືອງ ໂຂງ ໃຫ້ມີຄວາມເປັນລະບຽບຮຽບ ຮ້ອຍ, ຍືນຍົງ, ສ້າງລາຍຮັບໃຫ້ແກ່ ປະຊາຊົນທ້ອງຖິ່ນ ແລະ ດຶງດູດນັກ ທ່ອງທ່ຽວທັງພາຍໃນ ແລະ ຕ່າງ ປະເທດໃຫ້ເຂົ້າມາທ່ຽວຊົມນັບມື້ນັບ ຫລາຍຂຶ້ນໃນອະນາຄົດ. ຂ່າວ-ພາບ: ພຸດທະສິນ ວ່າ: ເພື່ອເປັນການເຕົ້າໂຮມກຳລັງ ການຜະລິດຂອງພໍ່ແມ່ປະຊາຊົນ ລັດຖະບານແຫ່ງ ສປປ ລາວ ໄດ້ມີ ແນວຄິດລິເລີ່ມສ້າງຕັ້ງສະຫະກອນ ແຕ່ປີ 1970 ຊຶ່ງເລີ່ມຈາກໃນເຂດ ປົດປ່ອຍ ເພື່ອເປັນການປະກອບ ສ່ວນເຂົ້າໃນການຕໍ່ສູ້ປົດປ່ອຍຊາດ ແລະ ຮັບປະກັນທາງດ້ານສະບຽງ ອາຫານ, ທຸກການຜະລິດ ເພື່ອ ແນວໜ້າໄດ້ເກີດມີສະຫະກອນລວມ ໝູ່ ຫລື ສະຫະກອນນາລວມເລີ່ມ ຕົ້ນແມ່ນຢູ່ແຂວງຫົວພັນ, ນັບແຕ່ ປີ 1975 ມາຮອດປີ 1979 ສະຫະ ກອນໄດ້ສ້າງຕັ້ງຂຶ້ນຈໍານວນ 2.452 ສະຫະກອນ ຊຶ່ງໄລຍະດັ່ງ ກ່າວ ແມ່ນຄຸ້ມຄອງໂດຍສໍານັກ ງານນາຍົກລັດຖະມົນຕີ, ມາຮອດປີ 1983 ໄດ້ເກີດມີຄະນະກຳມະການ ຂັ້ນສູນກາງ ເພື່ອພັດທະນາສະຫະ ກອນ ແລະ ໃນປີ 1986 ໄດ້ມີການ ຫັນປ່ຽນເສດຖະກິດໃໝ່ ຈາກເກື້ອ ກູນກ້າວເປັນສູ່ເສດຖະກິດຕະ ຫລາດແບບສັງຄົມນິຍົມ ແລະ ມີ ສະຫະກອນ 3.980 ສະຫະກອນ ຊຶ່ງແມ່ນກະຊວງກະສິກຳປ່າໄມ້ ແລະ ສະຫະກອນເປັນຜູ້ຄຸ້ມຄອງ, ໃນໄລຍະປັບໂຕຕາມທິດກົນໄກໃໝ່ ຈາກການວາງແຜນເສດຖະກິດ ລວມສູນໄປສູ່ເສດຖະກິດຕະຫລາດ ໃນຊຸມປີ 1991-2009 ເຮັດໃຫ້ ສະຫະກອນທີ່ມີຄ່ອຍສະຫລາຍຕົວ ລົງຈົນມາຮອດຕົ້ນປີ 2010 ລັດຖະ ບານ ແຫ່ງ ສປປ ລາວ ຈຶ່ງໄດ້ຫວນ ຄືນນໍາໃຊ້ຫລັກການສະຫະກອນ ສ້າງວິສາຫະກິດລວມໝູ່ເພື່ອເປັນ ທາງເລືອກຊ່ອຍຜູ້ທຸກຍາກໃຫ້ມີທີ່ ຢືນໃນສັງຄົມຈົນຮອດປັດຈຸບັນ. ມາຮອດຕົ້ນປີ2010ລັດຖະບານ ແຫ່ງ ສປປ ລາວ ໄດ້ອອກດໍາລັດ ສະຫະກອນ ເລກທີ 