7290

gsfdko{dkora fmtok a xtgmf]k; ( 04/06/2026 g,n v'-kow- xtdkflh k'8A '8kcl';a '8a f 3I'\= c0;'7e,j ;o c]t ,6 ooy my ra fmtokdko lj v'dtgrkt]ewlh ln [8= j Ij ;,,n fh ko;y -kdkocrf ຂປລ. ແຫລ່ງຂ່າວຈາກແຂວງ ຄຳມ່ວນ ໃຫ້ຮູ້ວ່າ: ພິທີລົງນາມບົດ ບັນທຶກຄວາມເຂົ້າໃຈ ລະຫວ່າງ ໂຮງໝໍແຂວງຄຳມ່ວນ ແລະ ມູນນິທິ ພັດທະນາການສ່ອງກະເພາະລຳໄສ້ ລາຊະອານາຈັກໄທ ເພື່ອສືບຕໍ່ຂະ ຫຍາຍສາຍພົວພັນຮ່ວມມື ດ້ານ ວິຊາການແພດ ແລະ ຍົກລະດັບ ການບໍລິການສ່ອງກະເພາະລຳໄສ້ ໃຫ້ທັນສະໄໝ ແລະ ມີມາດຕະຖານ ສາກົນ ໃນວັນທີ 2 ມິຖຸນາ 2026 ທີ່ແຂວງຄຳມ່ວນ ຕາງໜ້າລົງນາມ ໂດຍ ທ່ານ ດຣ. ຄຳໄຕ ພົມມະ ຈັນ ຜູ້ອຳນວຍການໂຮງໝໍແຂວງ ຄຳມ່ວນ ແລະ ທ່ານ ດຣ. ວະຣາ ຍຸ ພະຊາຍາກຸນ ປະທານມູນນິທິ ພັດທະນາການຊ່ອງກະເພາະລໍາ ໄສ້ ລາຊະອານາຈັກໄທ, ມີທ່ານ ເດດສັກດາ ມະນີຄໍາ ຮອງປະທານ ຄະນະກຳມະການປົກຄອງ ແຂວງ ຄໍາມ່ວນ, ທ່ານ ດຣ. ແກ່ນຈັນ ທອງ ສະຫວັດ ຫົວໜ້າພະແນກສາທາລະ ນະສຸກແຂວງ ພ້ອມດ້ວຍຄະນະຜູ້ ບໍລິຫານ, ຄະນະຊ່ຽວຊານ ແລະ ບຸກ ຂປລ. ແຫລ່ງຂ່າວຈາກແຂວງ ອັດຕະປື ໃຫ້ຮູ້ວ່າ: ພິທີປະກາດສ້າງ ຕັ້ງຕາແສງວັງຕັດ ເປັນຕາແສງ ສຸດທ້າຍຂອງເມືອງຊານໄຊ ແຂວງ ອັດຕະປື ຈັດຂຶ້ນໃນວັນທີ 2 ມິຖຸນາ 2026 ທີ່ຕາແສງດັ່ງກ່າວ ໂດຍມີ ທ່ານ ບຸນເຖິງ ດວງສະຫວັນ ເລຂາ ພັກແຂວງອັດຕະປື ພ້ອມດ້ວຍຄະນະ ນຳຂັ້ນແຂວງ, ຂັ້ນເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ທ່ານ ຄຳສຸກ ບຸນປະເສີດ ຮອງ ປະທານຄະນະກຳມະການປົກຄອງ ເມືອງຊານໄຊ ໄດ້ລາຍງານວ່າ: ຕາແສງວັງຕັດ ແມ່ນຕາແສງໜຶ່ງ ຂຶ້ນກັບເມືອງຊານໄຊ ແຂວງອັດຕະ ປື ຖືເປັນເຂດຍຸດທະສາດຊາຍແດນ ລາວ-ຫວຽດນາມ ທີ່ມີຄວາມສຳ ຄັນລະດັບຊາດ, ພື້ນທີ່ແຫ່ງນີ້ ມີພູມ ສັນຖານເປັນພູດອຍສູງຊັນ ແລະ ສະຫລັບຊັບຊ້ອນກວມເອົາ 95%, ມີເນື້ອທີ່ປົກຫຸ້ມຂອງປ່າໄມ້ເຖິງ 70,9% ຂອງເນື້ອທີ່ທັງໝົດ (ໃນ ນັ້ນ 65% ແມ່ນປ່າແປກ), ມີ ສະພາບອາກາດໜາວເຢັນ ພ້ອມ ທັງມີສາຍນ້ຳເຊກະໝານ ແລະ ເຊຊຸ ຫລໍ່ລ້ຽງການດຳລົງຊີວິດ, ເປັນ ເຂດທີ່ມີທ່າແຮງບົ່ມຊ້ອນທາງດ້ານ ຊັບພະຍາກອນທຳມະຊາດ ແລະ ແຮ່ ທາດຕ່າງໆ, ດິນແດນແຫ່ງນີ້ ແມ່ນ ຖິ່ນຖານພູມລຳເນົາອະລິຍະທຳ ຄະລາກອນທາງການແພດ ທັງສອງ ຝ່າຍ ເຂົ້າຮ່ວມ. ການລົງນາມໃນຄັ້ງນີ້ ເປັນການ ດຳເນີນຕາມແຜນການຮ່ວມມື ປະຈຳປີ 2026 ທີ່ທັງສອງຝ່າຍ ໄດ້ຕົກລົງຮ່ວມກັນ ໂດຍມີເປົ້າໝາຍ ເພື່ອພັດທະນາຄວາມຮູ້ຄວາມ ສາມາດຂອງບຸກຄະລາກອນທາງ ການແພດ, ສົ່ງເສີມການຝຶກອົບຮົມ ທັງພາກທິດສະດີ ແລະ ພາກປະຕິ ບັດ, ພ້ອມທັງພັດທະນາສູນສ່ອງ ກະເພາະລຳໄສ້ ຂອງໂຮງໝໍແຂວງ ຄຳມ່ວນ ໃຫ້ມີຄວາມທັນສະໄໝ ແລະ ສາມາດໃຫ້ບໍລິການແກ່ປະຊາ ຊົນໄດ້ຢ່າງມີປະສິດທິຜົນ ໂດຍ ພາຍໃຕ້ກອບການຮ່ວມມື ທັງສອງ ຝ່າຍຈະຮ່ວມກັນພັດທະນາທີມງານ ແພດສ່ອງກະເພາະລຳໄສ້, ແລກ ປ່ຽນປະສົບການ ແລະ ເຕັກນິກການ ປິ່ນປົວ, ຊອກຫາແຫລ່ງສະໜັບ ສະໜູນ ດ້ານອຸປະກອນທາງການ ແພດ ແລະ ງົບປະມານ ເພື່ອຍົກ ລະດັບພື້ນຖານໂຄງລ່າງໃຫ້ສອດ ຄ່ອງກັບມາດຕະຖານວິຊາຊີບ. ນອກຈາກນີ້, ຍັງຈະມີການ ຮ່ວມມືໃນພາກປະຕິບັດຕົວຈິງ ເພື່ອ ເປັນການຖ່າຍທອດຄວາມຮູ້ ແລະ ພັດທະນາທັກສະ ຂອງບຸກຄະລາ ກອນທາງການແພດຢ່າງຕໍ່ເນື່ອງ. ພ້ອມນີ້, ທັງສອງຝ່າຍຍັງໃຫ້ຄວາມ ສຳຄັນຕໍ່ມາດຕະການຄວບຄຸມການ ຕິດເຊື້ອ, ຄວາມປອດໄພຂອງຄົນ ເຈັບ, ການຕິດຕາມປະເມີນຜົນ ຫລັງການຮັກສາ ແລະ ການນຳໃຊ້ ມາດຕະຖານວິຊາການຢ່າງເຄັ່ງ ຄັດ ເພື່ອຮັບປະກັນຄຸນນະພາບການ ບໍລິການດ້ານສາທາລະນະສຸກ. ບົດບັນທຶກຄວາມເຂົ້າໃຈດັ່ງ ກ່າວ, ມີກຳນົດການຮ່ວມມື 3 ປີ ນັບແຕ່ວັນລົງນາມ ແລະ ສາມາດ ຕໍ່ເວລາໄດ້ຕາມການຕົກລົງຂອງ ທັງສອງຝ່າຍ ຊຶ່ງການຮ່ວມມືໃນ ຄັ້ງນີ້ ນັບເປັນກ້າວສໍາຄັນໃນການ ພັດທະນາວຽກງານ ສ່ອງກະເພາະ ລຳໄສ້ ຂອງແຂວງຄຳມ່ວນ ແລະ ຊ່ວຍຍົກລະດັບຄຸນນະພາບການ ບໍລິການດ້ານສຸຂະພາບໃຫ້ແກ່ ປະຊາຊົນແບບຍືນຍົງ. ຂ່າວ: ມະນີວັນ ອັນເກົ່າແກ່ ຂອງປະ ຊາຊົນເຜົ່າ ແຢະ, ມີມູນເຊື້ອວັດ ທະນະທຳດັ້ງ ເດີມ. ນອກຈາກນັ້ນ, ຍັງມີແຫລ່ງ ທ່ອງທ່ຽວທາງທຳມະຊາດ ແລະ ປະຫວັດສາດ ທີ່ໂດດເດັ່ນຄື: ໜອງ ຟ້າ ແລະ ທົ່ງໄກ່ໂອກ, ເມື່ອກ່ອນມີ 9 ບ້ານ, ແຕ່ປັດຈຸບັນໄດ້ເຕົ້າໂຮມ ກັນເປັນ 6 ບ້ານ ຄື: ບ້ານວັງຕັດ ໃຫຍ່, ບ້ານວັງຕັດນ້ອຍ, ບ້ານທົ່ງ ໄກ່ໂອກ, ບ້ານຢຽງດາກ, ບ້ານ ດາກບອກ ແລະ ບ້ານໜອງຟ້າໃໝ່, ມີພົນລະເມືອງທັງໝົດ 3.419 ຄົນ, ຍິງ 1.728 ຄົນ, ຜ່ານການນຳພາຊີ້ນຳ ສາມາດສ້າງເປັນໜ່ວຍພັກ ປອດໃສ ເຂັ້ມແຂງ ແລະ ໜັກແໜ້ນ ໄດ້ 4 ໜ່ວຍ, ວຽກງານອົງການ ຈັດຕັ້ງມະຫາຊົນຊາວໜຸ່ມ, ແມ່ຍິງ, ກຳມະບານ ແລະ ສະຫະພັນນັກຮົບ ເກົ່າ ໄດ້ຮັບການພັດທະນາ ແລະ ປະເມີນເປັນໜ່ວຍດີເດັ່ນ 100%, ຈາກຜົນງານດັ່ງກ່າວ ສະພາບການ ພັດທະນາເສດຖະກິດ-ສັງຄົມ ພາຍ ໃນຕາແສງ ຂະຫຍາຍຕົວຢ່າງ ຕໍ່ເນື່ອງ, ມີເສັ້ນທາງປູຢາງຍາວ 100 ກິໂລແມັດ, ສາມາດສັນຈອນ ໄດ້ສະດວກ 2 ລະດູ, ມີລະບົບໂທລະ ຄົມມະນາຄົມກວມເອົາທຸກບ້ານ, ມີ ອາຄານຮຽນແບບຖາວອນ ແລະ ມີການດຶງດູດໂຄງການລົງທຶນຈາກ ພາກເອກະຊົນ ເປັນຕົ້ນ ບໍລິສັດ ຂຸດຄົ້ນແຮ່ຄຳ (ບໍ່ຄຳວັງຕັດ) ຊຶ່ງ ເປັນຖານລາຍຮັບທີ່ສຳຄັນ, ມີເນື້ອ ທີ່ການຜະລິດ 743 ເຮັກຕາ, ອາຊີບ ຕົ້ນຕໍເຮັດໄຮ່ ແລະ ອາຊີບສຳຮອງ ຄື: ລ້ຽງສັດ, ຮ່ອນຄຳ ແລະ ຄ້າຂາຍ ສາມາດສ້າງລາຍຮັບສະເລ່ຍໄດ້ 6,5 ລ້ານກີບຕໍ່ຄົນຕໍ່ປີ, ມີຄອບຄົວ ພົ້ນທຸກ 589 ຄອບຄົວ, ຄອບຄົວ ພັດທະນາ 512 ຄອບຄົວ, ສ້າງ ບ້ານພັດທະນາຕາມ 4 ດ້ານ ໄດ້ 3 ບ້ານ, ໄດ້ຮັບຮອງເປັນບ້ານສາ ທາລະນະສຸກແບບຢ່າງ 100% (ທັງ 6 ບ້ານ), ບ້ານວັດທະນະທຳ 3 ບ້ານ, ມີບ້ານປ້ອງກັນຄວາມ ສະຫງົບດີ 4 ບ້ານ, ບ້ານປອດຢາ ເສບຕິດ 6 ບ້ານ ແລະ ບ້ານປ້ອງກັນ ຊາດເຂັ້ມແຂງ 6 ບ້ານ. ໃນພິທີໄດ້ຕົກລົງຮັບຮອງເອົາ ທ່ານ ດອກຫລິງ ໄຊຖາວົງ ເປັນ ປະທານຕາແສງວັງຕັດ, ທ່ານ ພັນ ຕີ ບຸນຍົງ ຍອດສາຍງາມ ແລະ ທ່ານ ພັນຕີ ນ້ອຍມິໄຊ ທິດດາວັນ ເປັນຮອງປະທານ, ຕົກລົງຮັບຮອງ ຄະນະກຳມະການປົກຄອງຕາແສງ ວັງຕັດ 5 ທ່ານ ຄື: ທ່ານ ຄຽງຄໍາ ແກ້ວມະນີ, ທ່ານ ຮ້ອຍໂທ ພອນ ປະເສີດ ສີຄໍາອຽງ, ທ່ານ ສີສົມ ພອນ ໝູກອນ, ທ່ານ ຕູ້ ແກ້ວຟ້າ, ທ່ານ ຮ້ອຍເອກ ບົວຊອງ ແສງດາ ຈັງ ແລະ ມີພະນັກງານຊ່ວຍວຽກ ຕາແສງ 5 ທ່ານ, ຍິງ 1 ທ່ານ ທັງ ນີ້ກໍເພື່ອຮັບປະກັນການບໍລິຫານລັດ ກໍຄືຕາແສງໃຫ້ມີປະສິດທິພາບ ແລະ ປະສິດທິຜົນ. ຂ່າວ: ສຸກສະຫວ່າງ g,n v'xkdmk lh k'0t[;odkox6 d8Q ow,h .o3vdkf;a ox6 d8Q ow,h csj '-kf ຂປລ. ແຫລ່ງຂ່າວຈາກແຂວງ ບໍ່ແກ້ວ ໃຫ້ຮູ້ວ່າ: ເມືອງປາກທາ ແຂວງບໍ່ແກ້ວ ໄດ້ສ້າງຂະບວນການ ປູກຕົ້ນໄມ້ ເນື່ອງໃນໂອກາດວັນປູກ ຕົ້ນໄມ້ແຫ່ງຊາດ ຄົບຮອບ 46 ປີ, ວັນສິ່ງແວດລ້ອມໂລກ ຄົບຮອບ 53 ປີ ແລະ ວັນສິ່ງແວດລ້ອມແຫ່ງ ຊາດ ຄົບຮອບ 27 ປີ ໃນວັນທີ 1 ມິຖຸນາ 2026 ທີໂຮງຮຽນປະຖົມ ສົມບູນ ບ້ານຫ້ວຍຊົວະ ໂດຍມີ ທ່ານ ບຸນພັດ ສີສົມບັດ ປະທານຄະນະ ກຳມະການປົກຄອງເມືອງ ພ້ອມ ດ້ວຍຫ້ອງການ, ຄະນະບໍລິຫານ ງານສະຫະພັນແມ່ຍິງເມືອງ, ພະ ນັກງານ-ລັດຖະກອນ, ພໍ່ແມ່ປະຊາ ຊົນ ແລະ ຫລານນ້ອຍນັກຮຽນ ເຂົ້າຮ່ວມ. ທ່ານ ຄຳເຄື່ອງ ພົມວິສັກ ຮອງ ປະທານຄະນະກຳມະການປົກຄອງ ເມືອງປາກທາ ໄດ້ກ່າວວ່າ: ຄຳ ວ່າປ່າໄມ້ ແມ່ນຊັບພະຍາກອນທຳ ມະຊາດອັນລ້ຳຄ່າ ແລະ ມີຄວາມ ໝາຍຄວາມສຳຄັນຕໍ່ກັບມະນຸດ ເຮົາ ເວົ້າລວມແລ້ວ ແມ່ນເຮັດໃຫ້ ທຳມະຊາດມີຄວາມສົມດູນ ເຮັດ ໃຫ້ສະພາບດິນຟ້າອາກາດ ຖືກຕ້ອງ ຕາມລະດູການ ແລະ ແນໃສ່ປົກປັກ ຮັກສາສິ່ງແວດລ້ອມ, ຮັກສາແຫລ່ງ ນ້ຳ, ປ້ອງກັນການເຊາະເຈື່ອນ, ຮັກສາຄຸນນະພາບຂອງດິນ ແລະ ຫລຸດຜ່ອນການປ່ຽນແປງຂອງ ດິນຟ້າອາກາດ, ທັງເປັນການ ປະກອບສ່ວນເຂົ້າ ໃນການປັບປຸງ ຊີວິດການເປັນຢູ່ຂອງປະຊາຊົນ ບັນດາເຜົ່າຢູ່ພາຍໃນບ້ານ, ທັງເປັນ ການຫັນປ່ຽນແນວຄິດໃນການ ຊົມໃຊ້ໄມ້, ເຄື່ອງປ່າຂອງດົງ, ປ່າ ທຳມະຊາດ ໄປສູ່ການນຳໃຊ້ດ້ວຍ ການປູກ, ການລ້ຽງ, ການຄຸ້ມຄອງ ແລະ ເປັນການປະຕິບັດແຜນຍຸດທະ ສາດຂອງລັດຖະບານໃນການພັດ ທະນາປ່າໄມ້ ໃນຂອບເຂດທົ່ວປະ ເທດ ແລະ ຍັງເປັນການປະກອບ ສ່ວນ ເຂົ້າໃນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ. ສະນັ້ນ, ພັກ-ລັດຖະບານ ຈຶ່ງໄດ້ກຳນົດເອົາວັນທີ 1 ເດືອນ ມິຖຸນາ ຂອງທຸກໆປີ ເປັນວັນປູກ ຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍ ສາກົນ ເພື່ອປູກຈິດສຳນຶກ ແລະ ສ້າງສະຕິແນວຄວາມຄິດທີ່ດີ, ທີ່ ສ້າງສັນໃຫ້ແກ່ພໍ່ແມ່ປະຊາຊົນ ບັນດາເຜົ່າ ໂດຍສະເພາະ ອະນຸຊົນ ເພື່ອໃຫ້ເຂົາເຈົ້າມີຄວາມເຂົ້າໃຈ ກ່ຽວກັບຄວາມໝາຍຄວາມສຳຄັນ ແລະ ຄຸນປະໂຫຍດຂອງປ່າໄມ້ ທັງ ນີ້ກໍເພື່ອເປັນການກະຕຸກຊຸກຍູ້ພາກ ລັດ, ພາກເອກະຊົນ ພໍ່ແມ່ປະຊາຊົນ ບັນດາເຜົ່າ ແລະ ບັນດາໂຄງການ ຊ່ວຍເຫລືອຈາກສາກົນ ໃຫ້ສຸມໃສ່ ໃນການຟື້ນຟູປ່າໄມ້ໃນຂອບເຂດປ່າ ເສື່ອມໂຊມ, ປອກໂລ້ນ ແລະ ມີມາດ ຕະການປົກປັກຮັກສາປ່າໄມ້ ໃຫ້ມີ ຄວາມອຸດົມສົມບູນທາງທຳມະຊາດ ແລະ ມີຄວາມຍືນຍົງຕະຫລອດໄປ ດັ່ງຄຳຂວັນ “ປູກໄມ້ໃນວັນນີ້ ເພື່ອ ລູກຫລານໃນວັນໜ້າ” ສຳລັບເບ້ຍ ໄມ້ທີ່ນຳມາປູກໃນຄັ້ງນີ້ ມີຕົ້ນໄມ້ ອຸດສາຫະກຳ ແລະ ຕົ້ນໄມ້ກິນໝາກ 124 ຕົ້ນ ຊຶ່ງປູກໃນສະຖານທີ່ເດິ່ນ ໂຮງຮຽນປະຖົມດັ່ງກ່າວ. ເມືອງປາກທາ ຍັງມີແຜນສືບຕໍ່ ປູກຕົ້ນໄມ້ອຸດສາຫະກຳ ແລະ ຕົ້ນໄມ້ ອື່ນໆ ໃນທົ່ວເມືອງໃຫ້ໄດ້ 50.000 ກວ່າຕົ້ນ ໃນປີ 2026 ເພື່ອເປັນການ ທົດແທນປ່າໄມ້ ໃຫ້ຄືນສູ່ທຳມະຊາດ ສີຂຽວ ເວົ້າລວມ-ເວົ້າສະເພາະ ເປັນ ການສ້າງເສດຖະກິດ ປູກພືດເປັນ ສິນຄ້າໃນອະນາຄົດ.ຂ່າວ-ພາບ: ວັນະເດດ ]a f;y lkstdy foExtxkc0;'g-dv' x6 d8Q ow,h grn j v2N o26 xj kw,h g0fpvfoE ຂປລ. ແຫລ່ງຂ່າວຈາກແຂວງ ເຊກອງ ໃຫ້ຮູ້ວ່າ: ເນື່ອງໃນໂອກາດ ວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນ ເດັກນ້ອຍສາກົນ, ລັດວິສາຫະກິດ ນ້ຳປະປາແຂວງເຊກອງ ໄດ້ຈັດ ກິດຈະກຳປູກຕົ້ນໄມ້ຢູ່ເຂດປ່າສະ ຫງວນ ຫ້ວຍລາງ ບ້ານກົກໄຮ ເມືອງທ່າແຕງ ແຂວງເຊກອງ ໃນ ວັນທີ 3 ມິຖຸນາ 2026 ເພື່ອຟື້ນຟູ ປ່າໄມ້ເຂດຍອດນ້ຳ ໃຫ້ມີຄວາມ ອຸດົມສົມບູນ ໂດຍມີ ທ່ານ ບຸນ ເລີຍ ນັນທະວົງ ເລຂາພັກເມືອງທ່າ ແຕງ, ມີຄະນະນໍາພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ, ເມືອງ ລະມາມ ພ້ອມດ້ວຍພະນັກງານລັດ ວິສາຫະກິດນ້ຳປະປາແຂວງ ແລະ ປະຊາຊົນພາຍໃນບ້ານເຂົ້າຮ່ວມ ປູກ. ທ່ານ ອິນພອນຮັກ ພັດທະຟອງ ອຳນວຍການລັດວິສາຫະກິດນ້ຳ ປະປາ ແຂວງເຊກອງ ໄດ້ກ່າວວ່າ: ເມື່ອກ່ອນ, ຫ້ວຍລາງ ບ້ານກົກໄຮ ເປັນແຫລ່ງນໍ້າ ທີ່ໄດ້ນໍາໃຊ້ເຂົ້າໃນ ການຜະລິດນໍ້າປະປາທົ່ວແຂວງ ເຊກອງ ມີຄວາມອຸດົມສົມບູນ ມີ ປ່າໄມ້ຂຽວສົດງົດງາມ ປະລິມານ ນໍ້າດິບ, ນໍ້າຫ້ວຍ ແລະ ນໍ້າອອກບໍ່ ມີປະລິມານຈໍານວນຫລາຍ ສໍາລັບ ການຜະລິດນໍ້າປະປາ, ແຕ່ມາຮອດ ປັດຈຸບັນ ແມ່ນມີປະລິມານນໍ້າຫລຸດ ໜ້ອຍລົງ ໂດຍສະເພາະ ໃນລະດູ ແລ້ງປະລິມານນ້ຳທີ່ໃຊ້ເຂົ້າໃນການ ຜະລິດນໍ້າປະປາ ແມ່ນບໍ່ພຽງພໍ ຍ້ອນ ການປ່ຽນແປງຂອງດິນຟ້າອາກາດ, ການບຸກເບີກເນື້ອທີ່ປູກຝັງກະສິກຳ ຂອງພໍ່ແມ່ປະຊາຊົນຈຳນວນໜຶ່ງ, ເຮັດໃຫ້ປ່າໄມ້ແຫລ່ງຍອດນໍ້າບົກ ແຫ້ງ. ສະນັ້ນ, ລັດວິສາຫະກິດນໍ້າ ປະປາ ແຂວງເຊກອງ ຈຶ່ງໄດ້ຈັດໃຫ້ ມີການປູກທົດແທນຕົ້ນໄມ້ທີ່ເສຍໄປ ຢູ່ບໍລິເວນເຂດປ່າສະຫງວນຍອດ ນໍ້າແຫ່ງນີ້ ເພື່ອປັບຄວາມສົມດູນ ໃຫ້ແກ່ທໍາມະຊາດ ມີຄວາມອຸດົມ ສົມບູນ, ມີສີຂຽວຫລາຍຂຶ້ນ ທັງເປັນ ການຮັກສາແຫລ່ງນໍ້າ ບໍ່ໃຫ້ບົກແຫ້ງ ໂດຍເບ້ຍໄມ້ທີ່ປູກໃນມື້ນີ້ ປະເພດ ໄມ້ດູ່ນ້ຳ, ຈຳປາປ່າ ແລະ ໄມ້ຍາງ ຈຳນວນ 250 ເບ້ຍ. ໂອກາດນີ້, ທ່ານ ບຸນເລີຍ ນັນ ທະວົງ ເລຂາພັກເມືອງທ່າແຕງ ໄດ້ສະແດງຄວາມຊົມເຊີຍ ຕໍ່ລັດ ວິສາຫະກິດປ້ຳປະປາແຂວງ ທີ່ ເຫັນຄວາມສຳຄັນຂອງປ່າໄມ້ ແລະ ພ້ອມກັນປູກທົດແທນ ເມື່ອປູກແລ້ວ ຂໍການຮ່ວມມືຈາກພໍ່ແມ່ປະຊາຊົນ ພາຍໃນບ້ານ ພ້ອມກັນເອົາໃຈໃສ່ ໃນການປົກປັກຮັກສາ ໃຫ້ຕົ້ນໄມ້ ເຕີບໃຫຍ່ແຂງແຮງ ເພື່ອໃຫ້ພື້ນທີ່ ເຂດຍອດນໍ້າ ປົກຫຸ້ມດ້ວຍປ່າໄມ້ ແໜ້ນໜາຂຶ້ນ. ຂ່າວ: ອັດສະວິນ

RkJQdWJsaXNoZXIy MTc3MTYxMQ==