gru j ,mt;u 7;k,lk,a d7u gxa oxb dczj o0v'x;'-q o]k;ma '-kfK @ 0j k; c]t gsfdko j 05/06/2026 xtgmf]k; gxu f'ko;k'ltcf'dkolb dlk d;k'-u xt9exu 2026 16j o; ເລຂາທິການໃຫຍ່...ິ່ ຮອງນາຍົກລັດຖະມົນຕີ...ົັົີ ກະຊວງ ປກສ... ຂປລ. ໃນວັນທີ3ມິຖຸນາ2026, ທີ່ນະຄອນຫລວງນິວແດນລີ , ສາທາລະນະລັດ ອິນເດຍ, ທ່ານ ທອງສະຫວັນ ພົມວິຫານ ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ນາງ ດຣໍປາດີເມີມູ (H.E. Droupadi Murmu) ປະທານາທິ ບໍດີ ແຫ່ງ ສ ອິນເດຍ ໃນໂອກາດ ເດີນທາງຢ້ຽມຢາມ ສ ອິນເດຍ ຢ່າງເປັນທາງການ ແລະ ເປັນ ປະທານຮ່ວມກອງປະຊຸມຄະນະ ກຳມາທິການຮ່ວມວ່າດ້ວຍການ ຮ່ວມມືສອງຝ່າຍ ລາວ-ອິນເດຍ ຄັ້ງທີ 10 ໃນລະຫວ່າງວັນທີ 1-3 ມິຖຸນາ 2026. ໂອກາດນີ້, ທ່ານຮອງນາຍົກ ລັດ ຖ ະ ມົນ ຕີ ທ ອ ງ ສ ະ ຫ ວັນ ພົມວິຫານ ໄດ້ນໍາເອົາຄວາມຢື້ຢາມ ຖາມຂ່າວອັນອົບອຸ່ນຈາກທ່ານ ປະທານປະເທດ ທອງລຸນ ສີສຸລິດ ເຖິງທ່ານປະທານາທິບໍດີ ນາງ ດຣໍ ປາດີເມີມູ; ເເຈ້ງໃຫ້ຊາບຈຸດປະ ສົງການຢ້ຽມຢາມທາງການ ສ ອິນເດຍ ໃນຄັ້ງນີ້; ລາຍງານໂດຍ ຫຍໍ້ກ່ຽວກັບສະພາບການພັດທະນາ ເສດຖະກິດ-ສັງຄົມຂອງ ສປປ ລາວ. ນອກຈາກນີ້, ທ່ານຮອງນາ ລາວຮັກຊາດ ຄົບຮອບ 66 ປີ ໃນວັນທີ 4 ມິຖຸນາ 2026 ໃຫ້ ກຽດປາຖະກະຖາໂດຍສະຫາຍ ພົອ ຈັນສະໜອນ ຈັນຍາລາດ ອະດີດ ຮອງນາຍົກລັດຖະມົນຕີ, ອະດີດ ລັດຖະມົນຕີກະຊວງປ້ອງກັນປະ ເທດ ແລະ ສະຫາຍ ຄໍາຜອຍ ວັນນະສານ ກໍາມະການສູນກາງ ພັກ, ເລຂາຄະນະບໍລິຫານງານ ພັກ, ປະທານຄະນະບໍລິຫານງານ ສູນກາງສະຫະພັນກໍາມະບານລາວ, ມີຮອງລັດຖະມົນຕີ, ພະນັກງານ ຫລັກແຫລ່ງ, ພ້ອມດ້ວຍນາຍຕໍາ ຫລວດອ້ອມຂ້າງກະຊວງເຂົ້າຮ່ວມ. ສະຫາຍ ພົອ ຈັນສະໝອນ ຈັນຍາລາດ ໄດ້ກ່າວວ່າ: ວັນຜ່າວົງ ປິດລ້ອມຂອງກອງພັນທີ 2 ວິລະຊົນ ທີ່ທົ່ງໄຫຫີນຊຽງຂວາງ ເປັນວັນທີ່ ມີຄວາມໝາຍຄວາມສໍາຄັນ, ສ່ອງ ແສງໃຫ້ເຫັນວ່າການນໍາພາຂອງ ພັກຖືກຕ້ອງສະຫລາດສ່ອງໃສ, ຂະບວນການຕໍ່ສູ້ຂອງພວກເຮົາ ແມ່ນເປັນທຳ. ສະນັ້ນ, ການຜ່າ ວົງປິດລ້ອມຂອງກອງພັນທີ 2 ໄດ້ ຢັ້ງຢືນໃຫ້ເຫັນຢ່າງຈະແຈ້ງວ່າ: “ສິນທໍາຍາມໃດກໍຊະນະອະທຳ”. ການຜ່າວົງປິດລ້ອມຂອງກອງພັນ ທີ 2 ແມ່ນໄຊຊະນະອັນໃຫຍ່ຫລວງ ຂອງກໍາລັງປະກອບອາວຸດທີ່ຢູ່ໃຕ້ ການນໍາພາຂອງພັກ, ເປັນເຫດການ ປະຫວັດສາດອັນສໍາຄັນຂອງຊາດ, ຂອງພັກ, ຂອງກອງທັບເຮົາ ແລະ ເປັນບົດຮຽນອັນລໍ້າຄ່າທີ່ສຸດໃຫ້ ແກ່ຂະບວນຕໍ່ສູ້ຂອງກອງທັບ ແລະ ປະຊາຊົນເຮົາຍາດເອົາໄຊຊະນະ ໃນໄລຍະຕໍ່ມາ; ສະແດງໃຫ້ເຫັນ ເຖິງຄວາມບໍລິສຸດຜຸດຜ່ອງ, ຄວາມ ຈົງຮັກພັກດີ, ຄວາມສາມັກຄີເປັນ ຈິດໜຶ່ງໃຈດຽວ, ຄວາມອົດທົນ ໝັ້ນໜຽວບໍ່ຄອນແຄນຕໍ່ການນາບ ຂູ່, ຫລອກລວງຂອງສັດຕູ, ນໍ້າໃຈ ສູ້ຮົບພິລະອາດຫານ ແລະ ມີໄຫວ ພິບຂອງກອງພັນທີ 2 ໄດ້ເປັນແວ່ນ ແຍງ, ເປັນການປຸກລະ ດົມອັນແຮງ ກ້າໃຫ້ແກ່ຂະບວນການປະຕິວັດ ເພື່ອຕີເອົາຊະນະກັບຈັກກະພັດອາ ເມລິກາ ແລະ ລູກແຫລ້ງຕີນມື. ພ້ອມກັນນັ້ນ, ກໍເຮັດໃຫ້ກຳລັງ ປະຕິວັດ ໂດຍສະເພາະແມ່ນກໍາ ລັງປະກອບອາວຸດປະຊາຊົນນັບ ມື້ເຕີບໃຫຍ່ຂະຫຍາຍຕົວ ແລະ ເຂັ້ມແຂງ. ພ້ອມນີ້, ທ່ານຍັງໄດ້ ຍົກໃຫ້ເຫັນມູນເຊື້ອວັນໂຕນຄຸກ ຢ່າງມະຫັດສະຈັນຂອງບັນດາ ຜູນໍາພັກ ແລະ ແນວລາວຮັກ ຊາດ ຄົບຮອບ 66 ປີ ອີກດ້ວຍ. ໂອກາດນີ້, ສະຫາຍ ຄໍາຜອຍ ວັນນະສານ ຍັງໄດ້ຍົກໃຫ້ເຫັນເຖິງ ພາລະບົດບາດທີ່ສໍາຄັນກ່ຽວກັບ ວັນກໍາມະກອນສາກົນ ເປັນຕົ້ນ ຕັ້ງປະຕິບັດວຽກງານຮອບດ້ານ ຂອງໂຮງຮຽນພັກສູນກາງ ທີ່ເປັນ ສູນກາງການຄົ້ນຄວ້າທິດສະດີ ມາກ-ເລນິນ, ແນວຄິດສີຈິ້ນຜິງ ແລະ ເປັນຄັງປັນຍາໃຫ້ແກ່ສູນກາງພັກ ກອມມູນິດຈີນ; ຕີລາຄາສູງການ ປະກອບສ່ວນຂອງໂຮງຮຽນພັກສູນ ກາງ ໃນການພົວພັນຮ່ວມມືກັບ ພັກ, ລັດຖະບານລາວ ໂດຍສະເພາະ ແມ່ນການຊ່ວຍເຫລືອບໍາລຸງສ້າງ ພະນັກງານນໍາພາ-ຄຸ້ມຄອງຂອງ ລາວທາງດ້ານທິດສະດີ-ການ ເມືອງ, ການກໍ່ສ້າງພັກ, ການບໍລິ ຫານລັດ-ປົກຄອງປະເທດ ແລະ ອື່ນໆ. ໃນຕອນບ່າຍວັນດຽວກັນ, ສະຫາຍ ທອງລຸນ ສີສຸລິດ ພ້ອມ ດ້ວຍຄະນະຜູ້ແທນຂັ້ນສູງຂອງ ພັກ, ລັດຖະບານລາວ ຍັງໄດ້ຢ້ຽມ ຢາມສູນຄົ້ນຄວ້າ ແລະ ວາງສະ ແດງເຕັກນິກອາວະກາດປັກກິ່ງ (Beijing Aerospace City) ຊຶ່ງແມ່ນສູນກາງເຕັກໂນໂລຊີ ແລະ ການຄົ້ນຄວ້າດ້ານອະວະກາດທີ່ສໍາ ຄັນທີ່ສຸດແຫ່ງໜຶ່ງຂອງປະເທດຈີນ ແລະ ໄດ້ພົບປະໂອ້ລົມກັບບັນດາ ອະດີດທູດ ແລະ ທະຫານອາສາ ສະໝັກຈີນ ທີ່ເຄີຍໄປຊ່ວຍລາວຕໍ່ສູ້ ປົດປ່ອຍຊາດ ແລະ ກໍ່ສ້າງເສັ້ນທາງ ຢູ່ເຂດພາກເໜືອຂອງ ສປປ ລາວ ໃນຊຸມປີ 1960-1970. ແມ່ນໃນຂະບວນວິວັດແຫ່ງການ ຕໍ່ສູ້ຕ້ານກັບສົງຄາມຈັກກະພັດ, ບັນດາອົງການຈັດຕັ້ງກຳມະບານ ໃນຫລາຍປະເທດ ໄດ້ຂະຫຍາຍ ຕົວ ແລະ ເຮັດໃຫ້ຂະບວນການ ກຳມະກອນໃນທົ່ວໂລກມີການປ່ຽນ ແປງ, ເມື່ອສົງຄາມສິ້ນສຸດລົງຈໍາ ນວນສະມາຊິກກຳມະບານໄດ້ເພີ່ມ ຂຶ້ນເຖິງ 21 ລ້ານຄົນ. ໄປຄຽງຄູ່ ກັບບັນຫາດັ່ງກ່າວ, ສະຕິຕື່ນຕົວ ທາງດ້ານຊົນຊັ້ນ, ທາງດ້ານການ ຈັດຕັ້ງກຳມະບານ ແລະ ການຈັດ ຕັ້ງອື່ນໆກໍໄດ້ເພີ່ມຂຶ້ນ, ຄໍາຂວັນທີ່ ເປັນຍຸດທະສາດຂອງເລນິນແມ່ນ: “ຫັນເອົາສົງຄາມຈັກກະພັດມາເປັນ ສົງຄາມປະຕິວັດພາຍໃນ” ໄດ້ຊຸກ ດັນຂະບວນການກຳມະກອນ, ກຳ ມະບານໃນຫລາຍປະເທດໃຫ້ຂະ ຫຍາຍຕົວຢ່າງແຂງແຮງ. ສະນັ້ນ, ພາລະກໍາປະຫວັດສາດຂອງຊົນຊັ້ນ ກຳມະກອນໄດ້ຊີ້ໃຫ້ພວກເຮົາເຫັນ ຢ່າງຈະແຈ້ງວ່າຊົນຊັ້ນກຳມະກອນ ແມ່ນຊົນຊັ້ນນໍາໜ້າຂອງຍຸກສະໄໝ ທັງຕິດພັນກັບພື້ນຖານການຜະລິດ, ມີລະບຽບວິໄນໃນການອອກແຮງ ງານ, ເປັນຜູ້ມີຫົວຄິດປະດິດສ້າງ, ມີຄວາມສາມາດພຽງພໍໃນການ ສ້າງສັງຄົມໃໝ່ທີ່ກ້າວໜ້າສີວິໄລ, ສ້າງສາ ແລະ ພັດທະນາປະເທດ ຊາດໃຫ້ມັ່ງຄັງເຂັ້ມແຂງ, ປະຊາຊົນ ຮັ່ງມີຜາສຸກ, ສັງຄົມມີຄວາມສາມັກ ຄີປອງດອງ, ປະຊາທິປະໄຕ, ສີວິໄລ ແລະ ຍຸຕິທຳ ມາເຖິງທຸກວັນນີ້. ຂ່າວ-ພາບ: ລັດດາວັນ ຍົກລັດຖະມົນຕີ ທອງສະຫວັນ ພົມວິຫານ ຍັງໄດ້ສະແດງຄວາມ ຂອບໃຈຕໍ່ການສະໜັບສະໜູນ ແລະ ຊ່ວຍເຫລືອຂອງລັດຖະບານອິນເດຍ ຕະຫລອດໄລຍະຜ່ານມາ ໂດຍ ສະເພາະແມ່ນການສະໜອງທຶນຝຶກ ອົບຮົມໄລຍະສັ້ນ ແລະ ໄລຍະຍາວ ໃນດ້ານຕ່າງໆໃຫ້ແກ່ ສປປ ລາວ, ການຍົກລະດັບດ້ານພາສາອັງກິດ, ການສຶກສາ, ການພັດທະນາຊັບ ພະຍາກອນມະນຸດ, ພະລັງງານ, ກະສິກຳ ແລະ ວຽກງານປ້ອງກັນ ຊາດ ແລະ ດ້ານອື່ນໆ, ລວມເຖິງ ການຊ່ວຍເຫລືອໂຄງການບູລະນະ ວັດພູຈຳປາສັກຂອງ ສປປ ລາວ ໄລຍະປີ 2018-2028 ແລະ ການ ສະໜອງເງິນກູ້ດອກເບ້ຍຕໍ່າ ເພື່ອ ການພັດທະນາໃຫ້ແກ່ ສປປ ລາວ. ໃນໂອກາດດຽວກັນ, ທ່ານ ປະທານາທິບໍດີ ນາງ ດຣໍປາດີເມີມູ ໄດ້ສະແດງຄວາມຍິນດີຕ້ອນຮັບ ອັນອົບອຸ່ນ ແລະ ຕີລາຄາສູງຕໍ່ ການຢ້ຽມຢາມ ສ ອິນເດຍ ຢ່າງ ເປັນທາງການຂອງຄະນະຜູ້ແທນ ສປປ ລາວ ໃນຄັ້ງນີ້ ຊຶ່ງເປັນການ ປະກອບສ່ວນສໍາຄັນເຂົ້າໃນການ ຮັດແໜ້ນສາຍພົວພັນຮ່ວມມືຂອງ ສອງປະເທດໃຫ້ນັບມື້ເຂົ້າສູ່ລວງ ເລິກ, ພ້ອມທັງໄດ້ຝາກຄວາມຢື້ຢາມ ຖາມຂ່າວເຖິງທ່ານປະທານປະເທດ ທອງລຸນ ສີສຸລິດ. ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍ ພົວພັນມິດຕະພາບ ແລະ ການ ຮ່ວມມືອັນດີງາມລະຫວ່າງ ສປປ ລາວ-ສ ອິນເດຍ ທີ່ສືບຕໍ່ນັບມື້ນັບໄດ້ ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ ໃນຕະຫລອດໄລຍະ 70 ປີຜ່ານມາ ຊຶ່ງສະແດງອອກໃນການແລກປ່ຽນ ການພົບປະຢ້ຽມຢາມຂອງຄະນະ ຜູ້ແທນສອງປະເທດ ຢ່າງເປັນ ປົກກະຕິ ໂດຍສະເພາະແມ່ນການ ຢ້ຽມຢາມ ສປປ ລາວ ຂອງທ່ານ ນາຍົກລັດຖະມົນຕີນາເຣນດຣາໂມດີ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດ ຍອດອາຊຽນ-ອິນເດຍ ໃນເດືອນ ຕຸລາ 2024 