136/ນຍ, ແລະ ປັບປຸງມາເປັນດຳລັດວ່າດ້ວຍ ກຸ່ມ ແລະ ສະຫະກອນ ສະບັບເລກທີ 606/ລບ, ເຮັດໃຫ້ວຽກງານພັດ ທະນາສະຫະກອນຖືກນໍາອອກສູ່ ວົງກວ້າງ ຊຶ່ງມີກຸ່ມຜະລິດທັງໝົດ 4.193 ກຸ່ມ ແລະ ສະຫະກອນ 36 ສະຫະກອນເຮັດໃຫ້ວຽກງານພັດ ທະນາສະຫະກອນຖືກນໍາອອກສູ່ ວົງກວ້າງ ຊຶ່ງມີກຸ່ມຜະລິດທັງໝົດ 4.193 ກຸ່ມ ແລະ ສະຫະກອນ 36 ສະຫະກອນ ແລະ ມາຮອດປັດ ຈຸບັນໄດ້ມີການພັດທະນາດໍາລັດ 606/ລບ ມາເປັນກົດໝາຍວ່າດ້ວຍ ສະຫະກອນວ່າດ້ວຍສະຫະກອນ ສະບັບເລກທີ 54/ລບ, ລົງວັນທີ 28 ມິຖຸນາ 2024. ມາຮອດປັດຈຸບັນ, ທຸກພາກ ສ່ວນໄດ້ໃຫ້ຄວາມຮ່ວມມືພັດທະນາ ມາຢ່າງບໍ່ຢຸດຢັ້ງ ແລະ ຕໍ່ເນື່ອງກຸ່ມ ແລະ ສະຫະກອນເພີ່ມຂຶ້ນຢ່າງໄວ້ ມີຈໍານວນກຸ່ມການຜະລິດ 3.705 ກຸ່ມ ແລະ ສະຫະກອນ 114 ສະຫະ ກອນ. ໃນນັ້ນ, ມີ 6 ປະເພດສະຫະ ກອນ ເຊັ່ນ: ສະຫະກອນກະສິກຳ ແລະ ປ່າໄມ້ ມີ 58 ສະຫະກອນ; ສະຫະກອນສິນເຊື່ອ ແລະ ການເງິນ ຝາກປະຢັດມີ 32 ສະຫະກອນ; ສະຫະກອນການຄ້າ ມີ 7 ສະຫະ ກອນ; ສະຫະກອນການຫັດຖະກຳ ແລະ ປຸງແຕ່ງ ມີ 4 ສະຫະກອນ; ສະ ຫະກອນບໍລິການ ມີ 13 ສະຫະກອນ ແລະ ສະຫະກອນອື່ນໆ. ພ້ອມນີ້, ຍັງຈະສູ້ຊົນສ້າງຕັ້ງກຸ່ມການຜະລິດ ໃຫ້ໄດ້ 1.500-2.000 ກຸ່ມ, ຊຸກຍູ້, ປັບປຸງກຸ່ມການຜະລິດທີ່ມີແລ້ວໃຫ້ມີ ຄວາມເຂັ້ມແຂງກາຍເປັນສະຫະກອນ, ສູ້ຊົນສ້າງຕັ້ງສະຫະກອນກະສິກຳ ໃຫ້ໄດ້ຕື່ມ 100 ສະຫະກອນ. ຄຽງ ຄູ່ກັນນັ້ນ, ຕ້ອງໄດ້ເອົາໃຈໃສ່ຊຸກຍູ້ ສົ່ງເສີມສະມາຄົມ ແລະ ເຄືອຂ່າຍ ການຜະລິດໃຫ້ມີການເຄື່ອນໄຫວ ຢ່າງແຂງແຮງ, ໄປຄ່ຽງຄູ່ກັບການ ຄົ້ນຄວ້າ ແລະ ການຖ່າຍຖອດ ເຕັກນິກ, ເຕັກໂນໂລຊີກ່ຽວກັບການ ນໍາໃຊ້ວິທະຍາສາດ, ເຕັກໂນໂລຊີ ຫັນເປັນອຸດສາຫະກຳ ແລະ ທັນສະ ໄໝເຂົ້າໃນການປູກ,ການລ້ຽງ.ພາຍ ໃນງານຍັງໄດ້ຈັດກອງປະຊຸມຄັ້ງ ຖົມມະລືກຂອງຄະນະກຳມະການ ສົ່ງເສີມສະຫະກອນ, ຈັດເວທີສົນ ທະນາກ່ຽວກັບການພັດທະນາສະ ຫະກອນ, ການສະໜັບສະໜູນສະ ຫະກອນໃນການດຳເນີນງານ, ນະ ໂຍບາຍການສົ່ງເສີມ ແລະ ແຜນພັດ ທະນາສະຫະກອນ, ການເຂົ້າຫາ ແຫລ່ງທຶນແລະການຈັດຕັ້ງປະຕິບັດ ວຽກງານສະຫະກອນ. ພ້ອມນີ້, ຍັງ ໄດ້ຈັດກອງປະຊຸມພົບປະແລກປ່ຽນ ເພັດລາສີ ວິຊາການພະແນກໂຄສະ ນາ ໄດ້ຍົກໃຫ້ເຫັນສາເຫດທີ່ພາໃຫ້ ເກີດອຸບັດເຫດ, ການລ່ວງລະເມີດ ກົດຈະລາຈອນ, ສະຖິຕິການເກີດ ອຸບັດເຫດທົ່ວປະເທດ, ການຈອດ ລົດສະຊາຍຕາມແຄມທາງ ແລະ ຈໍານວນຕົວເລກຜູ້ເສຍຊີວິດຈາກ ການເກີດອຸບັດເຫດ. ພາຍຫລັງ ຮັບຟັງການເຜີຍແຜ່ຜູ້ເຂົ້າຮ່ວມໄດ້ ແລກປ່ຽນທັດສະນະໃນການໃຊ້ລົດ ໃຊ້ຖະໜົນ ເພື່ອຫາວິທີຊ່ວຍກັນຫລຸດ ຜ່ອນການເກີດອຸບັດເຫດຕາມທ້ອງ ຖະໜົນແບບກົງໄປກົງມາ ແລະ ໄດ້ຈັດກິດຈະກຳຖາມ-ຕອບ ເພື່ອ ຮັບເອົາໝວກກັນກະທົບຢ່າງເປັນ ຂະບວນຟົດຟື້ນ. ການລົງເຜີຍແຜ່ໃນຄັ້ງນີ້, ແນ ໃສ່ເພີ່ມຄວາມຮັບຮູ້ກ່ຽວກັບກົດ ລະບຽບຕ່າງໆໃນການສັນຈອນໃຫ້ ບັນດານັກຮຽນ-ນັກສຶກສາ ໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ແລະ ນຳ ໄປຈັດຕັ້ງປະຕິບັດຢ່າງເຄັ່ງຄັດ ເພື່ອ ຫລີກລ່ຽງການເກີດອຸບັດເຫດຕາມ ທ້ອງຖະໜົນທີ່ອາດຈະກໍ່ໃຫ້ເກີດ ການສູນເສຍທັງຊີວິດ ແລະ ສັບສິນ. ຂໍ້ມູນ-ພາບ: ກົມຕໍາຫລວດຈະລາຈອນ ລະຫວ່າງຜູ້ຜະລິດ ແລະ ຜູ້ປະກອບ ການປະເພດຜະລິດຕະພັນເຂົ້າ ແລະ ກາເຟ, ພ້ອມທັງຈະມອບໃບຍ້ອງຍໍ ໃຫ້ສະຫະກອນທີ່ມີຜົນງານດີເດັ່ນ ປະຈຳປີ 2025 ຕື່ມອີກ. ຂ່າວ: ທະນູທອງ; ພາບ: ຂັນໄຊ
RkJQdWJsaXNoZXIy MTc3MTYxMQ==