ທີ່ຜ່ານມາ. ພ້ອມນີ້, ສອງຝ່າຍຍັງໄດ້ສະແດງຄວາມ ຊົມເຊີຍໃນໂອກາດຄົບຮອບ 70 ປີແຫ່ງການສ້າງຕັ້ງສາຍພົວພັນ ການທູດລະຫວ່າງສອງປະເທດ ໃນປີ 2026 ນີ້ ແລະ ເຫັນດີຈັດ ກິດຈະກໍາຮ່ວມກັນເພື່ອສະເຫລີມ ສະຫລອງວັນສຳຄັນດັ່ງກ່າວໃຫ້ມີ ເນື້ອໃນ ແລະ ຄວາມໝາຍຄວາມສໍາ ຄັນ. ນອກນີ້, ຍັງເຫັນດີສືບຕໍ່ຮ່ວມມື ກັນຢ່າງໃກ້ຊິດ ເພື່ອເສີມຂະຫຍາຍ ສາຍພົວພັນມິດຕະພາບ ແລະ ການ ຮ່ວມມືອັນດີງາມທີ່ມີຢູ່ແລ້ວຂອງ ສອງປະເທດໃຫ້ຈະເລີນງອກງາມ ແລະ ໄດ້ຮັບການພັດທະນາຍິ່ງຂຶ້ນ ລວມທັງການສະໜັບສະໜູນເຊິ່ງ ກັນ ແລະ ກັນໃນຂອບພາກພື້ນ ແລະ ສາກົນ ເປັນຕົ້ນຂອບການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າຄົງຄາ, ອາຊຽນ- ອິນເດຍ, ອົງການ ສປຊ ແລະ ອື່ນໆ. ຂປລ. ພິທີເປີດງານວາງສະ ແດງການສຶກສາກວາງຊີ ປະຈໍາປີ 2026 ຈັດຂຶ້ນໃນວັນທີ 3 ມິຖຸນາ 2026 ຢູ່ມະຫາວິທະຍາໄລແຫ່ງ ຊາດ (ມຊ) ນະຄອນຫລວງວຽງ ຈັນ (ນວ) ເພື່ອສະເຫລີມສະຫລອງ 65 ປີແຫ່ງການສ້າງຕັ້ງສາຍພົວ ພັນທາງການທູດ ລາວ-ຈີນ ແລະ ສະເຫລີມສະຫລອງການສ້າງຕັ້ງ ມຊ ຄົບຮອບ 30 ປີ ໂດຍມີທ່ານ ເດຊານຸລາດ ແສນດວງເດດ ຜູ້ອໍາ ນວຍການໃຫຍ່ ມຊ, ທ່ານ ໄກສອນ ເພັງໂສພາ ຫົວໜ້າກົມການສຶກສາ ຊັ້ນສູງ ກະຊວງສຶກສາທິການ ແລະ ກິລາ, ທ່ານ ຫວູຈິນຊາງ ຮອງຫົວ ໜ້າພະແນກສຶກສາເຂດປົກຄອງ ຕົນເອງຊົນເຜົ່າຈ້ວງກວາງຊີ, ທີ່ ປຶກສາຝ່າຍການສຶກສາສະຖານທູດ ສປ ຈີນ ປະຈໍາ ລາວ, ຜູ້ແທນຈາກ ສະຖາບັນການສຶກສາຊັ້ນສູງຂອງ ກວາງຊີ, ບັນດາຫົວໜ້າຄະນະວິຊາ, ສະຖາບັນ, ຫ້ອງການ, ຄູ-ອາຈານ ແລະ ນັກສຶກສາມະຫາວິທະຍາໄລ ແຫ່ງຊາດ ເຂົ້າຮ່ວມ. ງານວາງສະແດງການສຶກສາ ກວາງຊີ ປະຈໍາປີ 2026 ຈັດຂຶ້ນ ພາຍໃຕ້ຫົວຂໍ້: “ຮຽນຕໍ່ກວາງຊີ ສ້າງອະນາຄົດດ້ວຍປັນຍາປະດິດ (AI) ສ້າງຄວາມຝັນສັງລວມເອົາ ປັນຍາອາຊຽນ” ເພື່ອສ້າງເວທີ ຄຸນນະພາບສໍາລັບນັກຮຽນ ແລະ ຊາວໜຸ່ມລາວໃນການສຶກສາຕໍ່ຢູ່ ກວາງຊີ. ໂອກາດນີ້, ທ່ານ ເດຊານຸລາດ ແສນດວງເດດ ໄດ້ຍົກໃຫ້ເຫັນ ປະຫວັດຄວາມເປັນມາຂອງມະ ຫາວິທະຍາໄລແຫ່ງຊາດ ຊຶ່ງໄດ້ ຮັບການສ້າງຕັ້ງຂຶ້ນໃນປີ 1996 ແລະ ເປັນມະຫາວິທະຍາໄລ ທີ່ໃຫຍ່ ທີ່ສຸດຂອງ ສປປ ລາວ. ຕະຫລອດ 30 ປີຜ່ານມາມະຫາວິທະຍາໄລ ໄດ້ປະຕິບັດພາລະກິດອັນສໍາຄັນ ໃນການສ້າງ ແລະ ພັດທະນາ ຊັບພະຍາກອນມະນຸດ, ສົ່ງເສີມ ວຽກງານຄົ້ນຄວ້າວິທະຍາສາດ ແລະ ຂະຫຍາຍການຮ່ວມມືສາກົນ. ພ້ອມນີ້, ທ່ານຍັງໄດ້ສະແດງຄວາມ ຫວັງວ່າຜ່ານງານວາງສະແດງໃນ ຄັ້ງນີ້, ມຊ ຈະມີການຮ່ວມມືເພີ່ມຂຶ້ນ ກັບບັນດາມະຫາວິທະຍາໄລຂອງ ກວາງຊີ ໂດຍສະເພາະບັນດາສະ ຖາບັນການສຶກສາຊັ້ນສູງ ທີ່ມາວາງ ສະແດງໃນມື້ນີ້. ທ່ານ ໄກສອນ ເພັງໂສພາ ໃຫ້ຮູ້ ວ່າ: ງານວາງສະແດງການສຶກສາ ໃນຄັ້ງນີ້, ບໍ່ພຽງແຕ່ເປັນເວທີໃຫ້ ນັກຮຽນ-ນັກສຶກສາລາວ ໄດ້ຮັບ ຂໍ້ມູນການສຶກສາ, ທຶນການສຶກສາ ແລະ ໂອກາດໃນການສືບຕໍ່ການ ຮຽນຢູ່ ສປ ຈີນ ທີ່ຖືກຕ້ອງເທົ່າ ນັ້ນ, ແຕ່ຍັງເປັນຂົວເຊື່ອມແຫ່ງ ມິດຕະພາບ, ຄວາມເຂົ້າໃຈ ແລະ ການພົວພັນດ້ານການສຶກສາ-ວັດ ທະນະທໍາລະຫວ່າງສອງປະເທດ ໃຫ້ນັບມື້ນັບແໜ້ນແຟ້ນຂຶ້ນກວ່າ ເກົ່າ. ກວາງຊີ ແມ່ນໜຶ່ງໃນຄູ່ຮ່ວມມື ດ້ານການສຶກສາທີ່ສໍາຄັນຂອງກະ ຊວງສຶກສາທິການ ແລະ ກິລາ ພວກເຮົາ. ໃນໄລຍະຜ່ານມາ, ສອງ ຝ່າຍໄດ້ມີການພົວພັນ ແລະ ຮ່ວມ ມືຢ່າງກວ້າງຂວາງບໍ່ວ່າຈະເປັນ ການໃຫ້ທຶນການສຶກສາ, ການຝຶກ ອົບຮົມຄູ-ອາຈານ ແລະ ການຊ່ວຍ ພັດທະນາຫລັກສູດຕ່າງໆ. ສິ່ງເຫລົ່າ ນີ້ ໄດ້ປະກອບສ່ວນສໍາຄັນໃນການ ພັດທະນາຊັບພະຍາກອນມະນຸດໃຫ້ ແກ່ ສປປ ລາວ. ທ່ານ ຫວູຈິນຊາງ ໄດ້ຍົກໃຫ້ ເຫັນສະພາບໂດຍລວມດ້ານການ ສຶກສາຢູ່ກວາງຊີ ຊຶ່ງປັດຈຸບັນ ກວາງຊີ ມີສະຖາບັນການສຶກສາ ຊັ້ນສູງ 93 ແຫ່ງ ແລະ ມີນັກສຶກສາ ຫລາຍກວ່າ 1,88 ລ້ານຄົນ, ມີ ພື້ນຖານການຮຽນ-ການສອນທີ່ ທັນສະໄໝ, ຫລັກສູດຄົບຖ້ວນ ແລະ ເປັນຈຸດໝາຍປາຍທາງທີ່ເໝາະສົມ ສໍາລັບຊາວໜຸ່ມອາຊຽນໃນການ ສຶກສາຕໍ່. ມີນັກສຶກສາຕ່າງຊາດ ກວ່າ 10.000 ຄົນ. ໃນນັ້ນ, ປະ ມານ 70% ມາຈາກປະເທດອາ ຊຽນ. ກວາງຊີ ໄດ້ຈັດຕັ້ງ “ທຶນການ ສຶກສາລັດຖະບານຈີນ-ກວາງຊີ ສໍາ ລັບນັກສຶກສາອາຊຽນ” ແລະ “ທຶນ ການສຶກສາລັດຖະບານກວາງຊີ ສໍາລັບນັກສຶກສາອາຊຽນ” ໂດຍ ສະໜອງໂກຕ້າທຶນການສຶກສາໃຫ້ ນັກສຶກສາລາວທຸກປີ ຈໍານວນ 52 ທຶນ ສໍາລັບຫລັກສູດປະລິນຍາ ແລະ 60 ທຶນ ສໍາລັບຫລັກສູດພາສາຈີນ. ການຈັດ “ງານວາງສະແດງການ ສຶກສາຮຽນຕໍ່ກວາງຊີ” ໃນບັນດາ ປະເທດອາຊຽນ ໄດ້ສໍາເລັດຜົນ ມາແລ້ວ 29 ຄັ້ງ ຊຶ່ງໄດ້ກາຍເປັນ ເວທີສໍາຄັນໃຫ້ນັກຮຽນ ແລະ ຜູ້ ປົກຄອງໄດ້ເຂົ້າເຖິງແຫລ່ງຂໍ້ມູນ ການສຶກສາທີ່ມີຄຸນນະພາບ. ໃນຊຸມ ປີຜ່ານມາ, ການຮ່ວມມືດ້ານການ ສຶກສາລະຫວ່າງ ກວາງຊີ ແລະ ລາວ ໄດ້ຮັບຜົນສໍາເລັດຢ່າງໂດດ ເດັ່ນ ຊຶ່ງມະຫາວິທະຍາໄລຊົນເຜົ່າ ກວາງຊີ ແລະ ມະຫາວິທະຍາໄລ ແຫ່ງຊາດລາວ ໄດ້ຮ່ວມມືກັນສ້າງ ສະຖາບັນຂົງຈື ຂຶ້ນມາ ແລະ ໄດ້ດໍາ ເນີນວຽກຢ່າງມີຜົນສໍາເລັດໂດດ ເດັ່ນ ແລະ ໂດ່ງດັ່ງທົ່ວ ສປ ຈີນ ໂດຍສະເພາະໄດ້ເປີດສອນຫລັກສູດ ປະລິນຍາຕີສາຂາຄູພາສາຈີນ ຊຶ່ງ ມີນັກສຶກສາຫລາຍກວ່າ 300 ຄົນ ແລະ ໄດ້ຝຶກອົບຮົມພາສາຈີນ ໃຫ້ ຄົນລາວ ໃນສັງຄົມຕະຫລອດ 16 ປີ ຜ່ານມາໄດ້ຫລາຍກວ່າ 90.000 ກວ່າຄົນ. ນອກນັ້ນ, ມະຫາວິທະ ຍາໄລອາຊີວະສຶກສາກະສິກໍາກວາງ ຊີ ໄດ້ຮ່ວມມືກັບມະຫາວິທະຍາໄລ ແຫ່ງຊາດລາວ ແລະ ວິທະຍາໄລ ເຕັກນິກກະສິກໍາດົງຄໍາຊ້າງ ສ້າງ ຕັ້ງ “ວິທະຍາໄລຊ່າງຝີມືກະສິກໍາ ທັນສະໄໝ ຈີນ-ລາວ” ໂດຍໄດ້ ອົບຮົມນັກສຶກສາຫລາຍກວ່າ 150 ຄົນ ແລະ ຜູ້ຮັບການອົບຮົມວິຊາຊີບ ກວ່າ 1.900 ຄົນ ກາຍເປັນຕົວຢ່າງ ແຫ່ງການບູລະນາການ “AI + ອາຊີວະກະສິກໍາ”. ຂ່າວ-ພາບ: ທະນູທອງ
RkJQdWJsaXNoZXIy MTc3MTYxMQ==